xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** 05/02/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp sq ;|h k vvxl 8h voIa [m6 f]5 d-e[;d xt9ewm lh k']kpdkomj v'mj P; lq j 'glu , dko[= ]y dkomj v'mj P;rkp.oxtgmf ຂປລ. ໃນວັນທີ 31 ມັງກອນ 2024ນີ້,ທ່ານໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ ໄດ້ໃຫ້ກຽດຕ້ອນຮັບທ່ານ ແພັດທຣິກ ເຮັມເມີ ເອກອັກຄະລັດ ຖະທູດ ແຫ່ງ ຣາຊະອານາຈັກລຸກຊໍາ ບວກ ປະຈໍາປະເທດໄທ ແລະ ທ່ານ ລີຊາດ ຟີລິບປາ ປະທານສະຖາ ບັນຊ່ວຍເຫລືອທາງດ້ານກົດໝາຍ ແລະ ວິຊາການ ແຫ່ງ ຣາຊະອານາ ຈັກ ລຸກຊໍາບວກ ປະຈໍາ ສປປ ລາວ ພ້ອມຄະນະ ໃນໂອກາດເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຍີນດີ ຕ້ອນຮັບ ແລະ ຕີລາສູງຕໍ່ການທ່ານ ແພັດທຣິກ ເຮັມເມີທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມ ທັງສະແດງຄວາ ມຂອບໃຈຢ່າງຈິງ ໃຈກ່ຽວກັບການຮ່ວມມື ແລະ ການ ຊ່ວຍເຫລືອຂອງລັດຖະບານ ແລະ ປະຊາຊົນລຸກຊຳບວກ ໂດຍຜ່ານສະ ຖາບັນຊ່ວຍເຫລືອທາງດ້ານກົດ ໝາຍແລະວິຊາການແຫ່ງຣາຊະອາ ນາຈັກລຸກຊໍາບວກ ປະຈໍາ ສປປ ລາວ ໃນການສ້າງຄວາມເຂັ້ມແຂງ ຂອງອົງການໄອຍະການປະຊາຊົນ ໃນດ້ານວິຊາການ, ພາສາຕ່າງປະ ເທດ, ພື້ນຖານວັດຖຸເຕັກນິກຈຳນວນ ບໍ່ໜ້ອຍ, ອັນໄດ້ເຮັດວຽກວຽກງານ ໄອຍະການປະຊາຊົນ ໄດ້ຮັບກັນພັດ ທະນາກ້າວໜ້າຂຶ້ນໄປເລື້ອຍໆ. ຂປລ. ໃນວັນທີ 31 ມັງກອນ 2024 ຜ່ານມາ, ໄດ້ມີພິທີເຊັນສັນຍາ ວ່າດ້ວຍການຮ່ວມມື ສ້າງລາຍການ ທ່ອງທ່ຽວ ເພື່ອດຶງດູດ ແລະ ສົ່ງເສີມ ການຂາຍການບໍລິການທ່ອງທ່ຽວ ພາຍໃນປະເທດ ລະຫວ່າງ ທ່ານ ນາງສອນທິດາ ອຸນາພົມປະທານບໍລິ ສັດທ່ອງທ່ຽວພັດທະນາຈຳປາໃໝ່ ແລະ ທ່ານ ປິ່ງໂກ ພອນສະຫວັນ ຮອງຜູ້ຈັດການໂຮງແຮມແລນມາກ ແມ່ຂອງລີເວີໄຊ ໂດຍມີທ່ານ ນາງ ດາລານີ ພົມມະວົງສາ ຫົວໜ້າກົມ ຄຸ້ຄອງທຸລະກິດການທ່ອງທ່ຽວ ກະ ຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ), ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວ ໜ້າພະແນກ ຖວທ ນະຄອນຫລວງ ວຽງຈັນ, ທ່ານນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກ ຖວທ ແຂວງຫລວງພະບາງ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກ ຂີພິຍານ. ທ່າ ນນາງ ສອນທິດາ ອຸນາພົມ ກ່າວວ່າ: ການຮ່ວມມືໃນຄັ້ງນີ້, ບໍລິ ພ້ອມນີ້, ທ່ານຍັງໄດ້ອວຍພອນໃຫ້ ທ່ານທູດ ພ້ອມດ້ວຍຄະນະ ຈົ່ງມີສຸ ຂະພາບແຂງແຮງ, ສຳເລັດໜ້າທີ່ ອັນມີກຽດຂອງທ່ານ, ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ດ້ວຍ ຜົນສຳເລັດ, ອວຍພອນສາຍພົວພັນ ລະຫວ່າງ ສປປ ລາວ ແລະ ຣາຊະ ອານາຈັກລຸກຊຳບວກກໍຄືລະຫວ່າງ ລັດຖະບານລຸກຊຳບວກ ແລະ ອົງ ການໄອຍະການປະຊາຊົນ ແຫ່ງ ສປປ ລາວ ຈົ່ງໄດ້ຮັບການເສີມຂະ ຫຍາຍເເຕກດອກອອກຜົນ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການຊ່ວຍ ເຫລືອຈາກທ່ານ ແລະ ລັດຖະບານ ລຸກຊຳບວກ ຕື່ມອີກໃນອະນາຄົດ. ພ້ອມນີ້, ທ່ານ ແພັດທຣິກ ເຮັມເມີ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ໄຊຊະນະ ໂຄດພູທອນ ໃຫ້ການຕ້ອນ ຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງ ແຈ້ງໃຫ້ໍາບເຖິງຈຸດປະສົງຂອງການ ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນ ການຮັດແໜ້ນການພົວພັນຮ່ວມມື ໃນຫລາຍດ້ານ ໂດຍສະເພາະວຽກ ງານດ້ານໄອຍະການ ຂອງສອງປະ ເທດ ລຸກຊຳບວກ-ລາວ ໃຫ້ໄດ້ຮັບ ການພັດທະນາ ແລະ ສືບຕໍ່ໃຫ້ການ ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ຕະຫລອດໄປ. ພາບ: ເກດສະໜາ ສັດທ່ອງທ່ຽວພັດທະນາ ຈຳປາໃໝ່ ແມ່ນໄດ້ເຊື່ອມຕໍ່ຈາກກອງປະຊຸມ ລັດຖະມົນຕີທ່ອງທ່ຽວອາຊຽນ ຫລື ATF ເນື່ອງຈາກວ່າຂ້າພະເຈົ້າໄດ້ມີ ໂອກາດເຂົ້າຮ່ວມກອງຊຸມທ່ອງ ທ່ຽວອາຊຽນ ແລະ ຕະຫລາດການ ຊື້-ຂາຍການທ່ອງທ່ຽວ ລະຫວ່າງ ຜູ້ຊື້ ແລະ ຜູ້ຂາຍໃນປີ 2024, ບໍລິ ສັດທ່ອງທ່ຽວພັດທະນາ ຈໍາປາໃໝ່ ໄດ້ມີໂອກາດຖືກເຊີນເຂົ້າຮ່ວມເປັນ ຜູ້ຊື້ ແລະ ໄດ້ພົບປະກັບບັນດາບໍລິ ສັດທ່ອງທ່ຽວ ທີ່ເຂົ້າມາ ສປປ ລາວ ແລະ ມີຄວາມສົນໃຈຢາກຮ່ວມເຮັດ ທຸລະກິດຮັບສົ່ງນັກທ່ອງທ່ຽວ ເຊິ່ງ ເປັນໂອກາດອັນດີທີ່ໄດ້ເຊື່ອມໂຍງ ແລະ ຮ່ວມມືກັບໂຮງແຮມແລນມາກ ເພື່ອກະກຽມຄວາມພ້ອມຮອງຮັບ ນັກທ່ອງທ່ຽວ ກໍຄື ເຮັດລາຍການ ທ່ອງທ່ຽວເຊື່ອມໂຍງລະຫວ່າງ ແຂວງຈຳປາສັກ, ນະຄອນຫລວງ ວຽງຈັນ ແລະ ຫລວງພະບາງເຊິ່ງ ນັບແຕ່ປີ 2024 ນີ້, ພວກເຮົາຈະຂຶ້ນ ແຜນເຮັດລາຍການທ່ອງທ່ຽວໃຫ້ ລະອຽດ ເພື່ອຂາຍລາຍການທ່ອງ ທ່ຽວ ໃຫ້ບັນດາບໍລິສັດທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ. ທ່ານ ປິ່ງໂກ ພອນສະຫວັນ ຍັງ ໃຫ້ຮູ້ວ່າ: ການຮ່ວມມືຄັ້ງນີ້, ທັງ ສອງຝ່າຍຈະຮ່ວມກັນສ້າງລາຍ ການທ່ອງທ່ຽວ ເພື່ອດຶງດູດ ແລະ ສົ່ງເສີມການຂາຍການບໍລິການ ທ່ອງທ່ຽວພາຍໃນປະເທດ ກໍຄື ການທ່ອງທ່ຽວພາກໃຕ້, ພາກກາງ ແລະ ພາກເໜືອ ເພື່ອສົ່ງເສີມ ແລະ ຮ່ວມກັນໂຄສະນາ ປີທ່ອງທ່ຽວລາວ 2024 ແນໃສ່ດຶງດູດເອົານັກທ່ອງ ທ່ຽວພາຍໃນແລະ ຕ່າງປະເທດເຂົ້າ ມາທ່ອງທ່ຽວ ສປປ ລາວ ໃຫ້ຫລາຍ ຂຶ້ນ ໂດຍສອງຝ່າຍຈະປຶກສາຫາ ລືຮ່ວມກັນໃນການສ້າງລາຍການ ທ່ອງທ່ຽວ ເພື່ອໃຫ້ເປັນທີ່ສົນໃຈແລະ ດຶງດູດນັກທ່ອງທ່ຽວຕ່າງປະເທດ ເຂົ້າມາ ສປປ ລາວ ຫລາຍຂຶ້ນ. ພ້ອມກັນນີ້, ສອງຝ່າຍຍັງຈະເປັນ ເຈົ້າການໃນການໂຄສະນາ ໂດຍ ການໃຫ້ພື້ນທີ່ວາງແຜ່ນພັບໂຄສະ ນາຕ່າງໆ ໃນຈຸດບໍລິການຂໍ້ມູນການ ທ່ອງທ່ຽວໃຫ້ລູກຄ້າ ຂອງແຕ່ລະ ຝ່າຍ ແລະ ການສົ່ງເສີມການໂຄສະ ນາທາງສື່ອອນລາຍ, ເປັນເຈົ້າການ ປະສານງານຊ່ວຍ ໃນເວລາທີ່ລູກ ຄ້າມີຄວມສົນໃຈໃນສະຖານທີ່ທ່ອງ ທ່ຽວ ເຊິ່ງກັນ ແລະ ກັນ. ຂ່າວ: ທະ ນູທອງ,ພາບ: ຂັນໄຊ ກອງປະຊຸມລັດຖະມົນຕີ... ບໍລິສັດວິສະວະກຳ... ຂປລ. ບໍລິສັດ ວິສະວະກໍາຈີນ ກໍ່ສ້າງບໍ່ຖ່ານຫີນ ກຣຸບ (China Coal Mine Construction Group Co., Ltd. ຫລື CCMC) ສາມາດດຳເນີນການຈັດຕັ້ງປະຕິ ບັດການຂຸດເຈາະອຸມົງ ໃນໂຄງການ ເຊີເບຍ ໃນໄລຍະປີ 2023 ບັນລຸ ເກີນຄາດໝາຍ ເຊິ່ງສະແດງໃຫ້ເຫັນ ເຖິງຄຸນນະພາບ ແລະ ປະສິດທິພາບ ສູງໃນການບໍລິການແລະຄວາມຊຳ ນານຂອງບໍລິສັດດ້ານເຕັກໂນໂລ ຊີໃນຂະແໜງວິສະວະກໍາໂລກ. ບໍ່ແຮ່ Cukaru Peki ຫລື ບໍ່ແຮ່ ທອງ ແລະ ຄຳ ທີ່ສຳຄັນແຫ່ງໃໝ່ຕັ້ງ ຢູ່ໃກ້ເມືອງບໍ ປະເທດເຊີເບຍ ໄດ້ ຮັບການພັດທະນາ ແລະ ດຳເນີນ ທຸລະກິດ ໂດຍບໍລິສັດຂຸດຄົ້ນບໍ່ແຮ່ Zijin ຂອງຈີນ ນັບແຕ່ປີ 2021. ໃນປີ 2022, ບໍລິສັດ ວິສະວະກໍາຈີນ ໄດ້ປະມູນໂຄງການສຳເລັດ ໂດຍ ເປັນໂຄງການຂຸດເຈາະອຸມົງບໍ່ແຮ່ ທອງ ແລະ ຄຳ, ໂຄງການດັ່ງກ່າວ ປະກອບມີ 3 ອຸມົງ. ໃນນັ້ນ, ອຸມົງ ຊ່ອງການຜະລິດ ມີສອງອຸມົງ ມີ ຄວາມເລິກ 1.343 ແມັດ, ມີເສັ້ນ ຜ່າສູນກາງ 7 ແມັດ ແລະ ອຸມົງ ຊ່ອງບໍລິການ ມີຄວາມເລິກ 1.245 ແມັດ, ເສັ້ນຜ່າສູນກາງ 10 ແມັດ, ການສາມາດເຂົ້າໄປເຈາະອຸມົງ ເລິກຫລາຍກວ່າພັນແມັດ ເປັນສິ່ງ ທ້າທາຍຫລາຍດ້ານ ແຕ່ສິ່ງທີ່ເຮັດ ໃຫ້ຍາກໄປກວ່ານັ້ນ ແມ່ນຂຶ້ນກັບຂໍ້ ຈໍາກັດທາງພູມສາດຂອງໂຄງການ ເຊັ່ນ: ຊັ້ນຫີນທີ່ແຕກຫັກ ແລະ ລະ ດັບນໍ້າໃຕ້ດິນສູງຢ່າງບໍ່ຄາດຄິດ. ການຂຸດເຈາະຊັ້ນດິນທີ່ເລິກ ແມ່ນມີສິ່ງທ້າທາຍຫລາຍຢ່າງ, ສະນັ້ນຕ້ອງຮຽກຮ້ອງໃຫ້ມີການປະ ດິດສ້າງ, ຄວາມຊໍານານ ແລະ ຄວາມລະມັດລະວັງ. ບໍລິສັດ ວິສະ ໃຕ້ການເປັນປະທານຮ່ວມຂອງ ຟີລິບປິນ ແລະ ອີຢູ. ບັນດາລັດຖະມົນຕີຕ່າງປະເທດ ອາຊຽນແລະອີຢູໄດ້ສະແດງຄວາມ ຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນ ຂອງການພົວພັນຮ່ວມມື ອາຊຽນອີຢູ ຕະຫລອດໄລຍະ 47 ທີ່ຜ່ານມາ ຊຶ່ງໄດ້ຮັບການເສີມຂະຫຍາຍຢ່າງ ຕໍ່ເນື່ອງ ແລະ ສືບຕໍ່ຮັດແໜ້ນການ ເປັນຄູ່ຮ່ວມຍຸດທະສາດລະຫວ່າງ ອາຊຽນ ແລະ ອີຢູ. ນອກຈາກນັ້ນ, ບັນດາລັດຖະມົນຕີ ຍັງໄດ້ທົບທວນ ຄືນການຈັດຕັ້ງປະຕິບັດບັນດາ ໂຄງ ການການຮ່ວມມືພາຍໃຕ້ແຜນປະຕິ ບັດງານ ເພື່ອຈັດຕັ້ງປະຕິບັດຄູ່ຮ່ວມ ຍຸດທະສາດອາຊຽນ-ອີຢູ (20222027) ຊຶ່ງເຫັນວ່າໄດ້ຮັບຜົນສໍາ ເລັດໃນຫລາຍດ້ານກວມເອົາ ທັງ ສາມເສົາຄໍ້າປະຊາຄົມອາຊຽນ ໂດຍ ສະເພາະການຮ່ວມມືດ້ານສາທາ ລະນະສຸກ, ການໄປມາຫາສູ່ກັນຂອງ ປະຊາຊົນສອງພາກພື້ນ, ການຂົນ ສົ່ງທາງອາກາດ, ການຄ້າ, ການລົງ ທຶນ,ຕ່ອງໂສ້ການສະໜອງ,ການຮັບ ມືກັບໄພພິບັດທາງທໍາມະຊາດ, ການຕ້ານການກໍ່ການຮ້າຍ,ການສຶກ ສາ ແລະ ພັດທະນາຊັບພະຍາກອນ ມະນຸດ ແລະ ອື່ນໆ. ພ້ອມກັນນີ້, ບັນ ດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ສະແດງຄວາມຊົມເຊີຍຕໍ່ການ ປະກອບສ່ວນຂອງ ອີຢູ ເຂົ້າໃນຂະ ບວນການສ້າງປະຊາຄົມອາຊຽນ ກໍຄືການເຊື່ອມໂຍງ-ເຊື່ອມຈອດ ອາ ຊຽນ ແລະ ໄດ້ສະແດງຄວາມຍິນດີ ຕໍ່ຄວາມໝາຍໝັ້ນຂອງ ອີຢູ ທີ່ຈະ ສືບຕໍ່ໃຫ້ການສະໜັບສະໜູນການ ເຊື່ອມໂຍງ ແລະ ການເຊື່ອມຈອດ ທີ່ຍືນຍົງຜ່ານຍຸດທະສາດ Global Gateway ແລະ ຂໍ້ລິເລີ່ມTeam Europe ຂອງອີຢູພ້ອມກັນນີ້, ບັນ ດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ອີຢູ ໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາ ກົນທີ່ມີຄວາມສົນໃຈຮ່ວມກັນ.ກອງ ປະຊຸມໄດ້ຮັບຮອງເອົາຖະແຫລງ ການຮ່ວມຂອງກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ-ອີຢູ ຄັ້ງ ທີ 24 ເພື່ອເປັນທິດທາງໃຫ້ແກ່ ການຜັນຂະຫຍາຍການເປັນຄູ່ຮ່ວມ ຍຸດທະສາດ ລະຫວ່າງ ອາຊຽນ ແລະ ອີຢູ ໃນອະນາຄົດ. ໃນມື້ດຽວກັນ,ທ່ານສະເຫລີມໄຊ ກົມມະສິດ ຍັງໄດ້ເຂົ້າຮ່ວມກອງ ປະຊຸມເວທີປຶກສາຫາລື ອີຢູ ອິນໂດ- ປາຊີຟິກ ຄັ້ງທີ 3 ແລະ ໄດ້ກ່າວ ຄໍາເຫັນໃນພິທີເປີດໃນນາມປະ ທານອາຊຽນ ໂດຍທ່ານໄດ້ຍົກໃຫ້ ເຫັນຄວາມສໍາຄັນຂອງວິໄສທັດ ອາຊຽນ ວ່າດ້ວຍອິນໂດ-ປາຊີຟິກ (AOIP) ທີ່ເປັນແນວທາງໃຫ້ອາ ຊຽນໃນການພົວພັນແລະຮ່ວມມືກັບ ບັນດາຄູ່ຮ່ວມມືພາຍນອກໃນພາກ ພື້ນອາຊີ-ປາຊີຟິກ ແລະ ມະຫາສະ ໝຸດອິນເດຍໂດຍຜ່ານກົນໄກທີ່ອາ ຊຽນນໍາພາ ທີ່ສອດຄ່ອງກັບຈຸດ ປະສົງ ແລະ ຫລັກການທີ່ລະບຸໃນ AOIP, ໃນ 4 ຂົງເຂດບຸລິມະສິດ ຄື: ການ ຮ່ວມມືທາງທະເລ, ການເຊື່ອມ ຈອດ, ເປົ້າໝາຍການພັດທະນາແບບ ຍືນຍົງ 2030 ຂອງອົງການ ສປຊ, ດ້ານເສດຖະກິດ ແລະ ການຮ່ວມມື ອື່ນໆທີ່ເປັນໄປໄດ້. ທ່ານຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ຍັງໄດ້ພົບ ປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງ ຈາກບັນດາປະເທດສະມາຊິກສະຫະ ພາບເອີຣົບ ແລະ ປະເທດໃນພາກ ພື້ນອາຊີ-ປາຊີຟິກ ຈໍານວນໜຶ່ງ. ຂ່າວ-ພາບ: ກະຊວງການຕ່າງປະເທດ ວະກໍາຈີນ ຈຶ່ງມຸ່ງໝັ້ນຊອກຫາວິທີ ການແກ້ໄຂ, ຮັບຜິດຊອບ ແລະ ສຶກສາ. ນອກນີ້, ທີມງານຍັງໄດ້ນໍາ ໃຊ້ອຸປະກອນກົນຈັກທີ່ທັນສະໄໝ, ລວມທັງເຄື່ອງເຈາະຂະໜາດໃຫຍ່, ເຄື່ອງຈັບຫີນແບບສູນກາງ ເພື່ອ ຫລຸດຜ່ອນການໃຊ້ແຮງງານ ແລະ ຄວາມສ່ຽງດ້ານຄວາມປອດໄພ ແລະ ເພື່ອຮັບປະກັນຄຸນນະພາບ ແລະ ປະສິດທິພາບເປັນເຫດຜົນ ທີ່ບໍລິສັດສາມາດເຮັດຄວາມເລິກ ໄດ້ເກີນ 100 ແມັດ ໃນທຸກເດືອນ ເປັນຈໍານວນ 7 ຄັ້ງ. ບໍລິສັດ ວິສະວະກໍາຈີນ ໄດ້ອຸທິດ ຕົນເພື່ອຂຸດຄົ້ນຕະຫລາດຕ່າງປະ ເທດໃນຊຸມປີທີ່ຜ່ານມາ ດ້ວຍຄວາມ ເຂັ້ມແຂງຂອງເຕັກໂນໂລຊີຫລັກ, ສາມາດດຳເນີນໂຄງການຕ່າງໆຢູ່ ປະເທດຕ່າງໆເຊັ່ນ:ຕວກກີ,ອິນເດຍ, ປາກີສະຖານ, ອຸສເບກີສະຖານ, ເຊີເບຍ, ຫວຽດນາມ ແລະ ລາວ. ທ່ານ Sun Xuejun ປະທານ ບໍລິສັດວິສະວະກໍາຈີນ ກໍ່ສ້າງບໍ່ ຖ່ານຫີນ ກຣຸບ ໄດ້ກ່າວວ່າ: ບໍລິສັດ ຈະເຂົ້າຮ່ວມຢ່າງຕັ້ງໜ້າໃນການ ກໍ່ສ້າງພື້ນຖານໂຄງລ່າງພະລັງງານ ຢູ່ບັນ ດາປະເທດຄູ່ຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ. *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ລັດຖະມົນຕີກະຊວງການເງິນ.. ພ້ອມທັງໄດ້ລາຍງານສະພາບການ ພັດທະນາເສດຖະກິດ-ວັດທະນະ ທຳ-ສັງຄົມຂອງແຂວງ, ວຽກງານ ການທ່ອງທ່ຽວ ແລະ ການເຄື່ອນ ໄຫວປະຕິບັດໜ້າທີ່ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ. ພ້ອມນີ້, ຄະນະຍັງໄດ້ລົງຢ້ຽມ ຢາມກອງຮ້ອຍທະຫານຊາຍແດນ 18 ແລະ ມອບເຄື່ອງອຸປະໂພກ- ບໍລິ ໂພກ, ອຸປະກອນການກິລາ ແລະ ມອບເງິນປະກອບສ່ວນເຂົ້າໃນການ ກໍ່ສ້າງປັບປຸງສະຖານທີ່ຄ້າຍຄູ ຂອງ ກອງຮ້ອຍທະຫານຊາຍແດນ 18 ວິລະຊົນ ຢູ່ ຜາຖີ່ ມູນຄ່າ 300 ກວ່າ ກີບ ແລະ ຢ້ຽມຢາມ ກອງພັນ 163 ເພື່ອມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ມອບເງິນ 100 ລ້ານກີບ ເພື່ອ ນຳໄປພັດທະນາປັບປຸງກໍ່ສ້າງກົມ ກອງໃຫ້ເຕີບໃຫຍ່ເຂັ້ມແຂງ. ໃນໂອກາດເຄື່ອນໄຫວຢ້ຽມ ຢາມບັນດາກົມກອງ ແລະ ປະຊາ ຊົນ, ສະຫາຍລັດຖະມົນຕີກະຊວງ ການເງິນໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ການຈັດຕັ້ງທຸກຂັ້ນໃນ ການປະຕິບັດໜ້າທີ່ວຽກງານ ໂດຍ ສະເພາະແມ່ນກຳລັງປະກອບອາວຸດ ທີ່ເຮັດໜ້າທີ່ປົກປັກຮັກສາເຂດນໍ້າ ແດນດິນ, ເຮັດໃຫ້ປະເທດຊາດຂອງ ພວກເຮົາໝັ້ນຄົງຕະຫລອດມາໂດຍ ສະເພາະໃນທົ່ວແຂວງຫົວພັນ ໄດ້ ມີຄວາມສະຫງົບປອດໄພໂດຍພື້ນ ຖານ,ປະຊາຊົນກໍປະກອບສ່ວນຢ່າງ ຕັ້ງໜ້າໃນວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ເຮັດໃຫ້ແຂວງຫົວພັນ ມີການ ຂະຫຍາຍຕົວທາງດ້ານເສດຖະກິດວັດທະນະທຳ-ສັງຄົມກ້າວຂຶ້ນຢ່າງ ບໍ່ຢຸດຢັ້ງ. ຂ່າວ: ສຸເວດ ສີດາຄໍາ ສູນວັດທະນະທຳຈີນ... ຂປລ. ສູນວັດທະນະທໍາຈີນ ປະຈໍາລາວ ເປີດໃຫ້ມວນຊົນເຂົ້າ ຮ່ວມຫລິ້ນກິດຈະກຳ ສະເຫລີມສະ ຫລອງບຸນກຸດຈີນ ລະຫວ່າງວັນທີ 3-4 ກຸມພາ 2024 ແບບບໍ່ເສຍຄ່າ ທີ່ສູນວັດທະນະທໍາຈີນ ປະຈໍາລາວ ເຊິ່ງພາຍໃນງານມີຫລາຍກິດຈະ ກຳ ເປັນຕົ້ນ ຫລິ້ນເກມ, ລະບາຍສີ, ການນຸ່ງຊຸດຈີນບູຮານ, ການຂຽນ ໂຕໜັງສືຈີນ, ການຕັດເຈ້ຍ, ການ ແຕ້ມໜ້າກາກ ແລະ ກິດຈະກຳສະ ຫລອງບຸນກຸດຈີນອື່ນໆ ເພື່ອລຸ້ນຮັບ ລາງວັນຈາກສູນວັດທະນະທຳຈີນ. ການສະເຫລີມສະຫລອງບຸນ ກຸດຈີນ ເປັນກິດຈະກໍາແລກປ່ຽນວັດ ທະນະທໍາຈີນກັບຕ່າງປະເທດ ເຊິ່ງ ການສະຫລອງບຸນກຸດຈີນ ໃນປີນີ້ ຈະຈັດໃຫ້ມີກິດຈະກໍາແລກປ່ຽນຮູບ ແບບຕ່າງໆເຖິງ 500 ກິດຈະກໍາຢູ່ 100 ກວ່າປະເທດ ແລະ ພາກພື້ນ ທົ່ວໂລກ. ບຸນມະໂຫລານເທສະການ ກຸດຈີນ ເປັນງານໜຶ່ງທີ່ສຳຄັນທາງ ດ້ານວັດທະນະທຳ ຂອງ ສປ ຈີນ ລວມເຖິງພົນລະເມືອງ ກໍຄື ປະຊາ ຊົນທີ່ມີເຊື້ອສາຍຈີນ ທີ່ດຳລົງຊີວິດ ປະເທດຕ່າງໆ. ກຸດຈີນແມ່ນບຸນທີ່ສຳຄັນທີ່ ສຸດ ຂອງປະເທດຈີນ ເຊິ່ງປີ 2024 ນີ້ ຕາມວັນທະປະຕິທິນຂອງຈີນ ແມ່ນປີມັງກອນ (ປີມະໂລງ), ມັງ ກອນ ເປັນສັດໃນຈິນຕະນາການຊະ ນິດດຽວໃນບັນດາ 12 ກະສັດ, ທີ່ສາ ມາດເດີນດິນ, ບິນຂຶ້ນສູ່ທ້ອງຟ້າ, ລົງມະຫາສະໝຸດ ແລະ ເປັນສັນຍະ ລັກແຫ່ງຄວາມແຂງແກ່ນ ມຸ່ງມາ ນະ, ໂຊກລາບ, ສົມປາຖະໜາ ແລະ ເປັນຕົວແທນທີ່ສາມາດເຮັດໃຫ້ລົມ ຝົນຕົກຖືກຕ້ອງຕາມລະດູ. ຂ່າວ: ກິດຕາ, ພາບ: ເກດສະໜາ
RkJQdWJsaXNoZXIy MTc3MTYxMQ==