5801

]h P'\6 0kplh k']kpIa [ cdh w07;k,m5 dpkd xtgmf]k; 3 31/01/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ປະທານ ຄຳໄຕ ສີພັນດອນ ຜູ້ບັນຊາການໃນຫ້ອງ ເຮັດວຽກທີ່ຊຳເໜືອ ກຳລັງອະທິບາຍແຜນທີ່, ໃນວັນທີ 13 ກຸມພາ ປີ 1964 ບົດສະເໜີ ຈັນ, ພຸດ ໂດຍ: ຢາຕົ່ງ c[[czodkooerk .ork]tdy fxt8y ;a f 0v'xtmko 7ew8 lu ra ofvo (ເນື່ອງໃນໂອກາດວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ວັນທີ 08/02/1924-08/02/2024) * ໃນບົດກ່ອນໄດ້ນຳສະເໜີໄປ ແລ້ວ ກ່ຽວກັບຄຸນສົມບັດ ແລະ ສິນ ທຳປະຕິວັດ ຂອງປະທານ ຄຳໄຕ ສີພັນດອນ ໃນບົດນີ້ຂໍຍົກໃຫ້ເຫັນ ໂດຍສັງເຂບ ກ່ຽວກັບຜົນງານການ ປະກອບສ່ວນຂອງປະທານ ໃນ ຂະບວນການປະຕິວັດ ຊາດປະຊາ ທິປະໄຕ ຈົນສາມາດຍາດໄດ້ໄຊຊະ ນະ, ພາບແພ້ການຮຸກຮານແຊກ ແຊງຂອງພວກຈັກກະພັດລ່າ ເມືອງຂຶ້ນແບບເກົ່າ ແລະ ໃໝ່ ຢ່າງ ຮາບຄາບ. ຕາມການບອກເລົ່າຂອງ ພົນຕີ ສະໄຫວ ໄຊຍະເສນາ ອະດີດຫົວ ໜ້າຫ້ອງວ່າການກະຊວງປ້ອງ ກັນ ປະເທດ ທີ່ປະມວນໄວ້ໃນປຶ້ມ ປະ ທານ ຄຳໄຕ ສີພັນດອນ ໃນຄວາມ ຊົງຈຳຂອງຜູ້ໃກ້ຊິດ ທີ່ພິມໃນປີ 2018 ໂດຍສະຖາບັນຄົ້ນຄວ້າ ເສດຖະກິດແຫ່ງຊາດ ໄດ້ຍົກໃຫ້ ເຫັນວ່າ: ປະທານຄຳໄຕສີພັນດອນ ເປັນຜູ້ທີ່ມີຫລັກໝັ້ນທີ່ໜັກແໜ້ນ ທຸນທ່ຽງ, ນັບຖືລະບຽບກົດໝາຍ ຢ່າງເຂັ້ມງວດ, ມີສະຕິນັບຖືການ ຈັດຕັ້ງຢູ່ສະເໜີ, ປະຕິບັດໂມງເວ ລາຢ່າງເຄັ່ງຄັດ, ປະຕິບັດກົດລະ ບຽບນຸ່ງຖືຢ່າງຖືກຕ້ອງ, ທຸກວຽກ ງານນ້ອຍແລະ ໃຫຍ່ແມ່ນຕ້ອງເຂົ້າ ແຜນໃຫ້ມີການສຳຫລວດກວດກາ ຢ່າງເຂັ້ມງວດ. ໃນໄລຍະຕໍ່ສູ້ກູ້ຊາດ ປະທານ ຄຳໄຕ ສີພັນດອນ ກໍມີ ແນວຄິດທຸ່ນທ່ຽງຊີ້ນຳ-ນຳພາໄປ ຕາມແນວຄິດ ທິດສະດີທີ່ວາງໄວ້, ປຸກລະດົມການເມືອງແນວຄິດໃຫ້ ນາຍ ແລະ ພົນທະຫານແຕ່ລະກົມ ກອງໃຫ້ທຸນທ່ຽງ ເຊື່ອໝັ້ນຕໍ່ການ ນຳພາຂອງພັກ ເດັດຂາດມີໄຊ, ເອົາ ໃຈໃສ່ປຸກລະດົມການເມືອງແນວ ຄິດ, ມີສະຕິລະວັງຕົວຕອບຕ້ານກົນ ອຸບາຍມ້າງເພທຳລາຍຂອງສັດຕູ ໃນທຸກຮູບແບບ. ໃນສະພາບທີ່ກຳ ລັງປະຕິວັດມີຄວາມອ່ອນນ້ອຍ, ການປະກອບອາວຸດຍັງບໍ່ທັນສະ ໄໝ ພາຍໃຕ້ການນຳພາຂອງ ປະ ທານ ຄຳໄຕ ສີພັນດອນ ເພິ່ນໄດ້ຕັດ ສິນໃຈກໍ່ສ້າງເລົ່າຮົບອາກາດ ໃນປີ 1972 ໂດຍເຕົາໂຮມຄັດເລືອກກຳ ລັງທະຫານແຕ່ລະກົມກອງ, ແຕ່ ລະເຂດແຂວງໄດ້ 240 ສະຫາຍ ໄປຮຽນຢູ່ອະດີດສະຫະພາບໂຊ ວຽດ ເພື່ອຂຽນຂັບຍົນລຳລຽງຂົນ ສົ່ງທັງໃຫຍ່ ແລະ ນ້ອຍ ທັງຍົນຂຶ້ນ ຊື່ ແລະ ມີປີກ, ຕະຫລອດຮອດຍົນ ສູ້ຮົບທັນສະໄໝ ເພື່ອຮອງຮັບ ການຢຶດອຳນາດ ແລະ ປົກປັກຮັກ ສາປະເທດຊາດ ມີໂອກາດດີ. ບັນ ຫານີ້ ສະແດງໃຫ້ເຫັນເຖິງຄວາມ ສະຫລາດສ່ອງໄສຂອງປະທານ ທີ່ເພິ່ນເຫັນໄດ້ເຫດການສະເພາະ ໜ້າ ແລະ ຍາວນານ. ປະທານ ຄຳໄຕ ສີພັນດອນ ແມ່ນນັກຮົບປະຕິວັດທີ່ປີຊາສາ ມາດດ້ວຍນໍ້າໃຈພິລະອາດຫານທົນ ທານ ກ້າແກ່ນໜ່ຽວແໜ້ນທີ່ຍອມ ເສຍສະລະທຸກສິ່ງຢ່າງ ເພື່ອເອົາ ຊະນະກັບຈັກກະພັດຫົວເມືອງຂຶ້ນ ແບບເກົ່າ ແລະ ແບບໃໝ່, ເຮັດໜ້າ ທີ່ການປະຕິວັດຊາດ ປະຊາທິປະ ໄຕ, ນຳພາປະເທດຊາດກ້າວຂຶ້ນລະ ບອບໃໝ່ສັງຄົມນິຍົມຕາມທິດຊີ້ນຳ ຂອງພັກ. ປະທານ ຄຳໄຕ ສີພັນດອນ ຮັບຟັງການລາຍງານ ສະພາບສູ້ຮົບຂອງບັນດາກົມກອງ * ປັດຈຸບັນຄວາມຕ້ອງການອາ ຫານປະເພດຊີ້ນ ໂດຍສະເພາະແມ່ນ ຊີ້ນໝູຂອງສັງຄົມ ກໍຄືຕະຫລາດ ແມ່ນນັບມື້ເພີ່ມຂຶ້ນ ເຊິ່ງເປັນເງື່ອນ ໄຂທີ່ດີໃຫ້ແກ່ຜູ້ມັກຮັກໃນອາຊີບ ລ້ຽງໝູຂາຍເປັນສິນຄ້າ. ຂະນະ ທີ່ບາງຄອບຄົວ ແມ່ນໄດ້ເພາະພັນ ລູກໝູນ້ອຍຂາຍ, ບາງຄອບຄົວ ກໍ່ລ້ຽງແຕ່ນ້ອຍໃຫ້ໃຫຍ່ຈຶ່ງຂາຍ ອອກ ແລ້ວແຕ່ຄວາມສະດວກຂອງ ແຕ່ລະຄອບຄົວ. ແນວໃດກໍດີມື້ນີ້ ຂໍພາທ່ານໄປຮູ້ກັບຄອບຄົວໜຶ່ງທີ່ ເພາະພັນສະເພາະແຕ່ລູກໝູນ້ອຍ ຂາຍຢູ່ບ້ານໜອງບົວ ເມືອງພຽງ ແຂວງໄຊຍະບູລີ ອັນສາມາດສ້າງ ລາຍຮັບເຂົ້າຄອບຄົວປີໜຶ່ງໄດ້ 200-300 ລ້ານກີບ. ຄອບຄົວທີ່ຈະພາທ່ານຜູ້ອ່ານ ໄປຮູ້ນຳກັນນັ້ນ ກໍແມ່ນຄອບຄົວ ຂອງ ທ່ານ ນາງມ່ວນ ຜຸຍແກ້ວ ໄວ ອາຍຸ 58 ປີ ຢູ່ບ້ານໜອງບົວ ເມືອງ ພຽງ ແຂວງໄຊຍະບູລີ. ເຖິງວ່າອາຍຸ ສັງຂານຜົວເມຍຄູ່ນີ້ ຈະສູງບວກ ໃສ່ການຢູ່ຮ່ວມກັນພຽງສອງຄົນ. ຂະນະທີ່ລູກໆໄດ້ສ້າງຄອບຄົວ ແລະ ອອກຈາກເຮືອນໝົດແລ້ວກໍຕາມ, ແຕ່ຄວາມຂະຫຍັນດຸໝັ່ນ, ຄວາມ ຫ້າວຫັນ, ຄວາມແຂງແຮງ ແລະ ຄວາມມັກຮັກໃນອາຊີບລ້ຽງໝູ ຍັງບໍ່ຫ່າງຫາຍຈາກຈິດໃຈຄືຕອນ ຄາວຍັງໜຸ່ມແໜ້ນ ໂດຍໄດ້ສືບຕໍ່ຖື ເອົາອາຊີບເຮັດນາ ແລະ ລ້ຽງໝູຂຸນ ຂາຍມາຈົນເທົ່າທຸກມື້ນີ້. ການລ້ຽງ ໝູແມ່ນໄດ້ເລີ່ມແຕ່ປີ 2015 ເປັນ ຕົ້ນມາໂດຍໄລຍະນັ້ນ ມີໝູໃນຟາມ 100 ກວ່າໂຕ, ການລ້ຽງໃຊ້ເວລາ ລ້ຽງ 6 ເດືອນ ຈຶ່ງກໍຂາຍອອກ. ການລ້ຽງ ແມ່ນໄດ້ໃຊ້ເວລາດົນທັງ ລາຄາໃນໄລຍະນັ້ນບໍ່ຄ່ອຍສູງປານ ໃດ ຈຶ່ງໄດ້ຫັນຈາກການລ້ຽງໝູ ຂຸນມາລ້ຽງພໍ່ແມ່ພັນໝູ ເພື່ອເພາະ ພັນລູກໝູນ້ອຍຂາຍ, ເຊິ່ງວິທີນີ້ໄດ້ ເລີ່ມມາແຕ່ປີ 2020 ໂດຍເບື້ອງຕົ້ນ ໄດ້ລົງທຶນຊື້ແມ່ພັນ 6 ໂຕ, ພໍ່ພັນ 1 ໂຕດ້ວຍທຶນຮອນ 70 ລ້ານກີບ, ພ້ອມທັງປັບປຸງຄອກ ໃໝ່ຂະໜາດ 10x40 ແມັດ. ສຳລັບວິທີການລ້ຽງໝູນ້ອຍ ຂາຍ ທ່ານນາງ ມ່ວນ ຜຸຍແກ້ວ ເລົ່າສູ່ຟັງວ່າ: ການລ້ຽງແມ່ນລ້ຽງ ທົ່ວໆໄປເຊັ່ນວ່າ: ເອົາຮໍາ, ເຂົ້າປຽນ ປະສົມຫົວອາຫານໃຫ້ໝູກິນເຊົ້າ ແລະ ແລງ, ຕິດຕາມເບິ່ງສຸຂະພາບ ຂອງໝູນ້ອຍ, ພ້ອມນີ້ ກໍຕ້ອງຕໍ່ ກ໊ອກນ້ຳເຂົ້າໃນຄອກ ແລະ ບໍ່ໃຫ້ນ້ຳ ຂາດ. ສ່ວນການລ້ຽງໝູພໍ່ແມ່ພັນ ໃຊ້ເວລາປະມານ 6 ເດືອນ ແມ່ໝູ ແຕ່ລະໂຕກໍຈະເກີດລູກ, ພາຍຫລັງ ເກີດແລ້ວ ກໍແຍກແຕ່ລະແມ່ອອກ ມາໄວ້ຄອກເຫລັກຫ້ອງລະແມ່ ເພື່ອ ບໍ່ໃຫ້ແອອັດ ຫລື ລູກໝູຕາຍ. ສ່ວນ ການເກີດລູກຂອງແມ່ໝູແຕ່ລະໂຕ ນັ້ນຈຶ່ງແຍກອອກຈາກແມ່ມາລ້ຽງ ດ້ວຍອາຫານເຄິ່ງເດືອນ (15 ມື້) ກໍສາມາດຂາຍອອກໃນລາຄາ 1,5 ລ້ານກີບຕໍ່ໂຕ. ໃນປີໜຶ່ງແມ່ໝູ ແຕ່ ລະໂຕໄດ້ເກີດລູກ 2 ຊຸດ. ປັດຈຸບັນ ພໍ່, ແມ່ພັນໝູໃນຟາມມີ 20 ກວ່າໂຕ, ສະເລ່ຍລາຍຮັບຈາກການເພາະ ພັນລູກໝູນ້ອຍຂາຍໄດ້200-300 ລ້ານກີບຕໍ່ປີ. ແນວໃດກໍດີເພື່ອຕອບ ສະໜອງຕາມຄວາມຕ້ອງການ ຂອງລູກຄ້າກໍຄືສັງຄົມທີ່ຕ້ອງການ ໝູນ້ອຍໄປລ້ຽງຈະໄດ້ຊື້ແມ່ພັນມາ ເພີ່ມ ທັງຈະລ້ຽງທອມເອົາລູກໝູທີ່ ເກີດຢູ່ໃນຟາມທີ່ສົມບູນໃຫ້ໄດ້10 ໂຕມາເສີມຕື່ມ ເພື່ອເຮັດໃຫ້ໝູໃນ ຟາມມີແມ່ໝູພັນ 30-40 ໂຕ ຈຶ່ງຈະ ຕອບສະໜອງຄວາມຕ້ອງການທີ່ ນັບມື້ເພີ່ມຂຶ້ນ. ດ້ວຍຄວາມມັກຮັກໃນອາຊີບ ລ້ຽງໝູບວກໃສ່ການເອົາໃຈໃສ່ຊຸກ ຍູ້ຈາກຂັ້ນເທິງ ຈຶ່ງເຮັດໃຫ້ຄອບຄົວ ມີການພັດທະນາກ້າວສູ່ການຫລຸດ ພົ້ນອອກຈາກຄວາມທຸກຍາກໂດຍ ສີ້ນເຊີງ. ນອກຈາກລາຍຮັບຈາກ ການເພາະພັນໝູນ້ອຍຂາຍໄດ້ 200-300 ລ້ານກີບຕໍ່ປີແລ້ວ, ຍັງ ມີລາຍຮັບຈາກການສີເຂົ້າຂາຍ, ຂາຍເຂົ້ານາ ແລະ ອື່ນໆ ລວມລາຍ ຮັບທັງໝົດ ປະມານ400 ລ້ານ ກີບຕໍ່ປີ.ຈາກການປະກອບອາຊີບ ດັ່ງກ່າວ ມາຮອດປັດຈຸບັນ ເຮັດໃຫ້ ຖານະຄອບຄົວມີການປ່ຽນແປງ, ມີການພັດທະນາ ເຊິ່ງສະແດງໃຫ້ ຈະແຈ້ງຄອບຄົວມີພາຫະນະຮັບ ໃຊ້, ມີເງິນແຮ່ໄວ້ໃຊ້ຈ່າຍບໍ່ຂາດ ທັງກາຍເປັນຄອບຄົວຕົວແບບໃນ ການເພາະພັນລູກໝູນ້ອຍຂາຍຂອງ ເມືອງພຽງ ແຂວງໄຊຍະບູລີ. ສະເລ່ຍບໍ່ຫລຸດ 13 ໂຕຂຶ້ນໄປ. ນັບ ແຕ່ມື້ເກີດໝູນ້ອຍມາ ຕ້ອງໃຫ້ຢູ່ນໍາ ແມ່ປະມານ1 ເດືອນ, ຫລັງຈາກ

RkJQdWJsaXNoZXIy MTc3MTYxMQ==