]q fw2 ]k;{9u o xtdv[lj ;ole7a o.oxu mj v'mj P; ]k; 2024 wfh 1j k'xtma [.9s]kpd;j kglA omk'vn j o xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 29/01/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ນັກທ່ອງທ່ຽວທີ່ເ ດີນທາ ງ ຮວມຂະບວນໄດ້ສຳຜັດກັບມົນສະ ເໜ່ຂອງເສັ້ນທາງລົດໄຟຈີນ-ລາວທີ່ ເປັນໂຄງການສຳຄັນ ເປັນຂີດໝາຍ ໃນການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ. ຢັ້ງຢືນໄດ້ຢ່າງສັດຈະວິພາກວ່າ: ລົດໄຟລາວ-ຈີນ, ຈີນ-ລາວ ໄດ້ເປີດ ກວ້າງການຂົນສົ່ງ ແລະ ການທ່ອງ ທ່ຽວທີ່ກວ້າງຂວາງ ແລະ ປະທັບ ໃຈຫລາຍຂຶ້ນກວ່າເສັ້ນທາງອື່ນໆ. ພິເສດລົດໄຟລາວ-ຈີນ ຍັງສາມາດ ເອື້ອອຳນວຍຄວາມສະດວກໃຫ້ແກ່ ການຈັດກອງປະຊຸມສັນຈອນລະ ດັບຊາດ, ລະດັບພາກພື້ນ ແລະ ສາ ກົນໄດ້ໃນບັນດາແຂວງພາກເໜືອ ລາວ ທີ່ມີສະຖານີລົດໄຟ, ດ້ວຍການ ປະກອບສ່ວນຂົນສົ່ງລົດຮັບໃຊ້ການ ນຳໄປເຖິງບ່ອນກອງປະຊຸມໄດ້ຢ່າງ ສະດວກສະບາຍແລະມີຄວາມປອດ ໄພສູງ. ປັດຈຸບັນນີ້, ມີນັກທ່ອງທ່ຽວຈີນ ຈຳນວນຫລວງຫລາຍພວມ ຕິດຕໍ່ ກັບບໍລິສັດທ່ອງທ່ຽວຂອງປະເທດ ລາວ ເພື່ອວາງແຜນໄປທ່ຽວລາວ. ເຊື່ອວ່າ, ນັກທ່ອງທ່ຽວເຫລົ່ານີ້ຈະ ກາຍເປັນກຳລັງຫລັກແຫລ່ງໃນປີ ທ່ອງທ່ຽວລາວ 2024. ສິ່ງທີ່ຜູ້ ຂຽນຢາກເນັ້ນຕື່ມແມ່ນນັບແຕ່ການ ເປີດນຳໃຊ້ຂະບວນລົດໄຟໂດຍ ສານສາກົນຕາມທາງລົດໄຟ ຈີນລາວ ເປັນຕົ້ນມາ, ໄດ້ອຳນວຍຄວາມ ສະດວກໃຫ້ແກ່ການເດີນທາງຂອງ ນັກທ່ອງທ່ຽວ ລະຫວ່າງ ສອງປະ ເທດຢ່າງຫລວງຫລາຍ. ຕາມສະ ຖິຕິ, ນັບແຕ່ວັນທີ13 ເມສາປີ2023 ເປັນຕົ້ນມາ, ຈຳນວນຜູ້ໂດຍສານ ຂ້າມຊາດໄດ້ເພີ່ມຂຶ້ນຢ່າງວ່ອງໄວ ແລະ ມາຮອດ ທ້າຍເດືອນທັນວາ ປີ 2023, ດ່ານບໍ່ຫານຕາມຊາຍແດນ ຈີນ-ລາວ ໄດ້ກວດກາ ແລະ ປ່ອຍຜູ້ ໂດຍສານເຂົ້າ-ອອກເມືອງຫລາຍ ກວ່າ 110.000 ເທື່ອຄົນ. ວັນທີ 13 ພະຈິກ ປີ 2023, ຂະບວນລົດ ໄຟໂດຍສານຂ້າມຊາດ ຂະບວນທຳ ອິດຈາກນະຄອນຫລວງປັກກິ່ງ ຫາ ນະຄອນຫລວງວຽງຈັນ ໄດ້ເດີນ ທາງອອກຈາກນະຄອນຫລວງ ປັກກິ່ງ ເຊິ່ງໄດ້ສ້າງແນວຄວາມຄິດ ໃໝ່ໃຫ້ແກ່ການພັດທະນາຊັບພະ ຍາກອນທ່ອງທ່ຽວແບບ ເຊື່ອມໂຍງ ເຂົ້າກັນຢູ່ລຽບຕາມທາງລົດໄຟຈີນ- ລາວ. ພວກເຮົາເຊື່ອໝັ້ນວ່າພາຍ ໃຕ້ການສະໜັບສະໜູນຂອງທາງ ລົດໄຟ ຈີນ-ລາວ ແລະ ພາຍໃຕ້ ຄວາມພະຍາຍາມຮ່ວມຂອງຂະ ແໜງການທ່ອງທ່ຽວຂອງສອງປະ ເທດຈີນ ແລະ ລາວ, ປີ 2024 ຈະ ກາຍເປັນປີທ່ອງທ່ຽວຄຳຂອງ ສປປ ລາວຢ່າງແນ່ນອນ. ໂດຍ:ດວງຈິດ ສະຫວັດບຸນມີ *** ຕໍ່ຈາກສະບັບກ່ອນ*** ມະຫະກຳການທ່ອງທ່ຽວ... ກຸ່ມບໍລິສັດ ລາວໂທລະຄົມ... ຂປລ. ມະຫະກໍາການທ່ອງທ່ຽວ ອາຊຽນ 2024 (ASEANTourism Forum 2024) ຫລື ATF ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າ ພາບໄດ້ປິດລົງດ້ວຍຜົນສຳເລັດອັນ ຈົບງາມ ໃນວັນທີ 26 ມັງກອນ 2024, ພາຍຫລັງໄຂຂຶ້ນຢ່າງເປັນ ທາງການ ແຕ່ວັນທີ 24 ມັງກອນ ຢູ່ ນະຄອນຫລວງວຽງຈັນ, ສປປລາວ ໂດຍມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ກາວ ຄິມ ຮຸນ ເລ ຂາທິການໃຫຍ່ອາຊຽນ,ມີບັນດາລັດ ຖະມົນຕີີທ່ອງທ່ຽວອາຊຽນ ແລະ ປະເທດຄູ່ຮ່ວມເຈລະຈາ, ລັດຖະມົນ ຕີທ່ອງທ່ຽວຈາກຕີມໍແລັດສະເຕ ໃນຖານະປະເທດ ຜູ້ສັງເກດການ ແລະ ຄະນະຜູ້ແທນຈາກພັກ, ລັດ, ອົງການຈັດຕັ້ງສາກົນເຂົ້າຮ່ວມ. ມະຫະກໍາການທ່ອງທ່ຽວຄັ້ງ ນີ້ ປະກອບມີ 4 ໜ້າວຽກຕົ້ນຕໍ ຄື: ກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ ແລະ ກອງປະຊຸມປິ່ນອ້ອມ, ງານວາງສະແດງການທ່ອງທ່ຽວ ອາຊຽນ, ກອງປະຊຸມທຸລະກິດທ່ອງ ທ່ຽວ ແລະ ການທັດສະນະສຶກສາ ຢ້ຽມຢາມສະຖານທີ່ທ່ອງທ່ຽວ ໂດຍ ໄດ້ກຳນົດຄຳຂວັນທີ່ວ່າ: “ການ ທ່ອງທ່ຽວທີ່ມີຄຸນນະພາບ ແລະ ມີ ຄວາມຮັບຜິດຊອບເພື່ອຄວາມຍືນ ຍົງຂອງອາຊຽນ”. ທັງນີ້ແນໃສ່ ພັດທະນາການທ່ອງທ່ຽວແບບຍືນ ຍົງພາຍໃນອາຊຽນ ໃຫ້ມີຄວາມ ເຂັ້ມແຂງ, ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ເພື່ອໂຄສະນາ ແລະ ດຶງດູດນັກທ່ອງທ່ຽວ ທັງພາກ ພື້ນ, ສາກົນ ແລະ ທົ່ວໂລກໃຫ້ເຂົ້າ ມາທ່ອງທ່ຽວອາຊຽນ ໃຫ້ຫລາຍ ຂຶ້ນ, ເພີ່ມທະວີການຮ່ວມມື ແລະ ເສີມຂະຫຍາຍການຮ່ວມມືອາຊຽນ ກັບຄູ່ຮ່ວມມືພາຍນອກຄຽງຄູ່ກັບ ການຮັກສາບົດບາດ ແລະ ຄວາມ ເປັນແກນກາງຂອງອາຊຽນ ເພື່ອໃຫ້ ASEAN TOURISM FORUM 2024 ທີ່ສູນການຄ້າ ລາວ-ໄອເຕັກ, ນະຄອນຫລວງວຽງຈັນ ໃນລະ ຫວ່າງວັນທີ 24-27 ມັງກອນ 2024 ເພື່ອອຳນວຍຄວາມສະດວກ ໃນການໃຊ້ງານຂອງບັນດາເເຂກ ທີ່ເຂົ້າຮ່ວມໃນງານ. ພາຍໃນງານວາງສະແດງ, ລາວໂທລະຄົມ ຍັງໄດ້ນຳເອົາເຕັກ ໂນໂລຊີໃໝ່ໆ ມາວາງສະແດງເປັນ ຕົ້ນ, ນະວັດຕະກຳ ທີ່ບິນສຳຫລວດ ເທິງອາກາດ (Drone), ນະວັດ ຕະກຳເຕັກໂນໂລຊີ ທີ່ນຳໃຊ້ເຂົ້າ ໃນວຽກງານກະສິກຳ (IFarm Solutions), ເເອັບພິເຄຊັນກະ ເປົາເທິງມືຖື e-wal let (MMoneyX) ທີ່ໃຊ້ຊຳລະໂອນຈ່າຍ ສິນຄ້າ ເເລະ ບໍລິການຂອງລາວໂທ ລະຄົມທີ່ຮອງຮັບລູກຄ້າທັງພາຍ ໃນ ເເລະ ຕ່າງປະເທດ, Smart Rewards ເເອັບພິເຄຊັນ ທີ່ສະສົມ ຄະເເນນ ເເລະ ເອົາຄະເເນນເເລກສິດ ທິພິເສດກັບຮ້ານຄ້າຕ່າງໆ, (VR) ນະວັດຕະກຳທີ່ຈຳລອງພາບ, ສະ ຖານທີ່ສະເໝືອນຈິງ. ທ່ານ ສຸພົນ ຈັນທະວີໄຊ ຜູ້ ອໍານວຍການບໍລິສັດ ລາວໂທລະ ຄົມມະນາຄົມມະຫາຊົນໄດ້ຕາງໜ້າ ໃຫ້ລາວ ໂທລະຄົມສະແດງຄວາມ ຊົມເຊີຍຕໍ່ລັດຖະບານລາວທີ່ໄດ້ຮັບ ກຽດເປັນເຈົ້າພາບຈັດງານມະຫະ ກຳການທ່ອງທ່ຽວອາຊຽນ 2024 ( ASEAN TOURISM FORUM 2024) ກໍຄືງານງານວາງ ສະເເດງທ່ອງທ່ຽວອາຊຽນ, ກອງປະ ຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ແລະ ກອງປະຊຸມປິ່ນອ້ອມຕ່າງໆ ໃຫ້ ປະສົບສຳເລັດຢ່າງຈົບງາມ. ບໍລິສັດ ລາວໂທລະຄົມມະນາ ຄົມມະຫາຊົນ ໄດ້ສະໜອງອິນເຕີ ເນັດຄວາມໄວສູງ ຢູ່ສາມຈຸດ ຄື:ຢູ່ ຫ້ອງປະຊຸມໂຮງແຮມແລນມາກ ແມ່ຂອງລີເວີໄຊ, ໂຮງແຮມດອນ ຈັນພາເລດ ແລະ ສູນການຄ້າລາວໄອເຕັກ ເພື່ອໃຫ້ບັນດາຜູ້ແທນ ແລະ ແຂກທີ່ເດີນທາງເຂົ້າຮ່ວມກອງຊຸມ ໄດ້ຊົມໃຊ້ຢ່າງສະດວກສະບາຍ. ລາວໂທລະຄົມ ຍຶດໝັ້ນໃນການ ສະໜັບສະໜູນວຽກງານແຜນຍຸດ ທະສາດການພັດທະນາປະ ເທດຊາດ ໃນຕໍ່ໜ້າໃຫ້ທັນສະໄໝໃນຍຸກດີຈິ ຕອນ, ພ້ອມທັງປະຕິບັດນະໂຍບາຍ ຂອງພາກລັດ ໃຫ້ສອດຄ່ອງເເນວ ທາງການທ່ອງທ່ຽວປີ 2024 ພາຍ ໃຕ້ຫົວຂໍ້: ການທ່ອງທ່ຽວທີ່ມີຄຸນ ນະພາບ ເເລະ ຄວາມຮັບຜິດຊອບ ເພື່ອຄວາມຍືນຍົງຂອງອາຊຽນ “Quality and Responsible Tourism-Sustaining ASEAN Future”. ບັນລຸເປົ້າໝາຍ ດັ່ງຄຳຂວັນການ ເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໄດ້ກໍານົດໄວ້ວ່າ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ກອງປະຊຸມໄດ້ສຸມໃສ່ການປຶກ ສາຫາລືກ່ຽວກັບການຈັດຕັ້ງປະຕິ ບັດບັນດາກິດຈະກຳທີ່ລະບຸໄວ້ໃນ ແຜນຍຸດທະສາດການທ່ອງທ່ຽວ ອາຊຽນ2016-2025 ພ້ອມທັງບັນ ດາກິດຈະກຳບຸລິມະສິດຫລັກຕ່າງໆ ໃນປີ 2023-2024 ເພື່ອຊຸກຍູ້ການ ຟື້ນຟູຂະແໜງການທ່ອງທ່ຽວໃຫ້ກັບ ຄືນສູ່ສະພາບປົກກະຕິ ໂດຍໄວພາຍ ໃຕ້ຄຳຂວັນ “ການທ່ອງທ່ຽວທີ່ມີ ຄຸນນະພາບ ແລະ ມີຄວາມຮັບຜິດ ຊອບ ເພື່ອເຮັດໃຫ້ອາຊຽນ ມີຄວາມ ຍືນຍົງໃນອະນາຄົດ” ພ້ອມທັງເນັ້ນ ໜັກເຖິງຄວາມສຳຄັນ ໃນການຊຸກ ຍູ້ການຮ່ວມມືຢ່າງແໜ້ນແຟ້ນລະ ຫວ່າງ ບັນດາປະເທດສະມາຊິກອາ ຊຽນ ໃນທຸກຂະແໜງການທີ່ກ່ຽວ ຂ້ອງ ເພື່ອຮັບປະກັນຄວາມຍືນຍົງ ແລະ ການເຕີບໂຕຂອງການທ່ອງ ທ່ຽວອາຊຽນແລະ ໄດ້ຮຽກຮ້ອງໃຫ້ ບັນດາປະເທດສະມາຊິກອາຊຽນ ສືບຕໍ່ຈັດຕັ້ງປະຕິບັດບັນດາກິດຈະ ກຳທີ່ນອນຢູ່ໃນແຜນຍຸດທະສາດ ການທ່ອງທ່ຽວອາຊຽນ 20162025 ຕາມແຜນທີ່ໄດ້ກຳນົດໄວ້ໃນ ການສ້າງແຜນຍຸດທະສາດການ ທ່ອງທ່ຽວອາຊຽນ ຫລັງປີ 2025 ແລະ ໄດ້ຕົກລົງມອບໝາຍໃຫ້ເຈົ້າ ໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ ເລີ່ມສ້າງແຜນຍຸດທະສາດຕໍ່ໄປໃນ ປີ 2024 ໂດຍມີການປຶກສາຫາລື ກັບທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ຂະແໜງການອື່ນໆ ຂອງອາຊຽນ ລວມທັງພາກທຸລະກິດ ແລະ ສະຖາ ບັນການສືກສາ. ໂອກາດນີ້, ທ່ານ ນາງ ສວນສະ ຫວັນ ວິຍະເກດ ໄດ້ລາຍງານໃຫ້ ຮູ້ວ່າ: ສປປ ລາວ ຕີຄາສູງຕໍ່ຜົນສຳ ເລັດຂອງການຈັດມະຫະກຳການ ທ່ອງທ່ຽວອາຊຽນ 2024 ພາຍໃຕ້ ຫົວຂໍ້:“ການທ່ອງທ່ຽວທີ່ມີຄຸນນະ ພາບແລະ ມີຄວາມຮັບຜິດຊອບ ເພື່ອ ຄວາມຍືນຍົງຂອງອາຊຽນ” ບົນ ພື້ນຖານການຮ່ວມມືຂອງບັນດາປະ ເທດສະມາຊິກອາຊຽນ, ບັນດາປະ ເທດຄູ່ຮ່ວມເຈລະຈາ ແລະ ທຸກພາກ ສ່ວນທີ່ກ່ຽວຂ້ອງ. ບັນດາທ່ານລັດ ຖະມົນຕີອາຊຽນ ໄດ້ຮຽກຮ້ອງມາ ຍັງທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ໃຫ້ການຮ່ວມມືໃນດ້ານຕ່າງໆ ແນ ໃສ່ຟື້ນຟູອຸດສາຫະກຳທ່ອງທ່ຽວ ໃນພາກພື້ນໃຫ້ມີບັນຍາກາດໃໝ່ ແລະ ເຮັດໃຫ້ນັກທ່ອງ ທ່ຽວພາຍໃນ ພາກພື້ນ ແລະ ທົ່ວໂລກ ເດີນທາງ ເພື່ອພັກຜ່ອນຢ້ຽມຢາມສະຖານທີ່ ຕ່າງໆ ເພື່ອຄົ້ນຫາປະສົບການໃໝ່ໆ ຢ່າງສະດວກສະບາຍ ແລະ ປະທັບ ໃຈຕະຫລອດການເດີນທາງ. ໂອກາດດັ່ງກ່າວ, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ຕາງ ໜ້າໃຫ້ລັດຖະບານ ກໍຄື ກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວມອບຄ້ອນມະຫະກຳການ ທ່ອງທ່ຽວອາຊຽນ (ATF 2025) ໃຫ້ແກ່ ກະຊວງທ່ອງທ່ຽວ, ສິລະປະ ແລະ ວັດທະນະທຳ ມາເລເຊຍ ເຊິ່ງ ການມອບ-ຮັບຄ້ອນ ໃນຄັ້ງນີ້ໄດ້ສະ ແດງໃຫ້ເຫັນເຖິງຜົນສໍາເລັດຂອງ ສປປ ລາວ ແລະ ການເລີ່ມຕົ້ນຂອງ ການນຳພາຂອງປະເທດມາເລເຊຍ ແລະ ເຊື່ອໝັ້ນຢ່າງຍິ່ງ ໃນຄວາມສາ ມາດຂອງມາເລເຊຍ ທີ່ຈະນໍາພາ ການທ່ອງທ່ຽວອາຊຽນ ຂຶ້ນສູ່ລະ ດັບໃໝ່ທີ່ສູງກວ່າເກົ່າ. ພ້ອມກັນນັ້ນ, ສປປ ລາວ ຈະສືບຕໍ່ຊຸກຍູ້ການຮ່ວມ ມືພາຍໃນພາກພື້ນ, ແລກປ່ຽນວັດ ທະນະທຳ ແລະ ການທ່ອງທ່ຽວ ແບບຍືນຍົງ ເພື່ອຜົນປະໂຫຍດຂອງ ບັນດາປະເທດສະມາຊິກ. ສປປ ລາວ ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຕໍ່ກະຊວງທ່ອງທ່ຽວ, ສິລະປະ ແລະ ວັດທະນະທໍາປະເທດ ມາເລເຊຍ ໃນການເຮັດໜ້າທີ່ເປັນ ເຈົ້າພາບຈັດມະຫະກຳການທ່ອງ ທ່ຽວອາຊຽນ ໃນປີ 2025 ທີ່ຈະ ມາເຖິງນີ້. ພ້ອມນີ້, ທ່ານນາງສວນສະຫວັນ ວິຍະເກດ ຍັງໄດ້ສະແດງຄວາມ ຂອບໃຈມາຍັງທ່ານເລຂາທິການ ໃຫຍ່ອາຊຽນ ທີ່ໄດ້ໃຫ້ການສະໜັບ ສະໜູນຊ່ວຍເຫລືອທາງດ້ານວິຊາ ການ, ການປະສານງານ, ການຊີ້ນຳ ອັນລ້ຳຄ່າ ແລະ ໃຫ້ບູລິມະສິດຕໍ່ກັບ ວຽກງານທ່ອງທ່ຽວ ໂດຍສະເພາະ ແມ່ນການທ່ອງທ່ຽວແບບຍືນຍົງ; ຕີ ລາຄາສູງຕໍ່ການຮ່ວມມືຢ່າງຕັ້ງໜ້າ ຂອງສະມາຄົມທ່ອງທ່ຽວອາຊຽນ ໃນການຈັດງານວາງສະແດງທ່ອງ ທ່ຽວ ແລະ ບັນດາຂະແໜງການ ທີ່ ກ່ຽວຂ້ອງ ໃນຂະແໜງການທ່ອງ ທ່ຽວທີ່ໄດ້ແລກປ່ຽນຂໍ້ມູນຂ່າວສານ ການທ່ອງທ່ຽວໃໝ່ໆພາຍຫລັງການ ແພ່ລະບາດຂອງພະຍາດໂຄວິດ-19 ແລະ ສະແດງຄວາມຂອບໃຈຕໍ່ບັນ ດາປະເທດຄູ່ຮ່ວມມືອາຊຽນ ແລະ ອົງການທ່ອງທ່ຽວໂລກ ທີ່ຍາມໃດ ກໍໃຫ້ການຮ່ວມມື ແລະ ສະໜັບສະ ໜູນອຳນວຍຄວາມສະດວກໃນ ການເດີນທາງທ່ອງທ່ຽວ, ການ ເຊື່ອມໂຍງລາຍການທ່ອງທ່ຽວ ກໍ ຄືຜະລິດຕະພັນການທ່ອງທ່ຽວທີ່ ຫລາກຫລາຍ, ການໂຄສະນາຂໍ້ມູນ ຂ່າວສານການທ່ອງທ່ຽວທີ່ທັນສະ ໄໝ ວ່ອງໄວ ແລະ ເຂົ້າເຖິງນັກທ່ອງ ທ່ຽວ ກຸ່ມເປົ້າໝາຍຫລາຍຂຶ້ນ, ຊ່ວຍ ຍົກລະດັບຂີດຄວາມສາມາດບຸກຄະ ລາກອນໃນຂະແໜງການທ່ອງ ທ່ຽວແລະການຊ່ວຍເຫລືອຂະແໜງ ການທ່ອງທ່ຽວ ໃຫ້ສາມາດຮັບມື ກັບການປ່ຽນແປງຂອງສະພາບດິນ ຟ້າອາກາດ. ໃນໂອກາດມະຫະກໍາການທ່ອງ ທ່ຽວອາຊຽນ ໄດ້ມີພິທີມອບ-ຮັບ ລາງວັນມາດຕະຖານການທ່ອງ ທ່ຽວອາຊຽນ ໃຫ້ພາກສ່ວນຕ່າງໆ ຈາກພາກລັດ ແລະ ບັນດາຜູ້ປະກອບ ການຈາກພາກທຸລະກິດໃນບັນດາ ປະເທດສະມາຊິກອາຊຽນ ທີ່ສາ ມາດປະຕິບັດໄດ້ຕາມເງື່ອນໄຂ ຕ່າງໆ ທີ່ໄດ້ກຳນົດໄວ້ຢູ່ໃນແຕ່ລະ ມາດຕະຖານການທ່ອງທ່ຽວອາ ຊຽນ ເຊິ່ງປະກອບມີ: ມາດຕະຖານ ໂຮງແຮມຂຽວອາຊຽນ ຄັ້ງທີ 9 ຈຳນວນ 46 ລາງວັນ, ມາດຕະຖານ ເມືອງທ່ອງທ່ຽວສະອາດອາຊຽນ ຄັ້ງທີ 4 ຈຳນວນ 22 ລາງວັນ, ມາດຕະຖານສະຖານທີ່ຈັດງານອາ ຊຽນ-ປະເພດຫ້ອງປະຊຸມຄັ້ງທີ 4 ຈຳນວນ 43 ລາງວັນ, ມາດຕະ ຖານສະຖານທີ່ ຈັດງານອາຊຽນປະເພດສະຖານທີ່ ຈັດງານວາງສະ ແດງ ຄັ້ງທີ 2 ຈໍານວນ 32 ລາງວັນ, ມາດຕະຖານສະຖານທີ່ຈັດງານອາ ຊຽນ-ປະເພດສະຖານທີ່ຈັດງານ ເທສະການ ຄັ້ງທີ 1 ຈຳນວນ 33 ລາງວັນ ແລະ ລາງວັນການທ່ອງ ທ່ຽວແບບຍືນຍົງອາຊຽນ ຄັ້ງທີ 4 (ຫົວຂໍ້ການທ່ອງທ່ຽວ ເພື່ອສົ່ງ ເສີມອາຫານ; ປະເພດຜະລິດຕະພັນ ການທ່ອງທ່ຽວແບບຍືນຍົງຢູ່ໃນ ເຂດຕົວເມືອງ ແລະ ຊົນນະບົດ) ປະ ເພດຜະລິດຕະພັນການທ່ອງທ່ຽວ ຢູ່ໃນເຂດຕົວເມືອງ ຈຳນວນ 9 ລາງ ວັນ ແລະ ປະເພດຜະລິດຕະພັນການ ທ່ອທ່ຽວຊົນນະບົດ 7 ລາງວັນ. ພ້ອມນີ້, ຄະນະຜູ້ແທນທີ່ມາເຂົ້າ ຮ່ວມມະຫະກຳທ່ອງທ່ຽວຊຽນ ໄດ້ ໄປທຽວຊົມ ສະຖານທີ່ທ່ອງທ່ຽວ ທາງວັດທະນະທຳ ແລະ ພິພິຕະພັນ ຈຳນວນໜຶ່ງຢູ່ນະຄອນຫລວງວຽງ ຈັນ (ນວ). ການທ່ຽວຊົມຄັ້ງນີ້, ຄະ ນະຜູ້ແທນໄດ້ທ່ຽວຊົມກາບໄຫວ້ ສັກ ກະລະບູຊາ ພະທາດຫລວງວຽງຈັນ ເຊິ່ງເປັນປູຊະນິຍະສະຖານບູຮານ, ເປັນສັນຍະລັກຂອງປະເທດລາວ ແລະ ເປັນມິ່ງຂວັນຂອງປວງຊົນ ລາວທັງຊາດ ກໍຄື ຊາວນະຄອນ ຫລວງວຽງຈັນ. ຈາກນັ້ນ, ໄດ້ສືບຕໍ່ ເດີນທາງໄປທ່ຽວຊົມຫໍພິພິຕະພັນ ວຽງຈັນສິລະປະຮ່ວມສະໄໝຢູ່ບ້ານ ພະຂາວ ເມືອງໄຊທານີ ນະຄອນ ຫລວງວຽງຈັນ. ໄປທ່ຽວຊົມສວນ ວັດທະນະທຳຊຽງຄວນຢູ່ບ້ານຊຽງ ຄວນ ເມືອງຫາດຊາຍຟອງ ນະຄອນ ຫລວງວຽງຈັນ. ການມາທ່ຽວຊົມ ຂອງຄະນະຜູ້ແທນດັ່ງກ່າວ, ຖືເປັນ ນິມິດໝາຍອັນດີ ເພື່ອໂຄສະນາເຜີຍ ແຜ່ດ້ານວັດທະນະທຳ ກໍຄື ການ ທ່ອງທ່ຽວທາງດ້ານວັດທະນະທຳ ເປັນການໂຄສະນາແຫລ່ງທ່ອງ ທ່ຽວທາງປະຫວັດສາດ, ວັດທະນະ ທຳ ແລະ ສີໄມ້ລາຍມື ໃນການເກາະ ສະລັກໄມ້ຂອງຄົນລາວ ໃຫ້ບັນດາ ປະເທດສະມາຊິກອາຊຽນ ແລະ ບັນດາປະເທດ ໃນທົ່ວໂລກໄດ້ຮັບຮູ້ ສປປ ລາວ ຫລາຍຂຶ້ນ, ແນໃສ່ດຶງ ດູດເອົານັກທ່ອງທ່ຽວຢູ່ທົ່ວໂລກເຂົ້າ ຫົວໜ້າເຈົ້າຫນ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໂດຍມີບັນດາຫົວ ໜ້າເຈົ້າໜ້າທີ່ອາວຸໂສອາຊຽນ, ຕີມໍ ແລັດສະເຕ ແລະ ກອງເລຂາອາ ຊຽນ ເຂົ້າຮ່ວມ. ກອງປະຊຸມເຈົ້າໜ້າທີ່ອາວຸ ໂສອາຊຽນຄັ້ງນີ້ ໄດ້ທົບທວນ ແລະ ຮັບຊາບຄວາມຄືບໜ້າການ ສ້າງປະຊາຄົມອາຊຽນກໍຄືການ ຈັດ ຕັ້ງປະຕິບັດແຜນແມ່ບົດຂອງສາມ ເສົາຄໍ້າປະຊາຄົມອາຊຽນ ເຊິ່ງເຫັນ ວ່າໂດຍລວມມີຄວາມຄືບໜ້າເປັນ ຢ່າງດີ. ສປປລາວ ໃນນາມປະທານ ອາຊຽນ ໃນປີ 2024ໄດ້ນຳສະ ເໜີບູລິມະສິດການເປັນປະທານ ອາຊຽນຂອງ ສປປ ລາວ ພາຍໃຕ້ ຄໍາຂວັນ“ເພີ່ມທະວີການ ເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ກອງປະຊຸມຍັງໄດ້ຮັບຊາບ ຄວາມຄືບໜ້າການຈັດຕັ້ງປະຕິບັດ ຜົນຂອງກອງປະຊຸມສຸດຍອດອາ ຊຽນ ຄັ້ງທີ 43 ແລະ ກອງປະຊຸມ ສຸດຍອດອື່ນໆ ທີ່ກ່ຽວຂ້ອງ ທີ່ໄດ້ຈັດ ຂຶ້ນໃນ ເດືອນກັນຍາ 2023 ທີ່ ອິນ ໂດເນເຊຍ, ລວມທັງຄວາມຄືບໜ້າ ໃນການກະກຽມວິໄສທັດປະຊາຄົມ ອາຊຽນ 2045 ໂດຍສະເພາະແມ່ນ ມາທ່ອງທ່ຽວ ສປປ ລາວ ໃຫ້ນັບມື້ ນັບຫລາຍຂຶ້ນ. ຂ່າວ: ທະນູທອງ ພາບ: ຂັນໄຊ *** ຕໍ່ຈາກໜ້າ 1 *** ກອງປະຊຸມ... ການສ້າງແຜນຍຸດທະສາດ ເພື່ອຈັດ ຕັ້ງປະຕິບັດວິໄສທັດປະຊາຄົມອາ ຊຽນ 2045. ພ້ອມນີ້, ກໍໄດ້ປຶກສາ ກ່ຽວກັບການສະໝັກເຂົ້າເປັນພາ ຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກ ສ່ຽງໃຕ້ຂອງບັນດາປະເທດ ນອກ ພາກພື້ນທີ່ມີຄວາມສົນໃຈຮ່ວມມື ກັບອາຊຽນ. ໃນໂອກາດນີ້, ກອງປະຊຸມຍັງ ໄດ້ທົບທວນຄືນຄວາມຄືບໜ້າ ຂອງ ການຮ່ວມມືລະຫວ່າງອາຊຽນກັບ ພາຍນອກ, ພ້ອມທັງປຶກສາຫາລື ການສະເໜີເປັນຄູ່ຮ່ວມມືຂອງອາ ຊຽນ. ພ້ອມດຽວກັນນີ້, ກອງປະຊຸມ ຍັງໄດ້ຢໍ້າຄືນຄວາມສຳຄັນໃນການ ຮັດແໜ້ນຄວາມເປັນແກນກາງຂອງ ອາຊຽນໃນການເສີມຂະຫຍາຍການ ຮ່ວມມືກັບພາຍນອກ. ສປປ ລາວ ໃນນາມປະເທດປະສານງານການ ພົວພັນຮ່ວມມືອາຊຽນ-ອົດສະຕຣາ ລີ ໄດ້ລາຍງານຄວາມຄືບໜ້າຂອງ ການກະກຽມ ໃຫ້ແກ່ກອງປະຊຸມສຸດ ຍອດສະໄໝພິເສດເພື່ອສະເຫລີມ ສະຫລອງການພົວພັນຮ່ວມມືອາ ຊຽນ- ອົດສະຕຣາລີ ຄົບຮອບ 50 ປີ ທີ່ຈະຈັດຂຶ້ນໃນວັນທີ 6 ມີນາ 2024 ທີ່ ເມວເບີນ, ປະເທດອົດສະຕຣາລີ. ນອກຈາກນີ້, ກອງປະຊຸມຍັງໄດ້ ປຶກສາຫາລື ເພື່ອກະກຽມໃຫ້ແກ່ ກອງປະຊຸມລັດຖະມົນຕີຕ່າງປະ ເທດ ອາຊຽນ ແບບວົງແຄບທີ່ຈະຈັດ ຂຶ້ນໃນວັນທີ 29 ມັງກອນ 2024.
RkJQdWJsaXNoZXIy MTc3MTYxMQ==