xtgmf]k; 6 25/01/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d glf4tdy fvk-Po 7j vp2N o8q ; ph vocI'|6 o0v'dkomj v'mj P; ໂດຍ: ມາລີດາ z6h zt]y fdkg2pY ,'k, s;a '0tspkp8ts]kf gruj ,.ovk-Po * ການເລັ່ງພັດທະນາລະບົບ ຄົມມານະຄົມໃຫ້ມີຄຸນນະພາບ ດ້ວຍການເຊື່ອມໂຍງກັບອາຊຽນ, ຂົງພາກພື້ນ ແລະ ສາກົນໃຫ້ກາຍ ເປັນເງື່ອນໄຂແລະໂອກາດໃຫ້ຜູ້ຄົນ ສາມາດເດີນທາງໄປມາຫາສູ່ເຊິ່ງ ກັນ ແລະ ກັນຫລາຍຂື້ນ ເຊິ່ງເປັນ ບຸລິມະສິດ ແລະ ປັດໄຈໜຶ່ງທີ່ສໍາຄັນ ສໍາລັບອາຊຽນໂດຍສະເພາະນັກ ທ່ອງທ່ຽວຈາກອາຊຽນ, ສປ ຈີນ, ຍີປຸ່ນ, ສ ເກົາຫລີ ແລະ ປະເທດ ເພື່ອນມິດສາກົນອື່ນໆ. ຂະນະດຽວກັນ, ພາກພື້ນອາ ຊຽນ ຍັງຈະເປັນຈຸດໝາຍປາຍທາງ ການທ່ອງທ່ຽວທີ່ໜ້າເຊື່ອຖື ແລະ ກາຍເປັນສະຖານທີ່ຍອດນິຍົມອັນ ດັບແຖວໜ້າຂອງນັກທ່ອງທ່ຽວ ຈາກທົ່ວໂລກ. ອາຊຽນ ໄດ້ເນັ້ນ ການທ່ອງທ່ຽວແບບອະນຸລັກ, ສຸມ ໃສ່ສົ່ງເສີມຄວາມຫລາກຫລາຍ ດ້ານທັດສະນີຍະພາບ ແລະ ທ່ອງ ທ່ຽວແບບມີສ່ວນຮ່ວມຂອງທຸກ ພາກສ່ວນຢ່າງຍືນຍົງ ເຊິ່ງຈະຊ່ວຍ ໂດຍ: ສຸພາສະຫວັນ ໄລຍະດຽວກັນຂອງປີຜ່ານມາ ແລະ ເຊື່ອໝັ້ນວ່າ ການເປີດປີທ່ອງທ່ຽວ 2024 ນີ້ ຈະເຮັດໃຫ້ຕົວເລກນັກ ທ່ອງທ່ຽວສາກົນເຂົ້າມາລາວເພີ່ມ ຂຶ້ນອີກຫລາຍເທົ່າຕົວແນ່ນອນ. ນອກນີ້, ກອງປະຊຸມເຈົ້າໜ້າທີ່ອາ ວຸໂສອາຊຽນ+3 ຍັງໄດ້ເຫັນດີທີ່ ຈະສືບຕໍ່ປະຕິບັດກິດຈະກໍາໃນແຜນ ງານຮ່ວມມືໃນຕໍ່ໜ້າ ເພື່ອແນໃສ່ ສົ່ງເສີມການທ່ອງທ່ຽວລະຫວ່າງ ພາກພື້ນອາຊຽນ ກັບ 3 ປະເທດ ໃຫ້ມີໝາກຜົນທີ່ດີຍຶ່ງຂຶ້ນ, ໂດຍສະ ເພາະແມ່ນການສົ່ງເສີມການຂະ ຫຍາຍຕະຫລາດການທ່ອງທ່ຽວ ຈາກ 3 ປະເທດ ທີ່ມີທ່າແຮງຫລາຍ ດ້ານຕໍ່ການທ່ອງທ່ຽວອາຊຽນ. ຂະນະດຽວກັນ ກໍຈະຊຸກຍູ້ນັກທ່ອງ ທ່ຽວຈາກອາຊຽນ ເດີນທາງໄປ ທ່ຽວ ໃນ 3 ປະເທດ ໃຫ້ນັບມື້ຫລາຍ ຂຶ້ນ ເຊ່ິງທັງໝົດນີ້ໄດ້ຢັ້ງຢືນໃຫ້ ເຫັນການຮ່ວມມືອັນດີລະຫວ່າງ ພາກລັດຖະບານ, ພາກເອກະຊົນ ແລະ ປະຊາຊົນຂອງບັນດາປະເທດ ອາຊຽນ+3 ໄດ້ສືບຕໍ່ມີບັນຍາກາດ ທີ່ດີຂຶ້ນ, ອັນສໍາຄັນການທ່ອງທ່ຽວ ໄດ້ຊ່ວຍການກະຕຸ້ນເສດຖະກິດທັງ ທາງກົງ ແລະ ທາງອ້ອມຂອງແຕ່ ລະປະເທດໃຫ້ມີການເຕີບໃຫຍ່. * ແພດສຸກເສີນ (Emergency Room) ແມ່ນແພດຜູ້ຊໍານານສະ ເພາະທາງ ທີ່ສາມາດຊ່ວຍເຫລືອຄົນ ເຈັບແບບກະທັນຫັນໄດ້ໃນທຸກກໍລະນີ, ແພດສຸກເສີນບໍ່ພຽງຈະແຕ່ປະຕິບັດ ໜ້າທີ່ຢູ່ໃນຫ້ອງສຸກເສີນຂອງໂຮງໝໍ ເທົ່ານັ້ນ, ແຕ່ໃນທຸກກິດຈະກໍາ, ງານພິທີ ການ, ກອງປະຊຸມລະດັບຊາດ, ລະດັບ ສາກົນ ຕະຫລອດຮອດງານຕ່າງໆທີ່ມີ ມວນຊົນເຂົ້າຮ່ວມ ແມ່ນຈະຕ້ອງມີແພດ ສຸກເສີນໄປຮ່ວມ ແລະ ປະຈໍາການ ເພື່ອ ກຽມພ້ອມຊ່ວຍເຫລືອເບິ່ງແຍງດ້ານສຸ ຂະພາບຂອງຜູ້ຄົນທີ່ເຂົ້າຮ່ວມງານ. ໃນໂອກາດການດໍາເນີນກອງປະ ຊຸມທ່ອງທ່ຽວອາຊຽນ 2024 ທີ່ ສປປ ສົ່ງເສີມດ້ານເສດຖະກິດ-ສັງຄົມ, ທັງຊ່ວຍປັບປຸງ ແລະ ຍົກລະດັບຊີ ວິດການເປັນຢູ່ຂອງປະຊາຊົນໃນ ອາຊຽນມີປະສິດທິພາບສູງຂຶ້ນ. ທ່ານ ຄົມ ດວງຈັນທາ ຫົວໜ້າ ກົມໂຄສະນາການທ່ອງທ່ຽວ ກະ ຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວຂອງ ສປປ ລາວ, ທັງເປັນ ຫົວໜ້າເຈົ້າໜ້າທີ່ອາວຸໂສ ທ່ອງທ່ຽວ ສປປ ລາວ ໄດ້ລາຍງານ ວ່າ: ໂອກາດກອງປະຊຸມທ່ອງທ່ຽວ ອາຊຽນ 2024 ທີ່ດໍາເນີນໃນປັດ ຈຸບັນນີ້ ກອງປະຊຸມເຈົ້າໜ້າທີ່ອາວຸ ໂສອາຊຽນ+3 ຄື: ສປ ຈີນ, ຍີ່ປຸ່ນ, * ທຸກໆປີ, ສະມາຄົມກາເຟລາວ ໄດ້ມີການລາຍງານວ່າກາເຟແມ່ນ ໜຶ່ງໃນຜະລິດຕະພັນກະສິກໍາໄດ້ຮັບ ຄວາມສົນໃຈຈາກລູກຄ້າຕ່າງປະ ເທດໂດຍສະເລ່ຍການສົ່ງອອກກາ ເຟໄປຕ່າງປະເທດບໍ່ຕໍ່າກວ່າ 30 ພັນໂຕນ ກັບການສ້າງລາຍໄດ້ບໍ່ຕໍ່າ ກວ່າ 70 ລ້ານໂດລາ. ລະຫວ່າງກອງປະຊຸມທ່ອງ ທ່ຽວອາຊຽນປີ 2024 ນີ້, ຜູ້ປະ ກອບການທຸລະກິດກາເຟລາວໄດ້ ເຂົ້າຮ່ວມງານວາງສະແດງການ ທ່ອງທ່ຽວອາຊຽນ ເຊິ່ງງານຄັ້ງນີ້ ເປັນອີກເຫດການໜຶ່ງທີ່ເປີດໂອ ກາດໃຫ້ຜູ້ປະກອບການຈາກບັນດາ ປະເທດສະມາຊິກອາຊຽນ ໄດ້ແລກ ປ່ຽນຂໍ້ມູນຂ່າວສານ ກ່ຽວກັບວຽກ ງານການຊື້, ການຂາຍ ແລະ ການ ທ່ອງທ່ຽວໃຫ້ບັນດາແຂກທີ່ເຂົ້າ ຮ່ວມງານ ເພື່ອເຮັດໃຫ້ຜະລິດຕະ ພັນເປັນທີ່ຮັບຮູ້ຫລາຍຂຶ້ນ. ນາງ ສຸມະໂນ ສົມສະໝອນ ເຈົ້າຂອງຜະລິດຕະພັນກາເຟຍິ້ມ ງາມ ໃຫ້ຮູ້ວ່າ: ການເຂົ້າຮ່ວມວາງ ສະແດງການທ່ອງທ່ຽວອາຊຽນ ຄັ້ງນີ້ຮູ້ສຶກດີໃຈຫລາຍເພາະເປັນ ການເປີດໂອກາດໃຫ້ຜູ້ປະກອບການ ລາວ ໄດ້ພົບປະກັບຜູ້ປະກອນການ ອາຊຽນໃຫ້ຫລາຍຂຶ້ນ ເວົ້າລວມ ເວົ້າສະເພາະກາເຟຍິ້ມງາມ ແມ່ນ ໄດ້ຮັບຄວາມສົນໃຈຫລາຍຈາກ ນັກທ່ອງທ່ຽວຕ່າງປະເທດທີ່ ໄດ້ ມາທ່ຽວຊົມ ແລະ ຊິມກາເຟ ທັງຊື້ ເປັນເຄື່ອງຝາກຂອງຕ້ອນຈາກລາວ ຢ່າງຫລວງຫລາຍ ຈຸດນີ້ໄດ້ສ້າງ ຄວາມພາກພູມໃຈຫລາຍທີ່ຜະລິດ ຕະພັນຂອງຄົນລາວເຮົາມີບົດບາດ ຫລາຍຂຶ້ນໃນເວທີອາຊຽນ ລວມ ເຖິງເວທີສາກົນ. ສໍາລັບກາເຟທີ່ ນໍາມາວາງສະແດງໃນຄັ້ງນີ້ມີແບບ ກະເຟແມັດ ແລະ ຜົງສໍາເລັດຮູບ ໂດຍລາຄາເລີ່ມຕົ້ນແມ່ນ 185.000 ກີບຂຶ້ນໄປ. ນາງ ສິມມະໂນ ໃຫ້ຮູ້ຕື່ມວ່າ: ນີ້ແມ່ນເທື່ອທີສອງທີ່ໄດ້ນຳເອົາຜະ ລິດຕະພັນກາເຟຍິ້ມງາມມາວາງ ສະແດງ ເນື່ອງຈາກວ່າກາເຟຍິ້ມ ງາມຜະລິດໃນທ້າຍເດືອນທັນວາ ຜ່ານມານີ້ ແຕ່ໄດ້ຮັບຄວາມສົນໃຈ ຈາກສັງຄົມສູງ ໂດຍສະເພາະແມ່ນ ບັນດາຮ້ານກາເຟໃນລາວ ແລະ ການເຂົ້າຮ່ວມງານຄັ້ງນີ້ໄດ້ມີການ ແລກປ່ຽນຂໍ້ມູນກ່ຽວກັບທຸລະກິດ ກັບບັນດາປະເທດອາຊຽນ ແລະ ກໍ ຫວັງວ່າໃນອະນາຄົດຈະສາມາດ ເຂົ້າໄປຂະຫຍາຍຕະຫລາດໃນບັນ ດາປະເທດອາຊຽນໄດ້ຫລາຍຂຶິ້ນ ທັງມີໂອກາດພົວພັນກັບນັກທຸລະ ກິດຈາກປະເທດຈີນ ຄາດວ່າຈະສົ່ງ ອອກໃນໄວໆນີ້. ພ້ອມນີ້ ທ່ານ ນາງ ມະນີສາຄອນ ທຳມະວົງໄຊ ຮອງຫົວໜ້າກົມໂຄສະນາການທ່ອງ ທ່ຽວ ກະຊວງຖະແຫລງຂ່າວ ວັດ ທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ ງານວາງສະແດງການທ່ອງທ່ຽວ ອາຊຽນ ເປັນເວທີທີ່ເປັນເອກະລັກ ສະເພາະ ແລະ ພິເສດໃຫ້ແກ່ຜູ້ຊື້ທົ່ວ ໂລກໄດ້ພົບປະກັບບັນດາຜະລິດຕະ ພັນການທ່ອງທ່ຽວ ແລະ ເພື່ອສ້າງ ຕັ້ງທຸລະກິດໃໝ່ ເພື່ອສົ່ງເສີມການ ພົບປະຊື້ຂາຍລາຍການທ່ອງທ່ຽວ ພາຍໃນອາຊຽນ ແລະ ບັນດາປະ ເທດ ໃນທົ່ວໂລກການເຂົ້າຮ່ວມ ງານວາງສະແດງການທ່ອງທ່ຽວ ຄັ້ງນີ້ມີຜູ້ມາຈາກປະເທດ: ຝຣັ່ງ, ອັງກິດ, ເຢຍລະມັນ, ອີຕາລີ, ສະເປນ, ແບນຊິກ, ຕວກກີ, ອົດສະຕຣາລີ, ນິວຊີແລນ, ໂປແລນ, ເນເທີແລນ, ຣັດເຊຍ, ຈີນ, ຍີ່ປຸ່ນ, ເກົາຫລີໃຕ້, ອິນເດຍ, ສິງກະໂປ, ໄທ, ມາເລເຊຍ, ຟີລິບປິນ, ອິນໂດເນເຊຍ, ມຽນມາ, ຫວຽດນາມ ແລະ ກຳປູເຈຍ ສໍາລັບ ຜູ້ຂາຍມາຈາກ 10 ປະເທດສະມາ ຊິກອາຊຽນ. ແນວໃດກໍດີ ກາເຟລາວທີ່ປູກໃນ ເຂດເມືອງປາກຊ່ອງ ແຂວງຈໍາປາ ສັກ ເຫັນວ່າລູກຄ້າຈາກອາຊຽນ, ສປ ຈີນ, ຍີ່ປຸ່ນ, ສ ເກົາຫລີ, ເອີຣົບ ຍັງຕ້ອງການນໍາເຂົ້າເພີ່ມຂຶ້ນຢ່າງ ຕໍ່ເນື່ອງ ເຊິ່ງເຮັດໃຫ້ທັງຜູ້ປູກ ແລະ ຜູ້ຂາຍ ຕ່າງກໍຫວັງວ່າລາຄາກາເຟ ໃນຕະຫລາດໂລກຈະສືບຕໍ່ເພີ່ມ ເຊັ່ນດຽວກັນ ເຊິ່ງເປັນການສ້າງ ລາຍຮັບໃຫ້ປະຊາຊົນເປັນກອບ ເປັນກໍາ ແລະ ສາມາດປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດສັງຄົມ,ສ້າງວຽກເຮັດງານທໍາແລະ ແກ້ໄຂຄວາມທຸກຍາກເປັນກ້າວໆ. ຈາກໂຮງໝໍເສດຖາທິລາດ. ທ່ານໝໍວິໄລພັນ ບອກວ່າ: ການໄດ້ ມາປະຈໍາການເພື່ອປະຕິບັດໜ້າທີ່ຮັບ ໃຊ້ກວດສຸຂະພາບໃຫ້ແຂກທີ່ມາຮ່ວມ ກອງປະຊຸມໃນຄັ້ງນີ້ ຖືວ່າເປັນກຽດອັນ ສູງຂອງພະນັກງານແພດໝໍພວກເຮົາ ທັງໝົດ ທີ່ມີໂອກາດໄດ້ປະກອບສ່ວນ ຮັບໃຊ້ກອງປະຊຸມສາກົນສໍາຄັນທີ່ປະ ເທດເຮົາໄດ້ເປັນເຈົ້າພາບ ຈັດໃນເທື່ອນີ້ ແລະ ອຸປະກອນເຄື່ອງມືການແພດແລະ ຢາຕ່າງໆ ທີ່ກະກຽມມາໄວ້ໃຊ້ນີ້ ສ່ວນ ໃຫຍ່ກໍແມ່ນໃຊ້ກ່ຽວກັບກໍລະນີອາ ການເຈັບສຸກເສີນ ເປັນຕົ້ນແມ່ນ: ອາ ການເຈັບທ້ອງ, ອາການແພ້ແບບກະ ທັນຫັນ ລວມໄປເຖິງອາການວິນຫົວ, ປວດຮາກ ທີ່ມີລັກສະນະເຈັບແບບສຸກ ເສີນທຸກກໍລະນີ. ໃນໄລຍະຜ່ານມາ, ທີມແພດພວກເຮົາ ກໍເຄີຍໄດ້ປະຕິບັດ ໜ້າທີ່ຮັບໃຊ້ໃນຫລາຍງານສໍາຄັນລະ ດັບຊາດແລະກອງປະຊຸມສາກົນຕ່າງໆ ທີ່ປະເທດພວກເຮົາໄດ້ຮັບກຽດເປັນເຈົ້າ ພາບ. ສ່ວນການຮັບໃຊ້ສັງຄົມທົ່ວໄປ ກໍສາມາດເວົ້າໄດ້ວ່າເກືອບທຸກພາກ ສ່ວນ ບໍ່ວ່າຈະເປັນພາກລັດ ຫລື ເອກະ ຊົນ ຖ້າຈັດກອງປະຊຸມກໍແມ່ນຈະຮຽກ ຮ້ອງມາພວກເຮົາໃຫ້ເຂົ້າໄປປະກອບ ສ່ວນປະຈໍາການເພື່ອກວດສຸຂະພາບ, ນັ້ນກໍເປັນເພາະວ່າ ໂຮງໝໍມະໂຫສົດ ເປັນໂຮງໝໍສູນກາງ ແລະ ພະນັກງານ ແພດທີ່ມາປະຈໍາຢູ່ກອງປະຊຸມສ່ວນ ໃຫຍ່ ແມ່ນແພດຈາກໜ່ວຍງານສຸກ ເສີນແລະພະຍາບານທີ່ຊໍານານງານໃນ ດ້ານຊ່ວຍເຫລືອສຸກເສີນ ເຊິ່ງຜ່ານມາ ແຂກທີ່ມາກວດສຸຂະພາບສ່ວນຫລາຍ ແມ່ນຈະມີອາການເຈັບທ້ອງ, ວິນຫົວ ແລະ ຖ້າຫາກມີກໍລະນີເຈັບຮຸນແຮງ ຈາກພະຍາດອື່ນໆ ກໍຈະຊ່ວຍເຫລືອ ເຊີດຊູເບື້ອງຕົ້ນ ແລະ ນໍາສົ່ງໄປປິ່ນປົວ ຕໍ່ຢູ່ໂຮງໝໍໂດຍໄວ. ໂດຍ: ສຸພາສະຫວັນ crfl5 dglu o vu d|bj '|j ;p'kole7a o .odkoIa [.-h dv'xt-5 ,mj v'mj P;vk-Po 2024 ລາວ ໄດ້ຮັບກຽດເປັນເຈົ້າພາບຈັດ ຂຶ້ນໃນລະຫວ່າງວັນທີ22-27ມັງກອນ 2024 ນີ້, ນັກຂ່າວສໍານັກຂ່າວສານ ປະເທດລາວ ກໍໄດ້ສັງເກດເຫັນການ ປະຕິບັດໜ້າທີ່ຂອງຄະນະແພດທີ່ປະ ຈໍາການຢູ່ກອງປະຊຸມດັ່ງກ່າວ ທີ່ໂຮງ ແຮມແລນມາກ ນະຄອນຫລວງວຽງ ຈັນ ທີ່ເຮັດວຽກຢ່າງຫ້າວຫັນ ແລະເອົາ ໃຈໃສ່ກວດສຸຂະພາບໃຫ້ກັບແຂກແລະ ຜູ້ເຂົ້າຮ່ວມກອງປະຊຸມທີ່ມາກວດສຸຂະ ພາບ ຫລື ມີອາການບໍ່ສະບາຍຫລາຍ ກໍລະນີ, ໂດຍທ່ານໝໍນາງ ວິໄລພັນ ພະນັກງານແພດສຸກເສີນຂອງໂຮງໝໍ ມະໂຫສົດ ໄດ້ໃຫ້ຮູ້ວ່າ: ພວກເຮົາແມ່ນ ທີມແພດສຸກເສີນມາຈາກໂຮງໝໍມະ ໂຫສົດແລະຖືກແຕ່ງຕັ້ງໃຫ້ປະຈໍາການ ຢູ່ກອງປະຊຸມທ່ອງທ່ຽວອາຊຽນຢູ່ ໂຮງແຮມແລນມາກ ແຕ່ວັນທີ 22-27 ມັງກອນນີ້, ສໍາລັບການຮັບໃຊ້ກອງ ປະຊຸມຄັ້ງນີ້ ແມ່ນມີທີມແພດທັງໝົດ 2 ທີມ, ໂດຍອີກ 1 ທີມ ແມ່ນປະຈໍາການ ຢູ່ສູນການຄ້າ ລາວ-ໄອເຕັກ ບ່ອນຈັດ ງານວາງສະແດງຜະລິດຕະພັນການ ທ່ອງທ່ຽວ ເຊິ່ງແມ່ນທີມແພດສຸກເສີນ ສ ເກົາຫລີ ໄດ້ທົບທວນຄືນ ແລະ ຕີລາຄາສູງ ການປະຕິບັດແຜນງານ ການຮ່ວມມືໃນໄລຍະຜ່ານມາ, ເຫັນວ່າຈໍານວນນັກທ່ອງທ່ຽວ ຈາກ 3 ປະເທດດັ່ງກ່າວ ໄດ້ເຂົ້າມາ ທ່ອງທ່ຽວຢູ່ບັນດາປະເທດອາຊຽນ ເພີ່ມຂຶ້ນຫລາຍເທົ່າຕົວ, ພາຍຫລັງ ການລະບາດຂອງພະຍາດໂຄວິດ ຈາງຫາຍໄປ. ຂະນະທີ່ໃນປີ 2023 ສະເພາະນັກທ່ອງທ່ຽວສາກົນທີ່ ເຂົ້າມາ ສປປ ລາວ ແມ່ນມີຈໍານວນ ເພີ່ມຂື້ນຫລາຍກວ່າ 160%ຫລືປະ ມານ 2 ລ້ານກວ່າຄົນ ເມື່ອທຽບກັບ
RkJQdWJsaXNoZXIy MTc3MTYxMQ==