5802

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** xtgmfgrnj vo,y flkdq o 01/02/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp xtgmf g1p]t,a o ໄດ້ຮັບເອກະລາດວັນທີ 15 ມີນາ ປີ1991. ເຢຍລະມັນ ມີເສດຖະກິດ ຂະ ໜາດໃຫຍ່ເປັນອັນດັບ 4 ຂອງໂລກ ແລະ ອັນດັບ 1 ໃນເອີຣົບ ຊຶ່ງມີລະ ບົບເສດຖະກິດແບບຕະຫລາດເສລີ, ເປັນປະເທດອຸດສາຫະກໍາທີ່ມີບົດ ບາດທາງດ້ານເສດຖະກິດ ສຳຄັນ ຂອງໂລກ, ເປັນຖານດ້ານອຸດສາ ຫະກຳຂອງໂລກ ເຊັ່ນ: ຍານພາຫະ ນະ, ເຄື່ອງຈັກ,ຜະລິດຕະພັນເຄມີ ອື່ນໆ. ໂດຍລວມຍອດຜະລິດຕະພັນ ພາຍໃນປະເທດ(GDP) ບັນລຸ 3.806.060 ລ້ານໂດລາສະຫະ ລັດ (ໃນປີ 2020); ສະເລ່ຍຕໍ່ຫົວ ຄົນ 45.723 ໂດລາສະຫະລັດຕໍ່ປີ, ອັດຕາການຈະເລີນເຕີບໂຕ -4,9% ຕໍ່ປີ. ມູນຄ່າການສົ່ງອອກສິນຄ້າ 1.380.000 ລ້ານໂດລາສະຫະ ລັດ ເຊັ່ນ: ເຄື່ອງກົນຈັກ ແລະ ສ່ວນ ປະກອບ, ຍານພາຫະນະ, ຜະລິດ ຕະພັນເຄມີໂລຫະ, ເຄື່ອງບໍລິໂພກ, ເຄື່ອງໃຊ້ໄຟຟ້າ ແລະ ແຜ່ນແພ. ມູນຄ່າການນຳເຂົ້າ 1.170.787 ລ້ານໂດລາສະຫະລັດ ປະເພດ: ເຄື່ອງກົນຈັກ, ເຄື່ອງຈັກໄຟຟ້າ, ຍານພາຫະນະ, ເຊື້ອໄຟ, ເຄື່ອງປັບ ອາກາດ ແລະ ເຄື່ອງປະກອບ ແລະ ນໍ້າມັນ. ສ່ວນປະເທດຄູ່ການຄ້າທີ່ ສຳຄັນ ເປັນຕົ້ນ: ສ ອາເມລິກາ, ຝຣັ່ງ, ໂຮນລັງ, ຈີນ, ອົດສະຕຣາລີ, ອິຕາລີ, ໂປໂລຍ ແລະ ສະວິດ ຕາມ ລຳດັບ. ນອກນີ້ ຍັງມີສະຖານທີ່ ທ່ອງທ່ຽວສວຍງາມຫລາຍແຫ່ງ ເປັນຕົ້ນ: ປະຕູບູຣານ ແດນບວກ (Brandenburger Tor) ສັນຍະ ລັກສຳຄັນຂອງເມືອງ, ສະຖາປັດ ຕະຍະກໍາທາງປະຫວັດສາດ. ປະເທດ ເຢຍລະມັນ ແລະ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນ ໃນວັນທີ 31.01.1958ເປັນຕົ້ນມາ.ຈາກນັ້ນ ສອງປະເທດ ກໍໄດ້ເອົາໃຈໃສ່ເສີມ ຂະຫຍາຍສາຍພົວພັນຮ່ວມມືໃຫ້ ນັບມື້ແໜ້ນແຟ້ນຍິ່ງຂຶ້ນເລື້ອຍໆ ຊຶ່ງເຢຍລະມັນ ກໍ່ໄດ້ມີການລົງທຶນ ໃນປະເທດລາວດ້ານທຸລະກິດ,ການ ຄ້າ, ການທ່ອງທ່ຽວ, ດ້ານການສຶກ ສາ, ແລະໄດ້ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ຕະຫລອດມາໃນດ້ານ ອື່ນໆອີກດ້ວຍ. ໂດຍ: ດາວັນ *ປະເທດ ເຢຍລະມັນ (Germany) ຫລື ຊື່ ທາງການຄືສະຫະ ພັນສາທາລະນະລັດ ເຢຍລະມັນ (Federal Republic of Germany ), ມີນະຄອນຫລວງຊື່ວ່າ: ແບ໋ງແລ໋ງ(Berlin) ເຢຍລະມັນ ມີລະບອບການປົກຄອງແບບສະ ຫະພັນ ສາທາລະນະລັດ ໂດຍມີລັດ ຖະທໍາມະນູນ ໃນທະວີບເອີຣົບຕອນ ກາງ ແລະ ປະຊາທິປະໄຕ, ມີຊາຍ ແດນທິດເໝືອຕິດກັບທະເລເໜືອ ດານມາກ ແລະ ທະເລບໍຕິກ; ທິດ ຕາເວັນອອກຕິດກັບໂປໂລຍ ແລະ ເຊັກ; ທິດໃຕ້ ຕິດກັບໂອຕຣິດ ແລະ ສະວິດ; ທິດຕາເວັນຕົກຕິດກັບຝຣັ່ງ, ລຸກຊຳບວກ, ແບນຊິກ ແລະ ໂຮນ ລັງ. ມີເນື້ອທີ່ທັງໝົດ 357.022 ກິ ໂລຕາແມັດ ກວມເອົາປະຊາກອນ 84,43 ລ້ານຄົນ (ໃນປີ 2023); ປະຊາຊົນສ່ວນຫລາຍຖືສາສະ ໜາຄຣິສນິກາຍໂຣມັນຄາທໍລິກ 27,7%, ຄຣິສນິກາຍໂປຣເຕສແຕນ 25,5%ແລະ ອື່ນໆ; ໃຊ້ພາສາທາງ ການເຢຍລະມັນ ແລະ ສະກຸນເງິນ ແມ່ນ ເອີໂຣ (Euro). ສ່ວນ ວັນທີ ກອງປະຊຸມເຈົ້າໜ້າທີ່... ຮອງຫົວໜ້າ ອອປສ... ສະພາການຄ້າຫູໜານ... ລາວ-ໄທ ຮັດແໜ້ນ... ຂປລ.ສະພາການຄ້າ ຫູໜານ ປະຈໍາ ສປປ ລາວ ໄດ້ຈັດກິດຈະກໍາ ສະເຫລີມສະຫລອງບຸນປີໃໝ່ຈີນ (ກຸດຈີນ) ປະຈໍາປີ 2024 ຂຶ້ນທີ່ ນະຄອນຫລວງວຽງຈັນ ໂດຍການ ເຂົ້າຮ່ວມຂອງ ທ່ານ ພູວົງ ວົງຄໍາ ຊາວ ຮອງເຈົ້າຄອງນະຄອນຫລວງ ວຽງຈັນ, ທ່ານ ຫລິວ ຈີ່ໂຢ້ ຫົວໜ້າ ຫ້ອງການສະຖານທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ຫລີ ເຫວິນ ເຄີ່ ປະທານສະພາການຄ້າຫູໜານ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາ ຜູ້ປະກອບການ, ນັກທຸລະກິດຊາວ ຫູໜານ ທີ່ປະກອບທຸລະກິດຢູ່ ສປປ ລາວ ແລະ ແຂກຖືກເຊີນເຂົ້າຮ່ວມ. ທ່ານ ຫລີ ເຫວິນ ເຄີ່ ໃຫ້ຮູ້ວ່າ: ສະພາການຄ້າ ຫູໜານ ໄດ້ມີການສະ ເຫລີມສະຫລອງ ຄົບຮອບ 15 ປີ ຂອງການສ້າງຕັ້ງໃນປີ 2023 ທີ່ຜ່ານມານີ້ ເຊິ່ງໃນປີ 2023 ສະພາ ການຄ້າແຂວງຫູໜານ ໄດ້ດໍາເນີນ ກິດຈະກໍາແລກປ່ຽນຫລາຍຮູບແບບ ເຊັ່ນ: ກອງປະຊຸມສໍາມະນາກັບຄະ ນະຜູ້ແທນຈາກລັດຖະບານພາຍ ໃນປະເທດ, ວິສາຫະກິດ ແລະ ສະ ມາຄົມນັກທຸລະກິດ ທີ່ມາຢ້ຽມຢາມ ສປປ ລາວ; ພິເສດໃນໄລຍະທີ່ຄະ ນະຜູ້ແທນມາຢ້ຽມຢາມ ສປປ ລາວ ໃນເດືອນກັນຍາ 2023 ນີ້ ໄດ້ມີ ການຈັດ “ເວທີປາໄສວິສາຫະກິດ ລາວ-ຫູໜານ” ລະຫວ່າງ ຄະນະຜູ້ ແທນກັບສະພາການຄ້າ ຫູໜານ. ໂອ ກາດນີ້, ສະພາການຄ້າໄດ້ຢືນຢັນຕໍ່ ຜົນສໍາເລັດໃນການພັດທະນານັກ ທຸລະກິດຢູ່ລາວ-ຫູໜານໃນປີ2023 ຫ້ອງການການຄ້າແຂວງຫູໜານ ຍັງໄດ້ຮັບການຈັດອັນດັບເປັນ “ສະ ທ່ານ ຈູມພົນ ພັນສໍາລິດ ຮອງຫົວ ໜ້າອົງການໄອຍະການສູງສຸດແຫ່ງ ຣາຊະອານາ ຈັກໄທ, ມີຫົວໜ້າອົງ ການໄອຍະການບັນດາແຂວງທີ່ມີ ຊາຍແດນຕິດຈອດກັບ ສປປ ລາວ ແລະ ຣາຊະອານາຈັກໄທ, ມີເອກອັກ ຄະຣາຊະທູດ ແຫ່ງ ຣາຊະອານາຈັກ ໄທ, ເອກອັກຄະລັດຖະທູດແຫ່ງລຸກ ຊໍາບວກ, ປະທານສະຖາບັນຊ່ວຍ ເຫລືອທາງດ້ານກົດໝາຍ ແລະ ວິຊາ ການແຫ່ງຣາຊະອານາຈັກລຸກຊໍາ ບວກປະຈໍາ ສປປ ລາວ ເຂົ້າຮ່ວມ. ໂອກາດນີ້, ທ່ານ ຄຳເພັດ ຫລັກແຫລ່ງຂອງອົງການໄອຍະ ການປະຊົນແຂວງ ແລະ ອົງການ ໄອຍະການປະຊາຊົນເຂດ 1 ເຂົ້າ ຮ່ວມຢ່າງພ້ອມພຽງ. ໃນໂອກາດນີ້, ທ່ານ ຄໍາເພັດ ສົມວໍລະຈິດ ໄດ້ຮັບຟັງການລາຍ ການຈັດຕັ້ງປະຕິບັດການເຄື່ອນ ໄຫວວຽກງານຮອບດ້ານປະຈຳປີ 2023ແລະທິດທາງແຜນການວຽກ ງານຈຸດສຸມ ໃນປີ 2024 ຂອງອົງ ການໄອຍະການປະຊາຊົນ ແຂວງ ບໍລິຄຳໄຊ ແລະ ແລກປ່ຽນຄຳເຫັນ ກ່ຽວກັບວຽກງານການເມືອງແນວຄິດ, ວຽກງານຈັດຕັ້ງ-ພະນັກ ງານ, ວຽກງານວິຊາສະເພາະເປັນ ຕົ້ນ ການຕິດຕາມກວດກາທົ່ວໄປ, ການຕິດຕາມກວດກາການປະຕິບັດ ຄຳຕັດສີນຂອງສານ, ບາງບົດຮຽນ ກ່ຽວກັບກົດໝາຍອາຍາ, ກົດໝາຍ ແພ່ງ, ກົນໄກປະສານງານລະຫວ່າງ ອົງການໄອຍະການປະຊາຊົນກັບ ອົງການທີ່ກ່ຽວຂ້ອງຂອງແຂວງ, ເມືອງ, ຕະຫລອດຮອດຄວາມສຸກ ທຸກ, ຄວາມຂັດຂ້ອງໝອງໃຈ ແລະ ຄຳສະເໜີຂອງພະນັກງານອົງການ ໄອຍະການປະຊາຊົນແຂວງ, ເຂດ ທີ່ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ຄຳເພັດ ສົມວໍລະຈິດ ໄດ້ສະແດງ ຄວາມຊົມເຊີຍຜົນສຳເລັດ ໃນຫລາຍ ດ້ານທີ່ບັນດາພະນັກງານອົງການ ພາການຄ້າຕ່າງປະເທດທີ່ດີເລີດໃນ ການບໍລິການສົ່ງເສີມການລົງທຶນ. ມາຮອດປັດຈຸບັນ, ສະພາການຄ້າ ຫູໜານ ຍັງສືບຕໍ່ຮັກສາໄດ້ສະພາບ ການລົງທຶນຂອງວິສາຫະກິດແຂວງ ຫູໜານຢູ່ລາວ, ເປັນຂົວຕໍ່ການ ແລກ ປ່ຽນດ້ານເສດຖະກິດການຄ້າລະ ຫວ່າງ ແຂວງຫູໜານ ແລະ ລາວ. ພ້ອມດຽວກັນນັ້ນ, ຍັງຊຸກຍູ້ບັນດາ ໂຄງການລົງທຶນ ຂອງສະພາການ ຄ້າ ຫູໜານ ແລະ ສ້າງເວທີຮ່ວມມື ລະຫວ່າງສອງປະເທດ ລາວ-ຈີນ ເພື່ອເຂົ້າສູ່ການປະກອບສ່ວນເສດ ຖະກິດການຄ້າຫລາຍຂຶ້ນ. ໂອກາດນີ້,ທ່ານພູວົງວົງຄໍາຊາວ ໄດ້ມີຄໍາເຫັນໃນພິທີດັ່ງກ່າວວ່າ: ງານສະເຫລີມສະຫລອງປີໃໝ່ຈີນ (ກຸດຈີນ) ປະຈໍາປີ 2024 ຄັ້ງນີ້ສຸດ ທີ່ມີຄວາມໝາຍ-ຄວາມສໍາຄັນສໍາ ລັບປະຊາຊົນຈີນ ໂດຍສະເພາະບັນ ດາຜູ້ປະກອບການ ແລະ ນັກທຸລະ ກິດ ທີ່ດໍາເນີນທຸລະກິດຢູ່ ສປປ ລາວ ໄດ້ມາເຕົ້າໂຮມກັນໃນມື້ນີ້ ເພື່ອພົບ ປະແລກປ່ຽນບົດຮຽນດ້ານການ ຄ້າຮ່ວມກັນ ເຊິ່ງມັນໄດ້ສະແດງ ອອກເຖິງສາຍພົວພັນມິດຕະພາບ ການຮ່ວມມື ລາວ-ຈີນ, ຈີນ-ລາວ ຢ່າງສະໜິດແໜ້ນ. ເນື່ອງໃນໂອກາດ ປີໃໝ ຈີນ(ກຸດຈີນ) ປະຈໍາປີ 2024 ນີ້ ຂໍອວຍພອນໃຫ້ຄະນະນໍາສະພາ ການຄ້າຫູໜານລວມເຖິງຜູ້ປະກອບ ການ, ນັກທຸລະກິດຫູໜານທີ່ດໍາເນີນ ທຸລະກິດຢູ່ ສປປ ລາວ ມີສຸຂະພາບ ເຂັ້ມແຂງ, ຄອບຄົວມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນການດໍາ ເນີນທຸລະກິດ. ຈາກນັ້ນ, ພາຍໃນງານຍັງໄດ້ ມອບໃບຍ້ອງຍໍໃຫ້ບັນດາຜູ້ປະກອບ ການ ແລະ ນັກທຸລະກິດ ຫູໜານ ທີ່ ດໍາເນີນທຸລະກິດຢູ່ ສປປ ລາວ ຕື່ມ ອີກ. ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມ ຍັງໄດ້ຮັບຊົມການສະແດງສິລະປະ ຟ້ອນ, ຮ້ອງເພງ ແລະ ເສີດສິງໂຕ ເຊິ່ງເຕັມໄປດ້ວຍບັນຍາກາດຟົດ ຟື້ນມ່ວນຊື່ນ. ໄອຍະການປະຊາຊົນແຂວງບໍລິຄຳ ໄຊ ຍາດມາໄດ້ໃນໄລຍະຜ່ານມາ, ແຕ່ກໍຍັງມີຂໍ້ຄົງຄ້າງບາງປະການ ທີ່ຕ້ອງໄດ້ພ້ອມກັນແກ້ໄຂໃຫ້ໄດ້ຮັບ ຜົນດີ ເປັນຕົ້ນ ໃຫ້ເພີ່ມທະວີວຽກ ງານການເມືອງ-ແນວຄິດ, ເຊື່ອມ ຊຶມບັນດານະໂຍບາຍ, ເອກະສານ ຂອງພັກ, ກົດໝາຍຂອງລັດ, ຄຳສັ່ງ ຂອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ວາງອອກເປັນປົກ ກະຕິ ແລະ ເນື່ອງນິດລຽນຕິດ ເຊິ່ງ ເປັນຄວາມຮັບຜິດຊອບໂດຍກົງ ຂອງເລຂາໜ່ວຍພັກອົງການໄອຍະ ການປະຊາຊົນແຂວງ, ເຂດເປັນ ເຈົ້າການຈັດຕັ້ງປະຕິບັດ, ຍົກສູງ ຄວາມເປັນແບບຢ່າງ ໃຫ້ອ້າຍນ້ອງ ພະນັກງານ, ກໍ່ສ້າງໜ່ວຍພັກປອດ ໃສ, ເຂັ້ມແຂງ, ໜັກແໜ້ນ, ກຳແໜ້ນ ພະນັກງານຢ່າງເປັນປະຈຳ, ຕີຖອຍ ປະກົດການອັນບໍ່ດີໃນຖັນແຖວພະ ນັກງານຢ່າງທັນການ; ນໍາພາ ແລະ ຈັດຕັ້ງປະຕິບັດວຽກງານຂອງຕົນ ຕາມຫລັກການລວມສູນປະຊາທິ ປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນ ຮັບຜິດຊອບ, ຖອດຖອນບົດຮຽນ ຢ່າງເປັນປະຈຳກ່ຽວກັບແບບແຜນ ນຳພາ; ປັບປຸງການຈັດຕັ້ງເປັນປະ ຈໍາ ໃຫ້ເປັນລະບົບ, ຄົບຊຸດ, ຈັດຕັ້ງ ຫ້ອງການອົງການໄອຍະການປະ ຊາຊົນເຂດ ຕາມແຜນການວາງໄວ້ ໂດຍແມ່ນຫົວໜ້າອົງການໄອຍະ ການປະຊາຊົນແຂວງ, ເຂດເປັນຜູ້ ຮັບຜິດຊອບຊີ້ນຳ, ຈັດຕັ້ງປະຕິບັດ; ຍົກສູງຄວາມຮັບຜິດຊອບໃນການ ຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍ ແລະ ການສັ່ງ ຟ້ອງຜູ້ຖືກຫາຂຶ້ນສານຕາມກົດ ໝາຍ, ເຂົ້າໃຈ ແລະ ຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງວຽກງານຕິດຕາມກວດ ກາທົ່ວໄປ; ສ້າງກົນໄກປະສານງານ ໃຫ້ສໍາເລັດ ເປັນຕົ້ນ ກົນໄກປະສານ ງານໃນການຕິດຕາມກວດກາການ ປະຕິບັດຄໍາຕັດສີນຂອງສານ, ເກັບ ກຳສະຖິຕິຄະດີໃຫ້ລະອຽດ ແລະ ຖີ່ຖ້ວນ ແລະ ຈັດຕັ້ງປະຕິບັດວຽກ ງານຂອງຕົນຕາມກົດໝາຍຢ່າງ ສັກສິດ. ໃນໂອກາດ ທີ່ມີຄວາມໝາຍ ຄວາມສຳຄັນນີ້, ທ່ານ ຄຳເພັດ ສົມວໍລະຈິດ ຍັງໄດ້ເຂົ້າຢ້ຽມພົບປະ ຄະນະນຳແຂວງບໍລິຄຳໄຊ ໂດຍໃຫ້ ກຽດຕ້ອນຮັບຢ່າງອົບອຸ່ນຈາກທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄໍາໄຊ ເພື່ອແຈ້ງຈຸດປະສົງ ແລະ ຂໍທິດຊີ້ນຳອີກດ້ວຍ. ໂດຍ: ຈະເລີນສິນ ຫົວໜ້າກົມການເງິນຕ່າງປະເທດ ກະຊວງການເງິນ ສປປ ລາວ ແລະ ທ່ານ ຈິນວອນ ບອມ ກະຊວງເສດ ຖະກິດ ແລະ ການເງິນ ສ ເກົາຫລີ, ທ່ານນາງແພງສີແພງເມືອງຫົວໜ້າ ກົມຮ່ວມມືສາກົນທະນາຄານແຫ່ງ ສປປ ລາວ ແລະ ທ່ານ ຊູຮຸນ ຢຸນ ທະນາຄານແຫ່ງ ສ ເກົາຫລີ, ພ້ອມ ດ້ວຍບັນດາປະເທດສະມາຊິກອາ ຊຽນ+3, ກອງເລຂາອາຊຽນ ແລະ ອົງການຕິດຕາມເສດຖະກິດມະ ຫາພາກອາຊຽນ+3 (AMRO) ເຂົ້າຮ່ວມ. ກອງປະຊຸມໃນມື້ທຳອິດ, ໄດ້ປຶກ ສາຫາລືກ່ຽວກັບກົນໄກການຈັດສັນ ເງິນທຶນໃນລະດັບພາກພື້ນ ໂດຍສະ ເພາະການຫັນການສະໜອງທຶນ ຮີບດ່ວນ(Rapid Finance Facility ຫລື RFF) ໃຫ້ເປັນກົນໄກ ການສະໜອງທຶນຮີບດ່ວນເພື່ອ ແກ້ໄຂສະພາບຄ່ອງທາງດ້ານເສດ ຖະກິດ, ການເຊື່ອມຈອດໂຄງສ້າງ ການສະໜອງທຶນໃໝ່ ແລະ ການ ນຳໃຊ້ສະກຸນເງິນຕາຢ່າງເສລີ (Freely Usable Currencies ຫລື FUCs). ພ້ອມນັ້ນ, ຍັງໄດ້ປຶກ ສາຫາລືກ່ຽວກັບການຈັດຕັ້ງປະ ຕິບັດ ແລະ ການປັບປຸງວຽກງານ CMIM ໂດຍສະເພາະການທົດລອງ ກູ້ຢືມໃນກອງທຶນCMIM ຄັ້ງທີ15; ຮັບຟັງການລາຍງານຄວາມຄືບ ໜ້າຂອງ (Asian Bond Mar ket Initiative-ABMI) ຈາກທະ ນາຄານພັດທະນາອາຊີ (ADB); ລາຍງານກ່ຽວກັບວຽກງານທີ່ຕິດ ພັນກັບການສະໜອງທຶນເພື່ອຫລຸດ ຜ່ອນຄວາມສ່ຽງຕໍ່ໄພພິບັດ. ພ້ອມ ນັ້ນ, ທະນາຄານໂລກ (WB) ຍັງ ໄດ້ລາຍງານກ່ຽວກັບການສະໜອງ ທຶນສໍາລັບວຽກງານໄພພິບັດທາງ ທໍາມະຊາດໃນຂົງເຂດກະສິກໍາ ຊຶ່ງ ທະນາຄານໂລກມີແຜນຈັດກອງ ປະຊຸມສຳມະນາ 2 ຄັ້ງ ຄື: ໃນຮູບ ແບບທາງໄກ 1 ຄັ້ງ ແລະ ແບບເຊິ່ງ ໜ້າ 1 ຄັ້ງ. ກອງປະຊຸມໃນມື້ທີສອງ, ເປັນ ກອງປະຊຸມຄະນະກຳມະການເຮັດ ວຽກ ຂອງອົງການຕິດຕາມເສດ ຖະກິດມະຫາພາກອາຊຽນ+3 (ASEAN+3 Macroecono mic Research Office-AMRO) ຊຶ່ງໄດ້ລາຍງານຜົນສຳເລັດ ຂອງ AMRO ປີ 2023 ແລະ ປຶກສາຫາລືກ່ຽວກັບວຽກງານບໍ ສົມວໍລະຈິດ ໄດ້ມີຄໍາເຫັນວ່າ: ກອງ ປະຊຸມໃນຄັ້ງນີ້, ຖືເປັນໂອກາດອັນ ດີໃຫ້ຄະນະຜູ້ແທນຂອງສອງປະ ເທດໄດ້ແລກປ່ຽນບົດຮຽນ, ຄວາມ ຮູ້ ແລະ ປະສົບການກ່ຽວກັບການ ປະຕິບັດວຽກງານຕົວຈິງ ໃນການ ປະຕິບັດສົນທິສັນຍາ, ກົດໝາຍ, ລະບຽບການກ່ຽວກັບການດຳເນີນ ຄະດີຢາເສບຕິດ ແລະ ການຕ້ານ ອາຊະຍາກຳຂ້າມຊາດ, ປຶກສາຫາ ລື, ແລກປ່ຽນຂໍ້ມູນຂ່າວສານ, ບົດ ຮຽນ, ພາກປະຕິບັດອັນດີ ເພື່ອແກ້ໄຂ ອຸປະສັກ ແລະ ສິ່ງທ້າທາຍລວມທັງ ຂໍ້ສະເໜີແນະນຳທີ່ເປັນປະໂຫຍດ ແລະ ປະຕິບັດໄດ້ໃນການຕໍ່ສູ້ຕ້ານ ການຄ້າຢາເສບຕິດ ແລະ ອາຊະຍາ ກຳຂ້າມຊາດ ຢ່າງມີປະສິດທິຜົນ ໂດຍເອກະພາບກັນວ່າ ອາຊະຍາກຳ ຂ້າມຊາດ ເວົ້າລວມບັນຫາຢາເສບ ຕິດໄດ້ເປັນອັນຕະລາຍ ແລະ ສົ່ງຜົນ ກະທົບໂດຍກົງຕໍ່ການພັດທະນາເສດ ຖະກິດ-ສັງຄົມ, ຊີວິດ, ສຸຂະພາບ ຂອງປະຊາຊົນ, ກໍ່ຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບ ຮ້ອຍຂອງສັງຄົມ ຂອງສອງປະເທດ ລາວ-ໄທ. ເພື່ອຕ້ານອາຊະຍາກຳດັ່ງກ່າວ, ສປປລາວແລະຣາຊະອານາຈັກໄທ ຕ້ອງຮ່ວມມືກັນຢ່າງໃກ້ຊິດທາງ ດ້ານນະໂຍບາຍ, ສົນທິສັນຍາ, ກົດ ໝາຍ ແລະ ການຮ່ວມມືທາງການ ແລະບໍ່ເປັນທາງການໃນຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະການ ຮ່ວມມືລະຫວ່າງອົງການໄອຍະ ການປະຊາຊົນແຂວງ ທີ່ມີຊາຍແດນ ຕິດຈອດກັນຂອງສອງປະເທດ; ການຮ່ວມມືກັນທາງດ້ານກົດໝາຍ ໃນບັນຫາອາຍາ, ການຮ່ວມມືລະ ຫວ່າງປະເທດທາງອາຍາ, ການ ສົ່ງຜູ້ຮ້າຍຂ້າມແດນໄດ້ເປັນວິທີປະ ຕິບັດທາງການ ເພື່ອໃຫ້ການຊ່ວຍ ເຫລືອ ເຊິ່ງກັນ ແລະ ກັນ ລະຫວ່າງ ສປປລາວແລະຣາຊະອານາຈັກໄທ ໃນການຕ້ານບັນຫາຢາເສບຕິດ ແລະ ອາຊະຍາກຳຂ້າມຊາດອື່ນໆ ຂອງສອງປະເທດ ກໍຄື ໃນພາກພື້ນ ຢ່າງມີປະສິດທິຜົນ. ພ້ອມກັນນັ້ນ ກອງປະຊຸມກໍເຫັນວ່າການແລກ ປ່ຽນຂໍ້ມູນຂ່າວສານທີ່ບໍ່ເປັນທາງ ການຂອງຄະນະກຳມະການຮັກ ສາຄວາມເປັນລະບຽບຮຽບຮ້ອຍ ຕາມຊາຍແດນ ລາວ-ໄທ, ໄທ-ລາວ ຂັ້ນແຂວງ ກໍມີຄວາມສຳຄັນ ແລະ ຈຳເປັນ, ຄຽງຄູ່ກັບການຊ່ວຍເຫລືອ ທາງດ້ານກົດໝາຍໃນບັນຫາອາຍາ ທາງການ, ປະກອບສ່ວນສຳຄັນ ເຂົ້າໃນການຕ້ານອາຊະຍາກຳຂ້າມ ຊາດ ທີ່ຕິດພັນກັບບັນຫາຢາເສບ ຕິດທີ່ກໍ່ຂຶ້ນໃນ ສປປ ລາວ ແລະ ຣາ ຊະອານາຈັກໄທ ໂດຍສະເພາະໃນ ບໍລິເວນຊາຍແດນຂອງສອງປະ ເທດ, ຍົກສູງປະສິດທິພາບຂອງການ ດຳເນີນຄະດີຢາເສບຕິດຂອງ ສປປ ລາວ, ນຳເອົາຜູ້ກະທຳຜິດມາລົງ ໂທດຕາມກົດໝາຍ, ເພີ່ມທະວີການ ຮ່ວມມືວຽກງານໄອຍະການ ລາວ- ໄທ, ເຮັດໃຫ້ສັງຄົມມີຄວາມເປັນລະ ບຽບຮຽບຮ້ອຍຢ່າງບໍ່ຢຸດຢັ້ງ. ກອງປະຊຸມຄັ້ງນີ້, ໄດ້ຮັບການ ສະໜັບສະໜູນຂອງລັດຖະບານແລະ ຊ່ວຍເຫລືອ ຈາກລັດຖະບານ ແລະ ປະຊາຊົນລຸກຊຳບວກ ໂດຍຜ່ານ ສະຖາບັນຊ່ວຍເຫລືອທາງດ້ານກົດ ໝາຍ ແລະ ວິຊາການ ແຫ່ງຣາຊະ ອານາຈັກລຸກຊໍາບວກ ປະຈໍາ ສປປ ລາວ (ILSTA). ຂ່າວ: ສຸກພາວະດີ ນັນຕະວົງ ລິຫານ, ແຜນງົບປະມານປະຈຳປີ 2024 ແລະ ການເພີ່ມບຸກຄະລາ ກອນໃນປີ 2025. ນອກຈາກນັ້ນ, ກອງປະຊຸມຍັງໄດ້ລົງເລິກກ່ຽວກັບ ວຽກງານຍຸດທະສາດ ແລະ ການ ຄຸ້ມຄອງ AMRO ຊຶ່ງໄດ້ທົບທວນ ຄືນຂອບການລາຍງານຜົນການປະ ເມີນການເຮັດວຽກຂອງ AMRO, ພ້ອມທັງຮັບຟັງການລາຍງານການ ປະເມີນຜົນການຄັດເລືອກ DD3 ແລະ ຜົນການປະເມີນການເຮັດວຽກ ຂອງDD3ຂອງອົງການAMRO. ນອກຈາກນັ້ນ, ຄະນະຜູ້ແທນກະ ຊວງການເງິນ ສປປ ລາວ ຍັງໄດ້ ພົບປະເຮັດວຽກ 3 ຝ່າຍຮ່ວມກັບ ສ ເກົາຫລີ ແລະ ອົງການ AMRO, ພົບປະເຮັດວຽກກັບກອງເລຂາ ອາຊຽນ, ພົບປະສອງຝ່າຍກັບກະ ຊວງການເງິນສິງກະໂປ ແລະ ອິນ ໂດເນເຊຍ ເພື່ອປຶກສາຫາລືວຽກ ງານການຮ່ວມມືໃນຂອບອາຊຽນ+ 3 ແລະ ແຜນການຮ່ວມມືສອງ ຝ່າຍໃນອະນາຄົດ. ໃນເວທີກອງປະຊຸມບັນດາປະ ເທດສະມາຊິກ ອາຊຽນ+3 ເຫັນວ່າ ມີຜົນປະໂຫຍດໃຫ້ແກ່ບັນດາກະ ຊວງການເງິນແລະທະນາຄານກາງ ຊຶ່ງມີໂອກາດໄດ້ມາແລກປ່ຽນ ຄວາມຄິດເຫັນ ພ້ອມທັງຮ່ວມກັນ ສ້າງຍຸດທະສາດແຜນການຮ່ວມມື ດ້ານການເງິນໃນແຕ່ລະໄລຍະ, ພາຍຫລັງການລະບາດຂອງພະ ຍາດໂຄວິດ-19 ແລະ ການຜັນແປ ຂອງໂລກ ເຫັນໄດ້ເຖິງຄວາມສຳ ຄັນຂອງການເພີ່ມທະວີການເຊື່ອມ ໂຍງແລະການຮ່ວມມືດ້ານການເງິນ ໂດຍສະເພາະການຫັນເປັນດີຈິຕອນ, ການນຳໃຊ້ສະກຸນເງິນທ້ອງຖິ່ນ ໃນການຊໍາລະສະສາງ, ການສ້າງ ຄັງເພື່ອສະໜັບສະໜູນດ້ານທຶນ ຮອນແກ້ໄຂສະພາບຄ່ອງດ້ານການ ເງິນ ໃນກໍລະນີມີເຫດການສຸກເສີນ ແລະ ຂະຫຍາຍການຮ່ວມມືດ້ານ ການເງິນຄຸ້ມຄອງໄພພິບັດ ທີ່ອາດ ເກີດຂຶ້ນໃນອະນາຄົດ ພ້ອມທັງສືບ ຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ອົງ ການ AMRO ເປັນອົງການເຮັດ ວຽກຊ່ວຍປະເທດສະມາຊິກອາ ຊຽນ+3 ໃນການວິໄຈ ສັງລວມສະ ພາບເສດຖະກິດມະຫາພາກໃນແຕ່ ລະປະເທດ ແລະ ທ່າອ່ຽງຂອງພາກ ພື້ນ ແລະ ສາກົນ ເພື່ອສະເໜີນະ ໂຍບາຍທີ່ເໝາະສົມໃຫ້ແກ່ບັນດາປະ ເທດສະມາຊິກ ໃນການສືບຕໍ່ຮັກສາ ສະຖຽນລະພາບທາງດ້ານເສດ ຖະກິດ-ການເງິນໃຫ້ມີການພັດທະ ນາຢ່າງມີຄວາມຍືນຍົງ. ຂ່າວ-ພາບ: ກົມສື່ມວນຊົນ

RkJQdWJsaXNoZXIy MTc3MTYxMQ==