5805

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 06/02/2024 xtgmf]k; ປະທານປະເທດ ຕ້ອນຮັບ... ຮອງປະທານປະເທດ... ກະຊວງປ້ອງກັນປະເທດ... ຫ້ອງວ່າການສູນກາງພັກ... ສົ່ງເສີມບົດບາດ... ເລຂາທິການໃຫຍ່... ຂປລ. ໃນວັນທີ 5 ມັງກອນ 2024 ທີ່ຫໍສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບບັນດາ ທູດປະເທດເພື່ອນມິດເຂົ້າຍື່ນສານ ຕາຕັ້ງ ເພື່ອມາດຳລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດຄົນໃໝ່ປະຈໍາ ສປປ ລາວ ຕາມລໍາດັບຄື: ເວລາ 9 ໂມງ 00 ໄດ້ຕ້ອນຮັບ ທ່ານ ນາງ ເມແກັນ ອາລິສຊາບິດ ຈອນສ (Megan El izabeth JONES) ເຂົ້າຍື່ນສານຕາຕັ້ງ ເພື່ອ ມາດຳລົງຕາແໜ່ງເປັນເອກອັກຄະ ລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງອົດສະຕຣາລີ ຄົນໃໝ່ປະຈໍາ ສປປ ລາວ ເຊິ່ງມີສຳນັກງານຕັ້ງຢູ່ ນະຄອນຫລວງວຽງຈັນ. ສປປ ລາວ ແລະ ອົດສະຕຣາລີ ໄດ້ສ້າງ ຕັ້ງສາຍພົວພັນການທູດນໍາກັນ ໃນ ວັນທີ 15 ມັງກອນ 1952. ເວລາ 9 ໂມງ 30 ໄດ້ຕ້ອນຮັບ ທ່ານ ຟີໂລເມໂນ ເອກອັກຄະລັດຖະ ທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດປະຊາທິປະໄຕຕີມໍ- ແລັດສະເຕຄົນໃໝ່ປະຈໍາສປປລາວ ເຊິ່ງມີສຳນັກງານຕັ້ງຢູ່ນະຄອນ ຫລວງວຽງຈັນ. ລາວ ແລະ ຕີມໍ- ແລັດສະເຕ ໄດ້ສ້າງຕັ້ງສາຍພົວພັນ ການທູດນໍາກັນ ໃນວັນທີ 29 ກໍລະ ກົດ 2002. ເວລາ 10 ໂມງ 00 ໄດ້ຕ້ອນຮັບ ທ່ານ ນາງ ແຣັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສາຫະລັດອາ ເມລິກາ ຄົນໃໝ່ ປະຈໍາ ສປປ ລາວ ເຊິ່ງມີສຳນັກງານຕັ້ງຢູ່ນະຄອນ ຫລວງວຽງຈັນ. ລາວ ແລະ ສະ ຫະລັດອາເມລິກາ ໄດ້ສ້າງຕັ້ງສາຍ ພົວພັນການທູດນຳກັນ ໃນວັນທີ 10 ສິງຫາ 1955. ເວລາ 10 ໂມງ 30 ໄດ້ຕ້ອນຮັບ ທ່ານ ອອງໂກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງສາ ທາລະນະລັດ ສະຫະພັນມຽນມາ ຄົນໃໝ່ປະຈໍາ ສປປ ລາວ ເຊິ່ງມີ ສຳນັກງານຕັ້ງຢູ່ນະຄອນຫລວງ ວຽງຈັນ. ລາວ ແລະ ມຽນມາ ສ້າງ ຕັ້ງ ສາຍພົວພັນການທູດນໍາກັນ ໃນ ວັນທີ 12 ກໍລະກົດ 1955. ໂອກາດດັ່ງກ່າວ, ທ່ານປະທານ ປະເທດ ໄດ້ສະແດງຄວາມຍິນດີ ຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາທ່ານທູດປະເທດເພື່ອນມິດ ທີ່ຖືກແຕ່ງຕັ້ງມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ປະຈຳ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການ ປະກອບສ່ວນເສີມສ້າງສາຍພົວພັນ ການຮ່ວມມື ແລະ ຊ່ວຍເຫລືອ ເຊິ່ງ ກັນ ແລະ ກັນ ລະຫວ່າງ ລາວ-ອົດ ສະຕຣາລີ, ລາວ-ຕີມໍເລສເຕ, ລາວອາເມລິກາ ແລະ ລາວ-ມຽນມາ ທີ່ ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ເຊື່ອໝັ້ນວ່າບັນທ່ານທູດ ຈະ ເອົາໃຈໃສ່ໃນການປະຕິບັດໜ້າທີ່ໃຫ້ ເກີດດອກອອກຜົນຢ່າງແທ້ຈິງ. ພ້ອມນັັ້ນ, ບັນດາທ່ານທູດປະ ເທດ ເພື່ອນມິດກໍໄດ້ກ່າວສະແດງ ຄວາມຂອບໃຈຕໍ່ທ່ານປະທານປະ ເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງຢືນ ຢັນວ່າ ຈະເອົາໃຈໃສ່ຢ່າງຕັ້ງໜ້າໃນ ການປະຕິບັດໜ້າທີ່ວຽກງານການ ອຸດົມໄຊ ພ້ອມດ້ວຍຄະນະພະແນກ ການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວ ຢ້ຽມຢາມໂຮງງານຜະລິດແປງ ມັນຕົ້ນ ບ້ານປຸ່ງຫວີງ ເມືອງໄຊ ແຂວງອຸດົມໄຊ. ໃນໂອກາດນີ້ ໄດ້ລາຍງານສະ ພາບການຈັດຕັ້ງປະຕິບັດວຽກງານ ດ້ານຕ່າງໆ ໂດຍຫຍໍ້ໃຫ້ກັບຄະນະ ທີມງານໄດ້ຮັບຊາບ ເປັນຕົ້ນ ແມ່ນ ການລົງທຶນດ້ານການປູກ ແລະ ການລ້ຽງ, ສະເພາະຢູ່ໃນເມືອງໄຊ ມີປະຊາຊນປູກມັນຕົ້ນທັງໝົດ 540 ຄອບຄົວ, ໃນ 37 ບ້ານ, ມີເນື້ອທີ່ ທັງໝົດ 240 ເຮັກຕາ ການຈັດຕັ້ງ ປະຕິບັດຕໍ່ກັບການປູກມັນຕົ້ນຂອງ ບໍລິສັດ ແລະ ພໍ່ແມ່ປະຊາຊົນໃນປີ 2023ຈາກການເກັບກໍາຂໍ້ມູນເບື້ອງ ຕົ້ນ ມີຄອບຄົວທີ່ຈະປູກມັນຕົ້ນທັງ ໝົດ 52 ບ້ານ, 640 ຄອບຄົວ, ມີ ເນື້ອທີ່ 412 ເຮັກຕາ. ແຕ່ມາຮອດ ໄລຍະການສະໜອງແນວພັນທາງ ບໍລິສັດ ໄດ້ຊອກຫາແນວພັນມາສະ ໜອງໃຫ້ພໍ່ແມ່ປະຊາຊົນບໍ່ພຽງພໍ ຈຶ່ງບໍ່ໄດ້ຕາມແຜນການ. ແນວໃດ ກໍຕາມບັນດາຄອບຄົວພໍ່ແມ່ປະ ຊາຊົນທີ່ໄດ້ປູກຕົວຈິງໃນປັດຈຸບັນ ເຫັນວ່າມີຄວາມງອກງາມດີ ແຕ່ຍັງ ມີບາງແນວພັນທີ່ບໍ່ເໝາະສົມກັບ ສະພາບພື້ນທີ່ ເຮັດໃຫ້ມີຫົວນ້ອຍ ບໍ່ງາມ, ປັດຈຸບັນພໍ່ແມ່ປະຊາຊົນແມ່ນ ຢູ່ໃນໄລຍະການເກັບກູ້ຜົນຜະລິດ ແລ້ວປະມານ 70%. ສ່ວນການເກັບ ຊື້ມັນຕົ້ນ, ບໍລິສັດໄດ້ເຊັນສັນຍາ ເກັບຊື້ໃນປີ 2023 ລາຄາ 1.500 ກີບຕໍ່ 1 ກິໂລ ແມ່ນສົ່ງມາຮອດໂຮງ ງານເພາະວ່າທາງບໍລິສັດ ຈະບໍ່ມີ ລົດໄປເກັບຊື້ແຕ່ລະຈຸດແຕ່ລະບ່ອນ. ສຳລັບແຜນປູກມັນຕົ້ນໃນປີ 2024, ທາງບໍລິສັດ ມີແຜນເກັບຊື້ແນວ ພັນຈາກປະຊາຊົນມາສະຕັອກໄວ້ ປະມານ 150 ໂຕນ ເພື່ອສະໜອງ ປະຊາຊົນທີ່ຕ້ອງການປູກໃນເນື້ອ ທີ່ຕາມແຜນການຂອງເມືອງໄຊ ໃຫ້ ໄດ້ 400-500 ເຮັກຕາ. ສ່ວນຕະ ຫລາດຈໍາໜ່າຍແປ້ງມັນຕົ້ນ ແມ່ນ ທາງໂຮ ງງານໄດ້ສົ່ງອອກ ໄປຂາຍ ຢູ່ ສປ ຈີນ ເຫັນວ່າຜົນຕອບຮັບດີ ແລະ ມີຄວາມຕ້ອງການເປັນຈຳ ນວນຫລາຍ. ໂອກາດນີ້, ທ່ານຮອງປະທານ ປະເທດ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ກັບ ການນຳແຂວງ ທີ່ສາມາດດຶງດູດ ເອົານັກລົງທຶນຕ່າງປະເທດ ໂດຍສະ ເພາະແມ່ນໂຮງງານຜະລິດແປ້ງ ມັນຕົ້ນແຫ່ງນີ້ ເຊິ່ງໄດ້ສ້າງວຽກ ເຮັດງານທຳ, ສ້າງລາຍໄດ້ໃຫ້ປະ ຊາຊົນຈຳນວນຫລາຍມີອາຊີບທີ່ ຖາວອນ, ພ້ອມທັງເນັ້ນໃຫ້ບໍລິສັດ ຈົ່ງຂະຫຍາຍການສົ່ງເສີມປະຊາ ຊົນປູກໃຫ້ຫລາຍກວ່າເກົ່າ ແລະ ມີການພັດທະນາຂຶ້ນໄປເລື້ອຍໆ, ພ້ອມທັງຊອກຫາແນວພັນທີ່ດີ ມີຄຸນ ນະພາບມາສົ່ງເສີມໃຫ້ປະຊາຊົນປູກ ໃຫ້ຫລາຍຕື່ມອີກ. ຂ່າວ-ພາບ:ແສງອາທິດ ທູດ ໃນການເປັນຂົວຕໍ່ເພີ່ມທະວີຮັດ ແໜ້ນສາຍພົວພັນ ການຮ່ວມມື ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃຫ້ ນັບມື້ມີບາດກ້າວຂະຫຍາຍຕົວຂຶ້ນ ເລື້ອຍໆ. ຂ່າວ ສົມຫວັງ, ພາບ ອ່າຍຄໍາ ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນ ເປັນຢ່າງຍິ່ງທີ່ເຫັນວ່າສາຍພົວພັນ ຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ສືບຕໍ່ໄດ້ຮັບການເສີມຂະຫຍາຍດ້ວຍ ທ່ວງທ່າທີ່ໜັກແໜ້ນກວ່າເກົ່າໂດຍ ສະເພາະແມ່ນການລົງນາມແຜນ ແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາ ຕາກໍາ ລາວ-ຈີນ, ຈີນ-ລາວ ສະບັບ ໃໝ່ ແລະຜົນການພົບປະກັບສະຫາຍ ໃນໂອກາດເຂົ້າຮ່ວມກອງປະຊຸມ “ໜຶ່ງແລວ ໜຶ່ງເສັ້ນ ທາງ” ຄັ້ງທີ 3 ແລະ ຢ້ຽມຢາມເຮັດວຽກຢູ່ ສປ ຈີນ ໃນທ້າຍປີ 2023 ຜ່ານມາ ເຊິ່ງເປັນບາດກ້າວທີ່ມີຄວາມໝາຍ ສໍາຄັນປະຫວັດສາດຂອງການພົວ ພັນຮ່ວມມື ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃນ ໄລຍະໃໝ່. ຂ້າພະເຈົ້າ ຍິນດີຮ່ວມ ກັບສະຫາຍ ສືບຕໍ່ຊີ້ນໍາໃນການເພີ່ມ ທະວີ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ມີມາດຕະ ຖານສູງ, ຄຸນນະພາບສູງ ແລະ ລະ ດັບທີ່ສູງກວ່າເກົ່າ ເພື່ອສືບຕໍ່ນຳເອົາ ຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ ລາວ-ຈີນ. ເນື່ອງໃນໂອກາດອັນເບີກບານ ມ່ວນຊື່ນຕ້ອນຮັບປີໃໝ່ປະເພນີປະ ຊາຊົນຈີນນີ້, ຂ້າພະເຈົ້າພ້ອມດ້ວຍ ພັນລະຍາຂໍອວຍພອນໄຊອັນປະ ເສີດມາຍັງສະຫາຍ ພ້ອມດ້ວຍພັນ ລະຍາ ແລະ ຄອບຄົວຈົ່ງມີພະລານາ ໄມສົມບູນ, ມີຄວາມຜາສຸກ ແລະ ປະ ສົບຜົນສໍາເລັດໃໝ່ ໃຫຍ່ຫລວງ ກວ່າເກົ່າ ໃນໜ້າທີ່ອັນມີກຽດສູງສົ່ງ ຂອງສະຫາຍ ແລະ ອວຍພອນ ໃຫ້ ປະຊາຊົນຈີນ ອ້າຍນ້ອງຈົ່ງສືບຕໍ່ມີ ຄວາມສົມບູນພູນສຸກແລະວັດທະນາ ຖາວອນ; ຂໍອວຍພອນໃຫ້ ສາຍພົວ ພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມ ທິດ4ດີແລະການສ້າງຄູ່ຮ່ວມຊາຕາ ກໍາ ລາວ-ຈີນ, ຈີນ-ລາວ ຈົ່ງແຕກ ດອກອອກຜົນຍິ່ງໆຂຶ້ນ. ໃນໂອກາດດຽວກັນ, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະ ການສູນກາງພັກ, ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກກໍໄດ້ສົ່ງ ໂທລະເລກອວຍພອນເຖິງສະຫາຍ ຫລິວ ຈ້ຽນຊາວ ກໍາມະການສູນ ກາງພັກ, ຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກກອມມູນິດຈີນ. ຂປລ. ໃນລະຫວ່າງວັນທີ 5-6 ກຸມພາ 2024 ນີ້, ກະຊວງປ້ອງກັນ ປະເທດ ໄດ້ຈັດກອງປະຊຸມສະ ຫລຸບການເຄື່ອນໄຫວວຽກງານ ປ້ອງກັນຊາດ ປະຈຳປີ 2023 ແລະ ທິດທາງແຜນການທີ່ຈະສຸມ ໃສ່ຈັດຕັ້ງປະຕິບັດ ໃນປີ 2024 ໂດຍການເປັນປະທານຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງປ້ອງກັນປະເທດ, ມີ ພະນັກງານຫລັກແຫລ່ງທົ່ວກອງ ທັບ, ນາຍ ແລະ ພົນທະຫານ, ຜູ້ຕາງ ໜ້າຈາກກົມກອງ, ກຳລັງຫລວງກຳລັງທ້ອງຖິ່ນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ ພ້ອມກັນສັງເກດ-ຕີລາຄາການຈັດ ຕັ້ງປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງ ກໍຄື ກົມກອງຕ່າງໆ ໄດ້ຈັດຕັ້ງປະ ຕິບັດໃນປີຜ່ານມາ ເພື່ອຄວາມເປັນ ເອກະພາບໃນການປັບປຸງກໍ່ສ້າງ ກອງທັບໃຫ້ມີການຫັນປ່ຽນໃໝ່ຢ່າງ ຕັ້ງໜ້າ ແລະ ພ້ອມກັນຄົ້ນຄວ້າເປັນ ເອກະພາບທິດທາງແຜນການທີ່ຈະ ສຸມໃສ່ຈັດຕັ້ງປະຕິບັດໃນປີ 2024. ໂອກາດດັ່ງກ່າວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະ ແດງຄວາມຊົມເຊີຍຕໍ່ຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ ຂອງແຕ່ລະກົມກອງ ທົ່ວກອງທັບໃນໄລຍະ 1 ປີຜ່ານມາ ພາຍໃຕ້ການຊີ້ນຳ ນຳພາຂອງຄະ ນະພັກກະຊວງກໍຄືຄະນະພັກ-ຄະ ນະບັນຊາແຕ່ລະຂັ້ນໃນການຈັດ ຕັ້ງປະຕິບັດແນວທາງນະໂຍບາຍ ຂອງພັກ ແລະ ວຽກງານຈຸດສຸມ ຂອງກະຊວງ ເຊິ່ງສາມາດຍາດໄດ້ ຜົນສຳເລັດຫລາຍດ້ານ, ຮັບປະ ກັນສະຖຽນລະພາບທາງດ້ານການ ເມືອງ, ມີຄວາມສະຫງົບ, ມີຄວາມ ເປັນລະບຽບຮຽບຮ້ອຍໃນສັງຄົມ; ປະກອບສ່ວນແກ້ໄຂຄວາມທຸກຍາກ ຂອງປະຊາຊົນໄດ້ຢ່າງໜັກແໜ້ນ ແລະ ທົ່ວເຖິງມີຜົນສຳເລັດເປັນ ຢ່າງດີ, ເຮັດໃຫ້ບົດບາດອິດທິພົນ ຂອງຊາດລາວພົ້ນເດັ່ນຂຶ້ນໃນເວທີ ສາກົນ ແລະ ພາກພື້ນ. ໃນນັ້ນ, ກອງ ທັບເຮົາໄດ້ເປັນກຳລັງຫລັກແຫລ່ງ ໃນການປ້ອງກັນບັນດາວັນບຸນແລະ ກອງປະຊຸມສຳຄັນຕ່າງໆມີຄວາມ ສະຫງົບປອດໄພ 100%, ສ້າງໄດ້ ຄວາມເຊື່ອໝັ້ນ, ຄວາມໄວ້ວາງ ໃຈຈາກການນຳພັກ-ລັດກໍຄືປະຊາ ຊົນບັນດາເຜົ່າ. ພ້ອມນີ້, ກຳລັງກອງ ທັບຍັງໄດ້ສຸມໃສ່ຮັບປະກັນປົກປັກ ຮັກສາອໍານາດອະທິປະໄຕ ຂອງ ຊາດຮັບປະກັນເຮັດໃຫ້ການເມືອງ ມີສະຖຽນລະພາບ, ສັງຄົມມີຄວາມ ສະຫງົບ- ປອດໄພ ໂດຍພື້ນຖານ; ການປະຕິບັດແນວທາງແຜນນະ ໂຍບາຍຂອງ ພັກ, ການພັດທະນາ ເສດຖະກິດ-ວັດທະນະທຳ-ສັງຄົມ ຍັງສືບຕໍ່ຂະຫຍາຍຕົວ, ຊີວິດການ ເປັນຢູ່ ຂອງປະຊາຊົນໄດ້ຮັບການ ປັບປຸງດີຂຶ້ນເປັນກ້າວໆ, ການປັບປຸງ ກໍ່ສ້າງກອງທັບກໍມີຫລາຍດ້ານ ພົ້ນເດັ່ນຂຶ້ນ ແລະ ກ້າວເຂົ້າສູ່ຄວາມ ເປັນລະບຽບ, ມີແບບແຜນ ແລະ ທັນ ສະໄໝ. ຕໍ່ກັບຜົນສຳເລັດດັ່ງກ່າວ, ຍັງ ມີຫລາຍບັນຫາທີ່ກອງທັບຈະຕ້ອງ ໄດ້ສຸມໃສ່ແກ້ໄຂ ເປັນຕົ້ນແມ່ນປະ ກົດການຫຍໍ້ທໍ້ຕ່າງໆ, ຄຸນທາດການ ເມືອງຂອງພະນັກງານຈໍານວນ ໜຶ່ງຍັງມີການເສື່ອມຖອຍລົງ, ຂາດ ຄວາມຈູບຈ້າວຫ້າວຫັນຕໍ່ວຽກ ງານ, ບັນຫາຢາເສບຕິດ, ການຄ້າ ມະນຸດ, ອາຊະຍາກໍາ ແລະ ອື່ນໆ. ຂ່າວ: ທະນູທອງ ພາບ: ຂັນໄຊ ໜ້າຫ້ອງວ່າການສູນກາງພັກ ໄດ້ ກ່າວວ່າ: ການຈັດຊຸດຝຶກອົບຮົມ ຫລັກສູດການບໍລິຫານຄຸ້ມຄອງ ລັດ ສໍາລັບຜູ້ບໍລິຫານລະດັບກາງ ແມ່ນຈັດຕາມຫລັກສູດຂອງສະຖາ ບັນຄົ້ນຄວ້າວິທະຍາສາດການປົກ ຄອງ ແລະ ຝຶກອົບຮົມກະຊວງພາຍ ໃນກໍານົດ. ທັງນີ້, ກໍເພື່ອແນໃສ່ຍົກ ສູງຄວາມຮັບຮູ້, ຄວາມເຂົ້າໃຈກ່ຽວ ກັບລະບົບການປົກຄອງທີ່ເປັນທິດ ສະດີລວມພື້ນຖານ ໃນລະບົບການ ເມືອງແລະການປົກຄອງຂອງສປປ ລາວ ລວມທັງທິດທາງໃນການປັບ ປຸງ ແລະ ບູລະນະການປົກຄອງ ໃນ ການນໍາພາການປະຕິບັດວຽກງານ ຂອງພະນັກງານນໍາພາປະເພດ 4 ແລະ ປະເພດ 5 (ຂັ້ນພະແນກ) ພາຍໃນຫ້ອງວ່າການສູນກາງພັກ ໃຫ້ມີປະສິດທິພາບສູງຂຶ້ນ. ທ່ານ ຄຳຜາ ພິມມະສອນ ໄດ້ ຮຽກຮ້ອງໃຫ້ຜູ້ທີ່ເຂົ້າຝຶກອົບຮົມ ໃນຄັ້ງນີ້, ເປັນເຈົ້າການເອົາໃຈໃສ່ ຄົ້ນຄວ້າຮ່ຳຮຽນ, ຖອດຖອນບົດ ຮຽນນໍາບັນດາຄູ-ອາຈານ, ແລກ ປ່ຽນບົດຮຽນກັບຜູ້ເຂົ້າຮ່ວມຝຶກ ອົບຮົມດ້ວຍກັນໃຫ້ມີບັນຍາກາດ ຟົດຟື້ນ. ພ້ອມທັງເຊື່ອໝັ້ນວ່າດ້ວຍ ສະຕິປັນຍາ ແລະ ຄວາມຮັບຜິດ ຊອບຈະຍາດແຍ່ງເອົາຄວາມຮູ້ນຳ ບັນດາຄູ-ອາຈານຜູ້ທີ່ມີປະສົບປະ ການສູງ ໃນການຖ່າຍທອດບົດຮຽນ ເພື່ອນໍາມາພັດທະນາວຽກງານ ຂອງຕົນເອງ ກໍຄືຂອງການຈັດຕັ້ງ ໃນຕໍ່ໜ້າໃຫ້ສູງຂຶ້ນ ແລະ ເຊື່ອໝັ້ນ ວ່າບັນດາຄູ-ອາຈານຈະຖ່າຍທອດ ຄວາມຮູ້, ບົດຮຽນແລະ ພຶດຕິກຳຕົວ ຈິງໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມໃນ ຄັ້ງນີ້ດ້ວຍຄວາມຮັບຜິດຊອບສູງ. ຂ່າວ: ກິດຕາ ກຸມພາ 2024 ທີ່ສະພາແຫ່ງຊາດ, ສປປ ລາວ ພາຍໃຕ້ຫົວຂໍ້: “ສົ່ງເສີມ ລັດຖະສະພາ ທີ່ເອົາໃຈໃສ່ບົດບາດ ຍິງ-ຊາຍ ເພື່ອປະຊາຄົມອາຊຽນ ທີ່ເຂັ້ມແຂງ, ເຊື່ອມຈອດ ແລະ ກວມ ລວມ”. ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ທຸມມາລີ ວົງພະຈັນ ປະທານ ກຳມາທິການວັດທະນະທຳ-ສັງຄົມ ທັງເປັນປະທານໄວປາ; ມີບັນດາ ຮອງປະທານກຳມາທິການ, ເລຂາ ທິການໃຫຍ່ໄອປາ, ສະມາຊິກລັດ ຖະສະພາ ຈາກບັນດາປະເທດສະ ມາຊິກໄອປາ (AIPA) 8 ປະເທດ ຄື: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ; ນອກນັ້ນ, ຍັງມີປະເທດສັງເກດການ, ຜູ້ຕາງ ໜ້າສະຫະປະຊາຊາດ ແລະ ອົງ ການຈັດຕັ້ງສາກົນ. ທ່ານ ນາງ ສ ູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕີ ລາຄາສູງຕໍ່ບັນດາປະເທດ ອາຊຽນ ທີ່ໄດ້ມີການສົ່ງເສີມການມີສ່ວນ ຮ່ວມຂອງເພດຍິງ ໃນລັດຖະສະພາ ແລະ ການເປັນຜູ້ນໍາຂອງເພດຍິງໃນ ຕໍາແໜ່ງທີ່ສຳຄັນຕ່າງໆ ແລະ ມີອັດ ຕາສ່ວນເພີ່ມຂຶ້ນ ໂດຍເຫັນຈາກ ອັດຕາສ່ວນຂອງເພດຍິງໃນລັດ ຖະສະພາຂອງບັນດາປະເທດອາ ຊຽນ ເພີ່ມຂຶ້ນຈາກ 12% (ໃນ ປີ 2000) ເປັນ 23% (ໃນປີ 2023). ບັນດາປະເທດອາຊຽນກໍຄື ສປປ ລາວ ໄດ້ໃຫ້ຄວາມສຳຄັນຕໍ່ ການສົ່ງເສີມ ແລະ ການພັດທະນາ ຄວາມສະເໝີພາບລະຫວ່າງຍິງຊາຍ ເຊິ່ງບັນດາປະເທດພວກເຮົາ ໄດ້ເປັນພາຄີ ຂອງສົນທິສັນຍາວ່າ ດ້ວຍສິດທິມະນຸດ, ສົນທິສັນຍາວ່າ ດ້ວຍການລົບລ້າງທຸກການຈຳແນກ ຕໍ່ແມ່ຍິງ(CEDAW), ສົນທິສັນຍາ ວ່າດ້ວຍສິດທິທາງການເມືອງ ແລະ ສິດຂອງພົນລະເມືອງ (ICCPR). ໃນຂອບອາຊຽນ ພວກເຮົາໄດ້ມີຖະ ແຫລງການຮ່ວມວ່າດ້ວຍການສົ່ງ ເສີມແມ່ຍິງ, ສັນຕິພາບ ແລະ ຄວາມ ໝັ້ນຄົງໃນອາຊຽນ; ຖະແຫລງ ການ ອາຊຽນວ່າດ້ວຍຄວາມສະເໝີ ພາບຍິງ-ຊາຍ ແລະ ການພັດທະ ນາຄອບຄົວ; ຖະແຫລງການ ອາ ຊຽນ ວ່າດ້ວຍການເອົາໃຈໃສ່ບັນ ດາບົດບາດຍິງ-ຊາຍ ໃນການຈັດຕັ້ງ ປະຕິບັດວິໄສທັດ 2025 ຂອງປະ ຊາຄົມອາຊຽນ ແລະ ການພັດທະນາ ແບບຍືນຍົງ. ໃນຂອບລັດຖະສະພາ, ແຕ່ລະປີພວກເຮົາໄດ້ມີກອງປະຊຸມ ເພື່ອຕິດຕາມກວດກາການຈັດຕັ້ງປະ ຕິບັດບັນດາມະຕິ, ຖະແຫລງການ ທີ່ໄດ້ວາງອອກ ແນໃສ່ເຮັດໃຫ້ແມ່ ຍິງມີສ່ວນຮ່ວມແລະມີບົດບາດທາງ ດ້ານການເມືອງນັບມື້ນັບສູງຂຶ້ນ. ກອງປະຊຸມ ຈະໄດ້ລວມເອົາບັນ ດາສະມາຊິກລັດຖະສະພາມາເຕົ້າ ໂຮມກັນ ເພື່ອຊອກຫາວິທີທາງແກ້ ໄຂໃນກອງປະຊຸມເວທີຜູ້ນໍາທາງ ການເມືອງຂອງເພດຍິງ ເຊິ່ງເປົ້າ ໝາຍແມ່ນເພື່ອສ້າງຄວາມເຂັ້ມ ແຂງ ການມີສ່ວນຮ່ວມຂອງເພດຍິງ ໃນດ້ານການເມືອງ ແລະ ການເປັນ ຜູ້ນຳ, ການເຊື່ອມໂຍງເຂົ້າກັບພາກ ພື້ນ ໂດຍການເພີ່ມທະວີການຮ່ວມ ມືໃນທົ່ວພາກພື້ນ, ຂໍ້ລິເລີ່ມນີ້ ສອດ ຄ່ອງກັນກັບຫົວຂໍ້ລວມຂອງສະພາ ແຫ່ງຊາດລາວ ໃນນາມເປັນປະ ທານ AIPA. ພ້ອມນີ້, ຫົວຂໍ້ຍ່ອຍທີ່ໄດ້ຮັບ ການຄົ້ນຄວ້າ ໂດຍຜ່ານກອງປະຊຸມ ເວທີຜູ້ນໍາທາງການເມືອງຂອງ ເພດຍິງລວມມີ: ສົ່ງເສີມການມີສ່ວນ ຮ່ວມຂອງເພດຍິງທາງດ້ານການ ເມືອງ,ຄວາມເປັນຜູ້ນໍາຂອງເພດຍິງ ໃນການສົ່ງເສີມຄວາມເຂັ້ມແຂງ ແລະ ຮັກສາສັນຕິພາບແບບຍືນຍົງ; ສົ່ງເສີມການເຊື່ອມຕໍ່ ແລະ ການ ຮ່ວມມື ລະຫວ່າງຮຸ່ນຄົນຕໍ່ຮຸ່ນຄົນ ຂອງຜູ້ນຳເພດຍິງ. ຂ່າວ-ພາບ: ສພຊ gs]q j kIq [ln j lko gxu f[A o vq [Iq ,{sa fcv[xt9exu 2024 ຂປລ. ກົມສື່ສານກົມໃຫຍ່ເສນາ ທິການກອງທັບ ເປີດບັ້ນອົບຮົມ-ຫັດ ແອບປະຈໍາປີ 2024 ຂອງເຫລົ່າ ຮົບສື່ສານເຂດໃຈກາງ ນະຄອນ ຫລວງວຽງຈັນ ໃນວັນທີ 2 ກຸມພາ 2024 ໂດຍການເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບ, ມີສະຫາຍ ພົນຈັດຕະວາ ສຸບັນ ພັນທະວີ ຫົວໜ້າກົມສື່ສານ ກົມໃຫຍ່ເສນາທິການກອງທັບ, ພ້ອມ ດ້ວຍຄະນະພັກ-ຄະນະບັນຊາກົມ, ພະແນກການ, ກົມກອງ, ຕະຫລອດ ຮອດພະນັກງານ-ນັກຮົບກົມກອງ ສື່ສານເຂດໃຈກາງເຂົ້າຮ່ວມ. ສະຫາຍ ພັນໂທ ອຸ່ນຄຳ ອີສານ ເພັດ ຮອງຫົວໜ້າພະແນກອົບຮົມ ກົມສື່ສານກົມໃຫຍ່ເສນາທິການ ກອງທັບໄດ້ໃຫ້ຮູ້ວ່າ: ການອົບຮົມຫັດແອບໃນຄັ້ງນີ້, ເປັນການປະຕິບັດ ຕາມຄໍາສັ່ງກ່ຽວກັບການອົບຮົມຫັດແອບການເມືອງ, ການທະຫານ, ພະລາທິການ, ເຕັກນິກຂອງກົມໃຫຍ່ ເສນາທິການກອງທັບ, ຄຳສັ່ງແນະ ນໍາຂອງກົມອົບຮົມກົມໃຫຍ່ເສນາທິ ການກອງທັບວ່າ ດ້ວຍການອົບຮົມຫັດແອບ, ປັບປຸງລະບຽບແບບແຜນ, ເຝິກຝົນກຳລັງແຮງກາຍປະຈໍາປີ ກໍຄືແຜນການອົບຮົມ-ຫັດແອບການ ເມືອງ, ການທະຫານ, ພະລາທິການ ແລະ ເຕັກນິກປະຈໍາປີ 2024 ຂອງ ກົມສື່ສານ ໂດຍບັ້ນອົບຮົມຈະໄດ້ ເລັ່ງໃສ່ວຽກງານວິຊາສະເພາະເຕັກ ນິກສື່ສານ, ວຽກງານໄຟຟ້າ, ວຽກ ງານ IT, ການຕິດຕັ້ງສ້ອມແປງ, ອົບຮົມວຽກງານການເມືອງ, ພາກ ການທະຫານ, ວຽກງານພະລາທິ ການ, ສິລະປະຍຸດຍຸດທະວິທີສື່ສານ ແລະ ວິຊາສະເພາະຂອງເຫລົ່າຮົບສື່ ສານເຊິ່ງຈະໄດ້ອົບຮົມລວມທັງພາກ ທິດສະດີຫລັກການ ແລະ ພາກປະຕິ ບັດຕົວຈິງ ແນໃສ່ເຮັດໃຫ້ຜູ້ບັນຊາ ທຸກຂັ້ນ, ພະນັກງານ-ນັກຮົບທຸກສະ ຫາຍເຊື່ອມຊຶມຢ່າງເລິກເຊິ່ງກ່ຽວ ກັບຄວາມສໍາຄັນຂອງວຽກງານ ອົບຮົບ-ຫັດແອບ ເຊິ່ງແມ່ນຄວາມ ຮັບຜິດຊອບຂອງໝົດທຸກຄົນ, ທັງ ເປັນການຍົກລະດັບຄວາມຮູ້ຄວາມ ສາມາດທາງດ້ານສິລະປະຍຸດ-ຍຸດ ທະວິທີ, ດ້ານວິຊາສະເພາະຂອງ ເຫລົ່າຮົບສື່ສານ ເພື່ອກຽມຄວາມ ພ້ອມເຮັດສໍາເລັດໜ້າທີ່ເຄື່ອນໄຫວ ຮັບປະກັນການຕິດຕໍ່ສື່ສານໃຫ້ໄດ້ ຮັບໝາກຜົນສູງ. ພ້ອມກັນນັ້ນ, ກໍ ເພື່ອເປັນການຊຸກຍູ້ຂະບວນການຈັດ ຕັ້ງປະຕິບັດຂໍ້ກຳນົດ, ກົດລະບຽບ, ແບບແຜນວິທີເຮັດວຽກ, ການຝຶກ ຝົນຫລໍ່ຫລອມທາງດ້ານກຳລັງກາຍ ຂອງພະນັກງານ-ນັກຮົບໃນທົ່ວ ເຫລົ່າຮົບສື່ສານໃຫ້ຟົດຟື້ນແຂງ ແຮງ. ໂອກາດນີ້, ສະຫາຍ ພົນຕີ ພັນ ແສງ ບຸນພັນ ໄດ້ມີຄໍາເຫັນຊີ້ນໍາຄະ ນະພັກ-ຄະນະບັນຊາ ແຕ່ລະຂັ້ນໃຫ້ ເພີ່ມທະວີວຽກງານສຶກສາອົບຮົມ ການເມືອງແນວຄິດໃຫ້ພະນັກງານນັກຮົບຮັບຮູ້ ແລະ ເຂົ້າໃຈ ແຈ້ງ ຄວາມໝາຍສໍາຄັນຂອງວຽກງານ ອົບຮົມ-ຫັດແອບ ເຊິ່ງເປັນວຽກງານ ໜຶ່ງທີ່ຂາດບໍ່ໄດ້ໃນກອງທັບເຮົາ, ພະນັກງານ-ນັກຮົບແຕ່ລະສະຫາຍ ຕ້ອງໄດ້ເອົາໃຈໃສ່ຝຶກຝົນຫລໍ່ຫລອມ ຕົນເອງຮອບດ້ານ, ເປັນເຈົ້າການ ຈັດຕັ້ງປະຕິບັດຂໍ້ກຳນົດກົດລະບຽບ ໂດຍສະເພາະ 7 ລະບອບ 18 ວຽກ ຂອງກອງທັບຢ່າງເຂັ້ມງວດ, ພ້ອມ ກັນສຸມໃສ່ປັບປຸງກໍ່ສ້າງກຳລັງຂອງ ເຫລົ່າຮົບສື່ສານ ໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງໃນທຸກດ້ານ, ປະ ກອບສ່ວນເຂົ້າໃນການປັບປຸງກໍ່ ສ້າງກອງທັບປະຕິວັດ, ມີແບບແຜນ ທັນສະໄໝ, ບັນຫາສໍາຄັນແມ່ນພ້ອມ ກັນຈັດຕັ້ງປະຕິບັດແຜນການອົບ ຮົມ-ຫັດແອບຄັ້ງນີ້ ໃຫ້ໄດ້ຮັບໝາກ ຜົນຕາມຄາດໝາຍທີ່ວາງໄວ້. ຂ່າວ: ລຸນທອງ

RkJQdWJsaXNoZXIy MTc3MTYxMQ==