5802

xtgmf]k; 3 01/02/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຮິບໂຮມໂດຍ: ພະກາ ບົດສະເໜີ ໂດຍ: ໄໝຄຳຍ້ອມສິນ ໂດຍ: ຄ້ອງໃໝ່ Ia flkpcv;7n co;.f mq [m;o 7e]a dltotok, ຍ້ອນໃນສະພາບແວດລ້ອມພາຍ ນອກ ແລະ ພາຍໃນຫລາຍອັນ, ບັນ ຫາມັນຄືວ່າໜັກສໍາລັບພວກເຮົາ ທີ່ ເສດຖະກິດຍັງບໍ່ທັນແຂງແຮງຄືກັບ ຫລາຍປະເທດ. ອັນສໍາຄັນຕ້ອງຮັບ ຮູ້ວ່າປະເທດເຮົານໍາເຂົ້ານໍ້າມັນເຊື້ອ ໄຟ100%, ໝາຍວ່າພວກເຮົາບໍ່ມີ ແຫລ່ງພະລັງງານນີ້ຢູ່ໃນປະເທດ, ບອກໃສ່ສະພາບພາກພື້ນ ແລະ ສາ ກົນທີ່ມີການປ່ຽນແປງຢ່າງສັບ ສົນ ແລະ ຫຍຸ້ງຍາກ ຍ້ອນບັນຫາ ຄວາມຂັດແຍ້ງຢູ່ບາງພາກພື້ນຂອງ ໂລກ, ຂະບວນການຜະລິດນໍ້າມັນ ເຊື້ອໄຟໄດ້ມີການຫັນປ່ຽນມີທ່າ ອ່ຽງຫລຸດລົງເປັນໄລຍະໆ ແລະ ອື່ນໆ ບວກໃສ່ສະພາບພາຍໃນ ຂອງພວກເຮົາທີ່ມີຄວາມຫຍຸ້ງຍາກ ສະສົມມາແຕ່ໄລຍະເກີດການລະ ບາດໂຄວິດ 19, ໄພພິບັດທາງທໍາ ມະຊາດ...ຍິ່ງເຮັດໃຫ້ພວກເຮົາຖືກ ກະທົບອ່າວໜັກກວ່າໝູ່ໃນເຂດ ພາກພື້ນ ເຊິ່ງໃນຄວາມເປັນຈິງ ແມ່ນບໍ່ໄດ້ມີແຕ່ປະເທດເຮົາ ເກີດ ຫຍຸ້ງຍາກຄືພວມເປັນຢູ່. ຈ້ອນເຂົ້າບັນຫານໍ້າມັນເຊື້ອໄຟ, ຕາມຕິດຕາມມາດົນພໍຄວນບັນດາ ຄໍາເຫັນຄົນພາຍໃນເຮົາ ແລະ ບາງ ຄໍາເຫັນຈາກພາຍນອກເຫັນວ່າ ການປະຢັດ ຍັງຖືເປັນໝາກຫົວໃຈ ສໍາຄັນໃນການແກ້ໄຂບັນຫາທັງໄລ ຍະສັ້ນ ແລະ ຍາວ ເພາະດັ່ງທີ່ກ່າວ ມາປະເທດເຮົາແມ່ນຜູ້ບໍລິໂພກ, ບໍ່ ແມ່ນຜູ້ຜະລິດ. ຜູ້ນໍາເຮົາເຄີຍມີທິດຊີ້ ນໍາໃນໄລຍະພວກເຮົາປະເຊີນໜ້າ ພະຍາດໂຄວິດ 19 ໃນລັກສະນະທີ່ ວ່າພວກເຮົາຕ້ອງຫັນຈາກສັງຄົມບໍ ລິໂພກໄປສູ່ສັງຄົມທີ່ມີການຜະລິດ, ໝາຍວ່າບໍ່ຖ້າຊົມໃຊ້ຢ່າງດຽວ, ຕ້ອງເຮັດການຜະລິດໃຫ້ມີຄວາມ ເຂັ້ມແຂງ. ເຊັ່ນດຽວກັນກັບແນວຄິດ ຊີ້ນໍາຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ກ່ຽວກັບ “ສອຈ” ເສດຖະກິດເອກະ ລາດເປັນເຈົ້າຕົນເອງແມ່ນຖືກຕ້ອງ ພາວະວິໄສທີ່ສຸດ, ຖ້າປະຕິບັດໄດ້ຄື ແນວນັ້ນ ພວກເຮົາຈຶ່ງຈະມີຄວາມ ເຂັ້ມແຂງຢ່າງແທ້ຈິງ, ມີພູມຕ້ານ ທານທຸກພະຍາດທາງເສດຖະກິດສັງຄົມ. ສຸພາສິດຂອງປະເທດເພື່ອນ ມິດຍຸດທະສາດຂອງພວກເຮົາຄໍາ ໜຶ່ງມີວ່າ “ຢາກຕີເຫລັກໄດ້ຕົນເອງ ຕ້ອງແຂງແຮງມາກ່ອນ”. ປະຢັດແນວໃດ,ນໍ້າມັນ?ຫລາຍ ທັດສະນະກໍ່ວ່າແນວນັ້ນ. ເຫດຜົນ ວ່າຊີວິດມັນຕ້ອງເຄື່ອນໄຫວທຸກ ວັນ, ການທຸລະກິດຍິ່ງສໍາຄັນຢຸດຈຶ້ງ ບໍ່ໄດ້. ຕໍ່ທັດສະນະດັ່ງກ່າວ ກໍ່ມີບາງ ຄໍາເຫັນວ່າຕ້ອງສ້າງຄວາມເຂົ້າໃຈ ໃຫ້ເຖິງຖອງກ່ຽວກັບຄໍາວ່າປະຢັດ ເຊິ່ງຖ້າອີງຕາມດໍາລັດວ່າດ້ວຍການ ປະຢັດ ແລະ ຕ້ານການຟຸມເຟືອຍ (ເລກທີ78/ລບ,ວັນທີ10/3/2015) ໝາຍເຖິງການນໍາໃຊ້ງົບປະມານ ຂອງລັດ,ທຶນແລະຊັບສິນຂອງລັດ, ແຮງງານ, ເວລາລັດຖະການ, ຊັບ ພະຍາກອນທໍາມະຊາດ, ພະລັງ ງານ ແລະ ອື່ນໆທີ່ມີຢູ່ຢ່າງຈໍາກັດ ໃຫ້ມີປະສິດທິຜົນສູງສຸດ ໂດຍນໍາ ໃຊ້ແຫລ່ງຊັບພະຍາກອນທີ່ກ່າວ ມານັ້ນໃນອັດຕາທີ່ຕໍ່າກວ່າກໍານົດ ໝາຍ, ມາດຕະຖານ ແລະ ລະດັບທີ່ ກໍານົດໄວ້, ແຕ່ກໍ່ຍັງສາມາດເຮັດໃຫ້ ວຽກງານບັນລຸໄດ້ຕາມເປົ້າໝາຍ. ໃນຄວາມເປັນຈິງ ມັນເຊື້ອໄຟເປັນ ພະລັງງານ ກໍ່ຄືຊັບພະຍາກອນໜຶ່ງ ຕິດພັນກັບການໃຊ້ຈ່າຍ ທີ່ຕ້ອງປະ ຢັດນັບແຕ່ພື້ນຖານຂຶ້ນໄປ, ໝາຍວ່າ ທຸກຄອບຄົວຫົວເຮືອນຂຶ້ນໄປພາກ ລັດ-ເອກະຊົນ ມີລັກສະນະເປັນນິຕິ ບຸກຄົນ-ອົງກອນ-ອົງການ ຕ້ອງຍຶດ ໝັ້ນ ກໍ່ຄືຜັນຂະຫຍາຍນະໂຍບາຍ ປະຢັດຢ່າງສອດຄ່ອງສະພາບ ຄວາມຕ້ອງການອັນຈໍາເປັນ. ໃນ ພຶດຕິກໍາຕົວຈິງບາງເທື່ອສະທ້ອນ ໃຫ້ເຫັນວ່າການນໍາໃຊ້ລົດບໍລິການ ສາທາລະນະ ເພື່ອຫລຸດຜ່ອນການ ໃຊ້ລົດສ່ວນຕົວ...ທີ່ພໍມີເງື່ອນໄຂໃນ ຕົວເມືອງໃຫຍ່ຄືນະຄອນຫລວງ ວຽງຈັນ ບໍ່ທັນກວ້າງຂວາງ ເຊິ່ງໃນ ສະພາບຄວາມເປັນຈິງ ຖ້າວ່າຍັງ ມີຂໍ້ຈໍາກັດດ້ານໃດທຸກຝ່າຍທຸກຄົນ ທີ່ກ່ຽວຂ້ອງຕ້ອງພ້ອມກັນປັບປຸງ ຫັນປ່ຽນໃໝ່ ເປັນຕົ້ນການບໍລິການ ລົດສາທາລະນະຍັງມີຂໍ້ຈໍາກັດຫຍັງ ຄົນຈຶ່ງບໍ່ທັນໃຊ້ຫລາຍເທົ່າທີ່ຄວນ. ໃນຂະນະດຽວກັນທ່າມກາງສະ ພາບທີ່ຍັງຫຍຸ້ງຍາກ, ຜູ້ທີ່ເຄີຍອອກ ເຮືອນຢ່າງເປັນປະຈໍາ ເພື່ອການພົບ ປະສັງສັນກໍ່ອາດຈະຄ່ອຍຫລຸດເທື່ອ ໄປລົງ, ເອົາແຕ່ງານຈໍາເປັນແທ້ໆ ກໍ່ອາດຈະພໍຊ່ວຍໄດ້ ຫລາຍຄົນເຮັດ ກໍ່ກາຍເປັນຂະບວນ, ສະພາບອັ່ງອໍ ແລະ ຄວາມສ່ຽງອຸບັດເຫດຕາມຖະ ໜົນກໍ່ຈະໜ້ອຍລົງ. ການຮັດສາຍແອວ ໃນຄວາມ ໝາຍປະຢັດໃນຍາມປົກກະຕິກໍ່ສໍາ ຄັນ, ຍິ່ງໃນຍາມຫຍຸ້ງຍາກກໍ່ຍິ່ງສໍາ ຄັນແລະຈໍາເປັນ. ປະຢັດເພື່ອແກ້ໄຂ ສະພາບປັດຈຸບັນ ແລະ ທັງເພື່ອອະ ນາຄົດນໍາ. ເຄີຍກິນເຂົ້າຄາບລະ ສອງປັ້ນ (ເຂົ້າໜຽວ) ກໍ່ຫລຸດລົງ ເປັນປັ້ນດຽວຫລືວິທີອື່ນໆກໍ່ເຂົ້າໃນ ວະລີທີ່ວ່າ ຮັດສາຍແອວ ? ໃຊ້ລົດ ຈູດນໍາມັນອອກເຮືອນໄປພົບປະສັງ ສັນທຸກຄືນ, ຫລຸດລົງອອກໄປອາທິດ ລະ 3 ເທື່ອກໍ່ເປັນການຮັດສາຍແອວ ໄດນໍທ່ານຜູ້ອ່ານໃຈດີທັງຫລາຍ! ສິ່ງ, ອັນ, ແນວ” ໃຊ້ກັບອາຫານ ແລະ ສິ່ງຂອງ ເຊັ່ນ: ຄາບເຂົ້າເຊົ້ານີ້ ມີອາຫານ 3 ເຍື່ອງ/ຢ່າງ, ວັດຖຸ ທານ 2 ສິ່ງນີ້ຖວາຍແດ່... “ໜ່ວຍ” ໃຊ້ກັບພູ, ໂລກ, ໝາກໄມ້, ໄຂ່, ເຄື່ອງ ເຮືອນ, ເຄື່ອງໄຟຟ້າ. “ເລ່ື່ອງ” ໃຊ້ ກັບໜັງສືແລະວັນນະຄະດີຕ່າງໆ. “ບັ້ງ” ໃຊ້ກັບສິ່ງທີ່ເປັນບັ້ງຕ່າງໆ ເຊັ່ນ ເຂົ້າຫລາມ 2 ບັ້ງ... “ກະບອກ ຫລືບອກ” ໃຊ້ກັບປືນ.“ລຳ” ໃຊ້ກັບ ໄມ້, ອ້ອຍ, ເຮືອ, ກຳປັ່ນ, ເຮືອບິນ. “ເຫລັ້ມ”ໃຊ້ກັບກວຽນ, ແຂ້ວ,ທຽນ, ບາງເທື່ອກໍໃຊ້ກັບປຶ້ມຫົວໃຫຍ່ໆ. “ຫົວ” ໃຊ້ກັບປຶ້ມ ແລະ ສິ່ງທີ່ເປັນ ຫົວເຊັ່ນ:ປຶ້ມ2ຫົວ,ມັນດ້າງ3ຫົວ. “ຕົ້ນ” ໃຊ້ກັບສິ່ງທີ່ເປັນຕົ້ນ ເປັນກໍ. “ຄູ່” ໃຊ້ກັບສິ່ງທີ່ເປັນຄູ່ກັນ. “ກີບ” ໃຊ້ກັບສິ່ງທີ່ເປັນກີບແລະເງິນກີບ. “ດາງ” ໃຊ້ກັບນ່າງ,ແຫ,ມອງ,ສະ ຫວິງ, ມຸ້ງ... 2. ລັກສະນະນາມບອກໝວດໝູ່ ເຊັ່ນ:“ກອງ”ໃຊ້ກັບວັດຖຸສິ່ງທີ່ກອງ ກັນຢູ່.“ພວກ” ໃຊ້ກັບຄົນທີ່ໂຮມກັນ ຢູ່ເປັນພວກ. ໝູ່, “ໝວດ” ໃຊ້ກັບ ຄົນທົ່ວໄປຫລື ທະຫານ, ຕຳຫລວດ. “ຝູງ” ໃຊ້ກັບສັດທີ່ຢູ່ໂຮມກັນ. “ຄະ ນະ” ໃຊ້ກັບກຸ່ມຄົນທີ່ເຮັດວຽກເປັນ ຄະນະ. “ຊຸດ, ຊຸມ” ໃຊ້ກັບສິ່ງຂອງ ຫລາຍຢ່າງທີ່ໃຊ້ໂຮມກັນເປັນຊຸດ ເປັນຊຸມ. “ຕັບ” ໃຊ້ກັບສິ່ງທີ່ຊ້ອນ ຕິດກັນຢູ່. “ແບກ” ໃຊ້ກັບສິ່ງຂອງ ຕ່າງໆທີ່ມັດໂຮມໃສ່ກັນເພື່ອແບກ ໃສ່ບ່າ. “ຫາບ” ໃຊ້ກັບສິ່ງຕ່າງໆທີ່ ເປັນຄູ່ເພື່ອຫາບໃສ່ບ່າ. 3. ລັກສະນະນາມບອກສັນຖານ ເຊັ່ນ: “ວົງ” ໃຊ້ກັບແຫວນ, ສິ່ງທີ່ ເຮັດຫລືທີ່ຕັ້ງເປັນວົງອື່ນໆ. “ຫລັງ” ໃຊ້ກັບເຮືອນ, ໂຮງຮຽນ, ກຸຕິ, ເລົ້າ ເຂົ້າ, ຕູບ, ແຮ້ວ, ກະຕ່ຳ, ຈັ່ນ, ໄຊ, ລອບ, ກະທີບ ຫລື ສິ່ງເປັນຫລັງ ອື່ນໆ. “ກາບ” ໃຊ້ກັບສິ່ງທີ່ເປັນກາບ ຕ່າງໆ. “ແຜ່ນ” ໃຊ້ກັບສິ່ງ ທີ່ເປັນ ແຜ່ນ. “ຜືນ” ໃຊ້ກັບເຄື່ອງນຸ່ງຫົ່ມ ແລະ ສິ່ງທີ່ເປັນຜືນອື່ນໆ. “ແທ່ງ” ໃຊ້ກັບສໍຂາວແລະສິ່ງທີ່ເປັນແທ່ງ ຫລື ຮູບຊົງແທ່ງ. “ກ້ານ” ໃຊ້ກັບ ຈອງ, ບ່ວງ, ສ້ອມ ແລະ ສິ່ງທີ່ເປັນ ກ້ານ. “ກ້ອນ” ໃຊ້ກັບຫີນ, ດິນຈີ່, ເຝື້ອ ຫລື ສິ່ງທີ່ເປັນກ້ອນອື່ນໆ. “ຄັນ” ໃຊ້ກັບລົດຫລືສິ່ງທີ່ເປັນຄັນ ອື່ນໆ.“ເສັ້ນ”ໃຊ້ກັບທາງຫລືສິ່ງທີ່ ເປັນເສັ້ນອື່ນໆ. “ພົ້ວ, ພວງ” ໃຊ້ກັບ ໝາກໄມ້, ດອກໄມ້ທີ່ເປັນພົ້ວ. “ພັ່ນ, ແທວ”ໃຊ້ກັບນາ.“ພູດ”ໃຊ້ກັບສ່ວນ ໜຶ່ງໆທີ່ແບ່ງອອກຈາກສ່ວນໃຫຍ່. “ມານ”ໃຊ້ກັບມານສາລີ, ມານຂ່າ, ມານໝາກແໜ່ງ, ເຊັ່ນ: ຂ້ອຍຂໍ ຝາກສາລີ 3 ມານນີ້ໃຫ້ພໍ່ ເຈົ້າແດ່ ເດີ... “ເມັດ” ໃຊ້ກັບເມັດທັນ ຍາ ຫານ, ເມັດຢາ ຫລື ສິ່ງທີ່ເປັນເມັດ ອື່ນໆ. “ຝັກ”ໃຊ້ກັບຝັກຫລອກ, ຝັກ ດາບ, ຝັກພ້າ, ເຂົ້າສາລີ, ໝາກຖົ່ວ. “ຮວງ” ໃຊ້ກັບຮວງເຂົ້າ, ຮວງ ດອກໄມ້ບາງ ຊະນິດຫລື ສິ່ງທີ່ເປັນ ຮວງ. “ຮວດ” ໃຊ້ກັບສິ່ງຕ່າງໆທີ່ ສຽບ ຫລື ຮ້ອຍໃສ່ກັນເປັນຮວດ. ຄຳລັກສະນະນາມຕ້ອງຢູ່ທ້າຍ ຈຳນວນນັບສະເໝີ, ເຊັ່ນ: ລົດຈັກ 5 ຄັນ, ໄກ່ 6 ໂຕ, ໂຕະ 2 ໜ່ວຍ; ຍົກເວັ້ນແຕ່ຄຳຈຳນວນນັບ ແມ່ນ “ໜຶ່ງ” ຄຳລັກສະນະນາມນັ້ນຈະ ຢູ່ຂ້າງ ໜ້າ ຫລື ຂ້າງຫລັງຂອງຈຳ ນວນນັບກໍ່ໄດ້ເຊັ່ນຄວາຍໂຕໜຶ່ງຫລື ຄວາຍໜຶ່ງໂຕ.ຖ້າໃຊ້ຄຳວ່າ“ດຽວ” ແທນ “ໜຶ່ງ” ຄຳລັກສະນະນາມ ນັ້ນສາມາດຢູ່ໄດ້ແຕ່ຂ້າງໜ້າຈຳ ນວນນັບເທົ່ານັ້ນ, ເຊັ່ນ: ເຮືອນ ຫລັງດຽວ. ດັ່ງນັ້ນ ຈຶ່ງນໍາສຶກສາຮ່ວມກັນ ຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. * ຫລັກການປາກເວົ້າ ແລະ ຂີດ ຂຽນ ເອີ້ນວ່າຫລັກໄວຍາກອນ, ທຸກ ພາສາລ້ວນແຕ່ມີການກໍານົດຫລັກ ການເອົາໄວ້ເພື່ອໃຫ້ການໃຊ້ເອກະ ພາບ. ບົດນີ້ນໍາເອົາຄໍາທີ່ເອີ້ນວ່າລັກ ສະນະນາມ ຕາມຫລັກໄວາຍາກອນ ລາວ ປັດຈຸບັນມາທົບທວນນໍາກັນ. ລັກສະນະນາມແມ່ນຄຳທີ່ບອກ ລັກສະນະຂອງຄຳນາມນັ້ນໆວ່າມີ ຮູບລັກສະນະແນວໃດ. ຄຳລັກສະ ນະນາມເປັນຄຳທີ່ຈຳເປັນຕ້ອງໃຊ້ ຫລາຍໃນພາສາລາວເພາະໃນການ ເອີ້ນຊື່ຄົນ, ສັດຫລືສິ່ງຂອງຕ່າງໆ ຈຳເປັນຕ້ອງລະບຸຈຳນວນນັບ, ໃນ ພາສາລາວມີລັກສະນະພິເສດຢ່າງ ໜຶ່ງນັ້ນແມ່ນຄຳບອກລັກສະນະທີ່ ພວກເຮົາເອີ້ນວ່າ “ຄຳລັກສະນະ ນາມ”. ຄຳລັກສະນະນາມທີ່ໃຊ້ໂດຍທົ່ວ ໄປເພິ່ນແບ່ງອອກເປັນ3ປະເພດ ຄື: 1. ລັກສະນະນາມບອກຊະນິດ ເຊັ່ນ:“ອົງ” ໃຊ້ກັບພະສົງຫລືພະພຸດ ທະຮູບ, ຕົວຢ່າງ ວັດບ້ານຂ້ອຍມີພະ ສົງຈໍາຢູ່ 5 ອົງ, ມີພະພຸດທະຮູບເກົ່າ ແກ່2ອົງ. “ຕົນ,ຮູບ” ໃຊ້ກັບພະສົງ ຫລືສາມະເນນ, ດັ່ງວ່າມື້ວານນີ້ເຮົາ ເຫັນພະສົງ 3 ຕົນ/ຮູບມາ ບິນທະ ບາດຢູ່ບ້ານເຮົາ, ອົງໜຶ່ງຄືຈະແມ່ນ ມາຈາກວັດອື່ນເພາະບໍເຄີຍເຫັນ. “ຄົນ” ໃຊ້ກັບຄົນທັງຫລາຍ. “ໂຕ, ຕົວ” ໃຊ້ກັບສັດ ທັງຫລາຍ. “ໃບ” ໃຊ້ກັບຖ້ວຍ, ຊາມ, ເຈ້ຍ, ໃບໄມ້ ຫລື ສິ່ງເປັນໃບອື່ນໆ. “ເຍື່ອງ, ຢ່າງ, * ວະລີ “ຮັດສາຍແອວ” ພວກ ເຮົາໄດ້ຍິນມາດົນ ແລະ ຮູ້ຄວາມ ໝາຍອ້ອມ ຫລື ຄວາມໝາຍແຝງ ເປັນຢ່າງດີ. ໃນສະພາບຫຍຸ້ງຍາກ ຊົ່ວຄາວດ້ານເສດຖະກິດ ໄລຍະ ຕ່າງໆ ພາກລັດມັກລະດົມກັນໃຫ້ ທົ່ວສັງຄົມຮູ້ຈັກໃຊ້ຈ່າຍໃນຄວາມ ໝາຍຮັດສາຍແອວເຂົ້າ, ຖ້າມະໂນ ພາບກໍ່ພໍຈະເຫັນທ້ອງແວບເຂົ້າ ເພື່ອຮັດສາຍແອວຢູ່ຫົວໂສ້ງ. ໃນ ປະສາຊາວບ້ານ ຍັງພົບວະລີທີ່ ກ່າວເຖິງວິທີແກ້ໄຂການກິນໃນ ຍາມອຶດຢາກຄື ກິນບໍ່ອີ່ມໃຫ້ກິນ ນໍ້າໃສ່ຫລາຍໆ, ອັນໝາຍເຖິງເອົາ ສິ່ງໜຶ່ງທີ່ພໍມີອ່າວຫລາຍທົດແທນ ສິ່ງໜຶ່ງທີ່ມີໜ້ອຍ. ໃນສະພາບຫຍຸ້ງ ຍາກເປັນການຊົ່ວຄາວ, ນອກຈາກ ການຕັ້ງສະຕິໃຊ້ປັນຍາ ເພື່ອຫາວິ ທີທາງອອກຕ່າງໆ, ການໃຊ້ວິທີໃນ ຄວາມໝາຍຮັດສາຍແອວຖືວ່າຍັງ ໄດ້ຜົນ. ນະໂຍບາຍຂອງພັກ-ລັດ ໄດ້ອອກມາຫລາຍປີກ່ຽວກັບການ ປະຢັດ ແລະ ຕ້ານການຟຸມເຟືອຍ, ກວ່າຈະຄົ້ນຄວ້າອອກມາປະກາດ ໃຫ້ທົ່ວສັງຄົມປະຕິບັດໄດ້ແມ່ນ ຫລາຍຫລົບຫລາຍຕ່າວ ເພື່ອໃຫ້ ແທດເໝາະກັບສະພາບ ແລະ ຈຸດ ພິເສດຂອງພວກເຮົາ. ໃນໄລຍະນີ້ ຄົງບໍ່ອາດປະຕິເສດ ຜົນກະທົບຈາກຄວາມຫຍຸ້ງຍາກ ຊົ່ວຄາວຂອງເສດຖະກິດ-ການ ເງິນ...ນອນໃນນັ້ນແມ່ນເລື່ອງນໍ້າ ມັນເຊື້ອໄຟ ເຊິ່ງລັດກ່ຽວຂ້ອງບໍ່ ໄດ້ນິ່ງນອນໃຈ, ໄດ້ຮູ້ບັນຫາ ແລະ ພະຍາຍາມແກ້ໄຂແຕ່ຫົວທີ, ແຕ່ ,6 og-N vcsj 'dkog8u [.spj 0tspkp8q ;0v'ltstra ode,t[ko]k; (ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນກຳມະບານລາວ ວັນທີ 1 ກຸມພາ 1956 - 1 ກຸມພາ 2024) *ເມື່ອເຖິງວັນທີ 1 ກຸມພາ ຂອງ ທຸກໆປີ ສູນກາງສະຫະພັນກຳມະ ບານລາວກໍ່ຄືສະຫະພັນກຳມະບານ ແຕ່ລະຂັ້ນໄດ້ມີການຈັດຕັ້ງສະເຫລີມ ສະຫລອງວັນດັ່ງກ່າວ ດ້ວຍບັນຍາ ກາດທີ່ມີຄວາມໝາຍ ຄວາມສຳຄັນ ສຳລັບຖັນແແຖວ ຄະນະນຳກຳມະ ບານ, ພະນັກງານລັດຖະກອນ, ສະ ມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວ ບັນດາ ເຜົ່າ ເພື່ອລະນຶກເຖິງມູນເຊື້ອຜົນ ງານການເຄື່ອນໄຫວໃນແຕ່ລະໄລ ຍະຂອງອົງການຈັດຕັ້ງກຳມະບານ ກໍ່ຄື ສະຫະພັນກຳມະບານລາວ. ປະຊາຊົນລາວ ເປັນຜູ້ທີ່ມີຄວາມ ດຸໝັ່ນຂະຫຍັນພຽນໃນການອອກ ແຮງງານ, ມີມູນເຊື້ອອັນພິລະອາດ ຫານ ຕໍ່ສູ້ບໍ່ຍອມຈຳນົນ ແລະ ໄດ້ດຳ ລົງຊີວິດໃນຜືນແຜ່ນດິນແຫ່ງນີ້ນັບ ເປັນເວລາຫລາຍພັນໆປີມາແລ້ວ, ແຕ່ໃນປະຫວັດສາດຂອງຊາດລາວ ນັບເປັນເວລາດົນນານທີ່ຊາດລາວ, ປະຊາຊົນລາວ ໄດ້ຕົກເປັນຫົວເມືອງ ຂຶ້ນ ແລະ ຖືກສັກດີນາຕ່າງຊາດເຂົ້າ ມ້າງເພທຳລາຍ, ກົດຂີ່ຂົ່ມເຫັງຢ່າງ ໜັກໜ່ວງ, ຕໍ່ມາກໍຖືກພວກລ່າເມືອງ ຂຶ້ນຝຣັ່ງ ແລະ ຈັກກະພັດອາເມລິກາ ເຂົ້າມາຮຸກຮານ ເຮັດໃຫ້ຊາດ ແລະ ປະຊາຊົນລາວໄດ້ເສຍຄວາມເປັນ ເອກະລາດແຫ່ງຊາດ. ຕໍ່ໜ້າສະ ພາບການດັ່ງກ່າວປະຊາຊົນ, ຊົນ ຊັ້ນກຳມະກອນ ແລະ ຜູ້ອອກແຮງ ງານລາວກໍໄດ້ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນຂະບວນການຕໍ່ສູ້ ຕ່າງໆຂອງບັນພະບູລຸດທີ່ຮັກຊາດ ຂອງລາວເຊັ່ນ: ຂະບວນການຕໍ່ ຂອງເຈົ້າຟ້າງຸ່ມ ເພື່ອເຕົ້າໂຮມປະ ເທດຊາດ, ເຈົ້າອານຸວົງຕໍ່ສູ້ ເພື່ອ ທວງເອົາດິນແດນຄວາມເປັນເອ ກະລາດແຫ່ງຊາດ, ຂະບວນການຕໍ່ ສູ້ຂອງເຈົ້າໄຊເສດຖາທິລາດ ເພື່ອ ປາບປາມພວກທີ່ຫວັງແບ່ງແຍກ ດິນແດນ, ພໍ່ກະດວດ, ອົງແກ້ວ, ອົງ ກົມມະດຳ, ເຈົ້າຟ້າປັດໃຈ, ນາຍຄູຄຳ ແລະ ທ່ານອື່ນໆຕ້ານກັບການກົດຂີ້ ຂົ່ມເຫັງ, ບີບບັງຄັບ, ການຈັບກຸມ ຄຸມຂັງ, ການເກັບເກນໄປເປັນກຸລີ ຂອງພວກລ່າເມືອງຂຶ້ນຝຣັ່ງຢ່າງພິ ລະອາດຫານ.ໃນທ້າຍສະຕະວັດທີ 19, ພວກລ່າເມືອງຂື້ນຝະລັ່ງໄດ້ ເຂົ້າມາຢຶດຄອງ 3 ປະເທດອິນດູຈີນ (ຫວຽດນາມ, ລາວແລະກຳປູເຈຍ) ເປັນຫົວເມືອງຂຶ້້ນ, ແລ້ວສ້າງຕັ້ງ ເປັນສະຫະພັນອິນດູຈີນຝຣັ່ງເສດ ຂຶ້້ນ. ສ່ວນປະເທດລາວ ພວກລ່າ ເມືອງຂຶ້້ນຝຣັ່ງເຂົ້າມາຢຶດຄອງແຕ່ ປີ 1893-1954 ເປັນເວລາ (61 ປີ). ໃນນັ້ນ ພວກເຂົາໄດ້ເກັບເກນ ເອົາຊາວໄຮ່ນາໄປຂຸດຄົ້ນເອົາແຮ່ ກົ່ວຢູ່ບໍ່ໂພນຕິ້ວ ແລະ ບໍ່ແໜ່ງແຂວງ ຄຳມ່ວນ, ໄປເປັນກຸລີເຮັດທາງ, ຈາກນັ້ນເກີດມີກຳມະກອນລະດູ ການດ້ວຍການນຳໃຊ້ແຮງງານນັບ ມື້ນັບຫລາຍຂຶ້້ນ ແລະ ໄດ້ກາຍເປັນ ກຳມະກອນອາຊີບ. ຕໍ່ມາພວກເຂົາ ໄດ້ສ້າງໂຮງເລື່ອຍໄມ້, ໂຮງສີເຂົ້າ, ໂຮງຈັກໄຟຟ້າຈຳນວນໜຶ່ງຢູ່ບາງ ແຫ່ງ, ຈາກນັ້ນກຳມະກອນລາວກໍ ໄດ້ເພີ່ມຂຶ້້ນເລື່ອຍໆ. ໃຕ້ການປົກຄອງຂອງພວກລ່າ ເມືອງຂຶ້້ນຝຣັ່ງກຳມະກອນລາວ ໄດ້ ຖືກກົດຂີ່ຂຸດຮີດແຮງງານຢ່າງໜັກ ໜ່ວງທາງເສດຖະກິດ, ວັດທະນະ ທຳ-ສັງຄົມ, ພວກເຂົາບັງຄັບໃຫ້ກຳ ມະກອນອອກແຮງງານ14-16ຊົ່ວ ໂມງຕໍ່ມື້, ອອກແຮງງານຫລາຍໃຫ້ ຄ່າຕອບແທນໜ້ອຍ, ຖືກຕັດເງິນ ເດືອນ, ໄລ່ອອກການ ໂດຍບໍ່ມີເຫດ ຜົນພຽງພໍ, ຖືກທຸບຕີທໍລະມານແສນ ສາຫັດຈາກພວກລ່າເມືອງຂຶ້້ນ ແລະ ນາຍທຶນ, ມີຄວາມສ່ຽງອັນຕະລາຍ ຕໍ່ການອອກແຮງງານ. ຊີວິດການ ເປັນຢູ່ຂອງກຳມະກອນ ແລະ ປະຊາ ຊົນບັນດາເຜົ່າອຶດຢາກຂາດແຄນ, ບໍ່ໄດ້ຮັບຄວາມເປັນທຳ, ຂາດສິດ ເສລີພາບດ້ານການເມືອງ ແລະ ກົດ ໝາຍ, ບໍໍ່ໄດ້ຮັບການດູແລດ້ານສະ ຫວັດດີການສັງຄົມ, ບໍ່ໄດ້ຮັບການ ສຶກສາຮ່ຳຮຽນແລະອື່ນໆ; ໂທດກຳ ອັນໂຫດຮ້າຍປ່າເຖື່ອນຂອງລັດທິ ລ່າເມືອງຂຶ້້ນທີ່ໄດ້ກະທຳຕໍ່ຊົນຊັ້ນ ກຳມະກອນ ແລະ ຜູ້ອອກແຮງງານ ລາວບັນດາເຜົ່າໄດ້ສ້າງຄວາມເຈັບ ແສບ ແລະ ຄຽດແຄ້ນທີ່ສຸດສຳລັບ ຄົນລາວທຸກຄົນ. ຕໍ່ໜ້າສະພາບການ ດັ່ງກ່າວ ກຳມະກອນ, ຜູ້ອອກແຮງ ງານ ແລະ ປະຊາຊົນບັນດາເຜົ່າໄດ້ ລຸກຂຶ້້ນຕໍ່ສູ້ຢ່າງອົງອາດກ້າຫານ, ໂດຍເລີ່ມຈາກການຕໍ່ສູ້ທີ່ມີລັກສະ ນະເກີດເອງ ໄດ້ກາຍເປັນຂະບວນ ການອັນກວ້າງຂວາງນຳພາໂດບັນ ພະບູລຸດຜູ້ຮັກຊາດແຕ່ເໜືອຮອດໃຕ້, ຕໍ່ສູ້ຕ້ານພວກລ່າເມືອງຂຶ້້ນຢ່າງດຸ ເດືອດ, ແຕ່ຂະບວນການຕໍ່ສູ້ໄລຍະ ນັ້ນບໍ່ໄດ້ຮັບໄຊຊະນະຍ້ອນບໍ່ມີພັກ ນຳພາ. ປີ 1930 ພັກຄອມມູນິດອິນ ດູຈີນໄດ້ຮັບການສ້າງຕັ້ງຂຶ້ນໂດຍ ແມ່ນທ່ານປະທານໂຮ່ຈິມິນ ເປັນຜູ້ ສ້າງຕັ້ງ ແລະ ນຳພາ. ພັກໄດ້ວາງ ແນວທາງອັນຖືກຕ້ອງເພື່ອນຳພາ ຂະບວນການຕໍ່ສູ້ປົດປ່ອຍຊາດອິນ ດູຈີນຕ້ານພວກລ່າເມືອງຂຶ້້ນຝຣັ່ງ. *** ອ່ານຕໍ່ສະບັບໜ້າ ***

RkJQdWJsaXNoZXIy MTc3MTYxMQ==