xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 31/01/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຮອງນາຍົກລັດຖະມົນຕີ... ແລະ ເຮັດວຽກຢູ່ ສປປ ລາວ. ໂອກາດນີ້, ທ່ານ ກິແກ້ວ ໄຂຄໍາພິ ທູນ ໄດ້ສະແດງຄວາມຍິນດີຕ້ອນ ຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ເຈີ່ນ ມິງ ຮຸ່ງ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງ ເປັນການປະກອບສ່ວນສຳຄັນເຂົ້າ ໃນການຮັດແໜ້ນສາຍພົວພັນມິດ ຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໂດຍ ສະເພາະແມ່ນການພົວພັນຮ່ວມມື ລະຫວ່າງ ວິທະຍຸກະຈາຍສຽງແຫ່ງ ຊາດລາວ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຫ່ງ ສປປ ລາວ ແລະ ວິທະຍຸກະຈາຍ ສຽງແຫ່ງ ສສ ຫວຽດນາມ ໃຫ້ໄດ້ ສືບຕໍ່ຮ່ວມມື, ສະໜັບສະໜູນຊ່ວຍ ເຫລືອເຊິ່ງກັນ ແລະ ກັນໃຫ້ຫລາຍ ຂຶ້ນ ເປັນຕົ້ນ ການແລກປ່ຽນຂໍ້ມູນ ຂ່າວສານ, ການສະໜອງອຸປະກອນ ເຕັກນິກ, ການຍົກລະດັບຄວາມຮູ້ ແລະ ອື່ນໆ. ໃນໂອກາດດຽວກັນ, ທ່ານ ເຈີ່ນ ມິງ ຮຸ່ງ ໄດ້ຕາງໜ້າໃຫ້ກັບຄະນະ ສະແດງຄວາມຂອບໃຈມາຍັງທ່ານ ຮອງນາຍົກລັດຖະມົນຕີ ທີ່ໄດ້ໃຫ້ ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງຖືໂອກາດນີ້, ແຈ້ງຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຮັດ ວຽກຢູ່ສປປ ລາວ ໃຫ້ກັບທ່ານຮອງ ນາຍົກລັດຖະມົນຕີໄດ້ຮັບຊາບ ຕື່ມອີກ. ຂ່າວ: ກິດຕາ, ພາບ:ໜັງສືພິມປະຊາຊົນ ກອງປະຊຸມລັດຖະບານ... ຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບ ພົ້ນເດັ່ນ ປະຈຳເດືອນມັງກອນ ແລະ ທິດທາງແຜນການປະຈຳເດືອນກຸມ ພາ 2024 ເຊິ່ງລັດຖະບານ ກໍໄດ້ສືບ ຕໍ່ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນຂອງ ເສດຖະກິດ-ການເງິນ ດ້ວຍການບັງ ຄັບໃຊ້ມາດຕະການຕ່າງໆ ທີ່ໄດ້ ວາງອອກ ໂດຍໄດ້ປະກອບສ່ວນເຮັດ ໃຫ້ອັດຕາເງິນເຟີ້ ມີທ່າອ່ຽງຄ່ອຍໆ ຫລຸດລົງ. ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ ດ້ວຍຄວາມເອົາໃຈໃສ່ຕໍ່ບັນດາວາ ລະ ເຊິ່ງສັງລວມມີຄື: ວາລະທີ 1 ກອງປະຊຸມໄດ້ຮັບຟັງການລາຍງານ ຫຍໍ້ການຈັັດຕັ້ງປະຕິບັດວຽກງານ ຈຸດສຸມຂອງລັດຖະບານໃນເດືອນ ມັງກອນ ແລະ ທິດທາງແຜນການ ເດືອນກຸມພາ 2024 ລວມທັງສະ ພາບພົ້ນເດັ່ນພາຍໃນປະເທດ ຈາກ ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າ ການສໍານັກງານນາຍົກລັດຖະມົນຕີ ເຊິ່ງໃນໄລຍະ 1 ເດືອນຜ່ານມາ ລັດ ຖະບານ ໄດ້ສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດາແຜນວຽກຈຸດ ສຸມ ປີ 2024 ໃຫ້ເຂົ້າສູ່ລວງເລິກ ແລະ ໄດ້ຮັບປະສິດທິຜົນດີຂຶ້ນ ໂດຍ ສະເພາະການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ຄຸ້ມຄອງລາຄາ ສິນຄ້າ ແລະ ໜີ້ສິນຕ່າງປະເທດ; ປະ ຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນ ເສດຖະກິດ; ແກ້ໄຂບັນດາປະກົດການ ຫຍໍ້ທໍ້ໃນສັງຄົມ ໂດຍສະເພາຢາເສບ ຕິດ, ຂີ້ລັກ, ງັດແງະ, ປຸ້ນຈີ້, ສ້ອມ ແປງເສັ້ນທາງຫລວງແຫ່ງຊາດ, ທາງຫລວງທ້ອງຖິ່ນ ແລະ ເສັ້ນທາງ ໃນຕົວເມືອງຕ່າງໆ ທີ່ເປ່ເພ ແລະ ບັນ ຫາແຮງງານ. ເຖິງວ່າລັດຖະບານ ໄດ້ພະຍາຍາມສຸມໃສ່ປະຕິບັດໜ້າ ທີ່ການເມືອງຂອງຕົນຢ່າງຕັ້ງໜ້າ ແຕ່ຍັງມີຂໍ້ຄົງຄ້າງຈໍານວນໜຶ່ງທີີ່ຈະ ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ເປັນຕົ້ນ ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິ ບັດທິດຊີ້ນຳ ແລະ ການຕົກລົງຂອງ ລັດຖະບານ ຍັງຊັກຊ້າ, ບໍ່ທັນສະພາບ ການ ແລະ ຍັງບໍ່ທັນມີປະສິດທິຜົນ ສູງເທົ່າທີີ່ຄວນ ເຮັດໃຫ້ການຈັດຕັ້ງປະ ຕິບັດວຽກງານບາງດ້ານຍັງບໍ່ສາ ມາດບັນລຸໄດ້ຕາມຄາດໝາຍທີ່ວາງ ໄວ້; ຂົງເຂດ ປກຊ-ປກສ, ເຖິງວ່າໄດ້ ມີຄວາມພະຍາຍາມສູງ ແຕ່ປະກົດ ການຫຍໍ້ທໍ້ ເປັນຕົ້ນ ບັນຫາການຄ້າ ຂາຍເຖື່ອນ, ຂີ້ລັກງັດແງະ, ບັນຫາ ອຸບັດເຫດ, ຂໍ້ຂັດແຍ່ງຕ່າງໆໃນບັນ ຫາທີ່ດິນ ແລະ ອື່ນໆ ຍັງສືບຕໍ່ເກີດຂຶ້ນ ໃນລະດັບຕ່າງກັນ; ອັດຕາເງິນເຟີ້, ອັດຕາແລກປ່ຽນ, ການເພີີີ່ມຂຶ້ນຂອງ ລາຄານໍ້າມັນເຊື້ອໄຟ, ການຂາດເຂີນ ນ້ຳມັນກາຊວນ, ຍັງສືບຕໍ່ສົ່ງຜົນກະ ທົບໂດຍກົງຕໍ່ລາຄາສິນຄ້າ ແລະ ຊີ ວິດການເປັນຢູ່ຂອງປະຊາຊົນຢ່າງ ໜັກໜ່ວງ. ສຳລັບການຂາດເຂີນນໍ້າ ມັນກາຊວນ ມີສາເຫດມາຈາກໂຮງ ກັ່ນນໍ້າມັນຢູ່ປະເທດເພື່ອນບ້ານ ທີ່ເປັນ ແຫລ່ງສະໜອງນໍ້າມັນ ໃຫ້ແກ່ປະ ເທດເຮົາ ໄດ້ປິດບາງສາຍການຜະ ລິດຊົ່ວຄາວ ເພື່ອປັບປຸງມາດຕະຖານ ນໍ້າມັນເຊື້ອໄຟ. ຕໍ່ສະພາບດັ່ງກ່າວ, ພັກ-ລັດຖະບານ ໄດ້ເອົາໃຈໃສ່ເລັ່ງ ແກ້ໄຂເຮັດໃຫ້ສາມາດຕອບສະໜອງ ຄວາມຕ້ອງການ ໄດ້ຈຳນວນໜຶ່ງ ເຊິ່ງຄາດວ່າສະພາບຈະດີຂຶ້ນຕໍ່ເນື່ອງ ແລະ ເຂົ້າສູ່ສະພາບປົກກະຕິໂດຍໄວ. ຄຽງຄູ່ກັນນັ້ນ, ເພື່ອເຫັນໄດ້ບັນຫາຕົວ ຈິງ ແລະ ຊຸກຍູ້ບັນດາວຽກທີ່ລັດ ຖະບານໄດ້ຊີ້ນຳໃຫ້ໄດ້ຮັບການແກ້ໄຂ ໄວຂຶ້ນ, ຖືກຕ້ອງ ແລະ ແທດຕົວຈິງ, ຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ ໄດ້ສົມທົບກັບຂະແໜງ ການກ່ຽວຂ້ອງ ແຕ່ງຕັ້ງ 3 ຄະນະ ເພື່ອລົງຕິດຕາມ, ເກັບກຳຂໍ້ມູນ ແລະ ກວດກາສະພາບການສະໜອງນ້ຳ ມັນຢູ່ບັນດາໂຄງການໃຫຍ່ ແລະ ບັນດາປ້ຳຢູ່ນະຄອນຫລວງວຽງຈັນ ພ້ອມທັງນຳເອົາຂໍ້ມູນມາຄົ້ນຄວ້າສະ ເໜີວິທີການແກ້ໄຂ. ຜ່ານການຮັບ ຟັງ ແລະ ປະກອບຄຳເຫັນ, ກອງປະ ຊຸມເຫັນດີດ້ານຫລັກການຮັບຮອງ ເອົາບົດສະຫລຸບວຽກງານພົ້ນເດັ່ນ ປະຈໍາເດືອນມັງກອນ ແລະ ທິດທາງ ແຜນການ ປະຈຳເດືອນກຸມພາ 2024 ຂອງລັດຖະບານ ກໍຄື ສະພາບພົ້ນ ເດັ່ນວຽກງານເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ວຽກງານການຕ່າງ ປະເທດ ຄຽງຄູ່ກັບລາຍງານກ່ຽວ ກັບລະບຽບການ ແລະ ກົນໄກໃນ ການໄປເຄື່ອນໄຫວວຽກງານການ ຕ່າງປະເທດ ຂອງຂະແໜງການຂັ້ນ ສູນກາງ ແລະ ທ້ອງຖິ່ນ; ລວມທັງທິດ ຜັນຂະຫຍາຍຜົນກອງປະຊຸມຄັ້ງທີ 46 ຂອງຄະນະກຳມະການຮ່ວມມືທະ ວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ປະຈຳປີ 2024. ກອງ ປະຊຸມໄດ້ມອບໃຫ້ຫ້ອງວ່າການສໍາ ນັກງານນາຍົກລັດຖະມົນຕີປັບປຸງ ຕາມການປະກອບຄຳເຫັນຂອງສະ ມາຊິກລັດຖະບານ ແລະ ທິດຊີ້ນຳ ຂອງກອງປະຊຸມກ່ຽວກັບແຜນວຽກ ຈຸດສຸມຂອງລັດຖະບານ ໃນເດືອນ ກຸມພາ 2024; ວາລະທີ 2: ກອງປະ ຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານ ຫລັກການຮັບຮອງເອົາລາຍງານ ການປະເມີນຄືນບັນດາໂຄງການບໍ່ແຮ່ ທີ່ໄດ້ອະນຸມັດຜ່ານມາທັງໝົດ ແລະ ແຜນໃນຕໍ່ໜ້າ ໂດຍມອບໃຫ້ກະຊວງ ພະລັງງານ ແລະ ບໍ່ແຮ່ ສົມທົບກັບ ພາກສ່ວນກ່ຽວຂ້ອງປັບປຸງຕາມ ການປະກອບຄຳເຫັນຂອງສະມາ ຊິກລັດຖະບານ ໃຫ້ມີຄວາມລະອຽດ, ຈະແຈ້ງ ແລະ ຊັດເຈນຫລາຍຂຶ້ນ ເພື່ອ ເປັນພື້ນຖານໃຫ້ລັດຖະບານໃນການ ວາງແຜນພັດທະນາໂຄງການແຮ່ ທາດທີ່ມີປະສິດທິຜົນໃນຕໍ່ໜ້າໄດ້ ໂດຍໄວ; ເລັ່ງຫັນບັນດາໂຄງການທົດ ລອງດ້ານແຮ່ທາດທີ່ມີປະສິດທິຜົນ, ໝົດອາຍຸທົດລອງ ແລະ ຄົບມາດ ຖານເງື່ອນໄຂສູ່ໂຄງການລົງທຶນ ແບບປົກກະຕິ; ກໍລະນີໂຄງການມີ ຄວາມຄືບໜ້າຊ້າ, ບໍ່ປະຕິບັດຕາມສັນ ຍາ ແລະ ແຜນການທີ່ກຳນົດໄວ້ ຫລື ບໍ່ມີຄວາມຄືບໜ້າແມ່ນໃຫ້ດໍາເນີນ ມາດຕະການກ້າວໄປສູ່ການຍົກເລີກ ຢ່າງເດັດຂາດ. ຄຽງຄູ່ກັນນັ້ນ, ກໍສືບ ຕໍ່ປຶກສາຫາລືກັບຂະແໜງການກ່ຽວ ຂ້ອງ ແລະ ຜູ້ປະກອບການດ້ານແຮ່ ທາດ ເພື່ອຊຸກຍູ້ສົ່ງເສີມການລົງທຶນ ປຸງແຕ່ງແຮ່ທາດຢູ່ພາຍໃນປະເທດ ໃຫ້ຫລາຍຂຶ້ນ; ວາລະທີ3 ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກ ການຮັບຮອງເອົາລາຍງານຜົນການ ສະຫລຸບ ແລະ ປະເມີນການຈັດຕັ້ງ ປະຕິບັດກອງທຶນຂະໜາດນ້ອຍ ແລະ ຂະໜາດກາງ ໃນໄລຍະຜ່ານມາຕາມ ແຈ້ງການ ສະບັບເລກທີ 29/ຫສນຍ, ລົງວັນທີ 04 ມັງກອນ 2024 ໂດຍ ມອບໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບພາກສ່ວນກ່ຽວ ຂ້ອງປັບປຸງຕາມການປະກອບຄຳ ເຫັນຂອງສະມາຊິກລັດຖະບານ. ພ້ອມກັນນີ້, ໃຫ້ເພີ່ມທະວີສືບຕໍ່ຕິດ ຕາມ, ຄຸ້ມຄອງຈັດຕັ້ງປະຕິບັດກອງ ທຶນດັ່ງກ່າວຢ່າງເຂັ້ມງວດ ໂດຍໃຫ້ ມີການສະຫລຸບຕີລາຄາ, ສະເໜີມາດ ຕະການແກ້ໄຂທີ່ເໝາະສົມ ແລະ ທັນ ກັບສະພາບການ ແລ້ວລາຍງານລັດ ຖະບານ ເປັນແຕ່ລະໄລຍະເພື່ອມີທິດ ຊີ້ນໍາ. ຄຽງຄູ່ກັນນັ້ນ ກໍໃຫ້ຄົ້ນຄວ້າ ກຳນົດມາດຕະການຈັດຕັ້ງປະຕິບັດ ແຕ່ລະໄລຍະໃຫ້ລະອຽດ, ມີການ ຈັດບູລິມະສິດໜ້າວຽກ ແລະ ການ ແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ; ວາລະທີ 4. ກອງປະຊຸມໄດ້ພິຈາລະ ນາ ແລະ ເຫັນດີດ້ານຫລັກການຮັບ ຮອງເອົາຮ່າງກົດໝາຍວ່າດ້ວຍການ ກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະ ຍາດເອດ (ສະບັບປັບປຸງ) ໂດຍໄດ້ ມອບໃຫ້ກະຊວງສາທາລະນະສຸກ ສົມທົບກັບພາກສ່ວນກ່ຽວຂ້ອງປັບ ປຸງຕາມການປະກອບຄຳເຫັນຂອງ ສະມາຊິກລັດຖະບານ ໃຫ້ມີເນື້ອໃນ ລະອຽດ, ຈະແຈ້ງ ແລະ ຄົບຖ້ວນສົມ ບູນຂຶ້ນ ໂດຍສະເພາະກ່ຽວກັບຄວາມ ຮັບຜິດຊອບ ແລະ ການມີສ່ວນຮ່ວມ ຂອງບັນດາຂະແໜງການ ແລະ ທຸກ ພາກສ່ວນໃນສັງຄົມ, ແຫລ່ງງົບປະ ມານ, ລວມທັງການນຳໃຊ້ຄຳສັບ, ການຈັດລຽງບັນດາໝວດ, ມາດຕາ ແລະ ອື່ນໆ; ວາລະທີ 5 ກອງປະຊຸມ ເຫັນດີດ້ານຫລັກການຮັບຮອງເອົາ ຮ່າງກົດໝາຍ ວ່າດ້ວຍການປົກປັກ ຮັກສາສິ່ງແວດລ້ອມ (ສະບັບປັບ ປຸງ) ໂດຍມອບໃຫ້ກະຊວງຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມປັບປຸງຕາມການປະກອບຄຳ ເຫັນຂອງສະມາຊິກລັດຖະບານໃຫ້ ມີເນື້ອໃນຄົບຖ້ວນສົມບູນ, ຮັດກຸມ, ສາມາດແກ້ໄຂໄດ້ຂໍ້ຄົງຄ້າງຕ່າງໆ ຂອງວຽກງານດັ່ງກ່າວ ໃນໄລຍະ ຜ່ານມາ ກໍຄື ສາມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ໃນ ການພັດທະນາສະເພາະໜ້າ ແລະ ຍາວນານ ເປັນຕົ້ນ ເພີ່ມຕື່ມບາງ ເນື້ອໃນກ່ຽວກັບວຽກປ້ອງກັນສິ່ງ ແວດລ້ອມ, ວຽກໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານ, ວຽກຄຸ້ມຄອງກອງ ທຶນສ ິງແວດລ້ອມ, ການຟື້ນຟູສິ່ງແວດ ລ້ອມຈາກຜົນກະທົບຂອງໂຄງການ ພັດທະນາຕ່າງໆ ແລະ ການປະເມີນ ຜົນກະທົບຕໍ່ສິ່ງແວດລ້ອມ. ພ້ອມກັນ ນັ້ນ ກໍກໍານົດແຈ້ງຕື່ມ ກ່ຽວກັບບ່ອນ ອີງທາງດ້ານມາດຕະຖານສິ່ງແວດ ລ້ອມລະດັບຕ່າງໆ; ວາລະທີ 6 ກອງ ປະຊຸມໄດ້ພິຈາລະນາຮ່າງດໍາລັດວ່າ ດ້ວຍກອງທຶນຄວາມປອດໄພທາງ ລົດໄຟ ເຊິ່ງດ້ານຫລັກການແມ່ນ ເຫັນໄດ້ຄວາມສຳຄັນ ແລະ ຈຳເປັນ ຂອງວຽກງານດັ່ງກ່າວ. ກອງປະຊຸມ ໄດ້ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງສົມທົບກັບພາກສ່ວນ ກ່ຽວຂ້ອງລົງເລິກດ້ານລາຍລະອຽດ ຕາມການປະກອບຄຳເຫັນຂອງສະ ມາຊິກລັດຖະບານ ເປັນຕົ້ນ ຈຸດປະ ສົງ ແລະ ເປົ້າໝາຍການນຳໃຊ້ກອງ ທຶນ, ວຽກງານປ້ອງກັນຄວາມປອດ ໄພ ແລະ ການນຳໃຊ້ເຄື່ອງມືທັນສະ ໄໝ ເຂົ້າໃນວຽກງານດັ່ງກ່າວ, ພ້ອມ ທັງໃຫ້ຈັດສຳມະນາລະດົມຄວາມ ຄິດເຫັນ ແລະ ຖອດຖອນບົດຮຽນ ຈາກການປະຕິບັດວຽກງານກອງ ທຶນອື່ນຕື່ມ. ວາລະທີ 7 ກອງປະຊຸມເຫັນດີ ດ້ານຫລັກການຮັບຮອງເອົາຮ່າງກົດ ໝາຍວ່າດ້ວຍສະຫະກອນ (ສະບັບ ສ້າງໃໝ່) ໂດຍມອບໃຫ້ກະຊວງກະ ສິກຳແລະປ່າໄມ້ສົມທົບກັບພາກສ່ວນ ກ່ຽວຂ້ອງປັບປຸງຕາມການປະກອບ ຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ກຳນົດແຈ້ງ ແລະ ຄົບຖ້ວນ ກ່ຽວກັບການກຳນົດຈຸດປະສົງ, ການ ກຳນົດປະເພດສະຫະກອນ ແລະ ພາກສ່ວນທີ່ມີສ່ວນຮ່ວມໃນການ ຄຸ້ມຄອງສະຫະກອນ; ກຳນົດເພີ່ມ ກ່ຽວກັບນະໂຍບາຍປະກັນສັງຄົມໃນ ວຽກງານສະຫະກອນ. ສຳລັບເນື້ອ ໃນບາງຈຸດທີ່ບໍ່ທັນເອກະພາບກັນ ແມ່ນໃຫ້ນຳໄປຈັດກອງປະຊຸມສຳມະ ນາ ເພື່ອລົງເລິກຕີຄວາມໝາຍ ແລະ ກຳນົດໃຫ້ລະອຽດ, ຈະແຈ້ງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ໂດຍ ໃຫ້ປັບປຸງສຳເລັດ ແລະ ສົ່ງສະພາ ແຫ່ງຊາດ ພິຈາລະນາທັນຕາມກຳ ນົດເວລາ. ສຳລັບແຜນວຽກຈຸດສຸມໃນເດືອນ ກຸມພາ ທີ່ຈະມາເຖິງນີ້, ລັດຖະບານ ຈະໄດ້ສຸມໃສ່ປະຕິບັດວຽກຈຸດສຸມ ຕົວຈິງຈຳນວນໜຶ່ງ ດັ່ງນີ້: ວຽກງານ ປ້ອງກັນຊາດ: ສືບຕໍ່ຈັດຕັ້ງປະຕິບັດ ຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເພື່ອຮັບ ປະກັນສະຖຽນລະພາບທາງດ້ານ ການເມືອງ, ຄວາມສະຫງົບຕາມບໍລິ ເວນຊາຍແດນ, ພ້ອມທັງສືບຕໍ່ສຸມ ໃສ່ວຽກງານກໍ່ສ້າງຮາກຖານການ ເມືອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ຮອບດ້ານ; ວຽກງານປ້ອງກັນຄວາມ ສະຫງົບ: ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ 4 ແຜນງານ 41 ໂຄງການ, ເອົາໃຈ ໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດ ຂຶ້ນໃນສັງຄົມ ໂດຍສະເພາະລົງເລິກ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ເພື່ອແກ້ໄຂບັນຫາຢາເສບຕິດ ຕິດພັນ ກັບການຄຸ້ມຄອງອາວຸດເຖື່ອນ ແລະ ອາວຸດດັດແປງ; ສະກັດກັ້ນການກໍ່ ອາຊະຍາກໍາທາງໄຊເບີ, ຄອນເຊັນເຕີ ລວມທັງການຄຸ້ມຄອງການນຳໃຊ້ ສື່ສັງຄົມອອນລາຍ ແລະ ອື່ນໆ; ຮັບ ປະກັນຄວາມສະຫງົບ, ຄວາມເປັນລະ ບຽບຮຽບຮ້ອຍ ແລະ ຄວາມປອດໄພ ຮອບດ້ານ ໃຫ້ແກ່ກອງປະຊຸມສາກົນ ຕ່າງໆທີ່ຈັດຂຶ້ນຢູ່ ສປປ ລາວ ແລະ ໃຫ້ແກ່ນັກທ່ອງທ່ຽວທີ່ເຂົ້າມາໃນ ສປປລາວ; ການແກ້ໄຂວຽກງານເຄັ່ງ ຮ້ອນທາງດ້ານເສດຖະກິດ: ສືບຕໍ່ ແກ້ໄຂບັນຫາເງິນເຟີ້, ອັດຕາແລກ ປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ ສິນຕ່າງປະເທດ ຕາມແຜນເຄື່ອນໄຫວ ວຽກຈຸດສຸມຂອງຄະນະສະເພາະ ກິດ, ນິຕິກຳ ແລະ ແຈ້ງການທິດຊີ້ນຳ ຂອງກອງປະຊຸມຄະນະສະເພາະກິດ ໃນແຕ່ລະຄັ້ງ, ພ້ອມທັງສຸມໃສ່ປະ ຕິບັດຕາມທິດຊີ້ນຳກ່ຽວກັບມາດຕະ ການຮັບມືສະພາບການຂາດເຂີນນ້ຳ ມັນເຊື້ອໄຟ ແລະ ບັນຫາການສະ ໜອງໄຟຟ້າໃຫ້ບາງໂຄງການ; ສຸມ ໃສ່ເກັບລາຍຮັບເຂົ້າງົບປະມານລັດ ໃຫ້ໄດ້ຫລາຍສຸດກຳລັງຄວາມສາ ມາດຕາມກົດໝາຍ, ລັດຖະບັນຍັດ ກ່ຽວຂ້ອງ ແລະ ຕາມທິດຫັນເປັນທັນ ສະໄໝ; ຂົງເຂດພະລັງງານ ແລະ ບໍ່ ແຮ່: ກວດກາຄືນບັນດານິຕິກຳ ແລະ ກົດໝາຍທີ່ກ່ຽວຂ້ອງກັບການເກັບ ລາຍຮັບຈາກໂຄງການບໍ່ແຮ່, ນິຕິກຳ ໃດຍັງບໍ່ທັນສອດຄ່ອງ, ເປັນອຸປະສັກ ບໍ່ສາມາດແຂ່ງຂັນໄດ້ກໍໃຫ້ຄົ້ນຄວ້າ ປັບປຸງ; ສົ່ງເສີມການປຸງແຕ່ງເປັນຜະ ລິດຕະພັນສົ່ງອອກໃຫ້ຫລາຍຂຶ້ນ ເພື່ອ ນຳເງິນຕາເຂົ້າມາເພີ່ມຂຶ້ນ; ສືບຕໍ່ສຸມ ໃສ່ປະເມີນໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຢູ່ບັນດາແຂວງທີ່ ຍັງເຫລືອໃຫ້ສຳເລັດ; ໃຫ້ອົງການປົກ ຄອງທ້ອງຖິ່ນ ເປັນເຈົ້າການສະຫລຸບ ສັງລວມ ແລະ ສະໜອງຂໍ້ມູນຜົນການ ຈັດຕັ້ງປະຕິບັດໂຄງການລະອຽດ ແຕ່ລະດ້ານ ເພື່ອໃຫ້ການປະເມີນມີ ຄວາມຈະແຈ້ງ; ຄົ້ນຄວ້າກຳນົດມາດ ຖານເງື່ອນໄຂຂອງຜູ້ລົງທຶນ ເປັນ ຕົ້ນ ດ້ານເຕັກນິກ, ການເງິນ, ການຖື ຄອງບັນຊີເງິນຕາ ແລະ ອື່ນໆ ໂດຍ ຮ່າງເປັນນິຕິກຳສະເພາະ ເພື່ອເປັນ ບ່ອນອີງໃນການພິຈາລະນາອະນຸ ຍາດລົງທຶນພັດທະນາບໍ່ແຮ່ ໃນຕໍ່ໜ້າ ຢ່າງມີປະສິດທິພາບ ແລະ ປະສິດທິ ຜົນ; ຂົງເຂດທະນາຄານ: ສືບຕໍ່ຕິດ ຕາມ ແລະ ຄຸ້ມຄອງອັດຕາແລກປ່ຽນ ຢ່າງໃກ້ຊິດ, ທັງຊຸກຍູ້ການປະຕິບັດ ນະໂຍບາຍສິນເຊື່ອໃຫ້ຜູ້ປະກອບການ ເກັບຊື້ຜະລິດຕະພັນກະສິກຳ ສົ່ງອອກ ໄປຕ່າງປະເທດ ເພື່ອນຳເງິນຕາຕ່າງ ປະເທດໃຫ້ຫລາຍຂຶ້ນ; ສ້າງ ແລະ ປະ ເມີນຄືນບັນດາມາດຕະການ, ເຄື່ອງ ມື, ນະໂຍບາຍເງິນຕາຕ່າງໆ, ຖ້ານິຕິ ກຳໃດໄດ້ຮັບຜົນດີກໍສືບຕໍ່ປະຕິບັດ, ອັນໃດທີ່ບໍ່ສອດຄ່ອງ ກໍໃຫ້ປັບປຸງ ແກ້ໄຂ; ສືບຕໍ່ເລັ່ງການເກັບກູ້ໜີ້ສິນ ນຳບັນດາບໍລິສັດຈຳນວນໜຶ່ງທີ່ໄດ້ ລັດຖະບານໄດ້ຊີ້ນຳຜ່ານມາ; ຂົງເຂດ ອຸດສາຫະກຳ ແລະ ການຄ້າ: ຕິດຕາມ ເກັບກຳຂໍ້ມູນສະພາບການເໜັງຕີງ ລາຄາສິນຄ້າ ໃຫ້ຮູ້ໄດ້ສາເຫດການ ຂຶ້ນ-ລົງ ເພື່ອປະຕິບັດມາດຕະການໃນ ການຄຸ້ມຄອງລາຄາສິນຄ້າໃຫ້ທັນ ກັບສະພາບການ ເປັນຕົ້ນ ມາດຕະ ການຄັງແຮເຂົ້າແຊກແຊງລາຄາ ແລະ ຄັງແຮນ້ຳມັນ; ເລັ່ງສ້າງດຳລັດ ວ່າດ້ວຍກອງທຶນນ້ຳມັນເຊື້ອໄຟໃຫ້ ສຳເລັດໄວ; ແກ້ໄຂສະພາບການ ຂາດແຄນນໍ້າມັນເຊື້ອໄຟ ດ້ວຍຫລາຍ ວິທີ ແລະ ຫລາຍມາດຕະການ; ຂົງ ເຂດໂຍທາທິການ ແລະ ຂົນສົ່ງ: ຄົ້ນ ຄວ້າການຫັນຄວາມຮັບຜິດຊອບໃຫ້ ອົງການປົກຄອງທ້ອງຖິ່ນ ເປັນຜູ້ ຄຸ້ມຄອງເສັ້ນທາງ ເພື່ອໃຫ້ແຂວງ ສາມາດບູລະນະຮັກສາ, ສ້ອມແປງ, ຟື້ນຟູທາງຫລວງຈຸດທີ່ມີການເປ່ເພ ໃຫ້ມີຄວາມວ່ອງໄວ ແລະ ແກ້ໄຂການ ເດີນທາງໃຫ້ທັນສະພາບການ; ໃຫ້ ສືບຕໍ່ອອກຄຳແນະນຳລະອຽດ ເພື່ອ ຈັດຕັ້ງປະຕິບັດການຊື້-ຂາຍ ຫລື ໂອນກຳມະສິດການນ ຳໃຊ້ພາຫະນະ ໂດຍຜ່ານລະບົບທະນາຄານໃຫ້ເປັນ ຮູບປະທຳໂດຍໄວ; ຂົງເຂດກະສິກຳ ແລະ ປ່າໄມ້: ສືບຕໍ່ຊຸກຍູ້ອົງການປົກ ຄອງທ້ອງຖິ່ນສຸມໃສ່ຈັດຕັ້ງຜັນຂະ ຫຍາຍດຳລັດວ່າດ້ວຍການເພີ່ມທະ ວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາ ໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະ ກັດກັ້ນ ການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໃໝ້ລາມປ່າ ໂດຍໃຫ້ມີການແຕ່ງຕັ້ງຄະນະຮັບຜິດ ຊອບໃນແຕ່ລະແຂວງ, ພ້ອມທັງ ເອົາໃຈໃສ່ຕິດຕາມກວດກາການບຸກ ລຸກທີ່ດິນປ່າໄມ້, ການເຝົ້າລະວັງ, ສະກັດກັ້ນ ແລະ ປ້ອງກັນການບຸກລຸກ ທຳລາຍປ່າ ແລະ ໄຟໄໝ້ລາມປ່າ; ສືບຕໍ່ປະເມີນສິນເຊື່ອກາກບອນປ່າ ໄມ້ໃນທົ່ວປະເທດ ໃຫ້ໄດ້ຕາມແຜນ ເພື່ອເປັນຂໍ້ມູນໃນການເຈລະຈາຮ່ວມ ມືໃນຫລາຍຮູບແບບ ເພື່ອພັດທະ ນາໂຄງການຊື້-ຂາຍສິນເຊື່ອກາກ ບອນປ່າໄມ້; ຂົງເຂດຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ: ສືບຕໍ່ເລັ່ງຂຶ້ນທະບຽນອອກໃບຕາດິນ ໃຫ້ມີຕົວເລກຄືບໜ້າເພີ່ມຂຶ້ນ ເພື່ອ ກ້າວໄປເຖິງການບັນລຸຕົວເລກຄາດ ໝາຍ, ພ້ອມນີ້ ກໍຕ້ອງໄດ້ປະສານສົມ ທົບກົມກຽວກັບອົງການປົກຄອງ ທ້ອງຖິ່ນກ່ຽວຂ້ອງ ເພື່ອສືບຕໍ່ຄົ້ນຄວ້າ ຫາວິທີແກ້ໄຂອຸປະສັກຂໍ້ຫຍຸ້ງຍາກ ຕ່າງໆ ໃນການອອກໃບຕາດິນຢູ່ແຕ່ ລະທ້ອງຖິ່ນ. ຂົງເຂດວຽກງານ ວັດທະນະທຳສັງຄົມ: ຮີບຮ້ອນຄົ້ນຄວ້າການເພີ່ມ ເງິນອຸດໜູນຄ່າຄອງຊີບໃຫ້ພະນັກ ງານ-ລັດຖະກອນ, ທະຫານ, ຕຳ ຫລວດໃຫ້ສຳເລັດໄວຕາມທີ່ໄດ້ຊີ້ນຳ ໃນກອງປະຊຸມລັດຖະບານເປີດກວ້າງ ຜ່ານມາ; ສືບຕໍ່ສັງລວມເອົາຂໍ້ແຂ່ງຂັນ ຍ້ອງຍໍຂອງບັນດາກະຊວງ, ອົງການ ຂັ້ນສູນກາງ ແລະ ອົງການປົກຄອງ ທ້ອງຖິ່ນ ປີ 2024 ແລະ ໃຫ້ໄດ້ອອກ ມະຕິຮັບຮອງໄວ ເພື່ອເປັນບ່ອນອີງໃນ ການຈັດຕັ້ງປະຕິບັດ; ພ້ອມກັນນັ້ນ, ກໍໃຫ້ຮີບຮ້ອນຄົ້ນຄວ້ານະໂຍບາຍ ສະເພາະ ສຳລັບແຂວງທີ່ຍັງທຸກຍາກ ໂດຍຖອດຖອນບົດຮຽນຈາກແຂວງ ໄຊສົມບູນ; ສືບຕໍ່ຕິດຕາມ ແລະ ແກ້ ໄຂບັນຫາແຮງງານລາວທີ່ອອກໄປ ເຮັດວຽກຢູ່ຕ່າງປະເທດແບບບໍ່ຖືກ ກົດໝາຍ ແລະ ເກັບກຳຕົວເລກ ສະຖິຕິໃຫ້ເປັນປົກກະຕິ; ຊຸກຍູ້ສະມາ ຄົມທຸລະກິດຈັດຫາງານລາວ ໃຫ້ ເຄື່ອນໄຫວມີປະສິດທິພາບ, ຍົກສູງຄຸນ ນະພາບວຽກການຈັດຫາງານ ແລະ ສ້າງວຽກເຮັດງານທຳແຮງງານ ລາວ ໃຫ້ກ້າວໜ້າ ແລະ ເປັນລະບົບ; ສືບຕໍ່ເອົາໃຈໃສ່ຊີ້ນໍາຂະແໜງການ ທ່ອງທ່ຽວ ໃຫ້ສົມທົບກັບຜູ້ປະກອບ ການບໍລິການທ່ອງທ່ຽວ ໃຫ້ປະຕິບັດ ຕາມລະບຽບການກ່ຽວຂ້ອງຢ່າງເຄັ່ງ ຄັດ ໂດຍສະເພາະແມ່ນການຮັບປະ ກັນຄວາມປອດໄພຂອງນັກທ່ອງ ທ່ຽວ, ຫລີກເວັ້ນບໍ່ໃຫ້ມີຫາງສຽງບໍ່ ດີກະທົບຕໍ່ພາບພົດການທ່ອງທ່ຽວ ລາວ, ຖ້າເກີດມີເຫດການທີ່ມີການ ເຜີຍແຜ່ທາງອອນລາຍ ກໍໃຫ້ພາກ ສ່ວນກ່ຽວຂ້ອງຮີບຮ້ອນຊີ້ແຈງແກ້ໄຂ ໃຫ້ທັນເວລາ; ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກ່ຽວກັບ ນະໂຍບາຍ ແລະ ມາດຕະການແກ້ໄຂ ບັນຫາການຂາດເຂີນຄູສອນ, ການ ປະລະການຮຽນ ແລະ ການສົ່ງເສີມ ເຂົ້າຮຽນວິຊາຊີບໃຫ້ເປັນຮູບປະທຳ ເພາະບັນຫານີ້ ແມ່ນບັນຫາຮີບດ່ວນ ທີ່ຈະຕ້ອງໄດ້ເລັ່ງແກ້ໄຂ. ວຽກງານການຕ່າງປະເທດ: ບັນ ດາຂະແໜງການ ແລະ ທ້ອງຖິ່ນຜັນ ຂະຫຍາຍບັນດາເນື້ອໃນທີ່ໄດ້ຕົກລົງ ຮ່ວມກັນໂດຍສະເພາະຜົນກອງປະຊຸມ ຄັ້ງທີ 46 ຂອງຄະນະກຳມະການ ຮ່ວມມືທະວິພາຄີລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ເປັນ ຮູບປະທຳ, ພ້ອມທັງສືບຕໍ່ຕິດຕາມ ແລະ ຊຸກຍູ້ການພິຈາລະນາບັນດາຂໍ້ ສະເໜີແກ້ໄຂກ່ຽວກັບບາງໂຄງການ ລົງທຶນຈຳນວນໜຶ່ງ ເປັນຕົ້ນການເລັ່ງ ຊຸກຍູ້ບັນດາໂຄງການຜະລິດພະລັງ ງານໄຟຟ້າ ທີ່ໄດ້ຮັບອະນຸມັດຜ່ານມາ ໃຫ້ດຳເນີນກໍ່ສ້າງສຳເລັດຕາມແຜນ, ເລັ່ງພັດທະນາໂຄງການພະລັງງານ ລົມ, ພະລັງງານແສງອາທິດ,ທັງເລັ່ງ ກໍ່ສ້າງສາຍສົ່ງໄຟຟ້າ ເພື່ອສົ່ງກະ ແສໄຟຟ້າຈາກບ່ອນທີ່ມີຫລາຍ ແລະ ເຫລືອນຳໃຊ້ໄປສູ່ບ່ອນຂາດເຂີນ; ສືບ ຕໍ່ຕິດຕາມສະພາບພົ້ນເດັ່ນທີ່ເກີດຂຶ້ນ ຢູ່ພາກພື້ນ ແລະ ສາກົນໃຫ້ທັນການ ໂດຍສະເພາະບັນຫາທີ່ຈະສົ່ງຜົນກະ ທົບຕໍ່ລາວເຮົາ, ລວມທັງບັນຫາທີ່ ສປປ ລາວ ຕ້ອງໄດ້ໃຫ້ທັດສະນະ ຫລື ລົງມະຕິ; ສືບຕໍ່ກະກຽມໃຫ້ແກ່ການ ນຳຂັ້ນສູງຂອງພັກ-ລັດ ທີ່ຈະເດີນ ທາງໄປເຄື່ອນໄຫວວຽກງານຕ່າງປະ ເທດບົນຈິດໃຈປະຢັດມັດທະຍັດ; ສືບ ຕໍ່ກະກຽມຄວາມພ້ອມໃຫ້ແກ່ການ ເປັນປະທານກອງປະຊຸມອາຊຽນ ຂອງ ສປປ ລາວ ປີ 2024 ແລະ ບັນ ດາກອງປະຊຸມປິ່ນອ້ອມອື່ນໆ ໃຫ້ສໍາ ເລັດຕາມແຜນການ.
RkJQdWJsaXNoZXIy MTc3MTYxMQ==