]k;{8;a ddu gruj ,mt;u dkorq ;ra oIj ;,,n lv'/j kp Iv'xtmkol6 odk'co;]k;lh k'-kf rq [xt7tot7q og-N v-kf]k;16j 8j k'xtgmf xtdkfc8j '8A 'sq ;|h kvq 'dko wvptdkoxt-k-q orkdg|n vz6h .\j m6 f]k;xt9es;Pfok, v;prvo;a olh k'8A ' ra ddv,,6 oy fs;Pfok, 7q [Iv[ 94 xu Iv'okpq d]a f4t,q o8u Ij ;,gxu fxu csj 'dko wx,kskl6j ]ts;j k'xt-k-q ovk-Po c]t 9u o okpq d]a f4t,q o8u g7n j vows; -5 dp6 h dkora fmtokg,n v'xkdmk gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 07.02.2024 ປີທີ 23 ສະບັບທີ 5.867 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີ ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf Iv'xtmkoxtgmf 1h P,1k,37'dko cdh w07;k,m5 dpkd16 j [h kodt[6 f{-P'cs;o 'ko;k'ltcf']q fokok-kf 2024 9t9a f.ogfn vo,u ok 7e,j ;o xk4tdt4k;a ogdu fxtmko 7ew8 lu ra ofvo 7q [Iv[ 100 xu ຂປລ. ວັນທີ 5 ກຸມພາ 2024 , ສະຫາຍ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສປປ ລາວ ປະ ຈຳ ສສ ຫວຽດນາມ ພ້ອມຄະນະໄດ້ ໄປອວຍພອນວັນສ້າງຕັ້ງພັກກອມ ມູນິດຫວຽດນາມ ຄົບຮອບ 94 ປີ (03/02/1930-03/02/2024) ທີ່ສຳນັກງານຄະນະພົວພັນຕ່າງປະ ເທດສູນກາງພັກກອມມູນິດຫວຽດ ນາມ ທີ່ນະຄອນຫລວງຮ່າໂນ້ຍ ໂດຍແມ່ນ ສະຫາຍ ນາງ ຫງວຽນ ຂປລ. ຕອນບ່າຍວັນທີ5ກຸມພາ 2024ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະ ນະໄດ້ເຄື່ອນໄຫວຢ້ຽມຢາມ, ພົບ ປະໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ການ ພັດທະນາເສດຖະກິດ-ສັງຄົມຂອງ ຂປລ. ງານວາງສະແດງລົດ ວຽງຈັນນານາຊາດ (ໂອໂຕໂຊ 2024)ຈະຈັດຂຶ້ນໃນລະຫວ່າງວັນ ທີ 02-10 ມີນາ 2024 ທີ່ສູນການ ຄ້າ ລາວ-ໄອເຕັກ, ນະຄອນຫລວງ ວຽງຈັນ ຊຶ່ງຈະມີລົດຫລາຍຍີ່ຫໍ້ເຂົ້າ ຮ່ວມ ເຊັ່ນ: ຮອນດາ, ຟອດ, ຈາກົວ, ແລນໂລເວີ, ເອັມຈີເຈເອັມອີວີ, ເຊີ ລີ້, ມາສດາ, ເຊເລດ ແລະ ອື່ນໆ, ຄາດວ່າ ຈະມີຜູ້ເຂົ້າຊົມງານປະ ມານ 50.000 ຄົນ/ມື້ ແລະ ຄາດວ່າ ຈະມີການສັ່ງຈອງລົດພາຍໃນງານ 500 ຄັນ. ພິທີຖະແຫລງຂ່າວກ່ຽວກັບ ງານດັ່ງກ່າວ, ຈັດຂຶ້ນໃນວັນ 5 ກຸມ ພາ 2024 ທີ່ ສູນການຄ້າລາວ- ໄອເຕັກ ໂດຍມີ ທ່ານ ວິທູນ ສິດທິ ມໍລະດາຫົວໜ້າກົມສົ່ງເສີມການຄ້າ ຂປລ. ວັນທີ 5 ກຸມພາ 2024, ທ່ານ ນາງ ລີວົງ ລາວລີ ຮອງລັດ ຖະມົນຕີກະຊວງພາຍໃນ ພ້ອມຄະ ນະໄດ້ຕິດຕາມ ແລະ ຊຸກຍູ້ການຝຶກ ອົບຮົມການນໍາໃຊ້ອຸປະກອນໄອ ທີ ແລະ ແນະນໍາວິທີການປ້ອນຂໍ້ ມູນການຈົດທະບຽນການເກີດ ຜ່ານລະບົບຄຸ້ມຄອງຂໍ້ມູນພົນລະ ເມືອງເອເລັກໂຕຣນິກ ໃຫ້ແກ່ນັກ ຂປລ. ໃນວັນທີ 1-2 ກຸມພາ 2024, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ນຳພາ ຄະນະຜູ້ແທນເຂົ້າຮ່ວມພິທີເປີດປີ ແຫ່ງການໄປມາຫາສູ່ລະຫວ່າງ ປະຊາຊົນອາຊຽນແລະຈີນແລະບັນ ດາກິດຈະກໍາປິ່ນອ້ອມທີ່ນະຄອນ ຝູໂຈວ, ແຂວງຝູຈ້ຽນ, ສປ ຈີນ. ຈຸດປະສົງຂອງການເປີດປີແຫ່ງ ການໄປມາຫາສູ່ລະຫວ່າງປະຊາ ຊົນອາຊຽນ ແລະ ຈີນ ເພື່ອສົ່ງເສີມ ຂປລ. ໃນວັນທີ 5 ກຸມພາ2024 ນີ້, ທ່ານ ຈັນເພັງ ສຸດທິວົງ ຮອງ ຂປລ. ໃນລະຫວ່າງວັນທີ 5-7 ກຸມພາ 2024 , ທ່ານ ບຸນທັນ ຂປລ. ໃນວັນທີ 4 ກຸມພາ 2024 ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະໄດ້ເຄື່ອນໄຫວ ຢ້ຽມຢາມໂຄງການພັດທະນາ ແລະ ປັບປຸງແກ້ໄຂຄວາມທຸກຍາກຢູ່ ເມືອງປາກທາ ແຂວງບໍ່ແກ້ວ ໂດຍ ມີທ່ານ ບົວຄົງ ນາມມະວົງ ເຈົ້າ ບ້ານກະບູດ-ຊຽງແຫວນ ເມືອງ ທ່າແຂກ ແຂວງຄຳມ່ວນ ທີ່ໄດ້ຮັບ ທິ ຮວ່າງ ເວິນ ຮອງຫົວໜ້າຜູ້ປະຈໍາ ການຄະນະພົວພັນຕ່າງປະເທດ ສູນ ກາງພັກກອມມູນິດຫວຽດນາມ ໃຫ້ ກຽດຕ້ອນຮັບ. ສະຫາຍ ນາງ ຄຳເພົາ ເອີນທະ ວັນ ໄດ້ນຳກະຕ່າດອກໄມ້ ແລະ ຄຳ ອວຍພອນອັນປະເສີດຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ, ປະ ທານປະເທດແຫ່ງ ສປປ ລາວ ເຖິງ ສະຫາຍ ຫງວຽນ ຝູ໋ຈ້ອງ ເລຂາທິ ບຸນທະວິໄລ ຮອງຫົວໜ້າອົງການ ທານ ຄໍາໄຕ ສີພັນດອນຄົບຮອບ 100 ປີ (08 ກຸມພາ 1924-08 ກຸມພາ 2024) ຈັດຂຶ້ນໃນວັນ 5 ກຸມພາ 2024 ທີ່ສະໂມສອນ ແຂວງ ຄໍາມ່ວນ ໂດຍການປາຖະກະຖາ ຂອງທ່ານ ບົວສອນ ບຸບຜາວັນ ອະ ດີດກໍາມະການກົມການເມືອງສູນ ກາງພັກ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ພ້ອມດ້ວຍອະດີດການນຳຂັ້ນ ແຂວງແລະພະແນກການອ້ອມຂ້າງ ທ່ານ ບົວສອນ ບຸບຜາວັນ ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນໃຫ້ຮູ້ວ່າ: ພິທີປາຖະກະຖາ ເນື່ອງໃນໂອກາດວັນເກີດຂອງປະ ປະທານສູນກາງແນວລາວສ້າງ dP,gxu f0t[;oxh vo0= ,6 o dkogdu fzj ko]t[q [75 h ,7v' 0= ,6 orq o]tg,n v'gvg]a d38ioy d h h
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 07/02/2024 xtgmf]k; ນາຍົກລັດຖະມົນຕີ... ງານວາງສະແດງລົດ... ລາວ-ຕວັກກີ ເພີ່ມທະວີ... ຮອງປະທານປະເທດ... ຄຳມ່ວນ ປາຖະກະຖາ... ຮອງນາຍົກລັດຖະມົນຕີ... ຂປລ. ໃນລະຫວ່າງວັນທີ 4-5 ກຸມພາ 2024, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ພ້ອມຄະນະໄດ້ເຄື່ອນໄຫວ ຢ້ຽມຢາມ ສາທາລະນະລັດ ຕວັກກີ ຢ່າງເປັນທາງການ, ຕາມການເຊື້ອ ເຊີນຂອງ ທ່ານ ຮາກັນ ຟີດັນ ລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ ເພື່ອ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ການພົວພັນຮ່ວມມືທີ່ມີມາແຕ່ດົນ ນານ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຕວັກກີ. ໃນໄລຍະການເຄື່ອນໄຫວ ຢູ່ ສາທາລະນະລັດ ຕວັກກີ ໃນຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດ ແລະ ຄະນະໄດ້ພົບປະເຮັດວຽກກັບຄູ່ ຮ່ວມຕໍາແໜ່ງ ທ່ານ ຮາກັນ ຟີດັນ ລັດຖະມົນຕີກະຊວງການຕ່າງປະ ເທດ ສາທາລະນະລັດ ຕວັກກີ ເຊິ່ງ ສອງຝ່າຍໄດ້ປຶກສາຫາລືວຽກງານ ການພົວພັນຮ່ວມມືສອງຝ່າຍໃນໄລ ຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ, ແຂວງບໍ່ແກ້ວ, ທ່ານ ສຸໄລ ດວງຜາ ສຸກ ເຈົ້າເມືອງປາກທາ ພ້ອມດ້ວຍ ຄະນະນຳຂອງເມືອງ ແລະ ອົງການ ປົກຄອງບ້ານ ພາຍໃນເທສະບານ ເມືອງປາກທາ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງ. ໂອກາດນີ້, ທ່ານເຈົ້າເມືອງ ປາກທາ ໄດ້ລາຍງານໃຫ້ຊາບກ່ຽວ ກັບສະພາບການພັດທະນາເສດຖະ ກິດ-ສັງຄົມຂອງເມືອງ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການ ປະຈໍາປີ 2024 ເຊິ່ງອັນພົ້ນເດັ່ນ ເຫັນວ່າ ທົ່ວເມືອງສືບຕໍ່ມີສະຖຽນ ລະພາບທາງດ້ານການເມືອງ, ສັງ ຄົມມີຄວາມສະຫງົບ ແລະ ເປັນລະ ບຽບຮຽບຮ້ອຍໂດຍພື້ນຖານ; ເສດ ຖະກິດຂະຫຍາຍຕົວ ໃນລະດັບ 2,59%, ສາມາດຈັດເກັບລາຍຮັບ ເຂົ້າງົບປະມານໄດ້ 1,36 ຕື້ກີບ ເທົ່າກັບ 113% ຂອງແຜນການປີ, ແຜນລາຍຈ່າຍປະຕິບັດໄດ້ 100% ຂອງແຜນການປີ; ລະບົບສາທາລະ ນະສຸກ ແລະ ລະບົບໄຟຟ້າກວມ 100%ຂອງຈໍານວນບ້ານທັງໝົດ, ອັດຕາການຊົມໃຊ້ນ້ຳສະອາດໃນ ຄົວເຮືອນກວມ 93,48%, ອັດຕາ ການຊົມໃຊ້ວິດຖ່າຍໃນຄົວເຮືອນ ກວມ 95,43%; ທຽບໃສ່ດໍາລັດ 348/ລບ ວ່າດ້ວຍມາດຕະຖານພົ້ນ ທຸກ ແລະ ມາດຕະຖານການພັດທະ ນາ, ປັດຈຸບັນທົ່ວເມືອງຍັງມີຄອບ ຄົວທຸກຍາກທັງໝົດ 895 ຄອບຄົວ, ມີບ້ານທຸກຍາກ 12 ບ້ານ, ມີຄອບ ຄົວພັດທະນາທັງໝົດ 1.738 ຄອບ ຄົວ. ນອກນັ້ນ, ທ່ານເຈົ້າເມືອງ ຍັງໄດ້ລາຍງານໃຫ້ຊາບກ່ຽວກັບຂໍ້ ຫຍຸ້ງຍາກ, ຂໍ້ຄົງຄ້າງ ແລະ ສິ່ງທ້າ ທາຍໃນການພັດທະນາເສດຖະ ກິດ- ສັງຄົມຂອງເມືອງຕື່ມອີກ. ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດ ມີຄຳເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍ ໄດ້ນຳເອົາຄວາມຢ້ຽມຢາມຖາມ ຂ່າວ, ຄວາມເປັນຫ່ວງເປັນໄຍ, ຄວາມເຊື່ອໝັ້ນຂອງສູນກາງພັກ ແລະ ລັດຖະບານ ມາສູ່ອົງການປົກ ຄອງ ແລະ ປະຊາຊົນບັນດາເຜົ່າ ເມືອງປາກທາ. ພ້ອມທັງມີຄຳເຫັນ ເຈາະຈິ້ມ ເຖິງສາເຫດຂໍ້ຄົງຄ້າງຈຳ ນວນໜຶ່ງ ແລະ ຍົກໃຫ້ເຫັນສະພາບ ການພົ້ນເດັ່ນ ທີ່ເກີດຂຶ້ນ ຢູ່ພາຍໃນ ແລະ ຕ່າງປະເທດ ໃນຊຸມປີຜ່ານມາ ຈົນຮອດປັດຈຸບັນ, ລວມທັງທ່າ ອ່ຽງທີ່ຈະເກີດຂຶ້ນໃນຕໍ່ໜ້າ. ພ້ອມນີ້, ທ່ານໄດ້ເນັ້ນໃຫ້ອົງການປົກຄອງ ເມືອງ ສືບຕໍ່ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ຊຸກຍູ້ຢ່າງແຂງແຮງໃນ ການຜະລິດເປັນສິນຄ້າ ເພື່ອຊົມໃຊ້ ພາຍໃນ ແລະ ສົ່ງອອກເປັນສິນຄ້າ ຫລຸດຜ່ອນການນຳເຂົ້າສິນຄ້າຕິດ ພັນກັບສົ່ງເສີມການປຸງແຕ່ງເປັນ ຜະລິດຕະພັນ ເພື່ອສ້າງມູນຄ່າ ເພີ່ມ; ເພີ່ມທະວີການເກັບລາຍຮັບ ເຂົ້າງົບປະມານ ໃຫ້ໄດ້ຕາມແຜນ ຫລື ລື່ນແຜນທີ່ກຳນົດໄວ້ໄປຄຽງ ຄູ່ກັບການຫັນວຽກງານດັ່ງກ່າວ ເປັນທັນສະໄໝ; ພ້ອມກັນຈັດຕັ້ງ ປະຕິບັດບັນດາມາດຕະການ ປະຢັດ ມັດທະຍັດ ແລະ ຕ້ານການຟູມເຟືອຍ ທີ່ໄດ້ວາງອອກໃຫ້ມີການຫັນປ່ຽນ ຢ່າງເປັນຮູບປະທຳຫລາຍກວ່າ ເກົ່າ; ສືບຕໍ່ປະຕິບັດວາລະແຫ່ງ ຊາດວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດ ໂດຍສະເພາະບັນດາເນື້ອ ໃນທີ່ໄດ້ກຳນົດໄວ້ໃນວາລະດັ່ງ ກ່າວ, ພ້ອມທັງລົງເລິກວຽກງານ ໂຄສະນາເຜີຍແຜ່ຜົນຮ້າຍຂອງຢາ ເສບຕິດຕິດພັນກັບການສຶກສາອົບ ຮົມການເມືອງແນວຄິດຂອງພະ ນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາ ເຜົ່າ ໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ສະພາບຄວາມເປັນຈິງ ໃນການແກ້ໄຂບັນຫາຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການ ເງິນຂອງພັກ ແລະ ລັດຖະບານ ກໍຄື ອົງການປົກຄອງຂັ້ນຕ່າງໆ; ເອົາ ໃຈໃສ່ປ້ອງກັນບັນຫາໝອກຄວັນ ແຕ່ຫົວທີ ໂດຍພ້ອມກັນສຸມໃສ່ຈັດ ຕັ້ງຜັນຂະຫຍາຍຄຳສັ່ງ 11/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມ ງວດໃນການຄຸ້ມຄອງ, ປົກປັກຮັກ ສາ, ພັດທະນາ ແລະ ນໍາໃຊ້ ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນ ການບຸກລຸກທໍາລາຍປ່າໄມ້, ທີ່ດິນ ປ່າ ໄມ້ ແລະ ໄຟໄໝ້ລາມປ່າໃຫ້ປະ ກົດຜົນເປັນຈິງ; ພ້ອມກັນສືບຕໍ່ກະ ກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ສໍາເລັດຕາມຄາດ ໝາຍທີ່ກໍານົດໄວ້ບົນພື້ນຖານຍົກ ສູງຄວາມເປັນເອກະພາບ, ຮັບປະ ກັນຄວາມສາມັກຄີ, ໄດ້ເນື້ອໃນ, ເປັນຂະບວນການ ຟົດຟື້ນ, ມີປະສິດ ທິພາບ ແລະ ປະສິດທິຜົນ ໄປຄຽງຄູ່ ກັບການປັບປຸງກົງຈັກການຈັດຕັ້ງ ຂັ້ນຕ່າງໆ ຕາມທິດທີ່ກຳນົດໄວ້; ນຳໃຊ້ທ່າແຮງຂອງເມືອງເຂົ້າໃນ ການສ້າງເສດຖະກິດ ແລະ ພັດ ທະນາທ້ອງຖິ່ນຕ່າງໆ ໃຫ້ເກີດປະ ໂຫຍດສູງສຸດ; ສືບຕໍ່ປັບປຸງສະພາບ ແວດລ້ອມການດຳລົງຊີວິດພາຍ ໃນເມືອງ ກໍຄື ຊຸມຊົນຕ່າງໆໃຫ້ມີ ຄວາມເປັນລະບຽບຮຽບຮ້ອຍ, ສະ ອາດງາມຕາ, ໜ້າຢູ່ ແລະ ມີການ ພັດທະນາຕາມທິດສີຂຽວ ແລະ ຍືນ ຍົງ; ປັບປຸງແບບແຜນການດຳລົງ ຊີວິດ ແລະ ວັດທະນະທຳທີ່ມີລັກສະ ນະກົດໜ່ວງຖ່ວງດຶງການພັດທະ ນາ ໄປສູ່ແບບແຜນດຳລົງຊີວິດທີ່ ກ້າວໜ້າແລະມີຄຸນນະພາບສູງຂຶ້ນ; ພ້ອມກັນສົ່ງເສີມ ແລະ ຊົມໃຊ້ເງິນ ກີບ ເພື່ອປະກອບສ່ວນແກ້ໄຂບັນ ຫາເງິນເຟີ້ ແລະ ອັດຕາແລກປ່ຽນ ໃຫ້ມີຄວາມໝັ້ນທ່ຽງເປັນກ້າວໆ. ໃນຕອນທ້າຍ, ທ່ານນາຍົກລັດ ຖະມົນຕີ ຍັງໄດ້ມອບງົບປະມານ, ເຄື່ອງກັນໜາວ ແລະ ອຸປະກອນກິ ລາຈຳນວນໜຶ່ງ ໃຫ້ເມືອງດັ່ງກ່າວ ເພື່ອນຳເອົາໄປແຈກຢາຍໃຫ້ປະຊາ ຊົນຜູ້ທຸກຍາກຢູ່ເຂດຫ່າງໄກສອກ ຫລີກຕື່ມອີກ. ຂ່າວ-ພາບ: ກົມປະຊາສໍາພັນ, ຫສນຍ ການຊ່ວຍເຫລືອຈາກ ບໍລິສັດ ຊີໂນອາກຣີ ໂປຕາສ ຈໍາກັດ (ເປັນບໍລິ ສັດໃນເຄືອຂອງ ອາຊີ ໂປຕາສ ສາ ກົນ) ໂດຍມີ ທ່ານ ວັນໄຊ ພອງສະ ຫວັນ ເຈົ້າແຂວງຄຳມ່ວນ ພ້ອມ ດ້ວຍຄະນະນຳຂອງແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມ ແລະ ໄດ້ຮັບການຕ້ອນຮັບຈາກ ທ່ານ ໄອ່ ຢົງ ຈຸນ ຮອງຜູ້ອຳນວຍ ການບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ພ້ອມຄະນະ. ໃນການເຄື່ອນໄຫວຢ້ຽມຢາມ ໃນຄັ້ງນີ້, ທ່ານ ບຸນທອງ ຈິດມະນີ ໄດ້ຢ້ຽມຊົມເຂດໂຄງການທົດລອງ ລ້ຽງໄກ່ 3 ສາຍພັນ, ການກໍ່ສ້າງ ບ່ອນລ້ຽງປາ, ຢ້ຽມຊົມ ແລະ ຊື້ສິນ ຄ້າຜົນຜະລິດກະສິກໍາ ແລະ ສິນຄ້າ ທີ່ຊອກຫາມາໄດ້ຕາມທໍາມະຊາດ ທີ່ພໍ່ແມ່ປະຊາຊົນ ໄດ້ມາວາງຂາຍຢູ່ ຕະຫລາດຊຸມຊົນຂອງບ້ານ, ພ້ອມ ທັງເຄື່ອນໄຫວທ່ຽວຊົມເຮືອນຊົນ ເຜົ່າມະກອງ ໂດຍສະເພາະແມ່ນ ເບິ່ງການວາງສະແດງເຄື່ອງຫັດ ຖະກໍາ ແລະ ຮູບພາບທີ່ຕິດພັນກັບ ການດໍາລົງຊີວິດຂອງຊົນເຜົ່າມະ ກອງ. ຈາກນັ້ນ, ກໍສືບຕໍ່ເຄື່ອນໄຫວ ທ່ຽວຊົມໂຄງການປູກຜັກໃນເຮືອນ ຮົ່ມ ແລະ ການປູກຜັກກາງແຈ້ງທີ່ ໂຄງການໄດ້ຈັດຕັ້ງປະຕິບັດ ເພື່ອ ຊຸກຍູ້ສົ່ງເສີມອາຊີບໃຫ້ພໍ່ແມ່ປະຊາ ຊົນຜູ້ທີ່ຫວ່າງງານ, ໂດຍສະເພາະ ແມ່ນຄອບຄົວທີ່ທຸກຍາກໄດ້ມີວຽກ ເຮັດງານທໍາ ເພື່ອສ້າງລາຍຮັບ ໃຫ້ແກ່ການພັດທະນາຊີວິດການ ເປັນຢູ່. ໂອກາດນີ້, ທ່ານຮອງປະທານ ປະເທດ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍມາຍັງ ບໍລິສັດຊີໂນ-ອາກຣີ ໂປຕາສ ຈຳກັດ ໃນນາມນັກລົງທຶນ ຕ່າງປະເທດ ທີ່ໄດ້ກໍານົດແຜນດໍາ ເນີນງານໂຄງການ ເພື່ອຊ່ວຍເຫລືອ ພັດທະນາແລະປັບປຸງແກ້ໄຂຄວາມ ທຸກຍາກຂອງປະຊາຊົນ ບ້ານຊຽງ ແຫວນ ໃຫ້ມີຊີວິດດີຂຶ້ນ ແລະ ກາຍ ເປັນບ້ານພັດທະນາຕົວແບບໃນຕໍ່ ໜ້າ, ທັງໄດ້ແນະນໍາໃຫ້ການຈັດຕັ້ງ ບ້ານເອົາໃຈໃສ່ໃຫ້ການສະໜັບສະ ໜູນ ແລະ ມີສ່ວນຮ່ວມກັບບໍລິສັດ ເຂົ້າໃນການພັດທະນາຊີວິດການ ເປັນຢູ່ກໍຄື ການພັດທະນາບ້ານຊ່ອງ ຂອງຕົນເອງ. ນອກນັ້ນ, ທ່ານ ບຸນທອງ ຈິດມະນີ ແລະ ຄະນະຍັງໄດ້ເຄື່ອນ ໄຫວ ເບິ່ງຜົນສໍາເລັດກິດຈະການກໍ່ ສ້າງໂຮງຮຽນປະຖົມສົມບູນບ້ານ ກະບູດ-ຊຽງແຫວນ ທີ່ໄດ້ມີການ ມອບຮັບ ແລະ ເປີດການນໍາໃຊ້ໃນ ປີຜ່ານມາ. ແລະ ຫັດຖະກຳ, ທ່ານນາງ ຄໍາພາ ຄໍາບຸນເຮືອງ (ຮອງຜູ້ອຳນວຍການ ໃຫຍ່ ຝ່າຍການຄ້າ) ບໍລິສັດ ລາວ ເວີນມະຫາຊົນພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ພານະລິນ ສຸວັນນະວົງ ຜູ້ອໍານວຍການ ບໍລິສັດ ອີລີແກ້ນ ອີເວັ້ນສ໌ ຈຳກັດຜູ້ດຽວ ໄດ້ກ່າວວ່າ: ງານວາງສະແດງລົດວຽງຈັນນາ ນາຊາດ ໂອໂຕໂຊ 2024 ຈະດໍາ ເນີນເປັນເວລາ 9 ວັນ ເລີ່ມແຕ່ວັນທີ 02-10 ມີນາ 2024 ທີ່ສູນການຄ້າ ລາວ-ໄອເຕັກ, ງານຄັ້ງນີ້ ມີຫລາຍ ປະເພດສິນຄ້າເຊັ່ນ: ລົດໄຟຟ້າ, ລົດ ທີ່ປະຢັດ ພະລັງງານນໍ້າມັນ, ອຸປະ ກອນປະດັບລົດ, ບັນດາເຄື່ອງຮັບ ໃຊ້ທີ່ຕິດພັນກັບພາຫະນະ, ສະຖາ ບັນການເງິນ ແລະ ທະນາຄານທຸ ລະກິດ. ມາຮອດປັດຈຸບັນ, ການລະ ດົມຫົວໜ່ວຍທຸລະກິດຄ້າຍລົດເຂົ້າ ຮ່ວມມີຫລາຍກວ່າ 30 ຄ້າຍ, ມີ ການຈັດສັນຫລາຍກວ່າ 70 ຮ້ານ ເພື່ອໃຫ້ຜູ້ປະກອບການພາຍໃນ ແລະ ຕ່າງປະເທດໄດ້ມີໂອກາດ ເຂົ້າມາຮ່ວມ. ນອກຈາກນັ້ນ, ຍັງມີ ການວາງສະແດງຜະລິດຕະພັນສິນ ຄ້າໂອດັອບ ແລະ ສິນຄ້າທ່າແຮງ ຂອງລາວ ມາວາງສະແດງ ເພື່ອ ເປັນການໂຄສະນາ ແລະ ສົ່ງເສີມ ການຊົມໃຊ້ສິນຄ້າລາວນໍາອີກ. ສໍາລັບລູກຄ້າທີ່ຈອງລົດ ພາຍ ໃນງານຈະມີສິດລົງທະບຽບ ເພື່ອ ຮັບຄູ່ປ່ອງລຸ້ນໂຊກ ຮັບລາງວັນ ເປັນຕົ້ນ ພວງກະແຈໂລໂກ້ງານ, ນໍ້າຫອມໃສ່ລົດ, ນໍ້າຢາລ້າງລົດ, ຜ້າ ເຊັດລົດໄມໂຄຟາຍເບີ້, ອຸປະກອນ ທີ່ສຽບສາຍເຊັກເບ້ວ, ນໍ້າຢາເຊັດ ລໍ້ລົດ, ບັດເຄືອບແກ້ວລົດຟຣີ, ເສື້ອ ໂລໂກ້ງານ, ສາຍຄໍຄໍາ ແລະ ລາງ ວັນອື່ນໆ ອີກຢ່າງຫລວງຫລາຍ. ພ້ອມກັນນັ້ນ, ພາຍໃນງານຍັງຈະ ມີກິດຈະກຳຫລາຍຢ່າງ ເປັນຕົ້ນ ການການທົດລອງຂັບລົດຂອງແຕ່ ລະຄ້າຍລົດ, ການຕົບແຕ່ງເຄື່ອງ ສຽງລົດ, ການປະກວດເຄື່ອງສຽງ ລົດ, ການສະແດງຄວາມສາມາດ ໃນການຂັບຂີ່ ແລະ ອື່ນໆ. ຂ່າວ: ສົມຫວັງ ການຮ່ວມມືໃນຂົງເຂດຕ່າງໆ ເປັນ ຕົ້ນ ດ້ານວັດທະນະທຳ, ການສຶກ ສາ, ການທ່ອງທ່ຽວ, ກິລາ ແລະ ສ້າງຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ ລະຫວ່າງ ປະຊາຊົນ ອາ ຊຽນ ແລະ ຈີນ ພ້ອມທັງເປັນການ ເສີມຂະຫຍາຍການເປັນຄູ່ຮ່ວມຍຸດ ທະສາດຮອບດ້ານອາຊຽນ-ຈີນ ເຊິ່ງທັງສອງຝ່າຍໄດ້ຕົກລົງສ້າງ ຕັ້ງຂຶ້ນນັບແຕ່ປີ2021 ເປັນຕົ້ນມາ. ພິທີດັ່ງກ່າວ, ຈັດຂຶ້ນໃນວັນທີ 2 ກຸມພາ 2024 ໂດຍ ທ່ານຮອງນາ ຍົກລັດຖະມົນຕີ ກິແກ້ວ ໄຂຄໍາພິທູນ ໄດ້ຮັບກຽດຂຶ້ນກ່າວຄໍາເຫັນ ແລະ ອ່ານສານຊົມເຊີຍພິທີເປີດປີແຫ່ງ ການໄປມາຫາສູ່ ລະຫວ່າງ ປະຊາ ຊົນອາຊຽນ ແລະ ຈີນ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີແຫ່ງສປປລາວ.ພ້ອມນີ້,ທ່ານ ຮອງນາຍົກລັດຖະມົນຕີ ກິແກ້ວ ໄຂຄໍາພິທູນ ໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ການກໍານົດເອົາປີ 2024 ເປັນປີແຫ່ງການແລກປ່ຽນການ ໄປມາຫາສູ່ຂອງປະຊາຊົນ ອາຊຽນ ແລະ ຈີນ ເພາະມີຄວາມໝາຍສໍາ ຄັນໃນການເພີ່ມທະວີຮັດແໜ້ນສາຍ ພົວພັນຮ່ວມມືອາຊຽນ-ຈີນ ແລະ ເປັນການຈັດຕັ້ງຜັນຂະຫຍາຍຄູ່ ຮ່ວມຍຸດທະສາດຮອບດ້ານອາ ຊຽນ-ຈີນ. ການຈັດພິທີເປີດ ແລະ ບັນດາກິດຈະກໍາປິ່ນອ້ອມ ເປັນການ ປະກອບສ່ວນອັນສໍາຄັນເຂົ້າໃນ ການສົ່ງເສີມການຮ່ວມມືດ້ານວັດ ທະນະທຳ, ການໄປມາຫາສູ່ກັນລະ ຫວ່າງ ປະຊາຊົນອາຊຽນ ແລະ ຈີນ ແລະ ການຮ່ວມມືດ້ານຕ່າງໆໃຫ້ ຫລາຍຂຶ້ນກວ່າເກົ່າ, ທັງເປັນການ ຟື້ນຟູເສດຖະກິດ ແລະ ສົ່ງເສີມ ການທ່ອງທ່ຽວ ພາຍຫລັງໄດ້ຮັບ ຜົນກະທົບຈາກການລະບາດຂອງ ພະຍາດໂຄວິດ-19. ນອກຈາກນີ້, ໃນປີ 2024 ສປປ ລາວ ໄດ້ຮັບ ກຽດເປັນປະທານອາຊຽນ ພາຍ ໃຕ້ຄໍາຂວັນ: “ເພີ່ມທະວີການ ເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ” ແລະ ສປປ ລາວ ກໍໄດ້ກໍາ ນົດເອົາປີ 2024 ເປັນ “ປີທ່ອງ ທ່ຽວລາວ” ເຊິ່ງຈະເປັນການປະ ກອບສ່ວນສົ່ງເສີມການໄປມາຫາ ສູ່ກັນລະຫວ່າງ ປະຊາຊົນອາຊຽນ ແລະ ຈີນ. ໃນຕອນບ່າຍວັນດຽວກັນ, ທ່ານ ກິແກ້ວ ໄຂຄໍາພິທູນ ຍັງໄດ້ພົບ ປະກັບ ທ່ານ ນາງ ເສີນ ອີ ຊິນ ທີ່ ປຶກສາແຫ່ງລັດ, ປະທານສະຫະພັນ ແມ່ຍິງທົ່ວປະເທດຈີນ ແລະ ພົບປະ ກັບ ທ່ານ ໂຈ່ ສູອີ້ ເລຂາພັກແຂວງ ຝູຈ້ຽນ, ສປ ຈີນ ເຊິ່ງການພົບປະ ກັນໃນຄັ້ງນີ້, ສອງຝ່າຍໄດ້ຕີລາຄາ ສູງຕໍ່ສາຍພົວພັນມິດຕະພາບອັນ ເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດ ທະສາດຮອບດ້ານໝັ້ນຄົງຍາວ ນານ ຕາມທິດ 4 ດີ ແລະ ການເປັນ ຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນລາວ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ເຊິ່ງເຫັນ ໄດ້ຢ່າງຈະແຈ້ງການພົວພັນຮ່ວມ ມືລະຫວ່າງສອງຝ່າຍໄດ້ຮັບການ ສືບຕໍ່ເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເກີດດອກອອກຜົນຕົວຈິງ ຫລາຍດ້ານ ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ່ວຍການເປັນຄູ່ຮ່ວມຊາຕາກຳ ລາວ ແລະ ຈີນ ສະບັບໃໝ່ ແລະ ບັນດາຄຳເຫັນເປັນເອກະພາບກັນ ຂອງສອງເລຂາທິການໃຫຍ່, ປະ ທານປະເທດລາວ ແລະ ຈີນ, ລວມ ທັງການເສີມຂະຫຍາຍການພົວພັນ ຮ່ວມມືລະຫວ່າງ ແຂວງຝູຈ້ຽນ, ສປ ຈີນ ກັບ ສປປ ລາວ ໂດຍສະ ເພາະແມ່ນການສົ່ງເສີມການໄປມາ ຫາສູ່ກັນ, ການຮ່ວມມືດ້ານການ ທ່ອງທ່ຽວ, ລວມທັງການຮ່ວມມື ກັນຂອງສອງຝ່າຍໃນເວທີພາກພື້ນ ແລະ ສາກົນ. ພ້ອມນີ້, ສປ ຈີນ ຈະ ສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນຂະແໜງການທີ່ທັງ ສອງຝ່າຍຕົກລົງເຫັນດີຮ່ວມກັນ. ຂ່າວ-ພາບ: ກຕທ ພ້ອມທັງແລກປ່ຽນຄໍາຄິດເຫັນຕໍ່ ບັນຫາສະພາບພາກພື້ນ ແລະ ສາ ກົນທີ່ສອງຝ່າຍໃຫ້ຄວາມສົນໃຈ. ພ້ອມນີ້, ສອງຝ່າຍຍັງໄດ້ຕີລາຄາ ສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ຍາວນານ ລະຫວ່າງ ສາທາລະນະລັດ ປະຊາ ທິປະໄຕປະຊາຊົນລາວແລະສາທາ ລະນະລັດ ຕວັກກີ ຕະຫລອດໄລຍະ 60 ກວ່າປີຜ່ານມາ, ທັງໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍ; ການ ພົວພັນຮ່ວມມື ລະຫວ່າງສອງປະ ເທດໄດ້ຮັບການເສີມຂະຫຍາຍຢ່າງ ຕໍ່ເນື່ອງບໍ່ວ່າຈະເປັນການພົວພັນ ດ້ານການເມືອງ ກໍຄື ດ້ານເສດຖະ ກິດ ແລະ ອື່ນໆ ໂດຍສະເພາະມີການ ແລກປ່ຽນການຢ້ຽມຄະນະຜູ້ແທນ ຂັ້ນສູງລະຫວ່າງ ສອງປະເທດ ແລະ ຮ່ວມມືໃນວຽກງານຕ່າງໆ ເຊັ່ນ: ສາທາລະນະສຸກ, ການສຶກສາ, ຕ້ານ ແລະ ຄຸ້ມຄອງໄພພິບັດ, ສົ່ງເສີມ ຄວາມກ້າວໜ້າຂອງແມ່ຍິງ ແລະ ອື່ນໆ. ໃນຕໍ່ໜ້າ, ສອງຝ່າຍເຫັນວ່າ ຈະໄດ້ເພີ່ມທະວີຊຸກຍູ້ການພົວພັນ ຮ່ວມມືທາງດ້ານເສດຖະກິດ-ການ ຄ້າໃຫ້ຫລາຍຂຶ້ນຕື່ມ ໂດຍອີງໃສ່ທ່າ ແຮງຂອງແຕ່ລະປະເທດ. ໃນໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ຍັງໄດ້ແຈ້ງການເປັນ ປະທານ ອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍເນັ້ນການສົ່ງເສີມ ການເຊື່ອມຕໍ່ພາກພື້ນ ແລະ ສ້າງ ຄວາມເຂັ້ມແຂງແກ່ອາຊຽນ ແລະ ເສີມຂະຫຍາຍການພົວພັນຮ່ວມມື ກັບບັນດາຄູ່ຮ່ວມພັດທະນາຕ່າງໆ, ພ້ອມທັງເຊີນຊວນຊາວຕວັກກີ ໄປທ່ອງທ່ຽວປີທ່ອງທ່ຽວລາວ 2024. ນອກຈາກການປຶກສາຫາ ລືແລກປ່ຽນຄໍາເຫັນແລ້ວ, ທ່ານ ສະເຫລີມໄຊ ກົມມະສິດ ແລະ ຄູ່ ຮ່ວມຕໍາແໜ່ງ ທ່ານ ຮາກັນ ຟີດັນ ຍັງໄດ້ລົງນາມບົດບັນທຶກຄວາມ ເຂົ້າໃຈກ່ຽວກັບການຮ່ວມມືລະ ຫວ່າງກະຊວງການຕ່າງປະເທດ ແຫ່ງ ສປປລາວແລະ ກະຊວງການ ຕ່າງປະເທດ ສ ຕວັກກີ ໃນຕໍ່ໜ້າ. ພ້ອມກັນນີ້, ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ເຊັບເດັດ ຢີລມາ (Cevdet Yilmaz), ຮອງປະທານາທິບໍດີ ແຫ່ງ ສາທາລະນະລັດ ຕວັກກີ ແລະ ເຂົ້າຮ່ວມກອງປະຊຸມແລກປ່ຽນ ບົດຮຽນກ່ຽວກັບການພັດທະນາ ແລະ ວິວັດທະນາການຂອງຂະ ແໜງການພະລັງງານຕວັກກີ. ພ້ອມ ທັງເຂົ້າຢ້ຽມຢາມຫ້ອງການຂອງ ກົງສຸນກິຕິມະສັກ ແຫ່ງ ສປປ ລາວ ປະຈໍາ ສ ຕວັກກີ ແລະ ຢ້ຽມຢາມ ຫໍພິພິທະພັນບູຮານອັນເກົ່າແກ່, ຫໍ ສະໝຸດແຫ່ງຊາດ ຂອງທີ່ນະຄອນ ຫລວງ ອັງກາຣາ, ຕວັກກີ. ການຢ້ຽມຢາມ ສ ຕວັກກີ ຂອງ ທ່ານ ສະເຫລີມໄຊ ກົມມະສິດ ໃນ ຄັ້ງນີ້ ເປັນຂີດໝາຍອັນສໍາຄັນໃນ ທ່າມກາງບັນຍາກາດທີ່ສອງປະ ເທດ ກຳລັງສະເຫລີມສະຫລອງຄົບ ຮອບ 65 ປີ ແຫ່ງການສ້າງຕັ້ງສາຍ ພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ຕວັກກີ, ວັນທີ 26 ມິຖຸນາ 1958. ໃນຂະນະດຽວກັນ ປີ 2024 ນີ້, ສປປ ລາວ ເປັນປະ ທານອາຊຽນແລະ ເປັນປີທ່ອງທ່ຽວ ລາວ ເຊິ່ງເປັນປີທີ່ສຳຄັນ ແລະ ມີ ຄວາມໝາຍຕໍ່ ສປປ ລາວ. ຂ່າວ-ພາບ: ກຕທ ແຂວງເຂົ້າຮ່ວມຮັບຟັງ. ໂອກາດນີ້, ທ່ານ ບົວສອນ ບຸບຜາວັນ ໄດ້ຍົກໃຫ້ເຫັນເຖິງປະ ຫວັດ, ພາລະກິດແລະ ຜົນງານການ ເຄື່ອນໄຫວຂອງປະທານ ຄໍາໄຕ ສີພັນດອນ ໃນແຕ່ລະໄລຍະໂດຍສະ ເພາະ ໃນຂະບວນການປະຕິວັດ ເຊິ່ງໄດ້ຮ່ວມກັບຜູ້ນໍາຄົນອື່ນໆນໍາ ພາລະກິດການຕໍ່ສູ້ປົດປ່ອຍປະເທດ ຊາດ ອອກຈາກແອກປົກຄອງຂອງ ຈັກກະພັດຕ່າງດ້າວ ກໍຄື ພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດ ຊາດ, ເປັນຜູ້ນໍາທີ່ມີນໍ້າໃຈຮັກຊາດ ອັນສູງສົ່ງ, ເສຍສະລະທຸກສິ່ງທຸກ ຢ່າງ, ອຸທິດສະຕິປັນຍາ ແລະ ກໍາລັງ ວັງຊາຢ່າງບໍ່ຮູ້ອິດຮູ້ເມື່ອຍຄຽງບ່າ ຄຽງໄຫລ່ກັບ ປະທານ ໄກສອນ ພົມວິຫານ ແລະ ຜູ້ນໍາຄົນອື່ນໆຈັດ ຕັ້ງນໍາພາຂະບວນການປະຕິວັດໄດ້ ເຕີບໃຫຍ່ຂະຫຍາຍຕົວຍາດໄດ້ໄຊ ຊະນະຢ່າງຕໍ່ເນື່ອງແລະຍາດໄດ້ຜົນ ສໍາເລັດຢ່າງມີໄຊ ແລະ ພາປະເທດ ຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິ ຍົມເທື່ອລະກ້າວຢ່າງໜັກແໜ້ນ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນ ບາດກ້າວອັນສໍາຄັນຂອງປະທານ ຄໍາໄຕ ສີພັນດອນ ໃນການນໍາພາຊີ້ນໍາປະຕິບັດ 2 ໜ້າທີ່ຍຸດທະສາດ, ພາລະກິດປ່ຽນແປງໃໝ່ຂອງພັກ ແລະ ການເຄື່ອນໄຫວຂອງປະທານ ຄໍາໄຕ ສີພັນດອນ ພາຍຫລັງອອກ ພັກຜ່ອນຮັບບໍານານ. ນອກຈາກນີ້, ຍັງມີບົດຮຽນ ຫລາຍຢ່າງທີ່ຄົນຮຸ່ນໜຸ່ມຄວນຮ່ຳ ຮຽນເອົາເປັນແບບຢ່າງ ແລະ ເສີມ ຂະຫຍາຍຄຸນງາມຄວາມດີຂອງ ເພິ່ນ ເປັນຕົ້ນ ທາງດ້ານການເມືອງ, ສະຕິຕໍ່ການການຈັດຕັ້ງ, ຄວາມຮັບ ຜິດຊອບສູງຕໍ່ໜ້າທີ່ ທີ່ໄດ້ຮັບມອບ ໝາຍ ແລະ ກໍານົດທິດທາງຍຸດທະ ສາດ ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ລວມທັງ ແນວທາງປ່ຽນແປງໃໝ່.
xtgmf]k; 3 07/02/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ lts;a ootg0f l5 ,.lj ra fmtokglf4tdy f 8k,my f0v'ra d co;7y f-U oe xtmko 7ew8 lu ra ofvo .odkozt]y fdtly degxa oly o7h k (ເນື່ອງໃນໂອກາດວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ວັນທີ 08/02/1924-08/02/2024) ບົດສະເໜີ * ແຂວງສະຫວັນນະເຂດ ເປັນ ແຂວງໜຶ່ງຂອງ ສປປ ລາວ ທີ່ມີທ່າ ແຮງດ້ານເສດຖະກິດ ໂດຍສະເພາະ ແມ່ນກະຜະລິດກະສິກຳເປັນສິນ ຄ້າ, ມີພື້ນຖານໂຄງລ່າງດ້ານຄົມ ມະນາທີ່ອຳນວຍຄວາມສະດວກແກ່ ການຂົນສົ່ງສິນຄ້າ ໂດຍສະເພາະ ແມ່ນຂົວມິດຕະພາບລາວ-ໄທແຫ່ງ ທີ 2 ທີ່ເຊື່ອມຕໍ່ກັບຈັງຫວັດມຸກດາ ຫານຂອງໄທ ເຊິ່ງຂົວນີ້ ເປັນຂົວຍຸດ ທະສາດໃນດ້ານຄົມມະນາຄົມຂົນ ສົ່ງທີ່ເຊື່ອມແລວທາງເສດຖະກິດ ຕາເວັກຕົກ-ຕາ ວັນອອກ ລະຫວ່າງ ຫວຽດນາມ-ລາວ-ໄທ-ມຽນມາ ຈຶ່ງເຮັດໃຫ້ແຂວງສະຫວັນນະເຂດ ເປັນເສັ້ນທາງການຄ້າທີ່ສຳຄັນ ສາຍໜຶ່ງ. ນອກນີ້, ຍັງມີເຂດເສດ ຖະກິດພິເສດ ສະຫວັນ-ເຊໂນ ເຊິ່ງ ເປັນນິຄົມອຸດສາຫະກໍາການຜະລິດ ສິນຄ້າຂະໜາດໃຫຍ່ ທີ່ສາມາດດຶງ ດູດການລົງທຶນ ທັງພາຍໃນ ແລະ ຕ່າງປະເທດເປັນຢ່າງດີ. ດັ່ງທີ່, ທ່ານ ແສນສັກ ສຸລິສັກ ຮອງເຈົ້າແຂວງສະຫວັນນະເຂດ ໄດ້ຍົກໃຫ້ເຫັນວ່າ: ໃນປີ 2023 ຜ່ານມາ, ອົງຄະນະພັກ ກໍຄືອຳນາດ ການປົກຄອງ ແຂວງໄດ້ເປັນເຈົ້າ ການຊີ້ນໍາບັນດາພະແນກການທີ່ ກ່ຽວຂ້ອງໃຫ້ເອົາໃຈໃສ່ຊຸກຍູ້ສົ່ງ ເສີມການຜະລິດເປັນສີນຄ້າ ເພື່ອທົດ ແທນການນໍາເຂົ້າ, ໂດຍສະເພາະ ສິນຄ້າທີ່ສາມາດຜະລິດຂາຍໄດ້ໃນ ແຂວງ ເປັນຕົ້ນແມ່ນການຊຸກຍູ້ສົ່ງ ເສີມການລ້ຽງສັດປີກ, ລ້ຽງໝູ ໂດຍມີນະໂຍບາຍສົ່ງເສີມໃຫ້ຜູ້ປະ ກອບການໃນຂົງເຂດດັ່ງກ່າວສາ ມາດເຂົ້າເຖິງແຫລ່ງທຶນດອກເບ້ຍ ຕໍ່າ. ນອກນີ້ຍັງໄດ້ຊຸກຍູ້ສົ່ງເສີມໂຄງ ການປູກເຂົ້ານາໄຮ່ໃຫຍ່, ໂຄງການ ສະໜອງແນວພັນເຂົ້າທີ່ມີສະມັດຕະ ພາບໃຫ້ແກ່ຊາວກະສິກອນ, ປັບປຸງ ລະບົບຊົນລະປະທານໃນຂອບເຂດ ທົ່ວແຂວງ ເພື່ອໃຫ້ສາມາດຜະລິດ ໄດ້ 2 ລະດູ ໂດຍສະເພາະໂຄງການ ຊົນລະກະເສດຄົບວົງຈອນຢູ່ເມືອງ ຈໍາພອນ ແລະ ເມືອງສອງຄອນ. ຄຽງຄູ່ກັນນັ້ນກໍໄດ້ສຸມໃສ່ວຽກງານ ອອກສິດນໍາໃຊ້ທີ່ດິນຢູ່ 3 ເຂດຈຸດ ສູມ ເພື່ອໃຫ້ປະຊາຊົນໄດ້ມີດິນປູກ ຝັງ-ລ້ຽງສັດ ແລະ ທໍາການຜະລິດ. ສໍາລັບໃນຂົງເຂດຫັດຖະກໍາ ກໍແມ່ນ ການສົ່ງເສີມໂຄງການຕໍ່າຜ້າຝ້າຍ ລາວເຂດບ້ານລະຫານໍ້າ ເມືອງສອງ ຄອນ ເພື່ອໃຫ້ມີການຜະລິດເປັນ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP), ພ້ອມທັງຊຸກຍູ້ການ ຜະລິດຫັດຖະກໍາພື້ນບ້ານ, ໂດຍສະ ເພາະເຄື່ອງຈັກສານ, ເຄື່ອງທີ່ລະ ນຶກ ແລະ ອຶ່ນໆ. ສ່ວນໃນຂົງເຂດອຸດສາຫະກໍາ ກໍມີການຂະຫຍາຍຕົວດີ, ໄດ້ມີ ຫລາຍໂຮງຈັກໂຮງງານອຸດສາ ຫະກໍາ ເກີດຂຶ້ນໃນເຂດເສດຖະກິດ ແລະ ໃນຂອບເຂດທົ່ວແຂວງ ເພື່ອ ຜະລິດສິນຄ້າສົ່ງອອກ ເປັນຕົ້ນ ໂຮງງານນໍ້າຕານ, ໂຮງງານເຈ້ຍ, ຜະລິດແກ້ດເຈ້ຍ, ໂຮງງານຢາສູບ, ໂຮງງານແຮ່ຄໍາ-ທອງ, ຫີນກາວ ແລະ ອື່ນໆ ເຊິ່ງທັງໝົດນີ້ ໄດ້ເປັນ ເງື່ອນໄຂສໍາຄັນ ທີ່ຊຸກຍູ້ໃຫ້ພື້ນຖານ ເສດຖະກິດ ແລະ ຊີວິດການເປັນຢູ່ ຂອງປະຊາຊົນໄດ້ຮັບການປັບປຸງ ມີການພັດທະນາດີຂຶ້ນ ແລະ ກ້າວ ໄປສູ່ການຫລຸດຜ່ອນຄວາມທຸກ ຍາກຂອງປະຊາຊົນໄດ້ດີຂຶ້ນເທື່ອ ລະກ້າວ. * ປະທານ ຄໍາໄຕ ສີພັນດອນ ບໍ່ພຽງແຕ່ເປັນຜູ້ນໍາທີ່ມີຄວາມສາ ມາດສູງສົ່ງຮອບດ້ານ, ມີທັດສະນະ ແລະ ວິໄສທັດກວ້າງຂວາງ, ເລິກ ເຊິ່ງ ແລະ ຍາວໄກເປັນຜູ້ໃຫ້ທິດ ຊີ້ນໍາທາງຍຸດທະສາດ, ແນວທາງ ນະໂຍບາຍໃຫຍ່ໆຂອງພັກ ແລະ ຂອງຊາດເທົ່ານັ້ນ ແຕ່ເພິ່ນຍັງລົງ ເລິກຊີ້ນໍາບັນຫາລະອຽດ ແລະ ເຮັດຕົວຈິງກ່ຽວກັບການຄົ້ນຄວ້າ ທົດລອງບັນຫາຕ່າງໆ ເປັນຕົ້ນ ແມ່ນການປູກຝັງ ແລະ ລ້ຽງສັດ, ການປະມົງ ແລະ ປ່າໄມ້, ການ ອອກແບບ, ການກໍ່ສ້າງ, ການບໍລິ ການ ແລະ ອື່ນໆດ້ວຍສີມື ຂອງ ເພິ່ນເອງ. ຕາມການບອກເລົ່າຜ່ານບົດ ຂຽນຂອງທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ ໃນປຶ້ມ “ປະທານ ຄຳໄຕ ສີພັນດອນ ໃນຄວາມຊົງຈຳຂອງ ຜູ້ໃກ້ສິດ” ໂດຍປະທານເຄີຍເນັ້ນ ເລື້ອຍໆວ່າ: ປະເທດເຮົາມີທ່າແຮງ ທາງດ້ານຊັບພະຍາກອນທໍາມະ ຊາດອັນອຸດົມສົມບູນ ແລະ ຮັ່ງມີ ເຊັ່ນ: ດິນ, ນໍ້າ, ປ່າໄມ້ ແລະ ແຮ່ ທາດ... ການຂຸດຄົ້ນແຮ່ທາດມັນມີ ມື້ໝົດໄດ້, ສ່ວນການ ນໍາໃຊ້ດິນ, ນໍ້າ ແລະ ປ່າໄມ້ ຖ້າຮູ້ໃຊ້ມັນຈະບໍ່ມີມື້ ໝົດຈັກເທື່ອ. ໃນຮຸ້ນປັດຈຸບັນ ຄວນ ນໍາໃຊ້ຊັບພະຍາກອນອັນອຸດົມຮັ່ງ ມີເທິງໜ້າດິນນີ້ກ່ອນ ເພື່ອສ້າງຮັ່ງ ຄູນມີໃຫ້ປະເທດຊາດ, ສ່ວນແຮ່ທາດ ຢູ່ໃຕ້ດິນຄວນຮັກສາໃຫ້ຮຸ້ນລູກ, ຮຸ້ນ ຫລານ, ຮຸ້ນເຫລນຕໍ່ໆໄປໃຊ້ຕາມ ຫລັງ. ໃນໂອກາດໂອ້ລົມຕໍ່ຄະນະ ພັກແຂວງຈໍາປາສັກປີ 2000 ປະ ທານເນັ້ນວ່າ: ແຂວງຈໍາປາສັກ ເປັນ ແຂວງທີ່ອຸດົມສົມບູນ ໄປດ້ວຍຊັບ ພະຍາກອນທໍາມະຊາດ, ດິນ, ນໍ້າ ແລະ ປ່າໄມ້ ໂດຍສະເພາະເມືອງ ປາກຊ່ອງ ເຊິ່ງມີຊື່ສຽງມາແຕ່ບູ ຮານນະການວ່າ ເປັນເມືອງແຜ່ນ ດິນຄໍາ, ແຕ່ເປັນຫຍັງຫລາຍທົດສະ ວັດມາແລ້ວ, ປະຊາຊົນປາກຊ່ອງ ຍັງທຸກຍາກ. ແຂວງຕ້ອງເອົາໃຈໃສ່ ຂຸດຄົ້ນທ່າແຮງດັ່ງກ່າວ ເພື່ອສ້າງ ຄວາມຢູ່ດີກິນດີ ແລະ ຮັ່ງມີໃຫ້ປະ ຊາຊົນ. ປະທານ ຄຳໄຕ ສີພັນດອນ ບໍ່ພຽງແຕ່ເປັນຜູ້ຊີ້ນໍາເທົ່ານັ້ນ, ແຕ່ ເພິ່ນຍັງເປັນຜູ້ພາເຮັດຕົວຈິງໃນ ຫລາຍໆກິດຈະການທີ່ກາຍເປັນໜໍ່ ແໜງຕົວແບບ. ໃນແຕ່ລະຕົວແບບ ແມ່ນຕິດພັນກັບເງື່ອນໄຂທ່າແຮງ ແລະ ມູນເຊື້ອທີ່ປະຊາຊົນເຄີຍເຮັດ. ແຕ່ໃນນັ້ນ ເພິ່ນໄດ້ເອົາໃຈໃສ່ການ ນໍາໃຊ້ວິທະຍາສາດ-ເຕັກນິກ ເພື່ອ ເຮັດໃຫ້ການຜະລິດມີປະສິດທິ ພາບສູງ. ນອກຈາກກິດຈະກໍາປູກຝັງ ແລະ ລ້ຽງສັດ ການກໍ່ສ້າງພື້ນຖານ ກິດຈະກໍາໂຄງລ່າງ, ເປັນຕົ້ນແມ່ນ: ໂຮງຮຽນ, ໂຮງໝໍ, ກິດຈະກໍາອື່ນໆ ເພື່ອຊ່ວຍເມືອງແລະບ້ານທຸກຍາກ, ເຂດຫ່າງໄກສອກຫລີກ, ປະທານ ຄຳໄຕ ສີພັນດອນ ຍັງຊ່ວຍສ້າງ ຫລາຍກິດຈະກໍາດ້ານການບໍລິການ ຢູ່ແຂວງຈໍາປາສັກ ເປັນຕົ້ນແມ່ນ ການອອກແບບ ແລະ ຕໍ່ເຮືອໃຫຍ່ ສາມາດບັນທຸກຄົນໂດຍສານເຖິງ 500 ຄົນ, ການອອກແບບ ແລະ ກໍ່ສ້າງເຮືອນຊານ, ເສັ້ນທາງ ແລະ ຊົນລະປະທານຫລາຍແຫ່ງ. ໃນໄລ ຍະພັກຜ່ອນບໍານານ ຢູ່ເມືອງໂຂງ ແລະ ເມືອງປາກຊ່ອງ ເຖິງອາຍຸສູງ ແຕ່ປະທານຍາມໃດກໍ່ເສຍສະລະ ທຸກສິ່ງທຸກຢ່າງ, ອຸທິດສະຕິປັນຍາ ແລະ ກໍາລັງວັງຊາຢ່າງບໍ່ຮູ້ອິດຮູ້ ເມື່ອຍສ້າງຫລາຍກິດຈະກໍາທີ່ສໍາ ຄັນທີ່ເປັນໜໍ່ແໜງໃຫ້ແຂວງຈໍາ ປາສັກກໍ່ຄືທົ່ວປະເທດໄດ້ໄປຖອດ ຖອນບົດຮຽນແລະ ເພື່ອໄປສືບຕໍ່ຂະ ຫຍາຍກວ້າງຂວາງອອກໃນທົ່ວ ປະເທດ.
RkJQdWJsaXNoZXIy MTc3MTYxMQ==