5799

07 xtgmf]k; gsfdko{dkora fmtok a 29/01/2024 ຂ່າວ-ພາບ: ວັນນາ່ າັ ນ ຂ່າວ-ພາບ:ທະນູທອງ່ າູ ທ g]u j ,dkoc0j '0a o,;p]k; -u '-totg]u flkpcv;dPf8y 75 o okpq d -k;r5 fIj ;,.lj [kf [5 oot,a fltdkoglq ks]a dg,n v' [a ofkgzq j k c]t vto5 lk;t]u vq 'cdh ; g9Q kc0;'lts;a ootg0f 1h P,1k,crf\= c]t .sh de]a '.97q og9a [muj ovoxyj oxq ; 16j 3I'\= mtskoc0;' ຂປລ. ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເມື່ອບໍ່ດົນ ມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກແຂວງ, ເຈົ້າ ແຂວງສະຫວັນນະເຂດ, ພ້ອມດ້ວຍ ພະແນກການ ຕ່າງໆພາຍໃນແຂວງ ໄດ້ລົງຢ້ຽມຢາມ ແລະ ພົບປະໂອ້ ລົມຄະນະພັກ-ຄະນະບັນຊາພະນັກ ງານແພດໝໍ ຢູ່ໂຮງໝໍ ທະຫານ ແຂວງໃນໂອກາດວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ໂດຍໃຫ້ການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ສີທະວີໄຊ ຄະນະປະຈຳພັກແຂວງ, ເລຂາພັກ ຫົວໜ້າການເມືອງກອງບັນຊາການ ທະຫານແຂວງສະຫວັນນະເຂດ, ມີ ຄະນະພັກ-ຄະນະບັນຊາ ແລະ ພະ ນັກງານແພດໝໍ ພາຍໃນໂຮງໝໍ ທະຫານແຂວງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ບຸນໂຈມ ອຸບົນ ປະເສີດ ໄດ້ຮັບຟັງການລາຍງານ ຫຍໍ້ກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດແລະໜ້າທີ່ຂອງພະນັກງານແພດ ໝໍ ເຊິ່ງໂຮງໝໍທະຫານແຂວງເປັນ ໂຮງໝໍນ້ອຍປະເພດທີ 3 ຖັດຈາກ ໂຮງໝໍ ບໍລິເວນ 109 ແລະ ໂຮງ ໝໍສູນກາງ103ປະກອບມີ30ຕຽງ, ມີສະມາຊິກພັກທັງໝົດ 102 ສະ ຫາຍ, ຍິງ 78 ສະຫາຍ, ລວມມີ12 ຂະແໜງການຂຶ້ນກັບພາຍໃຕ້ການ ນຳພາ-ຊີ້ນຳ ຂອງຄະນະພັກກອງ ບັນຊາການທະຫານແຂວງ. ນອກຈາກເຮັດໜ້າທີ່ວຽກງານ ວິຊາສິເພາະເບິ່ງແຍງປິ່ນປົວຄົນ ເຈັບໄດ້ເປັນຢ່າງດີແລ້ວ, ຍັງໄດ້ເຂົ້າ ຮ່ວມວຽກງານ ປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ໃນຂອບເຂດ ຕົນຮັບຜິດຊອບໃຫ້ມີຄວາມສະຫງົບ ປອດໄພ ໂດຍພື້ນຖານ, ວຽກງານ ສຶກສາອົບຮົມການເມືອງນຳພາ ແນວຄິດ ແມ່ນໄດ້ຖືເອົາວຽກງານ ນີ້ ເປັນວຽກງານສຳຄັນຕົ້ນຕໍ ແລະ ໄດ້ເຮັດຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ ພະນັກງານ-ນັກຮົບ ໄດ້ເຊື່ອມຊຶມ, ກຳແໜ້ນຕໍ່ແນວທາງນະໂຍບາຍ ຂອງພັກ-ກົດໝາຍ ຂອງລັດ, ມະຕິ ຄຳສັ່ງຂອງຂັ້ນເທິງ ກໍຄື ໜ້າທີ່ລວມ ຂອງກົມກອງຢ່າງເຂັ້ມງວດ. ພ້ອມກັນນີ້, ທ່ານເຈົ້າແຂວງ ຂປລ. ການແຂ່ງຂັນຊົກມວຍ ລາວລະດັບຊາດ ຊີງຊະນະເລີດ ສາຍແອວກຽດຕິຄຸນ ຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປີດສາກຂຶ້ນແລ້ວ ໃນ ທ້າຍອາທິດຜ່ານມາ, ຢູ່ເວທີມວຍ ຊົ່ວຄາວ ສູນການຄ້າພາກຊັນ ນະຄອນຫລວງວຽງຈັນ ເພື່ອຄັດ ເລືອກເອົານັກກິລາມວຍດາວເດັ່ນ ໜຶ່ງດຽວ ຂອງ ສປປ ລາວໃນແຕ່ ລະຮຸ່ນຄື:ຮຸ່ນ51ກິໂລ,57ກິໂລແລະ 65 ກິໂລ ກຽມສົ່ງເຂົ້າຮ່ວມແຂ່ງ ຂັນ ໃນລະດັບພາກພື້ນ ແລະ ສາກົນ ໃນຕໍ່ໜ້າ. ທັງເປັນການສ້າງຂະບວນ ການສະເຫລີມສະຫລອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ຕ້ອນຮັບປີທ່ອງທ່ຽວ ລາວ 2024. ໃຫ້ກຽດເຂົ້າຮ່ວມ ຮັບຊົມມີ ທ່ານ ສະເຫລີມໄຊ ກົມ ມະສິດ ຮອງນາຍົກລັດຖະມົນຕີ, ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ໃນທ້າຍອາທິດ ຜ່ານມາ, ບັນດາການນໍາພັກ-ລັດ ໂດຍມີ ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ວັນສີ ກົວ ມົວ ຮອງລັດຖະມົນຕີກະຊວງຖະ ແຫລງຂ່າວ,ວັດທະນະທໍາແລະທ່ອງ ທ່ຽວ ພ້ອມດ້ວຍມວນຊົນ, ອອກ ຕົນຍາດໂຍມຊາວແຂວງເຊກອງ ໄດ້ຮ່ວມໃສ່ບາດຖວາຍສັງຄະທານ ແດ່ພະສົງ 40 ອົງ ໃນໂອກາດບຸນ ນະມັດສະການເສົາຫລັກເມືອງບັນ ດາເຜົ່າ ແລະ ອະນຸສາວະລີອົງແກ້ວ. ພິທີໃສ່ບາດຖວາຍສັງຄະທານ ແມ່ນຈັດຂຶ້ນໃນມື້ສຸດທ້າຍຂອງງານ ເຊິ່ງກົງກັບມື້ຂຶ້ນ 15 ຄໍ່າ ເດືອນຍີ່ ຂປລ. ແຫລ່ງຂ່າວຈາກ ເມືອງ ໝື່ນ ແຂວງວຽງຈັນ ໃຫ້ຮູ້ວ່າ: ເມືອງ ໝື່ນ ແຂວງວຽງຈັນ ຈັດກະກຽມ ຄວາມພ້ອມດ້ານເນື້ອໃນກອງປະ ຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍມີທ່ານ ສີວຽງໄຊ ອໍລະບູນ ກຳມະການພັກ ແຂວງ, ຫົວໜ້າຫ້ອງວ່າການແຂວງ ວຽງຈັນ ຮອງອະນຸກຳມະການເນື້ອ ໃນຂັ້ນແຂວງ, ທ່ານຄຳຜູແກ້ວດວງ ສີ ກຳມະການພັກເມືອງ, ຮອງເຈົ້າ ເມືອງໆໝື່ນ, ມີກອງເລຂາເມືອງ, ຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນ ເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນກອງປະຊຸມ, ໄດ້ຮັບຟັງການ ລາຍງານສະພາບຮອບດ້ານຂອງ ເມືອງ, ຕິດພັນກັບຜົນສຳເລັດກອງ ປະຊຸມຮາກຖານພັກອ້ອມຂ້າງເມືອງ ແລະ ໜ່ວຍພັກບ້ານ, ແນະນຳດ້ານ ນິຕິກຳທີ່ເປັນບ່ອນອີງດ້ານເນື້ອໃນ, ຜ່ານບົດແນະນຳ ຂອງຫ້ອງວ່າການ ແຂວງ ສະບັບເລກທີ 01/ຫວຂວຈ, ລົງວັນທີ 26 ທັນວາ2023 ພ້ອມ ທັງແນະນຳໂຄງຮ່າງລາຍງານການ ເມືອງ, ແນະນຳການກະກຽມຮ່າງ ແຜນພັດທະນາເສດຖະກິດ-ສັງຄົມ, ແນະນຳການກຳນົດຕົວເລກເສດຖະ ກິດມະຫາພາກ ແລະ ແນະນຳການ ກະກຽມເອກະສານປີ່ນອ້ອມຕ່າງໆ. ຈາກນັ້ນ, ກອງປະຊຸມກໍໄດ້ຄົ້ນ ຄວ້າປະກອບຄຳຄິດຄຳເຫັນຕໍ່ກັບ ບັນດາໜ້າວຽກຂອງອະນຸກຳ ມະການເນື້ອໃນ ແລະ ບົດໂຄງ ຮ່າງຕ່າງໆ. pa’lk,kfIv’Ia[oadmjv’mjP;wfh1jk’rP’r= g,n v'\n j odP,7;k,rh v,fh ko goN v.odv'xt-5 ,.spj 3 0A o h ສະຫວັນນະເຂດ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາ ໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ ຍົກໃຫ້ເຫັນສະພາບການຂອງໂລກ, ພາກພື້ນທີ່ພວມຂັດແຍ່ງດ້ານເສດ ຖະກິດ-ການເມືອງເຊິ່ງສົ່ງຜົນກະທົບ ຕໍ່ປະເທດເຮົາໂດຍກົງ. ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງຄະ ນະພັກ-ຄະນະບັນຊາ, ພະນັກງານ ແພດໝໍທຸກສະຫາຍ ຈົ່ງພ້ອມກັນຍົກ ສູງບົດບາດການຊີ້ນຳ-ນຳພາການ ປະຕິບັດໜ້າທີ່ວຽກງານວິຊາສະ ເພາະຂອງຕົນໃຫ້ສູງຂຶ້ນ, ເຊື່ອໝັ້ນຕໍ່ ການນຳພາຂອງພັກຢ່າງໜັກແໜ້ນ, ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງ ກອງທັບ ກໍຄືຮັກສາມູນເຊື້ອຂອງ ແພດປະຕິວັດໃຫ້ໄດ້ດີ, ສຸມທຸກກຳລັງ ແຮງ, ສະຕິປັນຍາເຂົ້າໃນການປິ່ນ ປົວຄົນເຈັບໃຫ້ຫາຍຂາດຈາກ ພະ ຍາດຕ່າງໆບໍ່ວ່າຈະເປັນພະນັກງານ ກໍຄືພໍ່ແມ່ປະຊາຊົນທີ່ມາໃຊ້ບໍລິການ ຢູ່ໂຮງໝໍແຫ່ງນີ້ ໃຫ້ເຕັມໄປດ້ວຍ ຄວາມເຊື່ອໝັ້ນ ແລະ ເພິ່ງພໍໃຈ. ການລົງມາຢ້ຽມຢາມຄັ້ງນີ້, ທ່ານ ເຈົ້າແຂວງສະຫວັນນະເຂດ ພ້ອມຄະ ນະຍັງໄດ້ນຳເອົາອຸປະກອນການ ແພດ, ເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງກິລາຈຳນວນໜຶ່ງ ລວມມູນ ຄ່າ 50 ກວ່າລ້ານກີບ, ເງິນສົດຈຳ ນວນ 10 ລ້ານກີບ, ມາຊຸກຍູ້ໃຫ້ກຳ ລັງໃຈ ແລະ ຍັງໄດ້ລົງຢ້ຽມຢາມ ໃຫ້ກຳລັງໃຈຄົນເຈັບທີ່ມານອນປິ່ນ ປົວຢູ່ຕາມອາຄານຕ່າງໆ, ມອບປັດ ໄຈຈຳນວນໜຶ່ງໃຫ້ຕື່ມອີກ. (ເດືອນ 2 ລາວ) ຂອງທຸກໆປີ ແລະ ເປັນປະເພນີໜຶ່ງທີ່ເຄີຍປະຕິບັດ ກັນມາ ເພື່ອເປັນການອຸທິດສ່ວນ ບຸນກຸສົນເຖິງດວງວິນຍານຂອງ ບັນພະບຸລຸດຜູ້ທີ່ມີຜົນງານ, ມີຄຸນ ງາມຄວາມດີຕໍ່ປະເທດກໍຄືອຸທິດເຖິງ ດວງວິນຍານຂອງຍາດຕິພີ່ນ້ອງ, ເຈົ້າກໍານາຍເວນ ແລະ ອະດີດການ ນໍາຂອງແຂວງຜູ້ທີ່ລ່ວງລັບໄປ. ພ້ອມນີ້, ກໍຍັງເປັນການເປີດໂອ ກາດໃຫ້ປະຊາຊົນບັນດາເຜົ່າໄດ້ພົບ ປະ, ຢ້ຽມຢາມ, ຮ່ວມກັນສ້າງບຸນ- ສ້າງກຸສົນ ເພື່ອເປັນການສືບຕໍ່ເສີມ ຊະຕາບ້ານ, ເມືອງແລະ ແຂວງໃຫ້ຢູ່ ເຢັນເປັນສຸກ, ເປັນການປົກປັກຮັກ ສາ ແລ ເສີມຂະຫຍາຍຂະນົບທໍາ ນຽມ,ຮີດຄອງປະເພນີອັນດີງາມຂອງ ຊາດໃຫ້ຍືນຍົງຢູ່ຄູ່ກັບຄົນລາວ ກໍຄື ປະຊາຊົນແຂວງເຊກອງ ສືບຕໍ່ໄປ. ລັດຖະມົນຕີກະຊວງການຕ່າງປະ ເທດ, ທ່ານ ເອກະພັນ ພະພິທັກ ປະທານສະຫະພັນມວຍລາວແຫ່ງ ຊາດ ແລະ ທ່ານ ພຶດສະພາ ພູມມະ ສັກ ປະທານບໍລິສັດ ເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງ ຈຳກັດຜູ້ ດຽວ ທັງເປັນຮອງປະທານສະຫະ ພັນມວຍລາວ ພ້ອມດ້ວຍຄະນະບໍລິ ຫານງານສະຫະພັນກິລາມວຍລາວ ແຫ່ງຊາດ, ແຂກຖືກເຊີນ, ບັນດາ ນັກທຸລະກິດ ຕະຫລອດຮອດແຟນ ມວຍລາວ ທົ່ວນະຄອນຫລວງວຽງ ຈັນ ເຂົ້າຮ່ວມຮັບຊົມ. ການແຂ່ງຂັນໃນຄັ້ງນີ້, ເປັນ ຮອບທຳອິດ ເຊິ່ງຈະຄັດເລືອກຜູ້ຊະ ນະເລີດພຽງໜຶ່ງດຽວໃນ 3 ຮຸ່ນນ້ຳ ໜັກດັ່ງກ່າວ ເພື່ອຄວ້າສາຍແອວ ກຽດຕິຄຸນ ຂອງທ່ານນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ເຊິ່ງການ ຊົກໃນວັນທີ 20 ມັງກອນ 2024 ນີ້, ມີການແຂ່ງຂັນທັງໝົດ 14 ຄູ່, ເປັນມວຍຮອບ 10 ຄູ່ ແລະ ມວຍ ປະກອບລາຍການ 4 ຄູ່. ຜ່ານການ ແຂ່ງຂັນ ຮຸ່ນນ້ຳໜັກ 51 ກິໂລ ມີ 4 ຄູ່ ຜົນປະກົດວ່າ, ມັງກອນຂາວ ເສັ່ຍປ໋ອງສວນຢາງພາລາ ຫລັກ 9 ຊະນະ ຄອມພີເຕີ້ສິດຊຽນນິຍົມ; ນ້ອງເບຍ ຂູນວັງຫລວງ ຊະນະນ໋ອກ ຄາວີ ສິດຄູອ໋ອດ ເມືອງໂພນທອງ; ຫລ່ຽມເພັດເລັກ ເສ້ຍໄວ ໂລມີໂອ ຊະນະນ໋ອກ ອາຊັນ ສູນຝຶກກິລາວູຊູ ແຫ່ງຊາດ; ຍອດສາລະວັນ ສິດຂຸນ ຊ້າງ ຊະນະ ຄຳພີ ແຂວງສາລະວັນ. ສຳລັບ ຮຸ່ນນ້ຳໜັກ 57 ກິໂລ ມີ 4 ຄູ່, ເພັດຈຳປາ ສະໂລຄອບຟີ ສ ເຊກອງ ຊະນະນ໋ອກ ໃຈເພັດ ສິດລາຍເພັດ ນ້ອຍ; ເທບຫລວງ ສິດພຣະອາຈານ ດາວ ຊະນະນ໋ອກ ສິນໄຊ ສອນທອງ ຄຳ; ກ້ອງໂພໄຊ ປະກາຍທອງຢິມ ຊະນະ ແສນເກັ່ງ ກະຊວງປ້ອງກັນ ປະເທດ; ເພັດພັນແທ້ ລູກບ້ານດຸງ ຊະນະ ເພັດນຸສອນ ສະຖາບັນກິລາ ກາຍຍະກຳ. ສ່ວນ ຮຸ່ນນ້ຳໜັກ65 ກິໂລ ມີ 2 ຄູ່, ລຳນໍ້າໂຂງ ສິດຄໍ້າຄູນ ຊະນະ ບຸນພິຊິດ ຂວັນໃຈສີໂຄດ; ນ້ອງໂອວິທະຍາຄານວສປ(ເສ້ຍຕາ ຂຸນວັງຫລວງ) ຊະນະນ໋ອກ ບຸນຈັນ ຄ້າຍມວຍລາວ-ຈີນ ແຂວງບໍ່ແກ້ວ ເຊິ່ງຜູ້ສະນະ ທັງໝົດ 3 ຮຸ່ນນ້ຳໜັກ ຈຳນວນ10ຄົນ ເຂົ້າຖ້າຊີງໃນຮອບ ຕໍ່ໄປ. ການແຂ່ງຂັນມວຍລາວລະດັບ ຊາດຄັ້ງນີ້ ກໍເພື່ອເປັນການຊອກຫາ ນັກກິລາດາວເດັ່ນ ໜຶ່ງດຽວຂອງ ສປປ ລາວ ໃນຮຸ່ນນ້ຳໜັກ51 ກິໂລ, ຮຸ່ນ 57 ກິໂລ ແລະ ຮຸ່ນ 65 ກິໂລແນ ໃສ່ເປັນການຄັດເລືອກ ເອົານັກກິ ລາທີ່ມີຄວາມສາມາດ ແລະ ເກັ່ງ ລະດັບຕົ້ນໆຂອງປະເທດ ເພື່ອຕິດ ທີມຊາດ ກຽມສົ່ງເຂົ້າຮ່ວມແຂ່ງຂັນ ລາຍການຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເວົ້າລວມ, ເວົ້າສະ ເພາະແມ່ນກຽມຄວາມພ້ອມໃຫ້ແກ່ ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ຮັບກຽດເປັນເຈົ້າພາບ ໃນປີ 2025. ສຳລັບ ເງິນລາງວັນ ຮຸ່ນນ້ຳໜັກ 57 ກິໂລ ແລະ ຮຸ່ນ 65 ກິໂລ ຊະນະ ເລີດ ໄດ້ຮັບສາຍແອວກຽດຕິຄຸນ ຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມເງິນລາງວັນ 100 ລ້ານກີບ ແລະ ຮອງຊະນະເລີດໄດ້ ຮັບເງິນລາງວັນ 50 ລ້ານກີບ. ສ່ວນ ຮຸ່ນນ້ຳໜັກ 51 ກິໂລ ໄດ້ຮັບສາຍ ແອວ ພ້ອມເງິນລາງວັນ 60 ລ້ານ ກີບແລະຮອງຊະນະເລີດໄດ້ຮັບເງິນ ລາງວັນ 30 ລ້ານກີບ. ສ່ວນການແຂ່ງຂັນໃນຮອບ ຕໍ່ໄປ ຈະຈັດຂຶ້ນເປັນແຕ່ລະເດືອນ ໂດຍກຳນົດເອົາສະຖານທີ່ຈັດແຕກ ຕ່າງກັນໄປ ເຊັ່ນ: ຢູ່ສວນນ້ຳພຸ ແຄມ ຂອງນະຄອນຫລວງວຽງຈັນ,ເມືອງ ວັງວຽງ ແຂວງວຽງຈັນ,ນະຄອນ ຫລວງພະບາງ ແຂວງຫລວງພະ ບາງ, ນະຄອນປາກເຊ ແຂວງຈຳ ປາສັກ ແລະ ແຂວງອື່ນໆ ທີ່ມີ ເງື່ອນໄຂ. ການຈັດກອງປະຊຸມຄັ້ງນີ້, ກໍ ເພື່ອເຮັດໃຫ້ຄະນະພັກ,ຄະນະນຳ,ບັນ ດາສະຫາຍສະມາຊິກພັກແລະພະນັກ ງານຫລັກແຫລ່ງ ຂອງເມືອງແນໃສ່ ສ້າງຄວາມຮັບຮູ້, ເຂົ້າໃຈຢ່າງຈະ ແຈ້ງເລິກເຊິ່ງ ຕໍ່ກັບບັນຫາຕ່າງໆ, ພ້ອມທັງເຫັນໄດ້ບັນຫາຂອງລະ ບົບແນວຄິດການເມືອງ ສ້າງການ ຫັນປ່ຽນທາງດ້ານແນວຄິດ-ຈິນຕະ ນາການຢ່າງເປັນລະບົບ ກ້າວເຂົ້າ ສູ່ຄວາມເປັນເຈົ້າການໃນການຈັດ ຕັ້ງຜັນຂະຫຍາຍ ແລະ ປະຕິບັດມະຕິ, ຄຳສັ່ງຂອງຂັ້ນເທິງໃຫ້ເກີດໝາກຜົນ ຕົວຈິງ ເພື່ອເປັນການກະກຽມໃຫ້ ແກ່ບັ້ນດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ທີ່ຈະໄດ້ໄຂຂຶ້ນໃນໄວໆນີ້.

RkJQdWJsaXNoZXIy MTc3MTYxMQ==