5803

c9h 'dko0v'dt-;'dko8j k'xtgmf lkoxt-k-q o xk4tdt4k,6 og-N v;a olh k'8A ' dv'ma [ c]t ;a ogdu fxtmko 7ew8 lu ra ofvo slop lts]5 [;Pd'koxt9exu 2023 dko[y o]k; rh v,.sh [= ]y dko oa dmj v'mj P;w]ptxu mj v'mj P;]k; 2024 gxu ffegou om5 ]tdy f [= ]y la flkplqj 'w22h kcsj '-kf]k; 3m]tg]dv;prvo ;a olh k'8A ' ra ddv,,6 oy fs;Pfok, ltcf'fq o8u lts]v'[5 od5 f9u o dt-;'dko8j k'xtgmf xk4tdt4klv';a ole7a o ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 02.02.2024 ປີທີ 23 ສະບັບທີ 5.864 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ຂປລ. ລັດວິສາຫະກິດການບິນ ລາວ ພ້ອມໃຫ້ບໍລິການແກ່ນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາໃນໄລຍະທີ່ ສປປ ລາວ ເປີດປີທ່ອງທ່ຽວລາວ 2024 ໂດຍ ໄດ້ກະກຽມຄວາມພ້ອມຮອບດ້ານ ເປັນຕົ້ນ ຂະຫຍາຍເສັ້ນທາງບິນ, ປັບປຸງການບໍລິການ ແລະ ອື່ນໆ ເພື່ອຕອບສະໜອງນັກທ່ອງທ່ຽວ ໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງ ການ ແລະ ເພິ່ງພໍໃຈໃນການໃຫ້ບໍລິ ການຂອງສາຍການບິນລາວ. ທ່ານ ຄຳຫລ້າ ພົມມະວັນ ຜູ້ອຳ ນວຍການລັດວິສາຫະກິດການບິນ ລາວ ໄດ້ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ເພື່ອ ຂປລ. ສານປະຊາຊົນສູງສຸດ (ສປສສ) ຈັດປາຖະກະຖາມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ75ປີແລະວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ໃນວັນທີ 31 ມັງກອນ 2024 ໂດຍ ການປາຖະກະຖາຂອງທ່ານພົນເອກ ຈັນສະໝອນ ຈັນຍາລາດ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດ ໂດຍມີທ່ານ ນາງ ວຽງທອງ ສີພັນດອນ ປະ ທານສານປະຊາຊົນສູງສຸດ,ພ້ອມ ດ້ວຍຮອງປະທານ ແລະພະນັກງານ ອ້ອມຂ້າງ ສປສສ ເຂົ້າຮ່ວມຮັບຟັງ. ໂອກາດນີ້, ທ່ານ ພົນເອກ ຈັນສະ ໝອນ ຈັນຍາລາດ ໄດ້ຍົກໃຫ້ເຫັນ ມູນເຊື້ອປະຫວັດການກໍາເນີດຂອງ ກອງທັບປະຊາຊົນລາວ, ຜົນງານໄຊ ຊະນະ, ການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວ ແຕ່ລະ ໄລຍະ, ທາດແທ້ ແລະ ມູນເຊື້ອອັນ ສະຫງ່າອົງອາດຂອງກອງທັບປະ ຊາຊົນລາວ.ກອງທັບປະຊາຊົນລາວ ຂປລ. ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ(ຫສນຍ) ຈັດ ກອງປະຊຸມສະຫລຸບການເຄື່ອນ ໄຫວວຽກງານກໍ່ສ້າງພັກ, ພະນັກ ງານ ແລະ ວຽກງານວິຊາສະເພາະ ປະຈໍາປີ 2023 ແລະ ທິດທາງແຜນ ການປະຈໍາປີ 2024 ແລະ ປະກາດ ການຈັດຕັ້ງ, ພາຍໃຕ້ການເປັນປະ ທານ ຂອງທ່ານ ອາລຸນໄຊ ສູນນະ ລາດ ລັດຖະມົນຕີຫົວໜ້າຫ້ອງ ທ່ານ ສອນໄຊ ສີພັນດອນ ວ່າການສຳນັກງານນາຍົກລັດຖະ ມົນຕີ ໂດຍການໃຫ້ກຽດເຂົ້າຮ່ວມ ໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ, ມີຮອງລັດຖະມົນຕີ, ຮອງຫົວ ໜ້າ ຫສນຍ, ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ຄຳລາວັນ ຈັນທະລາວັນ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ ໄດ້ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກ ງານພັກ-ພະນັກງານ ແລະ ວຽກ ງານວິຊາສະເພາະ ຂອງ ຫສນຍ ປະ ຈຳປີ 2023 ແລະ ທິດທາງແຜນ ວຽກງານຈຸດສຸມ ປະຈຳປີ 2024 ໂດຍໄດ້ຍົກໃຫ້ເຫັນຜົນງານອັນພົ້ນ ເດັ່ນ ໃນການກໍ່ສ້າງພັກພະນັກງານ, ການປັບປຸງການຈັດຕັ້ງ, ການປະ ຂປລ. ງານສະແດງດົນຕີ ອໍເກັສ ຕາອູຊີ ເພື່ອສະເຫລີມສະຫລອງ ບຸນກຸດຈີນ ປີມະໂລງ ປະຈໍາປີ 2024 ຈັດຂຶ້ນວັນທີ 30 ມັງກອນ 2024 ທີ່ສູນການຄ້າວຽງ ຈັນເຊັນ ເຕີ ພາຍໃຕ້ຫົວຂໍ້ “ບົດເພງ ແຫ່ງລະດູບານໃໝ່” ໂດຍມີ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະ ທໍາຈີນປະຈໍາສປປລາວ,ທ່ານຫວັງ ເຫວິຍຄຸນ ຜູ້ອຳນວຍການສູນການ ຄ້າວຽງຈັນເຊັນເຕີ ພ້ອມດ້ວຍຂະ ແໜງການກ່ຽວຂ້ອງ ແລະ ມວນ ຊົນເຂົ້າຮ່ວມ. ເພື່ອແບ່ງປັນຄວາມສຸກ, ຄວາມ ຂປລ. ກະຊວງການຕ່າງປະ ເທດ ຈັດພິທີປາຖະກະຖາລະນຶກວັນ ເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ແລະ ວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃນວັນທີ 1 ກຸມພາ 2024 ໂດຍການເປັນປະທານ ຂອງທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນ ກາງພັກ, ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ, ປະທານສະພາທິດ ສະດີສູນກາງພັກ ໂດຍມີຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະ ກົມ, ຄະນະພະແນກ ແລະ ພະນັກ ງານລັດຖະກອນຂອງກະຊວງການ ຕ່າງປະເທດເຂົ້າຮ່ວມ. ໃນພິທີ, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດການ ເຄື່ອນໄຫວຂອງປະທານ ຄໍາໄຕ ສີພັນດອນ ຕັ້ງແຕ່ຊີວິດເຍົາໄວຈົນ ເຖິງການເຂົ້າຮ່ວມຂະບວນເຄື່ອນ ໄຫວປະຕິວັດ ເພື່ອຕໍ່ສູ້ຕ້ານຈັກກະ ພັດພວກລ່າເມືອງຂຶ້ນແບບເກົ່າ ແລະ ເບີກບານມວນຊື່ນ ແລະ ເພື່ອຕ້ອນ ຮັບບຸນກຸດຈີນປີມະໂລງ ສະນັ້ນ, ສິ ລະປິນ ຈາກວົງດົນຕີອໍເກັດຕາພື້ນ ເມືອງອູຊີ ຈຶ່ງໄດ້ນໍາເອົາສຽງດົນຕີ ທີ່ມີມົນສະເໜ່ຂອງການບັນເລງຮູບ ແບບ ຈ່ຽງໜານຊື່ຈູ ມາໃຫ້ໄດ້ ຮັບ ຟັງເຊິ່ງສະແດງໃຫ້ເຫັນພາບອັນ ເບີກບານມ່ວນຊື່ນຂອງການເຊີດມັງ ກອນ, ສຽງຄ້ອງ ແລະ ສຽງກອງ ດ້ວຍຈັງຫວະທີ່ໂດດເດັ່ນທີ່ເປັນເອ ກະລັກ, ກິ່ນອາຍຂອງຊີວິດການ ເປັນຢູ່ ແລະ ບົດເພງທີ່ສື່ເຖິງດອກ ໄມ້ງາມແຄມນໍ້າຄືນລະດູບານໃໝ່ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ທ່ານ ຄໍາພັນ ເຜີຍຍະວົງ ຂປລ. ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ສົ່ງໂທລະເລກອວຍພອນ ເຖິງຄະນະບໍລິຫານງານສູນກາງພັກກອມ ມູນິດ ຫວຽດນາມ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດ ຫວຽດ ນາມ ທີ່ມີກຽດສະຫງ່າ ຄົບຮອບ 94 ປີ. ເນື້ອໃນໂທລະເລກໄດ້ລະບຸວ່າ: ເນື່ອງໃນໂອກາດວັນສ້າງຕັ້ງພັກກອມ ມູນິດ ຫວຽດນາມ ທີ່ມີກຽດສະຫງ່າ ຄົບຮອບ 94 ປີ, ໃນນາມຄະນະບໍລິ ຫານສູນກາງພັກປະຊາຊົນປະຕິວັດລາວ, ສະມາຊິກພັກ ແລະ ປະຊາຊົນ ລາວ, ພວກຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ, ໄມຕີຈິດມິດ ຕະພາບ ແລະ ຄວາມສາມັກຄີຮັກແພງອັນສະໜິດສະໜົມ ຖານສະຫາຍ ອ້າຍນ້ອງ ມາຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດ ນາມ, ສະມາຊິກພັກ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທຸກຖ້ວນໜ້າ. ຕະຫລອດໄລຍະ 94 ປີ ຜ່ານມາ, ພັກກອມມູນິດ ຫວຽດນາມ ໄດ້ນໍາ ພາພາລະກິດປະຕິວັດ ຢ່າງອົງອາດກ້າແກ່ນ ແລະ ປະດິດສ້າງດ້ວຍການ ວາງແນວທາງທີ່ຖືກຕ້ອງ, ສະຫລາດສ່ອງໃສ ແລະ ໄດ້ນຳພາປະຊາ ຊົນ ຫວຽດນາມວິລະຊົນ ຍາດໄດ້ໄຊຊະນະອັນເປັນປະຫວັດການໃນ ການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດ ຢ່າງສົມບູນໃນປີ 1975 ແລະ ມາໃນໄລຍະໃໝ່, ພັກກອມມູນິດຫວຽດນາມ ໄດ້ສືບຕໍ່ນໍາພາ ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ຫວຽດນາມ ຕາມ ທິດສັງຄົມນິຍົມ ໂດຍສະເພາະ ໃນໄລຍະເກືອບ 40 ປີ ແຫ່ງການປະຕິບັດ ແນວທາງການປ່ຽນແປງໃໝ່, ສາມາດຍາດໄດ້ຜົນສໍາເລັດອັນໃຫຍ່ ຫລວງຮອບດ້ານ ແລະ ມີຄວາມໝາຍສໍາຄັນທາງປະຫວັດສາດ, ຂປລ. ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ຮາກັນ ຟີດັນ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ຈະເດີນທາງ ຢ້ຽມຢາມ ສາທາ ລະນະລັດ ຕວັກກີ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 4-5 ກຸມພາ 2024 ເພື່ອເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະ ຫຍາຍການພົວພັນຮ່ວມມືສອງຝ່າຍ ທີ່ມີມາແຕ່ດົນນານ ລະຫວ່າງສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຕວັກກີ.

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 02/02/2024 xtgmf]k; ເປີດດຳເນີນທຸລະກິດ... ການບິນລາວ ພ້ອມໃຫ້... ໂທລະເລກອວຍພອນ... ຫສນຍ... ສານປະຊາຊົນ ປາຖະກະຖາ... ກະຊວງການຕ່າງປະເທດ... ຈະສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງ ຕົນ, ເອົາໃຈໃສ່ສຶກສາອົບຮົມມູນ ເຊື້ອ, ທາດແທ້ປະຕິວັດ ແລະ ທາດ ແທ້ຂອງກອງທັບປະຊາຊົນໃຫ້ເລິກ ເຊິ່ງ ແລະ ໜັກແໜ້ນ; ເພີ່ມທະວີ ຄວາມບໍລິສຸດຕໍ່ປະເທດຊາດ, ຕໍ່ພັກ ແລະ ປະຊາຊົນ, ເຊື່ອມຊຶມ ແລະ ຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະ ຊຸມ ໃຫຍ່ຄັ້ງທີV ຂອງອົງຄະນະພັກ ກະຊວງປ້ອງກັນປະເທດໃຫ້ປະກົດ ຜົນເປັນຈິງ ໂດຍສະເພາະມະຕິວ່າ ດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະ ເທດໃຫ້ເປັນຂະບວນການ ແລະ ມີ ໝາກຜົນຕົວຈິງ, ເພີ່ມທະວີການນຳ ພາຂອງພັກຕໍ່ກຳລັງປະກອບອາວຸດ ປ້ອງກັນຊາດ, ສ້າງກອງທັບປະຊາ ຊົນລາວໃຫ້ໜັກແໜ້ນທາງດ້ານຄຸນ ທາດການເມືອງ, ຄຸນທາດປະຕິວັດ, ມີແບບແຜນ, ມີລະບຽບວິໄນ, ມີ ຄວາມທັນສະໄໝ ແລະ ເອົາໃຈໃສ່ ກໍ່ສ້າງຖັນແຖວນັກຮົບດ້ວຍການຍົກ ລະດັບສິລະປະຍຸດ, ຍຸດທະວິທີໃຫ້ ມີຄວາມຄ່ອງແຄ້ວຕິດພັນກັບການ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ສ້າງກອງປອດໃສ, ປອດໄພ ແລະ ປອດຄະດີ; ກໍ່ສ້າງ ພະນັກງານສືບທອດທີ່ມີຄຸນນະພາບ ແລະ ສະກັດກັ້ນບັນດາປະກົດການ ຫຍໍ້ທໍ້ໃນກອງທັບ, ເຊີດຊູນ້ຳໃຈເພິ່ງ ຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ນ້ຳ ໃຈປະຢັດມັດທະຍັດ, ສຸມໃສ່ສ້າງ ພະລາທິການກັບທີ່, ຂຸດຄົ້ນທ່າແຮງ ບົ່ມຊ້ອນຂອງກົມກອງທ້ອງຖິ່ນ ເຂົ້າໃນການປັບປຸງກໍ່ສ້າງຄ້າຍຄູ, ຍູ້ແຮງການຜະລິດ ແລະ ຂະຫຍາຍ ເຂດການຜະລິດກະສິກຳໃນທົ່ວ ກອງທັບ ເພື່ອຍົກລະດັບຊີວິດການ ເປັນຢູ່ຂອງກອງທະຫານໃຫ້ດີຂຶ້ນ ແລະ ຜະລິດເປັນສິນຄ້າເພື່ອສ້າງ ລາຍຮັບໃຫ້ແກ່ກົມກອງ ແລະ ກອງ ທັບ, ເພີ່ມທະວີການພົວພັນຮ່ວມ ມືກັບກອງທັບບັນດາປະເທດສັງຄົມ ນິຍົມອ້າຍນ້ອງ, ສສ ຫວຽດນາມ, ສປ ຈີນ ແລະ ປະເທດເພື່ອນມິດ, ເພີ່ມທະວີຮ່ວມມືໃນຂອບອາຊຽນ ເພື່ອປະກອບສ່ວນເຂົ້າໃນການເສີມ ສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືສາກົນ. ພ້ອມກັນນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຍັງຍົກໃຫ້ ເຫັນປະຫວັດການເຄື່ອນໄຫວຂອງ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ຊຶ່ງເປັນໜຶ່ງໃນບັນດາຜູ້ນຳ ຮຸ່ນທຳອິດຂອງການປະຕິວັດລາວ ໄດ້ຮ່ວມກັບຜູ້ນຳອື່ນໆນຳພາລະກິດ ຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກ ແອກປົກຄອງຂອງຈັກກະພັດລ່າ ເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເພິ່ນເປັນຜູ້ນຳ ທີ່ມີນໍ້າໃຈຮັກຊາດອັນສູງສົ່ງ, ເສຍ ສະລະທຸກສິ່ງທຸກຢ່າງອຸທິດສະຕິປັນ ຍາ ແລະ ກຳລັງວັງຊາຢ່າງບໍ່ຮູ້ອິດ ຮູ້ເມື່ອຍຄຽງບ່າຄຽງໄຫລ່ກັບຜູ້ນຳ ຄົນອື່ນໆຈັດຕັ້ງນຳພາຂະບວນການ ປະຕິວັດ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ແລະ ຍາດໄດ້ຜົນສຳເລັດຢ່າງມີໄຊ ແລະ ນຳພາປະເທດຊາດກ້າວຂຶ້ນສູ່ ຈຸດໝາຍສັງຄົມນິຍົມເທື່ອລະກ້າວ ຢ່າງໜັກແໜ້ນ, ປະທານ ຄຳໄຕ ສີພັນດອນ ຍາມໃດກໍໄດ້ຮັບຄວາມ ນັບຖືຮັກແພງ ແລະ ເຊື່ອໝັ້ນໄວ້ວາງ ໃຈຈາກໝູ່ຄະນະ ກໍຄື ພະນັກງານ ນັກຮົບ ແລະ ປະຊາຊົນລາວບັນດາ ເຜົ່າ, ໂດຍໄດ້ຮັບການມອບໝາຍ ຫລາຍໜ້າທີ່ສຳຄັນ, ຈາກຜູ້ແທນລັດ ຖະບານລາວອິດສະລະປະຈຳເຂດ ໃຕ້ລາວ, ເປັນປະທານຄະນະກຳມະ ການຕໍ່ຕ້ານເຂດກາງ, ເປັນກຳມະ ການສູນກາງແນວລາວອິດສະຫລະ ແລະແນວລາວຮັກຊາດ, ເປັນກຳມະ ການສູນກາງພັກ, ໄດ້ຮັບການປະ ດັບຊັ້ນພົນເອກ ແລະ ເປັນຜູ້ບັນຊາ ການສູງສຸດກອງທັບປົດປ່ອຍປະ ຊາຊົນລາວ ແລະ ກອງທັບປະຊາ ຊົນລາວ ໃນເວລາຕໍ່ມາ, ເປັນກໍາມະ ການກົມການເມືອງ ແລະ ຄະນະເລ ຂາທິການສູນກາງພັກ, ເປັນຮອງ ນາຍົກລັດຖະມົນຕີ, ເປັນລັດຖະມົນ ຕີກະຊວງປ້ອງກັນປະເທດ, ເປັນນາ ຍົກລັດຖະມົນຕີ ແລະ ເປັນຜູ້ນຳສູງ ສຸດຂອງພັກ ແລະ ລັດ. ຕ້ອນຮັບນັກທ່ອງທ່ຽວ ທີ່ຈະເຂົ້າມາ ສປປ ລາວ ໃນປີ 2024 ນີ້, ລັດວິສາ ຫະກິດການບິນລາວ ໄດ້ກະກຽມ ຄວາມພ້ອມຮອບດ້ານ ໂດຍສະເພາະ ເຕັກນິກ, ພາຫະນະການຜະລິດ ຕ່າງໆເຊັ່ນ: ເຮືອບິນຕ້ອງຮັບປະກັນ ຄວາມປອດໄພ, ໄດ້ຮັບມາດຕະຖານ ສາກົນ, ມີເຮືອບິນພຽງພໍກັບຄວາມ ຕ້ອງການ, ກຽມຈັດຊື້ບັນດາເຄື່ອງ ມື ແລະ ພາຫະນະການຜະລິດໃໝ່. ພ້ອມນີ້, ຍັງປັບປຸງພື້ນຖານໂຄງລາງ ຢູ່ສາຂາຕ່າງໆໃຫ້ໄດ້ມາດຕະຖານ, ປັບປຸງລະບົບການຈອງປ້ີແບບໃໝ່ ແລະ ເນັ້ນການຂາຍແບບອອນລາຍ ໃຫ້ຫລາຍຂຶ້ນ, ເນັ້ນການບໍລິການ ອຳນວຍຄວາມສະດວກໃຫ້ຜູ້ໂດຍ ສານ ແລະ ສິນຄ້າດ້ວຍໃຈ, ຮັກສາ ສະຖານະພາບການເປັນສະມາຊິກ ຂອງສະມາຄົມຂົນສົ່ງ ທາງອາກາດ ສາກົນ ແລະ ການໄດ້ມາດຕະຖານ ຄວາມປອດໄພ ຂອງສະມາຄົມຂົນ ສົ່ງທາງອາກາດສາກົນ. ທັງນີ້, ກໍເພື່ອຮັບປະກັນການຈັດຕັ້ງປະຕິ ບັດວຽກງານໃຫ້ຢູ່ໃນລະດັບມາດ ຖານສາກົນ ລວມທັງການເຊື່ອມ ໂຍງກັບບັນດາສາຍການບິນຕ່າງໆ. ທ່ານ ຄໍາຫລ້າ ພົມມະວັນ ຍັງໃຫ້ ຮູ້ອີກວ່າ: ປັດຈຸບັນ, ການບິນລາວໄດ້ ໃຫ້ບໍລິການເສັ້ນທາງບິນຢູ່ພາຍໃນ ປະກອບມີ: ວຽງຈັນ-ຫລວງພະ ບາງ, ວຽງຈັນ-ຫລວງນໍ້າທາ, ວຽງ ຈັນ-ຊຽງຂວາງ, ວຽງຈັນ-ຫົວພັນ, ວຽງຈັນ-ປາກເຊ, ວຽງຈັນ-ສະ ຫວັນນະເຂດ ແລະ ຫລວງພະບາງປາກເຊ. ສ່ວນເສັ້ນທາງບິນຕ່າງປະ ເທດມີ: ລາວ-ໄທຈໍນວນ 5 ເສັ້ນບິນ, ລາວ-ຫວຽດນາມ 5 ເສັ້ນບິນ, ລາວຈີນ 6 ເສັ້ນບິນ, ລາວ-ກໍາປູເຈຍ 4 ເສັ້ນບິນ ແລະ ວຽງຈັນ-ອິນຊອນ. ໃນອະນາຄົດຄາດວ່າຈະເປີດ ເສັ້ນທາງບິນ ວຽງຈັນ-ພະນົນເປັນ ຄືນໃໝ່, ຢ່າງໃດກໍຕາມການບິນລາວ ຍັງມີສິ່ງທ້າທ້າຍຫລາຍດ້ານທີ່ກະ ທົບຕໍ່ການດຳເນີນກິດຈະການມີທັງ ປັດໄຈພາຍນອກ ແລະ ພາຍໃນ, ສຳລັບຜົນກະທົບພາຍໃນແມ່ນເກີດ ຈາກອັດຕາເງິນເຟີ້, ລົດໄຟລາວລາວ, ການລະບາດຂອງພະຍາດໂຄ ວິດ-19. ພາຍຫລັງການລະບາດພະ ຍາດໂຄວິດ-19, ສປປລາວ ໄດ້ເລີ່ມ ເປີດປະເທດໃນປີ 2022 ການບິນ ລາວ ໄດ້ສຸມໃສ່ເປີດເສັ້ນບິນທີ່ເຄີຍ ບິນ ແລະ ເສັ້ນບິນທີ່ຈະເປີດໃໝ່ ມາຮອດປັດຈຸບັນ, ສາມາດເປີດເສັ້ນ ບິນໄດ້ 80% ກ່ອນໂຄວິດ-19 ສະ ແດງອອກໂດຍ ຈໍານວນຜູ້ໂດຍສານ ຂຶ້ນ ເຮືອບິນແມ່ນເພີ່ມຂຶ້ນສູງ ໂດຍ ສະເພາະແມ່ນແຂວງພາກໃຕ້. ສ່ວນ ແຂວງພາກເໜືອຄື: ຫົວພັນ ແລະ ແຂວງຫລວງນໍ້າທາ ເຫັນວ່າຍອດ ຈອງຂອງຜູ້ໂດຍສານແມ່ນເພີ່ມຂຶ້ນ ຫລາຍ, ແຕ່ຫລວງພະບາງ ແມ່ນ ຕົວເລກຜູ້ໂດຍສານຫລຸດລົງປະ ມານ 30-40% ເນື່ອງຈາກວ່າຜູ້ ໂດຍສານຈຳນວນໜຶ່ງຫັນໄປໃຊ້ບໍລິ ການລົດໄຟ ລາວ-ຈີນ ແທນ. ຂ່າວ: ກິດຕາ ຂປລ. ພິທີເປີດການດຳເນີນທຸລະ ກິດຂອງ ບໍລິສັດສາຍສົ່ງໄຟຟ້າ ແຫ່ງຊາດລາວ ຈຳກັດ (EDL-T) ຈັດຂຶ້ນໃນວັນທີ 29 ມັງກອນ2024 ຜ່ານມາ, ຢູ່ນະຄອນຫລວງວຽງຈັນ ໂດຍມີທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຫວາງຊ້າງ ອຸປະ ທູດຊົ່ວຄາວສະຖານເອກອັກຄະລັດ ຖະທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ເມິ້ງເຈິ້ນຜີງ ປະທານບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ຈຳກັດ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳ ນວຍການໃຫຍ່ ລັດວິສາຫະກິດ ໄຟຟ້າລາວ, ພ້ອມດ້ວຍ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ໂພໄຊ ໄຊຍະສອນ ໄດ້ ກ່າວວ່າ: ໂຄງການ EDL-T ເປັນ ໂຄງການຮ່ວມມືທີ່ສຳຄັນໃນຂົງ ເຂດພະລັງງານໄຟຟ້າລະຫວ່າງ ລາວ-ຈີນ, ເຊື່ອວ່າຫລັງຈາກບໍລິ ສັດໄດ້ເປີດການດຳເນີນທຸລະກິດ ຢ່າງເປັນທາງການ, ຜ່ານການຮ່ວມ ມືຢ່າງເຂັ້ມແຂງລະຫວ່າງບໍລິສັດ ໄຟຟ້າຂອງສອງປະເທດ ລາວ-ຈີນ ຈະຊຸກຍູ້ໃຫ້ລະບົບໄຟຟ້າແຫ່ງຊາດ ລາວ ມີຄວາມໝັ້ນຄົງ ແລະ ມີຄວາມ ສະຖຽນລະພາບດີຂຶ້ນ, ຍົກສູງ ຄວາມສາມາດການແຂ່ງຂັນດ້ານ ພະລັງງານໄຟຟ້າໃນພາກພື້ນສົ່ງ ເສີມການພັດທະນາຂະແໜງການ ອື່ນໆທີ່ປິ່ນອ້ອມແລະ ເສີມຂະຫຍາຍ ບົດບາດອັນສຳຄັນ ສຳລັບການພັດ ທະນາເສດຖະກິດແຫ່ງຊາດລາວ. ທ່ານ ຫວາງຊ້າງ ກໍໄດ້ມີຄຳ ເຫັນວ່າ: ໂຄງການ EDL-T ເປັນ ຜົນສຳເລັດອັນໃຫຍ່ຫລວງໃນການ ເຊື່ອມໂຍງເຊື່ອມຕໍ່ກັນລະຫວ່າງ ລາວ-ຈີນ, ການເຂົ້າສູ່ການດຳເນີນ ງານຢ່າງເປັນທາງການ ຂອງໂຄງ ການ EDL-T ຈະລົງເລິກການຮ່ວມ ມືດ້ານພະລັງງານໄຟຟ້າລະຫວ່າງ ສອງປະເທດຢ່າງມີປະສິດທິຜົນ. ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ຈຳກັດ ຕ້ອງຍຶດໝັ້ນຫລັການຮ່ວມ ມືການກໍ່ສ້າງ, ການແບ່ງປັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ແບ່ງປັນປະສົບການດ້ານການ ກໍ່ ສ້າງການບໍລິຫານ ແລະ ການດຳ ເນີນທຸລະກິດລະບົບໄຟຟ້າກັບຝ່າຍ ລາວ, ບໍລິການສາຍສົ່ງໄຟຟ້າທີ່ມີ ຄຸນນະພາບສູງ ແລະ ມີປະສິດທິຜົນ ໃຫ້ແກ່ການພັດທະນາຂອງປະເທດ ລາວ ແລະ ຊ່ວຍໃຫ້ປະເທດລາວ ຫັນຄວາມໄດ້ປຽບດ້ານຊັບພະຍາ ກອນໃຫ້ເປັນຄວາມໄດ້ປຽບດ້ານ ການພັດທະນາເສດຖະກິດ. ທ່ານ ເມິ້ງເຈິ້ນຜີງ ໄດ້ກ່າວວ່າ: ໂຄງການ EDL-T ໄດ້ກ້າວເຂົ້າສູ່ ການດຳເນີນທຸລະກິດຢ່າງເປັນທາງ ການ, ເປັນບາດກ້າວໃໝ່ແຫ່ງການ ຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະ ໂຫຍດໃນຂົງເຂດພະລັງງານໄຟ ຟ້າ ລະຫວ່າງ ຈີນ-ລາວ. ບໍລິສັດຕາ ຂ່າຍໄຟຟ້າພາກໃຕ້ຈີນ ຈຳກັດ ຈະ ແບ່ງປັນປະສົບການດ້ານເຕັກນິກ ແລະ ການບໍລິຫານຢ່າງຕັ້ງໜ້າ ແລະ ສ້າງ EDL-T ໃຫ້ເປັນຕົວ ແບບໃນການປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ, ເພີ່ມທະວີການຮ່ວມມື ດ້ານພະລັງງານໄຟຟ້າກັບສາກົນ ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງປະ ເທດລາວ ແລະ ການປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນລາວ. ພ້ອມນີ້, ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ກໍໄດມີ ຄຳເຫັນວ່າ: ການສ້າງຕັ້ງ EDL-T ເປັນບາດກ້າວທີ່ສຳຄັນໃນການປະ ຕິຮູບຂະແໜງພະລັງງານໄຟຟ້າ ຂອງລາວ ແລະ ສາມາດເປັນໂອ ກາດທີ່ຈະນໍາພາຂະແໜງພະລັງ ງານໄຟຟ້າໄປສູ່ການພັດທະນາລະ ບົບສາຍສົ່ງໄຟຟ້າ ທີ່ເຊື່ອມຈອດກັນ ໃນຂອບເຂດທົ່ວປະເທດ ຢ່າງມີ ຄວາມໝັ້ນຄົງ ແລະ ເພີ່ມທະວີການ ເຊື່ອມໂຍງກັບປະເທດເພື່ອນບ້ານ ຫລາຍຂຶ້ນ ໂດຍສະເພາະແມ່ນການ ເຊື່ອມໂຍງລະບົບສາຍສົ່ງ 500 ກິໂລໂວນກັບພາກໃຕ້ຂອງຈີນ ແມ່ນ ສາມາດເຂົ້າມາຊ່ວຍສ້າງຄວາມ ສະຖຽນລະພາບໃຫ້ແກ່ລະບົບໄຟ ຟ້າຂອງລາວ ກໍຄືການນໍາໃຊ້ແຫລ່ງ ຊັບພະຍາກອນທໍາມະຊາດ ແລະ ທ່າແຮງແບບປະສົມປະສານເກື້ອ ໜູນເຊິ່ງກັນ ແລະ ກັນ ເພື່ອໃຫ້ເກີດ ປະສິດທິພາບສູງສຸດແກ່ທຸກໆຝ່າຍ. ບໍລິສັດ EDL-T ແມ່ນບໍລິສັດ ຮ່ວມທຶນ ລະຫວ່າງ ບໍລິສັດຕາຂ່າຍ ໄຟຟ້າພາກໃຕ້ຈີນ ຈຳກັດກັບລັດວິ ສາຫະກິດໄຟຟ້າລາວພາຍໃຕ້ການ ຄຸ້ມຄອງ ແລະ ຕິດຕາມກວດກາ ຂອງລັດຖະບານລາວ,ບໍລິສັດEDLT ເປັນຜູ້ສະໜອງບໍລິການສົ່ງໄຟ, ຈະຮັບຜິດຊອບການລົງທຶນ, ກໍ່ສ້າງ ແລະ ດຳເນີນງານລະບົບໄຟຟ້າທີ່ມີ ແຮງດັນ 230 ກິໂລໂວນ ແລະ ໂຄງ ການເຊື່ອມໂຍງເຊື່ອມຕໍ່ຂ້າມຊາຍ ແດນກັບປະເທດອ້ອມຂ້າງ ເພື່ອ ອຳນວຍບໍລິການສົ່ງໄຟຟ້າທີ່ມີ ຄວາມໝັ້ນຄົງ ແລະ ຍືນຍົງໄດ້ໃນ ທົ່ວປະເທດ. ຂ່າວ-ພາບ: ທະນູທອງ ຕິບັດນະໂຍບາຍຕໍ່ພະນັກງານ-ລັດ ຖະກອນ ແລະ ພະນັກງານບຳນານ, ການນຳພາ-ຊີ້ນຳ ແລະ ເຄື່ອນໄຫວ ວຽກງານອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງປະຕິບັດວຽກງານວິຊາ ສະເພາະ ກໍຄື ການປະຕິບັດຄຳຂວັນ 3 ດີ ຂອງ ຫສນຍ ຄື: ເປັນເສນາທິ ການທີ່ດີ, ປະສານງານທີ່ດີ ແລະ ບໍ ລິການຮັບໃຊ້ທີ່ດີຕິດພັນກັບປະຕິບັດ ທິດ 3 ຫັນ (ຫັນປ່ຽນຈາກແນວຄິດ ຄອງຄອຍ, ລໍຖ້າຄໍາສັ່ງ, ລັງເລໄປສູ່ ຄວາມເປັນເຈົ້າການກວ່າເກົ່າ; ຫັນ ຈາກການເຮັດວຽກບໍ່ມີແຜນການຮັດ ກຸມໄປສູ່ການເຮັດວຽກຢ່າງມີລະບົບ, ມີລະບຽບ, ມີຈຸດສຸມ ແລະ ມີຄາດ ໝາຍທີ່ຊັດເຈນ ແລະ ຫັນຈາກລະບົບ ການເຮັດວຽກຫລາຍຂັ້ນຂອດ ໄປສູ່ ລະບົບການເຮັດວຽກທີ່ສະດວກ, ວ່ອງໄວ, ຖືກຕ້ອງ ແລະ ທັນສະໄໝ ກວ່າເກົ່າ). ຄຽງຄູ່ກັນນັ້ນ, ກໍໄດ້ຍົກ ໃຫ້ເຫັນສາເຫດທີ່ພາໃຫ້ມີດ້ານດີ, ຈຸດອ່ອນ-ຂໍ້ຄົງຄ້າງ, ບົດຮຽນທີ່ຖອດ ຖອນໄດ້ ແລະ ທິດທາງແຜນວຽກຈຸດ ສຸມໃນຕໍ່ໜ້າ, ລວມທັງມາດຕະການ ໃນການຈັດຕັ້ງປະຕິບັດ; ຜູ້ເຂົ້າຮ່ວມກໍ່ ໄດ້ປະກອບຄຳເຫັນຕໍ່ບົດສະຫລຸບດັ່ງ ກ່າວ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ແທດຕົວຈິງກວ່າເກົ່າ ແລະ ເປັນບ່ອນອີງທີ່ເປັນເອກະພາບສູງ ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ ໃນຕໍ່ໜ້າໃຫ້ໄດ້ຮັບຜົນເປັນຢ່າງດີ. ໂອກາດນີ້, ທ່ານນາຍົກລັດຖະ ມົນຕີ ໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມ ເຊີຍຕໍ່ຜົນງານພົ້ນເດັ່ນທີ່ສາມາດປະ ຕິບັດໄດ້ໃນປີຜ່ານມາ; ຍົກໃຫ້ເຫັນ ສະພາບພົ້ນເດັ່ນທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ, ລວມທັງຂໍ້ຫຍຸ້ງ ຍາກ ແລະ ສິ່ງທ້າທາຍຕໍ່ການພັດທະ ນາເສດຖະກິດ-ສັງຄົມ ຂອງປະເທດ ເຮົາ ໃນໄລຍະຜ່ານມາ ແລະ ປັດຈຸບັນ; ໄດ້ເຜີຍແຜ່ທິດຊີ້ນຳຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ກ່ຽວກັບເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຫລື ເອີ້ນ ວ່າ “ສອຈ” ເຊິ່ງໝາຍເຖິງເສດຖະ ກິດຂອງປະເທດໜຶ່ງ ທີ່ມີຄວາມພະ ຍາຍາມອອກຈາກລະບົບ, ລະບອບ ເສດຖະກິດ ເພິ່ງພາ ແລະ ເອື່ອຍອີງ ໃຫ້ກາຍເປັນເຈົ້າຕົນເອງຢ່າງມີບາດ ກ້າວເດີນທີ່ໜັກແໜ້ນ ຕ້ອງໄດ້ເອົາໃຈ ໃສ່ສ້າງຄວາມເປັນເຈົ້າຂອງໃນສິ່ງ ທີ່ເຮົາມີ, ໃນສິ່ງທີ່ເຮົາເຮັດໄດ້, ຮູ້ອີງ ໃສ່ທ່າແຮງບົ່ມຊ້ອນຂອງປະເທດ, ຮູ້ ໃຊ້ຊັບພະຍາກອນທີ່ເຮົາມີຢ່າງຄຸ້ມ ຄ່າ ແລະ ຮູ້ວາງແຜນໃນການຂຸດຄົ້ນ ຊັບພະຍາກອນຂອງຊາດ, ໃຫ້ຄົນ ລາວເປັນເຈົ້າຫລາຍຂຶ້ນ, ໄດ້ເງິນມາ ຕ້ອງຮູ້ປະຢັດ, ຮູ້ອົດອອມ, ຮູ້ໃຊ້ຈ່າຍ ຢ່າງກຸ້ມຄ່າ, ຮູ້ຕໍ່ຍອດ ແລະ ສ້າງມູນ ຄ່າເພີ່ມອອກມາເລື້ອຍໆ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ກໍໄດ້ເນັ້ນໃຫ້ ຫສນຍ ໃຫ້ເອົາໃຈໃສ່ ຕື່ມບາງດ້ານ ເປັນຕົ້ນ ຄົ້ນຄວ້າເຮັດ ໃຫ້ກົງຈັກການຈັດຕັ້ງ ຫສນຍ ຕ້ອງ ກະທັດຮັດ, ມີປະສິດທິຜົນ; ວຽກງານ ເສນາທິການ ໂດຍສະເພາະວຽກ ງານຄົ້ນຄວ້າວິໄຈບັນຫາ, ສັງລວມ ເອກະສານ, ຮ່າງບົດປາໄສຕ່າງໆໃຫ້ ແກ່ທ່ານນາຍົກລັດຖະມົນຕີ,ບັນດາ ທ່ານຮອງນາຍົກລັດຖະມົນຕີຕ້ອງ ມີເນື້ອໃນແທດເໝາະກັບຄວາມເປັນ ຈິງ, ຖືກຈຸດ ແລະ ສາມາດປະຕິບັດ ໄດ້; ການບໍລິຫານ-ການຈັດການຕ້ອງ ວ່ອງໄວ, ຊັດເຈນ ເຊິ່ງພະນັກງານລັດຖະກອນທຸກຄົນພາຍໃນ ຫສນຍ ຕ້ອງມີນໍ້າໃຈຮັບໃຊ້ປະເທດຊາດ ຮັບ ໃຊ້ປະຊາຊົນ ແລະ ຮອບຄອບ, ບໍ່ອຸ້ມ ວຽກ, ບໍ່ປະໃຫ້ແກ່ຍາວເວລາ; ຕ້ອງ ຊື່ສັດບໍລິສຸດ, ຕ້ອງກ້າຫານສະເໜີ ຄໍາເຫັນຕໍ່ຂັ້ນເທິງຢ່າງກົງໄປກົງ ມາ, ພາວະວິໄສ; ຕ້ອງປະຕິບັດໜ້າ ທີ່ວຽກງານຕາມລະບຽບການ ແລະ ກົນໄກເຮັດວຽກ; ຕ້ອງຮັກສາຄວາມ ລັບທາງລັດຖະການ, ອັນໃດອະນຸ ຍາດໃຫ້ເປີດເຜີຍໄດ້ ຈຶ່ງເປີດເຜີຍ; ບັນ ຫາທີ່ຈະນໍາເຂົ້າພິຈາລະນາໃນກອງ ປະຊຸມນາຍົກ-ຮອງນາຍົກລັດຖະມົນ ຕີ, ກອງປະຊຸມລັດຖະບານຕ້ອງຄົ້ນ ຄວ້າລະອຽດຖີ່ຖ້ວນຕາມລະບຽບກົດ ໝາຍທີ່ກຳນົດໄວ້, ກະກຽມເອກະສານ ໃຫ້ຄົບຖ້ວນ ແລະ ທັນຕາມກຳນົດເວ ລາ, ແຈ້ງຜົນກອງປະຊຸມ ກໍຄືທິດຊີ້ ນຳຂອງຂັ້ນເທິງໃຫ້ຖືກຕ້ອງ, ທັນ ການ ແລະ ມີການຕິດຕາມຊຸກຍູ້ການ ຈັດຕັ້ງປະຕິບັດຂອງພາກສ່ວນກ່ຽວ ຂ້ອງ; ການປະສານງານຕ້ອງເຮັດ ໃຫ້ດີ ເພື່ອປະຕິບັດວຽກງານຂອງ ຕົນສໍາເລັດ, ມີປະສິດທິຜົນ ແລະ ເພື່ອຊຸກຍູ້ການປະຕິບັດວຽກງານ ຂອງຂະແໜງການ ແລະ ທ້ອງຖິ່ນ; ການໄປເຮັດວຽກຢູ່ທ້ອງຖິ່ນຕ້ອງມີ ຈຸດສຸມ, ໄປແລ້ວຈະຕົກລົງບັນຫາ ຫຍັງ; ຕ້ອງມີຄວາມສາມັກຄີ, ເປັນຈິດ ໜຶ່ງໃຈດຽວ, ກ້າຕໍານິສົ່ງຂ່າວ ເພື່ອກໍ່ ສ້າງ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນການເຮັດວຽກ; ເອົາໃຈໃສ່ປັບປຸງ ກົງຈັກການຈັດຕັ້ງ ແລະ ບຸກຄະລາ ກອນ, ການຫັນເປັນດີຈິຕອນ ເພື່ອປັບ ປຸງການຈັດຕັ້ງປະຕິບັດວຽກ; ສືບຕໍ່ ເພີ່ມທະວີຄວາມສາມັກຄີ, ຄວາມເປັນ ເອກະພາບພາຍໃນ, ປະຕິບັດແບບ ແຜນວິທີເຮັດວຽກລວມສູນ ຕາມ ຫລັກການນໍາພາຂອງພັກ, ບໍ່ຫລີກ ແລະ ບໍ່ໂຍນຄວາມຮັບຜິດຊອບ. ສຳ ລັບບັນດາທ່ານ ທີ່ໄດ້ຮັບການແຕ່ງ ຕັ້ງໃໝ່ຕ້ອງເພີ່ມທະວີຄວາມເຂັ້ມງານ ຕາມຄວາມຮັບຜິດຊອບທີ່ເພີ່ມສູງ ຂຶ້ນ, ມີຄວາມເປັນເອກະພາບພາຍໃນ ໝູ່ຄະນະ ເພື່ອພ້ອມກັນຈັດຕັ້ງປະຕິບັດ ໜ້າທີ່ ທີ່ພັກ-ລັດ ມອບໝາຍໃຫ້ມີຜົນ ສຳເລັດຕາມຄາດໝາຍທີ່ກຳນົດໄວ້. ໃນຕອນບ່າຍວັນດຽວກັນ, ຫສນຍ ຍັງໄດ້ສືບຕໍ່ດຳເນີນພິທີສະຫລຸບວຽກ ງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ປະຈຳປີ 2023 ແລະ ເປີດ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈໍາປີ 2024; ສະຫລຸບ ວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ແລະ ເປີດຂະບວນການແຂ່ງຂັນກໍ່ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ຕື່ມອີກ. ພາບ: ອ່າຍຄຳ ໃໝ່ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມ ປີຊາສາມາດ, ຄວາມສະຫລຽວສະ ຫລາດຂອງເພິ່ນໃນການຊີ້ນໍາບັນຊາ ກອງທັບປົດປ່ອຍປະຊາຊົນລາວ ໃນ ການຕໍ່ສູ້ກູ້ຊາດທີ່ບໍ່ຍອມຈໍານົນ ຈົນ ສາມາດຍາດໄດ້ໄຊຊະນະທີ່ສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ໃນວັນທີ 2 ທັນວາ 1975 ຊຶ່ງຜົນ ງານອັນດີເລີດ, ຄຸນງາມຄວາມດີອັນ ປະເສີດຕະຫລອດຮອດແບບແຜນ ການດໍາລົງຊີວິດ, ຄວາມດຸໝັ່ນພາກ ພຽນ, ການອຸທິດຕົນເພື່ອຊາດ, ເພື່ອ ປະຊາຊົນຂອງເພິ່ນຕະຫລອດໄລຍະ ການຕໍ່ສູ້ກູ້ຊາດ ກໍຄືໄລຍະພາລະກິດ ປົກປັກຮັກສາ ແລະ ສ້າງສາພັດປະ ເທດຊາດ.ພ້ອມກັນນີ້,ທ່ານຍັງໄດ້ເນັ້ນ ໃຫ້ສະມາຊິກພັກ, ພະນັກງານທັງ ໝົດຂອງກະຊວງການຕ່າງປະເທດ ຈົ່ງພ້ອມກັນຕັ້ງໜ້າສຶກສາ ຄົ້ນຄ້ວາ ຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິ ວັດ, ຄວາມຈົງຮັກພັກດີ, ຄວາມບໍລິ ສຸດພຸດຜ່ອງ, ຄວາມມານະອົດທົນ, ອຸ່ນອ່ຽນທຸ່ນທ່ຽງ, ມີໄຫວພິບ ໃນການ ຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ຕົນ ຮັບຜິດຊອບ ເພື່ອອຸທິດຕົນໃຫ້ພາລະ ກິດປະຕິວັດ ເພື່ອຊາດ ເພື່ອປະຊາຊົນ ຂອງ ປະທານ ຄຳໄຕ ສີພັນດອນ ຜູ້ນໍາ ທີ່ແສນເຄົາລົບຮັກ ເພື່ອມາໝູນໃຊ້ ເຂົ້າໃນການປະຕິບັດໜ້າທີ່ວຽກງານ ໃນປັດຈຸບັນ ແລະ ໄດ້ເນັ້ນຢ້ຳໃຫ້ພະ ນັກງານສະມາຊິກພັກຮັບຮູ້, ເຂົ້າ ໃຈ ຄວາມໝາຍ ແລະ ຄວາມສໍາຄັນຂອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ທີ່ສະແດງໃຫ້ເຫັນຖິງທາດແທ້ມູນ ເຊື້ອປະຕິວັດ ແລະ ການເຕີບໃຫຍ່ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຜົນງານອັນ ໃຫຍ່ຫລວງ, ມູນເຊື້ອການຕໍ່ສູ້ຢ່າງ ພິລະອາດຫານຂອງກອງທັບປະຊາ ຊົນລາວ ກໍຄື ຜົນງານອັນໃຫຍ່ຫລວງ ຂອງວິລະຊົນລາວ ທີ່ຍາດມາໄດ້ຕະ ຫລອດໄລຍະ 75 ປີ ຜ່ານມາ. ໂອກາດດຽວກັນ, ທ່ານ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ, ຮອງປະ ທານສະພາທິດສະດີສູນກາງພັກ ກໍໄດ້ຍົກໃຫ້ເຫັນເຖິງປະຫວັດການກຳ ເນີດ ຂອງກອງທັບປະຊາຊົນລາວ, ເງື່ອນໄຂ, ສະພາບແວດລ້ອມກ່ອນ ການສ້າງຕັ້ງ, ຄວາມຈໍາເປັນພາວະ ວິໄສ, ຄວາມໝາຍຄວາມສໍາຄັນ ຂອງ ການສ້າງຕັ້ງກອງທັບປະຊາຊົນລາວ ຜົນງານໄຊຊະນະ, ການເຕີບໃຫຍ່ ຂະຫຍາຍຕົວ ຂອງກອງທັບປະຊາ ຊົນລາວ ແຕ່ລະໄລຍະ, ທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດກ້າຫານ ຂອງກອງທັບປະຊາຊົນລາວ; ມູນ ເຊື້ອຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະຊາ ຊົນ, ຕໍ່ອຸດົມການສັງຄົມນິຍົມ, ມູນ ເຊື້ອຕໍ່ສູ້ອັນພິລະອາດຫານ, ກ້າແກ່ນ, ໜຽວແໜ້ນ ແລະ ມີໄຫວພິບ; ນໍ້າໃຈ ດຸໝັ່ນຂະຫຍັນພຽນ, ຍຶດໝັ້ນການ ພົວພັນ, ສາມັກຄີແບບກາຍອິນຊີອັນ ແໜ້ນແຟ້ນກັບປະຊາຊົນບັນດາເຜົ່າ, ການພົວພັນຮ່ວມມືພາຍໃນ ແລະ ສາກົນຢ່າງກົມກຽວບົນພື້ນຖານຕ່າງ ຝ່າຍຕ່າງມີຜົນປະໂຫຍດ ແລະ ການ ສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງກອງ ທັບປະຊາຊົນລາວ. ຂ່າວ-ພາບ: ກຕທ ອັນໄດ້ເຮັດໃຫ້ປະເທດຊາດ ຫວຽດ ນາມມີສະຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມ ເປັນລະບຽບຮຽບຮ້ອຍ, ເສດຖະກິດມີ ການພັດທະນາດ້ວຍຈັງຫວະສູງຢ່າງຕໍ່ ເນື່ອງ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໄດ້ຮັບການ ຍົກສູງຂຶ້ນຢ່າງເດັ່ນຊັດ, ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບມີ ຄວາມເຂັ້ມແຂງ, ການພົວພັນຕ່າງປະ ເທດ ໄດ້ຮັບການເປີດກວ້າງ, ບົດບາດ ອິດທິພົນຂອງພັກກອມມູນິດ ຫວຽດ ນາມແລະສາທະລະນະລັດສັງຄົມນິຍົມ ຫວຽດນາມ ນັບມື້ນັບໄດ້ຮັບການເຊີດ ຊູສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ໃນຖານະສະຫາຍອ້າຍນ້ອງທີ່ສະ ໜິດສະໜົມ, ພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວ ຂໍສະແດງຄວາມ ຊົມເຊີຍຢ່າງສຸດອົກສຸດໃຈຕໍ່ຜົນສຳເລັດ ແລະ ໄຊຊະນະອັນໃຫຍ່ຫລວງຮອບ ດ້ານທີ່ພັກກອມມູນິດຫວຽດນາມ ແລະ ປະຊາຊົນ ຫວຽດນາມ ອ້າຍ ນ້ອງຍາດ ມາໄດ້ຕະຫລອດໄລຍະ94ປີທີ່ຜ່ານມາ ແລະ ຍາມໃດກໍຖືຜົນສໍາເລັດດັ່ງກ່າວ ເປັນບົດຮຽນອັນລໍ້າຄ່າ, ເປັນສິ່ງປຸກລະ ດົມກໍາລັງໃຈອັນແຮງກ້າໃນການປະ ຕິບັດສອງໜ້າທີ່ຍຸດທະສາດ ປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດ ຊາດຂອງພວກຂ້າພະເຈົ້າ ແລະ ເຊື່ອ ໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳ ພາອັນປີຊາສາມາດ ແລະ ສະຫລາດ ສ່ອງໃສ ຂອງພັກກອມມູນິດ ຫວຽດ ນາມອັນມີສະຫາຍເລຂາທິການໃຫຍ່ ຫງວຽນ ຝູ໋ ຈ້ອງ ເປັນແກນກາງນັ້ນ, ປະຊາຊົນຫວຽດນາມອ້າຍນ້ອງຈະສືບ ຕໍ່ຍາດໄດ້ໄຊຊະນະແລະຜົນສຳເລັດໃໝ່ ໃຫຍ່ຫລວງກວ່າເກົ່າ, ສ້າງໃຫ້ຫວຽດ ນາມ ກາຍເປັນປະເທດອຸດສະຫະກຳ ທີ່ທັນສະໄໝ, ບັນລຸເປົ້າໝາຍປະຊາຊົນ ຮັ່ງມີ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ພວກຂ້າພະເຈົ້າ ມີຄວາມພາກພູມ ໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນ ມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດລາວ ແລະ ຫວຽດນາມ ທີ່ ປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກເປັນຜູ້ລິ ເລີ່ມ ແລະ ໄດ້ຜ່ານການທົດສອບໃນ ແປວໄຟປະຕິວັດ ມາເປັນເວລາຫລາຍ ທົດສະວັດນັ້ນ ໄດ້ກາຍເປັນມູນມໍລະດົກ ລວມອັນລ້ຳຄ່າ, ເປັນກົດເກນແຫ່ງການ ຄົງຕົວ ແລະ ຂະຫຍາຍຕົວຂອງສອງ ຊາດ, ເປັນໜຶ່ງໃນປັດໄຈຕັດສິນໄຊຊະ ນະຂອງການປະຕິວັດຢູ່ແຕ່ລະປະເທດ ແລະ ມາເຖິງປັດຈຸບັນຍິ່ງໄດ້ຮັບການ ເອົາໃຈໃສ່, ຖະນຸຖະໜອມ, ເພີ່ມພູນຄູນ ສ້າງ ແລະ ເສີມຂະຫຍາຍເຂົ້າສູ່ລວງ ເລິກໃນທຸກຂົງເຂດ ແລະ ແຕກດອກ ອອກຜົນຢ່າງບໍ່ຢຸດຢັ້ງ, ນຳເອົາຜົນປະ ໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ. ເນື່ອງໃນໂອກາດອັນສະຫງ່າລາ ສີນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ ບຸນຄຸນຢ່າງເລິກເຊິ່ງ ມາຍັງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ອັນລໍ້າຄ່າ, ໃຫຍ່ຫລວງ, ມີປະສິດທິຜົນ ແລະ ທັນການແກ່ພາລະກິດການປະຕິ ວັດລາວ ໃນຕະຫລອດໄລຍະຜ່ານມາ ບົນຈິດໃຈບໍລິສຸດຜຸດຜ່ອງຖານສະຫາຍ ອ້າຍນ້ອງ. ພັກ, ລັດ ແລະ ປະຊາຊົນລາວພວກ ຂ້າພະເຈົ້າ ຈະສືບຕໍ່ຮ່ວມກັບພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ເຮັດສຸດຄວາມສາມາດຂອງຕົນ ເພື່ອ ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນທີ່ຫາຍາກດັ່ງກ່າວ ໃຫ້ໝັ້ນ ຄົງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດລວມ ຂອງສອງຊາດ ກໍຄື ເພື່ອປະກອບສ່ວນເຂົ້າໃນພາລະ ກິດເສີມສ້າງສັນຕິພາບ, ສະຖຽນລະ ພາບ ແລະ ການຮ່ວມມື ເພື່ອການພັດ ທະນາຢູ່ໃນພາກພື້ນ ແລະ ໃນໂລກ. ຂໍອວຍພອນໃຫ້ສາຍພົວພັນມິດຕະ ພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມ ຈົ່ງ ໝັ້ນຄົງຂະໜົງແກ່ນ ແລະ ຂຽວສົດງົດ ງາມຕະຫລອດໄປ.

RkJQdWJsaXNoZXIy MTc3MTYxMQ==