5805

gxu foe.-h lt|k,[y olkdq o [+ cdh ; 1j k'gxa omk'dko sh v';j kdkol6 odk'ra d pq d]tfa [ s]a dl6 fdko[= ]y sko75h ,7v']a f xtmkoxtgmf 8h voIa [m6 fxtgmfgrn j vo,y fg0Q kpn j olko8k8A ' ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 06.02.2024 ປີທີ 23 ສະບັບທີ 5.866 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 6  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf 7totde,tdko9a fdko c0j '0a og;Q krklk pu j x5 j o wfh Ia [.[ph v'p= g]0kmy dko.spj lq j ' 3m]tg]dv;prvoxu .\j 9u o dt-;'xh v'da oxtgmf lts]5 [ dkog7n j vows;;Pd'ko 2023 lqj 'glu ,[q f[kfpy '{-kp grnj vlh k' xt-k7q ,vk-Po.sh g0A ,c0' Iv'xtmkoxtgmf 1h P,1k, 3I''kozt]y fcxh ',a o8Q o c0;'v5 fq ,wຂປລ. ຄະນະກຳມະການຈັດ ການແຂ່ງຂັນເວົ້າພາສາຍີ່ປຸ່ນໄດ້ ຮັບໃບຍ້ອງຍໍຈາກລັດຖະມົນຕີກະ ຊວງການຕ່າງປະເທດຍີ່ປຸ່ນ ເຊິ່ງພິ ທີມອບໃບຍ້ອງຍໍ ຈັດຂຶ້ນໃນວັນທີ 1 ກຸມພາ 2014 ທີ່ນະຄອນຫລວງ ວຽງຈັນ, ຕາງໜ້າມອບໂດຍທ່ານ ໂຄະບະຢະຊິ ເຄັນອິຈິ ເອກອັກຄະ ຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ເຊິ່ງໃບຍ້ອງຍໍຈາກລັດຖະມົນຕີກະ ຂປລ. ຫ້ອງວ່າການສູນກາງ ພັກໄດ້ຈັດຊຸດຝຶກອົບຮົມຍົກລະດັບ ຄວາມຮູ້ຫລັກສູດການບໍລິຫານຄຸ້ມ ຄອງລັດ ສໍາລັບຜູ້ບໍລິຫານລະດັບ ກາງ ໃຫ້ແກ່ພະນັກງານຫລັກແຫລ່ງ ຂັ້ນພະແນກ ໃນລະຫວ່າງວັນທີ 5-29ກຸມພາ2024 ເຊິ່ງຈະໄດ້ແບ່ງ ອອກເປັນສອງຊຸດ ຄື: ຊຸດທີໜຶ່ງວັນ ທີ 5-15 ກຸມພາ ແລະ ຊຸດທີສອງວັນ ທີ 19-29 ກຸມພາ 2024. ໃນໂອກາດນີ້, ທ່ານ ຄຳຜາ ພິມ ມະສອນ ຮອງຄະນະພັກ, ຮອງຫົວ ທ່ານ ທອງລຸນ ສີສຸລິດ ຕ້ອນຮັບທ່ານ ນາງ ເມແກັນ ອາລິສຊາບິດ ຈອນສ ເຂົ້າຍື່ນສານຕາຕັ້ງ ເພື່ອມາດຳລົງຕາແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງອົດສະຕຣາລີ ຄົນໃໝ່ປະຈໍາ ສປປ ລາວ ທ່ານ ທອງລຸນ ສີສຸລິດ ຕ້ອນຮັບທ່ານ ຟີໂລເມໂນ ເອກອັກຄະລັດຖະ ທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ- ແລັດສະເຕ ຄົນໃໝ່ປະຈໍາ ສປປ ລາວ ທ່ານ ທອງລຸນ ສີສຸລິດ ຕ້ອນຮັບ ທ່ານ ນາງ ແຣັດເຕີ ວາເຣຍອາວາ ເອກ ອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາຫະລັດອາເມລິກາ ຄົນໃໝ່ ປະຈໍາ ສປປ ລາວ ທ່ານ ທອງລຸນ ສີສຸລິດ ຕ້ອນຮັບ ທ່ານ ອອງໂກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ສະຫະພັນ ມຽນມາ ຄົນໃໝ່ ປະຈໍາ ສປປ ລາວ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຂປລ. ເນື່ອງໃນໂອກາດບຸນປີໃໝ່ຂອງປະຊາຊາດຈີນ ປະຈໍາປີ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນ ກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກ ອວຍພອນເຖິງ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນ ກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ. ເນື້ອໃນຂອງໂທລະເລກ ລະບຸວ່າ: ສະຫາຍ ສີ ຈິ້ນຜິງ ທີ່ນັບຖື, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ສະຫາຍ ແລະ ພັນລະ ຍາທີ່ ໄດ້ສົ່ງບັດອວຍພອນປີໃໝ່ສາກົນ 2024 ທີ່ງົດງາມ ແລະ ເຕັມໄປ ດ້ວຍໄມຕີຈິດມິດຕະພາບອັນສະໜິດສະໜົມອົບອຸ່ນເຖິງຂ້າພະເຈົ້າ ແລະ ພັນລະຍາ ແລະ ໃນໂອກາດບຸນປີໃໝ່ຈີນ ທີ່ຈະມາເຖິງນີ້, ຕາງໜ້າຄະ ນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ກໍຄື ໃນນາມສ່ວນ ຕົວ ແລະ ພັນລະຍາ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດມາຍັງ ສະຫາຍ ພ້ອມດ້ວຍຄອບຄົວ ແລະ ຜ່ານສະຫາຍ ໄປຍັງຄະນະກໍາມະການ ສູນກາງພັກກອມມູນິດຈີນ, ສະມາຊິກພັກ ແລະ ປະຊາຊົນຈີນ ອ້າຍນ້ອງ ທຸກຖ້ວນໜ້າມານະໂອກາດນີ້ດ້ວຍ. ຂປລ. ກອງປະຊຸມສໍາມະນາ ຂອງສະມາຊິກລັດຖະສະພາເພດ ຍິງລະຫວ່າງຊາດອາຊຽນ ຫລື ໄວປາ(WAIPA) ຄັ້ງທີ 2 ໄດ້ ຈັດຂຶ້ນໃນລະຫວ່າງວັນທີ 5-6 ທ່ານ ຄຳຜາ ພິມມະສອນ ຂປລ. ໃນວັນທີ 2 ກຸມພາ 2024 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະ ການກົມການເມືອງສູນກາງພັກ, ຮອງປະທານປະເທດພ້ອມດ້ວຍຄະ ນະ ໂດຍມີທ່ານ ບຸນຄົງ ຫລ້າຈຽມ ພອນ ກຳມະການສຳຮອງສູນກາງ ພັກເລຂາພັກແຂວງ ເຈົ້າແຂວງ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 06/02/2024 xtgmf]k; ປະທານປະເທດ ຕ້ອນຮັບ... ຮອງປະທານປະເທດ... ກະຊວງປ້ອງກັນປະເທດ... ຫ້ອງວ່າການສູນກາງພັກ... ສົ່ງເສີມບົດບາດ... ເລຂາທິການໃຫຍ່... ຂປລ. ໃນວັນທີ 5 ມັງກອນ 2024 ທີ່ຫໍສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບບັນດາ ທູດປະເທດເພື່ອນມິດເຂົ້າຍື່ນສານ ຕາຕັ້ງ ເພື່ອມາດຳລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດຄົນໃໝ່ປະຈໍາ ສປປ ລາວ ຕາມລໍາດັບຄື: ເວລາ 9 ໂມງ 00 ໄດ້ຕ້ອນຮັບ ທ່ານ ນາງ ເມແກັນ ອາລິສຊາບິດ ຈອນສ (Megan El izabeth JONES) ເຂົ້າຍື່ນສານຕາຕັ້ງ ເພື່ອ ມາດຳລົງຕາແໜ່ງເປັນເອກອັກຄະ ລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງອົດສະຕຣາລີ ຄົນໃໝ່ປະຈໍາ ສປປ ລາວ ເຊິ່ງມີສຳນັກງານຕັ້ງຢູ່ ນະຄອນຫລວງວຽງຈັນ. ສປປ ລາວ ແລະ ອົດສະຕຣາລີ ໄດ້ສ້າງ ຕັ້ງສາຍພົວພັນການທູດນໍາກັນ ໃນ ວັນທີ 15 ມັງກອນ 1952. ເວລາ 9 ໂມງ 30 ໄດ້ຕ້ອນຮັບ ທ່ານ ຟີໂລເມໂນ ເອກອັກຄະລັດຖະ ທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດປະຊາທິປະໄຕຕີມໍ- ແລັດສະເຕຄົນໃໝ່ປະຈໍາສປປລາວ ເຊິ່ງມີສຳນັກງານຕັ້ງຢູ່ນະຄອນ ຫລວງວຽງຈັນ. ລາວ ແລະ ຕີມໍ- ແລັດສະເຕ ໄດ້ສ້າງຕັ້ງສາຍພົວພັນ ການທູດນໍາກັນ ໃນວັນທີ 29 ກໍລະ ກົດ 2002. ເວລາ 10 ໂມງ 00 ໄດ້ຕ້ອນຮັບ ທ່ານ ນາງ ແຣັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສາຫະລັດອາ ເມລິກາ ຄົນໃໝ່ ປະຈໍາ ສປປ ລາວ ເຊິ່ງມີສຳນັກງານຕັ້ງຢູ່ນະຄອນ ຫລວງວຽງຈັນ. ລາວ ແລະ ສະ ຫະລັດອາເມລິກາ ໄດ້ສ້າງຕັ້ງສາຍ ພົວພັນການທູດນຳກັນ ໃນວັນທີ 10 ສິງຫາ 1955. ເວລາ 10 ໂມງ 30 ໄດ້ຕ້ອນຮັບ ທ່ານ ອອງໂກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງສາ ທາລະນະລັດ ສະຫະພັນມຽນມາ ຄົນໃໝ່ປະຈໍາ ສປປ ລາວ ເຊິ່ງມີ ສຳນັກງານຕັ້ງຢູ່ນະຄອນຫລວງ ວຽງຈັນ. ລາວ ແລະ ມຽນມາ ສ້າງ ຕັ້ງ ສາຍພົວພັນການທູດນໍາກັນ ໃນ ວັນທີ 12 ກໍລະກົດ 1955. ໂອກາດດັ່ງກ່າວ, ທ່ານປະທານ ປະເທດ ໄດ້ສະແດງຄວາມຍິນດີ ຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາທ່ານທູດປະເທດເພື່ອນມິດ ທີ່ຖືກແຕ່ງຕັ້ງມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ປະຈຳ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການ ປະກອບສ່ວນເສີມສ້າງສາຍພົວພັນ ການຮ່ວມມື ແລະ ຊ່ວຍເຫລືອ ເຊິ່ງ ກັນ ແລະ ກັນ ລະຫວ່າງ ລາວ-ອົດ ສະຕຣາລີ, ລາວ-ຕີມໍເລສເຕ, ລາວອາເມລິກາ ແລະ ລາວ-ມຽນມາ ທີ່ ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ເຊື່ອໝັ້ນວ່າບັນທ່ານທູດ ຈະ ເອົາໃຈໃສ່ໃນການປະຕິບັດໜ້າທີ່ໃຫ້ ເກີດດອກອອກຜົນຢ່າງແທ້ຈິງ. ພ້ອມນັັ້ນ, ບັນດາທ່ານທູດປະ ເທດ ເພື່ອນມິດກໍໄດ້ກ່າວສະແດງ ຄວາມຂອບໃຈຕໍ່ທ່ານປະທານປະ ເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງຢືນ ຢັນວ່າ ຈະເອົາໃຈໃສ່ຢ່າງຕັ້ງໜ້າໃນ ການປະຕິບັດໜ້າທີ່ວຽກງານການ ອຸດົມໄຊ ພ້ອມດ້ວຍຄະນະພະແນກ ການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວ ຢ້ຽມຢາມໂຮງງານຜະລິດແປງ ມັນຕົ້ນ ບ້ານປຸ່ງຫວີງ ເມືອງໄຊ ແຂວງອຸດົມໄຊ. ໃນໂອກາດນີ້ ໄດ້ລາຍງານສະ ພາບການຈັດຕັ້ງປະຕິບັດວຽກງານ ດ້ານຕ່າງໆ ໂດຍຫຍໍ້ໃຫ້ກັບຄະນະ ທີມງານໄດ້ຮັບຊາບ ເປັນຕົ້ນ ແມ່ນ ການລົງທຶນດ້ານການປູກ ແລະ ການລ້ຽງ, ສະເພາະຢູ່ໃນເມືອງໄຊ ມີປະຊາຊນປູກມັນຕົ້ນທັງໝົດ 540 ຄອບຄົວ, ໃນ 37 ບ້ານ, ມີເນື້ອທີ່ ທັງໝົດ 240 ເຮັກຕາ ການຈັດຕັ້ງ ປະຕິບັດຕໍ່ກັບການປູກມັນຕົ້ນຂອງ ບໍລິສັດ ແລະ ພໍ່ແມ່ປະຊາຊົນໃນປີ 2023ຈາກການເກັບກໍາຂໍ້ມູນເບື້ອງ ຕົ້ນ ມີຄອບຄົວທີ່ຈະປູກມັນຕົ້ນທັງ ໝົດ 52 ບ້ານ, 640 ຄອບຄົວ, ມີ ເນື້ອທີ່ 412 ເຮັກຕາ. ແຕ່ມາຮອດ ໄລຍະການສະໜອງແນວພັນທາງ ບໍລິສັດ ໄດ້ຊອກຫາແນວພັນມາສະ ໜອງໃຫ້ພໍ່ແມ່ປະຊາຊົນບໍ່ພຽງພໍ ຈຶ່ງບໍ່ໄດ້ຕາມແຜນການ. ແນວໃດ ກໍຕາມບັນດາຄອບຄົວພໍ່ແມ່ປະ ຊາຊົນທີ່ໄດ້ປູກຕົວຈິງໃນປັດຈຸບັນ ເຫັນວ່າມີຄວາມງອກງາມດີ ແຕ່ຍັງ ມີບາງແນວພັນທີ່ບໍ່ເໝາະສົມກັບ ສະພາບພື້ນທີ່ ເຮັດໃຫ້ມີຫົວນ້ອຍ ບໍ່ງາມ, ປັດຈຸບັນພໍ່ແມ່ປະຊາຊົນແມ່ນ ຢູ່ໃນໄລຍະການເກັບກູ້ຜົນຜະລິດ ແລ້ວປະມານ 70%. ສ່ວນການເກັບ ຊື້ມັນຕົ້ນ, ບໍລິສັດໄດ້ເຊັນສັນຍາ ເກັບຊື້ໃນປີ 2023 ລາຄາ 1.500 ກີບຕໍ່ 1 ກິໂລ ແມ່ນສົ່ງມາຮອດໂຮງ ງານເພາະວ່າທາງບໍລິສັດ ຈະບໍ່ມີ ລົດໄປເກັບຊື້ແຕ່ລະຈຸດແຕ່ລະບ່ອນ. ສຳລັບແຜນປູກມັນຕົ້ນໃນປີ 2024, ທາງບໍລິສັດ ມີແຜນເກັບຊື້ແນວ ພັນຈາກປະຊາຊົນມາສະຕັອກໄວ້ ປະມານ 150 ໂຕນ ເພື່ອສະໜອງ ປະຊາຊົນທີ່ຕ້ອງການປູກໃນເນື້ອ ທີ່ຕາມແຜນການຂອງເມືອງໄຊ ໃຫ້ ໄດ້ 400-500 ເຮັກຕາ. ສ່ວນຕະ ຫລາດຈໍາໜ່າຍແປ້ງມັນຕົ້ນ ແມ່ນ ທາງໂຮ ງງານໄດ້ສົ່ງອອກ ໄປຂາຍ ຢູ່ ສປ ຈີນ ເຫັນວ່າຜົນຕອບຮັບດີ ແລະ ມີຄວາມຕ້ອງການເປັນຈຳ ນວນຫລາຍ. ໂອກາດນີ້, ທ່ານຮອງປະທານ ປະເທດ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ກັບ ການນຳແຂວງ ທີ່ສາມາດດຶງດູດ ເອົານັກລົງທຶນຕ່າງປະເທດ ໂດຍສະ ເພາະແມ່ນໂຮງງານຜະລິດແປ້ງ ມັນຕົ້ນແຫ່ງນີ້ ເຊິ່ງໄດ້ສ້າງວຽກ ເຮັດງານທຳ, ສ້າງລາຍໄດ້ໃຫ້ປະ ຊາຊົນຈຳນວນຫລາຍມີອາຊີບທີ່ ຖາວອນ, ພ້ອມທັງເນັ້ນໃຫ້ບໍລິສັດ ຈົ່ງຂະຫຍາຍການສົ່ງເສີມປະຊາ ຊົນປູກໃຫ້ຫລາຍກວ່າເກົ່າ ແລະ ມີການພັດທະນາຂຶ້ນໄປເລື້ອຍໆ, ພ້ອມທັງຊອກຫາແນວພັນທີ່ດີ ມີຄຸນ ນະພາບມາສົ່ງເສີມໃຫ້ປະຊາຊົນປູກ ໃຫ້ຫລາຍຕື່ມອີກ. ຂ່າວ-ພາບ:ແສງອາທິດ ທູດ ໃນການເປັນຂົວຕໍ່ເພີ່ມທະວີຮັດ ແໜ້ນສາຍພົວພັນ ການຮ່ວມມື ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃຫ້ ນັບມື້ມີບາດກ້າວຂະຫຍາຍຕົວຂຶ້ນ ເລື້ອຍໆ. ຂ່າວ ສົມຫວັງ, ພາບ ອ່າຍຄໍາ ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນ ເປັນຢ່າງຍິ່ງທີ່ເຫັນວ່າສາຍພົວພັນ ຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ສືບຕໍ່ໄດ້ຮັບການເສີມຂະຫຍາຍດ້ວຍ ທ່ວງທ່າທີ່ໜັກແໜ້ນກວ່າເກົ່າໂດຍ ສະເພາະແມ່ນການລົງນາມແຜນ ແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາ ຕາກໍາ ລາວ-ຈີນ, ຈີນ-ລາວ ສະບັບ ໃໝ່ ແລະຜົນການພົບປະກັບສະຫາຍ ໃນໂອກາດເຂົ້າຮ່ວມກອງປະຊຸມ “ໜຶ່ງແລວ ໜຶ່ງເສັ້ນ ທາງ” ຄັ້ງທີ 3 ແລະ ຢ້ຽມຢາມເຮັດວຽກຢູ່ ສປ ຈີນ ໃນທ້າຍປີ 2023 ຜ່ານມາ ເຊິ່ງເປັນບາດກ້າວທີ່ມີຄວາມໝາຍ ສໍາຄັນປະຫວັດສາດຂອງການພົວ ພັນຮ່ວມມື ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃນ ໄລຍະໃໝ່. ຂ້າພະເຈົ້າ ຍິນດີຮ່ວມ ກັບສະຫາຍ ສືບຕໍ່ຊີ້ນໍາໃນການເພີ່ມ ທະວີ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ມີມາດຕະ ຖານສູງ, ຄຸນນະພາບສູງ ແລະ ລະ ດັບທີ່ສູງກວ່າເກົ່າ ເພື່ອສືບຕໍ່ນຳເອົາ ຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ ລາວ-ຈີນ. ເນື່ອງໃນໂອກາດອັນເບີກບານ ມ່ວນຊື່ນຕ້ອນຮັບປີໃໝ່ປະເພນີປະ ຊາຊົນຈີນນີ້, ຂ້າພະເຈົ້າພ້ອມດ້ວຍ ພັນລະຍາຂໍອວຍພອນໄຊອັນປະ ເສີດມາຍັງສະຫາຍ ພ້ອມດ້ວຍພັນ ລະຍາ ແລະ ຄອບຄົວຈົ່ງມີພະລານາ ໄມສົມບູນ, ມີຄວາມຜາສຸກ ແລະ ປະ ສົບຜົນສໍາເລັດໃໝ່ ໃຫຍ່ຫລວງ ກວ່າເກົ່າ ໃນໜ້າທີ່ອັນມີກຽດສູງສົ່ງ ຂອງສະຫາຍ ແລະ ອວຍພອນ ໃຫ້ ປະຊາຊົນຈີນ ອ້າຍນ້ອງຈົ່ງສືບຕໍ່ມີ ຄວາມສົມບູນພູນສຸກແລະວັດທະນາ ຖາວອນ; ຂໍອວຍພອນໃຫ້ ສາຍພົວ ພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມ ທິດ4ດີແລະການສ້າງຄູ່ຮ່ວມຊາຕາ ກໍາ ລາວ-ຈີນ, ຈີນ-ລາວ ຈົ່ງແຕກ ດອກອອກຜົນຍິ່ງໆຂຶ້ນ. ໃນໂອກາດດຽວກັນ, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະ ການສູນກາງພັກ, ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກກໍໄດ້ສົ່ງ ໂທລະເລກອວຍພອນເຖິງສະຫາຍ ຫລິວ ຈ້ຽນຊາວ ກໍາມະການສູນ ກາງພັກ, ຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກກອມມູນິດຈີນ. ຂປລ. ໃນລະຫວ່າງວັນທີ 5-6 ກຸມພາ 2024 ນີ້, ກະຊວງປ້ອງກັນ ປະເທດ ໄດ້ຈັດກອງປະຊຸມສະ ຫລຸບການເຄື່ອນໄຫວວຽກງານ ປ້ອງກັນຊາດ ປະຈຳປີ 2023 ແລະ ທິດທາງແຜນການທີ່ຈະສຸມ ໃສ່ຈັດຕັ້ງປະຕິບັດ ໃນປີ 2024 ໂດຍການເປັນປະທານຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງປ້ອງກັນປະເທດ, ມີ ພະນັກງານຫລັກແຫລ່ງທົ່ວກອງ ທັບ, ນາຍ ແລະ ພົນທະຫານ, ຜູ້ຕາງ ໜ້າຈາກກົມກອງ, ກຳລັງຫລວງກຳລັງທ້ອງຖິ່ນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ ພ້ອມກັນສັງເກດ-ຕີລາຄາການຈັດ ຕັ້ງປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງ ກໍຄື ກົມກອງຕ່າງໆ ໄດ້ຈັດຕັ້ງປະ ຕິບັດໃນປີຜ່ານມາ ເພື່ອຄວາມເປັນ ເອກະພາບໃນການປັບປຸງກໍ່ສ້າງ ກອງທັບໃຫ້ມີການຫັນປ່ຽນໃໝ່ຢ່າງ ຕັ້ງໜ້າ ແລະ ພ້ອມກັນຄົ້ນຄວ້າເປັນ ເອກະພາບທິດທາງແຜນການທີ່ຈະ ສຸມໃສ່ຈັດຕັ້ງປະຕິບັດໃນປີ 2024. ໂອກາດດັ່ງກ່າວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະ ແດງຄວາມຊົມເຊີຍຕໍ່ຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ ຂອງແຕ່ລະກົມກອງ ທົ່ວກອງທັບໃນໄລຍະ 1 ປີຜ່ານມາ ພາຍໃຕ້ການຊີ້ນຳ ນຳພາຂອງຄະ ນະພັກກະຊວງກໍຄືຄະນະພັກ-ຄະ ນະບັນຊາແຕ່ລະຂັ້ນໃນການຈັດ ຕັ້ງປະຕິບັດແນວທາງນະໂຍບາຍ ຂອງພັກ ແລະ ວຽກງານຈຸດສຸມ ຂອງກະຊວງ ເຊິ່ງສາມາດຍາດໄດ້ ຜົນສຳເລັດຫລາຍດ້ານ, ຮັບປະ ກັນສະຖຽນລະພາບທາງດ້ານການ ເມືອງ, ມີຄວາມສະຫງົບ, ມີຄວາມ ເປັນລະບຽບຮຽບຮ້ອຍໃນສັງຄົມ; ປະກອບສ່ວນແກ້ໄຂຄວາມທຸກຍາກ ຂອງປະຊາຊົນໄດ້ຢ່າງໜັກແໜ້ນ ແລະ ທົ່ວເຖິງມີຜົນສຳເລັດເປັນ ຢ່າງດີ, ເຮັດໃຫ້ບົດບາດອິດທິພົນ ຂອງຊາດລາວພົ້ນເດັ່ນຂຶ້ນໃນເວທີ ສາກົນ ແລະ ພາກພື້ນ. ໃນນັ້ນ, ກອງ ທັບເຮົາໄດ້ເປັນກຳລັງຫລັກແຫລ່ງ ໃນການປ້ອງກັນບັນດາວັນບຸນແລະ ກອງປະຊຸມສຳຄັນຕ່າງໆມີຄວາມ ສະຫງົບປອດໄພ 100%, ສ້າງໄດ້ ຄວາມເຊື່ອໝັ້ນ, ຄວາມໄວ້ວາງ ໃຈຈາກການນຳພັກ-ລັດກໍຄືປະຊາ ຊົນບັນດາເຜົ່າ. ພ້ອມນີ້, ກຳລັງກອງ ທັບຍັງໄດ້ສຸມໃສ່ຮັບປະກັນປົກປັກ ຮັກສາອໍານາດອະທິປະໄຕ ຂອງ ຊາດຮັບປະກັນເຮັດໃຫ້ການເມືອງ ມີສະຖຽນລະພາບ, ສັງຄົມມີຄວາມ ສະຫງົບ- ປອດໄພ ໂດຍພື້ນຖານ; ການປະຕິບັດແນວທາງແຜນນະ ໂຍບາຍຂອງ ພັກ, ການພັດທະນາ ເສດຖະກິດ-ວັດທະນະທຳ-ສັງຄົມ ຍັງສືບຕໍ່ຂະຫຍາຍຕົວ, ຊີວິດການ ເປັນຢູ່ ຂອງປະຊາຊົນໄດ້ຮັບການ ປັບປຸງດີຂຶ້ນເປັນກ້າວໆ, ການປັບປຸງ ກໍ່ສ້າງກອງທັບກໍມີຫລາຍດ້ານ ພົ້ນເດັ່ນຂຶ້ນ ແລະ ກ້າວເຂົ້າສູ່ຄວາມ ເປັນລະບຽບ, ມີແບບແຜນ ແລະ ທັນ ສະໄໝ. ຕໍ່ກັບຜົນສຳເລັດດັ່ງກ່າວ, ຍັງ ມີຫລາຍບັນຫາທີ່ກອງທັບຈະຕ້ອງ ໄດ້ສຸມໃສ່ແກ້ໄຂ ເປັນຕົ້ນແມ່ນປະ ກົດການຫຍໍ້ທໍ້ຕ່າງໆ, ຄຸນທາດການ ເມືອງຂອງພະນັກງານຈໍານວນ ໜຶ່ງຍັງມີການເສື່ອມຖອຍລົງ, ຂາດ ຄວາມຈູບຈ້າວຫ້າວຫັນຕໍ່ວຽກ ງານ, ບັນຫາຢາເສບຕິດ, ການຄ້າ ມະນຸດ, ອາຊະຍາກໍາ ແລະ ອື່ນໆ. ຂ່າວ: ທະນູທອງ ພາບ: ຂັນໄຊ ໜ້າຫ້ອງວ່າການສູນກາງພັກ ໄດ້ ກ່າວວ່າ: ການຈັດຊຸດຝຶກອົບຮົມ ຫລັກສູດການບໍລິຫານຄຸ້ມຄອງ ລັດ ສໍາລັບຜູ້ບໍລິຫານລະດັບກາງ ແມ່ນຈັດຕາມຫລັກສູດຂອງສະຖາ ບັນຄົ້ນຄວ້າວິທະຍາສາດການປົກ ຄອງ ແລະ ຝຶກອົບຮົມກະຊວງພາຍ ໃນກໍານົດ. ທັງນີ້, ກໍເພື່ອແນໃສ່ຍົກ ສູງຄວາມຮັບຮູ້, ຄວາມເຂົ້າໃຈກ່ຽວ ກັບລະບົບການປົກຄອງທີ່ເປັນທິດ ສະດີລວມພື້ນຖານ ໃນລະບົບການ ເມືອງແລະການປົກຄອງຂອງສປປ ລາວ ລວມທັງທິດທາງໃນການປັບ ປຸງ ແລະ ບູລະນະການປົກຄອງ ໃນ ການນໍາພາການປະຕິບັດວຽກງານ ຂອງພະນັກງານນໍາພາປະເພດ 4 ແລະ ປະເພດ 5 (ຂັ້ນພະແນກ) ພາຍໃນຫ້ອງວ່າການສູນກາງພັກ ໃຫ້ມີປະສິດທິພາບສູງຂຶ້ນ. ທ່ານ ຄຳຜາ ພິມມະສອນ ໄດ້ ຮຽກຮ້ອງໃຫ້ຜູ້ທີ່ເຂົ້າຝຶກອົບຮົມ ໃນຄັ້ງນີ້, ເປັນເຈົ້າການເອົາໃຈໃສ່ ຄົ້ນຄວ້າຮ່ຳຮຽນ, ຖອດຖອນບົດ ຮຽນນໍາບັນດາຄູ-ອາຈານ, ແລກ ປ່ຽນບົດຮຽນກັບຜູ້ເຂົ້າຮ່ວມຝຶກ ອົບຮົມດ້ວຍກັນໃຫ້ມີບັນຍາກາດ ຟົດຟື້ນ. ພ້ອມທັງເຊື່ອໝັ້ນວ່າດ້ວຍ ສະຕິປັນຍາ ແລະ ຄວາມຮັບຜິດ ຊອບຈະຍາດແຍ່ງເອົາຄວາມຮູ້ນຳ ບັນດາຄູ-ອາຈານຜູ້ທີ່ມີປະສົບປະ ການສູງ ໃນການຖ່າຍທອດບົດຮຽນ ເພື່ອນໍາມາພັດທະນາວຽກງານ ຂອງຕົນເອງ ກໍຄືຂອງການຈັດຕັ້ງ ໃນຕໍ່ໜ້າໃຫ້ສູງຂຶ້ນ ແລະ ເຊື່ອໝັ້ນ ວ່າບັນດາຄູ-ອາຈານຈະຖ່າຍທອດ ຄວາມຮູ້, ບົດຮຽນແລະ ພຶດຕິກຳຕົວ ຈິງໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມໃນ ຄັ້ງນີ້ດ້ວຍຄວາມຮັບຜິດຊອບສູງ. ຂ່າວ: ກິດຕາ ກຸມພາ 2024 ທີ່ສະພາແຫ່ງຊາດ, ສປປ ລາວ ພາຍໃຕ້ຫົວຂໍ້: “ສົ່ງເສີມ ລັດຖະສະພາ ທີ່ເອົາໃຈໃສ່ບົດບາດ ຍິງ-ຊາຍ ເພື່ອປະຊາຄົມອາຊຽນ ທີ່ເຂັ້ມແຂງ, ເຊື່ອມຈອດ ແລະ ກວມ ລວມ”. ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ທຸມມາລີ ວົງພະຈັນ ປະທານ ກຳມາທິການວັດທະນະທຳ-ສັງຄົມ ທັງເປັນປະທານໄວປາ; ມີບັນດາ ຮອງປະທານກຳມາທິການ, ເລຂາ ທິການໃຫຍ່ໄອປາ, ສະມາຊິກລັດ ຖະສະພາ ຈາກບັນດາປະເທດສະ ມາຊິກໄອປາ (AIPA) 8 ປະເທດ ຄື: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ; ນອກນັ້ນ, ຍັງມີປະເທດສັງເກດການ, ຜູ້ຕາງ ໜ້າສະຫະປະຊາຊາດ ແລະ ອົງ ການຈັດຕັ້ງສາກົນ. ທ່ານ ນາງ ສ ູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕີ ລາຄາສູງຕໍ່ບັນດາປະເທດ ອາຊຽນ ທີ່ໄດ້ມີການສົ່ງເສີມການມີສ່ວນ ຮ່ວມຂອງເພດຍິງ ໃນລັດຖະສະພາ ແລະ ການເປັນຜູ້ນໍາຂອງເພດຍິງໃນ ຕໍາແໜ່ງທີ່ສຳຄັນຕ່າງໆ ແລະ ມີອັດ ຕາສ່ວນເພີ່ມຂຶ້ນ ໂດຍເຫັນຈາກ ອັດຕາສ່ວນຂອງເພດຍິງໃນລັດ ຖະສະພາຂອງບັນດາປະເທດອາ ຊຽນ ເພີ່ມຂຶ້ນຈາກ 12% (ໃນ ປີ 2000) ເປັນ 23% (ໃນປີ 2023). ບັນດາປະເທດອາຊຽນກໍຄື ສປປ ລາວ ໄດ້ໃຫ້ຄວາມສຳຄັນຕໍ່ ການສົ່ງເສີມ ແລະ ການພັດທະນາ ຄວາມສະເໝີພາບລະຫວ່າງຍິງຊາຍ ເຊິ່ງບັນດາປະເທດພວກເຮົາ ໄດ້ເປັນພາຄີ ຂອງສົນທິສັນຍາວ່າ ດ້ວຍສິດທິມະນຸດ, ສົນທິສັນຍາວ່າ ດ້ວຍການລົບລ້າງທຸກການຈຳແນກ ຕໍ່ແມ່ຍິງ(CEDAW), ສົນທິສັນຍາ ວ່າດ້ວຍສິດທິທາງການເມືອງ ແລະ ສິດຂອງພົນລະເມືອງ (ICCPR). ໃນຂອບອາຊຽນ ພວກເຮົາໄດ້ມີຖະ ແຫລງການຮ່ວມວ່າດ້ວຍການສົ່ງ ເສີມແມ່ຍິງ, ສັນຕິພາບ ແລະ ຄວາມ ໝັ້ນຄົງໃນອາຊຽນ; ຖະແຫລງ ການ ອາຊຽນວ່າດ້ວຍຄວາມສະເໝີ ພາບຍິງ-ຊາຍ ແລະ ການພັດທະ ນາຄອບຄົວ; ຖະແຫລງການ ອາ ຊຽນ ວ່າດ້ວຍການເອົາໃຈໃສ່ບັນ ດາບົດບາດຍິງ-ຊາຍ ໃນການຈັດຕັ້ງ ປະຕິບັດວິໄສທັດ 2025 ຂອງປະ ຊາຄົມອາຊຽນ ແລະ ການພັດທະນາ ແບບຍືນຍົງ. ໃນຂອບລັດຖະສະພາ, ແຕ່ລະປີພວກເຮົາໄດ້ມີກອງປະຊຸມ ເພື່ອຕິດຕາມກວດກາການຈັດຕັ້ງປະ ຕິບັດບັນດາມະຕິ, ຖະແຫລງການ ທີ່ໄດ້ວາງອອກ ແນໃສ່ເຮັດໃຫ້ແມ່ ຍິງມີສ່ວນຮ່ວມແລະມີບົດບາດທາງ ດ້ານການເມືອງນັບມື້ນັບສູງຂຶ້ນ. ກອງປະຊຸມ ຈະໄດ້ລວມເອົາບັນ ດາສະມາຊິກລັດຖະສະພາມາເຕົ້າ ໂຮມກັນ ເພື່ອຊອກຫາວິທີທາງແກ້ ໄຂໃນກອງປະຊຸມເວທີຜູ້ນໍາທາງ ການເມືອງຂອງເພດຍິງ ເຊິ່ງເປົ້າ ໝາຍແມ່ນເພື່ອສ້າງຄວາມເຂັ້ມ ແຂງ ການມີສ່ວນຮ່ວມຂອງເພດຍິງ ໃນດ້ານການເມືອງ ແລະ ການເປັນ ຜູ້ນຳ, ການເຊື່ອມໂຍງເຂົ້າກັບພາກ ພື້ນ ໂດຍການເພີ່ມທະວີການຮ່ວມ ມືໃນທົ່ວພາກພື້ນ, ຂໍ້ລິເລີ່ມນີ້ ສອດ ຄ່ອງກັນກັບຫົວຂໍ້ລວມຂອງສະພາ ແຫ່ງຊາດລາວ ໃນນາມເປັນປະ ທານ AIPA. ພ້ອມນີ້, ຫົວຂໍ້ຍ່ອຍທີ່ໄດ້ຮັບ ການຄົ້ນຄວ້າ ໂດຍຜ່ານກອງປະຊຸມ ເວທີຜູ້ນໍາທາງການເມືອງຂອງ ເພດຍິງລວມມີ: ສົ່ງເສີມການມີສ່ວນ ຮ່ວມຂອງເພດຍິງທາງດ້ານການ ເມືອງ,ຄວາມເປັນຜູ້ນໍາຂອງເພດຍິງ ໃນການສົ່ງເສີມຄວາມເຂັ້ມແຂງ ແລະ ຮັກສາສັນຕິພາບແບບຍືນຍົງ; ສົ່ງເສີມການເຊື່ອມຕໍ່ ແລະ ການ ຮ່ວມມື ລະຫວ່າງຮຸ່ນຄົນຕໍ່ຮຸ່ນຄົນ ຂອງຜູ້ນຳເພດຍິງ. ຂ່າວ-ພາບ: ສພຊ gs]q j kIq [ln j lko gxu f[A o vq [Iq ,{sa fcv[xt9exu 2024 ຂປລ. ກົມສື່ສານກົມໃຫຍ່ເສນາ ທິການກອງທັບ ເປີດບັ້ນອົບຮົມ-ຫັດ ແອບປະຈໍາປີ 2024 ຂອງເຫລົ່າ ຮົບສື່ສານເຂດໃຈກາງ ນະຄອນ ຫລວງວຽງຈັນ ໃນວັນທີ 2 ກຸມພາ 2024 ໂດຍການເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບ, ມີສະຫາຍ ພົນຈັດຕະວາ ສຸບັນ ພັນທະວີ ຫົວໜ້າກົມສື່ສານ ກົມໃຫຍ່ເສນາທິການກອງທັບ, ພ້ອມ ດ້ວຍຄະນະພັກ-ຄະນະບັນຊາກົມ, ພະແນກການ, ກົມກອງ, ຕະຫລອດ ຮອດພະນັກງານ-ນັກຮົບກົມກອງ ສື່ສານເຂດໃຈກາງເຂົ້າຮ່ວມ. ສະຫາຍ ພັນໂທ ອຸ່ນຄຳ ອີສານ ເພັດ ຮອງຫົວໜ້າພະແນກອົບຮົມ ກົມສື່ສານກົມໃຫຍ່ເສນາທິການ ກອງທັບໄດ້ໃຫ້ຮູ້ວ່າ: ການອົບຮົມຫັດແອບໃນຄັ້ງນີ້, ເປັນການປະຕິບັດ ຕາມຄໍາສັ່ງກ່ຽວກັບການອົບຮົມຫັດແອບການເມືອງ, ການທະຫານ, ພະລາທິການ, ເຕັກນິກຂອງກົມໃຫຍ່ ເສນາທິການກອງທັບ, ຄຳສັ່ງແນະ ນໍາຂອງກົມອົບຮົມກົມໃຫຍ່ເສນາທິ ການກອງທັບວ່າ ດ້ວຍການອົບຮົມຫັດແອບ, ປັບປຸງລະບຽບແບບແຜນ, ເຝິກຝົນກຳລັງແຮງກາຍປະຈໍາປີ ກໍຄືແຜນການອົບຮົມ-ຫັດແອບການ ເມືອງ, ການທະຫານ, ພະລາທິການ ແລະ ເຕັກນິກປະຈໍາປີ 2024 ຂອງ ກົມສື່ສານ ໂດຍບັ້ນອົບຮົມຈະໄດ້ ເລັ່ງໃສ່ວຽກງານວິຊາສະເພາະເຕັກ ນິກສື່ສານ, ວຽກງານໄຟຟ້າ, ວຽກ ງານ IT, ການຕິດຕັ້ງສ້ອມແປງ, ອົບຮົມວຽກງານການເມືອງ, ພາກ ການທະຫານ, ວຽກງານພະລາທິ ການ, ສິລະປະຍຸດຍຸດທະວິທີສື່ສານ ແລະ ວິຊາສະເພາະຂອງເຫລົ່າຮົບສື່ ສານເຊິ່ງຈະໄດ້ອົບຮົມລວມທັງພາກ ທິດສະດີຫລັກການ ແລະ ພາກປະຕິ ບັດຕົວຈິງ ແນໃສ່ເຮັດໃຫ້ຜູ້ບັນຊາ ທຸກຂັ້ນ, ພະນັກງານ-ນັກຮົບທຸກສະ ຫາຍເຊື່ອມຊຶມຢ່າງເລິກເຊິ່ງກ່ຽວ ກັບຄວາມສໍາຄັນຂອງວຽກງານ ອົບຮົບ-ຫັດແອບ ເຊິ່ງແມ່ນຄວາມ ຮັບຜິດຊອບຂອງໝົດທຸກຄົນ, ທັງ ເປັນການຍົກລະດັບຄວາມຮູ້ຄວາມ ສາມາດທາງດ້ານສິລະປະຍຸດ-ຍຸດ ທະວິທີ, ດ້ານວິຊາສະເພາະຂອງ ເຫລົ່າຮົບສື່ສານ ເພື່ອກຽມຄວາມ ພ້ອມເຮັດສໍາເລັດໜ້າທີ່ເຄື່ອນໄຫວ ຮັບປະກັນການຕິດຕໍ່ສື່ສານໃຫ້ໄດ້ ຮັບໝາກຜົນສູງ. ພ້ອມກັນນັ້ນ, ກໍ ເພື່ອເປັນການຊຸກຍູ້ຂະບວນການຈັດ ຕັ້ງປະຕິບັດຂໍ້ກຳນົດ, ກົດລະບຽບ, ແບບແຜນວິທີເຮັດວຽກ, ການຝຶກ ຝົນຫລໍ່ຫລອມທາງດ້ານກຳລັງກາຍ ຂອງພະນັກງານ-ນັກຮົບໃນທົ່ວ ເຫລົ່າຮົບສື່ສານໃຫ້ຟົດຟື້ນແຂງ ແຮງ. ໂອກາດນີ້, ສະຫາຍ ພົນຕີ ພັນ ແສງ ບຸນພັນ ໄດ້ມີຄໍາເຫັນຊີ້ນໍາຄະ ນະພັກ-ຄະນະບັນຊາ ແຕ່ລະຂັ້ນໃຫ້ ເພີ່ມທະວີວຽກງານສຶກສາອົບຮົມ ການເມືອງແນວຄິດໃຫ້ພະນັກງານນັກຮົບຮັບຮູ້ ແລະ ເຂົ້າໃຈ ແຈ້ງ ຄວາມໝາຍສໍາຄັນຂອງວຽກງານ ອົບຮົມ-ຫັດແອບ ເຊິ່ງເປັນວຽກງານ ໜຶ່ງທີ່ຂາດບໍ່ໄດ້ໃນກອງທັບເຮົາ, ພະນັກງານ-ນັກຮົບແຕ່ລະສະຫາຍ ຕ້ອງໄດ້ເອົາໃຈໃສ່ຝຶກຝົນຫລໍ່ຫລອມ ຕົນເອງຮອບດ້ານ, ເປັນເຈົ້າການ ຈັດຕັ້ງປະຕິບັດຂໍ້ກຳນົດກົດລະບຽບ ໂດຍສະເພາະ 7 ລະບອບ 18 ວຽກ ຂອງກອງທັບຢ່າງເຂັ້ມງວດ, ພ້ອມ ກັນສຸມໃສ່ປັບປຸງກໍ່ສ້າງກຳລັງຂອງ ເຫລົ່າຮົບສື່ສານ ໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງໃນທຸກດ້ານ, ປະ ກອບສ່ວນເຂົ້າໃນການປັບປຸງກໍ່ ສ້າງກອງທັບປະຕິວັດ, ມີແບບແຜນ ທັນສະໄໝ, ບັນຫາສໍາຄັນແມ່ນພ້ອມ ກັນຈັດຕັ້ງປະຕິບັດແຜນການອົບ ຮົມ-ຫັດແອບຄັ້ງນີ້ ໃຫ້ໄດ້ຮັບໝາກ ຜົນຕາມຄາດໝາຍທີ່ວາງໄວ້. ຂ່າວ: ລຸນທອງ

xtgmf]k; 3 06/02/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍ:ຢາຕົ່ງ xt-k-q o[h ko]kf7;kp l5 ,.lj zt]y frn fza d lt|v'.sh 8ts]kf.oot7vos];' xtmko 7ew8 lu ra ofvo 4n le7a odkod+ lh k'rtoa d'ko (ເນື່ອງໃນໂອກາດວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ວັນທີ 08/02/1924-08/02/2024) * ຕະຫລອດໄລຍະການເຄື່ອນ ໄຫວປະຕິວັດ ກໍຄືການນຳພາຂະ ບວນການປົກປັກຮັກສາ ແລະ ສ້າງ ສາພັດທະນາເທດຊາດ ປະທານ ຄຳໄຕ ສີພັນດອນ ມີຄວາມເປັນ ຫ່ວງເປັນໄຍ ແລະ ເອົາໃຈໃສ່ເປັນ ພິເສດຕໍ່ວຽກງານສ້າງພັກ-ພະນັກ ງານ, ເປັນຕົ້ນແມ່ນພະນັກງານສືບ ທອດຮຸ້ນຕ່າງໆ. ໃນໂອກາດໄປ ຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາ ແຂວງໃນແຕ່ລະປີ, ປະທານເຄີຍ ເນັ້ນໜັກເລື້ອຍໆໃຫ້ຄະນະພັກແຕ່ ລະຂັ້ນເອົາໃຈໃສ່ເປັນພິເສດ ຕໍ່ວຽກ ງານປັບປຸງ ກໍ່ສ້າງພັກ-ພະນັກງານ ໃຫ້ດີ. ດັ່ງທີ່ທ່ານຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ ໃນຖານະທີ່ເຄີຍໃກ້ຊິດຕິດ ແທດຮັບໃຊ້ ປະທານ ຄໍາໄຕ ສີພັນດອນ ໄດ້ຍົກໃຫ້ເຫັນໃນປຶ້ມ ຂຽນ ປະທານ ຄຳໄຕ ສີພັນດອນ ໃນຄວາມຊົງຈຳຂອງຜູ້ໃກ້ຊິດໂດຍ ຍົກໃຫ້ເຫັນທິດຊີ້ນຳ ປະທານ ຄຳໄຕ ສີພັນດອນ ໃນການກໍ່ສ້າງ ພະນັກງານວ່າ: “ຢາກສ້າງໜ່ວຍ ພັກແຂງຮູ້ນໍາພາຮອບດ້ານ, ສໍາ ຄັນແມ່ນຕ້ອງສ້າງສະມາຊິກພັກ ໃຫ້ເຂັ້ມແຂງ ແລະ ຕ້ອງເກັ່ງ ໜ່ວຍ ພັກຈຶ່ງຈະແຂງໄດ້”. ຕໍ່ພະນັກງານການນໍາແຕ່ລະ ຂັ້ນ, ປະທານ ຄຳໄຕ ສີພັນດອນ ກໍ່ ເຄີຍຕັກເຕືອນເລື້ອຍໆວ່າ: ແຕ່ລະ ຄົນຕ້ອງບຸກບືນສູ້ຊົນຝຶກຝົນຫລໍ່ ຫລອມສ້າງຕົນເອງ ໃຫ້ກ້າວໜ້າ ເລື້ອຍໆ, ບໍ່ແມ່ນຈະລໍຖ້າໃຫ້ແຕ່ຂັ້ນ ເທິງ ຫລື ການຈັດຕັ້ງສ້າງຕົນເອງ. ປະທານຍາມໃດກໍ່ຢູ່ໃກ້ຊິດຕິດແທດ ຮັກແພງກັບພະນັກງານດ້ວຍຄວາມ ຈິງອົກຈິງໃຈ. ປະທານມີວາດຊົງ ທີ່ເຄັ່ງຂຶມ ແຕ່ເມື່ອພົບປະໂອ້ລົມກັບ ພະນັກງານ ວາດຊົງສຽງເວົ້າຂອງ ເພິ່ນທໍາມະດາເປັນກັນເອງ. ຢູ່ໃກ້ ຊິດຕິດແທດກັບປະທານມາຫລາຍ ປີ, ບໍ່ເຄີຍເຫັນເພິ່ນຄຽດຊັງ ຫລື ອະຄະຕິຕໍ່ພະນັກງານ, ມີບາງເທື່ອ ເພິ່ນກໍ່ຮ້າຍໃຫ້ພະນັກງານຍ້ອນ ເຮັດວຽກຊັກຊ້າຫລືບໍ່ຖືກຕ້ອງຕາມ ການຊີ້ນໍາ, ແຕ່ຮ້າຍແລ້ວກໍ່ແລ້ວ, ຕໍ່ມາກໍ່ຍັງມີຄວາມຮັກແພງ ແລະ ໃຫ້ຄໍາແນະນໍາອົບຮົມຕໍ່ໄປ. ດ້ວຍ ຄວາມເອົາໃຈໃສ່ສຶກສາອົບຮົມ, ແນະນໍາຕັກເຕືອນຂອງເພິ່ນ, ມີ ຫລາຍພະນັກງານທີ່ຢູ່ໃກ້ຊິດຕິດ ແທດເພິ່ນ ໄດ້ກາຍເປັນພະນັກງານ ຫລັກແຫລ່ງທີ່ສໍາຄັນຢູ່ບັນດາຂະ ແໜງການ ແລະ ທ້ອງຖິ່ນຕ່າງໆ. ປະທານ ຄຳໄຕ ສີພັນດອນ ມີ 46 ຕື້ກີບ, ຂະນະດຽວກັນການນໍາ ເຂົ້າສິນຄ້າໄດ້ທັງໝົດ 66 ລ້ານໂດ ລາເພີ່ມຂຶ້ນ 11% ເມື່ອທຽບໃສ່ໄລ ຍະດຽວກັນຂອງປີຜ່ານມາ. ໃນປີຜ່ານມາ, ອົງການປົກຄອງ ເມືອງໄດ້ ເອົາໃຈໃສ່ຊຸກຍູ້ຕິດຕາມ ໂຄງການທີ່ຈັດຕັ້ງປະຕິບັດພາຍ ໃນເມືອງມີທັງໝົດ 23 ໂຄງການ, ລວມມີມູນຄ່າ 283 ຕື້ກີບ. ໃນນັ້ນ, ໂຄງການທີ່ກໍາລັງຈັດຕັ້ງປະຕິບັດ ມີ 9 ໂຄງການ ລວມມູນຄ່າ 256 ຕື້ກີບ, ໂຄງການທີ່ປະຕິບັດສໍາເລັດ 100% ມີ 14 ໂຄງການ ລວມມູນ ຄ່າ 11,56 ຕື້ກີບ. ນອກນີ້, ການລົງ ທຶນຂອງລັດທີ່ສະພາອະນຸມັດຈ່າຍ ປີ 2023 ມີທັງໝົດ 48 ໂຄງການ ລວມມູນຄ່າ 11 ຕື້ກີບ, ການລົງທຶນ ຂອງເອກະຊົນພາຍໃນ ແລະ ຕ່າງ ປະເທດໃນຂົງເຂດຕ່າງໆ ມີທັງໝົດ 6 ໂຄງການ, ລວມມູນຄ່າ 16ຕື້ກີບ, ທະນາຄານປ່ອຍສິນເຊື່ອໃຫ້ບັນ ດາຫົວໜ່ວຍການຜະລິດ, ທຸລະກິດ ທັງໝົດ 117 ຕື້ກີບ, ດ້ານການປູກ ພືດລະດູຝົນມີເນື້ອປູກເຂົ້າທັງໝົດ 6.900 ເຮັກຕາ. ໃນນັ້ນ, ເຂົ້ານາປີ ມີເນື້ອທີ່ 6.400 ເຮັກຕາ, ຜົນຜະ ລິດໄດ້ 28.800 ໂຕນ, ເຂົ້າໄຮ່ ເນື້ອ ທີ່ກວ່າ 478 ເຮັກຕາ, ຜົນຜະລິດ ໄດ້ຫລາຍກວ່າ 1.674 ໂຕນ. ການ ປູກພືດລະດູແລ້ງມີເນື້ອທີ່ 6.100 ເຮັກຕາ, ທຽບໃສ່ແຜນການປີ ປະຕິ ບັດໄດ້96% ຜົນຜະລິດ 16.000 ໂຕນ, ປູກພືດເປັນສິນຄ້າໄດ້ທັງໝົດ 34.994 ເຮັກຕາ, ຜົນຜະລິດໄດ້ ທັງໝົດ860.000 ໂຕນ, ປູກພືດສະ ບຽງອາຫານມີເນື້ອທີ່382 ເຮັກຕາ, ຜົນຜະລີດໄດ້ 1.922 ໂຕນ, ການ ລ້ຽງສັດໃຫຍ່ຂອງປະຊາຊົນ ສ່ວນ ຫລາຍໄດ້ຫັນໄປລ້ຽງສັດແບບເປັນ ຄັງປະສົມກັບການປູກຫຍ້າອາຫານ ສັດ, ປັດຈຸບັນ ມີສັດລ້ຽງທັງໝົດ 551.520 ໂຕແລະ ສັກຢາປ້ອງກັນ ພະຍາດ ໃຫ້ສັດລ້ຽງໄດ້ 38.700 ໂຕ. ສ່ວນການສົ່ງອອກສິນຄ້າໄປ ຕ່າງປະເທດບັນລຸໄດ້ 18 ລ້ານໂດ ລາສະຫະລັດ. ໃນນີ້, ການສົ່ງອອກ ພາຍໃນບັນລຸ 34 ຕື້ກີບ. ສະຫາຍ ຄຳຝັ້ນ ວົງສະຫວັນ ໃຫ້ຮູ້ຕື່ມວ່າ: ສໍາລັບທິດທາງແຜນ ການປີ 2024 ນີ້ຄາດຄະເນການ ເຕີບໂຕເສດຖະກິດຂອງເມືອງຈະ ຂະຫຍາຍຕົວໃນລະດັບ 8% ແລະ ສ້າງມູນຄ່າເພີ່ມໃຫ້ໄດ້ປະມານ 2.490 ຕື້ກີບ, ສະເລ່ຍຕໍ່ຫົວຄົນ ໃຫ້ໄດ້ 3.604 ໂດລາສະຫະລັດ, ສູ້ ຊົນຊຸກຍູ້ການລົງທຶນ ເຂົ້າໃນການ ພັດທະນາໃຫ້ໄດ້488,07ຕື້ກີບເທົ່າ ກັບ 24,55%ຂອງລວມຍອດລາຍ ຮັບທົ່ວເມືອງ, ຄາດຄະເນລາຍຮັບ ປີ 2024 ບໍ່ໃຫ້ຫລຸດ 6,06 ຕື້ກີບ ໃນ ນີ້: ຮັບຈາກສ່ວຍສາອາກອນ 5.91 ຕື້ກີບ ແລະ ຮັບຈາກຊັບສິນ 156,25 ລ້ານກີບ, ຄາດຄະເນລາຍຈ່າຍງົບປະ ມານຂອງເມືອງ ປີ 2024 ຈໍານວນ 5,58 ຕື້ກີບ. ໃນນັ້ນ, ຈ່າຍບໍລິຫານ 4,55 ຕື້ກີບ, ຈ່າຍນະໂຍບາຍ ແລະ ດັດສົມສົ່ງເສີມ 1,02 ຕື້ກີບ, ສູ້ຊົນ ເຮັດໃຫ້ມູນຄ່າການສົ່ງອອກສິນຄ້າ ພາຍໃນ ໃຫ້ໄດ້ 38 ຕື້ກີບ, ສົ່ງອອກ ຕ່າງປະເທດໃຫ້ໄດ້ 222 ຕື້ກີບ, ຄຸ້ມ ຄອງການນໍາເຂົ້າສິນຄ້າໃຫ້ຢູ່ໃນ ລະດັບ 250 ຕື້ກີບ, ມູນຄ່າການຜະ ລິດອຸດສາຫະກໍາ ໃຫ້ໄດ້372 ຕື້ກີບ, ມູນຄ່າການຈໍາໜ່າຍໃຫ້ໄດ້ 469 ຕື້ ກີບ, ປ່ອຍສິນເຊື່ອຂອງທະນາຄານ ໃຫ້ບັນດາຫົວໜ່ວຍການຜະລິດ, ທຸລະກິດທັງໝົດ 208 ຕື້ກີບ ແລະ ລະດົມເງິນຝາກໄດ້ 260 ຕື້ກີບ. glf4tdy fg,n v'xkd]kp 0tspkp8q ;8+ gonj v' * ເມືອງປາກລາຍ, ແມ່ນໜຶ່ງ ເມືອງຂອງແຂວງໄຊຍະບູລີ ທີ່ມີ ຊາຍແດນຕິດກັບຫລາຍເມືອງຂອງ ແຂວງວຽງຈັນ, ບໍ່ແກ້ວ, ອຸດົມໄຊ ແລະ ແຂວງຫລວງພະບາງ, ພື້ນ ຖານເສດຖະກິດຂອງເມືອງສ່ວນ ໃຫຍ່ແມ່ນການປູກຝັງ-ລ້ຽງສັດ ແລະ ອຸດສາຫະກໍາປຸງແຕ່ງ ເພື່ອສະ ໜອງການບໍລິໂພກພາຍໃນ ແລະ ສົ່ງອອກ, ເຊິ່ງໃນປີ 2023 ຜ່ານ ມາ, ເສດຖະກິດເມືອງປາກລາຍ ຂະ ຫຍາຍຕົວໃນລະດັບ 7%. ສະຫາຍ ຄຳຝັ້ນ ວົງສະຫວັນ ກຳມະການປະຈຳພັກເມືອງ ຮອງ ເຈົ້າເມືອງປາກລາຍ, ຜູ້ຊີ້ນຳວຽກ ງານເສດຖະກິດຂັ້ນເມືອງ ໄດ້ລາຍ ງານຕໍ່ກອງປະຊຸມຄົບຄະນະບໍລິ ຫານງານພັກເມືອງຄັ້ງທີ12ສະໄໝ ທີ VIII ໃນວັນທີ 25-26 ມັງກອນ 2024 ວ່າ: ໃນປີ 2023 ຜ່ານມາ ເສດຖະກິດພາຍໃນເມືອງຂະຫຍາຍ ຕົວໃນລະດັບ 7%, ທຽບໃສ່ແຜນ ການປີປະຕິບັດໄດ້ພຽງ91%,ລວມ ຍອດຜະລິດຕະພັນພາຍໃນ ບັນລຸ ກວ່າ 1.988 ຕື້ກີບ, ສະເລ່ຍລາຍ ຮັບໄດ້ປະມານ 26 ລ້ານກີບຕໍ່ຄົນ ຕໍ່ປີ (ເທົ່າກັບ 1.286 ໂດລາສະຫະ ລັດ). ໃນນັ້ນ, ກະສິກໍາຂະຫຍາຍຕົວ 11,36%, ອຸດສາຫະກຳຂະຫຍາຍ ຕົວ3,37%ແລະ ບໍລິການຂະຫຍາຍ ຕົວ 4,66%. ສໍາລັບມູນຄ່າການ ສົ່ງອອກສິນຄ້າຕ່າງປະເທດບັນລຸ ຫລາຍກວ່າ 19 ລ້ານໂດລາສະຫະ ລັດ, ເທົ່າກັບ182,69%ຂອງແຜນ ການປີ. ທຽບໃສ່ໄລຍະດຽວ ກັນ ຂອງປີຜ່ານມາເພີ່ມຂຶ້ນເຖິງ 44%. ໃນນີ້, ສົ່ງອອກພາຍໃນປະຕິບັດໄດ້ ບົດສະເໜີ ແບບແຜນຢ້ຽມຢາມເຮັດວຽກຢູ່ບັນ ດາແຂວງແລະທ້ອງຖິ່ນຕ່າງໆທີ່ກະ ທັດຮັດງ່າຍດາຍ, ປະຢັດມັດທະ ຍັດ ແລະ ຮັບປະກັນຄວາມລັບ. ປະ ທານເຄີຍແນະນໍາວ່າ: ການໄປຢ້ຽມ ຢາມຕ້ອງຮັກສາຄວາມລັບ, ບໍ່ຄວນ ຈັດພິທີການຕ້ອບຮັບໃຫຍ່ໂຕອຶກ ກະລຶກນຶກນອງ, ເຮັດໃຫ້ສີ້ນເປືອງ ເງິນຄໍາ ແລະ ເວລາອັນຈໍາເປັນ. ອັນ ໃດບໍ່ຈໍາເປັນກໍ່ຕ້ອງຫລຸດຜ່ອນລົງ. ປະທານແນະນໍາໃຫ້ຫຸລດຜ່ອນແລະ ຈໍາກັດການລະດົມເອົາພະນັກງານ, ທະຫານ, ຕໍາຫລວດແລະ ປະຊາຊົນ ມາລຽນແຖວຕ້ອນຮັບການນໍາສູນ ກາງລົງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ທ້ອງຖິ່ນແຕ່ລະຄັ້ງອັນນີ້ເປັນ ຮູບການຫລາຍກວ່າເຫັນວ່າບໍ່ຈໍາ ເປັນ. ປະທານຍັງແນະນໍາໃຫ້ຫ້ອງ ວ່າການສໍານັກງານນາຍົກລັດຖະ ມົນຕີ ສົມທົບກັບກະຊວງການຕ່າງ ປະເທດ ແລະ ແຂວງຕ່າງໆ ອອກຂໍ້ ກໍານົດລະອຽດກ່ຽວກັບລະບຽບ ແບບແຜນຮັບແຂກພາຍໃນໃຫ້ກະ ຖັດຫັດ, ງ່າຍດາຍ ແລະ ປະຢັດ ມັດທະຍັດ. ປະທານ ຄໍາໄຕ ສີພັນດອນ ຍາມໃດກໍ່ໃກ້ຊິດຕິດແທດກັບຮາກ ຖານປະຊາຊົນ, ປະທານເຄື່ອນ ໄຫວຢ້ຽມຢາມຫລາຍແຂວງຫລາຍ ທ້ອງຖິ່ນ, ເປັນຕົ້ນແມ່ນໃນໄລຍະ ອອກພັກຜ່ອນບໍານານ ປະທານ ເຄື່ອນໄຫວຢ້ຽມຢາມຫລາຍບ່ອນ ເພື່ອເບິ່ງສະພາບຕົວຈິງ ຢູ່ຮາກ ຖານ. ໃນນັ້ນ ປະທານໄດ້ພົບເຫັນຢູ່ ຫລາຍບ່ອນສະພາບການສຶກສາພົບ ຄວາມຫຍຸ້ງຍາກລໍາບາກ. ມີບາງ ບ່ອນນັກຮຽນລົ້ນຫ້ອງຮຽນ, ບໍ່ມີ ບ່ອນສຶກສາຮໍ່າຮຽນ, ດ້ວຍຄວາມ ເປັນຫ່ວງເປັນ ໄຍດັ່ງກ່າວ, ປະທານ ໄດ້ຊ່ວຍສ້າງໂຮງຮຽນຈໍານວນໜຶ່ງ ໂດຍທີ່ເພິ່ນເປັນຜູ້ອອກແບບ ແລະ ຊີ້ນໍາການກໍ່ສ້າງເອງຢ່າງເປັນລະ ບົບຄົບຊຸດ. ການກໍ່ສ້າງໂຮງຮຽນ ແຕ່ລະແຫ່ງ ບໍ່ພຽງແຕ່ໃຊ້ເງິນໜ້ອຍ ເທົ່ານັ້ນ ແຕ່ຍັງດໍາເນີນກໍ່ ສ້າງສໍາ ເລັດໄວເຊັ່ນ: ໂຮງຮຽນປະຖົມສົມ ບູນ ຢູ່ເມືອງໂຂງ, ເມືອງປາກຊ່ອງ ແຂວງຈໍາປາສັກ, ເມືອງນໍ້າບາກ ແຂວງຫລວງພະບາງ. ປະທານ ເຄີຍຕໍານິຕໍ່ການນໍາໃຊ້ງົບປະມານ ຢ່າງຫລວງຫລາຍ ເພື່ອສ້າງໂຮງ ຮຽນຫລັງນ້ອຍໆແບບບໍ່ສົມເຫດ ສົມຜົນ ແລະ ໃຊ້ທັງເວລາເປັນປີຈຶ່ງ ສ້າງສໍາເລັດ. ປະທານແນະນໍາຂະ ແໜງການກ່ຽວຂ້ອງ ຕ້ອງເອົາໃຈ ໃສ່ກວດກາຄືນ ເພື່ອນໍາໃຊ້ງົບປະ ມານໃຫ້ມີປະສິດທິຜົນສູງ. ບັນດາຜົນງານ ແລະ ບົດຮຽນ ຂອງປະທານປະທານ ຄໍາໄຕ ສີພັນ ດອນ ໄດ້ກາຍເປັນແວ່ນແຍງອັນ ປະເສີດໃຫ້ບັນດາກະຊວງ-ອົງ ການ, ທ້ອງຖິ່ນຕ່າງໆ ກໍຄືພະນັກ ງານ, ສະມາຊິກພັກແລະ ປະຊາ ຊົນ ຊັ້ນຄົນຕ່າງໆໃນທົ່ວປະເທດໄດ້ສຶກ ສາຄົ້ນຄວ້າຮໍ່າຮຽນ ແລະ ຫັນໃຫ້ ເປັນຂະບວນການຈັດຕັ້ງປະຕິບັດ ຕົວຈິງໃນຊີວິດ ແລະ ສັງຄົມ. * ບ້ານລາດຄວາຍ ເມືອງໄຊທາ ນີ ກໍ່ແມ່ນອີກບ້ານໜຶ່ງທີ່ມີດິນດອນ ຕອນຫຍ້າ ເໝາະສົມແກ່ການຜະ ລິດພືດຜັກຕ່າງໆເປັນສິນຄ້າ ແລະ ດ້ວຍຄວາມເອົາໃຈໃສ່ສົ່ງເສີມຂອງ ອຳນາດການປົກຄອງບວກໃສ່ ການຕື່ນຕົວຕໍ່ແນວທາງຂອງພັກລັດຖະບານ ໂດຍສະເພາະຫັນການ ຜະລິດແບບປະຖົມປະຖານໄປສູ່ ການຜະລິດທັນສະໄໝໃຫ້ກາຍເປັນ ສິນຄ້າອັນສາມາດຕອບສະໜອງພືດ ຜັກຕ່າງໆໃຫ້ແກ່ບັນດາຕະຫລາດ ພາຍໃນນະຄອນຫລວງວຽງຈັນ ປະມານ 3-5 ໂຕນຕໍ່ມື້, ເຊິ່ງໄດ້ສ້າງ ລາຍຮັບເຂົ້າຄອບຄົວປະຊາຊົນ ບ້ານໃນແຕ່ລະມື້ບໍ່ໜ້ອຍ. ທ່ານ ຂັນໄຊ ແກ້ວພັນຄຳ ຮອງ ເລຂາພັກຮາກຖານກຸ່ມທ່າງ່ອນ, ເລ ຂາໜ່ວຍພັກ, ນາຍບ້ານລາດຄວາຍ ໄດ້ຍົກໃຫ້ເຫ ນວ່າ: ບ້ານລາດຄວາຍ ແມ່ນບ້ານໜຶ່ງຢູ່ໃນຈໍານວນ 11 ບ້ານ ຂອງກຸ່ມທ່າງ່ອນ ແລະ 1 ໃນ 104 ບ້ານຂອງເມືອງໄຊທານີ ແບ່ງ ອອກເປັນ 07 ຄຸ້ມ, ມີ 75 ໜ່ວຍ, ມີ1.065ຫລັງຄາ, ມີ1.094ຄອບ ຄົວ, ມີພົນລະເມືອງ ກວ່າ 4.400 ຄົນ, ໃນນີ້ປະກອບມີ ເຜົ່າມົ້ງ, ເຜົ່າ ກຶມມຸ ແລະ ເຜົ່າລາວ ໂດຍປະຊາຊົນ 3 ຊົນເຜົ່າລ້ວນແລ້ວແຕ່ມີຄວາມ ສາມັກຄີກັນຢ່າງແໜ້ນໜາ, ການ ປະກອບອາຊີບຂອງປະຊາຊົນພາຍ ໃນບ້ານມີຫລາກຫລາຍອາຊີບ ແຕກຕ່າງກັນຄື: ອາຊີບເຮັດການ ກະສິກຳປູກຝັງ-ລ້ຽງສັດ ກວມເອົາ 60%, ອາຊີບກຳມະກອນ 12%, ອາຊີບຄ້າຂາຍ-ບໍລິການ 7%, ອາ ຊີບພະນັກງານ 4%, ອາຊີບນັກ ຮຽນ-ນັກສຶກສາ ແລະ ອື່ນໆ 17%. ຢ່າງໃດກໍ່ດີໜ່ວຍພັກ-ອົງການປົກ ຄອງບ້ານລາດຄວາຍກໍ່ໄດ້ເອົາ ໃຈໃສ່ຕິດຕາມຢ່າງໃກ້ສິດໃນການ ປະຕິບັດແຜນການຈັດເກັບລາຍຮັບ ເຂົ້າງົບປະມານສົ່ງຂັ້ນເທິງໄດ້ຕາມ ແຜນການ. ສຳລັບສົກປີ2023 ປະຕິບັດ ຈັດ ເກັບໄດ້ລື່ນແຜນການທີ່ຂັ້ນເທິງວາງ ໃຫ້ (ໃນແຜນການ 60.374.000 ກີບ) , ປ ະ ຕິ ບັດ ຕົວຈິ ງ ໄ ດ້ 77.879.281 ກີບ, ເທົ່າກັບ 129%.ພ້ອມກັນນີ້, ກໍ່ໄດ້ເອົາໃຈໃສ່ ສົ່ງເສີມປະຊາຊົນທຳການຜະລິດ ໂດຍສະເພາະກຸ່ມການຜະລິດເຂົ້າ ແນວພັນລຸ້ນ 3 ແລະ ຜະລິດເຂົ້າ ເປັນສິນຄ້າມີສະມາຊິກ 27 ຄອບ ຄົວທັງໄດ້ຊຸກຍູ້ສົ່ງເສີມໃຫ້ປະຊາ ຊົນບັນດາເຜົ່າແຕ່ລະຄອບຄົວປູກ ພືດຜັກ-ປູກຫອມຕ່າງໆຂາຍເປັນ ສິນຄ້າຕະຫລອດປີອັນສາມາດສົ່ງ ພືດຜັກ-ຫອມປ້ອນຕະຫລາດທົ່ວ ນະຄອນຫລວງໄດ້ 3-5 ໂຕນ/ມື້ ເຮັດໃຫ້ແຕ່ລະຄອບຄົວມີລາຍຮັບ ປະຈໍາວັນ, ປະຈຳອາທິດ ແລະ ປະ ຈຳເດືອນສະເລ່ຍ 50-80 ລ້ານ ກີບ/ປີ. ດ້ວຍການເອົາໃຈໃສ່ຂອງ ອຳນາດການປົກຄອງບ້ານ, ເມືອງ ບວກໃສ່ການຕື່ນຕົວຂອງປະຊາ ຊົນ ເຮັດໃຫ້ພາຍໃນບ້ານມີການພັດ ທະນາດີຂຶ້ນທາງດ້ານວັດຖຸ ແລະ ຈິດໃຈ, ຄວາມທຸກຍາກໄດ້ຮັບການ ແກ້ໄຂຢ່າງຕໍ່ເນື່ອງມາ ແລະ ນັບມື້ ຫລຸດລົງເປັນກ້າວໆ.

RkJQdWJsaXNoZXIy MTc3MTYxMQ==