5798

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 26/01/2024 xtgmf]k; ການຮ່ວມມືດ້ານການ... ສຳມະນາວິທະຍາສາດ... ເປີດກອງປະຊຸມ... ຮອງນາຍົກລັດຖະມົນຕີ... ກະຊວງ ຮສສ ດຳເນີນ... ນັກວິຊາການ... ຂປລ. ກອງປະຊຸມລັດຖະມົນຕີ ທ່ອງທ່ຽວອາຊຽນ ຄັ້ງທີ 27 ໄຂ ຂຶ້ນຢ່າງເປັນທາງການ ໃນວັນທີ 25 ມັງກອນ 2024 ໂດຍການ ເປັນປະທານຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນ ຕີກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ດາໂຕະ ຊິຣີ ທິອອງ ຄິງຊິງ ລັດ ຖະມົນຕີທ່ອງທ່ຽວ ສິລະປະ ແລະ ວັດທະນະທຳ ມາເລເຊຍ, ມີບັນດາ ລັດຖະມົນຕີທ່ອງທ່ຽວອາຊຽນ, ລັດ ຖະມົນຕີທ່ອງທ່ຽວ ຈາກຕີມໍແລັດ ສະເຕ ໃນຖານະປະເທດ ຜູ້ສັງເກດ ການ, ມີເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍບັນດາຫົວໜ້າຄະນະຜູ້ ແທນອາຊຽນ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ນາງ ສວນສະຫວັນວິຍະເກດ ໄດ້ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ໄດ້ພ້ອມກັນ ປຶກສາຫາລື ແລະ ຮັບຟັງການລາຍ ງານຜົນຂອງກອງປະຊຸມເຈົ້າໜ້າ ທີ່ອາວຸໂສທ່ອງທ່ຽວອາຊຽນ ໂດຍ ສະເພາະແມ່ນຜົນຂອງການຈັດຕັ້ງ ແຜນຍຸດທະສາດການທ່ອງທ່ຽວອາ ຊຽນ 2016-2025 ລວມທັງການ ລາຍງານຈາກບັນດາອົງການຈັດ ຕັ້ງສາກົນ, ບັນດາອົງການທີ່ກ່ຽວ ຂ້ອງກັບອາຊຽນ ແລະ ພາກສ່ວນ ພາຍນອກອື່ນໆ ໃນການຈັດຕັ້ງກິດ ຈະກຳທີ່ສະໜັບສະໜູນໃຫ້ແກ່ການ ທ່ອງທ່ຽວອາຊຽນ ໃນໄລຍະຜ່ານ ມາ ແລະ ແຜນໃນຕໍ່ໜ້າ. ພ້ອມນີ້, ບັນດາທ່ານລັດຖະມົນ ຕີຈະໄດ້ປຶກສາຫາລືຕີລາຄາການ ຈັດຕັ້ງປະຕິບັດບັນດາກິດຈະກໍາບູ ລິມະສິດ ພາຍໃຕ້ແຜນຍຸດທະສາດ ການທ່ອງທ່ຽວອາຊຽນ ສໍາລັບປີ 2016-2025, ບັນດາກິດຈະກໍາບູ ລິມະສິດ ສໍາລັບປີ 2023-2024 ທີ່ໄດ້ຈັດຕັ້ງປະຕິບັດ ໂດຍ 4 ຄະນະ ກໍາມະການທ່ອງທ່ຽວອາຊຽນ. ພ້ອມນີ້, ຍັງຈະໄດ້ປຶກສາຫາລືແລກ ຂປລ. ສຳມະນາການທ່ອງທ່ຽວ ອາຊຽນ ຈັດຂຶ້ນວັນທີ 25-26 ມັງ ກອນ 2024 ທີ່ສູນການຄ້າ ລາວໄອເຕັກ, ນະຄອນຫລວງວຽງຈັນ ເພື່ອເປີດໂອກາດໃຫ້ບັນດານັກວິ ຊາການ, ຊ່ຽວຊານດ້ານການທ່ອງ ທ່ຽວຈາກທົ່ວໂລກມີໂອກາດພົບປະ ແລກປ່ຽນຜົນສຳເລັດ ແລະ ແນວ ຄວາມຄິດໃໝ່ໆໃນການຮ່ວມມື ແລະ ພັດທະນາການທ່ອງທ່ຽວໃນ ພາກພື້ນ ແລະ ສາກົນ. ທ່ານ ໂພສີ ແກ້ວມະນີວົງ ຮອງ ລັດຖະມົນຕີກະຊວງຖະແຫລງ ຂ່າວ,ວັດທະນະທຳແລະທ່ອງທ່ຽວ ໄດ້ກ່າວວ່າ: ການສຳມະນາຄັ້ງນີ້, ມີຫລາກຫລາຍຫົວຂໍ້ທີ່ສຳຄັນ ແລະ ໜ້າສົນໃຈ ເຊິ່ງຜູ້ເຂົ້າຮ່ວມຈະໄດ້ ພ້ອມກັນສົນທະນາ ແລະ ປຶກສາ ຫາລື, ແລກປ່ຽນບົດຮຽນໃນຫົວຂໍ້ ຕ່າງໆ ເປັນຕົ້ນ ບັນຫາຄວາມຍືນ ຍົງຂອງການພັດທະນາການທ່ອງ ທ່ຽວ, ການນໍາໃຊ້ສັງຄົມອອນລາຍ ເພື່ອໂຄສະນາການທ່ອງທ່ຽວ, ການ ນໍາໃຊ້ທ່າແຮງຂອງການທ່ອງທ່ຽວ ແບບຜະຈົນໄພ ເພື່ອສົ່ງເສີມການ ທ່ອງທ່ຽວແບບຍືນຍົງ. ນອກນັ້ນ, ຍັງຈະໄດ້ແລກປ່ຽນບົດຮຽນກ່ຽວ ກັບການສ້າງປະສົບການທີ່ເປັນ ເອກະລັກຂອງບັນດາຈຸດໝາຍປາຍ ທາງການທ່ອງທ່ຽວ ໃນຂົງເຂດ ອາຊີຕາເວັນອອກສຽງໃຕ້ ຈາກຜູ້ ປະກອບການ ທີ່ປະສົບຜົນສຳເລັດ ດ້ານການທ່ອງທ່ຽວ ທັງພາຍໃນ ແລະ ພາກພື້ນ, ຈະໄດ້ພ້ອມກັນຮຽນ ຮູ້ກ່ຽວກັບຄວາມຕ້ອງການຂອງ ຕະຫລາດທ່ອງທ່ຽວຈີນ ເຊິ່ງຖືເປັນ ຕະຫລາດສຳຄັນຂອງພາກພື້ນອາ ຊີຕາເວັນອອກສຽງໃຕ້. ໃນວາລະການສຳມະນາ, ບັນ ດາພາກທຸລະກິດໃນຂະແໜງການ ທ່ອງທ່ຽວຂອງ ສປປ ລາວ ຈະໄດ້ ແລກປ່ຽນບົດຮຽນກັບບັນດາຜູ້ ແທນກ່ຽວກັບການດຳເນີນທຸລະ ກິດການທ່ອງທ່ຽວແບບປະຊາຊົນ ມີສ່ວນຮ່ວມ ແລະ ສົນທະນາກ່ຽວ ກັບວິທີການບອກເລົ່າເລື່ອງລາວ ກ່ຽວກັບຈຸດໝາຍປາຍທາງການ ທ່ອງທ່ຽວ ເຊັ່ນ: ການເຊື່ອມໂຍງສະ ຖານທີ່ທ່ອງທ່ຽວກັບປະຫວັດສາດ, ບອກເລົ່າເລື່ອງລາວ ແລະ ຄວາມ ເຊື່ອ ຊຶ່ງຈະເປັນການເພີ່ມມູນຄ່າ ໃຫ້ກັບຈຸດໝາຍປາຍທາງການ ທ່ອງທ່ຽວ ນັ້ນຜ່ານເລື່ອງລາວປະ ຫວັດຄວາມເປັນມາ. ໂອກາດນີ້, ທ່ານ ໂພສີ ແກ້ວມະ ນີວົງ ຍັງສະແດງຄວາມເຊື້ອໝັ້ນ ວ່າ: ຜົນຂອງການສົນທະນາແລກ ປ່ຽນຄຳຄິດຄຳເຫັນໃນແຕ່ລະຫົວຂໍ້ ຈະນໍາໄປສູ່ການຮ່ວມມືກັນໃນການ ກໍານົດທິດທາງ, ແຜນການ, ແຜນ ງານ ແລະ ຜັນຂະຫຍາຍເປັນກິດຈະ ກໍາ ຫລື ໂຄງການພັດທະນາຢ່າງລະ ອຽດ ເພື່ອສືບຕໍ່ພັດທະນາການທ່ອງ ທ່ຽວໃນຂົງເຂດອາຊຽນ ແລະ ໃນ ໂລກໃຫ້ມີການຂະຫຍາຍຕົວຂຶ້ນ ເລື້ອຍໆ. ພ້ອມທັງຖືໂອກາດນີ້, ເຊີນ ຊວນແຂກທີ່ເຂົ້າຮ່ວມງານຍາດເວ ລາທ່ຽວຊົມສະຖານທີ່ທ່ອງທ່ຽວ ທີ່ສຳຄັນພາຍໃນນະຄອນຫລວງ ວຽງຈັນ ແລະ ສະຖານທີ່ອື່ນໆໃນ ສປປ ລາວ, ຊີມອາຫານລາວ, ແລະ ຊື້ຂອງຝາກກັບຄືນເມືອບ້ານ, ທັງ ເປັນການເກັບກ່ຽວປະສົບການໂຄ ສະນາການທ່ອງທ່ຽວຂອງ ສປປ ລາວ ໃຫ້ກວ້າງຂວາງຂຶ້ນ. ຂ່າວ: ກິດຕາ,ພາບ: ຂັນໄຊ ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄຳເຫັນວ່າ: ການສໍາມະນາວິ ທະຍາສາດລະດັບຊາດ ກ່ຽວກັບຊີ ວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ຄຳໄຕ ສີພັນດອນ ຄັ້ງນີ້ແມ່ນມີຄວາມໝາຍຄວາມສໍາ ຄັນຫລາຍ ເພາະວ່າພວກເຮົາຈະໄດ້ ພ້ອມກັນຄົ້ນຄວ້າ, ສຶກສາ, ຮຽນຮູ້ ກ່ຽວກັບຄຸນງາມຄວາມດີ, ຄວາມ ເສຍສະລະ, ບົດຮຽນກໍຄືຜົນງານ ອັນໃຫຍ່ຫລວງຂອງປະທານ ຄຳໄຕ ສີພັນດອນ ທີ່ໄດ້ອຸທິດຕົນຕໍ່ພາລະ ກິດປະຕິວັດຕໍ່ສູ້ປົດປ່ອຍຊາດກໍຄື ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ເພື່ອເປັນ ຂໍ້ມູນ ແລະ ເອກະສານສຶກສາອົບຮົມ ໃຫ້ພະນັກງານ, ສະມາຊິກພັກ, ກຳ ລັງປະກອບອາວຸດ, ມະຫາຊົນ ແລະ ຄົນຮຸ່ນຕໍ່ໆໄປໄດ້ຮໍ່າຮຽນເອົາເປັນ ບົດຮຽນໃນການປະຕິບັດໜ້າທີ່ ວຽກງານກໍຄືການດຳລົງຊີວິດຂອງ ຕົນຕໍ່ໄປ. ປະທານ ຄໍາໄຕ ສີພັນດອນ ຈາກຊີວິດເດັກນ້ອຍຊົນນະບົດທີ່ໄດ້ ມີໂອກາດໄປຮຽນໜັງສືຢູ່ວຽງຈັນ ແລະ ໄດ້ເຂົ້າເຮັດການໄປສະນີຢູ່ ແຂວງຜົ້ງສາລີ, ຈາກຈິດໃຈຮັກຊາດ ມາຕັ້ງແຕ່ຍັງໜຸ່ມແລະການກ້າວເຂົ້າ ສູ່ເສັ້ນທາງແຫ່ງການຕໍ່ສູ້ ເພື່ອກອບ ກູ້ຄວາມເປັນເອກະລາດ ມາໃຫ້ປະ ເທດຊາດ ແລະ ອິດສະລະພາບມາ ໃຫ້ປະຊາຊົນ ທີ່ເຕັມໄປດ້ວຍຄວາມ ຫຍຸ້ງຍາກລໍາບາກ ຊຶ່ງບາງຄັ້ງກໍ ເກືອບເອົາຊີວິດບໍ່ລອດ, ແຕ່ດ້ວຍ ຄວາມເດັດດ່ຽວກ້າຫານ, ຄວາມມາ ນະພະຍາຍາມ, ອົດທົນສູ້ຊົນ ແລະ ຄວາມເປັນເຈົ້າການປະດິດສ້າງສູງ ເພິ່ນຈຶ່ງບັນລຸອຸດົມການອັນສູງສົ່ງ ຂອງຕົນ ໄດ້ຢ່າງໜ້າສັນລະເສີນ. ປະທານ ຄໍາໄຕ ສີພັນດອນ ແມ່ນ ຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນກໍ່ຕັ້ງຂະ ບວນການ ແລະ ບຸກເບີກເສັ້ນທາງ ການປະຕິວັດຢູ່ປະເທດເຮົາ ຊຶ່ງຍາມ ໃດເພິ່ນກໍມີຄວາມໜັກແໜ້ນທາງ ດ້ານການເມືອງ, ມີສະຕິຕໍ່ການຈັດ ຕັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າ ທີ່ ທີ່ໄດ້ຮັບມອບໝາຍ, ເລີ່ມຈາກພະ ນັກງານທໍາມະດາກາຍເປັນຜູ້ຊີ້ນໍາບັນຊາ ແລະ ນໍາພາຂະບວນການຕໍ່ ສູ້ປົດປ່ອຍຊາດ ຮ່ວມກັບປະທານ ໄກສອນ ພົມວິຫານ, ປະທານ ສຸພາ ນຸວົງແລະຜູ້ນໍາທ່ານອື່ນໆຂອງແນວ ລາວອິດສະຫລະ ກໍຄື ແນວລາວ ສ້າງຊາດ ນຳພາການຕໍ່ສູ້ຕ້ານຈັກ ກະພັດຜູ້ຮຸກຮານລະອິດລະອ້ຽວ- ຍືດຍື້ອຍາວນານກ້າວຂຶ້ນປົດປ່ອຍ ປະເທດຊາດ ແລະ ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975. ຫລັງ ຈາກນັ້ນ, ກໍໄດ້ປະກອບສ່ວນຄົ້ນ ຄວ້າ, ກໍານົດທິດທາງໜ້າທີ່ຍຸດທະ ສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຢ່າງ ຖືກຕ້ອງ ລວມທັງແນວທາງປ່ຽນ ແປງໃໝ່ຮອບດ້ານ ແລະ ມີຫລັກ ການຂອງພັກ ທັງໄດ້ສືບຕໍ່ນຳພາຊີ້ນຳ ການຈັດຕັ້ງປະຕິບັດແນວທາງ ດັ່ງກ່າວ ໄດ້ຮັບຜົນສຳເລັດອັນສຳ ຄັນຫລາຍດ້ານ. ປະທານ ຄຳໄຕ ສີພັນດອນ ແມ່ນນັກປະຕິວັດ ທີ່ມີຄວາມປີຊາ ສາມາດ, ອົງອາດກ້າແກ່ນ, ມີຄວາມ ສຸຂຸມຮອບຄອບ ແລະ ໜັກແໜ້ນ ໃນ ທຸກສະຖານະການ; ເພິ່ນທັງແມ່ນ ນັກຍຸດທະສາດ, ນັກຍຸດໂທບາຍທີ່ ມອງກວ້າງເຫັນໄກ, ມີໄຫວພິບ ຄ່ອງແຄ້ວ, ນິ້ມນວນ ແລະ ມີຄວາມ ປະດິດສ້າງສູງໃນການໝູນໃຊ້ ແນວ ທາງການເມືອງ ແລະ ແນວ ທາງ ການທະຫານຂອງພັກເຮົາເຂົ້າ ກັບເງື່ອນໄຂແລະຈຸດພິເສດຂອງແຕ່ ລະຂົງເຂດ, ແຕ່ລະທ້ອງຖິ່ນໃນແຕ່ ລະໄລຍະຂອງການປະຕິວັດຢູ່ປະ ເທດເຮົາ. ປະທານຄຳໄຕສີພັນດອນ ແມ່ນຜູ້ນຳທີ່ມີແບບແຜນຊີ້ນຳ-ບັນ ຊາແທດເຖິງກັບຕົວຈິງ, ທັງກຳ ແໜ້ນທິດສະດີ, ແນວທາງ, ທັງກຳ ແໜ້ນບົດຮຽນ, ພຶດຕິກຳ ແລະ ສະ ພາບຄວາມເປັນຈິງຂອງປະເທດ, ບໍ່ຄຳພີຕາຍຕົວ ແລະ ບໍ່ຢຸດຈຶ້ງຢູ່ກັບ ຜົນງານອັນເກົ່າ, ເວລາໃດເພິ່ນກໍມີ ອາລົມຈິດມຸ່ງໝັ້ນ, ສະແຫວງຫາ ຄວາມກ້າວໜ້າ ແລະ ຜົນສຳເລັດ ອັນໃໝ່; ຍາມໃດກໍຢຶດໝັ້ນໃນອຸດົມ ການອັນສູງສົ່ງຂອງພັກ ແລະ ທັງ ຢາກໃຫ້ປະເທດຊາດມັ່ງຄັ່ງເຂັ້ມ ແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມ ສາມັກຄີປອງດອງມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ປີ 2006 ໃນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກ, ປະທານ ຄໍາໄຕ ສີພັນດອນ ໄດ້ອອກພັກຜ່ອນຮັບ ອຸດໜູນບໍານານ. ແຕ່ເວລາໃດເພິ່ນ ກໍມີຄວາມເປັນຫ່ວງເປັນໄຍ ແລະ ເອົາໃຈໃສ່ຕິດຕາມຢ່າງຈົດຈໍ່ຕໍ່ສະ ພາບການຂອງປະເທດຊາດ, ບ້ານ ເມືອງ ກໍຄື ການຈັດຕັ້ງປະຕິບັດໜ້າ ທີ່ວຽກງານຂອງພັກ, ຂອງລັດ ແລະ ການຈັດຕັ້ງຕ່າງໆທັງຢູ່ສູນກາງ ແລະທ້ອງຖິ່ນຢ່າງບໍ່ລົດລະ, ເພິ່ນໄດ້ ພະຍາຍາມສືບຕໍ່ເຄື່ອນໄຫວຢ່າງ ບໍ່ຮູ້ອິດຮູ້ເມື່ອຍ ເພື່ອປະກອບສ່ວນ ໃນການປັບປຸງ-ກໍ່ສ້າງພັກເຮົາໃຫ້ ເຂັ້ມແຂງ, ສ້າງລັດ ໃຫ້ກາຍເປັນລັດ ທີ່ປົກຄອງດ້ວຍກົດໝາຍ ແລະ ບໍລິຫານຮັບໃຊ້ປະຊາຊົນ ດ້ວຍ ຄວາມບໍລິສຸດໂປ່ງໃສ; ດ້ວຍຄວາມ ເປັນຫ່ວງເປັນໄຍແລະຢາກໃຫ້ແນວ ທາງທີ່ພັກວາງອອກກາຍເປັນຈິງ, ເພິ່ນໄດ້ໃຊ້ຊີວິດໃນຍາມພັກຜ່ອນ ຢູ່ໃກ້ຊິດຕິດແທດກັບຊີວິດຕົວຈິງ ຂອງປະຊາຊົນ, ຊອກຮູ້ບັນຫາ ແລະ ຄວາມຕ້ອງການຂອງປະຊາຊົນ, ປຸກສ້າງສິ່ງສາທາລະນະປະໂຫຍດ ແລະ ສຶກສາອົບຮົມປະຊາຊົນໃຫ້ມີ ຄວາມຕື່ນຕົວ ເປັນເຈົ້າການທໍາມາ ຫາກິນ ແລະ ສ້າງສາບ້ານຊ່ອງ; ເພິ່ນທັງເຄື່ອນໄຫວເປັນແບບຢ່າງ ໃນການອອກແຮງງານນຳພາປະ ຊາຊົນພັດທະນາຕົວຈິງ, ເຮັດໃຫ້ ປະຊາຊົນເຫັນທັງຊຸກຍູ້ປຸກລະດົມ ໃຫ້ປະຊາຊົນເຮັດນໍາ ແລະ ເຮັດ ເພື່ອ ໃຫ້ຊຸມຊົນມີສ່ວນຮ່ວມ, ການກະທໍາ ດັ່ງກ່າວ ເພື່ອຢາກໃຫ້ແນວທາງ ຂອງພັກປະກົດຜົນເປັນຈິງ, ທັງເປັນ ປະໂຫຍດ ສໍາລັບການສຶກສາຮຽນ ຮູ້ ຫລື ສົ່ງບົດຮຽນໃຫ້ປະຊາຊົນ ເສີມຂະຫຍາຍຕໍ່ໆໄປ. ໂອກາດນີ້, ຜູ້ເຂົ້າຮ່ວມຍັງໄດ້ ຮັບຟັງການສະເໜີບົດຄົ້ນຄວ້າທີ່ສຳ ຄັນຄື: ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ຍຶດໝັ້ນແນວທາງມະຫາຊົນ, ຮັບຟັງການສະເໜີບົດ “ປະທານ ຄໍາໄຕ ສີພັນດອນ ໃນຄວາມຮູ້ສຶກ ຂອງລູກ, ບົດຄົ້ນຄວ້າແນວຄິດຊີ້ນໍາ ຂອງປະທານ ຄໍາໄຕ ສີພັນດອນ ກ່ຽວກັບວຽກງານຕ່າງໆຄື: ແນວ ຄິດຊີ້ນໍາກ່ຽວກັບວຽກງານແນວ ໂຮມ ແລະ ອົງການຈັດຕັ້ງມະຫາ ຊົນ, ແນວຄິດຊີ້ນໍາກ່ຽວກັບວຽກ ງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ແນວຄິດຊີ້ນໍາ ກ່ຽວກັບ ການພັດທະນາເສດຖະກິດ-ການ ເງິນ, ແນວຄິດຊີ້ນໍາກ່ຽວກັບການກໍ່ ສ້າງຮາກຖານການເມືອງຢູ່ແຂວງ ຈໍາປາສັກ, ແນວຄິດຊີ້ນໍາກ່ຽວກັບ ການກໍ່ສ້າງພັກ-ພະນັກງານໃນໄລ ຍະໃໝ່, ແນວຄິດຊີ້ນໍາກ່ຽວກັບ ວຽກງານວັດທະນະທໍາ, ແນວຄິດຊີ້ ນໍາກ່ຽວກັບວຽກງານພົວພັນຕ່າງ ປະເທດ. ຂ່າວ-ພາບ: ສຸກສະຫວັນ ນໍາກະຊວງປ້ອງກັນປະເທດ, ການ ນໍາກະຊວງ-ອົງການ ແລະ ແຂວງ ວຽງຈັນ, ພ້ອມດ້ວຍນາຍແລະກອງ ພົນທີ 1, ພະນັກງານປະຕິວັດອາວຸ ໂສ-ບໍານານ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ຫລານນ້ອຍເຍົາ ວະຊົນ ແລະ ມວນຊົນເຂົ້າຮ່ວມ. ໃນພິທີ, ສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຫົວໜ້າການ ທະຫານກອງພົນທີ 1 ໄດ້ຍົກ ໃຫ້ເຫັນປະຫວັດການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວລວມທັງ ຜົນງານ, ທາດແທ້ ແລະ ມູນເຊື້ອອັນ ດີງາມ ຂອງກອງທັບປະຊາຊົນລາວ ທັງໃນໄລຍະຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່. ພ້ອມນັ້ນ, ກໍໄດ້ສະເໜີ ໃຫ້ຮູ້ກ່ຽວກັບການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງ ພົນທະຫານຮາບທີ 1, ລວມທັງ ສະ ພາບລວມ,ໜ້າທີ່,ຄວາມຮັບຜິດຊາບ ແລະ ຜົນງານອັນພົ້ນເດັ່ນຂອງກອງ ພົນທະຫານຮາບທີ 1 ນັບແຕ່ມື້ສ້າງ ຕັ້ງກອງພົນດັ່ງກ່າວ ໃນວັນທີ12 ກຸມພາ 1985 ເປັນຕົ້ນມາ. ໂອກາດດັ່ງກ່າວ, ສະຫາຍຮອງ ນາຍົກລັດຖະມົນຕີ ກໍໄດ້ມີຄຳເຫັນ ໂອ້ລົມຕໍ່ນາຍແລະ ພົນທະຫານ ໂດຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານແລະມູນເຊື້ອປະຕິວັດຂອງ ກອງທັບປະຊາຊົນລາວ ຕະຫລອດ ໄລຍະ 75 ປີທີ່ຜ່ານມາ; ຍົກໃຫ້ເຫັນ ບັນດາຜົນງານ ແລະ ໄຊຊະນະອັນ ເປັນປະຫວັດສາດຂອງກອງທັບ ປະຊາຊົນລາວ, ລວມທັງສາເຫດທີ່ ພາໃຫ້ກອງທັບສາມາດຕີເອົາຊະນະ ສັດຕູທຸກໂຕ ແລະ ບົດຮຽນທີ່ຖອດ ຖອນໄດ້ໃນແຕ່ລະໄລຍະ. ພ້ອມນີ້, ສະຫາຍໄດ້ເນັ້ນໃຫ້ຄະນະພັກ-ຄະ ນະບັນຊາ, ພະນັກງານ-ນັກຮົບທົ່ວ ກອງພົນທີ 1 ຈົ່ງເຊີດຊູສະຕິລະວັງ ຕົວ, ມີສະຕິໃນການປົກປັກຮັກສາ ແນວທາງນະໂຍບາຍຂອງພັກ-ລັດ, ປົກປັກຮັກສາໝາກຜົນຂອງການ ປະຕິວັດ, ປົກປັກຮັກສາລະບອບໃໝ່ ປະຊາທິປະໄຕປະຊາຊົນໄວ້ໃຫ້ໝັ້ນ ຄົງ; ເພີ່ມທະວີວຽກງານກໍ່ສ້າງຮາກ ຖານການເມືອງ ຕິດພັນກັບການພັດ ທະນາຊົນນະບົດຮອບດ້ານຕາມທິດ 3 ສ້າງ ເຊິ່ງກົມກອງຕັ້ງທັບຢູ່ບ່ອນ ໃດຕ້ອງເຮັດວຽກງານກໍ່ສ້າງຮາກ ຖານຢູ່ບ່ອນນັ້ນໃຫ້ດີ; ຕ້ອງປັບປຸງ ແບບແຜນວິທີເຮັດວຽກຢ່າງມີວິ ທະຍາສາດ, ແທດຕົວຈິງ, ໂປ່ງໃສ, ມີການແບ່ງງານ ແລະ ມອບຄວາມ ຮັບຜິດຊອບຢ່າງຈະແຈ້ງ; ສືບຕໍ່ປົກ ປັກຮັກສາ ແລະ ເສີມຂະຫຍາຍມູນ ເຊື້ອອັນດີງາມຂອງຕົນ, ຕັ້ງໜ້າປັບ ປຸງກຳລັງໃນທຸກດ້ານໃຫ້ໜັກແໜ້ນ ເຂັ້ມແຂງ; ຕ້ອງມີແຜນການ ແລະ ປະຕິບັດລະບອບຫັດແອບ ເພື່ອຍົກ ສູງຄວາມສາມາດທາງດ້ານສິລະ ປະຍຸດ-ຍຸດທະວິທີ ແລະ ລະດັບວິຊາ ສະເພາະໃຫ້ສູງຂຶ້ນ ທັງຍົກສູງສະ ຕິການຈັດຕັ້ງລະບຽບວິໄນໃຫ້ເຂັ້ມ ງວດ; ສຸມທຸກຄວາມສາມາດໃນ ການສ້າງພະລາທິການກັບທີ່ຕາມ ທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ ຢ່າງຮອບດ້ານ; ປະຕິບັດແນວທາງ ການຕ່າງປະເທດ ສັນຕິພາບ, ເອກະ ລາດ, ມິດຕະພາບ ແລະ ຮ່ວມມືກັບ ປະເທດຕ່າງໆ ໂດຍເພີ່ມທະວີການ ຮ່ວມມືຮອບດ້ານກັບກອງທັບ ເພື່ອນ ມິດຍຸດທະສາດ ແລະ ການຮ່ວມມື ກັບບັນດາປະເທດສັງຄົມນິຍົມອ້າຍ ນ້ອງ, ຍາດແຍ່ງການຊ່ວຍເຫລືອ ຈາກສາກົນ ເພື່ອປັບປຸງກໍ່ສ້າງກອງ ທັບພວກເຮົາ ໃຫ້ກ້າວໜ້າສູ່ຄຸນນະ ພາບໃໝ່. ຈາກນັ້ນ, ສະຫາຍຮອງນາຍົກ ລັດຖະມົນຕີ ພ້ອມຄະນະ ກໍໄດ້ສືບ ຕໍ່ ເຄື່ອນໄຫວຢ້ຽມຢາມນາຍ ແລະ ພົນທະຫານ ງໍ 631; ມອບເຄື່ອງ ອຸປະໂພກ-ບໍລິໂພກ, ອຸປະກອນເຄື່ອງກິລາ ແລະ ງົບປະມານ ຈໍາ ນວນໜຶ່ງໃຫ້ແກ່ກອງພົນທະຫານ ຮາບທີ 1 ເພື່ອນໍາໃຊ້ເຂົ້າໃນການພັດ ທະນາກົມກອງ ໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງຂຶ້ນເລື້ອຍໆ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ປ່ຽນທັດສະນະກ່ຽວກັບການສ້າງ ຮ່າງແຜນຍຸດທະສາດທ່ອງທ່ຽວ ອາຊຽນ ຫລັງປີ 2025, ລວມເຖິງ ການຮ່ວມມືກັບບັນດາປະເທດຄູ່ ຮ່ວມເຈລະຈາ, ອົງການທ່ອງທ່ຽວ ໂລກ ແລະ ຄູ່ຮ່ວມພັດທະນາຕ່າງໆ. ທ່ານ ນາງ ສວນສະຫວັນ ວິຍະ ເກດຍັງໃຫ້ຮູ້ອີກວ່າ:ການທ່ອງທ່ຽວ ເປັນພາຫະນະຫລັກທີ່ສຳຄັນໃນ ການຂັບເຄື່ອນການຂະຫຍາຍຕົວ ຂອງເສດຖະກິດ, ການພັດທະນາ ແບບຍືນຍົງ ແລະ ຊຸກຍູ້ການພົວພັນ ຮ່ວມມືທີ່ແໜ້ນແຟ້ນກໍເພື່ອເຊື່ອມ ໂຍງເສດຖະກິດໃຫ້ມີຄວາມກົມ ກຽວ, ນໍາໃຊ້ນະວັດຕະກໍາໃຫ້ມີ ຄວາມຫລາກຫລາຍ, ການຊຸກຍູ້ສົ່ງ ເສີມການເຊື່ອມຈອດ ແລະ ການໄປ ມາຫາສູ່ຂອງປະຊາຊົນ ເຊິ່ງບໍ່ໄດ້ມີ ການຮ່ວມມືສະເພາະແຕ່ບັນດາປະ ເທດສະມາຊິກອາຊຽນເທົ່ານັ້ນ, ແຕ່ກໍຍັງມີການຮ່ວມມືກັບຫລາຍ ປະເທດໃນພາກພື້ນຕື່ມອີກ. ທັງນີ້, ກໍເພື່ອເປັນການປະກອບສ່ວນເຂົ້າ ໃນການຈັດຕັ້ງປະຕິບັດແຜນຍຸດທະ ສາດທ່ອງທ່ຽວອາຊຽນ2016- 2025, ແຜນແມ່ບົດເສດຖະກິດ ອາຊຽນ 2025 ແລະ ວິໄສທັດປະ ຊາຄົມອາຊຽນ 2025 ໃຫ້ປາກົດ ຜົນເປັນຈິງຕາມເປົ້າໝາຍລວມ ຂອງອາຊຽນ. ໃນວັນດຽວກັນ, ຍັງໄດ້ມີກອງ ປະຊຸມລັດຖະມົນຕີທ່ອງທ່ຽວອາ ຊຽນ+ອິນເດຍ ຄັ້ງທີ 11 ແລະ ໃນ ວັນທີ 26 ມັງກອນ 2024 ກໍຈະມີ ກອງກອງປະຊຸມລັດຖະມົນຕີທ່ອງ ທ່ຽວອາຊຽນ ບວກສາມ ຄັ້ງທີ 23 ແລະ ກອງປະຊຸມລັດຖະມົນຕີທ່ອງ ທ່ຽວອາຊຽນ+ ຣັດເຊຍ ຄັ້ງທີ 3. ຂ່າວ: ທະນູທອງ, ພາບ: ເກດສະໜາ ສໍາມະນາ, ຝຶກອົບຮົມ ແລະ ແລກ ປ່ຽນບົດຮຽນພາຍໃຕ້ຫົວຂໍ້ຕ່າງໆ ເຊັ່ນ: ນະໂຍບາຍດ້ານການທ່ອງ ທ່ຽວ; ການພັດທະນາການທ່ອງ ທ່ຽວໃນເຂດຊົນນະບົດ; ການທ່ອງ ທ່ຽວແບບອະນຸລັກ ແລະ ການທ່ອງ ທ່ຽວໃນເຂດຊົນນະບົດ; ການທ່ອງ ທ່ຽວ ແລະ ເສດຖະກິດຂອງໂລກ ແນໃສ່ການປະກອບສ່ວນເຂົ້າໃນ ການພັດທະນາວຽກງານການ ທ່ອງທ່ຽວແບບຍືນຍົງຂອງອົງການ ສະຫະປະຊາຊາດ ທີ່ມີເປົ້າໝາຍ ຄື: ສົ່ງເສີມການຂະຫຍາຍຕົວທາງ ດ້ານເສດຖະກິດ ທີ່ຕໍ່ເນື່ອງທົ່ວເຖິງ ແລະ ຍືນຍົງ, ການມີວຽກເຮັດງານ ທຳທີ່ມີປະສິດທິຜົນ ແລະ ເຕັມສ່ວນ ແລະ ວຽກງານ ທີ່ມີກຽດສຳລັບໝົດ ທຸກຄົນ, ຮັບປະກັນຮູບແບບການ ອຸປະໂພກ-ບໍລິໂພກແລະການຜະລິດ ໃຫ້ມີຄວາມຍືນຍົງ, ອະນຸລັກ ແລະ ຊົມໃຊ້ມະຫາສະໝຸດ, ທະເລ ແລະ ຊັບພະຍາກອນທາງທະເລຢ່າງຍືນ ຍົງ ເພື່ອການພັດທະນາ ແບບຍືນຍົງ. ພ້ອມນີ້, ກອງເລຂາອາຊຽນສະ ເໜີໃຫ້ ສປປ ລາວ ໃນນາມເປັນ ປະທານກອງປະຊຸມລັດຖະມົນຕີ ທ່ອງທ່ຽວອາຊຽນ ໃນຄັ້ງນີ້, ເພື່ອ ຂົນຂວາຍການຮ່ວມມືຈາກອົງການ ທ່ອງທ່ຽວໂລກຄື: ຂໍຝຶກອົບຮົມການ ເກັບກຳຂໍ້ມູນສະຖິຕິນັກທ່ອງທ່ຽວ ພາຍໃນ ໃຫ້ແກ່ບັນດາປະເທດສະ ມາຊິກ UNWTO ສໍາລັບປະເທດ CLMVຫລືASEAN, ຝຶກອົບຮົມ ກ່ຽວກັບການພັດທະນາການທ່ອງ ທ່ຽວ ແລະ ການຫັນເປັນທັນສະ ໄໝ ເພື່ອການທ່ອງທ່ຽວທີ່ຍືນຍົງ ໃນໄລຍະ ສປປ ລາວ ເປັນປະທານ ອາຊຽນ ແລະ ເປີດປີທ່ອງທ່ຽວລາວ 2024. ສໍາລັບສະຖິຕິນັກທ່ອງທ່ຽວ ສາກົນ ເຂົ້າມາທ່ອງທ່ຽວ ສປປ ລາວ ໃນ 11 ເດືອນ ປີ 2023 ມີ 3.088.323 ເທື່ອຄົນ. ໃນນັ້ນ, ພາກພື້ນອາຊຽນມີ 2.036.805 ເທື່ອຄົນ, ພາກພື້ນອາຊີປາຊີຟິກ 784.80 ເທື່ອຄົນ, ພາກພື້ນເອີຣົບ 179.137 ເທື່ອຄົນ, ພາກພື້ນອາ ເມລິກາ 76.780 ເທື່ອຄົນ, ພາກພື້ນ ອາຟຣິກາ ແລະ ຕາເວັນອອກກາງມີ 10.797 ເທື່ອຄົນ. ພາບ: ອ່າຍຄຳ ຮອງລັດຖະມົນຕີ, ພະນັກງານຫລັກ ແຫລ່ງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ ສຸດທີ່ມີຄວາມໝາ ຍສໍາຄັນພວກເຮົາຈະໄດ້ພ້ອມກັນລົງ ເລິກ ສະຫລຸບຕີລາຄ າຢ່າງເລິກເຊິ່ງ ການຈັດຕັ້ງປະຕິບັດວຽກແຮງງານ ແລະ ສະຫວັດດີການສັງຄົມ ໃນປີ 2023ຜ່ານມາ ເພື່ອຊອກໃຫ້ເຫັນຈຸດ ດີແລະ ຜົນງານດ້ານຕັ້ງໜ້າ, ບັນຫາ ແລະ ສິ່ງທ້າທາຍ, ລວມທັງຈຸດ ອ່ອນ-ຂໍ້ຄົງຄ້າງ ແລະ ສາເຫດດ້ານ ຕ່າງໆ. ພ້ອມກັນປຶກສາຫາລື ແລະ ເອກະພາບສູງທິດທາງແຜນການ ປະຈໍາປີ 2024 ຊຶ່ງກ້າວເຂົ້າສູ່ໄລ ຍະສຸດທ້າຍຂອງແຜນ 5 ປີຄັ້ງທີ 5 ຂອງຂະແໜງ ຮສສ ເພື່ອເປັນພື້ນ ຖານໃຫ້ແກ່ຜົນສຳເລັດ ໃນປີ 2025 ແລະ ກະກຽມສ້າງແຜນພັດທະ ນາແຮງງານ ແລະ ສະຫວັດດີການ ສັງຄົມ 5 ປີ ຄັ້ງທີ 6 ຢ່າງໜັກແໜ້ນ ແລະ ສອດຄ່ອງກັບເງື່ອນໄຂຄວາມ ເປັນຈິງຂອງການພັດທະນາເສດຖະ ກິດ-ສັງຄົມ, ແລະ ແຜນພັດທະນາ ເສດຖະກິດ-ສັງຄົມຂອງທ້ອງຖິ່ນ. ນອກນີ້ ກອງປະຊຸມຈະໄດ້ລົງເລິກ ຄົ້ນຄວ້າປຶກສາຫາລືດ້ານວິຊາການ ຈໍານວນໜຶ່ງ ເປັນຕົ້ນ ດ້ານການພັດ ທະນາສີມືແຮງງານເພື່ອສະໜອງ ຕາມຄວາມຕ້ອງການຂອງຕະ ຫລາດແຮງງານ, ການປັບປຸງ ແລະ ພັດທະນາບະບົບປະກັນສັງຄົມເພື່ອ ຂະຫຍາຍອັດຕາການປົກຄຸມໃນລະ ບົບປະກັນສັງຄົມຂອງພົນລະເມືອງ, ຖານຂໍ້ມູນຜູ້ມີຜົນງານຄຸນງາມ ຄວາມດີຕໍ່ພາລະກິດການປະຕິວັດ ຊາດປະຊາທິປະໄຕ, ການສ້າງ ຄວາມເຂັ້ມແຂງໃຫ້ແກ່ກອງທຶນຄຸ້ມ ຄອງໄພພິບັດ, ການຍົກສູງຄຸນນະ ພາບການປະຕິບັດງານສຳຫລວດ ແລະ ກວດກູ້ລະເບີດບໍ່ທັນແຕກທີ່ຕົກ ຄ້າງ. ບັນຫາສຳຄັນອີກທີ່ພວກເຮົາ ຈະໄດ້ປຶກສາຫາລືກ່ຽວກັບການ ຫັນເປັນທັນສະໄໝ ໃນການຄຸ້ມຄອງ ບໍລິຫານ ຂອງຂະແໜງ ຮສສ, ລົງ ເລິກການຫັນເປັນທັນສະໄໝໃນລະ ບົບຂໍ້ມູນຂ່າວສານແຮງງານ, ການ ຈັດຫາງານແລະການຄຸ້ມຄອງແຮງ ງານ. ທ່ານ ນາງ ໃບຄຳ ຂັດທິຍະ ຍັງ ໄດ້ກ່າວຕື່ມອີກວ່າ: ກອງປະຊຸມໃນ ຄັ້ງນີ້ ຍັງຕ້ອງໄດ້ພ້ອມກັນປຶກສາ ຫາລື ແລະ ເອກະພາບໂດຍພື້ນຖານ ຂອບແນວຄວາມຄິດການສ້າງແຜນ ພັດທະນາ ຮສສ 5 ປີຄັ້ງທີ 6 ເພື່ອ ເປັນບ່ອນອີງພື້ນຖານ ໃຫ້ແກ່ການ ກະກຽມວາງແຜນພັດທະນາ ຮສສ ໃນແຕ່ລະຂັ້ນໃຫ້ມີຄວາມກົມກຽວ ກັນກັບແຜນລວມຂອງຂະແໜງ ການທັງເປັນການເຊື່ອມສານແຜນ ພັດທະນາ ຮສສ ເຂົ້າໃນແຜນພັດທະ ນາເສດຖະກິດ-ສັງຄົມຂອງແຂວງ, ນະຄອນຫລວງວຽງຈັນ, ບັນດາ ເມືອງ, ນະຄອນຢ່າງປະດິດສ້າງແຕ່ ຫົວທີ. ຂ່າວ ສົມຫວັງ ,ພາບ ຂ່າວສານ ຮສສ

RkJQdWJsaXNoZXIy MTc3MTYxMQ==