5798

]q fw2 ]k;{9u o xtdv[lj ;ole7a o.oxu mj v'mj P; ]k; 2024 wfh 1j k'xtma [.9s]kpd;j kglA omk'vn j o xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 26/01/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ມີຂໍ້ມູນສະແດງໃຫ້ເຫັນວ່າ, ນັບມາຮອດວັນທີ 5 ທັນວາ 2023, ດ່ານບໍ່ຫານໄດ້ກວດກາຂະບວນ ລົດໄຟໂດຍສານສາກົນ 474 ຖ້ຽວ, ກວດນັກທ່ອງທ່ຽວເຂົ້າ-ອອກເມືອງ ທີ່ມາຈາກ 75 ປະເທດຂອງ 6 ທະ ວີບ ລື່ນ100.186 ເທື່ອຄົນ ນັກ ທ່ອງທ່ຽວຕ່າງປະເທດທີ່ເຂົ້າ-ອອກ ເມືອງມີປະມານ 14.900 ເທື່ອຄົນ, ກວມ 14,9%, ຜູ້ໂດຍສານສັນຊາດ ລາວ, ໄທ ແລະ ສິງກະໂປ ມີຈຳ ນວນຫລາຍຢູ່ແຖວໜ້າບໍ່ພຽງແຕ່ ເທົ່ານັ້ນ, ເສັ້ນທາງລົດໄຟ ຈີນ-ລາວ ຍັງໄດ້ປັບປຸງແຜນການຈັດສັນຂະ ບວນລົດໄຟເລື້ອຍໆ, ເພື່ອຕອບສະ ໜອງຕາມຄວາມຕ້ອງການຂອງ ປະຊາຊົນສອງຊາດຈີນ ແລະ ລາວ. ນັບແຕ່ເປີດລົດໄຟໂດຍສານສາກົນ ຕາມເສັ້ນທາງລົດໄຟ ຈີນ-ລາວ ເປັນຕົ້ນມາ, ຢູ່ລະຫວ່າງ ນະຄອນ ຄຸນໝິງ ແລະ ນະຄອນຫລວງວຽງ ຈັນ ສາມາດ ເດີນທາງໄປຮອດພາຍ ໃນມື້ດຽວ, ເວລາການແລ່ນລົດ ຫລຸດລົງເປັນ 9 ຊົ່ວໂມງ 26 ນາທີ, ເວລາເຂົ້າເມືອງ ແລະ ອອກເມືອງ ຂອງຜູ້ໂດຍສານຕ່າງໄດ້ຫລຸດລົງ ເປັນປະມານ 1 ຊົ່ວໂມງ, ເປົ້າໝາຍ ການພັດທະນາຂອງລົດໄຟໂດຍ ສານສາກົນຕາມເສັ້ນທາງລົດໄຟ ຈີນ-ລາວ ພວມບັນລຸຜົນເປັນຈິງ ເທື່ອລະກ້າວ. ຢູ່ຕອນປະເທດຈີນ ມີລົດໄຟ 51 ຖ້ຽວສະເລ່ຍຕໍ່ມື້, ມື້ ສູງສຸດໄດ້ເປີດ 74 ຖ້ຽວ, ມື້ທີ່ໄດ້ຂົນ ສົ່ງຜູ້ໂດຍສານຫລາຍທີ່ສຸດເຖິງ 83.000 ເທື່ອຄົນ. ສາມາດເວົ້າໄດ້ ວ່າ, ເສັ້ນທາງລົດໄຟຈີນ-ລາວພວມ ໄດ້ຮັບຄວາມນິຍົມຊົມຊອບນັບມື້ ນັບເພີ່ມຂຶ້ນໃນການທ່ອງທ່ຽວອາ ຊີຕາເວັນອອກສຽງໃຕ້. ກ່ອນໜ້ານີ້ ເມື່ອເວົ້າເຖິງການ ທ່ອງທ່ຽວອາຊີຕາເວັນອອກສຽງ ໃຕ້, ຄົນສ່ວນຫລາຍມັກຈະຄິດເຖິງ “ສິງກະໂປ ມະເລເຊຍ ແລະ ໄທ”, ສຳລັບເສັ້ນທາງລົດໄຟ ລາວ-ຈີນ, ນັບແຕ່ວັນທີ 22 ມັງກອນ2024 ເປັນຕົ້ນມາກໍໄດ້ເພີ່ມຖ້ຽວລົດໄຟ ເພື່ອໃຫ້ມີຖ້ຽວລົດໄຟແລ່ນຮັບໃຊ້ ພຽງພໍໃນໂອກາດ ສປປ ລາວ ເປັນ ປະທານກອງປະຊຸມສຸດຍອດອາ ຊຽນປີ 2024 ແລະ ງານເທດສະ ການທີ່ສຳຄັນອື່ນໆຂອງຊາດລາວ ເພື່ອຮອງຮັບຜູ້ໂດຍສານທັງພາຍ ໃນ-ຕ່າງປະເທດໃນປີທ່ອງທ່ຽວ ລາວ 2024 ນີ້, ບໍລິສັດລົດໄຟລາວຈີນ ຈິ່ງໄດ້ເປີດໃຫ້ບໍລິການລົດໄຟ ຜູ້ໂດຍສານEMUຖ້ຽວC92/1 ໄປກັບ 1 ຄູ່, ຈິ່ງເຮັດໃຫ້ປັດຈຸບັນມີຖ້ຽວ ລົດໄຟໃຫ້ບໍລິການແກ່ປະຊາຊົນເຖິງ 12 ຖ້ຽວ/ມື້. ນອກຈາກການບໍລິການດ້ານ ການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ ແລ້ວ, ລົດໄຟລາວ-ຈີນ ຍັງອຳນວຍ ຄວາມສະດວກໃຫ້ແກ່ວຽກງານ ໃນທຸກດ້ານຂອງສັງຄົມ ບໍ່ວ່າດ້ານ ການປິ່ນປົວຮັກສາສຸຂະພາບຂ້າມ ແດນ, ການແລກປ່ຽນດ້ານການ ສຶກສາ, ວັດທະນະທຳ ແລະ ອື່ນໆ. ລວມນັກຮຽນນັກສຶກສາກໍໄດ້ຮັບ ຜົນປະໂຫຍດນຳການເດີນທາງໄປ ຮຽນ, ໄປທັດສະນະສຶກສາຜ່ານ ລົດ ໄຟລາວ-ຈີນ ແລະ ຈີນ-ລາວ. ເມື່ອບໍ່ດົນມານີ້, ນັກຮຽນປະຖົມລາວ 100 ຄົນ ໄດ້ຂີ່ລົດໄຟເດີນທາງຈາກ ນະຄອນຫລວງວຽງຈັນ ໄປຮອດ ນະຄອນຄຸນໝິງ ແຂວງຢຸນນານຈີນ, ແລ້ວຂີ່ລົດໄຟຄວາມໄວສູງໄປ ຮອດ ນະຄອນຫລວງປັກກິ່ງ. ຄວາມ ໄຝ່ຝັນຂອງນັກຮຽນປະຖົມລາວ ທີ່ຂີ່ລົດໄຟໄປປັກກິ່ງນັ້ນໄດ້ບັນລຸຜົນ ເປັນຈິງ. ນອກນັ້ນ, ເມື່ອບໍ່ດົນມານີ້, ຂະບວນລົດໄຟສະເພາະການທ່ອງ ທ່ຽວຖ້ຽວທຳອິດຈາກນະຄອນ ຫລວງປັກກິ່ງຫາປະເທດລາວໄດ້ ອອກເດີນທາງຈາກສະຖານີເຟີ່ງໄທ ຂອງນະຄອນຫລວງປັກກິ່ງ, ເມື່ອ ໄປຮອດນະຄອນຄຸນໝິງແລ້ວ, ກໍ ແລ່ນຕາມເສັ້ນທາງລົດໄຟຈີນ-ລາວ ຕໍ່ໄປຮອດນະຄອນຫລວງວຽງຈັນ ອີກ. ຂະບວນລົດໄຟຖ້ຽວນີ້ໃຊ້ເວລາ 15 ວັນ, ຢູ່ລະຫວ່າງທາງໄດ້ຜ່ານ ແຫລ່ງທ່ອງທ່ຽວຕ່າງໆເຊັ່ນ: ສິບ ສອງພັນນາແຂວງຢຸນນານ, ນະ ຄອນຊື້ປີ້ແຂວງຫູເປີຍ, ຫລວງພະ ບາງ ຂອງ ສປປ ລາວ ແລະ ອື່ນໆ ອີກ. ຄະນະຜູ້ແທນ... ຍີ່ປຸ່ນ ຊ່ວຍຍົກລະດັບ... ລາວ-ມາເລເຊຍ ປຶກສາ... CNN ຊ່ວຍ... ຂປລ. ໃນວັນທີ 24 ມັງກອນ 2024 ນີ້, ຄະນະຜູ້ແທນລາວນໍາ ໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຝ່າຍມາເລເຊຍ ນໍາ ໂດຍ ທ່ານ ດາໂຕ ຊີ ຕຽງ ກິງ ຊິງ ລັດຖະມົນຕີກະຊວງທ່ອງທ່ຽວ, ສິ ລະປະແລະວັດທະນະທຳມາເລເຊຍ ໄດ້ ພົບປະສອງຝ່ານ ເພື່ອປຶກສາຫາ ລືການຮ່ວມມືດ້ານການທ່ອງທ່ຽວ ໃນໂອກາດເຂົ້າຮ່ວມກອງປະຊຸມລັດ ຖະມົນຕີທ່ອງທ່ຽວອາຊຽນ 2024 ທີ່ນະຄອນຫລວງວຽງຈັນ. ໂອກາດນີ້, ທ່ານ ນາງ ສວນສະ ຫວັນ ວິຍະເກດ ສະແດງຄວາມຍິນ ດີຕ້ອນຮັບ ທ່ານ ດາໂຕ ຊີ ຕຽງ ກິງ ຊິງ ພ້ອມດ້ວຍຄະນະ ທີ່ເດີນທາງ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ທ່ອງທ່ຽວອາຊຽນ ແລະ ບັນດາ ກອງປະຊຸມກິດຈະກຳປິ່ນອ້ອມທີ່ ສປປ ລາວ ໃນຄັ້ງນີ້, ສປປ ລາວ ແລະ ມາເລເຊຍ ໄດ້ມີສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນ ດີງາມໃນຫລາຍຂົງເຂດ ນັບແຕ່ ການສ້າງຕັ້ງສາຍພົວພັນການທູດ ໃນ 1966 ທີ່ຜ່ານມາ, ພາຍຫລັງ ການເສີມສ້າງສາຍພົວພັນທາງ ການທູດຂອງສອງປະເທດ, ຂອບ ການຮ່ວມມືສອງຝ່າຍໄດ້ຮັບການ ເສີມຂະຫຍາຍໃຫ້ກວ້າງຂວາງ ແລະ ເລິກເຊິ່ງຍິ່ງຂຶ້ນ ອັນໄດ້ນໍາເອົາ ຜົນປະໂຫຍດມາສູ່ປະຊາຊົນ ສອງ ຊາດ ແລະ ການພັດທະນາໃນຂົງ ເຂດພາກພື້ນຂອງພວກເຮົາ. ພ້ອມ ນີ້, ທ່ານຍັງສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນ ແລະ ຊ່ວຍ ເຫລືອຈາກລັດຖະບານ ແລະ ປະ ຊາຊົນ ມາເລເຊຍ ທີ່ມີຕໍ່ ສປປ ລາວ ໃນການພັດທະນາຊັບພະຍາກອນ ມະນຸດ ໂດຍຜ່ານໂຄງການຮ່ວມມື ດ້ານວິຊາການມາເລເຊຍ, ທຶນຝຶກ ອົບຮົມໂດຍສະເພາະວຽກງານທ່ອງ ທ່ຽວ. ພ້ອມນີ້, ທັງສອງກະຊວງ ຂອງພວກເຮົາ ຈະໄດ້ເຮັດວຽກຮ່ວມ ກັນຢ່າງໃກ້ຊິດດັ່ງທີ່ໄດ້ປຶກສາຫາລື ຮ່ວມກັນໃນການພົບປະສອງຝ່າຍ ເພື່ອເພີ່ມທະວີຮັດແໜ້ນການຮ່ວມມື ແລະ ການເປັນຄູ່ຮ່ວມຍຸດທະສາດ ໂດຍສະເພາະຂະແໜງການທ່ອງ ທ່ຽວອັນເປັນສ່ວນປະກອບທີ່ສຳຄັນ ໜຶ່ງໃນການສະເຫລີມສະຫລອງ ທີ່ໄດ້ເຫັນດີເປັນເອກະພາບກັນກໍາ ນົດທິດນໍາ, ພ້ອມກັນລົງເລິກການ ສ້າງເປັນຄູ່ຮ່ວມຊາຕາກໍາລາວຈີນ, ສູນກາງແນວລາວສ້າງຊາດ ແລະ ສະພາປະຊາຊົນຈີນ ຈະສືບຕໍ່ ພົວພັນຮ່ວມມືໃຫ້ໄດ້ຮັບຜົນສໍາເລັດ ຢ່າງຈົບງາມໃນຕໍ່ໜ້າ. ໂອກາດດຽວກັນ, ທ່ານປະທານ ສນຊ ພ້ອມຄະນະ ກໍໄດ້ໄປຢ້ຽມ ຊົມຫໍສະພາປະຊາຊົນຈີນ, ໄປທັດ ສະນະສຶກສາ ຢ້ຽມຊົມຫໍມູນເຊື້ອພັກ ກອມມູນິດຈີນ, ຢ້ຽມຊົມ ບໍລິສັດ ຈິງຕົງ ທີ່ເປັນບໍລິສັດ ຜະລິດເຕັກໂນ ຂປລ. ໃນວັນທີ 25 ມັງກອນ 2024, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວໄດ້ຕ້ອນຮັບຄະນະສຳນັກ ຂ່າວ CNN ໃນໂອກາດທີ່ມາເຂົ້າ ຮ່ວມກອງປະຊຸມລັດຖະມົນຕີທ່ອງ ທ່ຽວອາຊຽນ 2024 ທີ່ນະຄອນ ຫລວງວຽງຈັນ ລະຫວ່າງວັນທີ 22-27 ມັງກອນ 2024 ນີ້. ໂອກາດນີ້, ທ່ານ ນາງ ສວນສະ ຫວັນ ວິຍະເກດ ໄດ້ກ່າວວ່າ: ສໍາລັບ ປີ 2024 ນີ້, ກອງປະຊຸມ ແລະ ງານມະຫະກຳການທ່ອງທ່ຽວອາ ຊຽນ(ATF) ທີ່ສປປ ລາວ ໄດ້ຮັບ ກຽດເປັນເຈົ້າພາບ ເພື່ອເຮັດໃຫ້ກອງ ປະຊຸມ ແລະ ງານມະຫະກຳທ່ອງ ທ່ຽວອາຊຽນ 2024 ໄດ້ຮັບການ ຈັດຕັ້ງປະຕິບັດໃຫ້ສໍາເລັດຕາມລະ ດັບຄາດໝາຍທີ່ວາງໄວ້, ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເຊັນສັນຍາຮ່ວມມື ກັບສຳນັກຂ່າວ CNN ເພື່ອສະໜັບ ສະໜູນຊ່ວຍເຫລືອໃນການໂຄສະ ນາກ່ຽວກັບງານ ATF 2024 ແບບບໍ່ເສຍຄ່າ ໂດຍມີການນໍາສະເໜີ ຜ່ານສື່ຊ່ອງທາງຕ່າງໆ ລວມທັງ ໂທລະພາບ ແລະ ສື່ສັງຄົມອອນລາຍ ທີ່ຂຶ້ນກັບສຳນັກຂ່າວ CNN. ຜ່ານ ມາເຫັນວ່າ CNN ໄດ້ໃຫ້ຄວາມ ຮ່ວມມື, ຊ່ວຍເຫລືອເພື່ອປະກອບ ສ່ວນໃນການພັດທະນາອຸດສາຫະ ກຳການທ່ອງທ່ຽວອາຊຽນ ໃຫ້ມີ ຄຸນນະພາບ ແລະ ມີຄວາມຍືນຍົງໃນ ການໂຄສະນາວຽກງານທ່ອງທ່ຽວ ຂອງ ສປປ ລາວ, ສາມາດເຂົ້າເຖິງ ກຸ່ມເປົ້າໝາຍ ເຮັດໃຫ້ຄົນໃນທົ່ວ ໂລກໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ສປປ ລາວ ຫລາຍຂຶ້ນ. ພ້ອມນີ້,ທ່ານນາງສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຂອບ ໃຈ ແລະ ຕ້ອນຮັບຄະນະສຳນັກ ຂ່າວ CNN ທີ່ໄດ້ເດີນທາງມາເຮັດ ວຽກ ເພື່ອຊ່ວຍເຫລືອໃນການໂຄ ສະນາກ່ຽວກັບງານ ATF 2024 ແບບບໍ່ເສຍຄ່າໂດຍມີການນໍາສະເໜີ ຜ່ານສື່ຊ່ອງທາງຕ່າງໆຂອງCNN, ໃນໂອກາດທີ່ເດີນທາງເຂົ້າຮ່ວມ ກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ 2024 ທີ່ນະຄອນຫລວງ ວຽງຈັນ ລະຫວ່າງວັນທີ 22-27 ມັງກອນ 2024 ນີ້. ຂ່າວ:ວຽງສະຫວັນ, ພາບ:ອ່າຍຄຳ ໃຕ້ໂຄງການເສີມສ້າງຄວາມໝັ້ນ ຄົງຂອງມະນຸດຂັ້ນຮາກຖານ(G GP) ໂດຍຈະໃຫ້ການສະໜັບສະ ໜູນທຶນຮອນ ເພື່ອຈັດຫາອຸປະກອນ ການແພດທີ່ສຳຄັນ ແລະ ຈໍາເປັນ ໃນວຽກງານການບໍລິການເລືອດ ໃນສູນເລືອດແຂວງຫລວງພະບາງ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກ ຄະຣາຊະທູດຍີ່ປຸ່ນປະຈໍາສປປລາວ ແລະ ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ໂດຍມີ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ ແລະ ທ່ານ ຊິນຊຸເກະ ໂອກິລິ ຜູ້ອຳນວຍ ການບໍລິສັດ ໄດໂດ ຈຳກັດຜູ້ດຽວ ເຂົ້າຮ່ວມເປັນສັກຂີພິຍານ. ທ່ານ ພູທອນ ເມືອງປາກ ໄດ້ມີ ຄຳເຫັນວ່າ: ໂຄງການດັ່ງກ່າວຊ່ວຍ ສ້າງຄວາມເຂັ້ມແຂງໃຫ້ແກ່ສູນ ເລືອດແຂວງຫລວງພະບາງ ໃນ ການຕອບສະໜອງເລືອດ ແລະ ສ່ວນປະກອບຂອງເລືອດໃຫ້ແກ່ບັນ ດາແຂວງໃກ້ຄຽງ, ທັງເປັນການ ປະກອບສ່ວນເຂົ້າໃນການປັບປຸງ ການບໍລິການດ້ານສາທາລະນະສຸກ ຂອງລັດຖະບານລາວ ໂດຍຜ່ານ ການພັດທະນາແຜນຍຸດທະສາດ ເລືອດແຫ່ງຊາດ 2021-2030. ໂຄງການດັ່ງກ່າວແມ່ນ ລັດຖະບານ ຍີ່ປຸ່ນ ຈະໄດ້ສະໜອງອຸປະກອນ ການແພດທີ່ມີຄຸນນະພາບສູງຜ່ານ ການຮ່ວມມືກັບ ບໍລິສັດ ໄດໂດ ຈຳ ກັດຜູ້ດຽວ ປະເທດຍີ່ປຸ່ນ. ທ່ານ ຊິນຊຸເກະ ໂອກິລິ ຜູ້ອຳ ນວຍການບໍລິສັດ ໄດໂດ ຈຳກັດຜູ້ ດຽວ ໄດ້ໃຫ້ຮູ້ວ່າ: ພວກເຮົາໄດ້ເລີ່ມ ສະໜອງອຸປະກອນຊ່ວຍເຫລືອໃຫ້ ແກ່ປະເທດລາວ ໃນໂຄງການຂັ້ນ ຮາກຖານປີ2021, ນັບແຕ່ປີ2022 ກໍໄດ້ມີການໝູນໃຊ້ໂຄງການຊ່ວຍ ເຫລືອດ້ານການຖ່າຍທອດເຕັກນິກ ການແພດ ຈາກກະ ຊວງແຮງງານສະຫວັດດີການສັງຄົມ ແລະ ສາທາ ລະນະສຸກຍີ່ປຸ່ນ ໂດຍການສົ່ງຜູ້ຊ່ຽວ ຊານດ້ານເລືອດ ຍີ່ປຸ່ນ ມາປະຈຳ ຢູ່ ປະເທດລາວ ເພື່ອເປັນການປະກອບ ສ່ວນໃນການຍົກລະດັບຄວາມຮູ້ ດ້ານການແພດ ແລະ ເລືອດໃນປະ ເທດລາວ. ນອກຈາກນີ້, ເພື່ອເພີ່ມປະ ລິມານການເກັບຮັກສາເລືອດໃນທົ່ວ ປະເທດ ຈຶ່ງຄວາມຈຳເປັນໃນການ *** ຕໍ່ຈາກສະບັບກ່ອນ*** *** ອ່ານຕໍ່ສະບັບໜ້າ*** ມິດຕະພາບ ແລະ ການຮ່ວມມືໃນ ຂອບອາຊຽນ, ລວມທັງການເປັນ ປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້. ໃນປີ 2025 ທີ່ຈະມາເຖິງນີ້, ກໍ ເປັນອີກວາລະໜຶ່ງທີ່ ມາເລເຊຍ ຈະ ໄດ້ຮັບກຽດເປັນປະທານອາຊຽນ ຕໍ່ຈາກ ສປປ ລາວ ແລະ ບັນດາບູລິ ມະສິດປີ່ນອ້ອມພາຍໃຕ້ 3 ເສົາຄໍ້າ ອາຊຽນ ຄື: ເສົາຄໍ້າປະຊາຄົມການ ເມືອງ-ຄວາມໝັ້ນຄົງອາຊຽນ, ເສົາ ຄໍ້າປະຊາຄົມເສດຖະກິດອາຊຽນ ແລະ ເສົາຄໍ້າປະຊາຄົມວັດທະນະ ທໍາ-ສັງຄົມອາຊຽນ, ລວມທັງເປົ້າ ໝາຍ ໃນການເປັນປະທານອາຊຽນ ຂອງ ມາເລເຊຍ ໃນປີ 2025 ຈະຍົກ ໃຫ້ເຫັນພັນທະ ແລະ ບົດບາດອັນ ສໍາຄັນ ເພື່ອນໍາພາກອງປະຊຸມລະດັບ ຕ່າງໆ ພາຍໃຕ້ຂອບການຮ່ວມມື ອາຊຽນ ກໍຄື ກອງປະຊຸມລັດຖະມົນ ຕີທ່ອງທ່ຽວອາຊຽນຄັ້ງທີ28, ງານ ວາງສະແດງທ່ອງທ່ຽວອາຊຽນ ແລະ ບັນດາກອງປະຊຸມປິ່ນອ້ອມ ເພື່ອນໍາຜົນປະໂຫຍດສູງສຸດມາສູ່ ອາຊຽນ. ໂອກາດນີ້, ທ່ານ ດາໂຕ ຊີ ຕຽງ ກິງ ຊິງ ກໍໄດ້ມີຄຳເຫັນວ່າ: ການ ຮ່ວມມືລະຫວ່າງ ສອງກະຊວງ ຂອງພວກເຮົາ ໂດຍສະເພາະຂໍ້ລິເລີ່ມ ໃນການສ້າງບົດບັນທຶກ ເພື່ອຮ່ວມ ມືກັນໃນຂະແໜງການທ່ອງທ່ຽວ ເພື່ອເຮັດໃຫ້ວຽກງານຮ່ວມທີ່ກ່າວ ມານັ້ນ ມີຂໍ້ສະດວກ, ມີປະສິດທິຜົນ ຫລາຍກວ່າເກົ່ານັ້ນແມ່ນເຫັນດີໃຫ້ ສ້າງຕັ້ງໜ່ວຍງານວິຊາການຂອງ ທັງສອງຝ່າຍ ຊຶ່ງປະກອບດ້ວຍບັນ ດາກົມກອງທີ່ກ່ຽວຂ້ອງ ເພື່ອຊຸກຍູ້ ແລະ ປະເມີນຜົນກ່ຽວກັບການຈັດ ຕັ້ງປະຕິບັດກິດຈະກຳຕ່າງໆ ໃນ ວຽກງານການຮ່ວມມືສອງຝ່າຍ, ສະເໜີໃຫ້ໜ່ວຍງານວິຊາການ ທີ່ກ່າວມານີ້ ໄດ້ມີການພົບປະແລກ ປ່ຽນ ແລະ ປຶກສາຫາລືກັນໃນເບື້ອງ ຕົ້ນກ່ອນ ເພື່ອທົບທວນຮ່າງບົດບັນ ທຶກທີ່ພວກເຮົາໄດ້ແລກປ່ຽນກັນໃນ ມື້ນີ້ ເພື່ອໃຫ້ມີຄວາມເປັນເອກະພາບ ກັນ ແລະ ເພື່ອຜ່ານຂະບວນການອະ ນຸມັດພາຍໃນຂອງຕົນກ່ອນການລົງ ນາມຮ່ວມກັນ. ສຳລັບສະຖິຕິນັກທ່ອງທ່ຽວ ມາເລເຊຍ ເຂົ້າມາທ່ອງທ່ຽວ ສປປ ລາວ ໃນປີ 2023 ມີ 14.990 ເທື່ອ ຄົນ ຖືເປັນອັນດັບ 4 ຈາກບັນດານັກ ທ່ອງທ່ຽວພາກພື້ນອາຊຽນມາທ່ຽວ ສປປ ລາວ. ຂ່າວ: ວຽງສະຫວັນ,ພາບ: ເກດສະໜາ ໂລຊີໃນການຂົນສົ່ງແບບທັນສະໄໝ ທາງດ້ານໂລຈິສຕິກ ແລະ ບໍລິສັດ ຕ້າຖາງ ທີ່ເປັນບໍລິສັດລົງທຶນສ້າງ ໄຟຟ້າໂຊລາແຊວ ໄຟຟ້ານໍ້າຕົກທີ່ ໃຫຍ່ທີ່ສຸດ ໃນ ສປ ຈີນ. ຂ່າວ-ພາບ: ສຸວັນລີ ພັດທະນາລະບົບຕ່ອງໂສ້ຄວາມ ເຢັນ ແລະ ວິຊາສະເພາະການແພດ ລະດັບສູງເຊັ່ນ: ການປົວມະເຮັງ, ພວກເຮົາຈະສືບຕ ໍ່ໃຫ້ຄວາມຄວາມ ມື ເພື່ອສ້າງຄວາມເຂັ້ມແຂງດ້ານ ການບໍລິການເລືອດໃນອະນາຄົດ. ທ່ານ ໂຄບະຢະຊິ ເຄັນອິຈິ ໄດ້ ມີຄຳເຫັນວ່າ: ສູນເລືອດແຂວງ ຫລວງພະບາງ ເປັນສູນເລືອດທີ່ມີ ຂະໜາດໃຫຍ່ ເປັນອັນດັບ 2 ໃນ ທົ່ວປະເທດ, ມີໜ້າທີ່ເປັນສູນເລືອດ ທີ່ສ້າງ ແລະ ນຳສົ່ງຖົງເລືອດໃຫ້ ແກ່ 6 ແຂວງພາກເໜືອ. ເລືອດມີ ຄວາມຈຳເປັນໃນກໍລະນີເກີດອຸບັດ ເຫດ ແລະ ມີການ ຜ່າຕັດ, ແຕ່ເນື່ອງ ຈາກວ່າຢູ່ໃນປະເທດລາວ ມີຄົນເຈັບ ທີ່ມີພະຍາດເລືອດມາແຕ່ກເນີດ ເປັນຈຳນວນຫລາຍ, ເຮັດໃຫ້ຜະ ລິດຕະພັນເລືອດ ທີ່ໄດ້ຮັບຈາກສູນ ເລືອດແຂວງຫລວງພະບາງ ກາຍ ເປັນສິ່ງຊູຊີບທີ່ຈຳເປັນສຳລັບຄົນ ເຈັບ. ແຕ່ປັດຈຸບັນ, ສູນເລືອດແຂວງ ຫລວງພະບາງ ແມ່ນເກົ່າແກ່ຊຸດ ໂຊມ ລົງ ເຮັດໃຫ້ຫຍຸ້ງຍາກໃນການ ນຳສົ່ງຜະລິດຕະພັນເລືອດທີ່ມີຄຸນ ນະພາບສູງ ແລະ ປອດໄພໄປບ່ອນ ອື່ນໄດ້. ຂ້າພະເຈົ້າຄາດຫວັງວ່າ ໂຄງການດັ່ງກ່າວ ຈະເປັນການປະ ກອບສ່ວນຊ່ວຍໃຫ້ສູນເລືອດແຂວງ ຫລວງພະບາງ ສາມາດນຳສົ່ງ ເລືອດ ທີ່ມີຄຸນະພາບສູງໄປເຖິງ 6 ແຂວງພາກເໜືອໄດ້. ໂຄງການເສີມສ້າງຄວາມໝັ້ນ ຄົງຂອງມະນຸດຂັ້ນຮາກຖານ ແມ່ນ ການສະໜອງທຶນທີ່ຈຳເປັນໃຫ້ແກ່ ໂຄງການຂະໜາດນ້ອຍ ທີ່ໃຫ້ຜົນ ປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາ ໄສແລະມີຈຸດປະສົງເພື່ອການພັດທະ ນາເສດຖະກິດ-ສັງຄົມຂອງປະເທດ ລາວ ໂດຍອີງຕາມຄວາມຕ້ອງການ ພື້ນຖານຂອງມະນຸດເປັນຫລັກ. ໃນໄລຍະ 5 ປີຜ່ານມາ, ລັດຖະ ບານຍີ່ປຸ່ນໄດ້ໃຫ້ການສະ ໜັບສະ ໜູນໃຫ້ແກ່ສະຖາບັນເລືອດແຫ່ງ ຊາດ ອົງການກາແດງລາວ ລວມ ມູນຄ່າຫລາຍກວ່າ281.000ໂດລາ ສະຫະລັດ ເພື່ອຊຸກຍູ້ການບໍລິການ ເລືອດ. ປະເທດຍີ່ປຸ່ນ ຈະສືບຕໍ່ໃຫ້ ການຊ່ວຍເຫລືອປະເທດລາວ ໃນ ການປັບປຸງພື້ນຖານຊີວິດການເປັນ ຢູ່ຂັ້ນຮາກຖານຕໍ່ໄປເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫລັງ” ຜ່ານການແກ້ໄຂຄວາມແຕກໂຕນ ໃນພາກພື້ນ.

RkJQdWJsaXNoZXIy MTc3MTYxMQ==