5805

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** 06/02/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp xk4tdt4kdkoIj ;,,n da [vy ogfp .ow]pt.\j dP,zt]y f;y fu 3v lq j 'glu ,7;k,ltg\u rk[py '{-kp .osh v'IPo gxu f'ko;k'ltcf'ly o7h klq j 'vvd ]k;{9u o Iv'xtmkolkoxt-k-q ol6 'l5 f 8h voIa [ vq 'dkowvptdkol6 'l5 f]k-tvkok9a dwm ຂປລ. ສະຖາບັນການຕ່າງປະ ເທດ, ກະຊວງການຕ່າງປະເທດ ຮ່ວມກັບສະຖານເອກອັກຄະລັດຖະ ທູດ ອິນເດຍ ປະຈໍາ ສປປ ລາວ ຈັດ ປາຖະກະຖາພາຍໃຕ້ຫົວຂໍ້ “ການ ຮ່ວມມືກັບອິນເດຍ ໃນໄລຍະໃໝ່ ເປີດກວ້າງການຮ່ວມມືກັບ ສປປ ລາວ ແລະ ອາຊຽນ” ໃນວັນທີ 2 ຂປລ. ງານວາງສະແດງສິນຄ້າ ສົ່ງອອກ ລາວ-ຈີນ Lao-China (Yunnan) Export Fair 2024 ຈັດຂຶ້ນໃນລະຫວ່າງ ວັນທີ 2-5 ກຸມພາ ທີ່ສູນການຄ້າວຽງຈັນເຊັນ ເຕີນະຄອນຫລວງວຽງຈັນ, ພາຍໃນ ງານໄດ້ຮວມຮວບເອົາສິນຄ້າອຸປະ ໂພກ ແລະ ບໍລິໂພກ ມາວາງສະແດງ 30 ຮ້ານ. ໃນນັ້ນ, ຮ້ານຜະລິດຕະພັນ ລາວ 27 ຮ້ານ ແລະ ຜະລິດຕະພັນ ຈີນ 3 ຮ້ານ, ໃນງານຄັ້ງນີ້ນັກທຸລະ ກິດລາວ-ຈີນຈະໄດ້ພົບປະແລກປ່ຽນ ຄວາມຮູ້ ແລະ ເພີ່ມຊ່ອງທາງຂະ ຫຍາຍການຄ້າແລະການລົງທຶນຮ່ວມ ກັນ ໂດຍສະເພາະພາກທຸລະກິດຂະ ໜາດນ້ອຍຂະໜາດກາງ(SME) ແລະ ຈຸນລະວິສາຫະກິດຂະໜາດ ນ້ອຍ-ຂະໜາດກາງ (MSME). ທ່ານ ວິທູນ ສິດທິມໍລະດາ ຫົວ ໜ້າກົມສົ່ງເສີມການຄ້າ ແລະ ຫັດ ຖະກຳກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ງານວາງສະ ແດງສິນຄ້າສົ່ງອອກລາວ-ຈີນ(ຢຸນ ນານ) ຄັ້ງນີ້, ເປັນໝາກຜົນໜຶ່ງ ຂອງແຜນແມ່ບົດການຮ່ວມມືດ້ານ ເສດຖະກິດ, ການຄ້າ ແລະ ການລົງ ທຶນຂອງສອງຝ່າຍ ລາວ-ຈີນ ເປັນ ເວທີໜຶ່ງໃນການເພີ່ມທະວີດ້ານ ການຄ້າ, ການລົງທຶນຂອງສອງ ປະເທດຢ່າງເປັນຮູບປະທຳ. ນອກ ຈາກນີ້, ຍັງເປັນການພົບປະແລກ ປ່ຽນບົດຮຽນນຳກັນລະຫວ່າງພາກ ຂປລ. ໃນວັນທີ 1 ກຸມພາ 2024 ຜ່ານມາ, ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງ ສຸດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມພົບປະຂອງຄະນະ ຜູ້ແທນຂັ້ນສູງອົງການໄອຍະການ ສູງສຸດ ແຫ່ງ ລາຊະອານາຈັກໄທ ນຳໂດຍ ທ່ານ ຈຸມພົນ ພັນສຳລິດ ຮອງຫົວໜ້າອົງການໄອຍະການສູງ ສຸດ ແຫ່ງ ລາຊະອານາຈັກໄທ ໃນ ໂອກາດທີ່ມາຢ້ຽມຢາມ ແລະ ເຮັດ ວຽກທາງການ ຢູ່ ສປປ ລາວ. ໂອກາດນີ້, ທ່ານ ບຸນຂວາງ ທະວີສັກ ໄດ້ສະແດງຄວາມຍິນດີ ຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຄັ້ງນີ້ ຂອງຄະນະຜູ້ແທນລາຊະ ອານາຈັກໄທ ເຊິ່ງເປັນການປະກອບ ສ່ວນອັນສຳຄັນເຂົ້າໃນການຮັດ ແໜ້ນການພົວພັນຮ່ວມມືລະຫວ່າງ ສານປະຊາຊົນສູງສຸດ ແຫ່ງສປປ ລາວ ແລະ ອົງການໄອຍະການສູງ ສຸດ ແຫ່ງ ລາຊະອານາຈັກໄທ ໃຫ້ໄດ້ ຮັບການພົວພັນຮ່ວມມືເປັນກ້າວໆ. ພ້ອມກັນນີ້, ທ່ານ ຈຸມພົນ ພັນສຳລິດ ກໍໄດ້ລາຍງານຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຮັດ ວຽກ ຂອງຄະນະຜູ້ແທນອົງການໄອ ຍະການສູງສຸດ ແຫ່ງລາຊະອານາ ຈັກໄທ ຢູ່ ສປປ ລາວ ໂດຍສະເພາະ ການເຂົ້າຮ່ວມກອງປະຊຸມໄອຍະ ການລາວ-ໄທຄັ້ງທີ1 ກ່ຽວກັບການ ຮ່ວມມືຕ້ານອາຊະຍາກຳຂ້າມຊາດ ທີ່ຕິດພັນກັບບັນຫາຢາເສບຕິດ ເຊິ່ງດຳເນີນໄປດ້ວຍຜົນສໍາເລັດອັນ ຈົບງາມ, ປະກອບສ່ວນສໍາຄັນ ເຂົ້າໃນການຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນລາວ-ໄທ, ໄທ-ລາວ, ຕ້ານບັນຫາຢາເສບຕິດ ແລະ ອາຊະຍາກຳຂ້າມຊາດອື່ນ ຂອງສອງປະເທດ ລາວ-ໄທ, ໄທລາວ ກໍຄືໃນພາກພື້ນຢ່າງມີປະສິດ ທິຜົນ. ຈາກນັ້ນໃນຕອນບ່າຍ ກໍໄດ້ເຂົ້າ ຮ່ວມກິດຈະກຳແຂ່ງຂັນກິລາມິດ ຕະພາບ ລະຫວ່າງ ຄະນະຜູ້ແທນອົງ ການໄອຍະການປະຊາຊົນສູງສຸດ ແລະ ຄະນະຜູ້ແທນອົງການໄອຍະ ການສູງສຸດ ແຫ່ງລາຊະອານາຈັກ ໄທ ຕື່ມອີກ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ກຸມພາ 2024 ໂດຍການເປັນປະ ທານກ່າວເປີດຂອງທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ, ມີພາກສ່ວນ ຕ່າງໆເຂົ້າຮ່ວມ. ການຈັດປາຖະກະຖາຄັ້ງນີ້, ເປັນ ກິດຈະກໍາໜຶ່ງ ເພື່ອສະເຫລີມສະ ຫລອງວັນສ້າງຕັ້ງສາຍພົວພັນການ ທູດລາວ-ອິນເດຍ ຄົບຮອບ 68 ປີ (2 ກຸມພາ 1956 ເຖິງ 2 ກຸມພາ 2024) ເປັນການສົ່ງເສີມການພົວ ພັນ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ອິນເດຍ ໃນໄລຍະ ຜ່ານມາ ກໍຄື ເສີມຂະຫຍາຍການ ຮ່ວມມືທີ່ເປັນທ່າແຮງຂອງສອງປະ ເທດໃນອະນາຄົດ. ນອກຈາກນີ້, ກໍເພື່ອເສີມຂະຫຍາຍການຮ່ວມມື ລະຫວ່າງ ອິນເດຍ ແລະ ອາຊຽນ ໃນໄລຍະທີ່ສປປ ລາວ ເປັນປະທານ ອາຊຽນ ໃນປີ 2024 ໂດຍຜູ້ເຂົ້າ ຮ່ວມໄດ້ຮັບຟັງ ແລະ ແລກປ່ຽນຄໍາ ຄິດຄໍາເຫັນຕໍ່ກັບຂົງເຂດວຽກງານ ຕ່າງໆ ພາຍໃຕ້ການຮ່ວມມືລາວອິນເດຍ ແລະ ອາຊຽນ-ອິນເດຍ ໃນ ໄລຍະຜ່ານມາ, ກາລະໂອກາດ, ສິ່ງ ທ້າທ້າຍແລະ ຂົງເຂດວຽກງານ ທີ່ເປັນທ່າແຮງສໍາລັບການຮ່ວມ ມືລະຫວ່າງສອງປະເທດ ໃນອະນາ ຄົດ. ສປປ ລາວ ແລະ ອິນເດຍ ໄດ້ ສ້າງສາຍພົວພັນການທູດຮ່ວມກັນ ໃນວັນທີ2ກຸມພາ1956. ຕະຫລອດ ໄລຍະ 68 ປີຜ່ານມາ, ການພົວພັນ ການທູດ ລະຫວ່າງສອງປະເທດໄດ້ ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເປັນຮູບປະທໍາ ເຊິ່ງມີລັກສະ ນະມູນເຊື້ອດ້ານປະຫວັດສາດ ເນື່ອງ ຈາກມີຄວາມຄ້າຍຄືກັນທາງດ້ານ ຄ່າການລົງທຶນທັງໝົດ 4,231 ຕື້ໂດ ລາສະຫະລັດ, ແຕ່ປີ 2019-2022, ມູນຄ່າການຄ້າຂອງແຂວງຢຸນນານ ກັບລາວທັງໝົດແມ່ນ 5,434 ຕື້ ໂດລາສະຫະລັດ, ອັດຕາການຄ້າ ລະຫວ່າງແຂວງຢຸນນານ ກັບລາວ ເພີ່ມຂຶ້ນ 33,7% ເມື່ອທຽບໃສ່ປີ ຜ່ານມາ. ນອກຈາກນີ້, ແຂວງຢຸນ ນານ ແລະ ລາວ ໄດ້ສຸມໃສ່ພັດທະ ນາ ແລະ ກໍ່ສ້າງຕາມເຂດແລວທາງ ລົດໄຟຈີນ-ລາວ, ໂຄງການກໍ່ສ້າງ ເຂດຮ່ວມມືເສດຖະກິດລາວ-ຈີນ ບໍ່ຫານ- ບໍ່ເຕັນ, ໂຄງການເຂດພັດ ທະນາກວມລວມໄຊເສດຖາ ແລະ ໂຄງການທາງດ່ວນ ລາວ-ຈີນ ນະຄອນຫລວງວຽງຈັນ-ບໍ່ເຕັນ, ມີຫລາຍວິສາຫະກິດທີ່ດີເດັ່ນຂອງ ແຂວງຢຸນນານ ມາລົງທຶນຢູ່ລາວ, ຊຸກຍູ້ການລ້ຽງງົວ, ຄວາຍ ແລະ ຜະ ລິດຕະພັນກະສິກຳອື່ນໆ ຂອງລາວ ເຂົ້າສູ່ຕະຫລາດຈີນ ແລະ ຍົກລະ ດັບປະສິດທິຜົນຂອງກົນໄກຮ່ວມ ມືລະຫວ່າງ ແຂວງຢຸນນານ ກັບ 10 ແຂວງພາກເໜືອຂອງລາວ. ນອກ ນັ້ນ, ກົມກອງ ແລະ ວິສາຫະກິດທີ່ ກ່ຽວຂ້ອງຂອງແຂວງຢຸນນານແລະ ລາວ ໄດ້ລົງນາມໃນໂຄງການຮ່ວມ ມືຫລາຍຂະແໜງເຊັ່ນ: ດ້ານການ ເງິນ, ພະລັງງານ, ກະສິກຳ, ການ ທ່ອງທ່ຽວ ແລະ ຂົງເຂດອື່ນໆ. ຂ່າວ: ກິດຕາ,ພາບ: ເກດສະໜາ ຂປລ. ເມື່ອບໍ່ດົນມານີ້, ກະຊວງ ສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຮ່ວມກັບລັດຖະບານອົດ ສະຕຣາລີ ໂດຍຜ່ານແຜນງານປັບ ປຸງຄຸນນະພາບ ແລະ ຂະຫຍາຍໂອ ກາດສໍາລັບການເຂົ້າເຖິງການສຶກ ສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ຈັດຝຶກອົບຮົມ ແລະ ລະດົມຄວາມຄິດ ໃນຫົວຂໍ້ “ການຜະລິດວິດີໂອກ່ຽວກັບບົດ ບາດຍິງ-ຊາຍ” ໂດຍພະນັກງານ ຈາກສູນໂຄສະນາຂ່າວສານການ ສຶກສາ ແລະ ກິລາ, ຂະແໜງສື່ເອ ເລັກໂຕຣນິກ ແລະ ການສຶກສາທາງ ໄກ, ພະແນກຄວາມກ້າວໜ້າຂອງ ແມ່ຍິງ, ແມ່ແລະ ເດັກ ແລະ ສະຖານ ທູດອົດສະຕຣາລີ ເພື່ອລະດົມຄວາມ ຄິດ ໃນການຜະລິດວິດີໂອ ສໍາລັບຄູ ເພື່ອສ້າງຄວາມເຂົ້າໃຈ ແລະ ປູກ ຈິດສໍານຶກກ່ຽວກັບວິທີການຮັບປະ ກັນຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ໃນຫ້ອງຮຽນ. ທ່ານ ນາງ ເລເບັກກາ ຫົວໜ້າ ແຜນງານບີຄວາ ໄດ້ກ່າວວ່າ: ໃນປີ ຜ່ານມາ, ເນື່ອງໃນໂອກາດສະ ເຫລີມສະຫລອງວັນແມ່ຍິງສາກົນ, ແຜນງານບີຄວາ ໂດຍການສະໜັບ ສະໜູນຈາກລັດຖະບານອົດສະຕາ ລີ ໄດ້ຈັດກອງປະຊຸມ ເພື່ອໃຫ້ສ້າງ ຄວາມເຂົ້າໃຈເລິກເຊິ່ງຮ່ວມກັນ ກ່ຽວກັບຄວາມມີອະຄະຕິດ້ານບົດ ບາດຍິງ-ຊາຍ ແລະ ຄວາມຄິດຍຶດ ຕິດກ່ຽວກັບບົດບາດຍິງ-ຊາຍ. ກອງປະຊຸມດັ່ງກ່າວ, ຜູ້ເຂົ້າຮ່ວມ ໄດ້ສະທ້ອນໃຫ້ເຫັນເຖິງການປະ ຕິບັດຂອງເຂົາເຈົ້າ ແລະ ສົນທະ ນາວິທີການທີ່ເຂົາເຈົ້າສາມາດນໍາ ໃຊ້ຄວາມຮູ້ໃໝ່ ໃນການຜະລິດສື່ໃນ ອະນາຄົດ. ຈາກງານສະເຫລີມສະ ຫລອງໃນມື້ນັ້ນ ໄດ້ມີແນວຄວາມ ຄິດລິເລີ່ມທີ່ຈະຜະລິດວິດີໂອສົ່ງ ເສີມຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ໃນຄັ້ງນີ້. ທ່ານ ອຸດົມ ສິງດາລາ ຮອງ ຜູ້ອໍານວຍການສູນໂຄສະນາຂ່າວ ສານການສຶກສາ ແລະ ກິລາໄດ້ກ່າວ ວ່າ: ການຝຶກອົບຮົມຄັ້ງນີ້ ຊ່ວຍໃຫ້ ພວກເຮົາສາມາດສືບຕໍ່ການປຶກ ສາຈາກປີຜ່ານມາ ກ່ຽວກັບການຜະ ລິດວິດີໂອ ສົ່ງເສີມຄວາມສະເໝີ ພາບລະຫວ່າງຍິງ-ຊາຍ ເຊິ່ງໄດ້ ມີການສົນທະນາຫລາຍຢ່າງກ່ຽວ ກັບວິທີຫລີກລ້ຽງຄວາມບໍ່ສະເໝີ ພາບດ້ານບົດບາດຍິງ-ຊາຍ.ພ້ອມ ກັນນັ້ນ, ກໍຄຳນຶງເຖິງຄວາມພິການ, ຊົນເຜົ່າ ແລະ ການສຶກສາຮຽນ ຮ່ວມ. ສຳລັບວຽກງານຂອງທີມ ງານສູນໂຄສະນາຂ່າວສານການ ສຶກສາ ແລະ ກິລາ, ຂະແໜງສື່ເອ ເລັກໂຕຣນິກ ແລະ ການສຶກສາທາງ ໄກ ໃນທຸກຂັ້ນຕອນຂອງການຜະ ລິດວິດີໂອ ໂດຍສະເພາະການຂຽນ ບົດ ແລະ ການຄັດເລືອກນັກສະແດງ ໃນຂະແໜງການສຶກສາ, ຄູມີບົດ ບາດສໍາຄັນໃນການປ້ອງກັນການ ມີແນວຄິດຍຶດຕິດກ່ຽວກັບບົດບາດ ຍິງ-ຊາຍ ແລະ ອະຄະຕິດ້ານບົດ ບາດຍິງ-ຊາຍ ໃນຫ້ອງຮຽນໂດຍສະ ເພາະ ໃນການສຶກສາກ່ອນໄວຮຽນ ແລະ ຂັ້ນປະຖົມສຶກສາ, ສະໝອງ ເດັກນ້ອຍ ແລະ ໄວໜຸ່ມກໍາລັງສ້າງ ຄວາມຄິດ ແລະ ເຊື່ອມຊຶມທຸກຂໍ້ ຄວາມ. ດັ່ງນັ້ນ, ທີມຜະລິດສື່ ແລະ ສື່ດີຈິຕອນຂອງກະຊວງສຶກສາທິ ການ ແລະ ກິລາ ຈຶ່ງມີບົດບາດສໍາ ຄັນ ໃນການສ້າງສັງຄົມ ໃຫ້ມີຄວາມ ກ້າວໜ້າ ແລະ ຄໍານຶງເຖິງທຸກຄົນ. ວິດີໂອ ແລະ ສື່ດີຈິຕອນ ສາມາດ ສົ່ງເສີມຄວາມຮູ້ແບບກ້າວໜ້າ ດ້ານບົດບາດຍິງ-ຊາຍ ແລະ ການ ສຶກສາຮຽນຮ່ວມ, ກ້າວໄປເຖິງການ ສ້າງຄວາມແຕກຕ່າງ ໂດຍໃຫ້ໂອ ກາດແກ່ເດັກນ້ອຍທີ່ດ້ອຍໂອກາດ ໃຫ້ດີທີ່ສຸດ. ທີມງານໄດ້ລະດົມຄວາມຄິດ ຮ່ວມກັນເພື່ອຂຽນບົດສັງລວມສໍາ ລັບວິດີໂອ ສົ່ງເສີມບົດບາດຍິງ-ຊາຍ ເຊິ່ງບົດສັງລວມດັ່ງກ່າວ ຈະຖືກ ນໍາໄປຜັນຂະຫຍາຍອອກເປັນບົດ ເລື່ອງຂອງວິດີໂອ ແລະ ກ້າວໄປເຖິງ ການສ້າງວິດີໂອສົ່ງເສີມບົດບາດ ຍິງ-ຊາຍ ໃນອະນາຄົດເຊິ່ງຄາດວ່າ ຈະສໍາເລັດໃນປີ 2024 ນີ້. ວັດທະນະທໍາ ແລະ ສາສະໜາ, ສອງ ຝ່າຍໄດ້ໃຫ້ການສະໜັບສະໜູນເຊິ່ງ ກັນ ແລະ ກັນ, ມີການແລກປ່ຽນ ການຢ້ຽມຢາມກັນຢ່າງເປັນປົກກະ ຕິໃນລະດັບການນໍາຂັ້ນສູງຈົນເຖິງ ວິຊາການ, ມີການຮ່ວມມືກັນໃນ ຫລາຍຂົງເຂດວຽກງານເຊັ່ນ: ການ ເມືອງ, ເສດຖະກິດ, ວັດທະນະທໍາສັງຄົມ, ສາທາລະນະສຸກ, ສຶກສາ, ເຕັກໂນໂລຊີ, ການຄ້າ-ການລົງທຶນ ແລະ ອື່ນໆ. ນອກນີ້, ທັງສອງຝ່າຍ ກໍໄດ້ລົງນາມຮ່ວມກັນໃນນິຕິກໍາ ຕ່າງໆຫລາຍສະບັບ. ໃນນັ້ນ, ກໍແມ່ນ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນການຕ່າງປະເທດຂອງ ສປປລາວແລະສະຖາບັນການຕ່າງ ປະເທດ ຂອງ ອິນເດຍ ເພື່ອເສີມຂະ ຫຍາຍການຮ່ວມມືສອງຝ່າຍ ໂດຍ ຜ່ານການຈັດຕັ້ງປະຕິບັດກິດຈະກໍາ ໃນຂົງເຂດຕ່າງໆ ທີ່ຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດຮ່ວມກັນ. ພາບ: ຂັນໄຊ ລັດ ແລະ ພາກທຸລະກິດຂອງ ລາວຈີນ (ຢຸນນານ) ແລະ ກ້າວໄປເຖິງ ການຮ່ວມມືຈັດງານວາງສະແດງ ສິນຄ້າຮ່ວມກັນໃນອະນາຄົດ. ຕະຫລອດໄລຍະຜ່ານມາ, ລັດ ຖະບານຂອງສອງປະເທດ ໄດ້ຊຸກຍູ້ ສົ່ງເສີມການຮ່ວມມືຢ່າງຮອບດ້ານ ເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມຈະເລີນກ້າວໜ້າໃຫ້ກັບປະ ເທດຊາດ, ສ້າງຄວາມເປັນຢູ່ທີ່ດີຂຶ້ນ ໃຫ້ແກ່ປະຊາຊົນ ແລະ ສ້າງຄວາມ ເຊື່ອໝັ້ນໃຫ້ແກ່ນັກທຸລະກິດຂອງ ທັງສອງປະເທດ ໄດ້ມີການລົງທຶນ ຄ້າ-ຂາຍຮ່ວມກັນ. ແຂວງຢຸນນານ ເປັນແຂວງໜຶ່ງ ທີ່ນັກລົງທຶນເຂົ້າມາ ລົງທຶນຢູ່ລາວຈຳນວນຫລາຍສົມ ຄວນ ແລະ ເປັນແຂວງທີ່ເປັນປ້ອມ ດ່ານໜ້າ ກໍຄື ເປັນປະຕູເຂົ້າສູ່ ສປ ຈີນ ຂອງ ສປປ ລາວ ເຊິ່ງການເດີນ ທາງຂອງປະຊາຊົນ ກໍຄື ສິນຄ້າ ຜ່ານທາງລົດ, ທາງລົດໄຟຕ້ອງໄປ ຜ່ານແຂວງຢຸນນານ. ສະນັ້ນ, ຈຶ່ງ ສະດວກໃນການພົວພັນຮ່ວມມືທາງ ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ໃນປີ 2023, ວິສາຫະກິດ ແຂວງຢຸນນານ ໄດ້ມາລົງທຶນຢູ່ໃນ ສປປ ລາວ ທັງໝົດ 289 ແຫ່ງ, ມູນ ຄະນະກຳມະການ... ຊວງການຕ່າງປະເທດຍີ່ປຸ່ນ ຈະ ມອບໃຫ້ບຸກຄົນ ຫລື ຄະນະທີ່ມີຜົນ ສຳເລັດພົ້ນເດັ່ນໃນສາຂານານາ ຊາດ ເພື່ອເປັນການຮັບຮູ້ເຖິງການ ປະກອບສ່ວນໃນການສົ່ງເສີມມິດ ຕະພາບລະຫວ່າງຍີ່ປຸ່ນ ແລະ ປະ ເທດນັ້ນໆ. ການແຂ່ງຂັນເວົ້າພາສາຍີ່ປຸ່ນ ຈັດຂຶ້ນເປັນປະຈຳທຸກປີ ເລີ່ມແຕ່ປີ 2004 ໄດ້ເປີດໂອກາດແກ່ຜູ້ທີ່ຮຽນ ພາສາ ຍີ່ປຸ່ນໃນປະເທດລາວ ໄດ້ສະ ແດງຄວາມສາມາດພາສາຍີ່ປຸ່ນທີ່ ເພີ່ມຂຶ້ນ ແລະ ຝຶກຝົນຕົນເອງ ເພື່ອ ຍົກລະດັບທັກສະການສື່ສານ ແລະ ການເວົ້າໃນທີ່ສາທາລະນະ. ຄະນະ ກຳມະການດັ່ງກ່າວປະກອບດ້ວຍ ຄູອາຈານ ຈາກສະຖາບັນການສຶກ ສາທີ່ມີການສອນພາສາຍີ່ປຸ່ນ ແລະ ອົງການທີ່ກ່ຽວຂ້ອງກັບຍີ່ປຸ່ນ ໃນ ປະເທດລາວ ທີ່ລ້ວນແລ້ວແຕ່ມີ ຄວາມສະໝັກໃຈ ໃນການວາງ ແຜນ, ກະກຽມ ແລະ ບໍລິຫານຈັດ ການງານແຂ່ງຂັນເວົ້າປະຈຳປີໃຫ້ ປະສົບຜົນສຳເລັດ. ໂອກາດນີ້, ທ່ານ ໂຄະບະຢະຊິ ເຄັນອິຈິໄດ້ສະແດງຄວາມຍິນດີຕໍ່ກັບ ສະມາຊິກຂອງຄະນະກຳມະການ ທີ່ໄດ້ຮັບການຍ້ອງຍໍໃນຄັ້ງນີ້ ແລະ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ກັບ ທຸກທ່ານທີ່ໄດ້ປະກອບສ່ວນເຂົ້າໃນ ການຍົກລະດັບຄຸນະພາບການສຶກ ສາພາສາຍີ່ປຸ່ນໃນປະເທດລາວ.

RkJQdWJsaXNoZXIy MTc3MTYxMQ==