5798

le,tok;y mtpklkf]tfa [-kf ]tob d;a ogdu f xtmko 7ew8 lu ra ofvo 7q [Iv[ 100 xu Iv'okpq d]a f4t,q o8u g0Q kIj ;,lts]v' ;a olh k'8A 'dv'ma [mu j dv'rq omtskoIk[mu 1 7totz6h cmo lo- g0Q krq [xt 1h P,1k,xtmkoltrkxt-k-q o9u o gxu fdv'xt-5 ,]a f4t,q o8u mj v'mj P; vk-Po 7A 'mu 27 1j k'gxa omk'dko dkoIj ;,,n fh kodkomj v'mj P; ]k;{vq 'dkomj v'mj P;3]d ]k;{,kg]g-p xb dlksk]n dkoIj ;,,n fh kodkomj v'mj P; puj x5j o -j ;ppq d]tfa [ dkooelqj 'g]n vf.o 6 c0;'rkdg|n v oa d;y -kdko{-j P;-kodkomj v'mj P; c]dxj Po[q fIPodkomj v'mj P;vk-Po CNN -j ;p37ltok'ko ATF 2024 mu j lxx ]k; gxa og9Q krk[ dt-;' Ill fegou odv'xt-5 , fh ko;y -kdkomqj ;xtgmfxt9exu 2023 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 26.01.2024 ປີທີ 23 ສະບັບທີ 5.859 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ຂປລ. ຄະນະຜູ້ແທນສູນກາງ ແນວລາວສ້າງຊາດ (ສນຊ) ນໍາ ໂດຍທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງ ພັກ, ປະທານສູນກາງແນວລາວ ສ້າງຊາດ ພ້ອມຄະນະເຂົ້າພົບປະ ຢ້ຽມຢາມ ທ່ານ ຈ່າວເລິຈີ ຄະນະ ປະຈໍາກົມການເມືອງສູນກາງພັກ ກອມມູນິດຈີນ, ປະທານສະພາປະ ຊາຊົນຈີນ ໃນວັນທີ 23 ມັງກອນ 2024 ທີ່ນະຄອນຫລວງປັກກິ່ງ ໃນໂອກາດເຄື່ອນໄຫວວຽກງານຢູ່ ສປ ຈີນ. ໂອກາດນີ້, ທ່ານປະທານສະພາ ປະຊາຊົນຈີນ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ກັບການຢ້ຽມຢາມ ແລະ ເຮັດວຽກ ຂອງທ່ານປະທານສນຊພ້ອມດ້ວຍ ຂປລ. ວັນທີ 23 ມັງກອນ 2024 ຜ່ານມາ, ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດ ຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດ ການປົກຄອງ ແລະ ວັດທະນະທຳສັງຄົມ ໄດ້ເຂົ້າຮ່ວມພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ75 ປີ(20/1/1949-20/1/2024) ຢູ່ກອງພົນທະຫານຮາບທີ1, ມີການ ຂປລ. ໃນວັນທີ 24 ມັງກອນ 2024, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວພົບປະກັບທ່ານ ແຮລີ ຫວັງ ຫົວໜ້າປະຈຳພາກພື້ນອາຊີ ປາຊີຟິກ, ອົງການທ່ອງທ່ຽວໂລກ ກ່ຽວກັບການຮ່ວມມືດ້ານການທ່ອງ ທ່ຽວລາວ ແລະ ອົງການທ່ອງທ່ຽວ ໂລກໃນໂອກາດເຂົ້າຮ່ວມກອງປະ ຊຸມ ລັດຖະມົນຕີທ່ອງທ່ຽວອາຊຽນ 2024 ທີ່ນະຄອນຫລວງວຽງຈັນ ລະຫວ່າງ ວັນທີ 22-27 ມັງກອນ 2024 ນີ້. ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ສປປ ລາວ ຂປລ. ສໍາມະນາວິທະຍາສາດ ລະດັບຊາດ ຄັ້ງທີ 3 ໃນໂອກາດລະ ນຶກວັນເກີດຂອງປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8/2/ 924-8/2/2024) ຈັດ ຂຶ້ນ ໃນວັນທີ 24 ມັງກອນ2024 ທີ່ນະຄອນຫລວງວຽງຈັນ ໂດຍ ການເປັນປະທານຂອງສະຫາຍ ສະຫາຍ ບຸນທອງ ຈິດມະນີ ບຸນທອງ ຈິດມະນີ ກຳມະການກົມ ການເມືອງສູນກາງພັກ, ຜູ້ປະຈໍາ ການຄະນະເລຂາທິການສູນກາງ ພັກ,ຮອງປະທານປະເທດແຫ່ງສປປ ລາວ, ມີສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກຫົວ ໜ້າຄະນະໂຄສະນາອົບຮົມສູນກາງ ພັກ, ປະທານສະພາທິດສະດີສູນ ກາງພັກ, ມີປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ, ບັນດາ ການນໍາຈາກກະຊວງ/ອົງການກ່ຽວ ຂ້ອງພ້ອມດ້ວຍອະດີດການນໍາພັກລັດ, ຜູ້ຕາງໜ້າຈາກບັນດາແຂວງ ທີ່ຖືກເຊີນ, ຄູ-ອາຈານ ແລະ ນັກສຶກ ສາມາຈາກຄະນະວິທະຍາສາດສັງ ຄົມ ມຊ ເຂົ້າຮ່ວມ. ຄະນະ ຢູ່ ສປ ຈີນ ໃນ ຄັ້ງນີ້ ແລະ ເປັນການເພີ່ມທະວີຮັດແໜ້ນສາຍ ພົວພັນຮ່ວມມືລະຫວ່າງສອງປະ ເທດ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ ແໜ້ນແຟ້ນຂຶ້ນເລື້ອຍໆ ເປັນຕົ້ນ ແມ່ນຢູ່ໃນທ່າມກາງທີ່ສອງປະເທດ ລາວ-ຈີນ ຊຸກຍູ້ສົ່ງເສີມໂຄງການ ໜຶ່ງເລວ ໜຶ່ງເສັ້ນທາງ ໃຫ້ໄດ້ຮັບ ຜົນປະໂຫຍດສູງສຸດ. ພ້ອມນີ້, ທ່ານ ປະທານ ສນຊ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານປະທານສະພາປະຊາຊົນຈີນ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້, ເພື່ອເປັນການພົບປະແລກປ່ຽນບົດ ຮຽນນໍາສະພາປະຊາຊົນຈີນ ເຊິ່ງ ສປປ ລາວ ຍຶດໝັ້ນຕາມການນໍາ ຂັ້ນສູງສອງພັກ,ສອງລັດລາວ-ຈີນ ຂປລ. ໃນວັນທີ 25 ມັງກອນ 2024 ທີ່ນະຄອນຫລວງວຽງຈັນ ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ (ຮສສ) ໄດ້ຈັດກອງ ປະຊຸມດ້ານວິຊາການ ເພື່ອສະຫລຸບ ໄດ້ເປັນເຈົ້າການຮ່ວມກັບອົງການ ທ່ອງທ່ຽວໂລກ ຈັດສໍາມະນາສຳ ລັບບັນດາປະເທດອະນຸພາກພື້ນລຸ່ມ ແມ່ນໍ້າຂອງ ຢູ່ແຂວງຈຳປາສັກ ໃນ ລະຫວ່າງວັນທີ 19-21 ກຸມພາ 2019 ພາຍໃຕ້ຫົວຂໍ້: “ການພັດທະ ນາການທ່ອງທ່ຽວແບບຍືນຍົງ ແລະ ການປົກປັກຮັກສາຊິວະນາໆ ພັນ” ຊຶ່ງມີຜູ້ເຂົ້ຮ່ວມຈາກປະເທດ ກໍາປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ຈີນ. ໃນປີ 2020 ອົງການທ່ອງທ່ຽວໂລກ ກໍໄດ້ສືບ ຕໍ່ໃຫ້ການສະໜັບສະໜູນບັນດາ ປະເທດສະມາຊິກພາກພື້ນອາຊຽນ ແລະ ສາກົນ ຈັດຕັ້ງກອງປະຊຸມ, ຕີລາຄາການປະຕິບັດວຽກງານປະ ຈໍາປີ 2023 ໂດຍການເປັນປະທານ ຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດ ຖະມົນຕີ ກະຊວງ ຮສສ, ມີບັນດາ ຂປລ. ເມື່ອບໍ່ດົນມານີ້, ລັດຖະ ບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ມູນຄ່າປະມານ188.000ໂດລາສະ ຫະລັດ ໃນການສະໜັບສະໜູນໂຄງ ການສະໜອງອຸປະກອນເກັບຮັກສາ ແລະ ຂົນສົ່ງເລືອດໃຫ້ແກ່ສະຖາບັນ ເລືອດແຫ່ງຊາດ ອົງການກາແດງ ລາວ ເພື່ອຍົກລະດັບການນຳສົ່ງ ເລືອດ ໃນ 6 ແຂວງພາກເໜືອ ພາຍ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 26/01/2024 xtgmf]k; ການຮ່ວມມືດ້ານການ... ສຳມະນາວິທະຍາສາດ... ເປີດກອງປະຊຸມ... ຮອງນາຍົກລັດຖະມົນຕີ... ກະຊວງ ຮສສ ດຳເນີນ... ນັກວິຊາການ... ຂປລ. ກອງປະຊຸມລັດຖະມົນຕີ ທ່ອງທ່ຽວອາຊຽນ ຄັ້ງທີ 27 ໄຂ ຂຶ້ນຢ່າງເປັນທາງການ ໃນວັນທີ 25 ມັງກອນ 2024 ໂດຍການ ເປັນປະທານຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນ ຕີກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ດາໂຕະ ຊິຣີ ທິອອງ ຄິງຊິງ ລັດ ຖະມົນຕີທ່ອງທ່ຽວ ສິລະປະ ແລະ ວັດທະນະທຳ ມາເລເຊຍ, ມີບັນດາ ລັດຖະມົນຕີທ່ອງທ່ຽວອາຊຽນ, ລັດ ຖະມົນຕີທ່ອງທ່ຽວ ຈາກຕີມໍແລັດ ສະເຕ ໃນຖານະປະເທດ ຜູ້ສັງເກດ ການ, ມີເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍບັນດາຫົວໜ້າຄະນະຜູ້ ແທນອາຊຽນ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ນາງ ສວນສະຫວັນວິຍະເກດ ໄດ້ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ໄດ້ພ້ອມກັນ ປຶກສາຫາລື ແລະ ຮັບຟັງການລາຍ ງານຜົນຂອງກອງປະຊຸມເຈົ້າໜ້າ ທີ່ອາວຸໂສທ່ອງທ່ຽວອາຊຽນ ໂດຍ ສະເພາະແມ່ນຜົນຂອງການຈັດຕັ້ງ ແຜນຍຸດທະສາດການທ່ອງທ່ຽວອາ ຊຽນ 2016-2025 ລວມທັງການ ລາຍງານຈາກບັນດາອົງການຈັດ ຕັ້ງສາກົນ, ບັນດາອົງການທີ່ກ່ຽວ ຂ້ອງກັບອາຊຽນ ແລະ ພາກສ່ວນ ພາຍນອກອື່ນໆ ໃນການຈັດຕັ້ງກິດ ຈະກຳທີ່ສະໜັບສະໜູນໃຫ້ແກ່ການ ທ່ອງທ່ຽວອາຊຽນ ໃນໄລຍະຜ່ານ ມາ ແລະ ແຜນໃນຕໍ່ໜ້າ. ພ້ອມນີ້, ບັນດາທ່ານລັດຖະມົນ ຕີຈະໄດ້ປຶກສາຫາລືຕີລາຄາການ ຈັດຕັ້ງປະຕິບັດບັນດາກິດຈະກໍາບູ ລິມະສິດ ພາຍໃຕ້ແຜນຍຸດທະສາດ ການທ່ອງທ່ຽວອາຊຽນ ສໍາລັບປີ 2016-2025, ບັນດາກິດຈະກໍາບູ ລິມະສິດ ສໍາລັບປີ 2023-2024 ທີ່ໄດ້ຈັດຕັ້ງປະຕິບັດ ໂດຍ 4 ຄະນະ ກໍາມະການທ່ອງທ່ຽວອາຊຽນ. ພ້ອມນີ້, ຍັງຈະໄດ້ປຶກສາຫາລືແລກ ຂປລ. ສຳມະນາການທ່ອງທ່ຽວ ອາຊຽນ ຈັດຂຶ້ນວັນທີ 25-26 ມັງ ກອນ 2024 ທີ່ສູນການຄ້າ ລາວໄອເຕັກ, ນະຄອນຫລວງວຽງຈັນ ເພື່ອເປີດໂອກາດໃຫ້ບັນດານັກວິ ຊາການ, ຊ່ຽວຊານດ້ານການທ່ອງ ທ່ຽວຈາກທົ່ວໂລກມີໂອກາດພົບປະ ແລກປ່ຽນຜົນສຳເລັດ ແລະ ແນວ ຄວາມຄິດໃໝ່ໆໃນການຮ່ວມມື ແລະ ພັດທະນາການທ່ອງທ່ຽວໃນ ພາກພື້ນ ແລະ ສາກົນ. ທ່ານ ໂພສີ ແກ້ວມະນີວົງ ຮອງ ລັດຖະມົນຕີກະຊວງຖະແຫລງ ຂ່າວ,ວັດທະນະທຳແລະທ່ອງທ່ຽວ ໄດ້ກ່າວວ່າ: ການສຳມະນາຄັ້ງນີ້, ມີຫລາກຫລາຍຫົວຂໍ້ທີ່ສຳຄັນ ແລະ ໜ້າສົນໃຈ ເຊິ່ງຜູ້ເຂົ້າຮ່ວມຈະໄດ້ ພ້ອມກັນສົນທະນາ ແລະ ປຶກສາ ຫາລື, ແລກປ່ຽນບົດຮຽນໃນຫົວຂໍ້ ຕ່າງໆ ເປັນຕົ້ນ ບັນຫາຄວາມຍືນ ຍົງຂອງການພັດທະນາການທ່ອງ ທ່ຽວ, ການນໍາໃຊ້ສັງຄົມອອນລາຍ ເພື່ອໂຄສະນາການທ່ອງທ່ຽວ, ການ ນໍາໃຊ້ທ່າແຮງຂອງການທ່ອງທ່ຽວ ແບບຜະຈົນໄພ ເພື່ອສົ່ງເສີມການ ທ່ອງທ່ຽວແບບຍືນຍົງ. ນອກນັ້ນ, ຍັງຈະໄດ້ແລກປ່ຽນບົດຮຽນກ່ຽວ ກັບການສ້າງປະສົບການທີ່ເປັນ ເອກະລັກຂອງບັນດາຈຸດໝາຍປາຍ ທາງການທ່ອງທ່ຽວ ໃນຂົງເຂດ ອາຊີຕາເວັນອອກສຽງໃຕ້ ຈາກຜູ້ ປະກອບການ ທີ່ປະສົບຜົນສຳເລັດ ດ້ານການທ່ອງທ່ຽວ ທັງພາຍໃນ ແລະ ພາກພື້ນ, ຈະໄດ້ພ້ອມກັນຮຽນ ຮູ້ກ່ຽວກັບຄວາມຕ້ອງການຂອງ ຕະຫລາດທ່ອງທ່ຽວຈີນ ເຊິ່ງຖືເປັນ ຕະຫລາດສຳຄັນຂອງພາກພື້ນອາ ຊີຕາເວັນອອກສຽງໃຕ້. ໃນວາລະການສຳມະນາ, ບັນ ດາພາກທຸລະກິດໃນຂະແໜງການ ທ່ອງທ່ຽວຂອງ ສປປ ລາວ ຈະໄດ້ ແລກປ່ຽນບົດຮຽນກັບບັນດາຜູ້ ແທນກ່ຽວກັບການດຳເນີນທຸລະ ກິດການທ່ອງທ່ຽວແບບປະຊາຊົນ ມີສ່ວນຮ່ວມ ແລະ ສົນທະນາກ່ຽວ ກັບວິທີການບອກເລົ່າເລື່ອງລາວ ກ່ຽວກັບຈຸດໝາຍປາຍທາງການ ທ່ອງທ່ຽວ ເຊັ່ນ: ການເຊື່ອມໂຍງສະ ຖານທີ່ທ່ອງທ່ຽວກັບປະຫວັດສາດ, ບອກເລົ່າເລື່ອງລາວ ແລະ ຄວາມ ເຊື່ອ ຊຶ່ງຈະເປັນການເພີ່ມມູນຄ່າ ໃຫ້ກັບຈຸດໝາຍປາຍທາງການ ທ່ອງທ່ຽວ ນັ້ນຜ່ານເລື່ອງລາວປະ ຫວັດຄວາມເປັນມາ. ໂອກາດນີ້, ທ່ານ ໂພສີ ແກ້ວມະ ນີວົງ ຍັງສະແດງຄວາມເຊື້ອໝັ້ນ ວ່າ: ຜົນຂອງການສົນທະນາແລກ ປ່ຽນຄຳຄິດຄຳເຫັນໃນແຕ່ລະຫົວຂໍ້ ຈະນໍາໄປສູ່ການຮ່ວມມືກັນໃນການ ກໍານົດທິດທາງ, ແຜນການ, ແຜນ ງານ ແລະ ຜັນຂະຫຍາຍເປັນກິດຈະ ກໍາ ຫລື ໂຄງການພັດທະນາຢ່າງລະ ອຽດ ເພື່ອສືບຕໍ່ພັດທະນາການທ່ອງ ທ່ຽວໃນຂົງເຂດອາຊຽນ ແລະ ໃນ ໂລກໃຫ້ມີການຂະຫຍາຍຕົວຂຶ້ນ ເລື້ອຍໆ. ພ້ອມທັງຖືໂອກາດນີ້, ເຊີນ ຊວນແຂກທີ່ເຂົ້າຮ່ວມງານຍາດເວ ລາທ່ຽວຊົມສະຖານທີ່ທ່ອງທ່ຽວ ທີ່ສຳຄັນພາຍໃນນະຄອນຫລວງ ວຽງຈັນ ແລະ ສະຖານທີ່ອື່ນໆໃນ ສປປ ລາວ, ຊີມອາຫານລາວ, ແລະ ຊື້ຂອງຝາກກັບຄືນເມືອບ້ານ, ທັງ ເປັນການເກັບກ່ຽວປະສົບການໂຄ ສະນາການທ່ອງທ່ຽວຂອງ ສປປ ລາວ ໃຫ້ກວ້າງຂວາງຂຶ້ນ. ຂ່າວ: ກິດຕາ,ພາບ: ຂັນໄຊ ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄຳເຫັນວ່າ: ການສໍາມະນາວິ ທະຍາສາດລະດັບຊາດ ກ່ຽວກັບຊີ ວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ຄຳໄຕ ສີພັນດອນ ຄັ້ງນີ້ແມ່ນມີຄວາມໝາຍຄວາມສໍາ ຄັນຫລາຍ ເພາະວ່າພວກເຮົາຈະໄດ້ ພ້ອມກັນຄົ້ນຄວ້າ, ສຶກສາ, ຮຽນຮູ້ ກ່ຽວກັບຄຸນງາມຄວາມດີ, ຄວາມ ເສຍສະລະ, ບົດຮຽນກໍຄືຜົນງານ ອັນໃຫຍ່ຫລວງຂອງປະທານ ຄຳໄຕ ສີພັນດອນ ທີ່ໄດ້ອຸທິດຕົນຕໍ່ພາລະ ກິດປະຕິວັດຕໍ່ສູ້ປົດປ່ອຍຊາດກໍຄື ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ເພື່ອເປັນ ຂໍ້ມູນ ແລະ ເອກະສານສຶກສາອົບຮົມ ໃຫ້ພະນັກງານ, ສະມາຊິກພັກ, ກຳ ລັງປະກອບອາວຸດ, ມະຫາຊົນ ແລະ ຄົນຮຸ່ນຕໍ່ໆໄປໄດ້ຮໍ່າຮຽນເອົາເປັນ ບົດຮຽນໃນການປະຕິບັດໜ້າທີ່ ວຽກງານກໍຄືການດຳລົງຊີວິດຂອງ ຕົນຕໍ່ໄປ. ປະທານ ຄໍາໄຕ ສີພັນດອນ ຈາກຊີວິດເດັກນ້ອຍຊົນນະບົດທີ່ໄດ້ ມີໂອກາດໄປຮຽນໜັງສືຢູ່ວຽງຈັນ ແລະ ໄດ້ເຂົ້າເຮັດການໄປສະນີຢູ່ ແຂວງຜົ້ງສາລີ, ຈາກຈິດໃຈຮັກຊາດ ມາຕັ້ງແຕ່ຍັງໜຸ່ມແລະການກ້າວເຂົ້າ ສູ່ເສັ້ນທາງແຫ່ງການຕໍ່ສູ້ ເພື່ອກອບ ກູ້ຄວາມເປັນເອກະລາດ ມາໃຫ້ປະ ເທດຊາດ ແລະ ອິດສະລະພາບມາ ໃຫ້ປະຊາຊົນ ທີ່ເຕັມໄປດ້ວຍຄວາມ ຫຍຸ້ງຍາກລໍາບາກ ຊຶ່ງບາງຄັ້ງກໍ ເກືອບເອົາຊີວິດບໍ່ລອດ, ແຕ່ດ້ວຍ ຄວາມເດັດດ່ຽວກ້າຫານ, ຄວາມມາ ນະພະຍາຍາມ, ອົດທົນສູ້ຊົນ ແລະ ຄວາມເປັນເຈົ້າການປະດິດສ້າງສູງ ເພິ່ນຈຶ່ງບັນລຸອຸດົມການອັນສູງສົ່ງ ຂອງຕົນ ໄດ້ຢ່າງໜ້າສັນລະເສີນ. ປະທານ ຄໍາໄຕ ສີພັນດອນ ແມ່ນ ຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນກໍ່ຕັ້ງຂະ ບວນການ ແລະ ບຸກເບີກເສັ້ນທາງ ການປະຕິວັດຢູ່ປະເທດເຮົາ ຊຶ່ງຍາມ ໃດເພິ່ນກໍມີຄວາມໜັກແໜ້ນທາງ ດ້ານການເມືອງ, ມີສະຕິຕໍ່ການຈັດ ຕັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າ ທີ່ ທີ່ໄດ້ຮັບມອບໝາຍ, ເລີ່ມຈາກພະ ນັກງານທໍາມະດາກາຍເປັນຜູ້ຊີ້ນໍາບັນຊາ ແລະ ນໍາພາຂະບວນການຕໍ່ ສູ້ປົດປ່ອຍຊາດ ຮ່ວມກັບປະທານ ໄກສອນ ພົມວິຫານ, ປະທານ ສຸພາ ນຸວົງແລະຜູ້ນໍາທ່ານອື່ນໆຂອງແນວ ລາວອິດສະຫລະ ກໍຄື ແນວລາວ ສ້າງຊາດ ນຳພາການຕໍ່ສູ້ຕ້ານຈັກ ກະພັດຜູ້ຮຸກຮານລະອິດລະອ້ຽວ- ຍືດຍື້ອຍາວນານກ້າວຂຶ້ນປົດປ່ອຍ ປະເທດຊາດ ແລະ ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975. ຫລັງ ຈາກນັ້ນ, ກໍໄດ້ປະກອບສ່ວນຄົ້ນ ຄວ້າ, ກໍານົດທິດທາງໜ້າທີ່ຍຸດທະ ສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຢ່າງ ຖືກຕ້ອງ ລວມທັງແນວທາງປ່ຽນ ແປງໃໝ່ຮອບດ້ານ ແລະ ມີຫລັກ ການຂອງພັກ ທັງໄດ້ສືບຕໍ່ນຳພາຊີ້ນຳ ການຈັດຕັ້ງປະຕິບັດແນວທາງ ດັ່ງກ່າວ ໄດ້ຮັບຜົນສຳເລັດອັນສຳ ຄັນຫລາຍດ້ານ. ປະທານ ຄຳໄຕ ສີພັນດອນ ແມ່ນນັກປະຕິວັດ ທີ່ມີຄວາມປີຊາ ສາມາດ, ອົງອາດກ້າແກ່ນ, ມີຄວາມ ສຸຂຸມຮອບຄອບ ແລະ ໜັກແໜ້ນ ໃນ ທຸກສະຖານະການ; ເພິ່ນທັງແມ່ນ ນັກຍຸດທະສາດ, ນັກຍຸດໂທບາຍທີ່ ມອງກວ້າງເຫັນໄກ, ມີໄຫວພິບ ຄ່ອງແຄ້ວ, ນິ້ມນວນ ແລະ ມີຄວາມ ປະດິດສ້າງສູງໃນການໝູນໃຊ້ ແນວ ທາງການເມືອງ ແລະ ແນວ ທາງ ການທະຫານຂອງພັກເຮົາເຂົ້າ ກັບເງື່ອນໄຂແລະຈຸດພິເສດຂອງແຕ່ ລະຂົງເຂດ, ແຕ່ລະທ້ອງຖິ່ນໃນແຕ່ ລະໄລຍະຂອງການປະຕິວັດຢູ່ປະ ເທດເຮົາ. ປະທານຄຳໄຕສີພັນດອນ ແມ່ນຜູ້ນຳທີ່ມີແບບແຜນຊີ້ນຳ-ບັນ ຊາແທດເຖິງກັບຕົວຈິງ, ທັງກຳ ແໜ້ນທິດສະດີ, ແນວທາງ, ທັງກຳ ແໜ້ນບົດຮຽນ, ພຶດຕິກຳ ແລະ ສະ ພາບຄວາມເປັນຈິງຂອງປະເທດ, ບໍ່ຄຳພີຕາຍຕົວ ແລະ ບໍ່ຢຸດຈຶ້ງຢູ່ກັບ ຜົນງານອັນເກົ່າ, ເວລາໃດເພິ່ນກໍມີ ອາລົມຈິດມຸ່ງໝັ້ນ, ສະແຫວງຫາ ຄວາມກ້າວໜ້າ ແລະ ຜົນສຳເລັດ ອັນໃໝ່; ຍາມໃດກໍຢຶດໝັ້ນໃນອຸດົມ ການອັນສູງສົ່ງຂອງພັກ ແລະ ທັງ ຢາກໃຫ້ປະເທດຊາດມັ່ງຄັ່ງເຂັ້ມ ແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມ ສາມັກຄີປອງດອງມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ປີ 2006 ໃນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກ, ປະທານ ຄໍາໄຕ ສີພັນດອນ ໄດ້ອອກພັກຜ່ອນຮັບ ອຸດໜູນບໍານານ. ແຕ່ເວລາໃດເພິ່ນ ກໍມີຄວາມເປັນຫ່ວງເປັນໄຍ ແລະ ເອົາໃຈໃສ່ຕິດຕາມຢ່າງຈົດຈໍ່ຕໍ່ສະ ພາບການຂອງປະເທດຊາດ, ບ້ານ ເມືອງ ກໍຄື ການຈັດຕັ້ງປະຕິບັດໜ້າ ທີ່ວຽກງານຂອງພັກ, ຂອງລັດ ແລະ ການຈັດຕັ້ງຕ່າງໆທັງຢູ່ສູນກາງ ແລະທ້ອງຖິ່ນຢ່າງບໍ່ລົດລະ, ເພິ່ນໄດ້ ພະຍາຍາມສືບຕໍ່ເຄື່ອນໄຫວຢ່າງ ບໍ່ຮູ້ອິດຮູ້ເມື່ອຍ ເພື່ອປະກອບສ່ວນ ໃນການປັບປຸງ-ກໍ່ສ້າງພັກເຮົາໃຫ້ ເຂັ້ມແຂງ, ສ້າງລັດ ໃຫ້ກາຍເປັນລັດ ທີ່ປົກຄອງດ້ວຍກົດໝາຍ ແລະ ບໍລິຫານຮັບໃຊ້ປະຊາຊົນ ດ້ວຍ ຄວາມບໍລິສຸດໂປ່ງໃສ; ດ້ວຍຄວາມ ເປັນຫ່ວງເປັນໄຍແລະຢາກໃຫ້ແນວ ທາງທີ່ພັກວາງອອກກາຍເປັນຈິງ, ເພິ່ນໄດ້ໃຊ້ຊີວິດໃນຍາມພັກຜ່ອນ ຢູ່ໃກ້ຊິດຕິດແທດກັບຊີວິດຕົວຈິງ ຂອງປະຊາຊົນ, ຊອກຮູ້ບັນຫາ ແລະ ຄວາມຕ້ອງການຂອງປະຊາຊົນ, ປຸກສ້າງສິ່ງສາທາລະນະປະໂຫຍດ ແລະ ສຶກສາອົບຮົມປະຊາຊົນໃຫ້ມີ ຄວາມຕື່ນຕົວ ເປັນເຈົ້າການທໍາມາ ຫາກິນ ແລະ ສ້າງສາບ້ານຊ່ອງ; ເພິ່ນທັງເຄື່ອນໄຫວເປັນແບບຢ່າງ ໃນການອອກແຮງງານນຳພາປະ ຊາຊົນພັດທະນາຕົວຈິງ, ເຮັດໃຫ້ ປະຊາຊົນເຫັນທັງຊຸກຍູ້ປຸກລະດົມ ໃຫ້ປະຊາຊົນເຮັດນໍາ ແລະ ເຮັດ ເພື່ອ ໃຫ້ຊຸມຊົນມີສ່ວນຮ່ວມ, ການກະທໍາ ດັ່ງກ່າວ ເພື່ອຢາກໃຫ້ແນວທາງ ຂອງພັກປະກົດຜົນເປັນຈິງ, ທັງເປັນ ປະໂຫຍດ ສໍາລັບການສຶກສາຮຽນ ຮູ້ ຫລື ສົ່ງບົດຮຽນໃຫ້ປະຊາຊົນ ເສີມຂະຫຍາຍຕໍ່ໆໄປ. ໂອກາດນີ້, ຜູ້ເຂົ້າຮ່ວມຍັງໄດ້ ຮັບຟັງການສະເໜີບົດຄົ້ນຄວ້າທີ່ສຳ ຄັນຄື: ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ຍຶດໝັ້ນແນວທາງມະຫາຊົນ, ຮັບຟັງການສະເໜີບົດ “ປະທານ ຄໍາໄຕ ສີພັນດອນ ໃນຄວາມຮູ້ສຶກ ຂອງລູກ, ບົດຄົ້ນຄວ້າແນວຄິດຊີ້ນໍາ ຂອງປະທານ ຄໍາໄຕ ສີພັນດອນ ກ່ຽວກັບວຽກງານຕ່າງໆຄື: ແນວ ຄິດຊີ້ນໍາກ່ຽວກັບວຽກງານແນວ ໂຮມ ແລະ ອົງການຈັດຕັ້ງມະຫາ ຊົນ, ແນວຄິດຊີ້ນໍາກ່ຽວກັບວຽກ ງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ແນວຄິດຊີ້ນໍາ ກ່ຽວກັບ ການພັດທະນາເສດຖະກິດ-ການ ເງິນ, ແນວຄິດຊີ້ນໍາກ່ຽວກັບການກໍ່ ສ້າງຮາກຖານການເມືອງຢູ່ແຂວງ ຈໍາປາສັກ, ແນວຄິດຊີ້ນໍາກ່ຽວກັບ ການກໍ່ສ້າງພັກ-ພະນັກງານໃນໄລ ຍະໃໝ່, ແນວຄິດຊີ້ນໍາກ່ຽວກັບ ວຽກງານວັດທະນະທໍາ, ແນວຄິດຊີ້ ນໍາກ່ຽວກັບວຽກງານພົວພັນຕ່າງ ປະເທດ. ຂ່າວ-ພາບ: ສຸກສະຫວັນ ນໍາກະຊວງປ້ອງກັນປະເທດ, ການ ນໍາກະຊວງ-ອົງການ ແລະ ແຂວງ ວຽງຈັນ, ພ້ອມດ້ວຍນາຍແລະກອງ ພົນທີ 1, ພະນັກງານປະຕິວັດອາວຸ ໂສ-ບໍານານ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ຫລານນ້ອຍເຍົາ ວະຊົນ ແລະ ມວນຊົນເຂົ້າຮ່ວມ. ໃນພິທີ, ສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຫົວໜ້າການ ທະຫານກອງພົນທີ 1 ໄດ້ຍົກ ໃຫ້ເຫັນປະຫວັດການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວລວມທັງ ຜົນງານ, ທາດແທ້ ແລະ ມູນເຊື້ອອັນ ດີງາມ ຂອງກອງທັບປະຊາຊົນລາວ ທັງໃນໄລຍະຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່. ພ້ອມນັ້ນ, ກໍໄດ້ສະເໜີ ໃຫ້ຮູ້ກ່ຽວກັບການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງ ພົນທະຫານຮາບທີ 1, ລວມທັງ ສະ ພາບລວມ,ໜ້າທີ່,ຄວາມຮັບຜິດຊາບ ແລະ ຜົນງານອັນພົ້ນເດັ່ນຂອງກອງ ພົນທະຫານຮາບທີ 1 ນັບແຕ່ມື້ສ້າງ ຕັ້ງກອງພົນດັ່ງກ່າວ ໃນວັນທີ12 ກຸມພາ 1985 ເປັນຕົ້ນມາ. ໂອກາດດັ່ງກ່າວ, ສະຫາຍຮອງ ນາຍົກລັດຖະມົນຕີ ກໍໄດ້ມີຄຳເຫັນ ໂອ້ລົມຕໍ່ນາຍແລະ ພົນທະຫານ ໂດຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານແລະມູນເຊື້ອປະຕິວັດຂອງ ກອງທັບປະຊາຊົນລາວ ຕະຫລອດ ໄລຍະ 75 ປີທີ່ຜ່ານມາ; ຍົກໃຫ້ເຫັນ ບັນດາຜົນງານ ແລະ ໄຊຊະນະອັນ ເປັນປະຫວັດສາດຂອງກອງທັບ ປະຊາຊົນລາວ, ລວມທັງສາເຫດທີ່ ພາໃຫ້ກອງທັບສາມາດຕີເອົາຊະນະ ສັດຕູທຸກໂຕ ແລະ ບົດຮຽນທີ່ຖອດ ຖອນໄດ້ໃນແຕ່ລະໄລຍະ. ພ້ອມນີ້, ສະຫາຍໄດ້ເນັ້ນໃຫ້ຄະນະພັກ-ຄະ ນະບັນຊາ, ພະນັກງານ-ນັກຮົບທົ່ວ ກອງພົນທີ 1 ຈົ່ງເຊີດຊູສະຕິລະວັງ ຕົວ, ມີສະຕິໃນການປົກປັກຮັກສາ ແນວທາງນະໂຍບາຍຂອງພັກ-ລັດ, ປົກປັກຮັກສາໝາກຜົນຂອງການ ປະຕິວັດ, ປົກປັກຮັກສາລະບອບໃໝ່ ປະຊາທິປະໄຕປະຊາຊົນໄວ້ໃຫ້ໝັ້ນ ຄົງ; ເພີ່ມທະວີວຽກງານກໍ່ສ້າງຮາກ ຖານການເມືອງ ຕິດພັນກັບການພັດ ທະນາຊົນນະບົດຮອບດ້ານຕາມທິດ 3 ສ້າງ ເຊິ່ງກົມກອງຕັ້ງທັບຢູ່ບ່ອນ ໃດຕ້ອງເຮັດວຽກງານກໍ່ສ້າງຮາກ ຖານຢູ່ບ່ອນນັ້ນໃຫ້ດີ; ຕ້ອງປັບປຸງ ແບບແຜນວິທີເຮັດວຽກຢ່າງມີວິ ທະຍາສາດ, ແທດຕົວຈິງ, ໂປ່ງໃສ, ມີການແບ່ງງານ ແລະ ມອບຄວາມ ຮັບຜິດຊອບຢ່າງຈະແຈ້ງ; ສືບຕໍ່ປົກ ປັກຮັກສາ ແລະ ເສີມຂະຫຍາຍມູນ ເຊື້ອອັນດີງາມຂອງຕົນ, ຕັ້ງໜ້າປັບ ປຸງກຳລັງໃນທຸກດ້ານໃຫ້ໜັກແໜ້ນ ເຂັ້ມແຂງ; ຕ້ອງມີແຜນການ ແລະ ປະຕິບັດລະບອບຫັດແອບ ເພື່ອຍົກ ສູງຄວາມສາມາດທາງດ້ານສິລະ ປະຍຸດ-ຍຸດທະວິທີ ແລະ ລະດັບວິຊາ ສະເພາະໃຫ້ສູງຂຶ້ນ ທັງຍົກສູງສະ ຕິການຈັດຕັ້ງລະບຽບວິໄນໃຫ້ເຂັ້ມ ງວດ; ສຸມທຸກຄວາມສາມາດໃນ ການສ້າງພະລາທິການກັບທີ່ຕາມ ທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ ຢ່າງຮອບດ້ານ; ປະຕິບັດແນວທາງ ການຕ່າງປະເທດ ສັນຕິພາບ, ເອກະ ລາດ, ມິດຕະພາບ ແລະ ຮ່ວມມືກັບ ປະເທດຕ່າງໆ ໂດຍເພີ່ມທະວີການ ຮ່ວມມືຮອບດ້ານກັບກອງທັບ ເພື່ອນ ມິດຍຸດທະສາດ ແລະ ການຮ່ວມມື ກັບບັນດາປະເທດສັງຄົມນິຍົມອ້າຍ ນ້ອງ, ຍາດແຍ່ງການຊ່ວຍເຫລືອ ຈາກສາກົນ ເພື່ອປັບປຸງກໍ່ສ້າງກອງ ທັບພວກເຮົາ ໃຫ້ກ້າວໜ້າສູ່ຄຸນນະ ພາບໃໝ່. ຈາກນັ້ນ, ສະຫາຍຮອງນາຍົກ ລັດຖະມົນຕີ ພ້ອມຄະນະ ກໍໄດ້ສືບ ຕໍ່ ເຄື່ອນໄຫວຢ້ຽມຢາມນາຍ ແລະ ພົນທະຫານ ງໍ 631; ມອບເຄື່ອງ ອຸປະໂພກ-ບໍລິໂພກ, ອຸປະກອນເຄື່ອງກິລາ ແລະ ງົບປະມານ ຈໍາ ນວນໜຶ່ງໃຫ້ແກ່ກອງພົນທະຫານ ຮາບທີ 1 ເພື່ອນໍາໃຊ້ເຂົ້າໃນການພັດ ທະນາກົມກອງ ໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງຂຶ້ນເລື້ອຍໆ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ປ່ຽນທັດສະນະກ່ຽວກັບການສ້າງ ຮ່າງແຜນຍຸດທະສາດທ່ອງທ່ຽວ ອາຊຽນ ຫລັງປີ 2025, ລວມເຖິງ ການຮ່ວມມືກັບບັນດາປະເທດຄູ່ ຮ່ວມເຈລະຈາ, ອົງການທ່ອງທ່ຽວ ໂລກ ແລະ ຄູ່ຮ່ວມພັດທະນາຕ່າງໆ. ທ່ານ ນາງ ສວນສະຫວັນ ວິຍະ ເກດຍັງໃຫ້ຮູ້ອີກວ່າ:ການທ່ອງທ່ຽວ ເປັນພາຫະນະຫລັກທີ່ສຳຄັນໃນ ການຂັບເຄື່ອນການຂະຫຍາຍຕົວ ຂອງເສດຖະກິດ, ການພັດທະນາ ແບບຍືນຍົງ ແລະ ຊຸກຍູ້ການພົວພັນ ຮ່ວມມືທີ່ແໜ້ນແຟ້ນກໍເພື່ອເຊື່ອມ ໂຍງເສດຖະກິດໃຫ້ມີຄວາມກົມ ກຽວ, ນໍາໃຊ້ນະວັດຕະກໍາໃຫ້ມີ ຄວາມຫລາກຫລາຍ, ການຊຸກຍູ້ສົ່ງ ເສີມການເຊື່ອມຈອດ ແລະ ການໄປ ມາຫາສູ່ຂອງປະຊາຊົນ ເຊິ່ງບໍ່ໄດ້ມີ ການຮ່ວມມືສະເພາະແຕ່ບັນດາປະ ເທດສະມາຊິກອາຊຽນເທົ່ານັ້ນ, ແຕ່ກໍຍັງມີການຮ່ວມມືກັບຫລາຍ ປະເທດໃນພາກພື້ນຕື່ມອີກ. ທັງນີ້, ກໍເພື່ອເປັນການປະກອບສ່ວນເຂົ້າ ໃນການຈັດຕັ້ງປະຕິບັດແຜນຍຸດທະ ສາດທ່ອງທ່ຽວອາຊຽນ2016- 2025, ແຜນແມ່ບົດເສດຖະກິດ ອາຊຽນ 2025 ແລະ ວິໄສທັດປະ ຊາຄົມອາຊຽນ 2025 ໃຫ້ປາກົດ ຜົນເປັນຈິງຕາມເປົ້າໝາຍລວມ ຂອງອາຊຽນ. ໃນວັນດຽວກັນ, ຍັງໄດ້ມີກອງ ປະຊຸມລັດຖະມົນຕີທ່ອງທ່ຽວອາ ຊຽນ+ອິນເດຍ ຄັ້ງທີ 11 ແລະ ໃນ ວັນທີ 26 ມັງກອນ 2024 ກໍຈະມີ ກອງກອງປະຊຸມລັດຖະມົນຕີທ່ອງ ທ່ຽວອາຊຽນ ບວກສາມ ຄັ້ງທີ 23 ແລະ ກອງປະຊຸມລັດຖະມົນຕີທ່ອງ ທ່ຽວອາຊຽນ+ ຣັດເຊຍ ຄັ້ງທີ 3. ຂ່າວ: ທະນູທອງ, ພາບ: ເກດສະໜາ ສໍາມະນາ, ຝຶກອົບຮົມ ແລະ ແລກ ປ່ຽນບົດຮຽນພາຍໃຕ້ຫົວຂໍ້ຕ່າງໆ ເຊັ່ນ: ນະໂຍບາຍດ້ານການທ່ອງ ທ່ຽວ; ການພັດທະນາການທ່ອງ ທ່ຽວໃນເຂດຊົນນະບົດ; ການທ່ອງ ທ່ຽວແບບອະນຸລັກ ແລະ ການທ່ອງ ທ່ຽວໃນເຂດຊົນນະບົດ; ການທ່ອງ ທ່ຽວ ແລະ ເສດຖະກິດຂອງໂລກ ແນໃສ່ການປະກອບສ່ວນເຂົ້າໃນ ການພັດທະນາວຽກງານການ ທ່ອງທ່ຽວແບບຍືນຍົງຂອງອົງການ ສະຫະປະຊາຊາດ ທີ່ມີເປົ້າໝາຍ ຄື: ສົ່ງເສີມການຂະຫຍາຍຕົວທາງ ດ້ານເສດຖະກິດ ທີ່ຕໍ່ເນື່ອງທົ່ວເຖິງ ແລະ ຍືນຍົງ, ການມີວຽກເຮັດງານ ທຳທີ່ມີປະສິດທິຜົນ ແລະ ເຕັມສ່ວນ ແລະ ວຽກງານ ທີ່ມີກຽດສຳລັບໝົດ ທຸກຄົນ, ຮັບປະກັນຮູບແບບການ ອຸປະໂພກ-ບໍລິໂພກແລະການຜະລິດ ໃຫ້ມີຄວາມຍືນຍົງ, ອະນຸລັກ ແລະ ຊົມໃຊ້ມະຫາສະໝຸດ, ທະເລ ແລະ ຊັບພະຍາກອນທາງທະເລຢ່າງຍືນ ຍົງ ເພື່ອການພັດທະນາ ແບບຍືນຍົງ. ພ້ອມນີ້, ກອງເລຂາອາຊຽນສະ ເໜີໃຫ້ ສປປ ລາວ ໃນນາມເປັນ ປະທານກອງປະຊຸມລັດຖະມົນຕີ ທ່ອງທ່ຽວອາຊຽນ ໃນຄັ້ງນີ້, ເພື່ອ ຂົນຂວາຍການຮ່ວມມືຈາກອົງການ ທ່ອງທ່ຽວໂລກຄື: ຂໍຝຶກອົບຮົມການ ເກັບກຳຂໍ້ມູນສະຖິຕິນັກທ່ອງທ່ຽວ ພາຍໃນ ໃຫ້ແກ່ບັນດາປະເທດສະ ມາຊິກ UNWTO ສໍາລັບປະເທດ CLMVຫລືASEAN, ຝຶກອົບຮົມ ກ່ຽວກັບການພັດທະນາການທ່ອງ ທ່ຽວ ແລະ ການຫັນເປັນທັນສະ ໄໝ ເພື່ອການທ່ອງທ່ຽວທີ່ຍືນຍົງ ໃນໄລຍະ ສປປ ລາວ ເປັນປະທານ ອາຊຽນ ແລະ ເປີດປີທ່ອງທ່ຽວລາວ 2024. ສໍາລັບສະຖິຕິນັກທ່ອງທ່ຽວ ສາກົນ ເຂົ້າມາທ່ອງທ່ຽວ ສປປ ລາວ ໃນ 11 ເດືອນ ປີ 2023 ມີ 3.088.323 ເທື່ອຄົນ. ໃນນັ້ນ, ພາກພື້ນອາຊຽນມີ 2.036.805 ເທື່ອຄົນ, ພາກພື້ນອາຊີປາຊີຟິກ 784.80 ເທື່ອຄົນ, ພາກພື້ນເອີຣົບ 179.137 ເທື່ອຄົນ, ພາກພື້ນອາ ເມລິກາ 76.780 ເທື່ອຄົນ, ພາກພື້ນ ອາຟຣິກາ ແລະ ຕາເວັນອອກກາງມີ 10.797 ເທື່ອຄົນ. ພາບ: ອ່າຍຄຳ ຮອງລັດຖະມົນຕີ, ພະນັກງານຫລັກ ແຫລ່ງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ ສຸດທີ່ມີຄວາມໝາ ຍສໍາຄັນພວກເຮົາຈະໄດ້ພ້ອມກັນລົງ ເລິກ ສະຫລຸບຕີລາຄ າຢ່າງເລິກເຊິ່ງ ການຈັດຕັ້ງປະຕິບັດວຽກແຮງງານ ແລະ ສະຫວັດດີການສັງຄົມ ໃນປີ 2023ຜ່ານມາ ເພື່ອຊອກໃຫ້ເຫັນຈຸດ ດີແລະ ຜົນງານດ້ານຕັ້ງໜ້າ, ບັນຫາ ແລະ ສິ່ງທ້າທາຍ, ລວມທັງຈຸດ ອ່ອນ-ຂໍ້ຄົງຄ້າງ ແລະ ສາເຫດດ້ານ ຕ່າງໆ. ພ້ອມກັນປຶກສາຫາລື ແລະ ເອກະພາບສູງທິດທາງແຜນການ ປະຈໍາປີ 2024 ຊຶ່ງກ້າວເຂົ້າສູ່ໄລ ຍະສຸດທ້າຍຂອງແຜນ 5 ປີຄັ້ງທີ 5 ຂອງຂະແໜງ ຮສສ ເພື່ອເປັນພື້ນ ຖານໃຫ້ແກ່ຜົນສຳເລັດ ໃນປີ 2025 ແລະ ກະກຽມສ້າງແຜນພັດທະ ນາແຮງງານ ແລະ ສະຫວັດດີການ ສັງຄົມ 5 ປີ ຄັ້ງທີ 6 ຢ່າງໜັກແໜ້ນ ແລະ ສອດຄ່ອງກັບເງື່ອນໄຂຄວາມ ເປັນຈິງຂອງການພັດທະນາເສດຖະ ກິດ-ສັງຄົມ, ແລະ ແຜນພັດທະນາ ເສດຖະກິດ-ສັງຄົມຂອງທ້ອງຖິ່ນ. ນອກນີ້ ກອງປະຊຸມຈະໄດ້ລົງເລິກ ຄົ້ນຄວ້າປຶກສາຫາລືດ້ານວິຊາການ ຈໍານວນໜຶ່ງ ເປັນຕົ້ນ ດ້ານການພັດ ທະນາສີມືແຮງງານເພື່ອສະໜອງ ຕາມຄວາມຕ້ອງການຂອງຕະ ຫລາດແຮງງານ, ການປັບປຸງ ແລະ ພັດທະນາບະບົບປະກັນສັງຄົມເພື່ອ ຂະຫຍາຍອັດຕາການປົກຄຸມໃນລະ ບົບປະກັນສັງຄົມຂອງພົນລະເມືອງ, ຖານຂໍ້ມູນຜູ້ມີຜົນງານຄຸນງາມ ຄວາມດີຕໍ່ພາລະກິດການປະຕິວັດ ຊາດປະຊາທິປະໄຕ, ການສ້າງ ຄວາມເຂັ້ມແຂງໃຫ້ແກ່ກອງທຶນຄຸ້ມ ຄອງໄພພິບັດ, ການຍົກສູງຄຸນນະ ພາບການປະຕິບັດງານສຳຫລວດ ແລະ ກວດກູ້ລະເບີດບໍ່ທັນແຕກທີ່ຕົກ ຄ້າງ. ບັນຫາສຳຄັນອີກທີ່ພວກເຮົາ ຈະໄດ້ປຶກສາຫາລືກ່ຽວກັບການ ຫັນເປັນທັນສະໄໝ ໃນການຄຸ້ມຄອງ ບໍລິຫານ ຂອງຂະແໜງ ຮສສ, ລົງ ເລິກການຫັນເປັນທັນສະໄໝໃນລະ ບົບຂໍ້ມູນຂ່າວສານແຮງງານ, ການ ຈັດຫາງານແລະການຄຸ້ມຄອງແຮງ ງານ. ທ່ານ ນາງ ໃບຄຳ ຂັດທິຍະ ຍັງ ໄດ້ກ່າວຕື່ມອີກວ່າ: ກອງປະຊຸມໃນ ຄັ້ງນີ້ ຍັງຕ້ອງໄດ້ພ້ອມກັນປຶກສາ ຫາລື ແລະ ເອກະພາບໂດຍພື້ນຖານ ຂອບແນວຄວາມຄິດການສ້າງແຜນ ພັດທະນາ ຮສສ 5 ປີຄັ້ງທີ 6 ເພື່ອ ເປັນບ່ອນອີງພື້ນຖານ ໃຫ້ແກ່ການ ກະກຽມວາງແຜນພັດທະນາ ຮສສ ໃນແຕ່ລະຂັ້ນໃຫ້ມີຄວາມກົມກຽວ ກັນກັບແຜນລວມຂອງຂະແໜງ ການທັງເປັນການເຊື່ອມສານແຜນ ພັດທະນາ ຮສສ ເຂົ້າໃນແຜນພັດທະ ນາເສດຖະກິດ-ສັງຄົມຂອງແຂວງ, ນະຄອນຫລວງວຽງຈັນ, ບັນດາ ເມືອງ, ນະຄອນຢ່າງປະດິດສ້າງແຕ່ ຫົວທີ. ຂ່າວ ສົມຫວັງ ,ພາບ ຂ່າວສານ ຮສສ

xtgmf]k; 3 26/01/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ໂດຍ: ບຸນຕອມ ໂດຍ: ໄໝຄຳຍ້ອມສິນ .-h ln j vvo]kp[= ]y dkoc]dxj Pog'y o8k ,u 3mf8k,]t[P[dq f\kp rh v,da oIa dlkly j 'c;f]h v, 8h voIa [xu mj v'mj P;]k; co;7y f-U oe0v' xtmko 7ew8 lu ra ofvo dj P;da [dkod+ lh k'Ikd4kodkog,n v' 16j c0;'9exkla d (ເນື່ອງໃນໂອກາດວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ວັນທີ 08/02/1924-08/02/2024) * ການໃຫ້ບໍລິການແລກປ່ຽນ ເງິນຕາແມ່ນວຽກໜຶ່ງທີ່ສຳຄັນແລະ ຈຳເປັນໃນການເຄື່ອນໄຫວວຽກ ງານເສດຖະກິດ-ເງິນຕາ ຊຶ່ງໄດ້ມີ ກົດໝາຍ, ນິຕິກຳຂັ້ນຕ່າງໆເປັນ ເຄື່ອງ ມືຄຸ້ມຄອງຂອງລັດ. ກົງກັນ ຂ້າມ ຖ້າມີການແລກປ່ຽນເງິນຕາ ໂດຍບໍ່ໄດ້ຮັບອະນຸຍາດຈາກທະນາ ຄານແຫ່ງ ສປປ ລາວ ຈະເປັນປະ ກົດການຫຍໍ້ທໍ້ໃນສັງຄົມທີ່ສ້າງຜົນ ກະທົບຕໍ່ເສດຖະກິດ, ສະຖຽນລະ ພາບທາງດ້ານເງິນຕາ ແລະ ເປັນບໍ່ ເກີດຂອງການປັນປ່ວນອັດຕາແລກ ປ່ຽນ ທີ່ເປັນສາເຫດໜຶ່ງເຮັດໃຫ້ສະ ພາບອັດຕາແລກປ່ຽນບໍ່ມີຄວາມ ສະຫງົບ. ໃນສະພາບທີ່ເສດຖະກິດມີ ຄວາມຫຍຸ້ງໃນຄືໃນປັດຈຸບັນນີ້, ສັງ ເກດເຫັນວ່າມີກຸ່ມຄົນຈຳນວນໜຶ່ງ ທີ່ບໍ່ແມ່ນຕົວແທນທະນາຄານທຸລະ ກິດ, ມີການດຳເນີນທຸລະກິດແລກ ປ່ຽນເງິນຕາແບບມີໜ້າຮ້ານ ແລະ ບໍ່ມີໜ້າຮ້ານ, ມີການປະກາດໂຄສະ ນາອັດຕາແລກປ່ຽນ ທັງເປັນບ່ອນ ຕິດຕໍ່ຊື້-ຂາຍເງິນຕາ ຢ່າງເປີດແປນ ຜ່ານສື່ຕ່າງໆ ໂດຍບໍ່ຢ້ານກົວຕໍ່ລະ ບຽບກົດໝາຍເປັນຕົ້ນFacebook, Whatsapp ແລະ ອື່ນໆ. ຕໍ່ກັບ ສະພາບດັ່ງກ່າວໄລຍະຜ່ານມາທະ ນາຄານແຫ່ງ ສປປ ລາວ ໄດ້ສົມ ທົບກັບກົມຕໍາຫລວດເສດຖະກິດ ລົງຕິດຕາມກວດກາຮ້ານແລກ ປ່ຽນເງິນຕາທີ່ບໍ່ໄດ້ຮັບອະນຸຍາດ ໃນຂອບເຂດນະຄອນຫລວງວຽງ ຈັນ ຊຶ່ງປະກົດມີຜູ້ທີ່ຍັງດຳເນີນທຸ ລະກິດແລກປ່ຽນເງິນຕາ ໂດຍບໍ່ໄດ້ ຮັບອະນຸຍາດຈຳນວນຫລາຍ. ຜ່ານ ການລົງຕິດຕາມກວດກາເຫັນວ່າ: ຜູ້ໃຫ້ບໍລິການແລກປ່ຽນເງິນຕາທີ່ ບໍ່ໄດ້ຮັບອະນຸຍາດ ໄດ້ອາໃສຊ່ອງ ທາງສື່ສັງຄົມອອນລາຍປະກາດ ໂຄສະນາຊື້-ຂາຍເງິນຕາ ແລະ ອັດ ຕາແລກປ່ຽນແບບໂຈ່ງແຈ້ງໂດຍ ນຳໃຊ້ບັນຊີສ່ວນຕົວຂອງຕົນ ຫລື ບັນຊີທຸລະກິດອື່ນທີ່ບໍ່ແມ່ນທຸລະ * ປະທານ ຄໍາໄຕ ສີພັນດອນ ອະດີດປະທານພັກ ປະທານປະເທດ ໄດ້ມີແນວຄິດ ຊີ້ນໍາກ່ຽວກັບການ ກໍ່ສ້າງຮາກຖານການເມືອງ ຊຶ່ງປະ ທານໄດ້ມີທິດຊີ້ນໍາທີ່ຈະແຈ້ງວ່າ: “ການສ້າງສັງຄົມນິຍົມ ຕ້ອງເລີ່ມ ຈາກການສ້າງປະຖົມປັດໄຈສັງຄົມ ນິຍົມແຕ່ຮາກຖານຂຶ້ນມາ ກ່ອນອື່ນ ແມ່ນຕ້ອງສ້າງບ້ານພັດທະນາ ປະ ຊາຊົນຢູ່ດີກິນດີ”. ທ່ານ ສຸປານີ ສີລິປຸນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງຈໍາປາສັກ ໄດ້ສະເໜີກ່ຽວກັບ ແນວຄິດຊີ້ນໍາ ຂອງ ປະທານ ຄໍາໄຕ ສີພັນດອນ ກ່ຽວກັບການກໍ່ສ້າງ ຮາກຖານການເມືອງຢູ່ແຂວງຈໍາ ປາສັກຕໍ່ກອງປະຊຸມສຳມະນາວິທະ ຍາສາດລະດັບຊາດ ໃນໂອກາດລະ ນຶກ ວັນເກີດຂອງ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ທີ່ ແຂວງຫົວພັນ ຫວ່າງບໍ່ດົນມານີ້. ຕໍ່ກັບການຄົ້ນຄວ້ານີ້ ເພື່ອຜັນຂະ ຫຍາຍແນວທາງ, ແຜນນະໂຍບາຍ ຂອງພັກ, ນະໂຍບາຍຂອງລັດຖະ ບານ ກ່ຽວກັບການກໍ່ສ້າງຮາກ ຖານການເມືອງ ດ້ວຍການປະສານ ສົມທົບກັບແນວຄິດຊີ້ນໍາ ຂອງ ປະ ທານ ຄໍາໄຕ ສີພັນດອນ ໃນການກໍ່ ສ້າງຮາກຖານການເມືອງຢູ່ແຂວງ ຈໍາປາສັກ. ທັງເປັນການສັງລວມ ດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ ໃນການຍົກລະດັບການສ້າງບ້ານ ພັດທະນາ ເປັນບ້ານພັດທະນາປະ ຊາຊົນຢູ່ດີກິນດີ ຊຶ່ງແຂວງຈໍາປາ ສັກ ໄດ້ຈັດຕັ້ງປະຕິບັດຕາມທິດນໍາ ທັງທາງດ້ານທັດສະນະ ແລະ ເນື້ອ ໃນການສ້າງດັ່ງ ນີ້: ທັດສະນະຂອງ ປະທານ ຄໍາໄຕ ສີພັນດອນ ກ່ຽວກັບ ການກໍ່ສ້າງຮາກຖານການເມືອງ, ສ້າງບ້ານພັດທະນາປະຊາຊົນຢູ່ດີ ກິນດີ: 1.ສືບຕໍ່ສ້າງ ແລະ ຂະຫຍາຍ ລະບອບປະຊາທິປະໄຕ ປະຊາຊົນ, ສ້າງບັນດາປະຖົມປັດໄຈ ໃຫ້ແກ່ ການກ້າວຂຶ້ນສັງຄົມນິຍົມ ເທື່ອລະ ກ້າວ ໂດຍເລີ່ມແຕ່ຮາກຖານຂຶ້ນ ມາ, 2. ສ້າງໃຫ້ເກີດການພົວພັນ ການຜະລິດແລະກໍາລັງການຜະລິດ ສັງຄົມນິຍົມ, 3. ຕ້ອງສ້າງໃຫ້ທ້ອງ ກິດແລກປ່ຽນເງິນຕາດຳເນີນການ ແລກປ່ຽນເງິນຕາ ໂດຍຮູບແບບ ການໂອນຜ່ານ ບັນຊີເງິນຝາກ ແລະ ເງິນສົດ, ຍິ່ງໄປກວ່ານັ້ນ ຍັງມີການ ແອບອ້າງວ່າຕົນແມ່ນຕາງໜ້າໃຫ້ ກັບຮ້ານແລກປ່ຽນເງິນຕາຕົວແທນ ທະນາຄານທຸລະກິດທີ່ໄດ້ຮັບອະນຸ ຍາດ ເພື່ອບໍລິການແລກປ່ຽນເງິນ ຕາ. ຕໍ່ປະກົດການດັ່ງກ່າວທາງເຈົ້າ ໜ້າທີ່ຕຳຫລວດ ແລະ ພະນັກງານ ຈາກທະນາຄານແຫ່ງ ສປປ ລາວ ໄດ້ສຶກສາອົບຮົມພວກກ່ຽວໃຫ້ຮັບ ຮູ້, ເຂົ້າໃຈຕໍ່ກັບລະບຽບກົດໝາຍ ແລະ ເຮັດບົດບັນທຶກກ່າວເຕືອນໃຫ້ ຜູ້ລະເມີດຢຸດດຳເນີນທຸລະກິດແລກ ປ່ຽນເງິນຕາໂດຍທັນທີ, ກໍລະນີ ຫາກພົບເຫັນ ຍັງສືບຕໍ່ເຄື່ອນໄຫວ ທຸລະກິດແລກປ່ຽນເງິນຕາ ຈະຖືກ ດຳເນີນມາດຕະການຕ່າງໆທີ່ໜັກ ກວ່າເກົ່າຕາມທີ່ກຳນົດໄວ້ໃນລະ ບຽບກົດໝາຍກ່ຽວຂ້ອງ. ການໃຫ້ບໍລິການແລກປ່ຽນເງິນ ຕາລວມທັງ ການກຳນົດ ແລະ ຕິດ ປະກາດອັດຕາແລກປ່ຽນຕ້ອງໄດ້ ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ຕາມທີ່ກຳນົດໄວ້ໃນ ກົດໝາຍວ່າດ້ວຍການຄຸ້ມຄອງ ເງິນຕາຕ່າງປະເທດ ສະບັບເລກທີ 55/ສພຊ ລົງວັນທີ 22 ທັນວາ 2014 ແລະ ຂໍ້ຕົກລົງວ່າດ້ວຍທຸລະ ກິດແລກປ່ຽນເງິນຕາ ສະບັບເລກທີ 393/ທຫລ, ລົງວັນທີ 02 ກໍລະກົດ 2020. ຖ້າຫາກມີການເຄື່ອນໄຫວ ວຽກງານດັ່ງກ່າວໂດຍບໍ່ໄດ້ຮັບອະ ນຸຍາດ ຈະເປັນການລະເມີດຂໍ້ຫ້າມ ໃນມາດຕາ 28 ຂອງກົດໝາຍວ່າ ດ້ວຍການຄຸ້ມຄອງເງິນຕາຕ່າງປະ ເທດ ຊຶ່ງຈະຖືກດຳເນີນມາດຕະການ ສຶກສາອົບຮົມ ແລະ ມາດຕະການ ປັບໃໝ ຕາມມາດຕາ 47 ແລະ ມາດຕາ 49 ຂອງກົດໝາຍສະບັບ ດັ່ງກ່າວ ຄື: ການດຳເນີນທຸລະກິດ ເງິນຕາຕ່າງປະເທດ ຫລື ແລກປ່ຽນ ເງິນຕາ ໂດຍບໍ່ໄດ້ຮັບອະນຸຍາດຈະ ຖືກປັບໃໝ ສາມສິບລ້ານກີບ; ການ ກຳນົດ, ຕິດປະກາດ ຫລື ປະຕິບັດ ອັດຕາແລກປ່ຽນ ຂອງທະນາຄານ ທຸລະກິດ, ຮ້ານແລກປ່ຽນເງິນຕາ ຫລື ສະຖານທີ່ບໍລິການທີ່ກ່ຽວຂ້ອງ ທີ່ບໍ່ຖືກຕ້ອງຕາມລະບຽບການຈະ ຖືກປັບໃໝ ຫ້າລ້ານກີບຕໍ່ຄັ້ງ, ກໍລະ ນີ ຫາກຍັງສືບຕໍ່ ລະເມີດເປັນອາຈີນ ຈະຖືກປະຕິບັດຕາມທີ່ໄດ້ກຳນົດໃນ ປະມວນກົດໝາຍອາຍາ ສະບັບ ເລກທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017. ສະນັ້ນ, ພໍ່ແມ່ປະຊາຊົນ ທົ່ວສັງ ຄົມ ກໍລະນີຫາກມີຄວາມຕ້ອງການ ແລກປ່ຽນເງິນຕາ ຄວນເຂົ້າໃຊ້ບໍລິ ການແລກປ່ຽນເງິນຕາກັບທະນາ ຄານທຸລະກິດ ຫລື ຮ້ານແລກປ່ຽນ ເງິນຕາຕົວແທນທະນາຄານທຸລະ ກິດເທົ່ານັ້ນ, ທັງນີ້ກໍ່ເພື່ອຄວາມ ປອດໄພ ບໍ່ໃຫ້ຕົກເປັນເຫຍື່ອຂອງ ກຸ່ມຄົນບໍ່ດີ ແລະ ບໍ່ເປັນການສົ່ງເສີມ ທຸລະກິດແລກປ່ຽນເງິນຕາທີ່ບໍ່ໄດ້ ຮັບອະນຸຍາດ ກໍ່ຄືສົ່ງເສີມການຝ່າ ຝືນລະບຽບກົດໝາຍ. ພ້ອມດຽວ ກັນນີ້ ເພື່ອເປັນການສະກັດກັ້ນບໍ່ໃຫ້ ເກີດປະກົດການຫຍໍ້ທໍ້ຫາກທ່ານພົບ ເຫັນຂໍ້ມູນການໃຫ້ບໍລິການແລກ ປ່ຽນເງິນຕາໂດຍບໍ່ໄດ້ຮັບອະນຸຍາດ ໂດຍມີລັກສະນະຄື: ບໍ່ມີທີ່ຕັ້ງຮ້ານ ທີ່ຊັດເຈນ; ບໍ່ມີປ້າຍຮ້ານແລກປ່ຽນ ເງິນຕາຕົວແທນທະນາຄານທຸລະ ກິດ; ນຳໃຊ້ບັນຊີສ່ວນບຸກຄົນ ຫລື ບັນຊີທຸລະກິດອື່ນ ເຂົ້າໃນການແລກ ປ່ຽນເງິນຕາ ທ່ານສາມາດແຈ້ງ ຫລື ສະໜອງຂໍ້ມູນດັ່ງກ່າວໃຫ້ກັບ ເຈົ້າໜ້າທີ່ຕຳຫລວດ (ເບີໂທ: 020 312401) ຫລື ທະນາຄານແຫ່ງ ສປປລາວ(ເບີໂທ021264590) ເພື່ອເປັນຂໍ້ມູນດໍາເນີນການຕິດ ຕາມກວດກາ ແລະ ດໍາເນີນມາດຕະ ການຕໍ່ພາກສ່ວນດັ່ງກ່າວຕາມກົດ ໝາຍ. ການຮ່ວມມືຂອງພໍ່ແມ່ປະຊາ ຊົນ, ບຸກຄົນ ແລະ ການຈັດຕັ້ງແມ່ນ ເປັນການປະກອບສ່ວນສຳຄັນເຂົ້າ ໃນການສ້າງສັງຄົມໃຫ້ມີຄວາມ ເປັນລະບຽບຮຽບຮ້ອຍ, ສົ່ງເສີມ ການດຳເນີນທຸລະກິດໃຫ້ມີຄວາມ ຍຸດຕິທຳທີ່ຖືກຕ້ອງຕາມກົດໝາຍ ແລະ ການຮັກສາສະຖຽນລະພາບ ເງິນຕາແຫ່ງຊາດໃຫ້ມີຄວາມໝັ້ນ ຄົງ ແລະ ເຂັ້ມແຂງຍິ່ງຂຶ້ນ. ຖິ່ນ-ຮາກຖານ ໂດຍສະເພາະຂັ້ນ ບ້ານມີຄວາມໜັກແໜ້ນທາງດ້ານ ແນວຄິດການເມືອງ, ເຂັ້ມແຂງທາງ ດ້ານການຈັດຕັ້ງ; ຮັ່ງມີທາງດ້ານ ເສດຖະກິດ-ການເງິນ ແລະ ຈະເລີນ ກ້າວໜ້າ ທາງດ້ານສັງຄົມ-ວັດທະ ນະທໍາ, 4. ສ້າງຄວາມເຂັ້ມແຂງ ໃນ ດ້ານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບທົ່ວປວງຊົນຮອບດ້ານ. ໃນການກໍ່ສ້າງຮາກຖານການ ເມືອງ, ສ້າງບ້ານພັດທະນາປະຊາ ຊົນຢູ່ດີກິນດີ ຢູ່ແຂວງຈໍາປາສັກ ປະກອບມີ 6 ເນື້ອໃນ 9 ມາດຖານ ແລະ 25 ໃບຢັ້ງຢືນດັ່ງນີ້. 6 ເນື້ອໃນ ທີ 1: ດ້ານການເມືອງ ມີ 4 ເນື້ອໃນ, ເນື້ອໃນທີ 2, ຈັດຕັ້ງການພົວພັນ ການຜະລິດສັງຄົມນິຍົມ ມີ 3 ເນື້ອ ໃນ, ເນື້ອໃນທີ3, ກໍ່ສ້າງກໍາລັງການ ຜະລິດ ສັງຄົມນິຍົມ ມີ 5 ເນື້ອໃນ, ເນື້ອໃນທີ 4, ພັດທະນາ ບ້ານເຮືອນ ແລະ ທີ່ຢູ່ອາໄສຂອງປະຊາຊົນ ມີ 3 ເນື້ອໃນ, ເນື້ອໃນທີ 5, ການພັດ ທະນາດ້ານສັງຄົມ-ວັດທະນະທໍາ ມີ 4 ເນື້ອໃນ ແລະ ເນື້ອໃນ ທີ 6, ດ້ານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ມີ 3 ເນື້ອໃນ. ດ້ານມາດ ຖານປະກອບດ້ວຍ 9 ມາດຖານ ແລະ 25 ໃບຢັ້ງຢືນດັ່ງນີ້: ມາດ ຖານທີ 1: ການສຶກສາອົບຮົມການ ເມືອງແນວຄິດໃຫ້ການຈັດຕັ້ງ ແລະ ປະຊາຊົນ ມີ 2 ໃບຢັ້ງຢືນ, ມາດ ຖານທີ 2: ການຈັດຕັ້ງ ຢູ່ຂັ້ນບ້ານມີ ຄວາມເຂັ້ມແຂງໜັກແໜ້ນມີ 6 ໃບຢັ້ງຢືນ, ມາດຖານທີ 3: ບ້ານບັນ ລຸເງື່ອນໄຂຄອບຄົວຢູ່ດີກິນດີ ມີ 1 ໃບຢັ້ງຢືນ, ມາດຖານທີ 4: ບ້ານ ບັນລຸເງື່ອນໄຂມີລະບົບເສດຖະກິດ ຂະຫຍາຍຕົວຢ່າງຕໍ່ເນື່ອງ ມີ 6 ໃບ ຢັ້ງຢືນ, ມາດຖານທີ 5: ບ້ານບັນລຸ ການນໍາໃຊ້ລະບົບສື່ສານ-ເຕັກໂນ ໂລຊີ ມີ 1 ໃບຢັ້ງຢືນ, ມາດຖານ ທີ 6: ບ້ານມີການຈັດສັນເປັນລະບຽບ ຈົບງາມດີແລະມີສະພາບແວດລ້ອມ ທີ່ດີ ມີ 2 ໃບຢັ້ງຢືນ, ມາດຖານທີ 7: ປະຊາຊົນບ້ານເຂົ້າເຖິງການບໍລິ ການສາທາລະນະຢ່າງສະດວກ ມີ 1 ໃບຢັ້ງຢືນ, ມາດຖານທີ 8: ບ້ານ ບັນລຸເງື່ອນໄຂທາງດ້ານວັດທະນາ ທໍາ-ສັງຄົມ ມີ 4 ໃບຢັ້ງຢືນ, ມາດ ຖານທີ 9: ບ້ານບັນລຸເງື່ອນໄຂວຽກ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບມີ 2 ໃບຢັ້ງຢືນ. ໃນນັ້ນ ໄດ້ກໍາ ນົດມາດຖານຄອບຄົວພັດທະນາ (ຄອບຄົວຢູ່ດີກິນດີ ລວມມີ 5 ເງື່ອນໄຂ). ທ່ານໄດ້ກ່າວຕື່ມວ່າ: ແຂວງຈໍາປາສັກ ປະກອບມີ 1 ນະ ຄອນ, 9 ຕົວເມືອງ, 642 ບ້ານ, 131.592 ຄອບຄົວ, ມາຮອດປັດ ຈຸບັນ (ໃນປີ 2023) ແຂວງຈໍາປາ ສັກ ສາມາດສ້າງ, ປະເມີນ ແລະ ຮັບ ຮອງ ໃນການກໍ່ສ້າງຮາກຖານການ ເມືອງ, ພັດທະນາຊົນນະບົດ, ແກ້ໄຂ ຄວາມທຸກຍາກ ແລະ ວຽກງານ ສາມສ້າງໄດ້ດັ່ງນີ້: ແຂວງຈໍາປາ ສັກ ໄດ້ຖືກປະເມີນ, ຮັບຮອງ ແລະ ປະກາດເປັນ ແຂວງຫົວໜ່ວຍຍຸດ ທະສາດ ໃນວັນທີ 3 ຕຸລາ 2023 ຊຶ່ງສ້າງໄດ້ເມືອງເຂັ້ມແຂງ ຮອບ ດ້ານ 7 ເມືອງ ຍັງອີກ 3 ເມືອງ ໄດ້ ສືບຕໍ່ສ້າງ (ປາກຊ່ອງ, ຈໍາປາສັກ ແລະ ສຸຂຸມາ). ການສ້າງຄອບຄົວ ແລະ ບ້ານພັດທະນາ ຖ້າທຽບໃສ່ ຈໍານວນຄອບຄົວ ໃນທົ່ວແຂວງ ເຫັນວ່າຍັງມີ ຄອບຄົວບໍ່ທັນພົ້ນທຸກ 6.543 ຄອບຄົວ, ຄອບຄົວພົ້ນທຸກ 116.647 ຄອບຄົວ, ຄອບຄົວພົ້ນ ທຸກໄດ້ກາຍເປັນຄອບຄົວພັດທະນາ 107.609 ຄອບຄົວ ຂອງຄອບຄົວ ທັງໝົດ, ການສ້າງບ້ານທຽບໃສ່ ບ້ານທັງໝົດໃນທົ່ວແຂວງ ເຫັນວ່າ ບ້ານບໍ່ທັນພົ້ນທຸກ 16 ບ້ານ, ບ້ານ ພົ້ນທຸກ 625 ບ້ານ, ໄດ້ພັດທະນາ ບັນດາບ້ານພົ້ນທຸກກາຍເປັນບ້ານ ພັດທະນາ 204 ບ້ານ, ຂອງບ້ານ ທັງໝົດ, ການສ້າງບ້ານໃຫຍ່ ຄ້າຍ ຄືຕົວເມືອງນ້ອຍໃນຊົນນະບົດທັງ ໝົດ 40 ບ້ານ, ສ້າງໄດ້ແລ້ວ 22 ບ້ານ, ການນໍາພາສ້າງບ້ານພັດທະ ນາ ປະຊາຊົນຢູ່ດີກິນດີ, ມາເຖິງປັດ ຈຸບັນ ສາມາດປະເມີນສໍາເລັດ 11 ບ້ານ ຜ່ານການປະເມີນຕົວຈິງ ມີຈໍາ ນວນ 6 ບ້ານ ສາມາດບັນລຸໄດ້ຕາມ ເນື້ອໃນແລະມາດຖານຄືບ້ານໂພນ ໄຊ ນະຄອນປາກເຊ, ບ້ານໜອງ ໄຮໂຄກ ເມືອງໂພນທອງ, ບ້ານ ຫລັກ 35 ເມືອງປາກ ຊ່ອງ, ບ້ານ ເມືອງແສນ ເມືອງໂຂງ, ບ້ານແກ້ງ ເກ່ຍ ເມືອງບາຈຽງຈະເລີນສຸກ ແລະ ບ້ານສະຜ່າຍ ເມືອງຊະນະສົມ ບູນ; ຍັງອີກ 5 ບ້ານທີ່ຈະຕ້ອງສືບ ຕໍ່ປັບປຸງ ໃຫ້ບັນລຸມາດຖານຈໍາ ນວນໜຶ່ງ ເຊັ່ນ: ບ້ານດອນແດງ ເມືອງປະທຸມພອນ, ບ້ານທາງຄົບ ເມືອງຈໍາປາສັກ, ບ້ານບຸ່ງແກ້ວ ເມືອງສຸຂຸມາ, ບ້ານດອນນາງລອຍ ເມືອງມຸນລະປະໂມກ ແລະ ບ້ານ ທົ່ງກາຫລົງ ເມືອງປາກຊ່ອງ. ຜ່ານການຈັດຕັ້ງປະຕິບັດໃນ ການສ້າງບ້ານພັດທະນາປະຊາ ຊົນຢູ່ດີກິນດີນັ້ນ ເຮັດໃຫ້ບ້ານມີ ຄວາມເຂັ້ມແຂງທາງດ້ານການ ເມືອງ, ການຈັດຕັ້ງ, ສັງຄົມບ້ານມີ ຄວາມສະຫງົບ, ເສດຖະກິດມີການ ຂະຫຍາຍຕົວ, ວັດທະນະທໍາ-ສັງຄົມ ອັນດີງາມຂອງບ້ານໄດ້ຮັບການ ປົກປັກຮັກສາ ແລະ ເສີມຂະຫຍາຍ, ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນ. * ດັ່ງທີ່ພວກເຮົາຮູ້ແລ້ວວ່າ ລັດຖະ ບານໄດ້ເປີດປີທ່ອງທ່ຽວ 2024 ຢ່າງ ເປັນທາງການແລ້ວ ແລະ ເພື່ອເປັນການ ດຶງດູດເອົານັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວຊົມປະເທດລາວເຮົາຢ່າງ ໜາແໜ້ນ ທັງໃຫ້ມີບັນຍາກາດຟົດຟື້ນ ພວກເຮົາຕ້ອງໄດ້ເອົາໃຈໃສ່ຕໍ່ການປົກ ປັກຮັກສາສິ່ງແວດລ້ອມຕາມສະຖານ ທີ່ຕ່າງໆ ໂດຍສະເພາະຢູ່ບັນດາແຫລ່ງ ທ່ອງທ່ຽວທຳມະຊາດ, ປະຫວັດສາດ ແລະ ອື່ນໆ ໃຫ້ມີຄວາມສວຍງາມ, ສະ ອາດເປັນທີ່ປະທັບໃຈຂອງນັກທ່ອງທ່ຽວ ທີ່ໄດ້ມາແລ້ວ ຢາກກັບມາເລື້ອຍໆ. ຄວາມສວຍງາມຂອງສະພາບ ແວດລ້ອມທາງທຳມະຊາດ ຈະດຶງດູດ ນັກທ່ອງທ່ຽວໄປທ່ຽວຢ່າງໜາແໜ້ນ ໄດ້ກໍ່ຕໍ່ເມື່ອມີຄວາມສວຍງາມ ແລະ ອຸດົມສົມບູນໄປດ້ວຍປ່າໄມ້, ສັດສາວາ ສິ່ງ, ອາກາດສົດ ຊື່ນອື່ນໆ. ຜ່ານມາລັດ ຖະບານໄດ້ເອົາໃຈໃສ່ສຸມທຶນໃສ່ວຽກ ງານປົກປັກຮັກສາປ່າໄມ້ໃຫ້ມີຄວາມ ຍືນຍົງ ທັງໄດ້ອຳນວຍຄວາມສະດວກ ໃຫ້ຜູ້ປະກອບການໃຫ້ມີສ່ວນຮ່ວມ ໃນການປົກປັກຮັກສາ ແລະ ສ້າງສາ ພັດທະນາວຽກງານປົກປັກຮັກສາສິ່ງ ແວດລ້ອມຢູ່ສະຖານທີ່ທ່ອງທ່ຽວທຳ ມະຊາດ, ປະຫວັດສາດ ອັນໄດ້ສ້າງ ຄວາມສົນໃຈໃຫ້ແກ່ນັກທ່ອງທ່ຽວມາ ທ່ຽວຢ່າງໜາແໜ້ນໃນແຕ່ລະປີ. ພ້ອມ ດຽວກັນນີ້, ກໍ່ໄດ້ເຂັ້ມງວດ ແລະ ສົ່ງ ເສີມຊຸມຊົນມີສ່ວນຮ່ວມໃນການອະນຸ ລັກສັດປ່າຢູ່ບັນດາປ່າສະຫງວນແຫ່ງ ຊາດກໍ່ຄືປ່າອື່ນໆ ເພື່ອແນໃສ່ອະນຸລັກ ສັດປ່າ ແລະ ຊັບພະຍາກອນທໍາມະຊາດ ມີຄວາມຍືນຍົງຕະຫລອດໄປ. ຢ່າງໃດກໍ່ດີ ໜຶ່ງໃນຫລາຍສະຖານ ທີ່ແຫລ່ງທ່ອງທ່ຽວທຳມະຊາດທີ່ໄດ້ ຮັບການພັດທະນາ ແລະ ຖືກປົກປັກຮັກ ສາໄດ້ເປັນຢ່າງດີຈາກ Bottom of Form ລັດຖະບານກໍ່ຄືພາກສ່ວນກ່ຽວ ຂ້ອງ ໂດຍສະເພາະກອງຄຸ້ມຄອງອຸທິ ຍານແຫ່ງຊາດນໍ້າແອດ-ພູເລີຍ ໄດ້ ຮ່ວມກັບWCSຈັດຕັ້ງປະຕິບັດຫລາຍ ກິດຈະກໍາ ເພື່ອຊຸກຍູ້ສົ່ງເສີມປະຊາຊົນ ທີ່ອາໄສຢູ່ເຂດໃກ້ຄຽງມີລາຍຮັບ ເພື່ອ ທົດແທນການເຂົ້າປ່າລ່າເນື້ອ, ລັກ ລອບຕັດໄມ້ ແລະ ຈັບຈອງດິນໃນເຂດ ອຸທິຍານແຫ່ງຊາດ ນໍ້າແອດ-ພູເລີຍ ເຂົ້າໃນການທຳການຜະລິດປູກຝັງ ແລະ ລ້ຽງສັດ, ພ້ອມທັງສົ່ງເສີມໃຫ້ປະ ຊາຊົນເຂົ້າມາເປັນອາສາສະໝັກວດ ກາລາດຕະເວນ, ເຂົ້າຮ່ວມບໍລິການກິດ ຈະກໍາທ່ອງທ່ຽວຢູ່ອຸທິຍານດັ່ງກ່າວ ເຊັ່ນວ່າ: ການລ່ອງເຮືອຕາມນໍ້າເນີນ ເບິ່ງສັດປ່າໃນຍາມຄໍ່າຄືນ ມີ 1 ບ້ານ 52 ຄອບຄົວຄື: ບ້ານສົ້ນຂົວ ເມືອງ ຮ້ຽມ ແຂວງຫົວພັນ ເຂົ້າຮ່ວມ ເຊິ່ງກິດ ຈະກຳນີ້ ໄດ້ແບ່ງອອກຫລາຍໜ່ວຍ ບໍລິການຄື: ກຸ່ມເຮືອ, ກຸ່ມນໍາທ່ຽວ, ກຸ່ມ ແຕ່ງກິນ, ກຸ່ມທີ່ພັກ ແລະ ກຸ່ມຫັດຖະ ກໍາ. ສ່ວນອີກ 1 ກິດຈະກໍາ ທ່ອງທ່ຽວ ແມ່ນການຍ່າງປ່າຊົມສັດປ່າ ແລະ ທໍາມະຊາດມີ 3 ບ້ານຄື: ບ້ານນໍ້າປຸ່ງ ແລະ ບ້ານສາກົນ ເມືອງຮ້ຽມ ແຂວງ ຫົວພັນ ແລະ ບ້ານນາແວນ ເມືອງ ວຽງຄໍາ ແຂວງຫລວງພະບາງ. ນີ້ກໍ່ ແມ່ນອີກໜຶ່ງກິດຈະກຳທີ່ສາມາດສ້າງ ວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ປະຊາຊົນມີສ່ວນຮ່ວມເຂົ້າໃນ ການປົກປັກ ຮັກສາປ່າໄມ້ກໍ່ຄືສະພາບ ແວດລ້ອມໃຫ້ມີຄວາມອຸດົມສົມບູນຂຶ້ນ ເທື່ອລະກ້າວ.

RkJQdWJsaXNoZXIy MTc3MTYxMQ==