xtgmf]k; 3 29/01/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ໂດຍ: ສ.ບຸດປະຊາ ໂດຍ: ບຸນທີ/ມາລີດ າ xu 2024 lj ;plkvkdvo7kf;j k 9tgda []kpIa [wfh s]kpd;j k 30.688 8N du [ 7v[7q ;8q ;c[[x6 dza d xvflkory f0kpgxa oly o7h k co;mk',tsk-q o [q fIPova o]E7j k 0v'xtmko 7ew8 lu ra ofvo (ເນື່ອງໃນໂອກາດວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ວັນທີ 08/02/1924-08/02/2024) ລັດ ສໍາລັບຕ ະຫລາດຈໍາໜ່າຍແມ່ນ ໄປນັ່ງຂາຍຢູ່ຕະຫລາດ ບ້ານສົມສະ ຫວັນ ຂາຍເປັນມັດ ຫລື ເປັນກິໂລ, ກິໂລໜຶ່ງບໍ່ຫລຸດ 5 ພັນກີບ ຂຶ້ນຕາມ ລະດູການ ຖ້າເປັນລະດູແລ້ງຈະໄດ້ ຂາຍໃນລາຄາປະມານ 10 ພັນຫາ 15 ພັນກີບຕໍ່ກິໂລກຣາມ, ສັງລວມ ແລ້ວໃນປີໜຶ່ງຄອບຄົວສາມາດລາຍ ລາຍຮັບໄ ດ້ 75 ລ້ານກີບ. ທ່ານຍັງໃຫ້ຮູ້ຕື່ມວ່າ:ໃນຕໍ່ໜ້ານີ້ ທາງຄອບຄົວຂອງຂ້າພະເຈົ້າແມ່ນ ຈະສືບຕໍ່ປູກຜັກຂາຍ ແລະ ຈະຂະ ຫຍາຍເຮືອນຮົ່ມອອກຕື່ມ 1 ຫລັງ * ທ່ານ ບົວສອນ ບຸບຜາວັນ ອະ ດີດກຳມະການກົມການເມືອງສູນ ກາງພັກ, ອະດີດນາຍົກລັດຖະມົນຕີ ຊຶ່ງເປັນຜູ້ໜຶ່ງທີ່ເຄີຍເຮັດວຽກພົວ ພັນຢ່າງໃກ້ຊິດກັບປະທານ ຄໍາໄຕ ສີພັນດອນ ໃຫ້ສຳພາດຕໍ່ສື່ມວນຊົນ ວ່າ: ໜຶ່ງໃນບົດຮຽນອັນລໍ້າຄ່າຂອງ ປະທານ ຄໍາໄຕ ສີພັນດອນ ທີ່ຕົນ ສາມາດເຫັນໄດ້ ແລະ ນໍາໃຊ້ເຂົ້າໃນ ການປະຕິບັດວຽກງານຕົວຈິງນັ້ນ ກໍຄື: “ແນວທາງມະຫາຊົນ”. ທ່ານ ບົວສອນ ເຄີຍເປັນເລຂາ ຂອງປະທານ ຄໍາໄຕ ສີພັນດອນ ນັບ ແຕ່ປີ 1992 ສະໄໝທີ່ເພິ່ນດຳລົງ ຕໍາແໜ່ງ ເປັນນາຍົກລັດຖະມົນຕີຈົນ ເຖິງປີ 1996; ໃນໄລຍະນັ້ນ, ເພິ່ນມີ ວຽກຫຍັງກໍຍັງມັກເອີ້ນເຂົ້າຮັບຄໍາ ແນະນໍາ ຫລື ເຂົ້າໄປກະກຽມເອກະ ສານໃຫ້ເພິ່ນເປັນປະຈໍາ, ຕະຫລອດ ເວລາ ທັງທີ່ຕົນ (ທ່ານ ບົວສອນ) ເປັນນາຍົກລັດຖະມົນຕີ ກໍຍັງໄດ້ ກະກຽມເອກະສານໃຫ້ເພິ່ນຫລາຍ ສະບັບ. ຜ່ານວຽກງານຈາກການຊີ້ນໍານໍາພາຂອງປະທານ ໂດຍສ່ວນຕົວ ຂອງທ່ານ ບົວສອນ ແມ່ນສາມາດ ເຫັນບົດຮຽນອັນລໍ້າຄ່າທີ່ວ່າ: “ປະ ທານ ຄໍາໄຕ ສີພັນດອນ ເປັນຜູ້ນໍາ * ຕາມບົດລາຍງານຂອງກົມ ສ່ວຍສາອາກອນກະຊວງການເງິນ ໃຫ້ຮູ້ວ່າ: ປີ 2024 ນີ້ ໄດ້ວາງແຜນ ການເກັບລາຍຮັບໃຫ້ໄດ້ຫລາຍ ກວ່າ 30.688 ຕື້ກີບ ເທົ່າກັບ 10,4% ຂອງ GDP (ປະມານ 293.786 ຕື້ກີບ) ທຽບໃສ່ແຜນ ການປີຜ່ານມາ ເພີ່ມຂຶ້ນ 34,4% ເທົ່າກັບ 7.866 ຕື້ກີບ. ໃນນີ້ ສ່ວຍ ສາອາກອນ ມີຈໍານວນ 23,78 ຕື້ ກີບເທົ່າກັບ 8,1% ຂອງ GDP ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ37,2% ເທົ່າກັບ6.451ຕື້ກີບ, ຂະນະທີ່ລາຍ ຮັບຂອງຂະແໜງການຄຸ້ມຄອງ ຊັບສິນຂອງລັດ ມີ ຈໍານວນ 5.700 ຕື້ກີບ ເທົ່າກັບ 1,9% ຂອງ GDP ທຽບໃສ່ປີຜ່ານມາ ເພີ່ມຂຶ້ນປະມານ 32,1%ເທົ່າກັບ1.385ຕື້ກີບແລະ ຂະແໜງປະຕິຮູບລັດວິສາຫະກິດ ແລະ ປະກັນໄພ ມີຈໍານວນ 1.200 ຕື້ກີບ ເທົ່າກັບ 0,4% ຂອງ GDP ທຽບໃສ່ປີຜ່ານມາ ເພ່ີມຂຶ້ນ 2,5% ເທົ່າກັບ 30 ຕື້ກີບ. ສໍາລັບບັນດາແຂວງທີ່ເຫັນດີໃຫ້ ສືບຕໍ່ມອບຫົວໜ່ວຍໃຫ້ 9 ແຂວງ ຄຸ້ມຄອງໃນປີ 2024 ແລະ ສະເໜີ ໃຫ້ຄົ້ນຄວ້າຫົວໜ່ວຍທຸລະກິດເພີ່ມ ຫລື ຕັດບາງຫົວໜ່ວຍທຸລະກິດທີ່ບໍ່ ມີການແຈ້ງມອບ ອອກຈາກການ ຄຸ້ມຄອງຂອງແຂວງ ຄື: ຫົວໜ່ວຍ ທີ່ແຂວງສະເໜີຕັດອອກມີ 24 ຫົວ ໜ່ວຍ ປະກອບມີ: ຄໍາມ່ວນ 10 ຫົວ ໜ່ວຍ, ຫລວງພະບາງ 6 ຫົວໜ່ວຍ, ຫລວງນໍ້າທາ 3 ຫົວໜ່ວຍ ແລະ ອັດຕະປື, ຈໍາປາສັກ, ເຊກອງ, ບໍລິ ຄໍາໄຊ ແລະ ສະຫວັນນະເຂດ ແຂວງ ລະ 1 ຫົວໜ່ວຍ. ສ່ວນຫົວໜ່ວຍທີ່ ເພີ່ມເຂົ້າໃໝ່ໃນປີ 2024 ມີທັງໝົດ 30 ຫົວໜ່ວຍ ຄື: ແຂວງຄໍາມ່ວນ 7 ຫົວໜ່ວຍ, ຫລວງພະບາງ 7 ຫົວ ໜ່ວຍ, ເຊກອງ 4 ຫົວໜ່ວຍ, ອັດ ຕະປື 3 ຫົວໜ່ວຍ, ບໍລິຄໍາໄຊ 3 ຫົວ ໜ່ວຍ, ຈໍາປາສັກ 2 ຫົວໜ່ວຍ, ໄຊ ຍະບູລີ 2 ຫົວໜ່ວຍ ແລະ ສະຫວັນ ນະເຂດ ແລະ ຫລວງນໍ້າທາ ແຂວງ ລະ 1 ຫົວໜ່ວຍ, ຊຶ່ງລວມແຜນທີ່ ຈະມອບໃຫ້ມີທັງໝົດ125,2 ຕື້ກີບ. ໃນນີ້ ລາຍຮັບສ່ວຍສາອາກອນ ມີ ຈໍານວນ 98,1 ຕື້ກີບ ແລະ ລາຍຮັບ ຈາກຊັບສິນມີຈໍານວນ27,1 ຕື້ກີບ. ນອກນັ້ນ ຍັງມີອີກ 18 ຫົວໜ່ວຍ ທີ່ເປັນຫົວໜ່ວຍແຂວງຄຸ້ມຄອງ ແລ້ວ, ໂດຍຈະມອບແຜນລາຍຮັບ ຂອງຂະແໜງຊັບສິນໃຫ້ເປັນລາຍ ຮັບຂອງແຂວງໂດຍກົງ ລວມເປັນ ເງິນທັງໝົດ 27,4 ຕື້ກີບ. ແນວໃດກໍຕາມ, ເພື່ອຮັບປະກັນ ການປະຕິບັດແຜນການປີ 2024 ໃຫ້ບັນລຸແຜນວາງໄວ້, ກົມສ່ວຍສາ ອາກອນ ໄດ້ກໍານົດມາດຕະການ ຈຸດສຸມສໍາຄັນຄື: ເອົາໃຈໃສ່ການຂະ ຫຍາຍລາຍຮັບ ແລະ ດັດສົມບັນດາ ຫົວໜ່ວຍທຸລະກິດ, ຄຸ້ມຄອງຕິດຕາມ ການແຈ້ງມອບອາກອນຂອງຫົວ ໜ່ວຍວິສາຫະກິດໃຫ້ຖືກຕ້ອງຄົບ ຖ້ວນ, ຄຸ້ມຄອງຕິດຕາມບັນດາຫົວ ໜ່ວຍທີ່ມອບໃຫ້ 9 ແຂວງຄຸ້ມຄອງ ຢ່າງຮັດກຸມ, ຂະຫຍາຍອາກອນມູນ ຄ່າເພີ່ມ, ອາກອນຊົມໃຊ້ ແລະ ການ ຄຸ້ມຄອງນໍາໃຊ້ໃບເກັບເງິນ, ຄຸ້ມຄອງ ການຈັດເກັບອາກອນທີ່ດິນ, ຄ່າທໍາ ນຽມ, ຄ່າທໍານຽມຕ່າງໆ ແລະ ຄ່າ ບໍລິການ,ການສ້າງແລະປັບປຸງອົງ ກອນສ່ວຍສາອາກອນໃຫ້ເຂັ້ມແຂງ, ເກັບກໍາ ແລະ ກວດກາ ບໍລິສັດຜູ້ສະ ໜອງໄຟຟ້າ, ບໍ່ແຮ່ ແລະ ຫົວໜ່ວຍ ທຸລະກິດຂະໜາດໃຫຍ່ ແລະ ລວມ ເຖິງການສ້າງ ແລະ ປັບປຸງລະບຽບ ກົດໝາຍ ດັ່ງນີ້ເປັນຕົ້ນ. ກົມສ່ວຍສາອາກອນ ຍັງໄດ້ ລະບຸກ່ຽວກັບປັດໄຈສໍາຄັນ ກໍຄືຂະ ແໜງສ່ວຍສາອາກອນທຸກຂັ້ນ ນັບ ແຕ່ສູນກາງຮອດທ້ອງຖິ່ນຕ້ອງເພີ່ມ ທະວີຄວາມຮັບຜິດຊອບຕໍ່ໜ້າທີ່ ການເມືອງ ທີ່ການຈັດຕັ້ງໄດ້ມອບ ໝາຍໃຫ້ ເປັນຕົ້ນແມ່ນການຈັດຕັ້ງ ປະຕິບັດແຜນລາຍຮັບ, ການຂະ ຫຍາຍຖານລາຍຮັບ, ວຽກງານຫັນ ເປັນທັນສະໄໝ, ການບັງຄັບໃຊ້ກົດ ໝາຍ ແລະ ອື່ນໆ ໃຫ້ສໍາເລັດຜົນ ຕາມເປົ້າໝາຍທີ່ໄດ້ກໍານົດໄວ້, ພ້ອມ ນັ້ນພະນັກງານສ່ວຍສາອາກອນ ທຸກຂັ້ນຕ້ອງ ໃຫ້ມີຄວາມເສຍສະ ລະສູງ ເພື່ອຜົນປະໂຫຍດລວມ ຂອງຊາດ, ເພີ່ມທະວີຄວາມກ້າຫານ ຕັດສິນໃຈໃນການຈັດຕັ້ງປະຕິບັດ ບັນດາວຽກຈຸດສຸມ ແລະ ມາດຕະ ການແຕ່ລະດ້ານ, ໂດຍການສ້າງ ເປັນແຜນວຽກ, ແຜນງານລະອຽດ, ມອບຄວາມຮັບຜິດຊອບໃຫ້ພະນັກ ງານຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ພ້ອມດຽວກັນນີ້ ກໍຕ້ອງໄດ້ມີການ ຕິດຕາມກວດກາ ແລະ ລາຍງານ ໃຫ້ກົມສ່ວຍສາອາກອນຊາບຢ່າງ ເປັນປົກກະຕິ. ທີ່ຍຶດໝັ້ນແນວທາງມະຫາຊົນ” ເພິ່ນມັກເວົ້ານໍາທ່ານ ບົວສອນ ວ່າ: “ພາລະກິດການປະຕິວັດ ຫລື ວຽກ ງານຂອງພັກ, ຂອງລັດຈະຍາກລໍາ ບາກປານໃດກໍຕາມພຽງແຕ່ເຮົາ ຮູ້ອີງໃສ່ມະຫາຊົນ, ຮູ້ປຸກລະດົມ ຂົນຂວາຍໃຫ້ມະຫາຊົນເຂົ້າຮ່ວມ ພວກເຮົາກໍສາມາດຜ່ານຜ່າ ແລະ ຍາດໄດ້ໄຊຊະນະ”. ເພື່ອຢືນຢັນທັດສະນະແນວຄິດ ຊີ້ນໍາດັ່ງກ່າວນັ້ນ,ທ່ານບົວສອນໄດ້ ຍົກໃຫ້ເຫັນວ່າ: “ໃນສະໄໝການ ປະຕິວັດຊາດ ປະຊາທິປະໄຕ, ສະ ໄໝຕ້ານພວກລ່າເມືອງຂຶ້ນແບບ ເກົ່າແລະແບບໃໝ່, ການລວມລາວ 2 ຄັ້ງຜ່ານມາ, ຕະຫລອດເຖິງການ ຍຶດອຳນາດຄັ້ງສຸດທ້າຍໃນປີ 1975, ປະທານ ກໍໄດ້ໃຊ້ແນວທາງ ມະຫາຊົນຢ່າງປະດິດສ້າງ ເຂົ້າໃນ ການຢຶດອຳນາດເປັນຕົ້ນ ໃຊ້ເຂົ້າ ໃນການດຳເນີນ3ບາດຄ້ອນຍຸດທະ ສາດເພື່ອຢຶດອຳນາດແບບບໍ່ແຕກ ສຽງປືນ. ຈາກການທີ່ໄດ້ຮັບໃຊ້, ໄດ້ຮ່ວມ ເຮັດວຽກແລະຮໍ່າຮຽນບົດຮຽນອັນ ລໍ້າຄ່າຂອງປະທານ ຄໍາໄຕ ສີພັນ ດອນ ໃນນາມທີ່ທ່ານ ບົວສອນ ກໍ ເຄີຍເປັນການນໍາຂັ້ນສູງຂອງລາວ ໄດ້ນໍາໃຊ້ “ແນວທາງມະຫາຊົນ” ຂອງປະທານ ຄໍາໄຕ ສີພັນດອນ ໂດຍໄດ້ຍົກໃຫ້ເຫັນວ່າ: “ຂ້າພະ ເຈົ້າເຫັນໄດ້ເຖິງການນໍາໃຊ້ກຳລັງ ແຮງມະຫາຊົນທີ່ເປັນກຳລັງແຮງ ທີ່ມະຫາສານແລະກຳລັງແຮງທີ່ຊະ ນະເລີດ; ສະນັ້ນ, ວຽກງານຂອງ ພັກ, ຂອງລັດພວກເຮົາ ຊຶ່ງຈະແມ່ນ ວຽກງານຂອງລັດຖະບານ ໃນ ການແກ້ໄຂບັນຫາເສດຖະກິດ, ບັນ ຫາສັງຄົມ, ບັນຫາຄວາມບໍ່ສະ ຫງົບ ໂດຍຜ່ານບັນດາການຈັດຕັ້ງ ມະຫາຊົນຕ່າງໆ. ທ່ານ ບົວສອນ ຍັງກ່າວສະແດງ ຄວາມຊົມເຊີຍແລະເຫັນດີເຫັນພ້ອມ ທີ່ກົມການເມືອງສູນກາງພັກ ໄດ້ ຕົກລົງໃຫ້ມີການຈັດຕັ້ງສະເຫລີມ ສະຫລອງວັນເກີດ ຂອງປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ດ້ວຍການຈັດຕັ້ງກອງປະຊຸມສຳມະ ນາວິທະຍາສາດ ເພື່ອໃຫ້ໂອກາດ ແກ່ບັນດານັກຄົ້ນຄວ້າ, ນັກວິທະຍາ ສາດ ຫລື ຜູ້ທີ່ເຄີຍຮັບໃຊ້ເພິ່ນໄດ້ມີ ຄວາມຄິດຄວາມເຫັນເພື່ອເປັນການ ແລກປ່ຽນແລະ ເອົາສິ່ງນີ້ເປັນເອກະ ສານ ເພື່ອສຶກສາອົບຮົມໃຫ້ພະນັກ ງານຮຸ່ນໃໝ່ໃຫ້ຮໍ່າຮຽນເອົາແບບ ຢ່າງແລະຄຸນສົມບັດສິນທໍາປະຕິວັດ ຂອງ ປະທານ ຄໍາໄຕ ສີພັນດອນ. * ຍ້ອນຄວາມດຸໝັ່ນຂະຫຍັນ ພຽນ ເພື່ອພັດທະນາຊີວິດການເປັນ ຢູ່ຂອງຄອບຄົວໃຫ້ມີຢູ່ມີກິນ, ຮັ່ງ ມີເຂັ້ມແຂງຂຶ້ນໄປຕາມແນວທາງ ນະໂຍບາຍຂອງ ພັກ-ລັດ ວາງອອກ ບວກກັບຄວາມດຸໝັ່ນ ແລະ ມັກຮັກ ໃນອາຊີບນັ້ນໆ ຈຶ່ງປະສົບຜົນສໍາ ເລັດແ ລະສາມາດສ້າງລ າຍຮັບເຂົ້າ ຄອບຄົວເໝືອນດັ່ງທ່ານໄຊພອນພົງ ສົມສະຫວັນ ເມືອງພຽງ ແຂວງໄຊ ຍະບູ ລີ. ທ່ານ ໄຊພອນ ພົງສະຫວັນ ອາຍຸ 49 ປີ ປະຊາຊົນ ບ້ານສົມສະ ຫວັນ ເມືອງພຽງ ແຂວງໄຊຍະບູລີ ໄດ້ເລົ່າໃຫ້ຟັງວ່າ: ໃນເມື່ອກ່ອນຍັງ ບໍ່ທັນ ເຮັດສວນຜັກຄອບຄົວເຮັດນາ ໃນເນື້ອທີ່ 0,60 ເຮັກຕາ ຜົນຜະລິດ ແຕ່ລະປີໄດ້ 1 ໂຕນກວ່າ, ນອກຈາກ ເຮັດນາແລ້ວ ຍັງໄດ້ເຮັດອາຊີບ ເສີມ ໃນໄລຍະນັ້ນຊີວິດການເປັນຢູ່ ຂອງຄອບຄົວພໍແຕ່ກຸ້ມກິນໄປວັນໆ. ຍ້ອນພັກ-ລັດ ມີແນວທາງນະໂຍ ບາຍທີ່ຖືກຕ້ອງ ໂດຍສະເພາະແມ່ນ ສົ່ງເສີມການປູກ-ການລ້ຽງໃຫ້ຫລາຍ ກາຍເປັນສິນຄ້າຕາມເງື່ອນໄຂ ຈຸດ ພິເສດພື້ນຖານຂອງທ້ອງຖິ່ນກໍຄື ຂອງຄອບຄົວ ດັ່ງນັ້ນຈຶ່ງໄດ້ປຶກສາ ກັບຄອບຄົວວາງແຜນ ເພື່ອເຮັດ ສວນປູກຜັກຂາຍ ຊຶ່ງໄດ້ເລີ່ມແຕ່ ປີ 2007 ເປັນຕົ້ນມາ ໃນເນື້ອທີ່ 0,20 ເຮັກຕາ ຢູ່ໃກ້ເຮືອນຂອງຕົນ, ໃນໄລຍະເວລານັ້ນແມ່ນປູກແບບ ທໍາມະຊາດ ບໍ່ມີເຮືອນຮົ່ມ. ໃນສວນ ໄດ້ປູກຜັກກາດ, ຜັກສະລັດ 3 ເດືອນ ໄດ້ຕັດອອກຂາຍ ລວມແລ້ວປີໜຶ່ງ ໄດ້ຂາຍຜັກ 4 ຊຸດ ສ້າງລາຍຮັບ 20-30 ລ້ານກວ່າກີບຕໍ່ປີ. ແຕ່ຍ້ອນ ການບໍລິໂພກຂອງສັງຄົມນັບມື້ນັບ ເພີ່ມຂຶ້ນຫລາຍບວກໃສ່ຕົນເອງກໍ່ມີ ປະສົບການເຮັດສວນມາຫລາຍປີ ເຊັ່ນການກຽມດິນ, ການບົວລະບັດ ຮັກສາ, ການໃສ່ຝຸ່ນແລະວິທີກໍາຈັດ ວັດສະພືດ (ຫຍ້າ) ຕົນເອງຈຶ່ງຫັນ ມາເຮັດສວນປູກຜັກດ້ວຍເຮືອນຮົ່ມ 1 ຫລັງ ຂະໜາດ 7x13 ແມັດ ເລີ່ມ ປີ 2019 ເປັນຕົ້ນມາ ແລະ ໄດ້ປູກ ຜັກຫລາຍຊະນິດ ເປັນຕົ້ນຜັກຕັງ ໂອ, ຜັກກາດນາ, ຄາວທອງ, ສະ ເປັນ2ຫລັງຈາກຄວາມບຸກບືນສູ້ຊົນ ຈຶ່ງກາຍເປັນຄອບຄົວຕົວແບບຂອງ ບ້ານສົມສະຫວັນ ໃນການປູກຜັກ ປອດສານພິດຂາຍ. ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ “ ”
RkJQdWJsaXNoZXIy MTc3MTYxMQ==