lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 01/02/2024 xtgmf]k; 2023 ອົງການກາແດງ... ຄະນະກຳມະການ... ນາຍົກລັດຖະມົນຕີ... ຄະນະຜູ້ແທນ... ລັດຖະມົນຕີ ກະຊວງ ຖວທ... ຊົມເຊີຍວັນສ້າງຕັ້ງ.... ໄດ້ຮັບການປັບປຸງທາງດ້ານເນື້ອໃນ ແລະ ຮູບການວິທີຈັດຕັ້ງ ເຄື່ອນໄຫວ ຂອງຕົນ. ຕະລອດໄລຍະ 68 ປີມານີ້, ຈາກທີ່ມີພຽງແຕ່ໜ່ວຍກຳມະບານ ຈຳນວນໜຶ່ງຢູ່ສຳນັກງານອົງການຂອງເຂດປົດປ່ອຍໃນເມື່ອກ່ອນ ກໍ່ໄດ້ ກາຍເປັນລະບົບການຈັດຕັ້ງທີ່ກວ້າງຂວາງຢູ່ທົ່ວປະເທດໃນປັດຈຸບັນ. ຜົນ ງານອັນພົ້ນເດັ່ນຂອງອົງການຈັດຕັ້ງກຳມະບານໃນໄລຍະໃໝ່ກໍ່ແມ່ນ ການໂຄສະນາສຶກສາອົບຮົມ ແລະ ກໍ່ສ້າງຊົນຊັ້ນກຳມະກອນ, ຊາວຜູ້ອອກ ແຮງງານ ໃຫ້ກາຍເປັນພົນລະເມືອງດີ, ມີສະຕິຊົນຊັ້ນ, ມີຫລັກໝັ້ນການ ເມືອງ ແລະ ແບບແຜນດຳລົງຊີວິດອັນຖືກຕ້ອງ. ເອົາໃຈໃສ່ປົກປ້ອງສິດແລະ ຜົນປະໂຫຍດອັນຊອບທຳຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງ ງານ, ປຸກລະດົມຂົນຂວາຍຂະບວນການແຂ່ງຂັນຮັກຊາດ ຢ່າງເປັນຂະບວນ ຟົດຟື້ນ ແລະ ກວ້າງຂວາງ; ມີການພົວພັນຮ່ວມມືກັບກຳມະບານບັນ ດາປະເທດເພື່ອນມິດຍຸດທະສາດ, ອົງການກຳມະບານປະເທດຕ່າງໆ ແລະ ອົງການຈັດຕັ້ງສາກົນ ຕາມແນວທາງການຕ່າງປະເທດຂອງພັກ ເຊິ່ງມີໝາກຜົນຕົວຈິງໃນຫລາຍດ້ານ. ເວົ້າລວມແລ້ວ ນັບແຕ່ໄດ້ຮັບການ ສ້າງຕັ້ງຂຶ້ນມາ, ອົງການຈັດຕັ້ງກຳມະບານລາວ ໄດ້ຮັບການປັບປຸງເທື່ອ ລະກ້າວ, ມີຄວາມເປັນເອກະພາບທາງດ້ານການເມືອງແນວຄິດ ແລະ ການເຄື່ອນໄຫວຕາມແນວທາງ, ມະຕິຂອງພັກ ວາງອອກ. ສິ່ງສຳຄັນ ແມ່ນມາຮອດປັດຈຸບັນການເຄື່ອນໄຫວຂອງອົງການຈັດຕັ້ງກຳມະບານ ລາວ ໄດ້ມີການຂະຫຍາຍຕົວຫລາຍຮູບຫລາຍສີ ກວ່າເກົ່າ. ເພື່ອສືບຕໍ່ມູນເຊື້ອຜົນງານອັນໃຫຍ່ຫລວງ ຕະຫລອດໄລຍະຜ່ານມານັ້ນ, ອົງການຈັດຕັ້ງສະຫະພັນກຳມະບານລາວໃນໄລຍະໃໝ່ ສືບຕໍ່ເອົາໃຈ ໃສ່ສຶກສາອົບຮົມກຳມະກອນ, ລັດຖະກອນ ແລະ ຊາວຜູ້ອອກແຮງງານ ໃຫ້ມີຄວາມຕື່ນຕົວທາງດ້ານຊົນຊັ້ນ, ມີສະຕິອອກແຮງງານດ້ວຍສະມັດ ຕະ ພາບສູງ, ມີສະຕິ-ເປັນເຈົ້າການຖະໜອມ ແລະ ປົກປັກຮັກສາຊັບ ສົມບັດ ຂອງລັດ ແລະ ຂອງລວມໝູ່, ມີສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໄນ, ມີລະດັບການເມືອງ, ວັດທະນະທຳ, ວິທະຍາສາດເຕັກນິກສູງ ແລະ ມີ ຄວາມຊຳນິຊຳນານໃນວີຊາຊີບ, ມີແບບແຜນດຳລົງຊີວິດປອດໃສ ຂາວສະ ອາດ, ເຮັດວຽກຕາມວັດທະນະທຳອັນຈົບງາມ ທີ່ວ່າຕົນເພື່ອທຸກຄົນທຸກ ຄົນເພື່ອຕົນ. ໃນນັ້ນ ສຳຄັນທີ່ສຸດແມ່ນໂຄສະນາສຶກສາອົບຮົມກຳມະກອນ ແລະ ຊາວຜູ້ອອກແຮງງານໃຫ້ສຸມໃສ່ການບຳລຸງ, ເສີມຂະຫຍາຍປັດໄຈ ທີ່ຕັ້ງໜ້າ, ເດັດຂາດຕໍ່ສູ້ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ຝືນກັບຄຸນສົມ ບັດຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໃຫ້ໄດ້. ປຸກລະດົມ ແລະ ຈັດຕັ້ງຂະບວນການແຂ່ງຂັນ 2 ດີ 5 ເປັນເຈົ້າຂອງກຳມະບານລາວ ວາງອອກໃຫ້ດີ, ພ້ອມທັງເລັ່ງໃສ່ກໍ່ສ້າງ, ຄຸ້ມຄອງ ແລະ ແກ້ໄຂສິ່ງບໍ່ດີໃຫ້ ທັນເວລາ, ແທດເໝາະກັບຕົວຈິງ. ເປັນເຈົ້າການເບິ່ງແຍງຊີວິດການເປັນ ຢູ່ຂອງກຳມະກອນ, ປະກອບສ່ວນເຂົ້າໃນການລົບລ້າງຄວາມທຸກຍາກ ໃນຖັນແຖວກຳມະກອນ ແລະ ຊາວຜູ້ອອກແຮງງານ ຕາມແນວທາງ ນະ ໂຍບາຍຂອງພັກ. ຖືສຳຄັນການຍົກລະດັບຄວາມຮູ້ ຄວາມສາມາດຂອງກຳ ມະກອນ ແລະ ຊາວຜູ້ອອກແຮງງານ; ອອກແຮງກໍ່ສ້າງອົງການຈັດຕັ້ງກຳ ມະບານໃຫ້ນັບມື້ເຂັ້ມແຂງ, ໃນໄລຍະໃໝ່ຕ້ອງຮູ້ແຈ້ງກ່ຽວກັບທີ່ຕັ້ງຍຸດສາດ ຂອງວຽກງານກຳມະບານ ເຊິ່ງສຳຄັນທີ່ສຸດແມ່ນ ຄະນະພັກ-ອຳນາດການ ປົກຄອງທຸກຂັ້ນຕ້ອງເພີ່ມທະວີການຊີ້ນຳ ແລະ ສ້າງເງື່ອນໄຂອັນສະດວກ ໃຫ້ແກ່ອົງການຈັດຕັ້ງກຳມະບານເຂົ້າຮ່ວມໃນການຄຸ້ມຄອງຂອງລັດ, ຄຸ້ມ ຄອງເສດຖະກິດ, ຄຸ້ມຄອງສັງຄົມ ແລະ ອື່ນໆ. ຊົມເຊີຍວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68 ປີ ຢ່າງ ສຸດໃຈ ! ສຈ ດຣ ພູທອນ ເມືອງປາກ ປະທານ ອົງການກາແດງແຫ່ງຊາດລາວ, ມີປະທານອົງການກາແດງແຂວງ, ຫົວໜ້າອົງການກາແດງ 17 ແຂວງ ແລະ ນະຄອນຫລວງ, ມີບັນດາຮອງ ລັດຖະມົນຕີ, ພາກສ່ວນນັກທຸລະ ກິດ, ອົງການຈັດຕັ້ງສາກົນ ແລະ ພະນັກງານ, ອາສາສະໝັກກາແດງ ທົ່ວປະເທດເຂົ້າຮ່ວມ. ທ່ານ ຮອງຈັນ ຈັນທະວົງ ຮອງ ຫົວໜ້າຫ້ອງການກາແດງແຫ່ງຊາດ ລາວ ໄດ້ລາຍງານສະຫລຸບຕີລາຄາ, ການຈັດຕັ້ງ ແລະ ເຄື່ອນໄຫວວຽກ ງານກາແດງ ໃນໜຶ່ງປີຜ່ານມາໃນ ການຊ່ວຍເຫລືອປະຊາຊົນໃນປີ 2023 ປະສົບຜົນສຳເລັດຢ່າງ ຫລວງຫລາຍ, ພ້ອມທັງໄດ້ວາງທິດ ທາງແຜນການ ປະຈໍາປີ 2024. ໃນນີ້, ໄດ້ສຸມໃສ່ຈັດຕັ້ງປະຕິບັດເອົາ ໃຈໃສ່ຊ່ວຍປະຊາຊົນຜູ້ທຸກຍາກ ຂາດເຂີນ, ຜູ້ປ່ຽວພອຍດ້ອຍໂອກາດ ແລະ ຜູ້ປະສົບໄພ ເຊັ່ນ: ນ້ຳຖ້ວມ, ແຫ້ງແລ້ງ, ໄພໜາວ, ໄຟໄໝ້, ລົມພາ ຍຸ, ການແຜ່ລະບາດພະຍາດ ແລະ ອື່ນໆ ຕາມ 9 ໜ້າວຽກຕົ້ນຕໍ ຂອງ ອົງການກາແດງແຫ່ງຊາດລາວ ແລະ ປະຕິບັດຕາມ 7 ຫລັກການພື້ນ ຖານຂອງຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນໃນ ການເຄື່ອນໄຫວວຽກມະນຸດສະທຳ. ການຈັດຕັ້ງປະຕິບັດວຽກງານດັ່ງ ກ່າວ ໄດ້ປະສົບຜົນສຳເລັດຫລາຍ ດ້ານ ເຊັ່ນ: ໄດ້ເອົາໃຈໃສ່ຊ່ວຍເຫລືອ ປະຊາຊົນຜູ້ປະສົບໄພນ້ຳຖ້ວມ ໂດຍ ການນຳໃຊ້ເງິນສົດ ຢູ່ 02 ແຂວງ, 44 ບ້ານ 03 ເມືອງ, 4.125 ຄອບ ຄົວ, ພົນລະເມືອງ 20.930 ຄົນ, ເປັນມູນຄ່າ 9.389 ລ້ານກວ່າກີບ; ໄດ້ຊ່ວຍເຫລືອເຂົ້າສານຈຳນວນ 948 ກວ່າໂຕນ ໃຫ້ແກ່ປະຊາຊົນ ທີ່ຂາດເຂີນໃນ 4 ແຂວງ 221 ບ້ານ, 16 ເມືອງ, 17.516 ຄອບຄົວ, 109.778 ຄົນ; ຊ່ວຍເຫລືອເຕົາໄຟ ປະຢັດ ຈຳນວນ 29.782 ໝ່ວຍ ແລະ ເຄື່ອງກັ່ນຕອງນໍ້າ ຈຳນວນ 6.765 ໝ່ວຍ ໃຫ້ແກ່ປະຊາຊົນ 05 ແຂວງ, 288 ບ້ານ, 11 ເມືອງ, 30.116 ຄອບຄົວ, 30.116 ຄົນ, ລວມມູນຄ່າ541.400ໂດລາສະຫະ ລັດ ແລະ ຊ່ວຍເຫລືອຜ້າຫົ່ມໃຫ້ປະ ຊາຊົນຕ້ານໄພໝາວໃນ 4 ແຂວງ, ຈຳນວນ 4.000 ຜືນ, ລວມມູນຄ່າ 138.171 ໂດລາສະຫະລັດ. ນອກ ຈາກນັ້ນ, ບັນດາກາແດງແຂວງຍັງ ໄດ້ເອົາໃຈໃສ່ລະດົມທຶນເຂົ້າໃນການ ຊ່ວຍເຫລືອຜູ້ທຸກຍາກ, ປ່ຽວພອຍ ດ້ອຍໂອກາດ, ໄພໝາວ, ໄຟໄໝ້ ແລະລົມພາຍຸຢູ່17ແຂວງແລະນະ ຄອນຫລວງວຽງຈັນ ທັງໝົດ 180 ຄັ້ງ, 313 ບ້ານ, 4.234 ຄອບຄົວ, 23.291 ຄົນ, ຍິງ10.582 ຄົນ, ລວມມູນຄ່າ 3.214 ລ້ານກວ່າກີບ; ວຽກງານການປຸກລະດົມຂົນຂວາຍ ບໍລິຈາກເລືອດ ແລະ ການສະໜອງ ເລືອດທີ່ປອດໄພ ມີຜູ້ບໍລິຈາກເລືອດ ທັງໝົດ 73.023 ຖົງ. ໃນນີ້, ຢູ່ສູນ ກາງໄດ້ 36.115 ຖົງ ແລະ ທ້ອງ ຖິ່ນໄດ້ 36.908 ຖົງ, ຄາດໝາຍ ສູ້ຊົນປະຈຳປີ 2023 ໃຫ້ໄດ້ 73.000 ຖົງ, ແຕ່ປະຕິບັດຕົວຈິງ ລື່ນຄາດໝາຍ ໄດ້ 73.023 ຖົງ. ທົ່ວປະເທດສາມາດບັນລຸໄດ້ 100% ໃນກວດວິເຄາະເລືອດເຖິງ ຄວາມປອດໄພ ແລະ ແຈກຈ່າຍ ເລືອດໃຫ້ຄົນເຈັບ ທັງໝົດ 78.446 ຖົງ, ມີຄົນເຈັບໄດ້ຮັບການຊ່ວຍ ເຫລືອ ຈາກການໃສ່ເລືອດເປັນຈໍາ ນວນ 57.419 ຄົນ; ວຽກງານສົ່ງ ເສີມສຸຂະພາບຂັ້ນພື້ນຖານ ໄດ້ສ້ອມ ແປງລະບົບນໍ້າລິນ 11 ບ້ານ ແລະ ກໍ່ສ້າງວິດຖ່າຍ 6 ບ້ານ ຈໍານວນ 208 ໜ່ວຍ ໃນ 3 ເມືອງ, 2 ແຂວງ, ມີປະຊາຊົນຊົມໃຊ້ 5.125 ຄົນ, ຝຶກໂຄສະນາສົ່ງເສີມສຸຂະນາໄມ ການປ້ອງກັນພະຍາດ ເຊິ່ງມີຜູ້ຮ່ວມ ທັງໝົດ 31.119 ຄົນ ແລະ ຜະລິດ ນ້ຳສະອາດໃຫ້ແກ່ປະຊາຊົນທີ່ຖືກ ຮັບຜົນກະທົບຈາກນໍ້າຖ້ວມຢູ່4ບ້ານ ຂອງເມືອງນາກາຍ ແຂວງຄຳມ່ວນ ສາມາດຜະລິດນ້ຳໄດ້ 14.000 ລິດ ໃຫ້ 141 ຄອບຄົວຜູ້ທີ່ໄດ້ຮັບຜົນກະ ທົບ; ຝຶກອົບຮົມປະຖົມພະຍາບານໃຫ້ ອາສາສະໝັກ, ພະນັກງານກາແດງ, ນັກສຶກສາ ໄດ້ 2.980 ຄົນ ແລະ ບໍລິ ການປະຖົມພະຍາບານຮັບໃຊ້ໃນວັນ ສຳຄັນຂອງຊາດ ໄດ້ 4.014 ຄົນ; ໄດ້ເອົາໃຈໃສ່ຊ່ວຍເຫລືອຜູ້ປະສົບອຸ ບັດ ເຫດ 2.392 ຄັ້ງ, ຊ່ວຍຄົນເຈັບ 2.954 ຄົນ ແລະ ນຳສົ່ງຄົນເຈັບ ໄປໂຮງໝໍ1.835 ຄັ້ງ ແລະ ມີໜ່ວຍ ກູ້ໄພທັງໝົດ 9 ໜ່ວຍ, ຢູ່ສູນກາງ 1 ໜ່ວຍ ແລະ ຢູ່ແຂວງມີ 8 ໜ່ວຍ; ໄດ້ລົງໂຄສະນາພາລະບົດ, ກົດໝາຍ ກາແດງ ແລະ ຂະບວນການກາແດງ ສາກົນ ໃນທົ່ວປະເທດໄດ້ 119 ຄັ້ງ, ມີຜູ້ເຂົ້າຮ່ວມ 14.729 ຄົນ, ເຮັດພາລະບົດບາດ9ໜ້າວຽກຜ່ານ ສື່ໂທລະພາບ 198 ຄັ້ງ. ນອກນັ້ນ, ຍັງໄດ້ເອົາໃຈໃສ່ການລາຍງານຂໍ້ ມູນຂ່າວສານເຊັ່ນ: ໄດ້ຂຽນຂ່າວ, ຂຽນບົດອອກຂ່າວຜ່ານສື່ ຕ່າງໆ ເຊັ່ນ: ໂທລະພາບ, ວິທະຍຸ, ໜັງສືພິມ, ເວບໄຊ, ເຟສບຸກສື່ອອນລາຍຕ່າງໆ ທັງໝົດ 1.322 ຄັ້ງ, ພ້ອມທັງໄດ້ ຝຶກອົບຮົມການຂຽນຂ່າວ 1 ຄັ້ງ; ໄດ້ຂົນຂວາຍລະດົມທຶນຈາກພາຍ ໃນ ແລະ ຕ່າງປະເທດ, ຈາກຊັ້ນ ຕ່າງໆໄດ້ທັງໝົດ 8.631 ລ້ານ ກວ່າກີບ, 1.850 ໂດລາສະຫະລັດ, 5.560 ບາດ ແລະ ເປັນວັດຖຸຄິດ ໄລ່ເປັນມູນຄ່າ 7.276 ລ້ານກວ່າ ກີບ, 135.200 ໂດລາສະຫະລັດ, 292.440 ບາດ. ສ່ວນການສ້າງສະ ມາຊິກ ແລະ ອາສາສະໝັກກາແດງ ແມ່ນມີຄວາມຈຳເປັນໃນການປະ ກອບສ່ວນ ໃນວຽກງານກາແດງ ໂດຍໄດ້ສ້າງຖານຂໍ້ມູນອາສາສະ ໝັກກາແດງ ເຊິ່ງມີຜູ້ລົງທະບຽນໃສ່ ໃນຖານຂໍ້ມູນ ທັງໝົດ 446 ຄົນ, ອາ ສາສະໝັກ ສ ເກົາຫລີ ແລະ ອາສະ ໝັກອົງການກາແດງແຫ່ງຊາດລາວ ໄດ້ຊ່ວຍສ້ອມແປງໂຮງຮຽນ ໄດ້ 8 ແຫ່ງຂອງເມືອງປາກງື່ມ, ນະຄອນ ຫລວງວຽງຈັນ ແລະ ໄດ້ຕອບ-ຮັບ ຈົດໝາຍສືບທາວຫາຍາດຕິພີ່ນ້ອງ ທີ່ພັດພາກຈາກກັນ 3 ສະບັບ ແລະ ຮັບ-ສົ່ງ ຄຳຮ້ອງ 1. ອົງການກາແດງ ແຫ່ງຊາດລາວ ຍັງໄດ້ເອົາໃຈໃສ່ພົວພັນຮ່ວມມືສາ ກົນ ເພື່ອຍາດແຍ່ງເອົາທຶນມາພັດ ທະນາວຽກງານກາແດງ ເຊັ່ນ: ການ ຮ່ວມມືລະຫວ່າງ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ແລະ ລັດຖະບານ ສປປ ລາວ ເພື່ອສ້າງ ຕັ້ງຫ້ອງການຜູ້ຕາງໜ້າ ຢູ່ ສປປ ລາວ, ປະດັບຫລຽນກາມິດຕະພາບ ໃຫ້ສະພາກາແດງ ສສ ຫວຽດນາມ, ການນໍາ ແລະ ພະນັກງານໄດ້ເຂົ້າ ຮ່ວມກອງປະຊຸມຕ່າງປະເທດ 44 ເທື່ອຄົນ, ລົງນາມສັນຍາຄວາມ ເຂົ້າໃຈ 14 ສະບັບ ແລະ ເປັນມູນຄ່າ ການຊ່ວຍເຫລືອເປັນເງິນ524.294 ໂດລາສະຫະລັດ, 508.349 ຝຣັ່ງ ສະວິດສ, 387.940.000 ກີບ (ຫລື ຄິດເປັນເງິນໂດລາທັງໝົດ 1.141.303ໂດລາສະຫະລັດ), ກາ ແດງເພື່ອມິດ ແລະ ອົງການ ໃຫ້ການ (VOV) ພ້ອມຄະນະໃນໂອກາດ ເດີນທາງມາຢ້ຽມຢາມ, ເຄື່ອນໄຫວ ເຮັດວຽກ ແລະ ເຂົ້າຮ່ວມພິທີມອບຮັບໂຄງການປ່ຽນຖ່າຍອຸປະກອນ ເຕັກນິກໃຫ້ວິທະຍຸກະຈາຍສຽງ ແຫ່ງຊາດລາວ. ໂອກາດດັ່ງກ່າວ, ທ່ານ ນາງ ສວນສະຫວັນ ວິຍະເກດໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຕີລາຄາ ສູງຕໍ່ທ່ານ ເຈີ່ນ ມິງ ຮຸ່ງ ທີ່ໄດ້ນຳພາ ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈ ຕໍ່ລັດຖະບານຫວຽດນາມ ກໍຄື ວິທະ ຍຸກະຈາຍສຽງຫວຽດນາມ ທີ່ໄດ້ ໃຫ້ການສະໜັບສະໜູນຊ່ວຍເຫລືອ ແກ່ ສປປ ລາວ ໃນຫລາຍຂະແໜງ ການໂດຍສະເພາະຂະແໜງສື່ມວນ ຊົນມາໂດຍຕະຫລອດ ເຊິ່ງເປັນການ ປະກອບສ່ວນອັນສຳຄັນເຂົ້າໃນ ການເສີມຂະຫຍາຍສາຍພົວພັນມິດ ຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະລະຫວ່າງ ສອງຂະ ແໜງການສື່ມວນຊົນ ກໍຄື ວິທະຍຸກະ ຈາຍສຽງແຫ່ງຊາດ ລາວ-ຫວຽດ ນາມ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ແບບນີ້ຕະ ຫລອດໄປໃນອະນາຄົດ ແລະ ຍາວ ນານ ແນໃສ່ເຮັດໃຫ້ການພົວພັນ ຮ່ວມມືດ້ານວຽກງານສື່ມວນຊົນ ຂອງສອງປະເທດມີການພົວພັນແບບ ກົມກຽວ, ຕໍ່ເນື່ອງ ແລະ ຍາວນານ. ທ່ານ ເຈີ່ນ ມິງ ຮຸ່ງ ກໍໄດ້ສະ ແດງຄວາມຂອບໃຈຕໍ່ທ່ານ ນາງ ສວນສະຫວັນ ວິຍະເກດ ທີ່ໄດ້ໃຫ້ ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງຂອງການ ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານລັດຖະມົນຕີຮັບ ຊາບ ເຊິ່ງການເດີນທາງມາ ສປປ ລາວ ໃນຄັ້ງນີ້ ຖືເປັນນິມິດໝາຍອັນ ດີເຮັດໃຫ້ການພົວພັນຮ່ວມມືດ້ານ ວຽກງານຕ່າງໆລະຫວ່າງສອງປະ ເທດໄດ້ຮັບການພັດທະນາ ໂດຍສະ ເພາະວຽກງານຖະແຫລງຂ່າວວັດ ທະນະທຳ ແລະ ທ່ອງທ່ຽວ ເວົ້າສະ ເພາະວຽກງານສື່ມວນຊົນ ກໍຄືລະ ຫວ່າງ ສອງສະຖານິວິທະຍຸຫວຽດ ນາມ-ລາວ ໃຫ້ມີຄວາມແໜ້ນແຟ້ນ ຂຶ້ນໄປເລື້ອຍໆ ແລະ ສືບຕໍ່ໃຫ້ການ ຊ່ວຍເຫລືອ, ແລກປ່ຽນຂໍ້ມູນຂ່າວ ສານ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຕະຫອດໄປ. ຂ່າວ: ທະນູທອງ, ພາບ: ຂັນໄຊ ທັງໄດ້ແຈ້ງໃຫ້ຊາບໂດຍຫຍໍ້ການ ພັດທະນາເສດຖະກິດຂອງແຂວງ ຫລວງພະບາງ ໃຫ້ຄະນະຜູ້ແທນ ຊາບ. ພ້ອມນັ້ນ, ຍັງໄດ້ຊົມເຊີຍຕໍ່ການ ພົວພັນຮ່ວມມື ລະຫ່ວາງ ສະມາຄົມ ມິດຕະພາບ ລາວ-ຍີ່ປຸ່ນ ແລະ ສະ ມາຄົມມິດຕະພາບນັນໂຕະ-ລາວ ທີ່ມີມາແຕ່ດົນນານ ໄດ້ເຮັດບົດ ບາດໃນການຊຸກຍູ້ການພົວພັນດ້ານ ຕ່າງໆ ຂອງ ສປປ ລາວ ແລະ ຍີ່ປຸ່ນ, ເຊິ່ງໄດ້ປະກອບສ່ວນເຂົ້າໃນການ ສ້າງສາພັດທະນາຢູ່ສປປລາວໂດຍ ສະເພາະດ້ານການສຶກສາ, ສາທາ ລະນະສຸກ ແລະ ແກ້ໄຂຄວາມທຸກ ຍາກ, ທັງສະໜັບສະໜູນ ແລະ ຊຸກ ຍູ້ການພົວພັນຮ່ວມມືໃນຂົງເຂດ ການຄ້າ, ການສຶກສາ, ວັດທະນະ ທຳ, ການທ່ອງທ່ຽວ ແລະ ອື່ນໆເພື່ອ ນຳເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດ ລາວ-ຍີ່ປຸ່ນ. ທ່ານ ທາເກດະ ຊິນນິຊິ ຮອງປະ ທານສະມາຄົມມິດຕະພາບນັນໂຕະລາວ ໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບ ອຸ່ນ ແລະ ໄດ້ລາຍງານການເຄື່ອນ ໄຫວຂອງສະມາຄົມມິດຕະພາບ ນັນໂຕະ-ລາວ ໂດຍຫຍໍ້ໃຫ້ຊາບ ພ້ອມທັງຢືນຢັນຈະສືບຕໍ່ການພົວພັນ ຮ່ວມມື ກັບ ສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ ໃນການປະຕິບັດພາລະ ບົດບາດປະກອບສ່ວນວຽກງານ ການທູດປະຊາຊົນ ເພື່ອເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມເພື່ອນຳເອົາ ຜົນປະໂຫຍດມາສູ່ປະຊາຊົນສອງ ຊາດ ລາວ ແລະ ຍີ່ປຸ່ນ. ໃນຕອນຄ່ຳຂອງວັນທີ 26 ມັງ ກອນ 2024, ສະມາຄົມມິດຕະພາບ ນັນໂຕະ-ລາວ ໄດ້ຈັດງານລ້ຽງສະ ເຫລີມສະຫລອງວັນສ້າງຕັ້ງສະ ມາຄົມມິດຕະພາບນັນໂຕະ-ລາວ ຄົບຮອບ 20 ປີ ໂດຍມີທ່ານ ທາ ເກດະ ຊິນນິຊິ ຮອງປະທານສະມາ ຄົມມິດຕະພາບນັນໂຕະ-ລາວ, ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະລັດ ຖະທູດວິສາມັນຜູ້ມີອຳນາດເຕັມ ຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ປະທານ ສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ທ່ານ ຄຳພັນ ສິດທິດຳພາ ເຈົ້າ ແຂວງວຽງຈັນ, ພ້ອມດ້ວຍຄະນະ ບໍລິຫານງານສອງສະມາຄົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ຂ່າວ-ພາບ:ຄຕພ ແລັມປິກ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ. ທ່ານ ພຸດ ສິມມາລາວົງ ກ່າວ ວ່າ: ກອງປະຊຸມຄັ້ງນີ້ ແມ່ນເພື່ອທົບ ທວນຄືນ ສິ່ງທີ່ພວກເຮົາປະຕິບັດ ໄດ້ ແລະ ຍັງເຮັດບໍ່ໄດ້ໃນແຜນການ ປີ 2023 ເພື່ອພ້ອມກັນໃນການປັບ ປຸງແກ້ໄຂ, ເສີມຂະຫຍາຍ ແລະ ວາງແຜນການເຄື່ອນໄຫວປະຈຳປີ 2024. ໃນປີ 2024 ນີ້ ຈະມີລາຍ ການແຂ່ງຂັນຫລາຍລາຍການທີ່ ສປປ ລາວ ຈະໄດ້ເຂົ້າຮ່ວມເປັນຕົ້ນ ການແຂ່ງຂັນໃນງານໂອແລັມປິກ 2024 ທີ່ກຸງປາຣີ ປະເທດຝຣັ່ງ ແລະ ລາຍການໃນລະດັບອະນຸພາກ ພື້ນ ແລະ ສາກົນ ຈຳນວນໜຶ່ງ. ກອງ ປະຊຸມຍັງໄດ້ຮັບຟັງການລາຍງານ ຜົນສຳເລັດການເຄື່ອນໄຫວປະຈຳປີ 2023 ແລະ ແຜນການເຄື່ອນໄຫວປີ 2024, ການລາຍງານການເງິນ ຄອລ, ການຈັດຕັ້ງປະຕິບັດກອງທຶນ ສົ່ງເສີມກິລາສູ່ໂອແລັມປິກ, ທັງມີ ການປະກອບຄຳເຫັນ ຂອງສະຫະ ພັນກິລາຈຳນວນໜຶ່ງ ເພື່ອເຮັດໃຫ້ ກອງປະຊຸມໃນຄັ້ງນີ້ດຳເນີນໄປຕາມ ຈຸດປະສົງ ແລະ ເປົ້າໝາຍ ຈຶ່ງຮຽກ ຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມ ເອົາໃຈໃສ່ເຊີດຊູຄວາມເປັນເຈົ້າ ການໃນການປະກອບຄຳຄິດຄຳ ເຫັນທີ່ສ້າງສັນ-ກົງໄປກົງມາ, ນອກ ຈາກຈະສະເໜີບັນຫາແລ້ວໃຫ້ພ້ອມ ກັນແນະນຳວິທີແກ້ໄຂ ເພື່ອສົ່ງເສີມ ໃຫ້ບັນຍາກາດວຽກງານກິລາ ທັງ ພາຍໃນ ແລະ ຕ່າງປະເທດໃຫ້ເປັນ ຂະບວນຟົດຟື້ນກວ່າເກົ່າ ຕິດພັນກັບ ການສົ່ງເສີມກິລາທ້ອງຖິ່ນ ແລະ ການທ່ອງທ່ຽວ ໃນປີ 2024 ນີ້. ພິ ເສດທ່ານລັດຖະມົນຕີ ໄດ້ຮຽກຮ້ອງ ໃຫ້ແຕ່ລະສະຫະພັນ ໃຫ້ມີແຜນການ ເຄື່ອນໄຫວປະຈຳປີ. ໃນໂອກາດນີ້, ທ່ານ ແສງພອນ ພົນອາມາດ ຮອງປະທານ-ເລຂາທິ ການ ຄອລ ໄດ້ຊີ້ໃຫ້ເຫັນວ່າ: ໃນໜຶ່ງ ປີຜ່ານມາ ຄອລ ໄດ້ນຳພາ-ຊີ້ນຳ ຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວປະຈຳປີ 2023 ມີຜົນສຳເລັດ ຫລາຍດ້ານ ເຊັ່ນ: ສຳເລັດການສົ່ງ ຂໍ້ມູນຊີວະປະຫວັດທ່ານປະທານ, ຮອງປະທານ ແລະ ເລຂາທິການ ຄອລ ຊຸດທີ 8 ໃຫ້ຄະນະກຳມະການ ໂອແລັມປິກສາກົນ (IOC), ຄະນະ ກໍາມະການໂອແລັມປິກແຫ່ງຊາດ (ANOC) ແລະ ລົງເວັບໄຊຂອງ ຄອລ ແລະ ປັບປຸງບັນດາກຳມະ ການຝ່າຍຕ່າງໆຂອງ ຄອລ ແລະ ປັບປຸງລະບຽບກຳນົດການໃຊ້ຈ່າຍ ເງິນບໍລິຫານຂອງ ຄອລ, ໄດ້ຈັດພິ ທີສະຫລຸບຍ້ອງຍໍຜົນສຳເລັດການ ເຂົ້າຮ່ວມງານກິລາຊີເກມ ຄັ້ງທີ 32 ທີ່ຣາຊະອານາຈັກກຳປູເຈຍ ແລະ ເອຊຽນເກມຄັ້ງທີ19ທີ່ຫາງໂຈສປ ຈີນ, ໄດ້ປັບປຸງ ແລະ ຍົກລະດັບຖານ ຂໍ້ມູນ ຄອລ ລົງໃນWebsite ແລະ Facebook page ຂອງ ຄອລ. ສະໜັບສະໜູນໂຄງການ ເປັນມູນຄ່າ 1.062.201 ໂດລາສະຫະລັດ ແລະ ສະພາກຊາດໄທຊ່ວຍເຫລືອ ເປັນ ມູນຄ່າທັງໝົດ 1.998.000 ບາດ. ຂ່າວ ສົມຫວັງ, ພາບ ຂັນໄຊ ຫລາຍຂຶ້ນ, ປູກຈິດສໍານຶກໃຫ້ເຍົາວະ ຊົນຊາວໜຸ່ມໃຫ້ຮັບຮູ້ເຂົ້າໃຈ ແລະ ເຫັນ ໄດ້ເຖິງຄວາມສໍາຄັນຂອງການບໍລິ ຈາກເລືອດແບບສະໝັກໃຈ ແລະ ຕ້ອງ ມີນະໂຍບາຍຕໍ່ຜູ້ມີຜົນງານໃນການປຸກ ລະດົມຂົນຂວາຍເກັ່ງ, ຕໍ່ຜູ້ມາບໍລິຈາກ ເລືອດຫລາຍຄັ້ງ ບໍ່ຫວັງສິ່ງຕອບແທນ ດ້ວຍຮູບການຕ່າງໆຢ່າງເໝາະສົມ. ພ້ອມນີ້, ອົງການກາແດງຕ້ອງໄດ້ ບໍາລຸງສ້າງພະນັກງານໃຫ້ມີຄວາມຮູ້, ຄວາມສາມາດ, ມີທັກສະໃນການຄຸ້ມ ຄອງບໍລິຫານແຜນງານໂຄງການ ຕ່າງໆ,ການຫລຸດຜ່ອນຄວາມສ່ຽງໄພພິ ບັດ, ການກູ້ໄພສຸກເສີນ, ການປະຖົມພະ ຍາບານ ແລະ ວຽກງານອື່ນໆທີ່ຕິດພັນ ກັບ 9 ວຽກງານຫລັກຂອງອົງການ ກາແດງແຫ່ງຊາດລາວ; ຕ້ອງໄດ້ສ້າງ ອາສາສະໝັກກາແດງ, ສະມາຊິກກາ ແດງໃຫ້ໄດ້ຫລາຍຈາກສາຍວິຊາອາ ຊີບຕ່າງໆ ແລະ ອາສາສະໝັກຊາວໜຸ່ມ ໂດຍສະເພາະຢູ່ທ້ອງຖິ່ນ, ຊຸມຊົນຕ່າງໆ, ຝຶກອົບຮົມໃຫ້ເຂົາເຈົ້າມີຈິດໃຈເມດຕາ ທຳ, ມີຈິດໃຈມະນຸດສະທໍາອັນສູງສົ່ງ, ມີຄຸນສົມບັດສິນທໍາ, ມີຈັນຍາທໍາ ແລະ ມີຄວາມຮັບຜິດຊອບສູງ, ມີຄວາມ ປອດໃສຂາວສະອາດ ທັງມີຄວາມເສຍ ສະລະ, ມີຄວາມຕື່ນຕົວສະໝັກໃຈເຂົ້າ ຮ່ວມເປັນກຳລັງແຮງໃນຂະບວນການ ເຄື່ອນໄຫວວຽກງານມະນຸດສະທຳ ຂອງອົງການກາແດງແຫ່ງຊາດລາວ ໃນເວລາມີຄວາມຕ້ອງການ; ເອົາໃຈໃສ່ ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ອົງການຂອງພວກເຮົາມີຄວາມ ເຂັ້ມແຂງ, ປັບປຸງການຈັດຕັ້ງ, ໂຄງປະ ກອບການຈັດຕັ້ງ ຕາມດຳລັດເລກທີ 22/ນຍ, ລົງວັນທີ 28 ມັງກອນ 2022 ໃຫ້ສຳເລັດ ທັງສູນກາງ ແລະ ທ້ອງ ຖິ່ນ, ບັນຈຸສັບຊ້ອນພະນັກງານຕາມຕຳ ແໜ່ງງານທີ່ກະຊວງພາຍໃນໄດ້ຮັບ ຮອງໃຫ້ເປັນລະບົບຄົບຊຸດ, ໃຫ້ມີຄວາມ ເຂັ້ມແຂງ ເພື່ອຮອງຮັບພາລະໜ້າທີ່, ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ ມີປະສິດທິຜົນສູງຂຶ້ນກວ່າເກົ່າ; ກົນ ໄກການປະສານງານພາຍໃນອົງການ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມ ເຂັ້ມແຂງ, ເປັນລະບົບເຊື່ອມຈອດກັນ, ມີຄວາມຄ່ອງຕົວ ແລະ ວ່ອງໄວ; ການ ປະສານງານກັບອົງການປະສານສົມ ທົບ ເປັນຕົ້ນຂະແໜງການຂອງລັດ, ອົງ ການປົກຄອງແຕ່ລະຂັ້ນ, ການຈັດຕັ້ງ ສັງຄົມ, ພາກສ່ວນກ່ຽວຂ້ອງ, ຜູ້ຊົງຄຸນ ວຸດທິໃຫ້ໂລ່ງລ່ຽນ ຮັດແໜ້ນຄວາມສາ ມັກຄີ ເພື່ອເພີ່ມທະວີການມີສ່ວນຮ່ວມ ຂອງສັງຄົມໃຫ້ກວ້າງຂວາງ; ຕ້ອງເພີ່ມ ທະວີການເຜີຍແຜ່ກົດໝາຍ, ດໍາລັດ, ພາລະບົດບາດ, ໜ້າທີ່ຂອງອົງການກາ ແດງແຫ່ງຊາດລາວ ໃຫ້ເປັນທີ່ຮັບຮູ້ເຂົ້າ ໃຈຢ່າງເລິກເຊິ່ງ ແລະ ກວ້າງຂວາງທົ່ວ ສັງຄົມ ເພື່ອຍົກບົດບາດຂອງອົງການ ກາແດງແຫ່ງຊາດລາວ ໃຫ້ສູງຂຶ້ນ ໂດຍສະເພາະແມ່ນດຳລັດວ່າດ້ວຍກອງ ທຶນສຸກເສີນ ແລະ ດຳລັດວ່າດ້ວຍກອງ ທຶນເລືອດ ເຊິ່ງຫາກໍໄດ້ຮັບຮອງຈາກ ລັດຖະບານໃນເດືອນ ສິງ ຫາ ປີ 2023 ຜ່ານມານີ້. ຂະນະດຽວກັນ, ບັນດາຂະແໜງ ການຂອງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການປົກ ຄອງທ້ອງຖິ່່ນ, ການຈັດຕັ້ງສັງຄົມ ແລະ ພາກສ່ວນກ່ຽວຂ້ອງ ເຊິ່ງແມ່ນອົງ ການປະສານສົມທົບກັບວຽກງານກາ ແດງລາວ ກໍຕ້ອງໄດ້ເຮັດໜ້າທີ່ຕາມພາ ລະບົດບາດຂອງຕົນ ທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍວຽກງານກາແດງ ລາວ ແນໃສ່ສົ່ງເສີມ, ໃຫ້ຄໍາປຶກສາ, ປະ ສານສົມທົບ, ແລກປ່ຽນຂໍ້ມູນຂ່າວສານ, ເຕັກນິກວິຊາການ, ສະໜັບສະໜູນ, ອໍານວຍຄວາມສະດວກ, ຊ່ວຍໂຄສະ ນາ, ປຸກລະດົມຂົນຂວາຍທຸກຊັ້ນຄົນໃນ ສັງຄົມເຂົ້າຮ່ວມ ແລະ ປະກອບສ່ວນ ເຂົ້າໃນຂະບວນການເຄື່ອນໄຫວວຽກ ງານກາແດງລາວ; ສະເພາະງົບປະ ມານຮັບໃຊ້ວຽກງານເລືອດຕ້ອງໄດ້ ສຸມໃສ່ຈັດຕັ້ງປະຕິບັດດຳລັດວ່າດ້ວຍ ກອງທຶນເລືອດ ໃຫ້ເປັນຮູບປະທຳທັງ ສູນກາງ ແລະ ທ້ອງຖິ່ນ. ລັດຖະບານກໍ ຈະໄດ້ພິຈາລະນາຊອກແຫລ່ງທຶນ ເພື່ອ ສະໜອງໃຫ້ແກ່ການຈັດຫາອຸປະກອນ ທີ່ຈຳເປັນ ເປັນຕົ້ນ ຖົງໃສ່ເລືອດນໍ້າ ຢາ ກວດວິເຄາະພະຍາດຢູ່ໃນເລືອດເພື່ອ ໃຫ້ມີເລືອດພຽງພໍ ແລະ ປອດໄພບໍລິ ການໃຫ້ແກ່ສັງຄົມ, ໃນປີ 2023 ຜ່ານ ມາ, ລັດຖະບານກໍໄດ້ເພີ່ມງົບປະມານ ຈາກລາຍຮັບເກີນແຜນໃຫ້ແກ່ວຽກ ງານເລືອດຕື່ມອີກ 25 ຕື້ກີບ. ພ້ອມກັນນີ້,ວຽກງານພົວພັນຮ່ວມມື ກັບຄູ່ຮ່ວມງານພາຍໃນ ແລະ ພາຍ ນອກ, ອົງການຈັດຕັ້ງສາກົນ, ກາແດງ ເພື່ອນມິດ, ຄະນະກໍາມະການກາແດງ ສາກົນ, ສະຫະພັນກາແດງ ແລະ ຊີກ ວົງເດືອນແດງສາກົນ ຖືວ່າເປັນວຽກ ໜຶ່ງທີ່ສຳຄັນ ເຊິ່ງຕ້ອງໄດ້ເສີມຂະຫຍາຍ ໃຫ້ກວ້າງຂວາງ ໜັກແໜ້ນ ຂຶ້ນຕື່ມບົນ ພື້ນຖານແນວທາງການຕ່າງປະເທດ ຂອງພັກຂອງລັດຖະບານ. ໃນປີ 2025 ຈະມານີ້, ລັດຖະບານໄດ້ເຫັນດີອະນຸ ມັດໃຫ້ອົງການກາແດງແຫ່ງຊາດລາວ ເປັນເຈົ້າພາບຈັດກອງປະຊຸມຜູ້ນຳກາ ແດງ ແລະ ຊີກວົງເດືອນແດງ ຂອງກຸ່ມ ປະເທດອາຊີຕາເວັນອອກສ່ຽງໃຕ້ ຕາມ ລຳດັບການໝູນວຽນຂອງຕົວອັກສອນ ພາສາອັງກິດຂອງຊື່ປະເທດ ແລະ ກໍ ແມ່ນປີຄົບຮອບ 70 ປີ ວັນສ້າງຕັ້ງອົງ ການກາແດງແຫ່ງຊາດລາວ. ສະນັ້ນ, ຕ້ອງໄດ້ມີການຫ້າງຫາກະກຽມໃຫ້ດີ ແຕ່ດຽວນີ້ ເປັນຕົ້ນ ການສ້າງຂະບວນ ການໂຄສະນາ, ການຂົນຂວາຍແຫລ່ງ ທຶນ, ຂົນຂວາຍສະມາຊິກ ອາສາສະໝັກ ໃຫ້ຫລາຍຂຶ້ນ ແລະ ວຽກງານອື່ນທີ່ຕິດ ພັນກັບ 2 ເຫດການສຳຄັນນີ້, ເຊື້ອເຊີນ ເອົາຜູ້ຊົງຄຸນວຸດທິທີ່ສະໝັກໃຈເຮັດ ວຽກເພື່ອສັງຄົມມາຮ່ວມເຄື່ອນໄຫວ ວຽກງານນຳ ຈຶ່ງຈະຊ່ວຍໃຫ້ພວກເຮົາ ມີຜົນສຳເລັດຢ່າງຈົບງາມ. ຂ່າວ: ສົມຫວັງ, ພາບ: ຂັນໄຊ
RkJQdWJsaXNoZXIy MTc3MTYxMQ==