5798

07 xtgmf]k; gsfdko{dkora fmtok a 26/01/2024 ຂ່າວ: ຈັນສຸກ ຜົນປະເສີດ່ າັ ນຸ ກົ ນີ ດ g,n v']v' lv[gla 'oa dIPogda j 'lkplk ,a olb dlk -A o x5F ,4 c]t ,7 g,n v'm5 ]t7q , dP,9a f[5 ortmkf ,ks]h k 8y fra oda [dkogxu fxu mj v'mj P; lts;a ootg0f lts]v';a olh k'8A 'dv'ma [ 7q [Iv[ 75 xu fh ;p[a opkdkf7b d7N o c]t ,u 7;k,\kp ຂປລ. ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ກອງ ບັນຊາການທະຫານແຂວງ ຈັດພິທີ ສະເຫລີມສະຫລອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ຂຶ້ນຢ່າງຄຶກຄື້ນ ແລະ ມີຄວາມໝາຍສຳຄັນ ໂດຍ ການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການ ສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ, ທ່ານ ພົນໂທ ວົງຄໍາ ພິມມະກອນ ຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ, ມີ ກົງສູນໃຫຍ່ ສສ ຫວຽດ ນາມ ແລະ ກົງສູນໃຫຍ່ແຫ່ງຣາຊະ ອານາຈັກໄທປະຈຳແຂວງສະຫວັນ ນະເຂດ, ບັນດາຫົວໜ້າພະແນກ ການ, ເຈົ້ານະຄອນ-ເຈົ້າເມືອງ, ຫົວໜ້າກອງບັນຊາການທະຫານ ແຂວງຄຳມ່ວນ, ແຂວງສາລະວັນ, ບັນດານາຍທະຫານ-ນາຍຕຳ ຫລວດ ຈາກກຳລັງຫລວງ-ກຳລັງ ທ້ອງຖິ່ນ, ພະນັກງານປະຕິວັດອາ ວຸໂສບຳນານ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ວິລະຊົນແຮງງານ, ນັກພັດທະນາດີເດັ່ນ, ບັນດາບໍລິສັດ ຫ້າງຮ້ານ, ອຳນາດການປົກຄອງ ທ້ອງຖິ່ນ ແລະ ປະຊາຊົນພາຍໃນ ແຂວງສະຫວັນນະເຂດເຂົ້າຮ່ວມ. ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ ກ່າວປາໄສໃນພິທີຄັ້ງນີ້ວ່າ: ໃນໂອ ກາດສະເຫລີມສະຫລອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 75 ປີ ຢູ່ແຂວງສະຫວັນນະ ເຂດ ໃນມື້ນີ້, ພວກເຮົາຂໍຈາລຶກ ແລະ ຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ທີ່ໄດ້ສ້າງຕັ້ງ ແລະ ຊຸບ ຫລໍ່ກໍ່ສ້າງກອງທັບປະຊົນລາວ ໃຫ້ ເຕີບໃຫຍ່ຂະຫຍາຍຕົວ ມາເຖິງທຸກ ວັນນີ້. ພ້ອມນີ້, ກໍຝາກຄວາມຊົມ ເຊີຍ, ຄວາມຢ້ຽມຢາມຖາມຂ່າວ, ຄວາມສາມັກຄີຮັກແພງອັນອົບອຸ່ນ ໄປຍັງນາຍ ແລະ ພົນທະຫານ ທີ່ ພວມປະຕິບັດໜ້າທີ່ຂອງຕົນຢູ່ບໍ ລິເວນຊາຍແດນ ແລະ ເຂດຫ່າງໄກ ສອກຫລີກ, ຜູ້ທີ່ພວມປິ່ນປົ່ວຢູ່ໂຮງ ໝໍ ຕະຫລອດເຖິງຄອບຄົວນາຍ ແລະ ພົນທະຫານ ທີ່ເສຍສະລະຊິ ວິດ ເພື່ອປະເທດຊາດ, ເພື່ອເອກະ ລາດຂອງຊາດ ແລະ ເພື່ອຄວາມຢູ່ ເຢັນເປັນສຸກຂອງປະຊາຊົນບັນດາ ເຜົ່າ. ພ້ອມນີ້, ທ່ານກໍໄດ້ຍົກໃຫ້ ເຫັນເຖິງປະຫວັດຄວາມເປັນມາ ຂອງກອງທັບປະຊາຊົນລາວ ເຊິ່ງ ກ່ອນໜ້ານີ້ 75 ປີ ຄື: ໃນວັນທີ 20ມັງກອນປີ1949ກອງທັບລາວ ອິດສະຫລະ ທີ່ມີຊື່ວ່າ: “ກອງລາດ ຊະວົງ” ໄດ້ຮັບການສ້າງຕັ້ງຂຶ້ນຢູ່ ເຂດທີ່ໝັ້ນລາວຮຸ່ງພຽງສາ ເມືອງ ຊຽງຄໍ້ ແຂວງຫົວພັນ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ທີ່ ເຄົາລົບຮັກ ເປັນຜູ້ປະກາດສ້າງຕັ້ງ ແລະ ບັນຊາການໂດຍກົງ, ການ ກຳເນີດຂຶ້ນຂອງກອງລາດຊະວົງ ຫລື ກອງທັບລາວອິດສະຫລະ ໄດ້ ກາຍເປັນບາດລ້ຽວ ປະຫວັດສາດ ໃນການເຕົ້າໂຮມປັບປຸງບັນດາກຳ ລັງຕໍ່ຕ້ານປະກອບອາວຸດ ຂອງປະ ຊາຊົນລາວຢູ່ພາກຕ່າງໆ ຂອງປະ ເທດ ໃຫ້ເປັນເອກະພາບ ແລະ ສືບ ຕໍ່ຂະຫຍາຍກຳລັງ ເຊິ່ງຢູ່ພາຍໃຕ້ ການນຳພາ ເດັດຂາດໂດຍກົງຮອບ ດ້ານຂອງພັກ ກອງທັບລາວອິດ ສະຫລະ ເຊິ່ງຕໍ່ມາໄດ້ກາຍເປັນກອງ ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ໃນວັນທີ 23 ມັງກອນ 2024 ທີ່ໂຮງຮຽນ ມສ ເທສະບານເມືອງລອງ ຈັດພິທີ ສອບເສັງນັກຮຽນເກັ່ງສາຍສາມັນ ສຶກສາຊັ້ນປ5,ມ4ແລະມ7ເພື່ອຄັດ ເລືອກເອົານັກຮຽນເກັ່ງແຕ່ລະວິຊາ, ແຕ່ລະຊັ້ນໄປສອບເສັງຢູ່ຂັ້ນແຂວງ ຂປລ. ເມືອງທຸລະຄົມ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ກອງປະຊຸມ ປຶກ ສາຫາລືກະກຽມຈັດບຸນພະທາດມາ ຫລ້າປະຈໍາປີ2024ຕິດພັນກັບການ ເປີດປີທ່ອງທ່ຽວເມືອງທຸລະຄົມ ຈັດ ຂຶ້ນໃນວັນທີ 23 ມັງກອນ 2024 ໂດຍມີ ທ່ານ ກິຄໍາ ວົງໄຊ ຮອງເຈົ້າ ເມືອງທຸລະຄົມ, ມີຫົວໜ້າ-ຮອງຫົວ ໜ້າຫ້ອງການ,ກຸ່ມບ້ານ,ອົງການຈັດ ຕັ້ງບ້ານ, ຄະນະ ອພສ ເມືອງ ແລະ ເຈົ້າອະທິການວັດທາດມາຫລ້າ ເຂົ້າຮ່ວມປຶກສາຫາລື. ກອງປະຊຸມ ໄດ້ຄົ້ນຄວ້າປຶກສາ ຫາລື ແລະ ເປັນເອກະກໍານົດເອົາ ວັນທີ 22-24 ກຸມພາ 2024 ເປັນມື້ ຈັດແລະ ເພື່ອເຮັດໃຫ້ງານມີສີສັນ, ມີ pa’lk,kfIv’Ia[oadmjv’mjP;wfh1jk’rP’r= dko[= ]y dko0q olq j '3fplko16 j s];'rt[k' pa 'lk,kfIv'Ia [oa dmj v'mj P;wfh rP'r= h ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ປັດຈຸບັນ, ແຂວງຫລວງພະບາງ ມີຕາໜ່າງ ເສັ້ນທາງຄົມມະນາຄົມຂົນສົ່ງທາງ ບົກ, ທາງນໍ້າ, ທາງອາກາດ ແລະ ທາງລົດໄຟທີ່ເຊື່ອມໂຍງເຊື່ອມຈອດ ກັບບັນດາແຂວງ ແລະ ບັນດາປະ ເທດ. ໃນນັ້ນ, ເສັ້ນທາງຫລວງແຫ່ງ ຊາດເລກທີ 13 ເໜືອ, ເລກ 7, ເລກ 4, ເລກ 41 ແລະ ເລກ 1C, ມີເສັ້ນ ທາງຫລວງຂອງແຂວງ, ຂອງເມືອງ ທີ່ເຊື່ອມໄປຫາແຫລ່ງທ່ອງທ່ຽວ ພາຍໃນແຂວງ, ມີເສັ້ນທາງລົດໄຟ ຜ່ານຈາກນະຄອນຫລວງວຽງຈັນ ໄປສູ່ ສປ ຈີນ, ມີສະໜາມບິນສາກົນ ທີ່ເປີດສາຍການບິນພາຍໃນ ແລະ ຕ່າງປະເທດຫລາຍສາຍ, ມີແມ່ນໍ້າ ຂອງ-ນໍ້າຄານທີ່ເປັນທ່າແຮງການ ຂົນສົ່ງ ແລະ ທ່ອງທ່ຽວທາງນໍ້າ ເຊິ່ງສາມາດໃຫ້ບໍລິການຂົນສົ່ງຜູ້ ໂດຍສານ ກໍຄື ນັກທ່ອງທ່ຽວ ໄດ້ ຢ່າງພຽງພໍ. ທັບປົດປ່ອຍປະຊາຊົນລາວ ແລະ ກອງທັບປະຊາຊົນລາວໃນປັດຈຸບັນ. ໂອກາດດຽວກັນນີ້, ທ່ານ ບຸນ ໂຈມ ອຸບົນປະເສີດ ຍັງໄດ້ຍົກໃຫ້ ເຫັນເຖິງການສ້າງຕັ້ງກອງບັນຊາ ການທະຫານ ແຂວງສະຫວັນນະ ເຂດ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 25 ມີນາ ປີ 1962 ຢູ່ທີ່ ບ້ານຫ້ວຍອາໄກ້ ເມືອງພີນ ແຂວງ ສະຫວັນນະເຂດ ຕື່ມອີກ. ກອງທັບປະຊາຊົນລາວ ໄດ້ຜ່ານ ຂະບວນວິວັດອັນຍາວນານ 75 ປີ ມານີ້, ໄດ້ຮັບການຊຸບຫລໍ່ໃຫ້ມີຄວາມ ກ້າແກ່ນ ແລະ ເຕີບໃຫຍ່ຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງ. ກອງທັບເຮົາຈົ່ງ ສືບຕໍ່ ເສີມຂະຫຍາຍທາດແທ້ມູນ ເຊື້ອອັນດີງາມ ຍາດເອົາຜົນງານໃໝ່ ໃຫຍ່ຫລວງກວ່າເກົ່າ, ເພື່ອໄຊຊະນະ ຂອງພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເພື່ອຄວາມ ຢູ່ເຢັນເປັນສຸກຂອງປະຊາຊົນລາວ ບັນດາເຜົ່າ, ເພື່ອອະນາຄົດອັນຮຸ່ງ ເຮືອງເຫລືອງເຫລື້ອມ ຂອງປິຕິພູມ ທີ່ແສນຮັກຂອງພວກເຮົາ, ກອງທັບ ປະຊາຊົນລາວຈົ່ງເຂັ້ມແຂງກ້າວຂຶ້ນ. ງານດັ່ງກ່າວໄດ້ມີການສະແດງ ສິລະປະວັນນະຄະດີ ຈາກກອງສິ ລະປະກອງບັນຊາການທະຫານ ແຂວງ, ຊົມການສວນສະໜາມຈາກ ບັນດາກ້ອນກຳລັງຕ່າງໆ ຈຳນວນ 21 ກ້ອນກຳລັງ, ຊົມການສະແດງ ສິນລະປະຍຸດທະວິທີ ການປ້ອງກັນ ຕົວ ຂອງເລົ່າຮົບພິເສດ, ຊົມການ ສະແດງໂດດຈ້ອງ ຂອງເລົ່າຮົບທະ ຫານອາກາດ ແລະ ຊົມການຍິງປືນ ເປີດປ້າຍ, ການອຳພາງໂຕ ແລະ ການຊ່ວຍໂຕປະກັນ ຂອງກອງພັນ ກອງຕີພິເສດ. ສ່ວນຕອນຄ່ຳຂອງ ວັນດຽວກັນ ກໍ່ໄດ້ມີການຍິງບັ້ງໄຟ ດອກ ຢູ່ເດີ່ນກອງບັນຊາການທະ ຫານແຂວງ ຕື່ມອີກ. ທ່ານ ບຣົ່ງວ່າງ ຫວ່າງເຈຍຊາ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫລວງພະບາງ ໄດ້ໃຫ້ ສຳພາດກ່ຽວກັບການກຽມຄວາມ ພ້ອມ ຕ້ອນຮັບນັກທ່ອງທ່ຽວ ທີ່ຈະ ມາທ່ຽວຊົມແຂວງຫລວງພະບາງ ໃນປີທ່ອງທ່ຽວລາວ 2024 ວ່າ: ປັດຈຸບັນ, ທົ່ວແຂວງຫລວງພະບາງ ມີບໍລິສັດຂົນສົ່ງໂດຍສານທັງໝົດ 94 ບໍລິສັດ, ບໍລິສັດລົດໃຫ້ເຊົ່າມີ 13 ບໍລິສັດ, ມີສະມາຄົມລົດຂົນສົ່ງໂດຍ ສານທັງໝົດ 11 ແຫ່ງ (ກຳລັງຄົ້ນ ຄວ້າສ້າງຕັ້ງໃໝ່8ບໍລິສັດ),ມີສະຖາ ນີຂົນສົ່ງໂດຍສານ 6 ສະຖານີ, ມີ ລົດຂົນສົ່ງໂດຍສານທັງໝົດ 2.147 ຄັນ. ໃນນີ້, ມີລົດຂົນສົ່ງໂດຍສານ, ບໍລິການທ່ອງທ່ຽວ ແລະ ລົດໃຫຍ່ ໃຫ້ເຊົ່າຈຳນວນ 455 ຄັນ, ບໍລິສັດ ລົດຈັກໃຫ້ເຊົ່າ 27 ບໍລິສັດ, ມີລົດຈັກ ທັງໝົດ 447 ຄັນ; ໄດ້ບໍລິການ ຂົນສົ່ງໂດຍສານທາງບົກພາຍໃນ ແຂວງ 11 ສາຍທາງ (ສາຍທາງ ລະຫວ່າງແຂວງ 9 ແຂວງ 18 ສາຍ ທາງ ແລະ ສາຍຕ່າງປະເທດ 6 ສາຍ ຄື: ໄປປະເທດຫວຽດນາມ 4 ສາຍ, ໄທ 2 ສາຍ), ນັບແຕ່ຕົ້ນປີ ຮອດ ເດືອນພະຈິກ 2023 ບໍລິມາດການ ຂົນສົ່ງໂດຍສານບັນລຸ 533.187 ຄົນ. ສະເພາະການໃຫ້ບໍລິການຂົນ ສົ່ງໂດຍສານຈາກສະຖານີລົດໄຟ ຫາຕົວເມືອງນະຄອນ-ຫລວງພະ ບາງ ໂດຍກຳນົດຈຸດຈອດຂຶ້ນ-ລົງ ມີ 11 ຈຸດ, ສາມາດສ້າງຄວາມສະ ດວກສະບາຍໃຫ້ແກ່ຜູ້ໂດຍສານທີ່ ເດີນທາງດ້ວຍລົດໄຟ ແລະ ມີການ ບໍລິການຂົນສົ່ງ ໄປເຖິງຈຸດທີ່ນັກ ທ່ອງທ່ຽວຕ້ອງການ ຫລື ສະຖານທີ່ ທ່ອງທ່ຽວພາຍໃນແຂວງ. ທ່ານ ບຣົ່ງວ່າງ ຫວ່າງເຈຍຊາ ຍັງໃຫ້ຮູ້ອີກວ່າ: ເພື່ອຮັບປະກັນໃຫ້ ມີລົດບໍລິການຮັບໃຊ້ຢ່າງພຽງພໍ ພະແນກ ຍທຂ ໄດ້ຄົ້ນຄວ້າ ແລະມີ ແຜນຊຸກຍູ້ສົ່ງເສີມໃຫ້ແກ່ບັນດາ ບໍລິສັດ ທີ່ມີຈຸດປະສົງໃນການຂະ ຫຍາຍກິດຈະການ ໃນການບໍລິການ ໃຫ້ມີລົດຮັບໃຊ້ພຽງພໍ ແລະ ວ່ອງໄວ ໂດຍເພີ່ມຈຳນວນລົດບໍລິການຕາມ ຄວາມເປັນຈິງ ເພື່ອຮອງຮັບໃຫ້ແກ່ ນັກທ່ອງທ່ຽວ. ໃນໄລຍະອັນໃກ້ນີ້, ແຂວງຫລວງພະບາງ ຈະດຳເນີນ ການບໍລິການລົດເມປະຈຳທາງຂະ ໜາດ20ບ່ອນນັ່ງ, ຈໍານວນ60ຄັນ ຊຶ່ງໄດ້ຮັບການຊ່ວຍເຫລືອຈາກ ລັດຖະບານເກົາຫລີ ໂດຍຜ່ານອົງ ການ JICA ທີ່ຈະຮັບໃຊ້ເປັນລົດ ຂົນສົ່ງສາທາ ລະນະພາຍໃນນະ ຄອນ-ຫລວງພະບາງ ເພື່ອເຮັດໃຫ້ ການບໍລິການຂົນສົ່ງໂດຍສານ ພາຍ ໃນນະຄອນ-ຫລວງພະບາງມີຄວາມ ສະດວກຂຶ້ນ, ທັງເປັນການແກ້ໄຂ ສະພາບການສັນຈອນແອອັດ ໄດ້ ຫລາຍຂຶ້ນ. ບັນຍາກາດ, ຈົບງາມ ສອດຄ່ອງກັບ ຮີດຄອງປະເພນີ ໄດ້ກໍານົດເອົາກິດ ຈະກໍາສໍາຄັນຈໍານວນໜຶ່ງ ປັນຕົ້ນ ມີຕະຫລາດນັດວາງສະແດງ-ຂາຍ ສິນຄ້າປະເພດຕ່າງໆ, ມີການສະ ແດງສິລະປະໃນເວລາກາງຄືນ, ແຂ່ງຂັນກິລາເປຕັງ, ແຫ່ຜາສາດ ເຜິ້ງ, ແຫ່ຕົ້ນກັນ, ແຫ່ຊ້າງ, ແຫ່ມ້າ ອ້ອມພະທາດ, ມິພິທີເທສະໜາທໍາ ມະ-ສູດປະລິຕະມົງຄຸນ, ຕັກບາດ ແລະ ວຽນທຽນ. ສໍາລັບພິທີເປີດ ບຸນພະທາດມາຫລ້າ ແລະ ເປີດປີ ທ່ອງທ່ຽວຂອງເມືອງ ແມ່ນກຳນົດ ເອົາວັນທີ 23 ກຸມພາ 2024. ກອງປະຊຸມຄັ້ງນີ້, ຍັງໄດ້ຜ່ານ ບົດສະຫລຸບການຈັດບຸນພະທາດ ມາຫລ້າ ປີ 2023 ທີ່ຜ່ານມາ, ຕີລາ ຄາດ້ານດີ, ດ້ານຄົງຄ້າງຕ້ອງໄດ້ປັບ ປຸງແກ້ໄຂ, ພ້ອມທັງຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງກ່ຽວກັບການ ແຕ່ງຕັ້ງຄະນະກໍາມະການແຕ່ລະ ດ້ານຮັບຜິດຊອບຈັດງານບຸນທາດ ມາຫລ້າປີ ໂດຍການນໍາແຂວງກໍຄື ການນໍາເມືອງ ໃຫ້ຖືເອົາບຸນນະມັດ ສະການພະທາດມາຫລ້າ ຕິດພັນກັບ ພິທີເປີດປີທ່ອງທ່ຽວຂອງເມືອງເຊິ່ງ ປີນີ້, ຈະຈັດງານແບບເປີດກວ້າງ ແລະ ຍິ່ງໃຫຍ່ກວ່າທຸກໆປີເພື່ອຕ້ອນ ຮັບແຂກຄົນມາຮ່ວມທໍາບຸນ, ມາ ທ່ຽວງານ ແລະ ຮ່ວມມ່ວນຊື່ນ. ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາ ພັນ ພົງສະຫວັດ ຮອງຫົວໜ້າຫ້ອງ ການສຶກສາທິການແລະກິລາເມືອງ, ມີຄະນະຮັບຜິດຊອບຂັ້ນເມືອງ, ຄູ- ອາຈານ ແລະ ນັກຮຽນ ເຂົ້າຮ່ວມ. ທ່ານ ນິດ ແສງຈັນພວນ ຫົວໜ້າ ໜ່ວຍງານສຶກສາພາກບັງຄັບ ໄດ້ ກ່າວວ່າ: ການສອບເສັງຄັດເລືອກ ນັກຮຽນເກັ່ງຊັ້ນ ປ5, ມ4 ແລະ ມ7 ຂັ້ນເມືອງ ສົກຮຽນ 20232024 ສຳລັບຊັ້ນ ປ5 ແມ່ນມາຈາກ 10 ກຸ່ມບ້ານ, ມີນັກຮຽນເຂົ້າສອບ ເສັງ32ຄົນ,ຍິງ19ຄົນ,ມີ3ວິຊາທີ່ ສອບເສັງຄື:ພາສາລາວ,ຄະນິດສາດ ແລະ ວິທະຍາສາດສິ່ງແວດລ້ອມ; ຊັ້ນ ມ4 ມີນັກຮຽນມາຈາກ 8 ໂຮງ ຮຽນ, ມີນັກ ຮຽນ 32 ຄົນ, ຍິງ 13 ຄົນແລະ ຊັ້ນມ7ມີນັກຮຽນມາຈາກ 4ໂຮງຮຽນ, ມີນັກຮຽນ16ຄົນ, ຍິງ 5ຄົນ.ວິຊາທີ່ສອບເສັງສໍາລັບຊັ້ນມ4 ແລະ ມ7 ມີ 4 ວິຊາຄື: ພາສາລາວ- ວັນນະຄະດີ, ເຄມີສາດ, ຟີຊິກສາດ ແລະ ຄະນິດສາດ. ໂອກາດນີ້, ທ່ານ ຄໍາພັນ ພົງສະ ຫວັດ ຮອງຫົວໜ້າຫ້ອງການສຶກສາ ທິການແລະກິລາເມືອງໄດ້ຮຽກຮ້ອງ ມາຍັງນ້ອງນັກຮຽນ ໃຫ້ເອົາໃຈໃສ່ ໃນການສອບເສັງຄັ້ງນີ້ ໃຫ້ໄດ້ຄຸນ ນະພາບ ເພື່ອຄັດເລືອກເອົາໄປເສັງ ຂັ້ນແຂວງ, ບໍ່ໃຫ້ວົນແຊວເວລາສອບ ເສັງ, ຫ້າມໃຊ້ໂທລະສັບ ຫລື ຕໍາລາ ຮຽນເຂົ້າໄປໃນຫ້ອງສອບເສັງຢ່າງ ເດັດຂາດ. ພ້ອມທັງຮຽກຮ້ອງມາ ຍັງ ຄະນະກໍາມະການໃຫ້ເພີ່ມທະວີ ໃນການເຝົ້າຫ້ອງສອບເສັງໃຫ້ຖືກ ໂມງເວລາ ແລະ ພ້ອມກັນສອບເສັງ ໃຫ້ໄດ້ຕາມລະດັບຄາດໝາຍ.

RkJQdWJsaXNoZXIy MTc3MTYxMQ==