5798

xtgmf]k; 6 26/01/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ -k;|5 j ,]k;{9u o ltcf' ly ]txt Ia fc|h odkoIj ;,,n dko;k'3mf ຂອງປະມວນກົດໝາຍສະບັບນີ້. ວິ ທີການກະທຳຜິດ ແມ່ນວິທີທີ່ນຳໃຊ້ ໃນການກະທຳຜິດ ເຊັ່ນ ດ້ວຍວິທີທໍ ລະມານ, ປະຈານຜູ້ຖືກເຄາະຮ້າຍ, ດ້ວຍວິທີທີ່ເປັນອັນຕະລາຍຕໍ່ສາທາ ລະນະ. ລະດັບຄວາມເປັນອັນຕະ ລາຍຂອງການກະທຳຜິດຂຶ້ນກັບຜົນ ເສຍຫາຍຕົວຈິງທາງດ້ານຊີວິດ, ສຸ ຂະພາບ, ກຽດສັກສີ ແລະ ຊັບສິນ ທີ່ ເນື່ອງມາຈາກການກະທຳຜິດໂດຍ ເຈດຕະນາຫລືດ້ວຍຄວາມບໍ່ລະມັດ ລະວັງ. ສ ຳ ລັບ ຜົ ນ ເ ສ ຍຫ າ ຍທ າ ງ ດ້ານຊັບສິນນັ້ນມີສາມລະດັບດັ່ງ ນີ້: ລະດັບຕ່ຳ ຫລື ເສຍຫາຍໜ້ອຍ: ຕ່ຳກວ່າ 20.000.000 ກີບ; ລະ ດັບກາງ ຫລື ເສຍຫາຍຫລາຍ: ເກີນກວ່າ 20.000.000 ກີບ ຫາ 50.000.000 ກີບ; 3. ລະດັບສູງ ຫລື ເສຍຫາຍຢ່າງຫລວງຫລາຍ: ເກີນກວ່າ 50.000.000 ກີບ. ສາເຫດທີ່ພາໃຫ້ມີການຫລຸດ ຜ່ອນຄວາມຮັບຜິດຊອບທາງອາຍາ ສາເຫດທີ່ພາໃຫ້ມີການຫລຸດຜ່ອນ ຄວາມຮັບຜິດຊອບທາງອາຍາມີ ດັ່ງນີ້: ຜູ້ກະທຳຜິດມີອາຍຸຕ່ຳກວ່າ ສິບແປດປີ ຫລື ເກີນກວ່າ ຫົກສິບປີ; ຜູ້ກະທຳຜິດແມ່ນຜູ້ຍິງທີ່ຖືພາ ຫລື ແມ່ທີ່ມີລູກອ່ອນອາຍຸແຕ່ ສາມປີລົງ ມາ;ການປ້ອງກັນຕົວເກີນຂອບເຂດ; ການກະທຳຜິດຍ້ອນຖືກແຕະຕ້ອງ ທາງດ້ານຈິດໃຈຢ່າງໜັກ ຈົນບໍ່ສາ ມາດຄຸມສະຕິໄວ້ໄດ້ດ້ວຍການກະທຳ ອັນບໍ່ຖືກຕ້ອງຕາມກົດໝາຍຂອງຜູ້ ຖືກເຄາະຮ້າຍ; ການກະທຳເກີນກວ່າ ຄວາມຈຳເປັນ; ການກະທຳຜິດໃນ ສະຖານຄະຣຸໂທດ ຍ້ອນຖືກບັງຄັບ ຫລື ຖືກຂົ່ມຂູ່; ຜູ້ກະທຳຜິດຢັບຢັ້ງ ແລະ ແກ້ໄຂຜົນເສຍຫາຍຂອງການ ກະທຳຜິດທີ່ຕົນໄດ້ກໍ່ຂຶ້ນ ຫລື ໄດ້ຈິງ ໃຈໃຊ້ແທນຄ່າເສຍຫາຍ ໂດຍສະ ໝັກໃຈແລ້ວ; ການກະທຳຜິດຍ້ອນ ສະພາບຫຍຸ້ງຍາກໜັກໜ່ວງທາງ ສ່ວນຕົວ ຫລື ທາງຄອບຄົວ; ຜູ້ກະ ທຳຜິດຮູ້ສຶກກິນແໜງ ແລ້ວຈິງໃຈ ມອບຕົວຕໍ່ເຈົ້າໜ້າທີ່, ຮັບສາລະ ພາບ ແລະ ເປີດເຜີຍການກະທຳຜິດ ຂອງຕົນ ແລະ ການກະທຳຜິດຂອງ ຜູ້ອື່ນ; ການກະທຳຜິດຄັ້ງທຳອິດຖ້າ ວ່າການກະທຳຜິດດັ່ງກ່າວຫາກບໍ່ ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມ; ຜູ້ກະທຳຜິດທີ່ໄດ້ມີຄຸນງາມຄວາມ ດີຕໍ່ປະເທດຊາດ. ໃນການວາງໂທດ ນັ້ນ ສານອາດອີງໃສ່ສາເຫດອື່ນທີ່ ພາໃຫ້ມີການຫລຸດຜ່ອນຄວາມຮັບ ຜິດຊອບທາງອາຍາທີ່ບໍ່ໄດ້ກຳນົດ ໄວ້ໃນມາດຕານີ້ກໍໄດ້. * ສານ ເປັນຜູ້ວາງໂທດ ໃນຂອບ ເຂດຂອງມາດຕາກົດໝາຍທີ່ກຳນົດ ໂທດໃສ່ການກະທຳຜິດນັ້ນ. ໃນການ ວາງ ໂທດນັ້ນສານຕ້ອງອີງຕາມລັກ ສະນະ ແລະ ລະດັບຄວາມເປັນອັນ ຕະລາຍຕໍ່ສັງຄົມ ຂອງການກະທຳ ຜິດ, ບຸກຄະລິກກະພາບຂອງຜູ້ກະ ທຳຜິດແລະ ສາເຫດທີ່ພາໃຫ້ມີການ ຫລຸດຜ່ອນ ຫລື ການເພີ່ມຄວາມຮັບ ຜິດຊອບທາງ ອາຍາ. ລັກສະນະຄວາມເປັນອັນຕະລາຍ ຂອງການກະທຳຜິດແມ່ນ ສະຖານ ການກະທຳຜິດ ແລະ ວິທີການກະ ທຳຜິດ. ສະຖານການກະທຳຜິດ ແມ່ນການກະທຳຜິດໃນສະຖານລະ ຫຸໂທດ,ໂທສານຸໂທດແລະຄະຣຸໂທດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 13 ]a f4t,q o8u mj v'mj P;vk-Po rh v,da olh k' czora fmtokdkomj v'mj P;1j k',u zq oleg]a f * ໃນວັນທີ 25 ມັງກອນ ປີ 2024, ສະຖານີລົດໄຟລາວ-ຈີນ ນະຄອນຫລວງວຽງຈັນ ໄດ້ຈັດ ສະແດງດົນຕີປັອບອັບ ທ່າມກາງ ມວນຊົນກໍຄືຜູ້ໂດຍສານຫລາຍຮ້ອຍ ຄົນໃຫ້ຄວາມສົນໃຈຕໍ່ການສະແດງ ຂອງນັກຮ້ອງ, ນັກຟ້ອນ ແລະ ນັກ ດົນຕີຈາກສອງປະເທດແຈີນ-ລາວ ມາຮ່ວມໃນເວທີດຽວກັນຮ່ວມກັບ ພະນັກງານບໍລິສັດທາງລົດໄຟ ລາວ-ຈີນພ້ອມກັນຮ້ອງບົດເພງພື້ນ ບ້ານແບບໃໝ່ ທັງເປັນການອວຍ ພອນອັນປະເສີດເນື່ອງໃນໂອກາດ ບຸນປີໃໝ່ຈີນທີ່ຈະມາເຖິງນີ້. ບົດເພງທີ່ສະແດງແມ່ນຮຽບ ຮຽງໃໝ່ຈາກບົດເພງຄຣາສສິກພື້ນ ບ້ານຂອງເຜົ່າຈວ້ງຂອງຈີນ “ບົດ ເພງພື້ນບ້ານປຽບດັ່ງສາຍນໍ້າໃນ ລະດູໃບໄມ້ປົ່ງ” ໄດ້ມີການປະສົມ ປະສານລະຫວ່າງອົງປະກອບດົນຕີ ຫູກະດູກມ້າ ແລະ ແຄນລາວ. ການ ສະແດງດັ່ງກ່າວ ໄດ້ເຊີນນັກຮ້ອງ ທີ່ມີຊື່ສຽງ ແລະ ມີຄວາມສາມາດ ຂອງປະເທດລາວ ນາງ ແນັດວະດີ ພວງສຸວັນ ແລະ ນັກຮ້ອງໄວໜຸ່ມ ຈາກກວາງຊີຈີນ ຫວູ ລຸ້ຍ ມາຂັບ ຮ້ອງຮ່ວມກັນ. ໃນນັ້ນ, ກໍມີພະນັກ ງານສະຖານີນະຄອນຫລວງວຽງ ຈັນ ໂດຍສະເພາະພະນັກງານບໍລິ ການລົດໄຟ ແລະ ພະນັກງານຂົນ ສົ່ງໂດຍສານ ໄດ້ເຂົ້າຮ່ວມສະແດງ ປັອບອັບ, ໂບກສະບັດທຸງຊາດ ລາວ-ຈີນ,ຂັບຮ້ອງບົດເພງລວມໝູ່. ເນື້ອເພງທີ່ຮ້ອງວ່າ “ບົດເພງພື້ນ ບ້ານປຽບດັ່ງສາຍນໍ້າໃນລະດູໃບ ໄມ້ປົ່ງ, ຂັບຮ້ອງຢູ່ທາງນີ້ ທາງນັ້ນ ກໍຮ່ວມກັນ”. ການສະແດງດັ່ງກ່າວ ເພື່ອເປັນການເຮັດໃຫ້ມິດຕະພາບ ລາວ-ຈີນ ນັບມື້ຍິ່ງເລິກເຊິ່ງຍືນ ຍົງຕະຫລອດໄປ. ປີ 2024 ແມ່ນປີແລກປ່ຽນວັດ ທະນະທໍາລະຫວ່າງຈີນ-ອາຊຽນ, ແມ່ນປີແຫ່ງການສ້າງຕັ້ງສາຍພົວ ພັນການທູດຈີນ-ລາວ ຄົບຮອບ 63 ປີແລະການເປີດນໍາໃຊ້ລົດໄຟລາວຈີນ ຄົບຮອບ 3 ປີ. ກິດຈະກໍາສະ ແດງປັອບອັບໃນຄັ້ງນີ້ ເປັນການສະ ແດງເພງພື້ນບ້ານແບບໃໝ່ຄັ້ງທໍາ ອິດຂອງປະເທດໃນ “ງານມະໂຫ ລານບົດເພງພື້ນບ້ານແບບໃໝ່” ຊຶ່ງຜະລິດໂດຍພະແນກໂຄສະນາ ຂອງຄະນະພັກເຂດປົກຄອງຕົນ ເອງເຜົ່າຈ້ວງກວາງຊີ ແລະ ສ້າງ ສັນຄັ້ງທໍາອິດໂດຍສະຖານີໂທລະ ພາບແຂວງກວາງຊີໂດຍຮ່ວມມືກັບ ບໍລິສັດລົດໄຟລາວ-ຈີນ ຈໍາກັດ. * ໃນກອງປະຊຸມລະດັບລັດຖະ ມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນ ວັນທີ 25 ມັງກອນ 2024 ນີ້, ໂດຍ ການເປັນປະທານຮ່ວມ ຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດ ຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ດາໂຕະ ຊິຣີ ທິອອງ ຄິງຊິງ ລັດຖະມົນຕີທ່ອງທ່ຽວ ສິລະປະ ແລະ ວັດທະນະທຳ ຂອງ ມາເລເຊຍ, ມີບັນດາລັດຖະມົນຕີ ທ່ອງທ່ຽວອາຊຽນ, ລັດຖະມົນຕີ ທ່ອງທ່ຽວຈາກ ຕີມໍເລດສະເຕ່ ໃນຖານະປະເທດຜູ້ສັງເກດການ, ມີເລຂາທິການໃຫຍ່ອາຊຽນ ພ້ອມ ດ້ວຍ ບັນດາທ່ານຫົວໜ້າຄະນະຜູ້ ແທນອາຊຽນເຂົ້າຮ່ວມນັ້ນ ໄດ້ມີ ການປຶກສາຫາລືຫລາຍບັນຫາ ເພື່ອ ພ້ອມກັນສ້າງແຜນພັດທະນາການ ທ່ອງທ່ຽວໃນຂົງເຂດອາຊຽນໃຫ້ ມີຄວາມຍືນຍົງ. ໂດຍ: ສຸພາສະຫວັນ ໃນກອງປະຊຸມຍັງໄດ້ຮັບຟັງ ກ່ຽວກັບການຈັດຕັ້ງປະຕິບັດແຜນ ຍຸດທະສາດການທ່ອງທ່ຽວອາ ຊຽນ 2016-2025, ຮັບຟັງລາຍ ງານຈາກບັນດາອົງການຈັດຕັ້ງ ສາກົນ, ອົງການທີ່ກ່ຽວຂ້ອງກັບ ອາຊຽນ ແລະ ພາກສ່ວນພາຍນອກ ອື່ນໆ ໃນການປະຕິບັດກິດຈະກຳ ທີ່ສະໜັບສະໜູນໃຫ້ແກ່ການທ່ອງ ທ່ຽວອາຊຽນ ໃນໄລຍະຜ່ານມາ, ພ້ອມທັງ ໄດ້ປຶກສາຫາລືການປະຕິ ບັດບັນດາກິດຈະກໍາບູລິມະສິດການ ທ່ອງທ່ຽວອາຊຽນສໍາລັບປີ20162025, ກິດຈະກໍາບູລິມະສິດໃນປີ 2023-2024, ນອກນີ້ ລັດຖະມົນຕີ ທ່ອງທ່ຽວອາຊຽນ ໄດ້ປຶກສາຫາລື ກ່ຽວກັບການສ້າງຮ່າງແຜນຍຸດທະ ສາດທ່ອງທ່ຽວອາຊຽນ ຫລັງປີ 2025 ແລະ ທິດທາງການຮ່ວມມື ກັບບັນດາປະເທດຄູ່ຮ່ວມເຈລະຈາ, ອົງການທ່ອງທ່ຽວໂລກ ແລະ ຄູ່ ຮ່ວມພັດທະນາຕ່າງໆ. ເຖິງຢ່າງໃດ ກໍຕາມ, ຕະຫລອດໄລຍະຂອງເປັນ ເຈົ້າພາບກອງປະຊຸມທ່ອງທ່ຽວອາ ຊຽນ 2024 ທີ່ເລີ່ມຕົ້ນມາແຕ່ວັນທີ 22 ຈົນຮອດວັນທີ 27 ມັງກອນນີ້, ສປປ ລາວ ເຮົາ ໄດ້ເຮັດໜ້າທີ່ຂອງ ຕົນໃນຖານະເປັນເຈົ້າພາບທີ່ດີ, ນັບ ແຕ່ຂັ້ນຕອນພິທີການຕ້ອນຮັບແຂກ ມາຮ່ວມປະຊຸມ, ສະຖານທີ່ຈັດປະ ຊຸມ, ບ່ອນຈັດງານວາງສະແດງຜະ ລິດຕະພັນການທ່ອງທ່ຽວ, ບຸກຄະລາ ກອນຮັບໃຊ້ໃນແຕ່ລະໜ້າວຽກ ແລະ ເນື້ອໃນສໍາຄັນຕ່າງໆຂອງກອງປະ ຊຸມ ຈົນເຮັດໃຫ້ກອງປະຊຸມໄດ້ດໍາ ເນີນໄປດ້ວຍບັນຍາກາດ ທີ່ອົບອຸ່ນ ໃນທຸກລະດັບແລະໄດ້ຮັບຜົນສໍາເລັດ ໃນລະດັບຄາດໝາຍວາງໄວ້. ດັ່ງທີ່, ທ່ານ ຄົມ ດວງຈັນທາ ຫົວຫນ້າກົມໂຄສະນາການທ່ອງ ທ່ຽວ, ກະຊວງຖະແຫລງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ ໄດ້ໃຫ້ ສໍາພາດຕໍ່ນັກຂ່າວສໍານັກຂ່າວສານ ປະເທດລາວ ໂດຍຕີລາຄາວ່າ: ການ ເປັນເຈົ້າພາບຈັດກອງປະຊຸມທ່ອງ ທ່ຽວອາຊຽນ 2024 ຂອງ ສປປ ລາວ ຄັ້ງນີ້ ແມ່ນມີຜົນສໍາເລັດຕາມ ລະດັບຄາດໝາຍວາງໄວ້, ໂດຍສະ ເພາະແມ່ນພວກເຮົາໄດ້ດໍາເນີນ ການເປັນເຈົ້າພາບທີ່ດີ, ຜູ້ແທນເຂົ້າ ຮ່ວມກອງປະຊຸມ ລ້ວນແຕ່ແມ່ນຜູ້ ແທນທາງການໃນຫລາຍລະດັບ, ນອກນີ້ຍັງມີຕົວແທນພາກທຸລະກິດ ທ່ອງທ່ຽວ, ຜູ້ບໍລິການທ່ອງທ່ຽວ ຈາກພາກພື້ນອາຊຽນ ໄດ້ມາພົບ ແລກປ່ຽນບົດຮຽນ ແລະ ຮ່ວມມື ກັນເພື່ອສົ່ງເສີມການທ່ອງທ່ຽວໃຫ້ ຂະຫຍາຍຕົວ ແລະ ອັນສໍາຄັນ ແມ່ນ ກອງປະຊຸມຄັ້ງນີ້ ໄດ້ມີສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເປັນ ຈໍານວນຫລາຍ ເຂົ້າຮ່ວມເພື່ອຕິດ ຕາມເກັບກໍາຂ່າວ ເຊິ່ງມັນສະແດງ ໃຫ້ເຫັນຄວາມສົນໃຈສູງຕໍ່ກອງ ປະຊຸມຄັ້ງນີ້ ແລະ ຈະເປັນຊ່ອງທາງ ສໍາຄັນໃນການໂຄສະນາເຜີຍແຜ່ ປະເທດເຮົາໃຫ້ຊາວໂລກໄດ້ຮັບຮູ້ ແລະ ເຂົ້າມາທ່ອງທ່ຽວ ສປປ ລາວ ນັບມື້ເພີ່ມຂຶ້ນ. ຂະນະທີ່, ທ່ານນາງ ສວນສະ ຫວັນ ວິຍະເກດ ລັດຖະມົນຕີກະ ຊວງຖະແຫລງຂ່າວ, ວັດທະນະ ທໍາ ແລະ ທ່ອງທ່ຽວ ໄດ້ກ່າວເຖິງ ຄວາມໝາຍສໍາຄັນຂອງວຽກງານ ທ່ອງທ່ຽວ ວ່າ: ການທ່ອງທ່ຽວ ເປັນພາຫະນະຫລັກທີ່ສຳຄັນໃນ ການຂັບເຄື່ອນການຂະຫຍາຍຕົວ ຂອງເສດຖະກິດ, ການພັດທະນາ ແບບຍືນຍົງແລະ ຊຸກຍູ້ສົ່ງເສີມການ ເຊື່ອມຈອດ ແລະ ການໄປມາຫາສູ່ ຂອງປະຊາຊົນໃນທົ່ວໂລກ.

RkJQdWJsaXNoZXIy MTc3MTYxMQ==