lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 29/01/2024 xtgmf]k; ລາວ-ຫວຽດນາມ... ຄະນະລັດຖະມົນຕີ... ເທສະການດອກງິ້ວບານ... ຮອງປະທານປະເທດ ເນັ້ນ... ຂປລ. ໃນວັນທີ 26 ມັງກອນ 2024, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນຳ ພາຄະນະຜູ້ແທນຂັ້ນສູງດ້ານການ ທ່ອງທ່ຽວອາຊຽນ ເຂົ້າຢ້ຽມຂ່ຳນັບ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໃນໂອ ກາດທີ່ໄດ້ເດີນທາງມາຮ່ວມມະຫະ ກຳທ່ອງທ່ຽວອາຊຽນ ຄັ້ງທີ 27 ທີ່ ນະຄອນຫລວງວຽງຈັນ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄດ້ເເດງ ຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ມາຍັງບັນດາທ່ານຜູ້ແທນລັດຖະ ມົນຕີທ່ອງທ່ຽວອາຊຽນ, ປະເທດ ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງ ສາກົນ, ເລຂາທິການໃຫຍ່ອາຊຽນ ທີ່ໄດ້ເດີນທາງມາຮ່ວມກອງປະ ຊຸມລັດຖະມົນຕີທ່ອງທ່ຽວອາຊຽນ, ກອງປະຊຸມທີ່ກ່ຽວຂ້ອງ ແລະ ງານ ວາງສະແດງການທ່ອງທ່ຽວອາ ຊຽນ 2024 ທີ່ນະຄອນຫລວງ ວຽງຈັນ ສປປ ລາວ ໃນຄັ້ງນີ້. ທ່ານນາຍົກລັດຖະມົນຕີໄດ້ຕີລາຄາ ສູງຕໍ່ຜົນສຳເລັດຂອງກອງປະຊຸມ ດັ່ງກ່າວ ເຊິ່ງເປັນຂີດໝາຍສຳຄັນ ໃຫ້ແກ່ການເພີ່ມທະວີການຮ່ວມມື, ການຈັດຕັ້ງປະຕິບັດແຜນຍຸດທະ ສາດການທ່ອງທ່ຽວອາຊຽນ ປີ 2021-2025 ເຊິ່ງອາຊຽນ ຈະ ກາຍເປັນຈຸດໝາຍປາຍທາງການ ທ່ອງທ່ຽວທີ່ມີຄຸນນະພາບ, ມີຄວາມ ຮັບຜິດຊອບມີຄວາມຫລາກຫລາຍ, ມີເອກະລັກສະເພາະ, ປະກອບສ່ວນ ເຂົ້າໃນການປັບປຸງຄຸນນະພາບ ການດຳລົງຊີວິດຂອງປະຊາຊົນອາ ຊຽນ ໃຫ້ນັບມື້ດີຂຶ້ນເລື້ອຍໆ. ໃນໂອກາດເຂົ້າຢ້ຽມຂ່ຳນັບ ທ່ານນາຍົກລັດມົນຕີ, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ລາຍ ງານວ່າ: ມະຫະກໍາທ່ອງທ່ຽວ ຄັ້ງນີ້ ປະກອບມີ 4 ກິດຈະກໍາສຳຄັນຄື: ກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ ແລະ ກອງປະຊຸມປິ່ນອ້ອມ, ງານວາງສະແດງການທ່ອງທ່ຽວ ອາຊຽນ, ກອງປະຊຸມສຳມະນາທຸລະ ກິດທ່ອງທ່ຽວ, ການທັດສະນະສຶກ ສາຢ້ຽມຢາມສະຖານທີ່ທ່ອງທ່ຽວ. ສໍາລັບກອງປະຊຸມລັດຖະມົນຕີທ່ອງ ທ່ຽວອາຊຽນ ຄັ້ງທີ 27 ໄດ້ພິຈາລະ ນາຮັບຮອງເອົາບັນດາເອກະສານ ສຳຄັນຈຳນວນໜຶ່ງ. ພ້ອມນີ້, ຍັງມີ ພິທີມອບ-ຮັບລາງວັນມາດຕະຖານ ການທ່ອງທ່ຽວອາຊຽນ ແລະ ພິທີ ປິດງານມະຫະກຳການທ່ອງທ່ຽວ ອາຊຽນ ເຊິ່ງຈະໄດ້ຈັດຂຶ້ນໃນຕອນ ຄ່ຳຂອງວັນທີ 26 ມັງກອນ 2024, ມີປະເພດລາງວັນ ຄື: ລາງວັນມາດ ຕະຖານໂຮງແຮມຂຽວອາຊຽນ, ລາງວັນມາດຕະຖານເມືອງທ່ອງ ທ່ຽວສະອາດອາຊຽນ, ລາງວັນມາດ ຕະຖານ ສະຖານທີ່ຈັດງານອາຊຽນ ແລະ ລາງວັນການທ່ອງທ່ຽວແບບ ຍືນຍົງອາຊຽນ. ຂ່າວ: ວຽງສະຫວັນ, ພາບ:ຂັນໄຊ ການສືບຕໍ່ການຮ່ວມມື ໃນຂະແໜງ ການຂອງພວກເຮົາຂໍແລກປ່ຽນ ບາງວຽກງານ ຄື: ການນຳສະເໜີ ເອກະສານອຸທິຍານແຫ່ງຊາດ ຫີນ ໜາມໜໍ່ ເຂົ້າເປັນມໍລະດົກໂລກ ທາງທຳມະຊາດ ຮ່ວມຊາຍແດນກັບ ພາກຂະຫຍາຍຕໍ່ຈາກອຸທິຍານແຫ່ງ ຊາດຟອງຫຍາ-ແກບາງມໍລະດົກ ໂລກທາງ ທຳມະຊາດຂອງ ສສ ຫວຽດນາມ, ຂ້າພະເຈົ້າໄດ້ຮັບ ຊາບວ່າ: ຝ່າຍຫວຽດນາມ ໄດ້ເຫັນ ດີຕໍ່ກັບຮ່າງເອກະສານຄໍາຮ້ອງ ແລ້ວ. ສະນັ້ນ, ຈຶ່ງສະເໜີໃຫ້ຊຸກຍູ້ຕື່ມ ໃຫ້ຝ່າຍຫວຽດນາມ ສາມາດອອກ ໜັງສືສະໜັບສະໜູນໃຫ້ທັນຕາມ ເວລາກໍານົດ ຂອງສູນມໍລະດົກໂລກ ກ່ອນວັນທີ 31 ມັງກອນ 2024 ເພື່ອພິຈາລະນາສະເໜີເຂົ້າໃນບັນຊີ ສຳຮອງໃນການຮັບຮອງເປັນມໍ ລະດົກໂລກທາງທຳມະຊາດ ຮ່ວມ ຊາຍແດນ ລາວ-ຫວຽດນາມ ເພື່ອ ເປັນການເພີ່ມທະວີການຮ່ວມມືດ້ານ ການທ່ອງທ່ຽວ. ປັດຈຸບັນນັກທ່ອງ ທ່ຽວຫວຽດນາມ ເຂົ້າມາທ່ອງທ່ຽວ ສປປ ລາວ ຢູ່ໃນອັນດັບ 2 ຂອງຈຳ ນວນນັກທ່ອງທ່ຽວຕ່າງປະເທດ. ສະນັ້ນ, ສະເໜີໃຫ້ມີການເພີ່ມທະ ວີພົບປະແລກປ່ຽນຄະນະວິຊາການ ຂອງສອງຝ່າຍໃຫ້ຫລາຍຂຶ້ນ, ອຳ ນວຍຄວາມສະດວກໃນການເດີນ ທາງເຂົ້າ-ອອກ ຂອງນັກທ່ອງທ່ຽວ ລະຫວ່າງສອງປະເທດ ແລະ ນັກ ທ່ອງທ່ຽວ ທີ່ມາຈາກປະເທດທີ່ ສາມ, ຖອດຖອນບົດຮຽນ ໃນການ ພັດທະນາ, ການໂຄສະນາສົ່ງເສີມ, ການຄຸ້ມຄອງການທ່ອງທ່ຽວ ແລະ ພັດທະນາບຸກຄະລາກອນຂອງສອງ ປະເທດ ເຊັ່ນ: ການສ້າງລາຍການ ທ່ອງທ່ຽວເຊື່ອມໂຍງກັນ, ການ ຈັດຕັ້ງປະຕິບັດມາດຕະຖານການ ທ່ອງທ່ຽວ, ຮ່ວມກັນແກ້ໄຂບັນດາຂໍ້ ຫຍຸ້ງຍາກຕ່າງໆ ທີ່ກີດຂວາງການ ເດີນທາງຂອງນັກທ່ອງທ່ຽວ ແລະ ວຽກງານອື່ນໆ ຕາມທີ່ໄດ້ກຳນົດໄວ້ ໃນແຜນການຮ່ວມມື ສົກປີ 20212025. ສະນັ້ນ ເຫັນວ່າຄວນຊຸກຍູ້ ບັນດາກົມວິຊາການຂອງພວກເຮົາ ໃຫ້ມີການພົບປະແລກປ່ຽນດ້ານ ວິຊາການໃຫ້ຫລາຍຂຶ້ນ, ສະເໜີການ ຮ່ວມມືໃນການພັດທະນາແຫລ່ງ ທ່ອງທ່ຽວປະຫວັດສາດທີ່ສອງປະ ເທດມີມູນເຊື້ອຮ່ວມກັນ ເຊັ່ນ: ພູຜາ ຖີ່ ແຂວງຫົວພັນ ແລະ ເສັ້ນທາງໂຮ່ ຈີ່ມິງ ລຽບຕາມບັນດາແຂວງຂອງ ສອງປະເທດ ໂດຍຮ່ວມກັບກະຊວງ ປ້ອງກັນປະເທດ ເພື່ອເກັບກໍຂໍ້ມູນ ທາງດ້ານປະຫວັດສາດ. ສໍາລັບແຜນການຈັດງານສັບປະ ດາວັດທະນະທຳຫວຽດນາມທີ່ສປປ ລາວ ໃນປີ 2024 ນີ້, ຄາດຄະເນວ່າ ຈະມີຂຶ້ນໃນໄລຍະເດືອນ ສິງຫາກັນຍາ 2024 ເພື່ອເປັນການປະ ກອບສ່ວນສະເຫລີມສະຫລອງວັນ ຊາດຫວຽດນາມ ຄົບຮອບ 79 ປີ ແລະ ວັນສໍາຄັນຂອງສອງປະເທດ ລາວ-ຫວຽດນາມ. ຂ່າວ:ວຽງສະຫວັນ, ພາບ:ເກດສະໜາ ງານກໍ່ສ້າງພັກ, ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງທົ່ວປະ ເທດ ປະຈຳປີ 2023 ໂດຍທ່ານໄດ້ ເນັ້ນໃຫ້ຂະແໜງການວຽກງານກໍ່ ສ້າງພັກ-ພະນັກງານຕ້ອງໄດ້ພ້ອມ ກັນບຸກບືນຄົ້ນຄວ້າແກ້ໄຂເຮັດແທ້ ທຳຈິງຫລາຍກວ່າເກົ່າ, ສຸມໃສ່ການ ກໍ່ສ້າງພັກ ທາງດ້ານການເມືອງ, ແນວຄິດ ກໍຄືການຄົ້ນຄວ້າຜັນຂະ ຫຍາຍແນວທາງ, ມະຕິຄໍາສັ່ງ ຂອງ ພັກທີ່ຍັງຊັກຊ້າ, ການສຶກສາອົບ ຮົມຫລັກໝັ້ນຊົນຊັ້ນ ກໍຄືຄຸນທາດ ການເມືອງ, ຄຸນສົມບັດສິນທໍາປະ ຕິວັດໃຫ້ແກ່ພະນັກງານ. ພ້ອມນີ້, ທ່ານ ບຸນທອງ ຈິດມະນີ ກ່າວຕື່ມວ່າ: ສຳລັບວຽກງານການ ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ປັດຈຸບັນຄະນະຈັດຕັ້ງສູນ ກາງພັກ ກໍາລັງຄົ້ນຄວ້າເພື່ອປັບປຸງ ຄໍາສັ່ງ, ຄໍາແນະນໍາ ເຊິ່ງໃນກອງປະ ຊຸມຄັ້ງນີ້, ກໍໄດ້ເອົາຮ່າງຄໍາແນະ ນໍາເພີ່ມເຕີມມາທາບທາມຄວາມ ຄິດເຫັນຂອງຜູ້ແທນກອງປະຊຸມ. ສະນັ້ນ, ພາຍຫລັງຜູ້ແທນປະກອບ ຄໍາເຫັນແລ້ວ ມອບໃຫ້ຄະນະຈັດຕັ້ງ ສູນກາງພັກ ສືບຕໍ່ປັບປຸງ ແລະ ນໍາ ມາລາຍງານກ່ອນທີ່ຄະນະຈັດຕັ້ງ ຈະລົງລາຍເຊັນ ເພື່ອນໍາໃຊ້; ກ່ຽວ ກັບວຽກງານຂະຫຍາຍພັກ ສະເໜີ ໃຫ້ບັນດາສະຫາຍຄົ້ນຄວ້າອອກ ນິຕິກ່ຽວກັບວຽກງານຂະຫຍາຍ ພັກ ຢູ່ຂົງເຂດເສດຖະກິດ, ຫົວໜ່ວຍ ທຸລະກິດ, ວິສາຫະກິດເອກະຊົນ; ຕໍ່ ບັນຫານີ້ ຄະນະຈັດຕັ້ງສູນກາງພັກ ຕ້ອງເປັນໃຈກາງ ແລະ ພິຈາລະນາ ຄວາມເປັນໄປໄດ້ ເພື່ອນໍາສະເໜີ ໃຫ້ສູນກາງພັກຫລືລັດຖະບານອອກ ແຈ້ງການໃດໜຶ່ງກ່ຽວກັບໃຫ້ບັນ ດາຫົວໜ່ວຍເສດຖະກິດຢູ່ປະເທດ ເຮົາຕ້ອງໃຫ້ມີການຈັດຕັ້ງລະບົບ ການ ເມືອງໃດໜຶ່ງ ຈັດຕັ້ງຂຶ້ນໃນຫົວ ໜ່ວຍເສດຖະກິດຂອງຕົນ; ບົນພື້ນ ຖານນິຕິກໍາດັ່ງກ່າວ ຄະນະຈັດຕັ້ງ ສົມທົບການຈັດຕັ້ງມະຫາຊົນທີ່ກ່ຽວ ຂ້ອງລົງຂົນຂວາຍສ້າງຕັ້ງຕົວຈິງ ຢູ່ບັນດາຫົວໜ່ວຍວິສາຫະກິດ; ການ ຂະຫຍາຍພັກ, ເປັນວຽກງານທີ່ມີ ຄວາມສໍາຄັນ, ການຂະຫຍາຍພັກ ແມ່ນ ເພື່ອຊອກເຫັນເປົ້າໝາຍທີ່ມີ ຄວາມຂະຫຍັນ, ຫ້າວຫັນ, ດີເດັ່ນ ກວ່າໝູ່ ເພື່ືອສຶກສາອົບຮົມກໍ່ສ້າງ ແລ້ວຂະຫຍາຍເຂົ້າພັກຕາມລະ ບຽບຂັ້ນຕອນ ທີ່ກໍານົດໄວ້ໃນກົດລະ ບຽບພັກ; ສະນັ້ນ, ການຂະຫຍາຍ ພັກ ຈຶ່ງມີຈຸດເລັ່ງສະເພາະແນໃສ່ ແຈກຢາຍກໍາລັງຂອງພັກໃຫ້ທົ່ວ ເຖິງທຸກຂົງເຂດຊີວິດຂອງສັງຄົມ. ສະເພາະເປົ້າໝາຍມະຫາຊົນ ທີ່ຖືສາສະໜາຕ່າງໆ, ເປົ້າໝາຍທີ່ ແຕ່ງງານກັບຄົນຕ່າງປະເທດເປັນ ບັນຫາທີ່ມີຄວາມຫລໍ່ແຫລມ. ສະ ນັ້ນ, ຈິ່ງມອບໃຫ້ຄະນະຈັດຕັ້ງສູນ ກາງພັກ ຄົ້ນຄວ້າໃຫ້ລະອຽດຕື່ມ ອາດຈັດໃຫ້ມີກອງປະຊຸມຮ່ວມກັບ ຄະນະກວດກາສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງອື່ນ ສະຫລຸບ ຖອດຖອນບົດຮຽນກ້າວໄປເຖິງ ການສ້າງແລະປັບປຸງນິຕິກໍາທີ່ກ່ຽວ ຂ້ອງໃຫ້ມີຄວາມຊັດເຈນກວ່າເກົ່າ; ກ່ຽວກັບການປັບປຸງ, ຍົກສູງຄວາມ ສາມາດຂອງຄະນະໜ່ວຍພັກ ແມ່ນ ມອບຄວາມຮັບຜິດຊອບໃຫ້ຄະນະ ພັກທຸກຂັ້ນ ແຂວງ, ນະຄອນຫລວງ, ກະຊວງ-ອົງການ ເປັນເຈົ້າການໃນ ການສ້າງແຜນການ, ງົບປະມານໃນ ການຈັດຕັ້ງຝຶກອົບຮົມໃຫ້ບັນດາຄະ ນະໜ່ວຍພັກບ້ານ, ໜ່ວຍພັກຫ້ອງ ການ, ຂະແໜງການອ້ອມຂ້າງຂັ້ນ ເມືອງ, ຂັ້ນແຂວງແລະກະຊວງ-ອົງ ການຂອງຕົນ, ສ່ວນເນື້ອໃນຝຶກອົບ ຮົມ ແມ່ນໃຫ້ສົມທົບກັບຄະນະຈັດ ຕັ້ງສູນກາງພັກ ແລະ ຄະນະກວດກາ ສູນກາງພັກ. ສຳລັບການກໍ່ສ້າງພັກ ທາງ ດ້ານແບບແຜນນໍາພາແມ່ນໃຫ້ຄະ ນະພັກແຕ່ລະຂັ້ນ ເອົາໃຈໃສ່ສ້າງ ແບບແຜນເຮັດວຽກ ທີ່ຍຶດໝັ້ນ ແລະ ປະຕິບັດຕາມຫລັກການລວມສູນປະ ຊາທິປະໄຕ, ທຸກບັນຫາສໍາຄັນຕ້ອງ ໄດ້ຮັບການປຶກສາຫາລືຕົກລົງເປັນ ໝູ່ຄະນະ, ການນໍາພາເປັນໝູ່ຄະນະບໍ່ ໄດ້ໝາຍຄວາມວ່າທຸກອັນຕ້ອງໄດ້ ປະຊຸມທັງໝົດ; ໝູ່ຄະນະຈະປະຊຸມ ກັນ ກໍຕໍ່ເມື່ອມີບັນຫາໃໝ່ເກີດຂຶ້ນ ເທົ່ານັ້ນ, ບັນຫາໃດທີ່ໝູ່ຄະນະໄດ້ມີ ຄໍາເຫັນຊີ້ນໍາແລະ ມອບໝາຍໃຫ້ບຸກ ຄົນຮັບຜິດຊອບໄປແລ້ວ, ສະຫາຍ ດັ່ງກ່າວຕ້ອງເສີມຂະຫຍາຍຄວາມ ຮັບຜິດຊອບ ແລະ ລັກສະນະປະດິດ ສ້າງໃນການຈັດຕັ້ງປະຕິບັດຢ່າງ ເປັນເຈົ້າການ; ບໍ່ໃຫ້ເອື່ອຍອີງໃສ່ແຕ່ ໝູ່ຄະນະອີກ; ຕ້ອງສ້າງແບບແຜນ ເຮັດວຽກເຮັດແທ້ທໍາຈິງ; ຕ້ອງຫັນ ແນວທາງ, ມະຕິ, ຄໍາສັ່ງຂອງພັກ ມາເປັນໂຄງການດໍາເນີນງານຂອງ ຂັ້ນຕົນ. ຂຶ້ນຢ່າງເປັນທາງການທີ່ເຂດເສດ ຖະກິດພິເສດສາມຫລ່ຽມຄໍາເມືອງ ຕົ້ນເຜິ້ງແຂວງບໍ່ແກ້ວໂດຍການເປັນ ກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນ ຕີ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ຈ້າວ ເຫວີຍ ປະທານສະພາ ບໍລິຫານເຂດເສດຖະກິດພິເສດ ສາມຫລ່ຽມຄໍາ, ມີບັນດາການນໍາ ພັກ-ລັດ, ອະດີດການນໍາຂັ້ນສູນ ກາງ, ຂັ້ນແຂວງ-ເມືອງ, ແຂກຖືກ ເຊີນທັງພາຍໃນ ແລະ ຕ່າງປະເທດ, ມວນຊົນຊາວແຂວງບໍ່ແກ້ວ ເຂົ້າ ຮ່ວມຢ່າງຫລວງຫລາຍ. ທ່ານ ບົວຄົງ ນາມມະວົງ ເຈົ້າ ແຂວງບໍ່ແກ້ວ ໄດ້ໃຫ້ຮູ້ວ່າ: ເທສະ ການງານບຸນດອກງິ້ວບານເປັນ ເຫດການທີ່ມີຄວາໝາຍ-ຄວາມສໍາ ຄັນ ທັງເປັນປາງບຸນໃຫຍ່ໜຶ່ງທີ່ ຊາວແຂວງບໍ່ແກ້ວ ເຄີຍຈັດຕັ້ງປະ ຕິບັດມານັບແຕ່ປີ 2000 ມາເຖິງ ປັດຈຸບັນ ໂດຍສະເພາະປີ 2024 ເປັນຄັ້ງທີ XXI ເພື່ອເປັນການສົ່ງ ເສີມ ແລະ ປົກປັກຮັກສາຄວາມ ເປັນເອກະລັກ ແລະ ຮີດຄອງປະ ເພນີອັນດີງາມຂອງທ້ອງຖິ່ນ ກໍຄື ຂອງຊາດ, ທັງເປັນການເປີດກິດຈະ ກໍາການທ່ອງທ່ຽວລະດັບຊາດ ຕາມທີ່ລັດຖະບານໄດ້ກໍານົດເອົາ ເທສະການບຸນດອກງິ້ວບານ ເປັນ ກິດຈະກໍາການທ່ອງທ່ຽວລະດັບ ຊາດ ຢູ່ແຂວງບໍ່ແກ້ວ ແນໃສ່ສົ່ງ ເສີມການທ່ອງທ່ຽວທໍາມະຊາດ ຂອງດອນຊາວ ຕິດພັນກັບການບໍລິ ການ ແລະ ການທ່ອງທ່ຽວ ຄົບວົງ ຈອນຢູ່ເຂດເສດຖະກິດພິເສດສາມ ຫລ່ຽມຄໍາ ເພື່ອເຊີນມວນຊົນຢູ່ທຸກ ແຫ່ງຫົນເຂົ້າມາທ່ຽວຊົມ ທັງເປັນ ການຊຸກຍູ້ສົ່ງເສີມການລົງທຶນ, ການສົ່ງເສີມງານຕະຫລາດນັດ, ລາວ-ສິງກະໂປ ເພ່ີມທະວີ... ການແລກປ່ຽນສິນຄ້າ, ການເສີມ ຂະຫຍາຍຄວາມສາມັກຄີຮັກແພງ ຂອງປະຊາຊົນບັນດາເຜົ່າ. ເທສະການໃນຄັ້ງນີ້, ປະກອບ ມີກິດຈະກໍາຕ່າງໆ ທີ່ສໍາຄັນເປັນ ຕົ້ນ ການປະກວດນາງສາວດອກ ງິ້ວບານ ປະຈໍາປີ 2024; ການປະ ກວດນາງສາວທ່ອງທ່ຽວລາວປະ ຈໍາປີ 2024; ການສະແດງສີລະ ປະວັນນະຄະດີ ຈາກ 4 ປະເທດ ຄື: ລາວ, ສປ ຈີນ, ໄທ ແລະ ມຽນມາ; ໄດ້ມີການແຂ່ງຂັນກິລາຕີກັອບ ຄັ້ງ ທີ1;ການວາງສະແດງແລະຈໍາໜ່າຍ ສິນຄ້າ; ການແຂ່ງກິລາຕີມວຍ, ຮີດຄອງປະເພນີ, ວິຖີດໍາລົງຊີວິດ 13 ເຜົ່າ ພາຍໃນແຂວງບໍ່ແກ້ວ, ການສະແດງຈູດບັ້ງໄຟດອກ ແລະ ປ່ອຍໂຄມໄຟ. ໃນງານຍັງມີການ ວາງສະແດງຮູບພາບສິລະປະ ເຊິ່ງ ໄດ້ນຳເອົາຮູບພາບ ຈໍານວນຫລາຍ ຮ້ອຍພາບມາວາງສະແດງ ເພື່ອສົ່ງ ເສີມວັດທະນະທໍາ, ຮີດຄອງປະ ເພນີອັດດີງາມຂອງເຜົ່າຕ່າງໆ, ລວມທັງປະຫວັດສາດ, ການພັດ ທະນາເສດຖະກິດ-ສັງຄົມ, ການ ທ່ອງທ່ຽວ ແລະ ອື່ນໆ. ຮູບສ່ວນ ໃຫຍ່ປະກອບມີພາບຖ່າຍ, ຮູບແຕ້ມ ແລະ ຮູບລະບາຍສີອື່ນໆສະທ້ອນ ໃຫ້ເຫັນຄວາມເປັນທໍາມະຊາດ, ຮັກສາສິ່ງແວດລ້ອມ, ສັນຕິພາບ, ການແບ່ງປັນຄວາມສາມັກຄີ ແລະ ການຊ່ວຍເຫລືອມະນຸດດ້ວຍກັນ, ວິຖີຊີວິດ, ການເຄື່ອນໄຫວຈາກອະ ດີດເຖິງປັດຈຸບັນ. ເທສະການດອກງິ້ວບານ ໃນປີນີ້ ແມ່ນໄດ້ເປີດໃຫ້ມວນຊົນທັງພາຍ ໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວ ຊົມຈົນເຖິງວັນທີ 28 ມັງກອນ 2024 ນີ້. ຂ່າວ-ພາບ: ເກີດຂວັນໃຈ ມົນຕີ, ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ດຣ. ວິວຽນ ບາລາຄຣິສນານ (Dr. Vivian BALAKRISHNAN) ລັດຖະມົນຕີກະຊວງກ ານ ຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນ ລະຫວ່າງວັນທີ 26-29 ມັງກອນ 2024 ເພື່ອເປັນການສືບຕໍ່ເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງ ສອງປະເທດ ສປປ ລາວ ແລະ ສ ສິງກະໂປ ໃຫ້ມີບາດກ້າວຂະ ຫຍາຍຕົວຍິ່ງຂຶ້ນ. ການຢ້ຽມຢາມຄັ້ງ ນີ້ໄດ້ເປັນການເປີດຂະບວນການ ສໍາລັບການສະເຫລີມສະຫລອງວັນ ສ້າງຕັ້ງສາຍພົວພັນການທູດລະ ຫວ່າງ ສປປ ລາວ ແລະ ສ ສິງກະໂປ ຄົບຮອບ 50 ປີ ໃນປີ 2024 ນີ້. ໃນວັນທີ 27 ມັງກອນ 2024, ທີ່ ກະຊວງການຕ່າງປະເທດ ໄດ້ມີ ການພົບປະສອງຝ່າຍ ລະຫວ່າງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ດຣ. ວິວຽນ ບາລາຄຣິສນານ ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສ ສິງ ກະໂປ ເຊິ່ງສອງຝ່າຍໄດ້ເຫັນດີເປັນ ເອກະພາບ ແລະ ຕີລາຄາສູງຕໍ່ການ ພົວພັນ ແລະ ການຮ່ວມມືຂອງສອງ ປະເທດ ລາວ ແລະ ສິງກະໂປ ຕະ ຫລອດໄລຍະ 5 ທົດສະວັດທີ່ຜ່ານ ມາ ເຊິ່ງໄດ້ຮັບການເສີມຂະຫຍາຍ ຂຶ້ນເປັນກ້າວໆ, ສະແດງອອກໃນ ການພົບປະແລກປ່ຽນການຢ້ຽມ ຢາມຂອງຄະນະຜູ້ແທນຂັ້ນສູງ ສອງປະເທດ, ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນດ້ວຍກັນ, ການ ພົວພັນຮ່ວມມືຂອງບັນດາຫົວໜ່ວຍ ທຸລະກິດ, ການຮ່ວມມືດ້ານການ ຄ້າ-ການລົງທຶນ, ການສຶກສາ, ການ ພັດທະນາຊັບພະຍາກອນມະນຸດ, ສາ ທາລະນະສຸກ, ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ. ສອງຝ່າຍຍັງໄດ້ແລກປ່ຽນຄໍາ ຄິດເຫັນຢ່າງກົງໄປກົງມາ ແລະ ມີຄວາມເຂົ້າໃຈເຊິ່ງກັນ ແລະກັນ ເປັນຢ່າງດີໃນການສືບຕໍ່ຊຸກຍູ້ສົ່ງ ເສີມຂະແໜງການກ່ຽວຂ້ອງຂອງ ສອງປະເທດ ລາວ ແລະ ສິງກະໂປ ຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືຂອງສອງ ລັດຖະບານໃຫ້ສໍາເລັດຜົນຕາມຄາດ ໝາຍ ໂດຍສະເພາະການຮ່ວມມືໃນ ຂະແໜງພະລັງງານສະອາດ, ສິນ ເຊື່ອກາກບອນ(CarbonCredit), ວຽກງານປ້ອງກັນຄວາມສະຫງົບ ແລະການສຶກສາເພື່ອກະກຽມໃຫ້ແກ່ ການຢ້ຽມຢາມທາງການຢູ່ປະເທດ ສິງກະໂປ ຂອງການນໍາຂັ້ນສູງຂອງ ສປປ ລາວ ໃນອະນາຄົດອັນໃກ້ນີ້. ນອກຈາກນັ້ນ, ສອງຝ່າຍຍັງໄດ້ ເຫັນດີເປັນເອກະພາບໃນການຮ່ວມ ມືກັນຢ່າງໃກ້ຊິດ ໃນການຊຸກຍູ້ສົ່ງ ເສີມການຮ່ວມມື ໃນຂະແໜງອຸດສາ ຫະກໍາ, ກະສິກໍາ ເພື່ອສົ່ງເສີມການ ຮ່ວມມືດ້ານການຄ້າ ແລະ ການລົງ ທຶນຂອງສອງປະເທດໃຫ້ມີບາດ ກ້າວຂະຫຍາຍຕົວໃໝ່, ລວມທັງ ການຮ່ວມມືດ້ານການທ່ອງທ່ຽວ ເພື່ອຊຸກຍູ້ການໄປມາຫາສູ່ຂອງປະ ຊາຊົນສອງຊາດ ລາວ ແລະ ສິງກະ ໂປ ໃຫ້ຂະຫຍາຍຕົວຍິ່ງຂຶ້້ນ, ລວມ ທັງການປະສານສົມທົບ ແລະ ເຮັດ ວຽກຮ່ວມກັນຢ່າງໃກ້ຊິດ ເພື່ອການ ພັດທະນາ ໃນຂົງເຂດພາກພື້ນ ແລະ ສາກົນໂດຍສະເພາະຂອບການຮ່ວມ ມືອາຊຽນ ເພື່ອຜົນສໍາເລັດ ສໍາລັບ ການເປັນປະທານອາຊຽນ 2024 ແລະ ການຈັດປີທ່ອງທ່ຽວລາວ ໃນປີ 2024 ນີ້. ໃນໂອກາດດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າ ໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈໄປຍັງລັດ ຖະບານ ແລະ ປະຊາຊົນ ສິງກະ ໂປ ທີ່ໄດ້ໃຫ້ການຮ່ວມມື ແລະ ການ ຊ່ວຍເຫລືອອັນລໍ້າຄ່າຕະຫລອດໄລ ຍະຜ່ານມາ ເປັນຕົ້ນແມ່ນ ການຊ່ວຍ ສ້າງຊັບພະຍາກອນມະນຸດ, ການ ຈັດຝຶກອົບຮົມພາສາອັງກິດ ແລະ ວິຊາການທີ່ກ່ຽວຂ້ອງ ໃຫ້ແກ່ບັນດາ ພະນັກງານລັດຖະກອນ, ນັກການ ທູດ ແລະ ການນຳຂັ້ນສູງຂອງ ສປປ ລາວ, ການພັດທະນາສີມືແຮງງານ, ລວມທັງການສົ່ງອາສາສະຫມັກ, ຄູອາຈານ ແລະ ຜູ້ຊ່ຽວຊານມາປະ ຕິບັດໜ້າທີ່ຢູ່ຂະແໜງການກ່ຽວ ຂ້ອງຂອງສປປລາວ, ລວມທັງການ ຊ່ວຍເຫລືອດ້ານອຸປະກອນສໍາລັບ ການຈັດກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 57 ໃນ ເດືອນກໍລະກົດ 2024 ແລະ ກອງ ປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ໃນເດືອນຕຸລາ 2024 ທີ່ຈະມາເຖິງນີ້ ເຊິ່ງຝ່າຍສິງກະໂປ ໄດ້ຢືນຢັນຄືນທັດສະນະຂອງຕົນ ໃນການສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອ ສປປ ລາວ ຕື່ມອີກໃນຕໍ່ໜ້າ. ສປປ ລາວ ແລະ ສ ສິງກະໂປ ໄດ້ສ້າງຕັ້ງສາຍພົວພັນທາງການ ທູດນໍາກັນ ໃນວັນທີ 2 ທັນວາ 1974. ມາຮອດປັດຈຸບັນ, ການລົງ ທຶນຂອງສິງກະໂປ ຢູ່ ສປປ ລາວ ມີມູນຄ່າທັງໝົດ 362 ລ້ານໂດລາ ສະຫະລັດ ໃນ83 ໂຄງການ ເຊິ່ງຈັດ ຢູ່ໃນອັນດັບທີ 10 ການລົງທຶນຂອງ ຕ່າງປະເທດຢູ່ ສປປ ລາວ ແລະ ໃນໄລຍະ 5 ປີ ທີ່ຜ່ານມາການຄ້າ ສອງຝ່າຍບັນລຸໄດ້ 451,4 ລ້ານ ໂດລາສະຫະລັດ ແລະ ປັດຈຸບັນໄດ້ ມີການໃຫ້ບໍລິການຖ້ຽວບິນ ໂດຍກົງ ສິງກະໂປ-ລາວ-ສິງກະໂປ 3 ມື້ ຕໍ່ອາທິດ. ພາບ: ເກດສະໜາ
RkJQdWJsaXNoZXIy MTc3MTYxMQ==