5799

xtgmf]k; 6 29/01/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme ບົດ: ເຂົ້າຈານນໍ້າ, ພາບ: ອ່າຍຄຳ gzqj kdb ,,5 [h ko]kf7;kp 9a f[5 ogdiu grn j vxq dxa dIa dlkIu f7v'xtgrou va ofu 'k,0v'gzq j k ]k;3m]t7q ,,tok7q , xtdv[lj ;oveo;p7;k,ltf;d fh kodkolnj lko .odv'xt-5 ,l5 fpvfmj v'mj P;vk-Po ໂດຍ: ມາລິດາ *ບໍລິສັດລາວໂທລະຄົມມະນາ ຄົມ ມະຫາຊົນ ເປັນບໍລິສັດໜຶ່ງທີ່ ດຳເນີນກິດຈະການກ່ຽວກັບການສື່ ສານໂທລະຄົມມະນາຄົມແບບຄົງ ວົງຈອນ ໃນ ສປປ ລາວ ໂດຍມີບໍລິ ການຕ່າງໆປະກອບດ້ວຍການສະ ໜອງສັນຍານໂທລະສັບ ອິນເຕີເນັດ ຕ່າງໆ ໃຫ້ແກ່ປະຊາຊົນລາວ ໄດ້ປະ ກອບສ່ວນສະໜອງອິນເຕີເນັດຄວາມ ໄວສູງ ເພື່ອຮັບໃຊ້ກອງປະຊຸມສຸດ ຍອດທ່ອງທ່ຽວອາຊຽນ 2024 ທີ່ ສປປລາວໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ22-27ມັງກອນ 2024 ນີ້, ເຊິ່ງວຽກງານການນໍາ ໃຊ້ອິນເຕີເນັດ ກໍ່ແມ່ນວຽກງານໜຶ່ງ ທີ່ສໍາຄັນ ເພື່ອເຮັດໃຫ້ຜູ້ແທນ ແລະ ແຂກທີ່ເດີນທາງເຂົ້າມາຮ່ວມກອງ ປະຊຸມດັ່ງກ່າວໄດ້ຊົມໃຊ້ເຂົ້າວຽກ ງານດ້ານຕ່າງໆ ໃນການຕິດຕໍ່ພົວ ພັນຫາກັນໃຫ້ງ່າຍຂຶ້ນ ແລະ ສົ່ງຂໍ້ ມູນຂ່າວສານໃຫ້ວ່ອງໄວທັນເຫດ ການ ລວມເຖິງການສົ່ງຂ່າວຂອງ ບັນດານັກຂ່າວມາຈາກຕ່າງປະເທດ ທີ່ເຂົ້າຮ່ວມງານຄັ້ງນີ້ ໃຫ້ໄດ້ອອກ ຂ່າວຢູ່ປະເທດຂອງຕົນເອງໃຫ້ທັນ ກັບເຫດການຕ່າງໆ. ດັ່ງທີ່, ທ່ານ ເພັດສະຫວັນ ເຄີນ ວິໄລ ຮອງຫົວໜ້າຝ່າຍການຕະ ຫລາດ-ການຂາຍ ບໍລິສັດລາວໂທ ລະຄົມມະນາຄົມ ມະຫາຊົນ ໄດ້ໃຫ້ ຮູ້ວ່າ: ບໍລິສັດລາວໂທລະຄົມ ມະນາ ຄົມມະຫາຊົນ ແມ່ນໄດ້ສະໜອງອິນ ເຕີເນັດຄວາມໄວສູງ ໃຫ້ແກ່ກອງ ປະຊຸມສຸດຍອດທ່ອງທ່ຽວອາຊຽນ ໃນຄັ້ງນີ້ ມີສາມຈຸດຢູ່ຫ້ອງປະຊຸມ ໂຮງແຮມ ແລນມາກແມ່ຂອງລີເວີ ໄຊ, ໂຮງແຮມດອນຈັນພາເລດແລະ ສູນການຄ້າລາວ-ໄອເຕັກ ເພື່ອໃຫ້ ບັນດາຜູ້ແທນ ແລະ ແຂກທີ່ເດີນທາງ ເຂົ້າຮ່ວມກອງຊຸມໄດ້ຊົມໃຊ້. ສໍາ ລັບການບໍລິການທາງດ້ານເຕັກ ໂນໂລຊີອີນເຕີເນັດຄວາມໄວສູງ ແລະ ການສະໜອງໝາຍເລກໂທລະ ສັບ “Jai Dee SIM” ເເມ່ນຊິມນັກ ທ່ອງທ່ຽວທີ່ຮອງຮັບ 5G ອິນເຕີ ເນັດຄວາມໄວສູງ ເພື່ອອຳນວຍ ຄວາມສະດວກໃນການໃຊ້ງານຂອງ ບັນດາເເຂກເຂົ້າຮ່ວມພາຍໃນງານ. ນອກຈາກສະໜອງອິນເຕີເນັດແລ້ວ ພາຍໃນຫ້ອງວາງສະແດງຍັງໄດ້ ເອົາຜະລິດຕະພັນການທ່ອງທ່ຽວ ທີ່ຕິດພັນກັບການສື່ສານມານໍາສະ ເໜີ ເຊິ່ງຈະກ່ຽວຂ້ອງກັບການທ່ອງ ທ່ຽວຂອງລາວ ໂດຍສະເພາະໂຕ ວີອາ ທ່ອງທ່ຽວແບບດີຈິຕອນ ໂດຍ ທີ່ເຮົາບໍ່ໄດ້ໄປສະຖານທີ່ຈິງແຕ່ສາ ມາດເຂົ້າໄປທ່ອງທ່ຽວໄດ້ ແລະ ຍັງ ມີອຸປະກອນ ໃຫ້ແກ່ນັກທ່ອງທ່ຽວທີ່ ມັກໄປທ່ອງທ່ຽວຍ່າງປ່າຈະມີຈີພີ ເອັດໃຫ້ ໃນເວລາເກີດເຫດສຸກເສີນ ສາມາດກົດໃຫ້ສູນບັນຊາຮັບຮູ້ວ່າ ເຮົາເກີດເຫດຢູ່ຈຸດໃດ ເພື່ອເຂົ້າໄປ ຊ່ວຍເຫລືອໄດ້ທັນເຫດການ. ທ່ານ ເພັດສະຫວັນ ເວົ້າຕື່ມວ່າ: ສໍາລັບປີທ່ອງທ່ຽວ 2024 ນີ້ແມ່ນ ປີໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ສະນັ້ນ, ບໍລິສັດລາວໂທລະຄົມ ກໍໄດ້ ຈັດຫລາຍກິດຈະກຳ ເພື່ອສົ່ງເສີມ ການທ່ອງທ່ຽວລາວ ເປັນຕົ້ນ ອອກ ຜະລິດຕະພັນ ຊິມເນັດໃຈດີ ທີ່ມີ ຫລາຍແພັກແກັດອິນເຕີເນັດ 3,5,7 ມື້ ເພື່ອອໍານວຍຄວາມສະດວກຕໍ່ນັກ ທ່ອງທ່ຽວ, ຊ່ວຍໂຄສະນາສະຖານ ທີ່ທ່ອງທ່ຽວເພື່ອໃຫ້ສັງຄົມໄດ້ຮັບ ຮູ້ຫລາຍຂຶ້ນ, ເລັ່ງຂະຫຍາຍເຄືອ ຂ່າຍອິນເຕີເນັດໃຫ້ຄວບຄຸບສະຖານ ທີ່ທ່ອງທ່ຽວຕ່າງໆ ແລະ ອື່ນໆ. * ທ້າຍອາທິດຜ່ານມານີ້, ທີ່ບ້ານ ລາດຄວາຍ ເມືອງໄຊທານີ ນະຄອນ ຫລວງວຽງຈັນ ປະຊາຊົນເຜົ່າ ກຶມມຸ ໄດ້ພ້ອມກັນຈັດບຸນເກຣີປະຈຳ ປີຂຶ້ນຢ່າງຟົດຟື້ນ ເພື່ອເປັນການສືບ ຕໍ່ປົກປັກຮັກສາຮີດຄອງປະເພນີອັນ ດີງາມໃຫ້ເຊ່ັນລູກເຊ່ັນຫລານ. ເປັນ ກຽດເຂົ້າຮ່ວມຂອງທ່ານ ຖະໜອມ ທຳທອງ ປະທານແນວລາວສ້າງ ຊາດ ນະຄອນຫລວງວຽງຈັນ, ທ່ານ ນາງ ສີດາ ບຸນມາ ຫົວໜ້າຄະນະຈັດ ຕັ້ງເມືອງໄຊທານີ, ທ່ານ ທອງວັນ ປະເສີດສຸກ ຫົວໜ້າກອງບັນຊາ ການທະຫານ ເມືອງໄຊທານີ, ມີ ອຳນາດການປົກຄອງບ້ານ, ແນວ ໂຮມ, ພໍ່ແມ່ປະຊາຊົນເຂົ້າຮ່ວມ. ທ່ານ ທອງຄຳ ເຮືອງປະເສີດ ຕົວແທນຊົນເຜົ່າກຶມມຸບ້ານລາດ ຄວາຍໄດ້ເລົ່າຄວາມເປັນມາໂດຍ ຫຍໍ້ຂອງບຸນເກຣີວ່າ: ແຕ່ດຶກດຳບັນ ກ່ອນຈະມີເຂົ້າມາປຸງແຕ່ງເປັນ ອາຫານ ບັນພະບູລຸດຂອງຊົນເຜົ່າ ກຶມມຸ ແມ່ນໄດ້ເອົາເຜືອກມັນຊະນິດ ຕ່າງໆ ມາປຸງແຕ່ງເປັນອາຫານ ຫລັກ ແລະ ສັດສາວາສິ່ງ, ເຄື່ອງປ່າ ຂອງດົງເປັນອາຫານສໍາຮອງ ຈົນ ຜ່ານມາຫລາຍສັດຕະວັດ ຈິ່ງໄດ້ ເຂົ້າມາປຸງແຕ່ງເປັນອາຫານ ເຫັນ ວ່າມີລົດຊາດແຊບກວ່າເຜືອກມັນ ຈິ່ງເອົາເຂົ້າມາປູກ ເພື່ອປຸງແຕ່ງ ເປັນອາຫານຫລັກ ແລະ ເອົາເຜືອກ ມັນມາເປັນອາຫານສຳຮອງ. ຍ້ອນ ແນວນັ້ນ ໃນທຸກໆປີ ຈິ່ງໄດ້ຈັດບຸນ ເກຣີ ເພື່ອສະແດງຄວາມຮູ້ບຸນຄຸນ ຂອງເຜືອກມັນ ທີ່ໄດ້ລ້ຽງຊີວິດບັນ ພະບູລຸດເຜົ່າກຶມມຸມາແຕ່ດຶກດຳບັນ ແລະ ກໍ່ຊອກຫາຍາກທີ່ຈະມີເຜົ່າອື່ນ ທີ່ໄດ້ຮັກສາຮີດເກົ່າຄອງແກ່ແບບນີ້ ໄວ້ຄືກັບຊົນເຜົ່າກຶມມຸ. ຢ່າງໃດກໍ່ດີ ບຸນເກຣິກໍ່ມີຄວາມໝາຍວ່າ ລົກ, ກົ່ນ, ໄງ້ ກ່ອນຈະຮອດລະດູການ ລົກ, ກົ່ນ, ໄງ້, ຕ້ອງເກັບກູ້ຜົນຜະ ລິດຕ່າງໆ ທີ່ໄດ້ຜະລິດໃນລະດູຝົນ ໃຫ້ໝົດກ່ອນ ໂດຍສະເພາະເກັບກູ້ ເຂົ້າ, ເຜືອກມັນຊະນິດຕ່າງໆໄປ ໄວ້ເລົ່າໝົດແລ້ວ ຈິ່ງສາມາດເຮັດ ບຸນນີ້ຂຶ້ນ. ເມື່ອກ່ອນບໍ່ທັນແມ່ນບຸນ ເທື່ອ ພຽງແຕ່ເປັນຮີດຄອງທີ່ເຮັດ ຢູ່ເຮືອນຫົວໜ້າຊິງຊາວໃຜມັນ ການເຮັດກໍ່ມີລັກສະນະກະແຈກກະ ຈາຍ ສິ້ນເປືອງເວລາ ໃຊ້ເວລາເຮັດ ຮີດນີ້ 2 ເດືອນເຕັມ ນັບແຕ່ເດືອນ ຈຽງຮອດເດືອນຍ່ີ ແລະ ເພື່ອເປັນ ການປະຢັດເວລາ, ປະຢັດງົບປະ ມານ ທັງໃຫ້ກາຍມາເປັນບຸນທີ່ສາ ມາດຫາລາຍໄດ້ ທັງເປັນການທ່ອງ ທ່ຽວວັດທະນະທຳຕາມລະດູການ ນັ້ນ, ມາຮອດປີ 1993 ທາງສູນ ກາງແນວລາວສ້າງຊາດ ຈິ່ງຕົກ ລົງໃຫ້ໝົດບ້ານ, ໝົດເຂດສາມາດ ເຮັດບຸນດັ່ງກ່າວຮ່ວມກັນໄດ້. ນັບ ແຕ່ນັ້ນມາ ຊາວລາວເຜົ່າກຶມມຸ ໃນ ທົ່ວປະເທດໄດ້ປະຕິບັດຕາມທິດຊີ້ ນໍາດັ່ງກ່າວຈົນເຖິງປັດຈຸບັນນີ້. ທ່ານ ທອງຄຳ ເຮືອງປະເສີດ ກ່າວຕື່ມວ່າ: ເຖິງວ່າຈະເຮັດບຸກເກຣີ ຮ່ວມກັນກໍ່ຈິງ, ຕາມຮີດຄອງແລ້ວ ແຕ່ລະຊິງຊາວກໍ່ຕ້ອງໄດ້ເຮັດອີກ, ສ່ວນພິທີໃນການສະຫລອງນີ້ ກໍ່ຈະ ມີຫລາຍຄວາມໝາຍຄວາມສໍາຄັນ ຄື: ເຮັດພາເຂົ້າພານໍ້າຖວາຍໃຫ້ບັນ ພະບູລຸດຂອງໃຜລາວ ຂໍພອນໃຫ້ ລູກຫລານບ້ານເມືອງຢູ່ເຢັນເປັນ ສຸກ, ສ້າງສາພັດທະນາໃຫ້ຈະເລີນ ຮັ່ງມີດີໄດ້ ແລະ ອື່ນໆ; ສ້າງຄວາມ ສາມັກຄີລະຫວ່າງເຜົ່າຕໍ່ເຜົ່າ ລະ ຫວ່າງປະຊາຊົນ ແລະ ຂັ້ນເທິງ; ສະ ຫລຸບຜົນງານ, ຖອດຖອນບົດ ຮຽນ ເພື່ອທຳການຜະລິດໃນປີຕໍ່ໄປ; ເປັນ ເວລາຜັກຜ່ອນ ເພື່ອເອົາເຫື່ອເອົາ ແຮງກະກຽມທຳການຜະລິດໃນລະ ດູຕໍ່ໄປ ແລະ ອື່ນໆ.

RkJQdWJsaXNoZXIy MTc3MTYxMQ==