07 xtgmf]k; gsfdko{dkora fmtok a 25/01/2024 ຂ່າວ-ພາບ: ວຽງສະຫວັນ່ າັ ນ dkoc0j '0a og8t[ko 4 rkdlj ;o76 j Ij ;,m5 ]tdy f g[p]k; g8a ,wxfh ;p7;k,lk,a d7u 2q f2N o gxu f8ts]kfoa f [5 oot,a fltdko ;a frt[kf3rola o g9Q kc0;'g-dv' g7n j vows;1h P,1k, okp c]t rq omtsko dv'ra o.spj 502 ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ໃນວັນທີ23 ມັງກອນ2024ນີ້, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງປະທານ ຄະນະກໍາມະການປ້ອງກັນຊາດ -ປ້ອງ ກັນຄວາມສະຫງົບແຂວງເຊກອງ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນນາຍ ແລະ ພົນທະ ຫານກອງພັນໃຫຍ່ 502 ເນື່ອງໃນ ໂອກາດວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 75 ປີ ໂດຍການ ຕ້ອນຮັບຂອງທ່ານ ພັນເອກ ລືໄຊ ສຸວັນນະສີ ເລຂາຄະນະພັກ ຫົວໜ້າ ການເມືອງກອງພັນໃຫຍ່ 502 ພ້ອມ ດ້ວຍຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ເຂົ້າຮ່ວມ. ການມາຢ້ຽມຢາມໃນຄັ້ງນີ້, ກໍ ເພື່ອເພີ່ມທະວີຄວາມສາມັກຄີຮັກ ແພງ ລະຫວ່າງ ຄະນະພັກ-ອົງການ ປົກຄອງແຂວງເຊກອງ ກັບຄະນະ ພັກ-ຄະນະບັນຊາກອງພັນໃຫຍ່ *ບັນຍາກາດການແຂ່ງຂັນກິລາ ບານເຕະຂອງ 4 ພາກສ່ວນ ທີ່ເປັນ ຄູ່ຮ່ວມທຸລະກິດຢ່າງສະໜິດແໜ້ນ ຂອງບໍລິສັດເບຍລາວ ທີ່ຈັດຂຶ້ນຢູ່ທີ່ ເດີນບານເຕະຫຍ້າທຽມ (ຫລັງໂຮງ ຮຽນ ມສ ສາທິດ) ບ້ານສະພັງມຶກ, ເມືອງໄຊທານີ ນະຄອນຫລວງວຽງ ຈັນ ແມ່ນມີຄວາມຄືກຄື້ນມ່ວນຊື່ນ ແລະ ມີຄວາມສາມັກຄີຮັກແພງທີ່ ດີ ທັງລະຫວ່າງເຈົ້າພາບ ແລະ ຄູ່ ຮ່ວມມື ອັນໄດ້ເຮັດໃຫ້ຄະນະນັກ ກິລາ ແລະ ບັນດາກອງເຊຍຕ່າງກໍ ມີແຕ່ຮອຍຍີ້ມທີ່ປະທັບໃຈ. ການແຂ່ງຂັນດັ່ງກ່າວມີຫົວຂໍ້ ຂະ ບວນການວ່າ ບານເຕະ 4 ສາມັກຄີ ລະຫວ່າງທີມສະມາຄົມນັກທຸລະກິດ ຮ້ານອາຫານລາວ, ທີມບໍລິສັດເບຍ ລາວ, ທີມພະແນກຖະແຫລ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະ ຄອນຫລວງວຽງຈັນ ແລະ ທີມກຸ່ມ ສື່ມວນຊົນສາຍກິລາ, ໂດຍມີຂັນ ຂອງຜູ້ອໍານວຍ ການຝ່າຍຂາຍຂອງ ບໍລິສັດເບຍລາວ ເປັນລາງວັນໃນ ການແຂ່ງຂັນຄັ້ງນີ້. ທ່ານ ຄໍາແພງ ຂປລ. ແຫລ່ງຂ່າວຈາກ ແຂວງບໍ ລິຄຳໄຊ ໃຫ້ຮູ້ວ່າ: ພິທີເປີດຕະຫລາດ ນັດ ບຸນນະມັດສະການວັດພະບາດ ໂພນສັນ ປະຈຳປີ ພສ 2566 ຕິດ ພັນກັບພິທີເປີດປີທ່ອງທ່ຽວລາວ ກໍຄື ທ່ອງທ່ຽວແຂວງບໍລິຄໍາໄຊ 2024 ໄດ້ຈັດຂຶ້ນໃນວັນທີ 22 ມັງກອນ 2024 ຢູ່ວັດພະບາດໂພນ ສັນ ໂດຍມີ ທ່ານ ກອງແກ້ວ ໄຊ ສົງຄາມ ເຈົ້າແຂວງບໍລິຄຳໄຊ, ທ່ານ ສົມສົດ ແສງອາພອນ ເຈົ້າເມືອງ ທ່າພະບາດ, ມີບັນດາການນຳຂອງ ແຂວງ, ຂອງເມືອງ, ແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະເທດ, ຜູ້ປະກອບການ-ນັກທຸລະກິດ, ຕະ ຫລອດຮອດພໍ່ແມ່ປະຊາຊົນບັນດາ ເຜົ່າເຂົ້າຮ່ວມ. ທ່ານ ກອນ ຫລວງພິທັກ ຮອງ ເຈົ້າເມືອງທ່າພະບາດ ໄດ້ໃຫ້ຮູ້ວ່າ: ການຈັດງານໃນຄັ້ງນີ້, ກໍເພື່ອເປັນ ການອະນຸລັກວັດທະນະທຳ, ຮີດ ຄອງປະເພນີອັນດີງາມຂອງຊາດ ຂອງແຂວງ ແລະ ເພີ່ມທະວີຄວາມ ເຂົ້າໃຈ, ຮັດແໜ້ນຄວາມສາມັກຄີ ມິດຕະພາບ ລະຫວ່າງພໍ່ແມ່ປະຊາ ຊົນລາວບັນດາເຜົ່າ. ນອກນັ້ນ, ຍັງ ເປັນການກະຕຸ້ນເສດຖະກິດທາງ ກົງ ແລະ ທາງອ້ອມ ໂດຍສະເພາະ ຫົວໜ່ວຍທຸລະກິດ ທີ່ປິ່ນອ້ອມໃນ ຂະແໜງການທ່ອງທ່ຽວ, ສົ່ງເສີມ ການທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ, ສຸມໃສ່ການພັດທະນາການທ່ອງ ທ່ຽວ ຂອງເມືອງທ່າພະບາດກໍຄື ແຂວງບໍລິຄຳໄຊ ໃຫ້ສາມາດຮັບ ຮອງການເພີ່ມຂຶ້ນຂອງນັກທ່ອງ ທ່ຽວໃນປັດຈຸບັນ ແລະ ອະນາຄົດ ທັງເປັນການດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວຊົມໃຫ້ຫລາຍຂຶ້ນ. ພ້ອມນີ້, ໃນພິທີ ຍັງໄດ້ມີການ ມອບໃບຢັ້ງຢືນນາຍຊ່າງຫັດຖະກຳ ທີ່ຜ່ານການຮັບຮອງຂອງພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ໃຫ້ນາຍຊ່າງຫັດຖະກຳ 8 ທ່ານ. ໂອກາດນີ້, ກໍໄດ້ທ່ຽວຊົມງານ ຕະຫລາດນັດວາງສະແດງສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ, ສິນຄ້າ ຄອບຄົວຕົວແບບ, ສິນຄ້າກະສິກຳ ຫັດຖະກຳ, ຈັກສານ, ຕ່ຳແຜ່ນແພ. ໃນນັ້ນມີຮ້ານວາງສະແດງທັງໝົດ 154 ຮ້ານ, ປະກອມມີ ຈຸດຂາຍສິນ ຄ້າຫັດຖະກຳ, ຮ້ານຂາຍອາຫານ ແລະ ເຄື່ອງດື່ມ, ຮ້ານຄ້າຕະຫລາດ ນັດຂາຍສິນຄ້າທົ່ວໄປ, ດົນຕີ ແລະ ເຄື່ອງຫລິ້ນ, ລວມມູນຄ່າສິນຄ້າ ພາຍໃນງານ 5 ຕື້ກວ່າກີບ, ມູນຄ່າ ຊື້-ຂາຍ ແລະ ການບໍລິການ ໃນແຕ່ ລະວັນ 650 ລ້ານກີບ. va f8txn ,u ,6 o7j kdkozt]y fv5 flkstde x5 'c8j ' c]t sa f4tde 554 8N du [ h ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປືໃຫ້ຮູ້ວ່າ: ໃນປີ 2023 ຜ່ານມາ, ແຂວງອັດຕະປື ມີມູນຄ່າ ການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ 554 ຕື້ກີບ, ລື່ນ ແຜນ 13% (ມະຕິສະພາ 489 ຕື້ກີບ) ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ເພີ່ມຂຶ້ນ 25 ຕື້ກີບ, ເທົ່າກັບ5%ເຊິ່ງຜົນຜະລິດທີ່ພົ້ນເດັ່ນ ແລະ ສ້າງມູນຄ່າເພີ່ມລວມມີ: ຜະ ລິດຕະພັນໄມ້, ຜະລິດຕະພັນນໍ້າຕານ ແລະ ຜະລິດຕະພັນຢາງພາລາ ແລະ ອື່ນໆ. ສ່ວນປັດໄຈສໍາຄັນທີ່ພາໃຫ້ ຂະແໜງອຸດສາຫະກໍາປຸງແຕ່ງມີ ການຂະຫຍາຍຕົວຍ້ອນ ແຂວງອັດ ຕະປື ມີທ່າແຮງທາງດ້ານຊັບພະຍາ 502 ແລະ ຮູ້ບຸນຄຸນໄປຍັງບັນດາສະ ຫາຍສະມາຊິກພັກ, ພະນັກງານ- ນັກຮົບກອງທັບປະຊາຊົນລາວ ກໍຄື ກອງພັນໃຫຍ່ 502 ປະຕິບັດໜ້າ ທີ່ເພື່ອປົກປ້ອງຄວາມເປັນເອກະ ລາດຂອງຊາດ, ປົກປ້ອງລະບອບ ປະຊາທິປະໄຕ ປະຊາຊົນ ແລະ ຄວາມຢູ່ເຢັນເປັນສຸກຂອງປະຊາຊົນ ລາວບັນດາເຜົ່າ. ໂອກາດດັ່ງກ່າວ, ທ່ານ ເຫລັກ ໄຫລ ສີວິໄລ ຕາງໜ້າໃຫ້ຄະນະພັກອົງການປົກຄອງແຂວງເຊກອງ ໄດ້ ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຜົນງານ ແລະ ຕີລາຄາສູງຕໍ່ຜົນສໍາ ເລັດ, ການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວ ຕະ ຫລອດໄລຍະ 75 ປີຜ່ານມາ ກໍຄືຜົນ ງານທີ່ກອງພັນໃຫຍ່ 502 ຍາດໄດ້ ໃນໄລຍະຜ່ານມາ. ພ້ອມທັງ, ນໍາເອົາ ຄວາມຢື້ຢາມຖາມຂ່າວ ແລະ ຄໍາ ອວຍພອນໄຊອັນປະເສີດ ໃນນາມ ສ່ວນຕົວ ກໍຄືຄະນະພັກ-ຄະນະນໍາ ແຂວງເຊກອງ ມາຍັງຄະນະພັກ-ຄະ ນະບັນຊາ, ນາຍ ແລະ ພົນທະຫານ ກອງພັນໃຫຍ່ 502 ຈົ່ງມີສຸຂະພາບ ແຂງແຮງ ມີພາລະນາໄມສົມບູນສືບ ຕໍ່ເຮັດສຳເລັດໜ້າທີ່ອັນມີກຽດ ໃນ ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ພ້ອມກັນ ສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອຂອງກອງທັບ, ຢຶດໝັ້ນເສັ້ນ ທາງ, ຈຸດໝາຍ ແລະ ອຸດົມການສັງ ຄົມນິຍົມຂອງພັກ. ໂອກາດມາຢ້ຽມຢາມ ແລະ ອວຍ ພອນໃນຄັ້ງນີ້, ທ່ານ ເຫລັກໄຫລ ສີວິໄລ ຍັງໄດ້ມອບເງິນສົດຈຳນວນ 10 ລ້ານກີບ ໃຫ້ກອງພັນໃຫຍ່ 502 ເພື່ອນໍາໃຊ້ເຂົ້າໃນວຽກງານ ກ່າວຮັບໂດຍ ທ່ານ ພັນເອກ ລືໄຊ ສຸວັນນະສີ. ກອນທໍາມະຊາດ ເຊັ່ນ: ແຫລ່ງນໍ້າ, ບໍ່ແຮ່, ພື້ນທີ່່ປູກພືດກະສິກໍາ ທີ່ເປັນ ເງື່ອນໄຂໃຫ້ຂະແໜງອຸດສາຫະກໍາ ມີການຂະຫຍາຍຕົວ. ທ່ານ ສູນລະຄອນ ແກ້ວວຽກຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ໄດ້ໃຫ້ ຮູ້ ໃນກອງປະຊຸມສະໄໝສາມັນເທື່ອ ທີ 6 ຂອງສະພາປະຊາ ຊົນແຂວງ ຊຸດທີ II ວ່າ: ໃນປີ 2023 ຜ່ານມາ, ອົງການປົກຄອງແຂວງອັດຕະປືໄດ້ ເອົາໃຈໃສ່ຊຸກຍູ້, ສົ່ງເສີມ ແລະພັດ ທະນາອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ໃຫ້ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ ແລະ ໃຫ້ມີຄວາມຍືນ ຍົງ ດ້ວຍການເອື້ອອໍານວຍຄວາມ ສະດວກ, ການນໍາໃຊ້ນະວັດຕະກໍາ ໃໝ່ ແລະ ເຕັກໂນໂລຊີເຂົ້າໃນການ ຜະລິດເພື່ອເພີ່ມຜະລິດຕະພັນ ໃຫ້ ຫລາກຫລາຍ, ການສ້າງມູນຄ່າເພີ່ມ ແລະ ດໍາເນີນການຜະລິດຕາມທິດ ສີຂຽວ-ຍືນຍົງ ແລະ ເປັນມິດກັບ ສິ່ງແວດລ້ອມ. ປັດຈຸບັນທົ່ວແຂວງ ມີໂຮງງານອຸດ ສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ທັງໝົດ 189 ຫົວໜ່ວຍ, ມີມູນຄ່າ ການລົງທຶນ 51 ຕື້ກີບ. ໃນນີ້, ໂຮງ ງານອຸດສາຫະກໍາປຸງແຕ່ງ ມີ 130 ຫົວໜ່ວຍ, ໂຮງງານຂະໜາດກາງ 3 ຫົວໜ່ວຍ, ຂະໜາດນ້ອຍ 39 ຫົວ ໜ່ວຍ ແລະ ແບບຄອບຄົວ ມີ88 ຫົວ ໜ່ວຍ, ມີມູນຄ່າການລົງທຶນ 30 ຕື້ ກີບ, ຫັດຖະກໍາ ມີ 59 ຫົວໜ່ວຍ, ມູນຄ່າການລົງທຶນ 21 ຕື້ກີບ, ສາ ມາດສ້າງວຽກເຮັດງານທໍາໃຫ້ກໍາ ລັງແຮງງານພາຍໃນ ໄດ້ຫລາຍ ກວ່າ 3.000 ຄົນ. ທ່ານ ສູນລະຄອນ ແກ້ວວຽກຄໍາ ຍັງໃຫ້ຮູ້ອີກວ່າ: ໃນປີ 2024 ນີ້, ແຂວງອັດຕະປື ຈະສຸມໃສ່ຊຸກຍູ້, ສົ່ງ ເສີມ ແລະ ພັດທະນາອຸດສາຫະກໍາ ປຸງແຕ່ງ-ຫັດຖະກໍາ ໃຫ້ເຕີບໂຕມີ ຄຸນນະພາບ ຕາມທິດສົມດຸນ, ສີຂຽວ ແລະ ຍືນຍົງ, ສົ່ງເສີມການຜະລິດ ແລະ ການບໍລິການຕາມທ່າແຮງ ຂອງແຕ່ລະເມືອງ ໃຫ້ຂະຫຍາຍ ຕົວກວ່າເກົ່າ ແນໃສ່ຕອບສະໜອງ ຄວາມຕ້ອງການພາຍໃນ ແລະ ເປັນ ສິນຄ້າສົ່ງອອກ, ເອົາໃຈໃສ່ຄຸ້ມຄອງ ສິນຄ້ານໍາເຂົ້າຢ່າງເຂັ້ມງວດ ແລະ ຈະກໍານົດບັນຊີສິນຄ້າ ເພື່ອຜະລິດ ທົດແທນການ ນໍາເຂົ້າ. ປະທານສະມາຄົມນັກທຸລະກິດຮ້ານ ອາຫານລາວ ໄດ້ມີຄໍາເຫັນເປີດການ ແຂ່ງຂັນ ວ່າ: ນີ້ແມ່ນປີທີ 5 ທີ່ພວກ ເຮົາໄດ້ຈັດການແຂ່ງຂັນກິລານີ້ເຊິ່ງ ໃນແຕ່ລະຄັ້ງຜ່ານມາ ກໍຈະມີ ຫລາຍ ປະເພດກິລານໍາມາແຂ່ງຂັນ ເພື່ອ ສ້າງຄວາມສາມັກຄີ ແລະ ຮັດແໜ້ນ ການຮ່ວມມືລະຫວ່າງຄູ່ຮ່ວມທຸລະ ກິດດ້ວຍກັນ, ພິເສດສໍາລັບການ ແຂ່ງຂັນປີນີ້ແມ່ນສ້າງຂະບວນການ ສະຫລອງການເປີດປີທ່ອງທ່ຽວ ລາວ 2024 ແລະ ຂໍ່ານັບຮັບຕ້ອນ ວັນສໍາຄັນຕ່າງໆຂອງພັກ-ຂອງ ຊາດ, ໂດຍສະເພາະກໍແມ່ນຊົມເຊີຍ ວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ ຄົບຮອບ 75 ປີ ທີ່ຫາກໍຜ່ານພົ້ນໄປ. ຂະນະດຽວກັນ ຕິດພັນໄປຄຽງຄູ່ກັບກິດຈະກໍາກິລາ ນີ້ ຍັງມີການປູກລະດົມຂົນຂວາຍ ວັດຖຸ ແລະ ປັດໃຈ ເພື່ອນໍາໄປຊ່ວຍ ເຫລືອສັງຄົມ ຫລື ຜູ້ທຸກຍາກຂາດ ເຂີນໃນເຂດຊົນນະບົດຫ່າງໄກຊອກ ຫລີກອີກດ້ວຍ.
RkJQdWJsaXNoZXIy MTc3MTYxMQ==