5803

3I'IPos';Po16 9a fdy f9tde s+ g0Q k8Q , dP,lts]v'xu .\j s;Pfok, xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** xtgmfgrnj vo,y flkdq o 02/02/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp sq ;|h k 78r rq [xtgIa f;PdIj ;,da [ ]a f4t,q o8u dt-;'dko8j k'xtgmfly 'dt3x mk']q fw2 ]k;{9u o wfh Ia []k';a o 75 ootrk[;y lt;tded+ lh k' 2022-2023 xtgmflkmk]tot]a f/ia j ' ຂປລ. ວັນທີ29ມັງກອນ2024 ນີ້, ໂຮງຮຽນສອງພາສາ ລາວຫວຽດນາມ ຫງວຽນຢູ ຈັດກິດຈະ ກຳຫໍ່ເຂົ້າຕົ້ມ ເພື່ອກຽມສະເຫລີມສະ ຫລອງວັນປີໃໝ່ ສສ ຫວຽດນາມ ເຊິ່ງໂຮງຮຽນດັ່ງກ່າວ ຈະຈັດຂຶ້ນ ໃນວັນທີ1 ກຸມພາ 2024 ນີ້ໂດຍຈະ ຈັດຫລາກຫລາຍກິດຈະກຳ ເປັນຕົ້ນ ເດີນແບບຂອງນ້ອງນັກຮຽນ ຍິງຊາຍ, ແຂ່ງຂັນແຕ່ງພາເຂົ້າໄຫວ້, ພ້ອມທັງໄຫວ້ພະຢູ່ແຕ່ລະຈຸດທີ່ ທາງໂຮງຮຽນໄດ້ກຳນົດໄວ້. ໂອກາດດັ່ງກ່າວ, ທ່ານ ນາງ ສີວັນເຮືອງ ເພັງຄຳໄມ ຜູ້ອຳນວຍ ການໂຮງຮຽນສອງພາສາ ລາວຫວຽດນາມ ຫງວຽນຢູ ໄດ້ຍົກໃຫ້ ເຫັນປະຫວັດຄວາມເປັນມາຂອງ ການຫໍ່ເຂົ້າຕົ້ມ ແລະ ປະຫວັດຄວາມ ເປັນມາຂອງວັນປີໃໝ່ຫວຽດນາມ ເຊິ່ງຕາມຮີດຄອງປະເພນີຂອງ ຫວຽດນາມ ໃນທຸກໆປີ ຫລັງຈາກທີ່ ໄດ້ມີການທຳມາຫາກິນມາແລ້ວ ປະຊາຊົນຫວຽດນາມ ຈະມີການຫໍ່ ເຂົ້າຕົ້ມ ເພື່ອສະແດງຄວາມຮູ້ບຸນຄຸນ ຂອງບັນພະບູລຸດທີ່ສ້າງມາເຊິ່ງ ການຈັດກິດຈະກຳຫໍເຂົ້າຕົ້ມໃນຄັ້ງ ນີ້, ແນໃສ່ປູກຈິດສຳນຶກໃຫ້ນັກຮຽນ ພາຍໃນໂຮງຮຽນຮັບຮູ້ວັດທະນະ ທຳ, ຮີດຄອງປະເພນີຂອງຊາວ ຫວຽດນາມ ໃຫ້ຫລາຍຂຶ້ນ. ການຈັດກິດຈະກຳສະເຫລີມສະ ຫລອງປີໃໝ່ຫວຽດນາມ ຢູ່ ສປປ ລາວ ໃນແຕ່ລະປີຈັດຂຶ້ນຕາມຮີດ ຄອງປະເພນີອັນດີງາມຂອງຊາວ ຫວຽດນາມ ທີ່ເຄີຍປະຕິບັດມາ, ທັງ ເປັນການແລກປ່ຽນວັດທະນະທຳ, ປະສົບການ ແລະ ຮຽນຮູ້ ເຊິ່ງກັນ ແລະ ກັນ ລະຫວ່າງ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ໂດຍມີ ຫລາຍກິດຈະກຳທີ່ສະແດງໃຫ້ເຫັນ ເຖິງວິຖີການດຳລົງຊີວິດ, ວິຖີການ ນຸ່ງຖື, ວິຖີການກິນ-ຢູ່ ແລະ ອື່ນໆ ຂອງຊາວຫວຽດນາມ. ໂອກາດນີ້,ທ່ານນາງສີວັນເຮືອງ ເພັງຄຳໄມ ໄດ້ຕາງໜ້າໃຫ້ໂຮງ ຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ອວຍພອນເນື່ອງໃນໂອ ກາດປີໃໝ່ຫວຽດນາມ ໃຫ້ຄູ-ອາ ຈານ, ນ້ອງນັກຮຽນຕະຫລອດຮອດ ພໍ່ແມ່ຜູ້ປົກຄອງ, ຄົນເຊື້ອຊາດຫວຽດ ນາມ ທີ່ອາໄສຢູ່ລາວ ຈົ່ງມີສຸຂະພາບ ເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າ ທີ່ການງານ, ທັງຊີວິດຄອບຄົວ ແລະ ສ່ວນຕົວ, ພ້ອມທັງອວຍພອນໃຫ້ ສາຍພົວພັນມິດຕະພາບຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວຫວຽດນາມ ໃຫ້ໄດ້ຮັບການພັດທະ ນາ ແລະ ສືບຕໍ່ໃຫ້ການສະໜັບສະ ໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນຕະ ຫລອດໄປ. ຂ່າວ: ທະນູທອງ, ພາບ: ຂັນໄຊ ຂປລ. ໃນວັນທີ 27 ມັງກອນ 2024, ທ່ານ ທອງສະຫວັນ ພົມວິ ຫານ ກໍາມະການສູນກາງພັກ, ຫົວ ໜ້າຄະນະພົວພັນຕ່າງປະເທດສູນ ກາງພັກ (ຄຕພ) ໄດ້ພົບປະເຮັດ ວຽກກັບ ທ່ານ ວິວຽນ ບາລາ ຄຣິສ ນານ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ພ້ອມດ້ວຍຄະນະໃນໂອ ກາດເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ ຄັ້ງທີ 57 ແຕ່ວັນທີ 27-28 ມັງກອນ 2024. ໂອກາດດັ່ງກ່າວ, ທ່ານຫົວໜ້າ ຄະນະພົວພັນຕ່າງປະເທດໄດ້ຕີລາ ຄາສູງຕໍ່ການຢ້ຽມຢາມ ສປປ ລາວ ແລະ ຍາດໂອກາດມາພົບປະເຮັດ ວຽກຢູ່ ຄຕພ, ອັນໄດ້ເປັນການປະ ກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ສິງກະໂປ ທີ່ກຳລັງຢູ່ໃນບັນຍາກາດແຫ່ງການ ສະເຫລີມສະຫລອງວັນສ້າງຕັ້ງ ສາຍພົວພັນການທູດ ລາວ-ສິງ ກະໂປ ຄົບຮອບ 50 ປີ; ຕີລາຄາສູງ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືສອງຝ່າຍ ເຊິ່ງເປັນການພົວ ພັນທີ່ສະເໝີຕົ້ນສະເໝີປາຍ ທັງໄດ້ ຮັບການພັດທະນາ ແລະ ເສີມຂະ ຫຍາຍເປັນກ້າວໆ; ແຈ້ງໃຫ້ຝ່າຍ ແຂກຊາບກ່ຽວກັບທີ່ຕັ້ງ ແລະ ພາລະ ບົດບາດຂອງ ຄຕພ, ສະພາບພົ້ນ ເດັ່ນຂອງ ພັກ, ລັດລາວ ໃນການ ສ້າງສາພັດທະນາເສດຖະກິດ-ສັງ ຄົມ ຂອງ ສປປ ລາວ ພາຍໃຕ້ການ ນໍາຂອງ ພັກ ປປ ລາວ ທີ່ສາມາດ ຍາດໄດ້ຜົນສໍາເລັດໃນຫລາຍດ້ານ, ລວມທັງຄວາມພ້ອມການເປັນປະ ທານໝູນວຽນອາຊຽນ ໃນປີ2024. ພ້ອມກັນນັ້ນ, ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຮ່ວມມື ແລະ ສະໜັບ ສະໜູນດ້ານຕ່າງໆ ຂອງລັດຖະບານ ສິງກະໂປ ຕໍ່ ສປປ ລາວ ຕະຫລອດ ໄລຍະຜ່ານມາ. ທ່ານ ວິວຽນ ບາລາຄຣິສນານ ໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັັນອົບອຸ່ນ ແລະ ຊົມເຊີຍຕໍ່ ບັນດາຜົນສໍາເລັດໃນການພັດທະນາ ເສດຖະກິດ-ສັງຄົມ ພາຍໃຕ້ການ ນຳພາຂອງພັກປະຊາຊົນປະຕິວັດ ລາວ; ຕີລາຄາສູງ ຕໍ່ສາຍພົວພັນມິດ ຕະພາບ ແລະ ການຮ່ວມມືສິງກະ ໂປ-ລາວ ຕະຫລອດ 50 ປີ ຜ່ານມາ ແລະ ຢືນຢັນຈະສືບຕໍ່ເສີມຂະຫຍາຍ ການພົວພັນຮ່ວມມືສອງຝ່າຍໃຫ້ ໄດ້ຮັບການຂະຫຍາຍຕົວຂຶ້ນໄປ ເລື້ອຍໆ; ຝ່າຍສິງກະໂປ ຍິນດີໃຫ້ ການສະໜັບສະໜູນໃນການເປັນປະ ທານອາຊຽນຂອງ ສປປ ລາວ ໃນປີ ນີ້ໃຫ້ບັນລຸຜົນສໍາເລັດຢ່າງຈົບງາມ. ພິເສດການພົບປະຄັ້ງນີ້, ທັງ ສອງຝ່າຍມີຄວາມຍິນດີຢ່າງສູງໃນ ການສືບຕໍ່ຊຸກຍູ້ການພົວພັນຮ່ວມມື ດ້ານພັກກໍຄືລະຫວ່າງພັກປປລາວ ແລະ ພັກ ກິດປະຊາຂອງສິງກະໂປ; ສົ່ງເສີມວຽກງານການທູດປະຊາ ຊົນສອງປະເທດ ເພື່ອສ້າງຄວາມ ເຂົ້າອົກເຂົ້າໃຈລະຫວ່າງປະຊາ ຊົນສອງຊາດ. ພ້ອມທັງໄດ້ເອກະ ພາບກັນສືບຕໍ່ຄົ້ນຄວ້າທ່າແຮງໃນ ການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ດ້ານພະລັງງານສະອາດ, ພະລັງ ງານທົດແທນ, ເຕັກໂນໂລຊີ, ຊັບພະ ຍາກອນບໍ່ແຮ່, ການພັດທະນາຊັບ ພະກອນມະນຸດ, ການພັດທະນາກະ ສິກຳສະອາດ ແລະ ສີຂຽວ, ກາກ ບອນເຄຣດິດ,ການເຊື່ອມໂຍງເຊື່ອມ ຈອດທາງດ້ານເສດຖະກິດ, ການ ຄ້າ, ການລົງທຶນ ແລະ ອື່ນໆທີ່ທັງ ສອງຝ່າຍມີທ່າແຮງບົ່ມຊ້ອນ ເພື່ອ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະ ຊາຊົນສອງຊາດ ລາວ-ສິງກະໂປລາວ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ກໍຄື ເພື່ອເສີມສ້າງສັນຕິພາບ, ມິດຕະ ພາບ ແລະ ການຮ່ວມມື ເພື່ອການພັດ ທະນາໃນພາກພື້ນ ແລະ ໃນໂລກ. ໃນວັນດຽວກັນ, ທ່ານ ທອງສະ ຫວັນ ພົມວິຫານ ຍັງໄດ້ຕາງໜ້າ ການນຳລາວ ໃນຖານະແຂກກິດຕິ ມະສັກເຂົ້າຮ່ວມງານພົບປະອະດີດ ນັກສຶກສາລາວທີ່ເຄີຍຮໍ່າຮຽນຢູ່ສິງ ກະໂປ ເຊິ່ງເປັນກິດຈະກຳໜຶ່ງໃນ ແຜນຢ້ຽມຢາມ ສປປ ລາວ ຂອງ ທ່ານ ວິວຽນ ບາລາຄຣິສນານ. ໃນໂອກາດດັ່ງກ່າວ, ທ່ານຫົວໜ້າ ຄຕພ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ລັດຖະບານ ແລະ ປາຊາຊົນສິງກະໂປ ທີ່ໄດ້ໃຫ້ການ ຊ່ວຍເຫລືອພັດທະນາຊັບພະຍາ ກອນມະນຸດໃຫ້ແກ່ ສປປ ລາວ ພາຍ ໃຕ້ໂຄງການຮ່ວມມືຂອງສິງກະໂປ (SCP) ເລີ່ມແຕ່ປີ1992 ເຖິງປັດຈຸ ບັນມີພະນັກງານພັກ-ລັດເຂົ້າຮ່ວມ ເກືອບ 16.000 ຄົນ; ສິ່ງດັ່ງກ່າວ ເປັນການສ້າງໂອກາດໃຫ້ຮຽນຮູ້ ກ່ຽວກັບບົດຮຽນໃນການພັດທະ ນາປະເທດຂອງສິງກະໂປ, ການ ຄຸ້ມຄອງບໍລິຫານ, ການຍົກລະດັບ ພາສາອັງກິດ ແລະ ຍັງເປັນການສົ່ງ ເສີມວຽກງານການທູດປະຊາຊົນ ນຳອີກ, ພ້ອມທັງສະແດງຄວາມ ຫວັງວ່າຝ່າຍສິງກະໂປ ຈະສືບຕໍ່ໃຫ້ ການສະໜັບສະໜູນ ສປປ ລາວ ຕື່ມ ອີກໃນຕໍ່ໜ້າ. ພາບ: ເກດສະໜາ. ໂດຍ: ດາວັນ *ປະເທດ ຝຣັ່ງ (France) ຫລື ຊື່ທາງການວ່າ: ສາທາລະນະລັດ ຝຣັ່ງ (République française) ມີນະຄອນຫລວງ ຊື່ວ່າ: ປາຣີສ (Paris) ແລະ ປະເທດ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນທາງການ ທູດຮ່ວມກັນ ຄົບຮອບ 81 ປີ(ໃນ ວັນທີ 31.1.1951-31.1.2024) ມາຮອດປັດຈຸບັນ ຫລັງຈາກນັ້ນ ທັງສອງປະເທດຮ່ວມມືກັນພັດທະ ນາເສີມສ້າງສາຍພົວພັນໃຫ້ນັບມື້ ແໜ້ນແຟ້ນຍິ່ງຂຶ້ນ. ຝຣັ່ງ ເປັນປະເທດ ທີ່ມີສູນກາງ ຕັ້ງຢູ່ພາກພື້ນເອີຣົບ ຕາເວັນຕົກ ມີຊາຍແດນຕິດກັບປະ ເທດແບນຊິກ, ລຸກຊຳບວກ, ເຢຍລະ ມັນ, ສະວິດ, ອິຕາລີ, ໂມນາໂກ, ອັງໂດລາ ແລະ ແອັດສະປາຍ. ມີ ມູນຄ່າການສົ່ງອອກສິນຄ້າບັນລຸ 488.345 ລ້ານໂດລາສະຫະລັດ ຕໍ່ປີເຊັ່ນ: ເຄື່ອງກົນຈັກ, ຍານອາວະ ກາດ, ຢາປິ່ນປົວພະຍາດ ແລະ ອື່ນໆ; ມູນຄ່າການນຳເຂົ້າລວມມີ 582.351 ລ້ານໂດລາສະຫະລັດຕໍ່ ປີ ຄື: ເຄື່ອງກົນຈັກອຸປະກອນຍານ ພາຫະນະ, ນ້ຳມັນດີບ ແລະ ອື່ນໆ. ສ່ວນປະເທດຄູ່ຮ່ວມມືການຄ້າທີ່ສຳ ຄັນ: ເຢຍລະມັນ, ສ ອາເມລິກາ, ແອັດສະປາຍ, ອິຕາລີ, ແບຣນຊິກ, ອັງກິດ ແລະ ສປ ຈີນ ຕາມລຳດັບ. ນອກນີ້ ຝຣັ່ງ ຍັງມີສະຖານທີ່ ທ່ອງທ່ຽວທີ່ເຕັມໄປດ້ວຍຄວາມງົດ ງາມເປັນເອກະລັກຂອງສະຖາປັດຕະ ຍະກຳທີ່ເປັນຕົ້ນແບບຂອງຫລາຍໆ ສະຖານທີ່ ໃນປັດຈຸບັນຈົນເຖິງ ແຫລ່ງທ່ອງທ່ຽວອື່ນໆທີ່ສຳຄັນ ເປັນຕົ້ນ: ຫໍຄອຍໄອ ເຟລ ທ່ີມີຄວາມ ສູງ, ເປັນສັນຍະລັກຂອງປະເທດຕັ້ງ ຢູ່ໃນນະຄອນຫລວງ ປາຣີສ ທີ່ສ້າງ ດ້ວຍໂຄງເຫລັກ 324 ແມັດ ສູງເທົ່າ ກັບຕຶກ 81 ຊັ້ນ, ມີຂັ້ນໄດ 1.665 ຂັ້ນສາມາດຂື້ນໄປຊົມທີວທັດທຳມະ ຊາດຂອງປະເທດ; ພະລາສະວັງ ແວຣຊາຍ ; ພິພິທະພັນລູຟທີ່ມີຊື່ສຽງ ເກົ່າແກ່ແລະ ຂະໜາດ ໃຫຍ່ສຸດແຫ່ງ ໜຶ່ງຂອງໂລກ. ເນື້ອທີ່ທັງໝົດ 643.427 ກິໂລຕາ ແມັດ ກວມເອົາປະຊາກອນ 68 ລ້ານກວ່າຄົນ(ໃນປີ2023)ປະຊາ ຊົນສ່ວນໃຫຍ່ນັບຖືສາສະໜາຄຣິສ ນິກາຍໂຣມັນຄາທໍລິກ 66% ແລະ ອື່ນໆ. ໃຊ້ພາສາທາງການຄື:ພາ ສາຝຣັ່ງ, ນຳໃຊ້ສະກຸນເງິນເອີໂຣ. ສ່ວນວັນຊາດ ແມ່ນວັນທີ 14 ກໍ ລະກົດ. ຝຣັ່ງ ມີເສດຖະກິດໃຫຍ່ເປັນ ອັນດັບ7 ຂອງໂລກ (ໃນປີ 2021) ເນື່ອງຈາກມີອຸດສາຫະກຳອາວະ ກາດ, ການບິນໃຫຍ່ທີ່ສຸດ ໃນເອີຣົບ ແລະ ມີການລົງທຶນຈາກຕ່າງປະ ເທດຫລາຍເປັນອັນດັບ 2 ຂອງ ໂລກ. ດ້ວຍຍອດຜະລິດຕະພັນພາຍ ໃນ(GDP) ບັນລຸ 2.603.004 ລ້ານໂດລາສະຫະລັດ (ໃນປີ 2020); ລາຍໄດ້ສະເລ່ຍຕໍ່ຫົວຄົນ 38.600 ກວ່າໂດລາສະຫະລັດຕໍ່ ປີ; ອັດຕາການຈະເລີນເຕີບໂຕ ທາງດ້ານເສດຖະກິດ-8,1% ຕໍ່ປີ ຂປລ. ເມື່ອບໍ່ດົນມານີ້, ທາງລົດ ໄຟລາວ-ຈີນ ຈາກບໍ່ເຕັນ-ນະຄອນ ວຽງຈັນ ໄດ້ຮັບລາງວັນວິສະວະກຳ ກໍ່ສ້າງປີ 2022-2023 (ໂຄງການ ຕ່າງປະເທດ) ແມ່ນລາງວັນທີ່ມີ ຄຸນນະພາບໃນໂຄງການກໍ່ສ້າງ ຂອງ ຈີນ. ທ່ານ ລີຊົງ ຜູ້ຮັບຜິດຊອບ ພະແນກຈັດການໂຄງການກໍ່ສ້າງ ກຸ່ມບໍລິສັດທາງລົດໄຟຈີນ ບໍ່ເຕັນນະຄອນຫລວງວຽງຈັນ ໄລຍະສັນ ຍາທີ FJSGⅡ ໄດ້ກ່າວວ່າ: ສະຖາ ນີແມ່ນບ່ອນທີ່ສະແດງໃຫ້ເຫັນຄຸນ ລັກສະນະວັດທະນະທໍາ, ການເຊື່ອມ ໂຍງສະຖານີຕໍ່ເມືອງ ໄດ້ເຮັດໃຫ້ ແຕ່ລະສະຖານີກາຍເປັນທຸລະກິດ ທ້ອງຖິ່ນ, ບໍລິສັດໄດ້ຮັບເໝົາກໍ່ສ້າງ ທາງລົດໄຟລາວ-ຈີນ ຢູ່ປະເທດຈີນ ແມ່ນສະຖານີຄຸນໝິງໃຕ້, ຢູ່ ສປປ ລາວ ສະຖານນີທີ່ໃຫຍ່ທີ່ສຸດແມ່ນ ສະຖານີນະຄອນຫລວງວຽງຈັນ. ສ່ວນສະຖານີທີ່ມີວັດທະນາທຳອັນ ພິເສດແມ່ນສະຖານີຫລວງພະບາງ ແລະ ອີກ 13 ສະຖານີ ເຊິ່ງຮູບແບບ ການກໍ່ສ້າງມີລັກສະນະຮູບຊົງແບບ ວັດຊຽງທອງ, ຫໍພິພິທະພັນພະລາດ ຊະວັງ, ດອກຈຳປາ, ດອກໄມ້ປະຈຳ ຊາດລາວ ແລະ ມີຫລາຍເຄື່ອງໝາຍ ວັດທະນາທຳໄດ້ຖືກນຳໃຊ້ເພື່ອສ້າງ ເປັນຮ້ານວາງສະແດງວັດທະນະ ທຳທີ່ປະສົມປະສານວັດທະນະທຳ ແລະ ສິລະປະສະຖາປັດຕະຍະກຳ ຢ່າງເລິກເຊິ່ງ. ທາງລົດໄຟ ລາວຈີນ ບໍ່ເຕັນ-ນະຄອນຫລວງວຽງຈັນ ມີຄວາມຍາວທັງ ໝົດ 414 ກິໂລ ແມັດ, ເປັນການລົງທຶນ ແລະ ການ ກໍ່ສ້າງຄັ້ງທຳອິດຂອງຈີນ ນັບແຕ່ ສອງປະເທດ ໄດ້ຮ່ວມກັນສ້າງ “ໜຶ່ງ ແລວໜຶ່ງເສັ້ນທາງ” ເຊິ່ງການກໍ່ສ້າງ ແມ່ນຜ່ານການຮັບຮອງມາດຕະ ຖານຈາກວິຊາການຂອງຈີນ, ນໍາ ໃຊ້ອຸປະກອນຂອງຈີນ ແລະ ການ ຮ່ວມມືກັບທາງລົດໄຟສາກົນ ໂດຍ ກົງ, ທາງລົດໄຟ ລາວ-ຈີນ ໄດ້ດຳ ເນີນໄປຢ່າງປອດໄພ ແລະ ໝັ້ນຄົງ ເປັນເວລາສອງປີກວ່າ, ໄດ້ສະສົມ ຜູ້ໂດຍສານເຖິງ 2.400 ລ້ານຄົນ ແລະ ຂົນສົ່ງສິນຄ້າ 2.900 ລ້ານ ກວ່າໂຕນ. ໃນນັ້ນ, ມີ 600 ລ້ານ ກວ່າໂຕນຂ້າມແດນ; ການຂົນສົ່ງ ກວມເອົາ 10 ປະເທດ ລວມ ສປປ ລາວ ແລະ ໄທ ເຊິ່ງເປັນການຊຸກຍູ້ ການຮ່ວມມືດ້ານທຸລະກິດແລະການ ເຊື່ອມໂຍງທາງດ້ານວັດທະນະທຳ ແລະ ກາຍເປັນຊ່ອງທາງທີ່ສຳຄັນ ຂອງສາກົນ ທີ່ເຊື່ອມຕໍ່ພາຍໃນ ແລະ ນອກປະເທດໃກ້ຄຽງ ໃຫ້ມີຜົນປະ ໂຫຍດເຊິ່ງກັນ ແລະ ກັນ. ທາງລົດ ໄຟລາວ-ຈີນ ຍັງໄດ້ຜ່ານຜ່າບັນ ຫາທາງດ້ານວິຊາການການກໍ່ສ້າງ ຫລາຍດ້ານ, ອຸມົງ, ທາງລົດໄຟໃນ ໂລກແຫ່ງທຳອິດ ມີນໍ້າໜັກຫລາຍ ກວ່າ 120.000 ໂຕນ, ອຸມົງທີ່ມີນໍ້າ ຮົ່ວໄຫລ, ດິນເຈື່ອນທຸກບັນຫາໄດ້ ຫັນປ່ຽນແຮງງານຈາກ “ດິນແດນ ສູ່ຜືນແຜ່ນດິນ”ໄດ້ກາຍເປັນ“ປະ ເທດເຊື່ອມຕໍ່ທາງບົກ”ແລະ ໄດ້ກາຍ ເປັນການຮ່ວມມືກໍ່ສ້າງຄຸນນະພາບ ສູງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ລົງເລິກການກໍ່ສ້າງຊຸມຊົນ ດ້ວຍພື້ນ ຖານໂຄງລ່າງ. ສະແດງດົນຕີ.... ເຊິ່ງເປັນບົດທີ່ມີຊື່ສຽງ.ນອກຈາກນີ້, ຍັງບົດເພງ ຟາດແສ້ຄຸມມ້າ ແມ່ນ ໜຶ່ງໃນຜົນງານທີ່ເປັນຕົວແທນຂອງ ເຄື່ອງດົນຕີຂຸ່ຍແນວໃໝ່ທີ່ສ້າງ ຂຶ້ນໂດຍອີງໃສ່ແນວດົນຕີພື້ນເມືອງ ພາກຕາເວັນອອກສ່ຽງເໜືອຂອງ ຈີນ ໄດ້ພັນລະນາເຖິງພາບບັນຍາ ກາດທີ່ມີຄວາມສຸກ ຂອງຊາວນາ ທີ່ຂັບລົດໃຫຍ່ບັນທຸກເມັດພືດພັນ ຫລັງຈາກການເກັບກ່ຽວ, ພ້ອມນີ້, ຍັງມີບົດເພງຄໍ່າຄືນແຫ່ງຄວາມ ມ່ວນຊື່ນ, ສາມກົກ, ສຽງກອງສຽງ ຄ້ອງແຫ່ງການເກັບກ່ຽວ, ເສັ້ນ ທາງສາຍໄໝພາກໃຕ້, ດວງຈັນສະ ທ້ອນເທິງນໍ້າພຸເອີສວນ, ຖຽນມີ້ມີ້, ດວງຈັນແທນດວງໃຈຂອງຂ້ອຍ ແລະ ບົດເພງອື່ນໆ. ຂ່າວ: ກິດຕາ

RkJQdWJsaXNoZXIy MTc3MTYxMQ==