lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 31/01/2024 xtgmf]k; ກົມໃຫຍ່ການເມືອງກອງທັບ... ຜົນສຳເລັດກອງປະຊຸມ... ສູນວັດທະນະທຳຈີນ... ອອປສ ປາຖະກະຖາ... ລາວ-ກຳປູເຈຍ... ມອບ-ຮັບໂຄງການ.... ຂປລ. ພິທີມອບ-ຮັບໂຄງການ ປ່ຽນຖ່າຍອຸປະກອນເຕັກນິກໃຫ້ວິ ທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ລະຫວ່າງ ກະຊວງຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ວິ ທະຍຸກະຈາຍສຽງ ແຫ່ງ ສສ ຫວຽດ ນາມ(VOV) ຈັດຂຶ້ນໃນວັນທີ 30 ມັງກອນ 2024 ໂດຍມີທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະ ຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ, ຫົວໜ້າບັນນາທິການໜັງສືພິມປະ ຊາຊົນ, ທ່ານ ເຈີ່ນມິງຮຸ່ງຮອງຜູ້ອຳ ນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ, ພ້ອມດ້ວຍຜູ້ຕາງໜ້າ ສະຖານທູດຫວຽດນາມ ປະຈໍາລາວ ແລະ ພະນັກງານພາຍໃນວິທະຍຸກະ ຈາຍສຽງແຫ່ງຊາດລາວ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ໂພສີ ແກ້ວມະນີວົງ ກ່າວວ່າ: ໂຄງການ ປ່ຽນຖ່າຍອຸປະກອນ ແລະ ຍົກລະ ດັບທາງດ້ານເຕັກນິກ ໃຫ້ແກ່ວິທະ ຍຸກະຈາຍສຽງແຫ່ງຊາດລາວ ເພື່ອ ຜັນຂະຫຍາຍແນວທາງຂອງພັກ ແລະ ລັດຖະບານທີ່ຍາມໃດກໍໄດ້ ເອົາໃຈໃສ່ວຽກງານການໂຄສະນາ, ການໃຫ້ຂໍ້ມູນຂ່າວສານຕໍ່ສັງຄົມ ຜ່ານສື່ມວນຊົນ ແນໃສ່ປັບປຸງວຽກ ຖະແຫລງຂ່າວສື່ມວນຊົນໄປສູ່ລະ ບົບໃໝ່ທີ່ທັນສະໄໝ ເຊິ່ງມັນໄດ້ສອດ ຄ່ອງກັບແຜນພັດທະນາວຽກງານ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ອງໄລຍະປີ 2021-2025 ໂດຍສະເພາະແມ່ນຍຸດທະສາດການ ພັດທະນາວຽກງານຖະແຫລງຂ່າວ ສື່ມວນຊົນ ຮອດປີ 2025 ຄື: ພັດທະ ນາສື່ມວນຊົນລາວໃຫ້ມີຄຸນນະພາບ ໃໝ່ ແລະ ຫັນໄປສູ່ລະບົບດີຈິຕອນ ຢ່າງເປັນລະບົບຄົບຊຸດ ເພື່ອເຮັດໃຫ້ ການກະຈາຍຂໍ້ມູນຂ່າວສານຕ່າງໆ ສາມາດເຂົ້າເຖິງໄດ້ທຸກພື້ນທີ່ທົ່ວ ປະເທດ. ພ້ອມນີ້, ທ່ານຍັງໄດ້ຕາງ ໜ້າໃຫ້ລັດຖະບານ ກໍຄື ກະຊວງຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວສະແດງຄວາມຍ້ອງຍໍຊົມ ເຊີຍມາຍັງທຸກພາກສ່ວນທີ່ມີສ່ວນ ຮ່ວມໃນການຈັດຕັ້ງປະຕິບັດວຽກ ງານດັ່ງກ່າວຈົນປະສົບຜົນສຳເລັດ ໃນຄັ້ງນີ້, ພ້ອມທັງກ່າວມອບອຸປະ ກອນເຕັກນິກ, ເຄື່ອງມືຕ່າງໆທີ່ນອນ ຢູ່ໃນໂຄງການນີ້ ໃຫ້ແກ່ວິທະຍຸກະ ຈາຍສຽງແຫ່ງຊາດລາວ ເປັນຜູ້ນໍາ ໃຊ້ ແລະ ປົກປັກຮັກສາໃຫ້ເກີດປະ ໂຫຍດສູງ. ທ່ານ ສຸວັນ ວີໄລແສງ ຜູ້ອຳ ນວຍການໃຫຍ່ ວສລ ໄດ້ໃຫ້ຮູ້ວ່າ: ໂຄງການປ່ຽນຖ່າຍອຸປະກອນແລະ ຍົກລະດັບດ້ານເຕັກນິກໃຫ້ແກ່ ວສລ ແມ່ນໄດ້ຮັບການຊ່ວຍເຫລືອ ຈາກ ລັດຖະບານຫວຽດນາມ ມີມູນຄ່າ ທັງໝົດ 198 ຕື້ດົງ, ເປັນໂຄງການ ໃຫຍ່ ແລະ ມີມູນຄ່າສູງສໍາລັບຂົງ ເຂດ ຖວທ ໂດຍສະເພາະແມ່ນໃຫ້ ວສລ ເຊິ່ງເປັນການຍົກລະດັບອຸປະ ກອນເຕັກນິກ, ຄວາມອາດສາມາດ ໃນການກະຈາຍສຽງທັງຮູບແບບ ເກົ່າ ແລະ ຮູບແບບໃໝ່ທຽບທັນກັບ ບັນດາປະເທດໃນພາກພື້ນ ແລະ ສາກົນ, ເປັນການປະກອບສ່ວນສໍາ ຄັນໃຫ້ແກ່ການໂຄສະນາເຜີຍແຜ່ ແລະ ຄວາມເຂັ້ມແຂງອາຊຽນ” ໂດຍມີລັດຖະມົນຕີຕ່າງປະເທດ ອາຊຽນ, ລັດຖະມົນຕີຕ່າງປະເທດ ຕີມໍແລັດສະເຕ ໃນນາມປະເທດສັງ ເກດການ ແລະ ເລຂາທິການໃຫຍ່ ອາຊຽນ ເຂົ້າຮ່ວມ. ພາຍຫລັງສໍາເລັດກອງປະຊຸມ ຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນວ່າ: ນີ້ເປັນກອງປະຊຸມລັດຖະມົນຕີຕ່າງ ປະເທດ ຄັ້ງທໍາອິດ ໃນຖານະທີ່ສປປ ລາວ ເປັນປະທານອາຊຽນ 2024. ກອງປະຊຸມໄດ້ສະຫລຸບຕີລາຄາຄືນ ຜົນການຈັດຕັ້ງປະຕິບັດຜົນຂອງ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ ຊຶ່ງຈັດຂຶ້ນໃນເດືອນ ກັນຍາ 2023 ທີ່ປະເທດອິນໂດເນ ເຊຍ. ພ້ອມນີ້, ໃນຖານະເປັນປະທານ ອາຊຽນ, ສປປ ລາວ ໄດ້ແຈ້ງໃຫ້ບັນ ດາລັດຖະມົນຕີຕ່າງປະເທດອາ ຊຽນຊາບກ່ຽວກັບເປົ້າໝາຍກໍຄືຂົງ ເຂດບຸລິມະສິດຂອງລາວ ໃນການ ເປັນປະທານອາຊຽນຄັ້ງນີ້ ຊຶ່ງລວມ ມີ 9 ບຸລິມະສິດ ທີ່ສຸມໃສ່ 2 ອົງປະ ກອບຫລັກຄື: “ເພີ່ມທະວີການເຊື່ອມ ຈອດ” ແລະ “ເພີ່ມທະວີຄວາມເຂັ້ມ ແຂງ”. ນອກຈາກນີ້ ກອງປະຊຸມໄດ້ ປຶກສາຫາລືກ່ຽວກັບການກະກຽມ ບັນດາວິໄສທັດຂອງອາຊຽນ ໂດຍ ສະເພາະວິໄສທັດອາຊຽນ 2045 ຊຶ່ງແມ່ນໜຶ່ງໃນບຸລິມະສິດໃນການ ເປັນປະທານອາຊຽນຂອງລາວ ເພື່ອຮັບປະກັນໃຫ້ຮ່າງວິໄສທັດດັ່ງ ກ່າວຖືກຮັບຮອງໃນໂອກາດການ ເປັນປະທານອາຊຽນ ຂອງປະເທດ ມາເລເຊຍ ໃນປີ 2025 ທີ່ຈະມາ ເຖິງນີ້. ນອກຈາກນີ້, ໃນກອງປະຊຸມ ຄັ້ງນີ້ບັນດາລັດຖະມົນຕີຕ່າງປະເທດ ອາຊຽນ ໄດ້ພ້ອມກັນແລກປ່ຽນຄໍາ ຄິດຄໍາເຫັນ ແລະ ສະແດງທັດສະ ນະຂອງຕົນກ່ຽວກັບສະພາບການ ພາກພື້ນ ແລະສາກົນທີ່ມີຄວາມ ສົນໃຈຮ່ວມກັນ ເປັນຕົ້ນ ບັນຫາ ໃນມຽນມາ, ບັນຫາທະເລຈີນໃຕ້, ບັນຫາແຫລມເກົາຫລີ, ບັນຫາອູ ແກຣນ ແລະ ບັນຫາໃນຕາເວັນອອກ ກາງ. ພ້ອມນີ້ ໄດ້ປຶກສາຫາລືກ່ຽວ ກັບມາດຕະການ ແລະ ຮູບແບບ ການພົວພັນຮ່ວມມືລະຫວ່າງອາ ຊຽນກັບບັນດາປະເທດຄູ່ຮ່ວມເຈ ລະຈາຊຶ່ງອາຊຽນຢືນຢັນຄືນຄວາມ ເປັນແກນກາງຂອງອາຊຽນຊຶ່ງເປັນ ບ່ອນອິງຫລັກຂອງບັນດາປະເທດ ສະມາຊິກອາຊຽນ ໃນການຮ່ວມມື ກັບບັນດາປະເທດທີ່ເປັນຄູ່ຮ່ວມເຈ ລະຈາ ແລະ ປະເທດຄູ່ຮ່ວມມືພັດທະ ນາຂອງອາຊຽນ. ພ້ອມນີ້, ທ່ານ ສະເຫລີມໄຊ ກົມມະສິດ ຍັງຕີລາຄາວ່າ: ກອງປະ ຊຸມຄັ້ງນີ້ ແມ່ນໄດ້ຮັບຜົນສໍາເລັດ ຕາມທີ່ຄາດໝາຍໄວ້, ພ້ອມນີ້ທ່ານ ໄດ້ສະແດງຄວາມຂອບໃຈມາຍັງ ທຸກພາກສ່ວນທີ່ໃຫ້ການຮ່ວມມື ຈັດກອງປະຊຸມຄັ້ງນີ້ເປັນຢ່າງດີ, ຊຶ່ງນັບຈາກນີ້ ເປັນຕົ້ນໄປ ສປປ ລາວ ຈະສືບຕໍ່ກະກຽມຈັດອີກຫລາຍ ກອງປະຊຸມສໍາຄັນໃນຖານະເປັນ ປະທານອາຊຽນ 2024. ແນວທາງນະໂຍບາຍຂອງພັກລັດ, ໃຫ້ກວ້າງຂວາງທົ່ວ ເຖິງທັງຢູ່ ພາຍໃນ ແລະ ຕ່າງປະເທດ. ໃນນີ້, ການລົງທຶນທັງໝົດ ແມ່ນລົງທຶນໃໝ່ ລະບົບເຄື່ອງສົ່ງ FM ເພື່ອຍົກສູງ ຄຸນນະພາບ ແລະ ເປີດກວ້າງຂອບ ເຂດການກະຈາຍສຽງໃຫ້ວິທະຍຸກະ ຈາຍສຽງແຫ່ງຊາດລາວ ທີ່ນະ ຄອນຫລວງວຽງຈັນ ແລະ ເຂດໃກ້ ຄຽງ, ລົງທຶນໃໝ່ລະບົບເຄື່ອງສົ່ງ ດ້ວຍການນໍາໃຊ້ລະບົບທັນສະໄໝ ໃນລະບົບອິນເຕີເນັດ ເພື່ອກະຈາຍ ສຽງອອກອາກາດລາຍການວິທະຍຸ ທັງພາຍໃນ ແລະ ຕ່າງປະເທດ,ລະ ບົບອຸປະກອນສໍາຮອງ ເພື່ອຮັບປະ ກັນໃຫ້ບັນດາເຄື່ອງຈັກ, ອຸປະກອນ ເຄື່ອນໄຫວຢ່າງມີປະສິດທິພາບ ແລະ ປອດໄພ, ຍົກລະດັບ, ປ່ຽນ ຖ່າຍດ້ານເຕັກໂນໂລຊີບັນດາລະບົບ ເຄື່ອງຈັກ ແລະ ອຸປະກອນທີ່ໄດ້ລົງ ທຶນ ແລະ ອື່ນໆ. ສຳລັບການປະກອບ ແລະ ຕິດ ຕັ້ງອຸປະກອນ ພາຍໃຕ້ໂຄງການ ດັ່ງກ່າວ ລວມມີ: ການປັບປຸງຫ້ອງ ອອກອາກາດ On Air 1 ຫ້ອງ, ຫ້ອງອັດສຽງ 5 ຫ້ອງ, ຫ້ອງຄວບ ຄຸມໃຫຍ່(MainControlRoom) 1 ຫ້ອງ, ຫ້ອງ ເຊີເວີ 1 ຫ້ອງ, ຫ້ອງ ກະກຽມລາຍການສໍາລັບອອກອາ ກາດ 1 ຫ້ອງ, ຫ້ອງອັດໃຫຍ່ (Studio) 1 ຫ້ອງ, ຈັກໄຟຟ້າຂະໜາດ 350 KVA1ໜ່ວຍ, ເຄື່ອງສົ່ງ FM 20 KW 1 ຊຸດ, ອຸປະກອນສໍາລັບ ການສ້ອມແປງເຄື່ອງສົ່ງ FM ສະ ຖານີເຄືອຂ່າຍສົ່ງຕໍ່ຢູ່ແຂວງຫລວງ ພະບາງ ແລະ ແຂວງຈໍາປາສັກ 2 ຊຸດ ແລະ ໄດ້ສໍາເລັດການສ້ອມແປງ, ປ່ຽນຖ່າຍອຸປະກອນສະຖານີເຄືອ ຂ່າຍທີ່ແຂວງຫລວງພະບາງ. ນອກ ຈາກນີ້, ວິທະຍຸກະຈາຍສຽງແຫ່ງ ສສ ຫວຽດນາມ ຍັງໄດ້ຊ່ວຍຝຶກອົົບ ຮົມດ້ານເຕັກນິກໃຫ້ແກ່ວິຊາການ ຂອງວິທະຍຸກະຈາຍສຽງແຫ່ງຊາດ ລາວ ຫລາຍຄັ້ງ. ພ້ອມນີ້, ທ່ານ ເຈິ່ນ ມິງ ຮຸ່ງ ກໍ ໄດ້ ມີຄໍາເຫັນພ້ອມທັງສະແດງຄວາມ ເຊື່ອໝັ້ນວ່າ: ໂຄງການດັ່ງກ່າວນີ້ຈະ ປະກອບສ່ວນສໍາຄັນເຮັດໃຫ້ວຽກ ງານສື່ສານຂອງກະຊວງຖະແຫລງ ຂ່າວ, ວັດທະນະທຳແລະທ່ອງທ່ຽວ ຂອງ ສປປ ລາວ ໂດຍສະເພາະແມ່ນ ວິທະຍຸກະຈາຍສຽງແຫ່ງຊາດລາວ ໃນການໂຄສະນາແນວທາງນະໂຍ ບາຍຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມຂອງລັດຖະ ບານລາວ ແລະ ຂໍ້ມູນຂ່າວສານ ຕ່າງໆ ໃຫ້ນັບມື້ກ້າວສູ່ຄວາມທັນສະ ໄໝ, ວ່ອງໄວ, ກວ້າງຂວາງ ແລະ ມີ ປະສິດທິຜົນກວ່າເກົ່າ. ພາບ:ຂັນໄຊ ການເມືອງກອງທັບ, ມີບັນດາສະ ຫາຍໃນຄະນະພັກ ແລະ ພະນັກງານ ອ້ອມຂ້າງທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນຈັດຕະ ວາ ບຸນເຫລືອ ໄຊຍະເພັນ ໄດ້ຍົກໃຫ້ ເຫັນເຖິງສະພາບແວດລ້ອມກ່ອນ ການສ້າງຕັ້ງກອງທັບປະຊາຊົນ ປະຕິວັດລາວ ຊຶ່ງໃນບາງຕອນໄດ້ ກ າວວ່າ:ໃນໄລຍະປີ1946-1949, ປະຕິບັດຕາມແນວທາງການຕໍ່ ຕ້ານ“ຍືດເຍື້ອຍາວນານເດັດຂາດມີ ໄຊ” ຂອງພັກ, ທຸກກໍາລັງໄດ້ຫັນ ລົງສູ່ຊົນນະບົດສ້າງເຂດທີ່ໝັ້ນ, ກໍ່ ສ້າງຮາກຖານໃນໝູ່ປະຊາຊົນ, ປຸກ ລະດົມຂົນຂວາຍປະຊາຊົນກໍ່ສ້າງ ກຳລັງປະກອບອາວຸດຢູ່ທ້ອງຖິ່ນ, ປະຕິບັດຍຸດທະສາດສົງຄາມກອງ ຫລອນ ຊຶ່ງໄລຍະນີ້ສົງຄາມກອງ ຫລອນໄດ້ປະກົດຕົວຂຶ້ນຢູ່ຫລາຍ ທ້ອງຖິ່ນແລະການຈັດຕັ້ງກຳລັງປະ ກອບອາວຸດໄດ້ຮັບການສ້າງຕັ້ງຂຶ້ນ ຢ່າງລຽນຕິດ ເຊັ່ນ: ສ້າງຕັ້ງກອງ ຟ້າງຸ່ມຢູ່ວຽງຈັນ, ກອງໄຊຈັກກະ ພັດຢູ່ພາກໃຕ້, ກອງປັດໄຈຢູ່ຊຽງ ຂວາງ, ກອງໄຊເຊດຖາຢູ່ພາກກາງ, ສ້າງຕັ້ງຄະນະຕະລຸມບອນລາວ ເໜືອ, ກອງໂຄສະນາປະກອບອາ ວຸດ. ຈາກສະພາບແວດລ້ອມດັ່ງ ກ່າວ, ມາຮອດວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນຖໍ້າແມເຂດລາວ ຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງ ຫົວພັນ ປະທານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງ “ກອງລາດ ຊະ ວົງ” ຂຶ້ນຢ່າງເປັນທາງການ ແລະ ໃນມື້ດຽວກັນ ພາຍໃຕ້ການນໍາພາ ອັນແທດເຖິງຂອງສາຂາພັກກອມ ມູນິດອິນດູຈີນ ປະຈໍາແຄວ້ນລາວ ກໍໄດ້ຈັດຕັ້ງກອງປະຊຸມ ໂດຍເອົາ ສະຖານທີ່ກອງລາດຊະວົງ ເປັນ ບ່ອນປະຊຸມ ແລະ ໄດ້ປະກາດສ້າງ ຕັ້ງກອງທັບລາວອິດສະຫລະຢ່າງ ເປັນທາງການ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດ ສ້າງຕັ້ງ ແລະ ບັນຊາໂດຍກົງ. ຖັດ ຈາກນັ້ນມາ, ກໍໄດ້ປະກາດຮັບເອົາ ບັນດາກອງເອກະລາດອື່ນໆ ເຊັ່ນ: ກອງໄຊຈັກກະພັດ, ກອງຟ້າງຸ່ມ, ກອງປັດໄຈ ແລະ ກອງໄຊເຊດຖາ ໂຮມເຂົ້າເປັນ ກອງທັບລາວອິດ ສະຫລະ. ນັບແຕ່ນັ້ນມາ, ວັນທີ 20 ມັງກອນ 1949 ຈຶ່ງກາຍເປັນວັນປະ ຫວັດສາດແຫ່ງການສ້າງຕັ້ງ “ກອງ ທັບປະຊາຊົນລາວ”. ພ້ອມນີ້, ຍັງໄດ້ ຍົກໃຫ້ເຫັນເຖິງຄວາມຈໍາເປັນພາ ວະວິໄສຂອງການສ້າງຕັ້ງກອງທັບ ປະຊາຊົນລາວ, ຄວາມໝາຍຄວາມ ສຳຄັນຂອງການສ້າງຕັ້ງກອງທັບ ປະຊາຊົນລາວ, ລວມເຖິງຜົນງານ ໄຊຊະນະ, ການເຕີບໃຫຍ່ຂະຫຍາຍ ຕົວຂອງກອງທັບປະຊາຊົນລາວ ໃນແຕ່ລະໄລຍະ, ຍົກໃຫ້ເຫັນເຖິງ ທາດແທ້ ແລະ ມູນເຊື້ອອັນສະຫງ່າ ອົງອາດຂອງກອງທັບປະຊາຊົນ ລາວ, ບັນດາໜ້າທີ່ຈັດຕັ້ງປະຕິບັດ ເພື່ອສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນດີງາມຂອງກອງ ທັບປະຊາຊົນລາວ. ຈາກນັ້ນ, ສະຫາຍ ພົນຈັດຕະວາ ບຸນເຫລືອ ໄຊຍະເພັນ ກໍໄດ້ສືບຕໍ່ ປາຖະກະຖາລະນຶກວັນເກີດ ຂອງ ປະທານ ຄໍາໄຕ ສີພັນດອນ ໂດຍໄດ້ ຍົກ ໃຫ້ເຫັນເຖິງຊີວິດເຍົາໄວ ແລະ ຈຸດເລີ່ມຕົ້ນການເຄື່ອນໄຫວປະຕິ ວັດຂອງປະທານ ຄໍາໄຕ ສີພັນດອນ; ຍົກໃຫ້ເຫັນການເຄື່ອນໄຫວປະຕິ ວັດໃນແຕ່ລະໄລຍະຂອງເພິ່ນນັບ ແຕ່ເຂົ້າຮ່ວມຂະບວນການຕໍ່ສູ້ ຕ້ານຈັກກະພັດໂຕເກົ່າຢູ່ພາກໃຕ້, ການນໍາພາຕໍ່ຕ້ານຢູ່ພາກກາງ, ການ ຊີ້ນໍາບັນຊາຕໍ່ສູ້ປົກປັກຮັກສາ 2 ແຂວງເຕົ້າໂຮມ ແລະ ປະຕິບັດ ຄວາມຖືກຕ້ອງປອງດອງ ຄັ້ງທີ I, ການນໍາພາຕໍ່ສູ້ຕ້ານສົງຄາມຂອງ ຈັກກະພັດໂຕໃໝ່ ແລະ ລູກມື ຈົນພາ ໄປເຖິງເຊັນສັນຍາວຽງຈັນ1973, ການນໍາພາຕໍ່ສູ້ປະຕິບັດສັນຍາວຽງ ຈັນ ປີ 1973 ແລະ ຍຶດອຳນາດທົ່ວ ປະເທດ ໂດຍການນໍາໃຊ້ 3 ບາດ ຄ້ອນຍຸດທະສາດ ປີ 1975. ພ້ອມ ນີ້, ຍັງໄດ້ຍົກໃຫ້ເຫັນເຖິງບົດບາດ ອັນສຳຄັນຂອງ ປະທານ ຄໍາໄຕ ສີພັນດອນ ໃນການຊີ້ນໍາ-ນໍາພາປະ ຕິບັດ 2 ໜ້າທີ່ຍຸດທະສາດ ແລະ ພາ ລະກິດປ່ຽນແປງໃໝ່ຂອງພັກ, ການ ເຄື່ອນໄຫວຂອງເພິ່ນພາຍຫລັງ ອອກພັກຜ່ອນຮັບບໍານານ ນັບແຕ່ ປີ 2006 ເປັນຕົ້ນມາ ຊຶ່ງເວລາສ່ວນ ໃຫຍ່ແມ່ນຢູ່ແຂວງຈໍາປາສັກ ຊຶ່ງ ເພິ່ນໄດ້ສືບຕໍ່ອຸທິດຕົນ ເພື່ອສືບຕໍ່ ສ້າງພັກໃຫ້ເຂັ້ມແຂງ ແລະ ມີຄວາມ ສາມາດປະຕິບັດພາລະກຳປະຫວັດ ສາດ ສ້າງລະບອບສັງຄົມນິຍົມໃຫ້ ເປັນຈິງ ເທື່ອລະກ້າວ ແລະ ເພິ່ນ ຢາກນໍາພາຈັດຕັ້ງປະຕິບັດແນວ ທາງຂອງພັກ ໃຫ້ໄດ້ຮັບຜົນ ເພື່ອບັນ ລຸເປົ້າໝາຍທີ່ວ່າ ປະເທດຊາດມັ່ງ ຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງມີປະຊາ ທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ຈຸດປະສົງຂອງການປາຖະກະ ຖາໃນຄັ້ງນີ້, ກໍເພື່ອເຮັດໃຫ້ພະນັກ ງານ-ສະມາຊິກພັກ ທົ່ວກົມໃຫຍ່ ການເມືອງກອງທັບກໍາແໜ້ນ, ຮັບ ຮູ້ຄວາມພິລະອາດຫານ ແລະ ຜົນ ງານອັນຍິ່ງໃຫຍ່ຂອງກອງທັບປະ ຊາຊົນລາວ ໃນພາລະກິດປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນຮອບດ້ານ ແລະ ຮໍ່າຮຽນ ເອົາແບບຢ່າງອັນລ້ຳເລີດຂອງປະ ທານ ຄຳໄຕ ສີພັນດອນ ເພື່ອນໍາໄປ ພັດທະນາຕົນເອງ ກໍຄື ການໝູນໃຊ້ ເຂົ້າໃນແບບແຜນການດໍາລົງຊີວິດ ແລະ ການປະຕິບັດໜ້າທີ່ວຽກງານ ຕົວຈິງໃຫ້ມີປະສິດທິຜົນດີຂຶ້ນໄປ ເລື້ອຍໆ. ໃນໂອກາດດຽວກັນ, ຍັງໄດ້ປະ ກາດຜົນການປະກວດຮູບພາບທົ່ວ ກົມໃຫຍ່ການເມືອງກອງທັບ ເຊິ່ງ ມີ 27 ກົມກອງເຂົ້າຮ່ວມ. ໃນນີ້, ລາງວັນຊະນະເລີດ ແມ່ນກົມໂຄສະ ນາອົບຮົມ, ທີ 2 ກົມກົດໝາຍ ແລະ ກອງວໍລະສານປ້ອງກັນຊາດ, ທີ 3 ກົມກໍ່ສ້າງຮາກຖານ, ກອງບັນນາທິ ການໜັງສືພິມກອງທັບ, ຫ້ອງການ ກົມໃຫຍ່ການເມືອງກອງທັບ ແລະ ລາງວັນຊົມເຊີຍ ມີ 21 ກົມ ກອງ. ຂ່າວ: ວຽງສະຫວັນ, ພາບ: ເກດສະໜາ ມະ, ພ້ອມທັງຮັບຊົມການສະແດງ ດົນ ຕີພື້ນເມືອງອໍເກັດຕາອູຊີ ແຂວງ ຈຽງຊູ ປະເທດຈີນ ເປັນຕົ້ນ ການ ຮ້ອງເພັງອະລໍາພະບົດແຫ່ງລະດູ ບານໃໝ່, ລະບໍາງູທອງ, ສາມກົກ, ແຂ່ງມ້າ, ຄໍ່າຄືນແຫ່ງຄວາມມ່ວນ ຊື່ນ ແລະ ການບັນເລງປະສານບຸບ ຜາງາມຈັນເຕັມດວງ ແລະ ອື່ນໆ. ພ້ອມນີ້, ວົງດົນຕີພື້ນ ເມືອງອໍເກັດ ຕ້າອູຊີ ໄດ້ກຽມບົດເພງທີ່ຄົນລາວ ຄຸ້ນເຄີຍ ເຊັ່ນ: ດວງຈັນແທນດວງ ໃຈຂອງຂ້ອຍ, ຖຽນມີ້ມີ້ ແລະ ແດນ ແຫ່ງອິດສະຫລະທີ່ເປັນບົດເພງປະ ຕິວັດທີ່ມີຊື່ສຽງລາວ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າ ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ບຸນກຸດຈີນ ແມ່ນ ບຸນທີ່ສຳຄັນທີ່ສຸດ ຂອງປະເທດຈີນ ເຊິ່ງໃນປີ 2024 ຕາມຈັນທະປະ ຕິທິນຂອງຈີນແມ່ນປີມັງກອນ (ປີ ມະໂຣງ) ເຊິ່ງມັງກອນ ເປັນສັດໃນ ຈິນຕະນາການຊະນິດດຽວໃນບັນ ດາ 12 ນັກສັດ, ທີ່ສາມາດເດີນດິນ, ບິນຂຶ້ນສູ່ທ້ອງຟ້າ, ລົງມະຫາສະໝຸດ ແລະ ເປັນສັນຍາລັກແຫ່ງຄວາມ ແຂງແກ່ນມຸ່ງມານະ, ໂຊກລາບ, ສົມປາຖະໜາ ແລະ ເປັນຕົວແທນທີ່ ສາມາດເຮັດໃຫ້ລົມຝົນຕົກຕ້ອງ ຕາມລະດູ. ການສະເຫລີມສະຫລອງ ບຸນກຸດຈີນ ເປັນກິດຈະກໍາ ແລກປ່ຽນ ວັດທະນະທໍາຈີນ ກັບຕ່າງປະເທດ ເຊິ່ງງານສະເຫລີມສະຫລອງບຸນ ກຸດຈີນ ໃນປີ 2024 ນີ້, ຈະຈັດກິດ ຈະກໍາແລກປ່ຽນຮູບແບບຕ່າງໆ 500ກິດຈະກໍາຢູ່100ກວ່າປະເທດ ແລະ ພາກພື້ນທົ່ວໂລກ. ສະເພາະ ກິດຈະກໍາຢູ່ສປປລາວ ໃນເດືອນວັດ ທະນະທໍາຈີນນີ້, ສູນວັດທະນະທໍາ ຈີນ ປະຈໍາ ສປປ ລາວ ຈະສືບຕໍ່ຈັດ ກິດຈະກໍາ ສອນການຫໍ່ກ້ຽວ,ງານ ວາງສະແດງສໍາຜັດວັດທະນະທໍາ ໃນບຸນກຸດຈີນ, ການນຸ່ງຊຸດຈີນບູ ຮານ, ຖ່າຍຮູບລຸ້ນຮັບລາງວັນ ແລະ ກິດຈະກຳອື່ນໆ. ສໍາລັບຂໍ້ມູນເພີ່ມ ເຕີມຂອງກິດຈະກໍາສາມາດຕິດ ຕາມຜ່ານທາງ Facebook: China Cultural Center in Laos. ໂອກາດນີ້, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫລງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ສປປ ລາວ ແລະ ສປ ຈີນ ເປັນປະເທດເພື່ອນມິດບ້ານໃກ້ ເຮືອນຄຽງ ທີ່ມີສາຍພູແມ່ນໍ້າຕິດ ຈອດກັນ ປະຊາຊົນສອງຊາດ ໄດ້ມີ ຄວາມຜູກພັນໄປມາຫາສູ່ກັນມາ ຕັ້ງແຕ່ບູຮານນາການ, ເທສະການ ກຸດຈີນ ເປັນງານໜຶ່ງທີ່ສຳຄັນທາງ ດ້ານວັດທະນະທຳຂອງ ສປ ຈີນ ລວມເຖິງພົນລະເມືອງ ກໍຄື ປະຊາ ຊົນທີ່ມີເຊື້ອສາຍຈີນ ທີ່ດຳລົງຊີວິດ ໃນປະເທດຕ່າງໆ. ມື້ຂຶ້ນປີໃໝ່ກຸດ ຈີນນີ້ ມີຄວາມສຳຄັນຫລາຍ ເຊິ່ງ ໝາຍເຖິງການເລີ່ມຕົ້ນໃໝ່ ເປັນມື້ທີ່ ຊ່ວຍເລີ່ມການຕັດສິນໃຈໃໝ່ໆຕາມ ຄວາມເຊື່ອຂອງຊາວຈີນ. ວັນດັ່ງ ກ່າວຍັງເປັນວັນລວມຕົວຂອງພີ່ ນ້ອງໃນຄອບຄົວໃຫ້ບັນດາລູກ ຫລານໄດ້ໄປອວຍພອນ ແລະຂໍພອນ ຈາກບັນພະບູລຸດເພື່ອຄວາມເປັນສີ ລິມຸງຄຸນ, ໜ້າທີ່ວຽກງານກໍຄືການ ດຳເນີນທຸລະກິດ ເຊິ່ງກໍຄ້າຍຄືກັນກັບ ບຸນປີໃໝ່ລາວ ໃນເດືອນເມສາຂອງ ທຸກໆປີ ທີ່ລູກຫລານກໍຈະເຕົ້າໂຮມ ກັນເພື່ອໄປຫົດນໍ້າອວຍພອນ ແລະ ຂໍພອນຈາກຍາດຜູ້ອາວຸດໂສ. ກິດຈະກຳຕ່າງໆໃນເທສະການ ກຸດຈີນ ແມ່ນເປັນເອກະລັກມີຄວາມ ສວຍງາມ ແລະ ໄດ້ຮັບການສືບ ທອດຈາກບັນພະບູລຸດໃຫ້ລູກຫລານ ຄົນຮຸ່ນໃໝ່ສືບທອດໄດ້ເປັນຢ່າງດີ ເຊັ່ນ: ການຕົບແຕ່ງບ້ານເຮືອນ,ການ ຂຽນຕົວອັກສອນຈີນ, ການແຕ່ງ ກາຍດ້ວຍຊຸດປະຈຳຊາດ ເພື່ອອະນຸ ລັກວັດທະນະທໍາການແຕ່ງກາຍທີ່ ສວາຍງາມຂອງຊາວຈີນ ທີ່ໄດ້ຮັບ ຄວາມນິຍົມຢ່າງກ້ວາງຂວາງ. ຂ່າວ: ກິດຕາ,ພາບ: ເກດສະໜາ ປີຊາສາມາດ, ຄວາມສະຫລຽວສະ ຫລາດຂອງປະທານ ຄໍາໄຕ ສີພັນ ດອນ ໃນການຊີ້ນໍາ-ບັນຊາກອງທັບ ປະຊາຊົນລາວ ໃນການຕໍ່ສູ້ກູ້ຊາດ ບໍ່ຍອມຈໍານົນ ຈົນສາມາດຍາດໄດ້ ໄຊຊະນະທີ່ສົມບູນ ແລະ ສະຖາປາ ນາປະເທດ ສປປ ລາວ ຂຶ້ນໃນວັນ ທີ 2 ທັນວາ 1975. ຜົນງານ, ບົດ ບາດອັນສໍາຄັນໃນການນໍາພາ-ຊີ້ນໍາ ໃນໄລຍະພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນແຕ່ລະໄລຍະຈົນເຖິງປັດຈຸບັນ; ວິຖີຊີວິດທີ່ດຸໝັ່ນພາກພຽນ, ແບບ ແຜນການເຮັດວຽກທີ່ຊັດເຈນ, ການ ອຸທິດຕົນເພື່ອຊາດ, ເພື່ອປະຊາຊົນ ແລະ ເປັນທີ່ເຄົາລົບຮັກຂອງປະຊາ ຊົນບັນດາເຜົ່າ. ນອກຈາກນັ້ນ, ທ່ານ ບຸນທັນ ບຸນທະວິໄລ ໄດ້ເນັ້ນໃຫ້ສະມາຊິກ ພັກ, ພະນັກງານທັງໝົດພ້ອມກັນຕັ້ງ ໜ້າຮໍ່າຮຽນເອົາແບບຢ່າງຂອງ ປະທານ ຄໍາໄຕ ສີພັນດອນ ເປັນ ຕົ້ນ ຕັ້ງໜ້າຄົ້ນຄວ້າສຶກສາຮໍ່າຮຽນ ເອົາຄຸນສົມບັດສິນທໍາປະຕິວັດ, ຄວາມຈົງຮັກພັກດີ, ຄວາມບໍລິສຸດ ພຸດຜ່ອງ, ຄວາມມະນະອົດທົນ, ອຸ່ນ ອ່ຽນທຸ່ນທ່ຽງ, ມີໄຫວພິບໃນການ ຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ ຕົນຮັບຜິດຊອບ ເພື່ອອຸທິດຕົນໃຫ້ ພາລະກິດປະຕິວັດ, ເພື່ອຊາດເພື່ອ ປະຊາຊົນ, ມີນໍ້າໃຈເອກະລາດເປັນ ເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ຕັ້ງໜ້າເສີມຂະຫຍາຍຜົນງານ ແລະ ມູນເຊື້ອອັນດີງາມທີ່ພັກ-ລັດຍາດມາ ໄດ້ໃນໄລຍະຜ່ານມາ ໃຫ້ເຕີບໃຫຍ່ ຂະຫຍາຍຕົວຂຶ້ນເລື້ອຍໆ. ພ້ອມກັນ ນັ້ນ, ຕ້ອງຕັ້ງໜ້າແກ້ໄຂບັນດາຈຸດ ອ່ອນຂໍ້ຄົງຄ້າງແລະປາກົດການຫຍໍ້ ທໍ້ຕ່າງໆໃນຖັນແຖວກົງຈັກການຈັດ ຕັ້ງ, ສະມາຊິກພັກ-ພະນັກງານໃຫ້ ນັບມື້ນັບຫລຸດລົງ, ສ້າງໃຫ້ພັກຂອງ ພວກເຮົາມີຄວາມປອດໃສ, ໜັກ ແໜ້ນ ແລະ ເຂັ້ມແຂງ,ຄວາມເປັນ ແບບຢ່າງນໍາໜ້າ, ຄວາມສາມັກຄີ ປຶກແຜ່ນ, ຈິດໜຶ່ງໃຈດຽວອ້ອມຂ້າງ ພັກ; ຄະນະພັກ ແລະ ສະມາຊິກພັກ ຂອງອົງການໄອຍະການປະຊາຊົນ ຕ້ອງຍົກສູງຄວາມຮັບຜິດຊອບການ ເມືອງ, ຍົກສູງນໍ້າໃຈຮັກຊາດອັນດູດ ດື່ມ, ຈິດໃຈເອກະລາດເປັນເຈົ້າຕົນ ເອງເພິ່ງຕົນເອງ, ສຸມທຸກກຳລັງ ແຮງ, ຕັ້ງໜ້າແກ້ໄຂສະພາບຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ ການເງິນປັດຈຸບັນໃຫ້ຜ່ານພົ້ນໄປ ແລະ ສ້າງທ່ວງທ່າ ໃໝ່ທີ່ໜັກແໜ້ນ ເຂັ້ມແຂງເພື່ອກ້າວຂຶ້ນພັດທະນາ ປະເທດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີXI ຂອງພັກໄດ້ກຳນົດໄວ້; ສືບ ຕໍ່ເອົາໃຈໃສ່ວຽກງານສຶກສາອົບ ຮົມການເມືອງ-ແນວຄິດໃຫ້ພະນັກ ງານ-ສະມາຊິກພັກມີຄວາມຮັບຮູ້ ເຂົ້າໃຈແນວທາງ, ນະໂຍບາຍຂອງ ພັກກົດໝາຍຂອງລັດ, ມີສະຕິລະ ວັງຕົວຕໍ່ກົນອຸບາຍມ້າງເພທໍາລາຍ ຂອງພວກຄົນບໍ່ດີ ແລະ ອິດທິກຳລັງ ປໍລະປັກ, ຕັ້ງໜ້າເປັນເຈົ້າການເຂົ້າ ຮ່ວມໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມສີວິໄລ,ຈະເລີນຮຸ່ງເຮືອງ ຂຶ້ນເລື້ອຍໆ; ເພີ່ມທະວີພົວພັນຮ່ວມ ມືກັບພາຍນອກແລະອົງການຈັດຕັ້ງ ສາກົນຕ່າງໆໃຫ້ກວ້າງຂວາງ, ເປັນ ເຈົ້າການຍາດແຍ່ງເອົາການຊ່ວຍ ເຫລືອ ແລະ ຮ່ວມມືໃຫ້ນັບມື້ນັບ ເພີ່ມຂຶ້ນ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ວ່າມີຄວາມຈຳເປັນຕາມຂໍ້ກຳນົດ ດ້ານເຕັກນິກ. ການພົບປະໃນຄັ້ງນີ້, ສອງຝ່າຍໄດ້ປຶກສາຫາລື ແລະ ຮັບ ຮອງຮູບແບບຫລັກໝາຍຊາຍແດນ ທິ່ຜະລິດອອກມາ ເຊິ່ງຜ່ານການ ກວດກາເຫັນວ່າຖືກຕ້ອງສອດຄ່ອງ ຕາມແບບທີ່ສອງຝ່າຍຮັບຮອງ ຜ່ານມາ ຈຶ່ງໄດ້ເອກະພາບກັນຮັບ ຮອງເອົາ ແລະ ໃນໂອກາດນີ້ສອງ ຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບການປະຕິບັດວຽກງານ ຊາຍແດນຮ່ວມກັນໃນຕໍ່ໜ້າ ແລະ ໄດ້ລົງນາມບົດບັນທຶກຮ່ວມກັນ. ການເຄື່ອນໄຫວວຽກງານ ໃນ ຄັ້ງນີ້, ເປັນການຊຸກຍູ້ທີ່ສໍາຄັນໃຫ້ແກ່ ວຽກງານສໍາຫລວດ ແລະ ປັກຫລັກ ໝາຍຊາຍແດນຮ່ວມລະຫວ່າງ ສອງປະເທດລາວ ແລະ ກໍາປູເຈຍ ໂດຍສະເພາະແມ່ນການປັກຫລັກ ໝາຍຊາຍແດນແບບໃໝ່ທີ່ແໜ້ນ ໜາຖາວອນປ່ຽນແທນຫລັກໝາຍ ໃນປັດຈຸບັນ ແລະ ປັກຫລັກໝາຍ ຊາຍແດນເພີ່ມເຕີມ ເພື່ອເຮັດໃຫ້ເສັ້ນ ຊາຍແດນມີຄວາມຍືນຍົງ ແລະ ຈະແຈ້ງກວ່າເກົ່າ, ເປັນທີ່ເຂົ້າໃຈໄດ້ ງ່າຍແລະສະດວກໃນການຄຸ້ມຄອງ. ໃນໂອກາດດຽວກັນ, ທ່ານຮອງ ລັດຖະມົນຕີ ແລະ ຄະນະ ຍັງໄດ້ໄປ ຢ້ຽມຢາມ ແລະ ເຮັດວຽກຢູ່ສະຖານ ກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ແຂວງຊຽງແຕງອີກດ້ວຍ. ຂ່າວ-ພາບ: ກຕທ
RkJQdWJsaXNoZXIy MTc3MTYxMQ==