5801

xtgmf]k; 6 31/01/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme ໂດຍ: ກິດຕິສັກ ບົວໄລ [h kookcdj o7e 9a f[5 oxtgrou 0v'gzqj kdb ,d5 c]t gzqj kvy ;,Po ໂດຍ: ເກີດຂວັນໃຈ ມາລີຈັນສີ wm{s;Pfok, Ia [oa dmj v'mj P;s]kpmuj l5 f.ovk-Po * 10 ປະເທດສະມາຊິກອາຊຽນ ຢືນຢັນຮ່ວມກັນເນັ້ນການທ່ອງທ່ຽວ ແບບຍືນຍົງອະນາຄົດໂດຍໝູນໃຊ້ ຊັບພະຍາກອນຢ່າງລະມັດລະວັງ ແລະ ໃຫ້ເກີດຜົນປະໂຫຍດສູງ, ຄາດວ່າພາຍໃນປີ 2024 ອາຊຽນ ຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ ໄດ້ປະມານ 80 ລ້ານກວ່າຄົນ. ກອງປະຊຸມທ່ອງທ່ຽວອາຊຽນ 2024 (ASEAN Tourism Forum 2024) ຫລື ATF ໂດຍ ສປປ ລາວ ເປັນເຈົ້າພາບ ໄດ້ປິດລົງ ດ້ວຍຜົນສຳເລັດອັນຈົບງາມ ໃນວັນ ທີ26ມັງກອນ2024,ພາຍຫລັງໄຂ ຂຶ້ນຢ່າງເປັນທາງການນັບແຕ່ວັນ ທີ 24 ມັງກອນຢູ່ນະຄອນຫລວງ ວຽງຈັນ, ສປປ ລາວ ໂດຍມີທ່ານ ນາງ ສວນສະຫວັນ ວິຍະເກດ ລັດ ຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳແລະທ່ອງທ່ຽວ,ທ່ານ ກາວ ຄິມ ຮຸນ ເລຂາທິການໃຫຍ່ ອາຊຽນ, ມີບັນດາລັດຖະມົນຕີີທ່ອງ ທ່ຽວອາຊຽນ ແລະ ປະເທດຄູ່ຮ່ວມ ເຈລະຈາ, ລັດຖະມົນຕີທ່ອງທ່ຽວ ຈາກຕີມໍແລັດສະເຕ ໃນຖານະປະ ເທດຜູ້ສັງເກດການ ແລະ ຄະນະຜູ້ ແທນຈາກອົງການຈັດຕັ້ງສາກົນ ເຂົ້າຮ່ວມ. ລະຫວ່າງກອງປະຊຸມທ່ອງທ່ຽວ ອາຊຽນ ໄດ້ມີການລາຍງານວ່າ: ອຸດສາຫະກໍາທ່ອງທ່ຽວໃນອາຊຽນ ພວມຄຶກຄັກເປັນພິເສດ ອັນເປັນຜົນ ມາຈາກພະຍາດໂຄວິດໄດ້ຈາງຫາຍ ໄປຕາມການເວລາ ແລະ ສິ່ງສໍາຄັນ ອາຊຽນເປັນຂົງທີ່ມີຄວາມສັນຕິ ພາບ,ມີຄວາມສະຫງົບ,ມີຂະນົບທໍາ ນຽມ ແລະ ວັດທະນະທໍາຮີດຄອງ ປະເພນີດີງາມ, ມີແຫລ່ງທ່ອງທ່ຽວ ດ້ານປະຫັວດສາດ ທໍາມະຊາດ ແລະ ວິຖີຊີວິດດັ້ງເດີມ ເຊິ່ງໄດ້ເຮັດ ໃຫ້ນັກທ່ອງທ່ຽວສົນໃຈຢາກມາ ສໍາຜັດ ແລະ ຄົ້ນຫາ. ແນວໃດກໍດີ ຈາກຂໍ້ມູນຂອງສື່ທີເອັນເອັນໄທ ໄດ້ມີການເປີດເຜີຍ ວ່າໃນປີ 2023 ມີໄດ້ການຈັດອັນດັບຈໍານວນນັກ ທ່ອງທ່ຽວເຂົ້າມາອາຊຽນດັ່ງນີ້: ອັນທີ 1 ແມ່ນໄທ ມີນັກທ່ອງທ່ຽວ ເຂົ້າໄປຢ້ຽມເຖິງ 28 ລ້ານຄົນ, ທີ 2 ແມ່ນຫວຽດນາມ ມີ 12 ລ້ານ ກວ່າຄົນ, ທີ 3 ສິງກະໂປ 12 ລ້ານ ຄົນ, ທີ 4-5 ແມ່ນກໍາປູເຈຍ ແລະ ລະບຸໄວ້ໃນແຜນຍຸດທະສາດການ ທ່ອງທ່ຽວອາຊຽນ 2016-2025 ພ້ອມທັງບັນດາກິດຈະກຳບຸລິມະສິດ ຫລັກຕ່າງໆ ໃນປີ 2023-2024 ເພື່ອຊຸກຍູ້ການຟື້ນຟູຂະແໜງການ ທ່ອງທ່ຽວໃຫ້ກັບຄືນສູ່ສະພາບປົກ ກະຕິໂດຍໄວພາຍໃຕ້ຄຳຂວັນ“ການ ທ່ອງທ່ຽວທີ່ມີຄຸນນະພາບ ແລະ ມີ ຄວາມຮັບຜິດຊອບ ເພື່ອເຮັດໃຫ້ອາ ຊຽນມີຄວາມຍືນຍົງໃນອະນາຄົດ” ພ້ອມທັງ ເນັ້ນໜັກເຖິງຄວາມສຳຄັນ ໃນການຊຸກຍູ້ການຮ່ວມມືຢ່າງແໜ້ນ ແຟ້ນ ລະຫວ່າງ ບັນດາປະເທດສະ ມາຊິກອາຊຽນ ໃນທຸກຂະແໜງ ການທີ່ກ່ຽວຂ້ອງ ເພື່ອຮັບປະກັນ ຄວາມຍືນຍົງ ແລະ ການເຕີບໂຕ ຂອງການທ່ອງທ່ຽວອາຊຽນ ແລະ ໄດ້ຮຽກຮ້ອງໃຫ້ບັນດາປະເທດ ສະມາຊິກອາຊຽນ ສືບຕໍ່ຈັດຕັ້ງປະ ຕິບັດບັນດາກິດຈະກຳ ທີ່ນອນຢູ່ໃນ ແຜນຍຸດທະສາດການທ່ອງທ່ຽວ ອາຊຽນ 2016-2025 ຕາມແຜນ ທີ່ໄດ້ກຳນົດໄວ້ ໃນການສ້າງແຜນ ຍຸດທະສາດການທ່ອງທ່ຽວອາຊຽນ ຫລັງປີ 2025 ແລະ ໄດ້ຕົກລົງມອບ ໝາຍ ໃຫ້ເຈົ້າໜ້າທີ່ອາວຸໂສທ່ອງ ທ່ຽວອາຊຽນ ເລີ່ມສ້າງແຜນຍຸດທະ ສາດຕໍ່ໄປ ໃນປີ 2024 ໂດຍມີການ ປຶກສາຫາລືກັບທຸກພາກສ່ວນທີ່ ກ່ຽວຂ້ອງ ແລະ ຂະແໜງການອື່ນໆ ຂອງອາຊຽນ ລວມທັງພາກທຸລະ ກິດ ແລະ ສະຖາບັນການສືກສາ. ທ່ານນາງ ສວນສະຫວັນ ວິຍະ ເກດ ໄດ້ລາຍງານໃຫ້ຮູ້ວ່າ: ສປປ ລາວ ຕີຄາສູງຕໍ່ຜົນສຳເລັດຂອງ ການຈັດມະຫະກຳການທ່ອງທ່ຽວ ອາຊຽນ 2024 ພາຍໃຕ້ຫົວຂໍ້: “ການທ່ອງທ່ຽວທີ່ມີຄຸນນະພາບ ແລະ ມີຄວາມຮັບຜິດຊອບ ເພື່ອ ຄວາມຍືນຍົງຂອງອາຊຽນ” ບົນ ພື້ນຖານການຮ່ວມມືຂອງບັນດາປະ ເທດສະມາຊິກອາຊຽນ, ບັນດາປະ ເທດຄູ່ຮ່ວມເຈລະຈາ ແລະ ທຸກພາກ ສ່ວນທີ່ກ່ຽວຂ້ອງ. ບັນດາທ່ານລັດ ຖະມົນຕີອາຊຽນ ໄດ້ຮຽກຮ້ອງມາ ຍັງທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງສືບ ຕໍ່ໃຫ້ການສະໜັບສະໜູນ ແລະ ໃຫ້ ການຮ່ວມມືໃນດ້ານຕ່າງໆ ແນໃສ່ ຟື້ນຟູອຸດສາຫະກຳທ່ອງທ່ຽວ ໃນ ພາກພື້ນໃຫ້ມີບັນຍາກາດໃໝ່ ແລະ ເຮັດໃຫ້ນັກທ່ອງທ່ຽວພາຍໃນພາກ ພື້ນ ແລະ ທົ່ວໂລກເດີນທາງ ເພື່ອພັກ ຜ່ອນຢ້ຽມຢາມສະຖານທີ່ຕ່າງໆ ເພື່ອຄົ້ນຫາປະສົບການໃໝ່ໆ ຢ່າງ ສະດວກສະບາຍ ແລະ ປະທັບໃຈ ຕະຫລອດການເດີນທາງ. ສະເພາະ ສປປ ລາວ ເອງກໍໄດ້ ວາງຄາດໝາຍ ໄວ້ວ່າ: ຈະສູ້ຊົນດຶງ ດູດນັກທ່ອງທ່ຽວໃຫ້ປະມານ 3 ລ້ານຄົນໃນປີ 2024 . * ບ້ານນາແກ່ນຄໍາ ທີ່ຂຶ້ນກັບ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ ສະເຫລີມສະຫລອງສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ຂອງເຜົ່າກຶມມຸ ຄື ບຸນປົດປີ ຫລື ບຸນເກຣີ ແລະ ບຸນກິນ ຈຽງຂອງເຜົ່າອິວມຽນ ພາຍຫລັງ ທີ່ສຳເລັດການເກັບກູ້ມ້ຽນມັດເຂົ້າ ໄຮ່ເຂົ້ານາ, ເຜືອກມັນ ແລະ ຜົນລະ ປູກອື່ນໆ ເປັນທີ່ຮຽບຮ້ອຍ ໂດຍໃຫ້ ກຽດເຂົ້າຮ່ວມຂອງ ທ່ານ ຈັນເພັງ ອູ່ທອງຄຳ ຮອງເຈົ້າເມືອງຫົງ ສາ ພ້ອມດ້ວຍການນຳຂອງເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງ ຫລວງຫລາຍ. ການຈັດບຸນປະເພນີດັ່ງກ່າວ ແມ່ນຈັດຂຶ້ນເປັນປະຈຳຂອງທຸກໆ ປີ ເພື່ອສົ່ງທ້າຍປີເກົ່າ ປັດເປົ່າສິ່ງ ບໍ່ດີໃນໄລຍະ 1 ປີຜ່ານມາໃຫ້ໝົດ ໄປນຳປີເກົ່າ, ຕ້ອນຮັບປີໃໝ່ດ້ວຍ ການເປີດປະຕູ, ເປີດໃຈຮັບເອົາສິ່ງ ໃໝ່ໆເຂົ້າມາໃນຊິວິດຄອບຄົວຂອງ ຕົນ, ຮຽກຂວັນຂອງທຸກໆຄົນພາຍ ໃນຄອບຄົວເງິນ, ຄຳ, ສັດ, ຂວັນ ຂອງຜົນລະປູກ ໃຫ້ມາຢູ່ຫໍຢູ່ເຮືອນ ຢູ່ນຳຄອບຄົວ, ເຮັດພິທີບູຊາພາຍ ໃນເຮືອນ ແລະ ບັນພະບູລຸດ ທີ່ໄດ້ ລ່ວງລັບໄປແລ້ວ ໃຫ້ມາປົກປັກຮັກ ສາຄຸ້ມຄອງຄອບຄົວ, ບ້ານໃຫ້ຢູ່ ເຢັນເປັນສຸກ, ເປັນການພັກຜ່ອນ ເພື່ອທົດແທນການເຄື່ອນໄຫວວຽກ ງານຕະຫລອດໄລຍະ 1 ປີ ຜ່ານມາ. ພ້ອມນີ້,ທ່ານຈັນເພັງອູ່ທອງຄຳ ຮອງເຈົ້າເມືອງຫົງສາ ກໍ່ໄດ້ອວຍ ພອນໄຊໃຫ້ບຸນເກຣີຂອງພີ່ນ້ອງ ເຜົ່າກຶມມຸ ແລະ ບຸນກິນຈຽງພີ່ນ້ອງ ເຜົ່າອິວມຽນຈົ່ງເປັນບຸນແຫ່ງຄວາມ ເບີກບານມ່ວນຊື່ນ, ເປັນບຸນແຫ່ງ ຄວາມສຸກສົມຫວັງ ແລະ ທຸກໆທ່ານ ຈົ່ງມີແຕ່ໂຊກແຕ່ໄຊ, ມີຄວາມສຸກ ກາຍສະບາຍໃຈຕະຫລອດໄປ ພ້ອມ ກັນສືບຕໍ່ປົກປັກຮັກສາ ໝາກຜົນ ຂອງຄວາມສາມັກຄີປອງດອງປະ ຊາຊົນບັນດາເຜົ່າ ພ້ອມກັນສ້າງ ເສດຖະກິດພາຍໃນຄອບຄົວ ໃຫ້ ມີຄວາມຮັ່ງມີເຂັ້ມແຂງຂຶ້ນເປັນ ກ້າວໆ. ຫລັງຈາກນັ້ນ, ບັນດາແຂກ ກໍ່ໄດ້ຮ່ວມພິທີສູ່ຂວັນ, ໄດ້ຮັບຊົມ ການສະແດງສິລະປະວັນນະຄະດີ ພື້ນບ້ານຈາກປະຊາຊົນ, ນ້ອງນ້ອຍ ນັກຮຽນ ທີ່ໄດ້ສະແດງເຖິງວິຖີຊີ ວິດ, ວັດທະນະທຳອັນດີງາມແຕ່ຄົນ ຮຸ່ນກ່ອນສູ່ຄົນຮຸ່ນປັດຈຸບັນ. ຟີລິບປິ 5 ລ້ານຄົນ, ທີ 6-7 ອິນໂດ ເນເຊຍ ແລະ ມາເລເຊຍ ແລະ ທີ 6 ແມ່ນ ສປປ ລາວ. ກອງປະຊຸມທ່ອງທ່ຽວອາຊຽນ ຄັ້ງນີ້ໄດ້ລະບຸ 4 ໜ້າວຽກຕົ້ນຕໍ ຄື: ກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນແລະ ກອງປະຊຸມປິ່ນອ້ອມ, ງານວາງສະແດງການທ່ອງທ່ຽວ ອາຊຽນ, ກອງປະຊຸມທຸລະກິດທ່ອງ ທ່ຽວ ແລະ ການທັດສະນະສຶກສາ ຢ້ຽມຢາມສະຖານທີ່ທ່ອງທ່ຽວ ໂດຍ ໄດ້ກຳນົດຄຳຂວັນທີ່ວ່າ: “ການ ທ່ອງທ່ຽວທີ່ມີຄຸນນະພາບ ແລະ ມີ ຄວາມຮັບຜິດຊອບ ເພື່ອຄວາມຍືນ ຍົງຂອງອາຊຽນ”. ທັງນີ້ ແນໃສ່ພັດ ທະນາການທ່ອງທ່ຽວແບບຍືນຍົງ ພາຍໃນອາຊຽນ ໃຫ້ມີຄວາມເຂັ້ມ ແຂງ, ມີປະສິດທິພາບ ແລະ ປະສິດ ທິຜົນສູງສຸດ ເພື່ອໂຄສະນາ ແລະ ດຶງດູດນັກທ່ອງທ່ຽວ ທັງພາກພື້ນ, ສາກົນ ແລະ ທົ່ວໂລກ ໃຫ້ເຂົ້າມາ ທ່ອງທ່ຽວອາຊຽນ ໃຫ້ຫລາຍຂຶ້ນ, ເພີ່ມທະວີການຮ່ວມມື ແລະ ເສີມຂະ ຫຍາຍການຮ່ວມມືອາຊຽນ ກັບຄູ່ ຮ່ວມມືພາຍນອກຄຽງຄູ່ກັບການຮັກ ສາບົດບາດ ແລະ ຄວາມເປັນແກນ ກາງຂອງອາຊຽນ ເພື່ອໃຫ້ບັນລຸ ເປົ້າໝາຍ ດັ່ງຄຳຂວັນການເປັນປະ ທານ ອາຊຽນຂອງ ສປປ ລາວ ໃນ ປີ 2024 ໄດ້ກໍານົດໄວ້ວ່າ “ເພີ່ມທະ ວີການເຊື່ອມຈອດ ແລະ ຄວາມເຂັ້ມ ແຂງອາຊຽນ”. ກອງປະຊຸມ ໄດ້ສຸມ ໃສ່ການປຶກສາຫາລືກ່ຽວກັບການ ຈັດຕັ້ງປະຕິບັດ ບັນດາກິດຈະກຳ ທີ່ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==