5804

xts;a f7;k,gxa o,k 0v's= ry ry mtra ocsj '-kf xtgmf]k; 6 05/02/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ fk]kmy [ 7;h k8ec|j ' ok''k,mj v'mj P; xu 2024 -u ;y f{;a fmtotme ໂດຍ: ມາລີ​ດາ ,kf8tdko0v'lko ມາດຕາ 83 ມາດຕະການຂອງ ສານຕໍ່ຜູ້ຕິດເຫລົ້າ, ຢາເສບຕິດ ຫລື ສິ່ງເສບຕິດອື່ນ. ສຳລັບຜູ້ຕິດ ເຫລົ້າ, ຢາເສບຕິດ ຫລື ສິ່ງເສບຕິດ ອື່ນທີ່ ໄດ້ກະທຳຜິດ ຊຶ່ງບໍ່ຖືກລົງໂທດຕັດ ອິດສະລະພາບສານອາດນຳໃຊ້ ມາດຕະການປິ່ນປົວ ໂດຍສົ່ງເຂົ້າ ໂຮງໝໍ ຫລື ສະຖານທີ່ປິ່ນປົວສະ ເພາະ. ໃນກໍລະນີທີ່ຕັດສິນລົງໂທດ ຕັດອິດສະລະພາບ ສານຕ້ອງນຳໃຊ້ ມາດຕະການປິ່ນປົວໃນໄລຍະການ ປະຕິບັດໂທດນັ້ນແລະ ເມື່ອພົ້ນໂທດ ແລ້ວ ແຕ່ການປິ່ນປົວຫາກຍັງບໍ່ທັນ ຫາຍດີສານ ອາດຈະນຳ ໃຊ້ມາດຕະ ການປິ່ນປົວຕໍ່ໂດຍສົ່ງເຂົ້າໂຮງໝໍ ສຳລັບຜູ້ຕິດເຫລົ້າຫລືຢາເສບຕິດສະ ເພາະຫລືມອບໃຫ້ອົງການປົກຄອງ ທ້ອງຖິ່ນ, ອົງການຈັດຕັ້ງອື່ນ ຂອງ ລັດ, ອົງການຈັດຕັ້ງມະຫາຊົນ ຫລື ອົງການຈັດຕັ້ງສັງຄົມທີ່ກ່ຽວຂ້ອງ ສືບຕໍ່ສຶກສາອົບຮົມ ແລະ ປິ່ນປົວ. ພາຍຫລັງທີ່ໄດ້ປິ່ນປົວແລ້ວ ຕ້ອງນຳເອົາຜູ້ກະທຳຜິດມາດຳເນີນ ຄະດີ ຫລື ມາປະຕິບັດໂທດ ຖ້າຫາກ ຍັງບໍ່ທັນໝົດອາຍຸຄວາມໃນການ ຮ້ອງຟ້ອງ ຫລື ອາຍຸຄວາມໃນການ ປະຕິບັດຄຳຕັດສີນ. ກຳນົດເວລາໃນ ການປິ່ນປົວ ໃຫ້ຄິດໄລ່ເຂົ້າໃນກຳ ນົດເວລາຂອງການປະຕິບັດໂທດ. * ໃນປະມວນກົດໝາຍອາຍາ ໄດ້ກຳນົດມະຕະການຂອງສານ ໄວ້ດັ່ງນີ້: ມາດຕາ 82 ມາດຕະການ ຂອງສານຕໍ່ຄົນເສຍຈິດ ສຳລັບຜູ້ທີ່ ໄດ້ກະທຳຜິດໃນເວລາເສຍຈິດ ຫລື ໃນເວລາມີສະຕິສົມບູນດີແຕ່ໄດ້ເກີດ ເປັນໂລກຈິດ ກ່ອນສານຕັດສີນ ຫລື ເວລາປະຕິບັດໂທດຢູ່ນັ້ນ ສານ ອາດ ສົ່ງໄປປິ່ນປົວຢູ່ໂຮງໝໍໂລກຈິດ ຫລື ສະຖານທີ່ປິ່ນປົວສະເພາະ. ພາຍຫລັງຜູ້ກະທຳຜິດ ໄດ້ຮັບ ການປິ່ນປົວຫາຍດີແລ້ວຕ້ອງນຳ ເອົາຜູ້ກ່ຽວມາດຳເນີນຄະດີ ຫລື ມາປະຕິບັດ ໂທດຖ້າວ່າອາຍຸຄວາມ ໃນການຮ້ອງຟ້ອງ ຫລື ອາຍຸຄວາມ ໃນການປະຕິບັດຄຳຕັດສີນຂອງ ສານຫາກຍັງບໍ່ທັນໝົດ. ກຳນົດເວ ລາໃນການປິ່ນປົວ ໃຫ້ຄິດໄລ່ເຂົ້າ ໃນກຳນົດເວລາຂອງການປະຕິ ບັດໂທດ. * ນາງ ດາລາທິບ ສີສະໝຸດ , ທັງງາມທັງເກັ່ງສາມາດຍາດໄດ້ ຮັບຕໍາແໜ່ງນາງງາມທ່ອງທ່ຽວ ລາວ 2024 ໂດຍເອົາຊະນະໃຈກໍາ ມະການ ແລະ ເຂົ້າປະກວດ 36 ຄົນ. ກຸ່ມບໍລິສັດດອກງິ້ວຄຳ ເຂດເສດ ຖະກິດພິເສດສາມຫລ່ຽມຄຳ ໄດ້ ຈັດງານປະກວດນາງງາມທ່ອງ ທ່ຽວລາວປະຈຳປີ 2024 ຂຶ້ນໃນ ທ້າຍເດືອນຜ່ານມາ ທີ່ເຂດເສດຖະ ກິດພິເສດສາມຫລ່ຽມຄໍາ ເມືອງຕົ້ນ ເຜິ້ງ ແຂວງບໍ່ແກ້ວ ການຈັດງານ ຄັ້ງນີ້, ຖືເປັນປີທີ 2 ຊຶ່ງມີສາວງາມ ຈາກ 18 ແຂວງທົ່ວປະເທດ ເຂົ້າ ຮ່ວມລວມມີ 36 ຄົນ ຜ່ານການຄັດ ເລືອກມີພຽງ 5 ສາວງາມທີ່ຜ່ານ ເຂົ້າຮອບສຸດທ້າຍ ເພື່ອຊີງຕຳແໜ່ງ ນາງງາມທ່ອງທ່ຽວ ລາວປະຈຳປີ 2024 ການຈັດງານປະກວດ ເປັນ ກິດຈະກໍາໜຶ່ງໃນງານເທສະການ ດອກງິ້ວບານ ຕິດພັນກັບປີທ່ອງ ທ່ຽວລາວ 2024 ຜູ້ໄດ້ຮັບຕໍາແໜ່ງ ຈະເປັນຕົວແທນເຜີຍແຜ່ວັດທະນະ ທຳ, ຮີດຄອງປະເພນີ, ວິຖີການດຳ ລົງຊີວິດ, ສະຖານທີ່ທ່ອງທ່ຽວແຫ່ງ ຕ່າງໆໃຫ້ແກ່ ສປປ ລາວ ອອກສູ່ ສາຍຕານັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດໃຫ້ກວ້າງຂວາງ ຕະຫລອດປີ2024. ສໍາລັບຜົນການ ປະກວດ: ອັນດັບ1ໄດ້ແກ່ໝາຍເລກ MTL02 ນາງ ດາລາທິບ ສີສະໝຸດ ຈາກແຂວງຜົ້ງສາລີ ຄວ້າຕໍາແໜ່ງ ນາງສາວທ່ອງທ່ຽວລາວ ປະຈຳປີ 2024 (Miss Tourism Laos 2024 ) ໄດ້ຮັບມົງກຸດ ພ້ອມສາຍ ສະພາຍແລະ ເງິນສົດຈໍານວນ150 ລ້ານກີບ ພ້ອມລົດເກງ 1 ຄັນ, ອັນ ດັບທີ 2 ໝາຍເລກ MTL 18 ນາງ ປິຣິນຢາ ອາໄພວົງ ຈາກແຂວງ ວຽງຈັນ ໄດ້ຮັບມົງກຸດພ້ອມສາຍ ສະພາຍ ແລະ ເງິນສົດຈຳນວນ 100 ລ້ານກີບ, ອັນດັບ ທີ 3 ໝາຍ ເລກ MTL 05 ນາງ ລັດດາວັນ ວັນນະພົມ ຈາກແຂວງບໍ່ແກ້ວ ໄດ້ ຮັບມົງກຸດພ້ອມສາຍສະພາຍແລະ ເງິນສົດ ຈຳນວນ 50 ລ້ານກີບ. ນອກນັ້ນ, ຍັງມີລາງວັນຂວັນໃຈປະ ຊາຊົນ, ລາງວັນສາວມິດຕະພາບ, ລາງວັນຂັວນໃຈສາຍໄຍສໍາພັນ ແລະ ລາງວັນອື່ນໆ ລາງວັນລະ 10 ລ້ານກີບ ໃຫ້ກຽດມອບໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ, ທ່ານ ຈ້າວ ເຫວີຍ, ທ່ານ ບົວຄົງ ນາມມະ ວົງ ຕາມສຳດັບ. * ຫໍພິພິທະພັນແຫ່ງຊາດ ເມື່ອ ກ່ອນແມ່ນຫໍວາງສະແດງມູນເຊື້ອ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1980 ເພື່ອສະເຫລີມສະຫລອງວັນ ສະຖາປະນາ ສາທາລະນະລັດ ປະ ຊາທິປະໄຕປະຊາຊົນລາວຄົບຮອບ 5 ປີ (1975-1980). ຕໍ່ມາໄດ້ ປ່ຽນເປັນຫໍພິພິທະພັນປະຕິວັດໃນປີ 1985 ມາຮອດປີ 2000 ໄດ້ຍົກ ລະດັບຂຶ້ນເປັນຫໍພິພິທະພັນແຫ່ງ ຊາດ ໂດຍນໍາໃຊ້ອາຄານເກົ່າສ້າງ ຂຶ້ນໃນປີ 1925 ເຊິ່ງເປັນສະຖາປັດ ຕະຍະກໍາຍຸກອະນານິຄົມ. ອາຄານ ຫລັງນີ້ເຄີຍນໍາໃຊ້ເປັນສະຖານທີ່ ປະກາດເອກະລາດອະທິປະໄຕ ແຫ່ງ ຊາດເໜືອການຄອບຄອງຂອງລະ ບອບອະນານິຄົມຝຣັ່ງບົນຜືນແຜ່ນ ດິນລາວໃນວັນທີ 12 ຕຸລາ 1945 ຕັ້ງຢູ່ຖະໜົນສາມແສນໄທ, ບ້ານ ອານຸ, ເມືອງຈັນທະບູລີ, ນະຄອນ ຫລວງວຽງຈັນ. ຫໍພິພິທະພັນແຫ່ງຊາດ ໄດ້ຍ້າຍ ມາອາຄານຫລັງໃໝ່ໃນປີ 2017 ເຊິ່ງເປັນອາຄານໃໝ່ສ້າງຂຶ້ນໃນປີ 2013 ໃຊ້ເວລາການກໍ່ສ້າງທັງໝົດ 4 ປີ ເພື່ອຕອບສະໜອງນະໂຍບາຍ ແຫ່ງການອະນຸລັກປົກປັກຮັກສາ ສືບທອດ ແລະ ສົ່ງເສີມມູນເຊື້ອປະ ຫວັດສາດ ແລະ ອະລິຍະທໍາອັນດີ ງາມຂອງຊາດ ທີ່ບັນພະບຸລຸດຂອງ ລາວໄດ້ສ້າງສັນມາໃນອະດີດຜ່ານ ແຕ່ລະຍຸກ ແຕ່ລະສະໄໝຈົນກາຍ ເປັນມໍລະດົກອັນລໍ້າຄ່າແລະ ເປັນເອ ກະລັກຢັ້ງຢືນຮາກເຫງົ້າທາງວັດ ທະນະທໍາຂອງປວງຊົນລາວ ທັງ ຊາດ ທັງເປັນການປັບປຸງຍົກລະດັບ ຫໍພິພິທະພັນແຫ່ງຊາດໃຫ້ຮັບປະກັນ ໄດ້ຄວາມປອດໄພ ມີຄວາມກວ້າງ ຂວາງຄວາມທັນສະໄໝແລະມີເນື້ອ ໃນອຸດົມສົມບູນຂຶ້ນ ເທື່ອລະກ້າວ ຕາມວິໄສທັດຂອງລັດຖະບານ. ຫໍພິພິທະພັນແຫ່ງຊາດ ໄດ້ຈັດ ວາງສະແດງຕາມໂຄງຮ່າງເນື້ອໃນ ວາງສະແດງທີ່ໄດ້ກໍານົດຕາມຍຸກ ສະໄໝ ແລະ ໄລຍະປະຫວັດສາດ ຊາດລາວ ເຊິ່ງປະກອບມີຄື: ແຜ່ນ ດິນລາວຍຸກດຶກດໍາບັນ; ຍຸກກ່ອນປະ ຫວັດສາດ; ປະຫວັດສາດຊາດລາວ ສະໄໝກ່ອນລ້ານຊ້າງ; ປະຫວັດ ສາດຊາດລາວສະໄໝລ້ານຊ້າງ; ຂະ ບວນການຕໍ່ສູ້ເພື່ອເອກະລາດແຫ່ງ ຊາດຂອງປະຊາຊົນລາວ ການປົກ ປັກຮັກສາ, ສ້າງສາປະເທດຊາດ ແລະ ຊົນເຜົ່າໃນປະເທດລາວ. ເມື່ອທ່ານເຂົ້າມາຢ້ຽມຊົມການ ວາງສະແດງ, ທ່ານຈະໄດ້ຮຽນຮູ້ວັດ ທະນະທໍາ ແລະ ປະຫວັດສາດຊາດ ລາວ, ຄວາມຫລາກຫລາຍທາງດ້ານ ຊົນເຜົ່າທີ່ເປັນມໍລະດົກນາມມະທໍາ ລວມທັງອະລິຍະທໍາ 3.000 ປີ ທີ່ ບັນພະບຸລຸດລາວໄດ້ສ້າງໄວ້ໃຫ້ຮຸ່ນ ລູກ-ຮຸ່ນຫລານສືບທອດຕໍ່ໄປພາຍ ພາກໜ້າ. ຫໍພິພິທະພັນແຫ່ງຊາດ ຕັ້ງຢູ່ຖະ ໜົນໄກສອນ ພົມວິຫານ, ບ້ານສີວິ ໄລ, ເມືອງໄຊທານີ, ນະຄອນຫລວງ ວຽງຈັນ ເປີດບໍລິການໃຫ້ແຂກພາຍ ໃນ ແລະ ຕ່າງປະເທດ ເຂົ້າຊົມການ ວາງສະແດງ ທຸກໆວັນ ເລີ່ມແຕ່ວັນ ຈັນ ຫາ ວັນອາທິດ. ເວລາ: 8:0016:00 ໂມງ (ວັນຈັນ- ວັນສຸກ) 9:00-16:00 ໂມງ (ວັນເສົາ- ວັນອາທິດ) ຄ່າບໍລິການເຂົ້າຊົມ: ຄົນລາວ 5.000 ກີບຕໍ່ຄົນ, ຄົນ ຕ່າງປະເທດ 30.000 ກີບຕໍ່ຄົນ. ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==