xtgmf]k; 6 01/02/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ dko[y o]k; 9tgruj ,4h P;[y og-nj v,3p'vk-Po grnj vIv'Ia [xu mj v'mj P;]k; ໂດຍ: ເກີດຂວັນໃຈ ມາລີຈັນສີ ot7vos];';P'9a o wfh Ia []k';a o8q ;g,n v'ltvkfvk-Po * ສປປ ລາວແມ່ນໜຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນ ໄດ້ ປະກາດລະຫວ່າງເວທີກອງປະຊຸມ ທ່ອງທ່ຽວອາຊຽນວ່າຈະເພີ່ມຖ້ຽວ ບິນລະຫວ່າງປະເທດກັບອາຊຽນ ແລະ ເພື່ອນມິດສາກົນໃນປີນີ້ເພື່ອ ຮອງຮັບປີທ່ອງທ່ຽວລາວ, ພາຍ ຫລັງພະຍາດໂຄວິດຈາງຫາຍ ເຮັດ ໃຫ້ບັນຍາການທ່ອງທ່ຽວຄັກຄຶກ ເປັນພິເສດ ແລະ ຄາດວ່າ ສປປ ລາວ ຈະສູ້ຊົນດຶງດູດນັກທ່ອງທ່ຽວ ໃຫ້ໄດ້ ປະມານ 3 ລ້ານຄົນ ແລະ ອາຊຽນ ກໍຫວັງວ່າຈະດຶງນັກທ່ອງ ທ່ຽວ ໃຫ້ປະມານ 70 ລ້ານເຂົ້າມາ ພາກພື້ນອາຊີຕາເວັນອອກສຽງໃຕ້. ດັ່ງທີ່ຮູ້ນໍາກັນ, ການບິນລາວ (LAOAirlines)ເປັນບໍລິສັດທີ່ໃຫ້ ການບໍລິການຜູ້ໂດຍສານ, ບໍລິການ ຂົນສົ່ງສິນຄ້າທັງພາຍໃນແລະ ຕ່າງ ປະເທດໄດ້ເປີດເຜີຍລະຫວ່າງກອງ ປະຊຸມທ່ອງທ່ຽວອາຊຽນອາທິດ ຜ່ານມາວ່າປັດຈຸບັນພວມກຽມເພີ່ມ ຖ້ຽວບິນລະຫວ່າງປະເທດວຽງຈັນ- ພະນົມເປັນ, ສະຫວັນນະເຂດ- ບາງ ກອກ ເພື່ອຮອງຮັບນັກທ່ອງທ່ຽວ ທີ່ ຈະເຂົ້າມາທ່ອງທ່ຽວ ປະເທດລາວ ໃນໄລຍະທີ່ ສປປ ລາວ ເປີດປີທ່ອງ ທັງພາຍໃນ ແລະ ຕ່າງປະເທດ. ນາງ ຈັນຖະໜອມ ຄໍາແພງ ຮອງພະແນກ ການຄ້າ ແລະ ການ ຕະຫລາດຂອງ ບໍລິສັດ ການບິນ ລາວ ໃຫ້ຮູ້ໃນໂອກາດເຂົ້າຮ່ວມງານ ວາງສະແດງທ່ອງທ່ຽວ ອາຊຽນ ວ່າ: ການເຂົ້າຮ່ວມງານ ຄັ້ງນີ້ໄດ້ ນໍາສະເໜີ ຂໍ້ມູນກ່ຽວກັບການບິນ ລາວ ເຊິ່ງເປັນສາຍການບິນແຫ່ງ ຊາດໂດຍການບິນລາວແມ່ນບໍລິສັດ ທີ່ບໍລິການຜູ້ໂດຍສານ, ຂົນສົ່ງສິນ ຄ້າທາງເຮືອບິນທັງພາຍໃນ ແລະ ຕ່າງປະເທດ ໂດຍມີເສັ້ນບິນແຕ່ເໜືອ ຮອດໃຕ້ເປັນຕົ້ນທ້ຽວບິນຊໍາເໜືອ, ຊຽງຂວາງ, ຫລວງນໍ້າທາ, ຫລວງ ພະບາງ ແລະ ສະຫວັນນະເຂດ, ຈໍາ ປາສັກ. ທ້ຽວບິນຕ່າງປະເທດມີ: ປະເທດໄທ, ຫວຽດນາມ ກໍາປູເຈຍ, ຈີນ ແລະ ເກົາຫລີ, ທ້ຽວບິນໄປປະ ເທດຈີນມີ ເສັ້ນບິນຄຸນໝິງ 4 ທ້ຽວຕໍ່ອາທິດ ຄື ວັນຈັນ, ພຸດ, ສຸກ, ອາທິດ, ທ້ຽວບິນກວາງໂຈແມ່ນວັນ ຄານ, ພະຫັດ, ເສົາ. ທ້ຽວບິນ ປະ ເທດໄທແມ່ນບິນທຸກມື້ ມື້ລະ 2 ທ້ຽວ ຄື: ທ້ຽວບິນວຽງຈັນ- ບາງກອກ, * ນະຄອນຫລວງວຽງຈັນ ຖືວ່າ ເປັນເມືອງເອກຂອງ ສປປ ລາວ ທີ່ມີປະຊາກອນໜາແໜ້ນທີ່ສຸດ ເກືອບ 1 ລ້ານຄົນ ທີ່ດໍາລົງຊີວິດ ຢູ່ ຮ່ວມກັນຢ່າງສະຫງົບດ້ວຍຫລາຍ ເຊື້ອຊາດ, ສາສະໜາ; ມີວັດວາອາ ຮາມເກົ່າແກ່, ມີອາຄານຕ່າງໆທີ່ ປຸກສ້າງ ໂດຍຝຣັ່ງເຂົ້າມາມີອິດທິ ພົນກໍຍັງຫລົງເຫລືອຢູ່, ພະທາດ ຫລວງ ແລະ ປະຕູໄຊ ເຊິ່ງກາຍເປັນ ຈຸດສໍາຄັນດຶງດູດນັກທ່ອງທ່ຽວ ເຂົ້າຢ້ຽມຊົມ ແລະ ສໍາຜັດສິ່ງເຫລົ່າ ນັ້ນ. ດັ່ງທີ່ຮູ້ນໍາກັນ, ສປປ ລາວ ຫາ ກໍສໍາເລັດການເປັນເຈົ້າພາບຈັດ ກອງປະຊຸມທ່ອງທ່ຽວອາຊຽນ ໃນ ອາທິດຜ່ານມາໝາດໆ ເຊິ່ງເປັນ ຂ່າວດີ ເນື່ອງນະຄອນຫລວງວຽງ ຈັນ ຮັບລາງວັນຕົວເມືອງສະອາດ ອາຊຽນ ເປັນຄັ້ງທີ 2. ນະຄອນຫລວງວຽງຈັນ ໄດ້ຮັບ ລາງວັນຕົວເມືອງສະອາດອາຊຽນ ເປັນຄັ້ງທີ 2 ໃນພິທີມອບ-ຮັບ ລາງ ວັນຢ່າງເປັນທາງການຈັດຂຶ້ນໃນ ໂອກາດງານມະຫະກໍາທ່ອງທ່ຽວ ອາຊຽນ 2024 ທີ່ ສປປ ລາວ ໄດ້ ຮັບກຽດເປັນເຈົ້າພາບຈັດຂຶ້ນລະ ຫວ່າງ 22-27 ມັງກອນ 2024 ນີ້. ທ່ານ ນາງ ວິໄລວອນ ຈັນທະລາຕີ, ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວນະ ຄອນຫລວງວຽງຈັນ ໃຫ້ສໍາພາດ ວ່າ: ຄະນະກໍາມະການທີ່ກ່ຽວຂ້ອງ ໄດ້ປະເມີນ ແລະ ຄັດເລືອກຕາມຂັ້ນ ຕອນຕ່າງໆແລະ ເຫັນດີໃຫ້ນະຄອນ ຫລວງວຽງຈັນ ໄດ້ຮັບລາງວັນຕົວ ເມືອງສະອາດອາຊຽນ ເປັນຄັ້ງທີ 2 ເຊິ່ງຖືເປັນສິ່ງທີ່ດີ ແລະ ຈະປະ ກອບສ່ວນສໍາຄັນໃນການດຶງດູດ ນັກທ່ອງທ່ຽວສາກົນເຂົ້າມາທ່ອງ ທ່ຽວລາວກໍຄື ທ່ອງທ່ຽວນະຄອນ ຫລວງວຽງຈັນນັບມື້ເພີ່ມຂຶ້ນ, ພ້ອມ ນີ້ທ່ານໄດ້ຮຽກຮ້ອງມາຍັງຊາວນະ ຄອນຫລວງວຽງຈັນ ຈົ່ງພ້ອມກັນ ຮັກສານາມມະຍົດເມືອງທ່ອງທ່ຽວ ສະອາດອາຊຽນ ໄວ້ໃຫ້ມີຄວາມ ຍືນຍົງຕະຫລອດໄປ. ໃນໄລຍະຜ່ານ ມາ, ນະຄອນຫລວງວຽງຈັນ ເຄີຍ ໄດ້ຮັບລາງວັນຕົວເມືອງສະອາດ ອາຊຽນ ມາແລ້ວ 1 ຄັ້ງ ເຊິ່ງໝົດ ອາຍຸໃນປີ 2023 ຜ່ານມານີ້. ສໍາ ລັບຂອບເຂດເນື້ອທີ່ທີ່ກໍານົດເປັນ ຕົວເມືອງສະອາດອາຊຽນກວມ ເອົາຫລາຍບ້ານພາຍ ໃນ 4 ຕົວ ເມືອງ ໃນຂອງນະຄອນຫລວງວຽງ ຈັນຄື: ຈັນທະບູລີ, ສີສັດຕະນາກ, ໄຊເສດຖາ ແລະ ສີໂຄດຕະບອງ, ສ່ວນມາດຕະຖານການປະເມີນ ໂດຍລວມແມ່ນອິງໃສ່ 7 ຕົວຊີ້ວັດ ເປັນຕົ້ນ: ການຄຸ້ມຄອງສິ່ງແວດ ລ້ອມ, ຄວາມສະອາດ, ພື້ນຖານ ການທ່ອງທ່ຽວ, ຄວາມປອດໄພ ແລະອື່ນໆ. ເຖິງແນວໃດກໍດີພະແນກ ຖວທ ນະຄອນຫລວງວຽງຈັນ ໄດ້ ເປີດເຜີຍວ່າ: ໃນປີ 2023 ຜ່ານມາ ມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ນະຄອນຫລວງວຽງຈັນ ເຖິງ 7 ແສນກວ່າຄົນ ແລະ ຄາດວ່າພາຍ ຫລັງສໍາເລັດກອງປະຊຸມທ່ອງທ່ຽວ ອາຊຽນທີ່ລາວ ເປັນເຈົ້າພາບນັ້ນ ຈະສາມາດດຶງດູດນັກທ່ອງທ່ຽວ ໄດ້ຢ່າງໜ້ອຍ 8 ແສນກວ່າຄົນ. ຫລວງພະບາງ-ຊຽງໃໝ່, ຫລວງ ພະບາງ-ບາງກອກ, ທ້ຽວບິນປະ ເທດຫວຽດນາມຈະມີ ວຽງຈັນຮ່າໂນຍ , ປາກເຊ-ໂຮ່ຈີ່ມິງ ແຕ່ສໍາ ລັບທ້ຽວບິນຮ່າໂນ້ຍ ແມ່ນບິນທຸກ ມື້ ຈາກຫລວງພະບາງ ແລະ ນະ ຄອນຫລວງວຽງຈັນ, ສ່ວນທ້ຽວ ກໍາປູເຈຍ ແມ່ນບິນທຸກມື້ທ້ຽວບິນ ປາກເຊ-ຊຽງລຽບ ເຊິ່ງທີ່ເວົ້າມານີ້ ແມ່ນທ້ຽວບິນທີ່ເປີດບໍລິການໃນໄລ ຍະຜ່ານມາ ແຕ່ໃນໄວໆນີ້ລາວສະ ກາຍເວຈະໄດ້ ເພີ່ມສາຍການບິນຄື: ວຽງຈັນ-ພະນົມເປັນ ເປັນທ້ຽວບິນ ກົງອາທິດໜຶ່ງ 3 ທ້ຽວ ຄື: ວັນຄານ, ພະຫັດ, ເສົາ ແລະ ສາຍການບິນສະ ຫວັນນະເຂດ- ບາງກອກ 3 ທ້ຽວ ຕໍ່ອາທິດເປັນ ຄານ, ພະຫັດ, ເສົາ ເຊິ່ງຈະເລີ່ມບິນ ເປັນວັນທີ15 ມີນາ ທີ່ຈະມາເຖິງນີ້ ທັງນີ້ກໍເພື່ອຮອງຮັບ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດທີ່ຈະເຂົ້າມາທ່ຽວລາວ ໃນປີທ່ອງທ່ຽວລາວ2024ສະນັ້ນ, ການບິນລາວ ຈຶ່ງມີຄວາມພ້ອມດ້ານ ການບໍລິການຜູ້ໂດຍສານ, ການຂົນ ສົ່ງສິນຄ້າຕ່າງໆ. ສໍາລັບລູກຄ້າທີ່ ສົນໃຈຊີ້ປີ້ເຮືອບິນການບິນລາວ ໄດ້ ທີ່ເວັບໄຊ້ການບິນລາວ, ໂມບາຍ ແອັບການບິນລາວ ຫລືຜ່ານໂຕແທນ ຂາຍປີ້ເຮືອບິນຂອງການບິນລາວ ເຊິ່ງມີທັງພາຍໃນ ແລະ ຕ່າງປະ ເທດ. ສໍາລັບໂປໂມຊັ້ນເພື່ອດຶງດູດ ນັກທ່ອງທ່ຽວ ແມ່ນຕິດຕາມໄດ້ທີ່ ເວັບໄຊ ຫລື ເພສຂອງການບິນລາວ ເພື່ອບໍ່ໃຫ້ພາດຂ່າວສານ ແລະ ໂປ ໂມຊັ້ນດີໆ. ທ່ຽວ 2024 ເຊິ່ງແຕ່ລະພາກຂອງ ປະເທດລາວ ກໍໄດ້ກະກຽມຫລາຍ ກິດຈະກໍາ ເພື່ອດຶດດູດນັກທ່ອງທ່ຽວ ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==