5798

xtgmf]k; 3 26/01/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ໂດຍ: ບຸນຕອມ ໂດຍ: ໄໝຄຳຍ້ອມສິນ .-h ln j vvo]kp[= ]y dkoc]dxj Pog'y o8k ,u 3mf8k,]t[P[dq f\kp rh v,da oIa dlkly j 'c;f]h v, 8h voIa [xu mj v'mj P;]k; co;7y f-U oe0v' xtmko 7ew8 lu ra ofvo dj P;da [dkod+ lh k'Ikd4kodkog,n v' 16j c0;'9exkla d (ເນື່ອງໃນໂອກາດວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ວັນທີ 08/02/1924-08/02/2024) * ການໃຫ້ບໍລິການແລກປ່ຽນ ເງິນຕາແມ່ນວຽກໜຶ່ງທີ່ສຳຄັນແລະ ຈຳເປັນໃນການເຄື່ອນໄຫວວຽກ ງານເສດຖະກິດ-ເງິນຕາ ຊຶ່ງໄດ້ມີ ກົດໝາຍ, ນິຕິກຳຂັ້ນຕ່າງໆເປັນ ເຄື່ອງ ມືຄຸ້ມຄອງຂອງລັດ. ກົງກັນ ຂ້າມ ຖ້າມີການແລກປ່ຽນເງິນຕາ ໂດຍບໍ່ໄດ້ຮັບອະນຸຍາດຈາກທະນາ ຄານແຫ່ງ ສປປ ລາວ ຈະເປັນປະ ກົດການຫຍໍ້ທໍ້ໃນສັງຄົມທີ່ສ້າງຜົນ ກະທົບຕໍ່ເສດຖະກິດ, ສະຖຽນລະ ພາບທາງດ້ານເງິນຕາ ແລະ ເປັນບໍ່ ເກີດຂອງການປັນປ່ວນອັດຕາແລກ ປ່ຽນ ທີ່ເປັນສາເຫດໜຶ່ງເຮັດໃຫ້ສະ ພາບອັດຕາແລກປ່ຽນບໍ່ມີຄວາມ ສະຫງົບ. ໃນສະພາບທີ່ເສດຖະກິດມີ ຄວາມຫຍຸ້ງໃນຄືໃນປັດຈຸບັນນີ້, ສັງ ເກດເຫັນວ່າມີກຸ່ມຄົນຈຳນວນໜຶ່ງ ທີ່ບໍ່ແມ່ນຕົວແທນທະນາຄານທຸລະ ກິດ, ມີການດຳເນີນທຸລະກິດແລກ ປ່ຽນເງິນຕາແບບມີໜ້າຮ້ານ ແລະ ບໍ່ມີໜ້າຮ້ານ, ມີການປະກາດໂຄສະ ນາອັດຕາແລກປ່ຽນ ທັງເປັນບ່ອນ ຕິດຕໍ່ຊື້-ຂາຍເງິນຕາ ຢ່າງເປີດແປນ ຜ່ານສື່ຕ່າງໆ ໂດຍບໍ່ຢ້ານກົວຕໍ່ລະ ບຽບກົດໝາຍເປັນຕົ້ນFacebook, Whatsapp ແລະ ອື່ນໆ. ຕໍ່ກັບ ສະພາບດັ່ງກ່າວໄລຍະຜ່ານມາທະ ນາຄານແຫ່ງ ສປປ ລາວ ໄດ້ສົມ ທົບກັບກົມຕໍາຫລວດເສດຖະກິດ ລົງຕິດຕາມກວດກາຮ້ານແລກ ປ່ຽນເງິນຕາທີ່ບໍ່ໄດ້ຮັບອະນຸຍາດ ໃນຂອບເຂດນະຄອນຫລວງວຽງ ຈັນ ຊຶ່ງປະກົດມີຜູ້ທີ່ຍັງດຳເນີນທຸ ລະກິດແລກປ່ຽນເງິນຕາ ໂດຍບໍ່ໄດ້ ຮັບອະນຸຍາດຈຳນວນຫລາຍ. ຜ່ານ ການລົງຕິດຕາມກວດກາເຫັນວ່າ: ຜູ້ໃຫ້ບໍລິການແລກປ່ຽນເງິນຕາທີ່ ບໍ່ໄດ້ຮັບອະນຸຍາດ ໄດ້ອາໃສຊ່ອງ ທາງສື່ສັງຄົມອອນລາຍປະກາດ ໂຄສະນາຊື້-ຂາຍເງິນຕາ ແລະ ອັດ ຕາແລກປ່ຽນແບບໂຈ່ງແຈ້ງໂດຍ ນຳໃຊ້ບັນຊີສ່ວນຕົວຂອງຕົນ ຫລື ບັນຊີທຸລະກິດອື່ນທີ່ບໍ່ແມ່ນທຸລະ * ປະທານ ຄໍາໄຕ ສີພັນດອນ ອະດີດປະທານພັກ ປະທານປະເທດ ໄດ້ມີແນວຄິດ ຊີ້ນໍາກ່ຽວກັບການ ກໍ່ສ້າງຮາກຖານການເມືອງ ຊຶ່ງປະ ທານໄດ້ມີທິດຊີ້ນໍາທີ່ຈະແຈ້ງວ່າ: “ການສ້າງສັງຄົມນິຍົມ ຕ້ອງເລີ່ມ ຈາກການສ້າງປະຖົມປັດໄຈສັງຄົມ ນິຍົມແຕ່ຮາກຖານຂຶ້ນມາ ກ່ອນອື່ນ ແມ່ນຕ້ອງສ້າງບ້ານພັດທະນາ ປະ ຊາຊົນຢູ່ດີກິນດີ”. ທ່ານ ສຸປານີ ສີລິປຸນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງຈໍາປາສັກ ໄດ້ສະເໜີກ່ຽວກັບ ແນວຄິດຊີ້ນໍາ ຂອງ ປະທານ ຄໍາໄຕ ສີພັນດອນ ກ່ຽວກັບການກໍ່ສ້າງ ຮາກຖານການເມືອງຢູ່ແຂວງຈໍາ ປາສັກຕໍ່ກອງປະຊຸມສຳມະນາວິທະ ຍາສາດລະດັບຊາດ ໃນໂອກາດລະ ນຶກ ວັນເກີດຂອງ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ທີ່ ແຂວງຫົວພັນ ຫວ່າງບໍ່ດົນມານີ້. ຕໍ່ກັບການຄົ້ນຄວ້ານີ້ ເພື່ອຜັນຂະ ຫຍາຍແນວທາງ, ແຜນນະໂຍບາຍ ຂອງພັກ, ນະໂຍບາຍຂອງລັດຖະ ບານ ກ່ຽວກັບການກໍ່ສ້າງຮາກ ຖານການເມືອງ ດ້ວຍການປະສານ ສົມທົບກັບແນວຄິດຊີ້ນໍາ ຂອງ ປະ ທານ ຄໍາໄຕ ສີພັນດອນ ໃນການກໍ່ ສ້າງຮາກຖານການເມືອງຢູ່ແຂວງ ຈໍາປາສັກ. ທັງເປັນການສັງລວມ ດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ ໃນການຍົກລະດັບການສ້າງບ້ານ ພັດທະນາ ເປັນບ້ານພັດທະນາປະ ຊາຊົນຢູ່ດີກິນດີ ຊຶ່ງແຂວງຈໍາປາ ສັກ ໄດ້ຈັດຕັ້ງປະຕິບັດຕາມທິດນໍາ ທັງທາງດ້ານທັດສະນະ ແລະ ເນື້ອ ໃນການສ້າງດັ່ງ ນີ້: ທັດສະນະຂອງ ປະທານ ຄໍາໄຕ ສີພັນດອນ ກ່ຽວກັບ ການກໍ່ສ້າງຮາກຖານການເມືອງ, ສ້າງບ້ານພັດທະນາປະຊາຊົນຢູ່ດີ ກິນດີ: 1.ສືບຕໍ່ສ້າງ ແລະ ຂະຫຍາຍ ລະບອບປະຊາທິປະໄຕ ປະຊາຊົນ, ສ້າງບັນດາປະຖົມປັດໄຈ ໃຫ້ແກ່ ການກ້າວຂຶ້ນສັງຄົມນິຍົມ ເທື່ອລະ ກ້າວ ໂດຍເລີ່ມແຕ່ຮາກຖານຂຶ້ນ ມາ, 2. ສ້າງໃຫ້ເກີດການພົວພັນ ການຜະລິດແລະກໍາລັງການຜະລິດ ສັງຄົມນິຍົມ, 3. ຕ້ອງສ້າງໃຫ້ທ້ອງ ກິດແລກປ່ຽນເງິນຕາດຳເນີນການ ແລກປ່ຽນເງິນຕາ ໂດຍຮູບແບບ ການໂອນຜ່ານ ບັນຊີເງິນຝາກ ແລະ ເງິນສົດ, ຍິ່ງໄປກວ່ານັ້ນ ຍັງມີການ ແອບອ້າງວ່າຕົນແມ່ນຕາງໜ້າໃຫ້ ກັບຮ້ານແລກປ່ຽນເງິນຕາຕົວແທນ ທະນາຄານທຸລະກິດທີ່ໄດ້ຮັບອະນຸ ຍາດ ເພື່ອບໍລິການແລກປ່ຽນເງິນ ຕາ. ຕໍ່ປະກົດການດັ່ງກ່າວທາງເຈົ້າ ໜ້າທີ່ຕຳຫລວດ ແລະ ພະນັກງານ ຈາກທະນາຄານແຫ່ງ ສປປ ລາວ ໄດ້ສຶກສາອົບຮົມພວກກ່ຽວໃຫ້ຮັບ ຮູ້, ເຂົ້າໃຈຕໍ່ກັບລະບຽບກົດໝາຍ ແລະ ເຮັດບົດບັນທຶກກ່າວເຕືອນໃຫ້ ຜູ້ລະເມີດຢຸດດຳເນີນທຸລະກິດແລກ ປ່ຽນເງິນຕາໂດຍທັນທີ, ກໍລະນີ ຫາກພົບເຫັນ ຍັງສືບຕໍ່ເຄື່ອນໄຫວ ທຸລະກິດແລກປ່ຽນເງິນຕາ ຈະຖືກ ດຳເນີນມາດຕະການຕ່າງໆທີ່ໜັກ ກວ່າເກົ່າຕາມທີ່ກຳນົດໄວ້ໃນລະ ບຽບກົດໝາຍກ່ຽວຂ້ອງ. ການໃຫ້ບໍລິການແລກປ່ຽນເງິນ ຕາລວມທັງ ການກຳນົດ ແລະ ຕິດ ປະກາດອັດຕາແລກປ່ຽນຕ້ອງໄດ້ ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ຕາມທີ່ກຳນົດໄວ້ໃນ ກົດໝາຍວ່າດ້ວຍການຄຸ້ມຄອງ ເງິນຕາຕ່າງປະເທດ ສະບັບເລກທີ 55/ສພຊ ລົງວັນທີ 22 ທັນວາ 2014 ແລະ ຂໍ້ຕົກລົງວ່າດ້ວຍທຸລະ ກິດແລກປ່ຽນເງິນຕາ ສະບັບເລກທີ 393/ທຫລ, ລົງວັນທີ 02 ກໍລະກົດ 2020. ຖ້າຫາກມີການເຄື່ອນໄຫວ ວຽກງານດັ່ງກ່າວໂດຍບໍ່ໄດ້ຮັບອະ ນຸຍາດ ຈະເປັນການລະເມີດຂໍ້ຫ້າມ ໃນມາດຕາ 28 ຂອງກົດໝາຍວ່າ ດ້ວຍການຄຸ້ມຄອງເງິນຕາຕ່າງປະ ເທດ ຊຶ່ງຈະຖືກດຳເນີນມາດຕະການ ສຶກສາອົບຮົມ ແລະ ມາດຕະການ ປັບໃໝ ຕາມມາດຕາ 47 ແລະ ມາດຕາ 49 ຂອງກົດໝາຍສະບັບ ດັ່ງກ່າວ ຄື: ການດຳເນີນທຸລະກິດ ເງິນຕາຕ່າງປະເທດ ຫລື ແລກປ່ຽນ ເງິນຕາ ໂດຍບໍ່ໄດ້ຮັບອະນຸຍາດຈະ ຖືກປັບໃໝ ສາມສິບລ້ານກີບ; ການ ກຳນົດ, ຕິດປະກາດ ຫລື ປະຕິບັດ ອັດຕາແລກປ່ຽນ ຂອງທະນາຄານ ທຸລະກິດ, ຮ້ານແລກປ່ຽນເງິນຕາ ຫລື ສະຖານທີ່ບໍລິການທີ່ກ່ຽວຂ້ອງ ທີ່ບໍ່ຖືກຕ້ອງຕາມລະບຽບການຈະ ຖືກປັບໃໝ ຫ້າລ້ານກີບຕໍ່ຄັ້ງ, ກໍລະ ນີ ຫາກຍັງສືບຕໍ່ ລະເມີດເປັນອາຈີນ ຈະຖືກປະຕິບັດຕາມທີ່ໄດ້ກຳນົດໃນ ປະມວນກົດໝາຍອາຍາ ສະບັບ ເລກທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017. ສະນັ້ນ, ພໍ່ແມ່ປະຊາຊົນ ທົ່ວສັງ ຄົມ ກໍລະນີຫາກມີຄວາມຕ້ອງການ ແລກປ່ຽນເງິນຕາ ຄວນເຂົ້າໃຊ້ບໍລິ ການແລກປ່ຽນເງິນຕາກັບທະນາ ຄານທຸລະກິດ ຫລື ຮ້ານແລກປ່ຽນ ເງິນຕາຕົວແທນທະນາຄານທຸລະ ກິດເທົ່ານັ້ນ, ທັງນີ້ກໍ່ເພື່ອຄວາມ ປອດໄພ ບໍ່ໃຫ້ຕົກເປັນເຫຍື່ອຂອງ ກຸ່ມຄົນບໍ່ດີ ແລະ ບໍ່ເປັນການສົ່ງເສີມ ທຸລະກິດແລກປ່ຽນເງິນຕາທີ່ບໍ່ໄດ້ ຮັບອະນຸຍາດ ກໍ່ຄືສົ່ງເສີມການຝ່າ ຝືນລະບຽບກົດໝາຍ. ພ້ອມດຽວ ກັນນີ້ ເພື່ອເປັນການສະກັດກັ້ນບໍ່ໃຫ້ ເກີດປະກົດການຫຍໍ້ທໍ້ຫາກທ່ານພົບ ເຫັນຂໍ້ມູນການໃຫ້ບໍລິການແລກ ປ່ຽນເງິນຕາໂດຍບໍ່ໄດ້ຮັບອະນຸຍາດ ໂດຍມີລັກສະນະຄື: ບໍ່ມີທີ່ຕັ້ງຮ້ານ ທີ່ຊັດເຈນ; ບໍ່ມີປ້າຍຮ້ານແລກປ່ຽນ ເງິນຕາຕົວແທນທະນາຄານທຸລະ ກິດ; ນຳໃຊ້ບັນຊີສ່ວນບຸກຄົນ ຫລື ບັນຊີທຸລະກິດອື່ນ ເຂົ້າໃນການແລກ ປ່ຽນເງິນຕາ ທ່ານສາມາດແຈ້ງ ຫລື ສະໜອງຂໍ້ມູນດັ່ງກ່າວໃຫ້ກັບ ເຈົ້າໜ້າທີ່ຕຳຫລວດ (ເບີໂທ: 020 312401) ຫລື ທະນາຄານແຫ່ງ ສປປລາວ(ເບີໂທ021264590) ເພື່ອເປັນຂໍ້ມູນດໍາເນີນການຕິດ ຕາມກວດກາ ແລະ ດໍາເນີນມາດຕະ ການຕໍ່ພາກສ່ວນດັ່ງກ່າວຕາມກົດ ໝາຍ. ການຮ່ວມມືຂອງພໍ່ແມ່ປະຊາ ຊົນ, ບຸກຄົນ ແລະ ການຈັດຕັ້ງແມ່ນ ເປັນການປະກອບສ່ວນສຳຄັນເຂົ້າ ໃນການສ້າງສັງຄົມໃຫ້ມີຄວາມ ເປັນລະບຽບຮຽບຮ້ອຍ, ສົ່ງເສີມ ການດຳເນີນທຸລະກິດໃຫ້ມີຄວາມ ຍຸດຕິທຳທີ່ຖືກຕ້ອງຕາມກົດໝາຍ ແລະ ການຮັກສາສະຖຽນລະພາບ ເງິນຕາແຫ່ງຊາດໃຫ້ມີຄວາມໝັ້ນ ຄົງ ແລະ ເຂັ້ມແຂງຍິ່ງຂຶ້ນ. ຖິ່ນ-ຮາກຖານ ໂດຍສະເພາະຂັ້ນ ບ້ານມີຄວາມໜັກແໜ້ນທາງດ້ານ ແນວຄິດການເມືອງ, ເຂັ້ມແຂງທາງ ດ້ານການຈັດຕັ້ງ; ຮັ່ງມີທາງດ້ານ ເສດຖະກິດ-ການເງິນ ແລະ ຈະເລີນ ກ້າວໜ້າ ທາງດ້ານສັງຄົມ-ວັດທະ ນະທໍາ, 4. ສ້າງຄວາມເຂັ້ມແຂງ ໃນ ດ້ານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບທົ່ວປວງຊົນຮອບດ້ານ. ໃນການກໍ່ສ້າງຮາກຖານການ ເມືອງ, ສ້າງບ້ານພັດທະນາປະຊາ ຊົນຢູ່ດີກິນດີ ຢູ່ແຂວງຈໍາປາສັກ ປະກອບມີ 6 ເນື້ອໃນ 9 ມາດຖານ ແລະ 25 ໃບຢັ້ງຢືນດັ່ງນີ້. 6 ເນື້ອໃນ ທີ 1: ດ້ານການເມືອງ ມີ 4 ເນື້ອໃນ, ເນື້ອໃນທີ 2, ຈັດຕັ້ງການພົວພັນ ການຜະລິດສັງຄົມນິຍົມ ມີ 3 ເນື້ອ ໃນ, ເນື້ອໃນທີ3, ກໍ່ສ້າງກໍາລັງການ ຜະລິດ ສັງຄົມນິຍົມ ມີ 5 ເນື້ອໃນ, ເນື້ອໃນທີ 4, ພັດທະນາ ບ້ານເຮືອນ ແລະ ທີ່ຢູ່ອາໄສຂອງປະຊາຊົນ ມີ 3 ເນື້ອໃນ, ເນື້ອໃນທີ 5, ການພັດ ທະນາດ້ານສັງຄົມ-ວັດທະນະທໍາ ມີ 4 ເນື້ອໃນ ແລະ ເນື້ອໃນ ທີ 6, ດ້ານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ມີ 3 ເນື້ອໃນ. ດ້ານມາດ ຖານປະກອບດ້ວຍ 9 ມາດຖານ ແລະ 25 ໃບຢັ້ງຢືນດັ່ງນີ້: ມາດ ຖານທີ 1: ການສຶກສາອົບຮົມການ ເມືອງແນວຄິດໃຫ້ການຈັດຕັ້ງ ແລະ ປະຊາຊົນ ມີ 2 ໃບຢັ້ງຢືນ, ມາດ ຖານທີ 2: ການຈັດຕັ້ງ ຢູ່ຂັ້ນບ້ານມີ ຄວາມເຂັ້ມແຂງໜັກແໜ້ນມີ 6 ໃບຢັ້ງຢືນ, ມາດຖານທີ 3: ບ້ານບັນ ລຸເງື່ອນໄຂຄອບຄົວຢູ່ດີກິນດີ ມີ 1 ໃບຢັ້ງຢືນ, ມາດຖານທີ 4: ບ້ານ ບັນລຸເງື່ອນໄຂມີລະບົບເສດຖະກິດ ຂະຫຍາຍຕົວຢ່າງຕໍ່ເນື່ອງ ມີ 6 ໃບ ຢັ້ງຢືນ, ມາດຖານທີ 5: ບ້ານບັນລຸ ການນໍາໃຊ້ລະບົບສື່ສານ-ເຕັກໂນ ໂລຊີ ມີ 1 ໃບຢັ້ງຢືນ, ມາດຖານ ທີ 6: ບ້ານມີການຈັດສັນເປັນລະບຽບ ຈົບງາມດີແລະມີສະພາບແວດລ້ອມ ທີ່ດີ ມີ 2 ໃບຢັ້ງຢືນ, ມາດຖານທີ 7: ປະຊາຊົນບ້ານເຂົ້າເຖິງການບໍລິ ການສາທາລະນະຢ່າງສະດວກ ມີ 1 ໃບຢັ້ງຢືນ, ມາດຖານທີ 8: ບ້ານ ບັນລຸເງື່ອນໄຂທາງດ້ານວັດທະນາ ທໍາ-ສັງຄົມ ມີ 4 ໃບຢັ້ງຢືນ, ມາດ ຖານທີ 9: ບ້ານບັນລຸເງື່ອນໄຂວຽກ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບມີ 2 ໃບຢັ້ງຢືນ. ໃນນັ້ນ ໄດ້ກໍາ ນົດມາດຖານຄອບຄົວພັດທະນາ (ຄອບຄົວຢູ່ດີກິນດີ ລວມມີ 5 ເງື່ອນໄຂ). ທ່ານໄດ້ກ່າວຕື່ມວ່າ: ແຂວງຈໍາປາສັກ ປະກອບມີ 1 ນະ ຄອນ, 9 ຕົວເມືອງ, 642 ບ້ານ, 131.592 ຄອບຄົວ, ມາຮອດປັດ ຈຸບັນ (ໃນປີ 2023) ແຂວງຈໍາປາ ສັກ ສາມາດສ້າງ, ປະເມີນ ແລະ ຮັບ ຮອງ ໃນການກໍ່ສ້າງຮາກຖານການ ເມືອງ, ພັດທະນາຊົນນະບົດ, ແກ້ໄຂ ຄວາມທຸກຍາກ ແລະ ວຽກງານ ສາມສ້າງໄດ້ດັ່ງນີ້: ແຂວງຈໍາປາ ສັກ ໄດ້ຖືກປະເມີນ, ຮັບຮອງ ແລະ ປະກາດເປັນ ແຂວງຫົວໜ່ວຍຍຸດ ທະສາດ ໃນວັນທີ 3 ຕຸລາ 2023 ຊຶ່ງສ້າງໄດ້ເມືອງເຂັ້ມແຂງ ຮອບ ດ້ານ 7 ເມືອງ ຍັງອີກ 3 ເມືອງ ໄດ້ ສືບຕໍ່ສ້າງ (ປາກຊ່ອງ, ຈໍາປາສັກ ແລະ ສຸຂຸມາ). ການສ້າງຄອບຄົວ ແລະ ບ້ານພັດທະນາ ຖ້າທຽບໃສ່ ຈໍານວນຄອບຄົວ ໃນທົ່ວແຂວງ ເຫັນວ່າຍັງມີ ຄອບຄົວບໍ່ທັນພົ້ນທຸກ 6.543 ຄອບຄົວ, ຄອບຄົວພົ້ນທຸກ 116.647 ຄອບຄົວ, ຄອບຄົວພົ້ນ ທຸກໄດ້ກາຍເປັນຄອບຄົວພັດທະນາ 107.609 ຄອບຄົວ ຂອງຄອບຄົວ ທັງໝົດ, ການສ້າງບ້ານທຽບໃສ່ ບ້ານທັງໝົດໃນທົ່ວແຂວງ ເຫັນວ່າ ບ້ານບໍ່ທັນພົ້ນທຸກ 16 ບ້ານ, ບ້ານ ພົ້ນທຸກ 625 ບ້ານ, ໄດ້ພັດທະນາ ບັນດາບ້ານພົ້ນທຸກກາຍເປັນບ້ານ ພັດທະນາ 204 ບ້ານ, ຂອງບ້ານ ທັງໝົດ, ການສ້າງບ້ານໃຫຍ່ ຄ້າຍ ຄືຕົວເມືອງນ້ອຍໃນຊົນນະບົດທັງ ໝົດ 40 ບ້ານ, ສ້າງໄດ້ແລ້ວ 22 ບ້ານ, ການນໍາພາສ້າງບ້ານພັດທະ ນາ ປະຊາຊົນຢູ່ດີກິນດີ, ມາເຖິງປັດ ຈຸບັນ ສາມາດປະເມີນສໍາເລັດ 11 ບ້ານ ຜ່ານການປະເມີນຕົວຈິງ ມີຈໍາ ນວນ 6 ບ້ານ ສາມາດບັນລຸໄດ້ຕາມ ເນື້ອໃນແລະມາດຖານຄືບ້ານໂພນ ໄຊ ນະຄອນປາກເຊ, ບ້ານໜອງ ໄຮໂຄກ ເມືອງໂພນທອງ, ບ້ານ ຫລັກ 35 ເມືອງປາກ ຊ່ອງ, ບ້ານ ເມືອງແສນ ເມືອງໂຂງ, ບ້ານແກ້ງ ເກ່ຍ ເມືອງບາຈຽງຈະເລີນສຸກ ແລະ ບ້ານສະຜ່າຍ ເມືອງຊະນະສົມ ບູນ; ຍັງອີກ 5 ບ້ານທີ່ຈະຕ້ອງສືບ ຕໍ່ປັບປຸງ ໃຫ້ບັນລຸມາດຖານຈໍາ ນວນໜຶ່ງ ເຊັ່ນ: ບ້ານດອນແດງ ເມືອງປະທຸມພອນ, ບ້ານທາງຄົບ ເມືອງຈໍາປາສັກ, ບ້ານບຸ່ງແກ້ວ ເມືອງສຸຂຸມາ, ບ້ານດອນນາງລອຍ ເມືອງມຸນລະປະໂມກ ແລະ ບ້ານ ທົ່ງກາຫລົງ ເມືອງປາກຊ່ອງ. ຜ່ານການຈັດຕັ້ງປະຕິບັດໃນ ການສ້າງບ້ານພັດທະນາປະຊາ ຊົນຢູ່ດີກິນດີນັ້ນ ເຮັດໃຫ້ບ້ານມີ ຄວາມເຂັ້ມແຂງທາງດ້ານການ ເມືອງ, ການຈັດຕັ້ງ, ສັງຄົມບ້ານມີ ຄວາມສະຫງົບ, ເສດຖະກິດມີການ ຂະຫຍາຍຕົວ, ວັດທະນະທໍາ-ສັງຄົມ ອັນດີງາມຂອງບ້ານໄດ້ຮັບການ ປົກປັກຮັກສາ ແລະ ເສີມຂະຫຍາຍ, ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນ. * ດັ່ງທີ່ພວກເຮົາຮູ້ແລ້ວວ່າ ລັດຖະ ບານໄດ້ເປີດປີທ່ອງທ່ຽວ 2024 ຢ່າງ ເປັນທາງການແລ້ວ ແລະ ເພື່ອເປັນການ ດຶງດູດເອົານັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວຊົມປະເທດລາວເຮົາຢ່າງ ໜາແໜ້ນ ທັງໃຫ້ມີບັນຍາກາດຟົດຟື້ນ ພວກເຮົາຕ້ອງໄດ້ເອົາໃຈໃສ່ຕໍ່ການປົກ ປັກຮັກສາສິ່ງແວດລ້ອມຕາມສະຖານ ທີ່ຕ່າງໆ ໂດຍສະເພາະຢູ່ບັນດາແຫລ່ງ ທ່ອງທ່ຽວທຳມະຊາດ, ປະຫວັດສາດ ແລະ ອື່ນໆ ໃຫ້ມີຄວາມສວຍງາມ, ສະ ອາດເປັນທີ່ປະທັບໃຈຂອງນັກທ່ອງທ່ຽວ ທີ່ໄດ້ມາແລ້ວ ຢາກກັບມາເລື້ອຍໆ. ຄວາມສວຍງາມຂອງສະພາບ ແວດລ້ອມທາງທຳມະຊາດ ຈະດຶງດູດ ນັກທ່ອງທ່ຽວໄປທ່ຽວຢ່າງໜາແໜ້ນ ໄດ້ກໍ່ຕໍ່ເມື່ອມີຄວາມສວຍງາມ ແລະ ອຸດົມສົມບູນໄປດ້ວຍປ່າໄມ້, ສັດສາວາ ສິ່ງ, ອາກາດສົດ ຊື່ນອື່ນໆ. ຜ່ານມາລັດ ຖະບານໄດ້ເອົາໃຈໃສ່ສຸມທຶນໃສ່ວຽກ ງານປົກປັກຮັກສາປ່າໄມ້ໃຫ້ມີຄວາມ ຍືນຍົງ ທັງໄດ້ອຳນວຍຄວາມສະດວກ ໃຫ້ຜູ້ປະກອບການໃຫ້ມີສ່ວນຮ່ວມ ໃນການປົກປັກຮັກສາ ແລະ ສ້າງສາ ພັດທະນາວຽກງານປົກປັກຮັກສາສິ່ງ ແວດລ້ອມຢູ່ສະຖານທີ່ທ່ອງທ່ຽວທຳ ມະຊາດ, ປະຫວັດສາດ ອັນໄດ້ສ້າງ ຄວາມສົນໃຈໃຫ້ແກ່ນັກທ່ອງທ່ຽວມາ ທ່ຽວຢ່າງໜາແໜ້ນໃນແຕ່ລະປີ. ພ້ອມ ດຽວກັນນີ້, ກໍ່ໄດ້ເຂັ້ມງວດ ແລະ ສົ່ງ ເສີມຊຸມຊົນມີສ່ວນຮ່ວມໃນການອະນຸ ລັກສັດປ່າຢູ່ບັນດາປ່າສະຫງວນແຫ່ງ ຊາດກໍ່ຄືປ່າອື່ນໆ ເພື່ອແນໃສ່ອະນຸລັກ ສັດປ່າ ແລະ ຊັບພະຍາກອນທໍາມະຊາດ ມີຄວາມຍືນຍົງຕະຫລອດໄປ. ຢ່າງໃດກໍ່ດີ ໜຶ່ງໃນຫລາຍສະຖານ ທີ່ແຫລ່ງທ່ອງທ່ຽວທຳມະຊາດທີ່ໄດ້ ຮັບການພັດທະນາ ແລະ ຖືກປົກປັກຮັກ ສາໄດ້ເປັນຢ່າງດີຈາກ Bottom of Form ລັດຖະບານກໍ່ຄືພາກສ່ວນກ່ຽວ ຂ້ອງ ໂດຍສະເພາະກອງຄຸ້ມຄອງອຸທິ ຍານແຫ່ງຊາດນໍ້າແອດ-ພູເລີຍ ໄດ້ ຮ່ວມກັບWCSຈັດຕັ້ງປະຕິບັດຫລາຍ ກິດຈະກໍາ ເພື່ອຊຸກຍູ້ສົ່ງເສີມປະຊາຊົນ ທີ່ອາໄສຢູ່ເຂດໃກ້ຄຽງມີລາຍຮັບ ເພື່ອ ທົດແທນການເຂົ້າປ່າລ່າເນື້ອ, ລັກ ລອບຕັດໄມ້ ແລະ ຈັບຈອງດິນໃນເຂດ ອຸທິຍານແຫ່ງຊາດ ນໍ້າແອດ-ພູເລີຍ ເຂົ້າໃນການທຳການຜະລິດປູກຝັງ ແລະ ລ້ຽງສັດ, ພ້ອມທັງສົ່ງເສີມໃຫ້ປະ ຊາຊົນເຂົ້າມາເປັນອາສາສະໝັກວດ ກາລາດຕະເວນ, ເຂົ້າຮ່ວມບໍລິການກິດ ຈະກໍາທ່ອງທ່ຽວຢູ່ອຸທິຍານດັ່ງກ່າວ ເຊັ່ນວ່າ: ການລ່ອງເຮືອຕາມນໍ້າເນີນ ເບິ່ງສັດປ່າໃນຍາມຄໍ່າຄືນ ມີ 1 ບ້ານ 52 ຄອບຄົວຄື: ບ້ານສົ້ນຂົວ ເມືອງ ຮ້ຽມ ແຂວງຫົວພັນ ເຂົ້າຮ່ວມ ເຊິ່ງກິດ ຈະກຳນີ້ ໄດ້ແບ່ງອອກຫລາຍໜ່ວຍ ບໍລິການຄື: ກຸ່ມເຮືອ, ກຸ່ມນໍາທ່ຽວ, ກຸ່ມ ແຕ່ງກິນ, ກຸ່ມທີ່ພັກ ແລະ ກຸ່ມຫັດຖະ ກໍາ. ສ່ວນອີກ 1 ກິດຈະກໍາ ທ່ອງທ່ຽວ ແມ່ນການຍ່າງປ່າຊົມສັດປ່າ ແລະ ທໍາມະຊາດມີ 3 ບ້ານຄື: ບ້ານນໍ້າປຸ່ງ ແລະ ບ້ານສາກົນ ເມືອງຮ້ຽມ ແຂວງ ຫົວພັນ ແລະ ບ້ານນາແວນ ເມືອງ ວຽງຄໍາ ແຂວງຫລວງພະບາງ. ນີ້ກໍ່ ແມ່ນອີກໜຶ່ງກິດຈະກຳທີ່ສາມາດສ້າງ ວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ປະຊາຊົນມີສ່ວນຮ່ວມເຂົ້າໃນ ການປົກປັກ ຮັກສາປ່າໄມ້ກໍ່ຄືສະພາບ ແວດລ້ອມໃຫ້ມີຄວາມອຸດົມສົມບູນຂຶ້ນ ເທື່ອລະກ້າວ.

RkJQdWJsaXNoZXIy MTc3MTYxMQ==