5797

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 25/01/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp m6 f]k; xt9es;Pfok, g0Q k1h P,0j eoa [ sq ;|h klt4k[a odkog,n v'csj '-kf 3Ij 9uj ,y ' ]q fw2 ]k;{9u o xtdv[lj ;ole7a o.oxu mj v'mj P; ]k; 2024 wfh 1j k'xtma [.9s]kpd;j kglA omk'vn j o ຂປລ. ເມື່ອບໍ່ດົນມານີ້, ສະຫາຍ ນາງ ຄຳເພົາ ເອີນທະວັນ ເອກອັກ ຄະລັດຖະທູດວິສາມັນຜູ້ມີອຳນາດ ເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າ ຢ້ຽມຂ່ຳນັບ ແລະ ສະເໜີຕົວຕໍ່ສະ ຫາຍ ຫງວຽນຊວັນຖັງກຳມະການ ກົມການ ເມືອງສູນກາງພັກ, ຫົວ ໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີ່ມິ່ງ, ປະທານສະພາທິດສະດີ ສູນກາງພັກກອມມູນິດຫວຽດນາມ ໂດຍສະຫາຍໄດ້ນຳເອົາຄຳຢື້ຢາມ ຖາມຂ່າວອັນອົບອຸ່ນ ແລະ ຄຳອວຍ ພອນອັນປະເສີດຂອງສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນ ກາງພັກ, ປະທານສະພາທິດສະດີ ສູນກາງພັກ ແລະ ສະຫາຍ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງ ພັກປະຊາຊົນປະຕິວັດລາວ, ຫົວໜ້າ ສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ ເຖິງສະຫາຍ ຫງວຽນ ຊວັນ ຖັງ ພ້ອມຄະນະ ເນື່ອງໃນໂອກາດປີໃໝ່ສາກົນທີ່ ຜ່ານພົ້ນໄປ ແລະ ບຸນປີໃໝ່ ປະຈຳ ຊາດຫວຽດນາມ ຈະໝູນວຽກມາ ເຖິງໃນມໍ່ໆນີ້. ໂອກາດນີ້, ສະຫາຍ ນາງ ຄໍາເພົາ ເອີນທະວັນ ໄດ້ສະແດງ ຄວາມຂອບໃຈ ສະຫາຍ ຫງວຽນ ຊວັນ ຖັງ ທີ່ໃຫ້ການຕ້ອນຮັບຢ່າງ ອົບອຸ່ນ, ສະໜິດສະໜົມ. ພ້ອມທັງ ສະແດງຄວາມປິຕິຍິນດີຕໍ່ຜົນສຳ ເລັດໃນການຈັດຕັ້ງປະຕິບັດມະຕິ ຂອງກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຕະຫລອດໄລຍະຜ່ານມາ ເຊິ່ງນຳ ໂດຍສະຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ທີ່ເຕັມໄປດ້ວຍຄວາມ ຮູ້, ຄວາມສາມາດ ແລະປະສົບການ ຢ່າງຫລວງຫລາຍ ອັນໄດ້ເຮັດໃຫ້ ສສ ຫວຽດນາມ ໄດ້ຮັບການພັດທະ ນາຮອບດ້ານຢ່າງວ່ອງໄວ ແລະ ກ້າວກະໂດດ, ການແກ້ໄຂຄວາມ ຫຍຸ້ງຍາກຈາກຜົນກະທົບຂອງໂຄ ວິດ-19 ໄດ້ຢ່າງວ່ອງໄວ, ເຮັດໃຫ້ ເສດຖະກິດສືບຕໍ່ຂະຫຍາຍຕົວ, ຊີ ວິດການເປັນຢູ່ຂອງປະຊາຊົນນັບ ມື້ດີຂຶ້ນຢ່າງຈະແຈ້ງ, ອິດທິພົນ, ບົດບາດ, ຊື່ສຽງຂອງ ຫວຽດນາມ ກໍພົ້ນເດັ່ນໃນເວທີພາກພື້ນ ແລະ ສາ ກົນ. ພ້ອມນີ້, ສະຫາຍຍັງໄດ້ຕີລາ ຄາສູງຕໍ່ການພົວພັນຮ່ວມມືລະ ຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ໂດຍສະເພາະແມ່ນການຮ່ວມ ມືລະຫວ່າງ ສະຖາບັນການເມືອງ ແຫ່ງຊາດໂຮ່ຈີ່ມິງ ຂອງຫວຽດ ນາມ ກັບສະຖານບັນການເມືອງ ແລະ ການປົກຄອງແຫ່ງຊາດຂອງ ລາວ ຊຶ່ງຍາມໃດກໍໄດ້ໃຫ້ຄວາມສຳ ຄັນຕໍ່ການກໍ່ສ້າງບຸກຄະລາກອນ ຂອງສອງພັກ, ສອງລັດຢ່າງ ເປັນ ປົກກະຕິເປັນ ຕົ້ນແມ່ນ ສະຖາບັນ ການເມືອງແຫ່ງຊາດໂຮ່ຈີ່ມິງ ໄດ້ ເປີດຊຸດບໍາລຸງກໍ່ສ້າງວິຊາສະເພາະ ທັງໄລຍະສັ້ນ ແລະ ໄລຍະຍາວ, ບຳ ລຸງທິດສະດີການເມືອງໃຫ້ແກ່ບັນ ດາການນຳ, ກໍ່ສ້າງຄູສອນທິດສະ ດີການເມືອງ, ຫລັກສູດຕ່າງໆໃຫ້ ແກ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຂອງລາວ. ໂອກາດນີ້, ສະຫາຍເອກອັກຄະລັດ ຖະທູດລາວ ຍັງໄດ້ຕາງໜ້າພັກ, ລັດ ຖະບານ ແລະ ປະຊາຊົນລາວສະ ແດງຄວາມຮູ້ບຸນຄຸນ ແລະ ຂອບໃຈ ຢ່າງຈິງໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຊຶ່ງເປັນການສະແດງເຖິງນ້ຳໃຈ ຄວາມສາມັກຄີພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ຊຶ່ງມີ ໜຶ່ງບໍ່ມີສອງໃນໂລກ. ສະຫາຍ ຫງວຽນ ຊວັນ ຖັງ ໄດ້ ສະແດງຄວາມຊົມເຊີຍຕໍ່ການມາ ປະຕິບັດໜ້າທີ່ດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດຜູ້ມີອໍານາດ ເຕັມປະຈໍາ ສສ ຫວຽດນາມຂອງ ສະຫາຍ ນາງ ຄຳເພົາ ເອີນທະວັນ, ສະຫາຍໄດ້ສະແດງຄວາມດີໃຈ ທີ່ເຫັນວ່າ ໃນໄລຍະຜ່ານມາສາຍ ພົວພັນມິດຕະພາບ ລະຫວ່າງສອງ ປະເທດໄດ້ຮັບການຂະຫຍາຍຕົວ ເຂົ້າສູ່ລວງເລິກປະກົດຜົນເປັນຈິງ ມີປະສິດທິຜົນສູງຂຶ້ນໃນຫລາຍຂົງ ເຂດ ເປັນຕົ້ນແມ່ນຂົງເຂດການ ເມືອງ, ປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ ຊຶ່ງເປັນການປະ ກອບສ່ວນສຳຄັນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມ ຂອງ ແຕ່ລະປະເທດ. ພັກ, ລັດ ແລະ ປະ ຊາຊົນຫວຽດນາມ ຍາມໃດກໍຖືສຳ ຄັນຕໍ່ສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອດດ້ານ. ພ້ອມນີ້, ສະຫາຍຍັງໄດ້ສະແດງຄວາມ ເຊື່ອ ໝັ້ນວ່າ, ດ້ວຍຄວາມຮູ້, ຄວາມສາ ມາດ ແລະ ປະສົບປະການໃນວຽກ ງານການທູດຂອງ ສະຫາຍເອກອັກ ຄະລັດຖະທູດຄົນໃໝ່ປະຈຳຫວຽດ ນາມ ຈະສືບຕໍ່ເປັນຂົວຕໍ່ອັນສຳຄັນ ໃຫ້ແກ່ການພົວພັນມິດຕະພາບລະ ຫວ່າງສອງປະເທດໃຫ້ຂະຫຍາຍ ຕົວຂຶ້ນຢ່າງບໍ່ຢຸດຢັ້ງ. *ເປັນເທື່ອທຳອິດຂອງຜູ້ຂຽນ ໄດ້ຂີ່ລົດໄຟລາວ-ຈີນ ຂ້າມຊາຍ ແດນ ສປປ ລາວ ທີ່ຈຸດຜ່ານແດນ ດ່ານບໍ່ເຕັນໄປຫາດ່ານບໍ່ຫານຊາຍ ແດນຂອງ ສປ ຈີນ ເມື່ອທ້າຍເດືອນ ທັນວາ 2023 ແລະ ຂີ່ລົດໄຟສືບ ຕໍ່ໄປຍັງ12 ພັນນາ ດ້ວຍຄວາມ ໄວ160 ກິໂລແມັດຕໍ່ຊົ່ວໂມງ ແລະ ພຽງ1 ຊົ່ວໂມງ ພວກເຮົາກໍຮອດ ຈຸດໝາຍປາຍທາງດ້ວຍຄວາມສະ ດວກສະບາຍ. ທ່ານ ສູນທອນ ຄັນທະວົງ ອະ ດີດຜູ້ອຳນວຍການໃຫຍ່ສຳນັກຂ່າວ ສານປະເທດລາວ ທີ່ຮ່ວມເດີນທາງ ກັບຜູ້ຂຽນໄດ້ກ່າວວ່າ: ເດີນທາງ ດ້ວຍລົດໄຟ ລາວ-ຈີນ ສະດວກສະ ບາຍ, ຖ້າທຽບໃສ່ນັ່ງເຮືອບິນ ຫລື ລົດໂດຍສານບ່ອນນັ່ງຂອງລົດໄຟ ລາວ-ຈີນ ກວ້າງຂວາງສະດວກ ສະບາຍກວ່າ. ໃນເວລາເມື່ອຍນັ່ງ ຢາກລຸກຢືນກໍໄດ້ເພາະທາງຄົນ ຍ່າງໃນລົດໄຟກໍກວ້າງຂວາງ, ຫ້ອງ ນໍ້າກໍສະອາດ. ພິເສດຕະຫລອດ ການເດີນທາງແມ່ນຫ້າມສູບຢາ ຢ່າງເດັດຂາດຖືວ່າເຂັ້ມງວດໃນ ການຮັກສາຄວາມປອດໄພ. ນອກ ນັ້ນ ຕະຫລອດການເດີນທາງພະນັກ ງານຈະຄອຍໃຫ້ບໍລິການຂາຍນໍ້າ ດື່ມ, ອາຫານ ແລະ ອະນາໄມຕະ ຫລອດເວລາ. ສິ່ງສຳຄັນເວລາເດີນ ທາງດ້ວຍລົດໄຟຜູ້ໂດຍສານສາ ມາດຊົມທີວທັດທຳມະຊາດທີ່ສວຍ ງາມຂອງສອງປະເທດ ລາວ ແລະ ຈີນ ຢ່າງເພີດເພີນໃຈ. ສ່ວນທ່ານ ບຸນເຈົ້າ ພິຈິດ ອະດີດ ຜູ້ອຳນວຍການໃຫຍ່ໂທລະພາບ ແຫ່ງຊາດລາວ ກໍໄດ້ລົມກັບຜູ້ຂຽນ ວ່າ: ລົດໄຟ ລາວ-ຈີນ ມີຜົນປະ ໂຫຍດມະຫາສານຫລາຍກວ່າ ຄວາມຄາດຫວັງໄວ້. ນອກຈາກ ເປັນການເປີດກວ້າງການຄ້າການ ຂົນສົ່ງລະຫວ່າງສອງປະເທດ ລາວ-ຈີນແລ້ວ ບັນດາປະເທດອາ ຊຽນ ແລະ ປະເທດອື່ນໆ ກໍໄດ້ຮັບ ຜົນປະໂຫຍດນຳ. ພິເສດລົດໄຟ ລາວ-ຈີນ ໄດ້ປະກອບສວ່ນສຳຄັນ ໃນການເປີດການທ່ອງທ່ຽວຂອງ ສປປລາວອອກສູ່ສປຈີນຫລາຍຂື້ນ ກວ່າເສັ້ນທາງອື່ນ, ນອກຈາກຄົນ ລາວໄດ້ໄປທ່ຽວຈີນ ຫລາຍຂຶ້ນ ແລ້ວ, ບັນດານັກທ່ອງທ່ຽວປະເທດ ໃນຂົງເຂດອາຊຽນ ແລະ ທົ່ວໂລກ ກໍໄດ້ໄປທ່ຽວ ສປ ຈີນ ຜ່ານລົດໄຟ ລາວ-ຈີນນັບມື້ນັບຫລາຍຂຶ້ນ ແລະ ຄົນຈີນ ກໍຂີ່ລົດໄຟ ຈີນ-ລາວ ມາ ທ່ຽວ ສປປ ລາວ ແລະ ຜ່ານ ສປປ ລາວໄປທ່ຽວໄທຫລາຍເຊັ່ນດຽວ ກັນ. ຕາມການສັງເກດໃນມື້ເດີນ ທາງຮ່ວມກັບຕົນເອງຈາກສະຖານີ ນະຄອນຫລວງວຽງຈັນ ໄປລົງທີ່ ສະຖານີ12 ພັນນາ ມີນັກທ່ອງ ທ່ຽວບໍ່ຫລຸດ 300 ຄົນ.ໃນດ້ານການ ບໍລິການກວດຄົນເຂົ້າເມືອງທີ່ດ່ານ ບໍ່ເຕັນ ສປປ ລາວ ແລະ ດ່ານບໍ່ຫານ ສປ ຈີນ ກໍສະດວກສະບາຍ, ສະ ເພາະທີ່ດ່ານບໍ່ຫານຈະມີປ່ອງບໍລິ ການສະເພາະຄົນຕ່າງປະເທດ ເພື່ອ ອຳນວຍຄວາມສະດວກໃຫ້ໄວຂຶ້ນ. ທີ່ 12 ພັນນາ, ກຸ່ມນັກທ່ອງທ່ຽວ ພວກເຮົາລວມ 32 ຊີວິດທັງລາວ, ໄທ ແລະ ເຊື້ອຊາດລາວຈາກຕ່າງ ແດນໄດ້ສຳຜັດກັບອາກາດ, ແຫລ່ງ ທ່ອງທ່ຽວທຳມະຊາດ, ຮີດຄອງປະ ເພນີ, ວັດທະນະທໍາ ແລະ ວັດວາອາ ຮາມທີ່ສວຍງານ. ພິເສດພວກເຮົາ ໄດ້ຊົມການສະແດງສິລະປະກາຍ ຍະສິນທີ່ໂຮງລະຄອນຂອງ12 ພັນ ນາ, ທ່ຽວຊົມສວນປ່າດົງດິບນົກ ຍຸງ, ສວນວັດທະນະທຳໄອນີຶີອີກໍ້, ນະມັດສະການພະໃຫຍ່ ທີ່ວັດຫລວງ ເມືອງລື້ແລະພະທາດປາງເຢີ, ທ່ຽວ ຊົມບ້ານໄທລື້, ສຳຜັດກັບອາຫານ ໄທລື້ 12 ພັນນາ, ອາຫານຈີນ ແລະ ສູນການຄ້າທີ່ 12 ພັນນາ. ໂດຍ ລວມ, ພາຍໃຕ້ການຊີ້ນຳ ແລະ ນຳ ພາຂອງພັກກອມມູນິດຈີນ 12 ພັນ ນາໄດ້ຮັບການພັດທະນາໄວ.ໂດຍ ສະເພາະນັບແຕ່ມີເສັ້ນທາງລົດໄຟ ຈີນ-ລາວ, ລາວ-ຈີນ ມາຜ່ານ,12 ພັນນາຍິ່ງມີການພັດທະນາແບບ ກ້າວກະໂດດ. ມາຮອດປັດຈຸບັນ, ເສັ້ນທາງ ລົດ ໄຟ ຈີນ-ລາວ ໄດ້ຮັບຄວາມນິ ຍົມນັບມື້ນັບເພີ່ມຂຶ້ນໃນການທ່ອງ ທ່ຽວຈາກອາຊຽນຜ່ານ ສປປ ລາວ ໄປ ສປ ຈີນ ແລະ ຈາກ ສປ ຈີນ ຜ່ານ ສປປ ລາວ ໄປສູ່ບັນດາປະເທດໃນ ອາຊຽນ. ໂດຍສະຖິຕິໄດ້ສະແດງ ໃຫ້ເຫັນວ່າ; ນັບແຕ່ປີ 2023 ເປັນ ຕົ້ນມາ, ບໍລິເວນລຽບຕາມເສັ້ນທາງ ລົດໄຟ ຈີນ-ລາວ ໄດ້ມີຜູ້ໂດຍສານ ນັບມື້ນັບຫລາຍ, ການທ່ອງທ່ຽວ ໂດຍຂີ່ລົດໄຟໂດຍສານສາກົນຕາມ ເສັ້ນທາງລົດໄຟ ຈີນ-ລາວ ໄດ້ເປັນ ທີ່ຄວາມນິຍົມອັນໃໝ່. ນັບແຕ່ການ ເປີດນຳໃຊ້ເປັນຕົ້ນມາ, ເສັ້ນທາງ ລົດໄຟ ຈີນ-ລາວ ໄດ້ອອກແຮງສົ່ງ ເສີມຮູບແບບການພັດທະນາໃໝ່ “ທາງລົດໄຟ + ການທ່ອງທ່ຽວ”. ຫລາຍບໍລິສັດທ່ອງທ່ຽວໄດ້ນຳສະ ເໜີເສັ້ນທາງທ່ອງທ່ຽວຕາມເສັ້ນ ທາງລົດໄຟຈີນ-ລາວ, “ຈາກພູຫິມະ ຮອດປ່າໄມ້ເຂດຮ້ອນ” “ຈາກທົ່ງ ພຽງແຂວງເສສວນຮອດປ່າໄມ້ ເຂດຮ້ອນ”ແລະການບໍລິການທ່ອງ ທ່ຽວອື່ນໆໄດ້ຮັບຄວາມນິຍົມຫລາຍ ແລະມີນັກທ່ອງທ່ຽວນັບມື້ນັບ ເພີ່ມ ຂຶ້ນ, ນັກທ່ອງທ່ຽວເກືອບ1ແສນຄົນ ໄດ້ສຳຜັດກັບການທ່ອງທ່ຽວຂ້າມ ຊາດທີ່ “ຂີ່ລົດໄຟທ່ຽວປະເທດ ລາວ” “ຂີ່ລົດໄຟທ່ຽວປະເທດຈີນ”. *** ອ່ານຕໍ່ສະບັບໜ້າ *** ກອງປະຊຸມເຈົ້າໜ້າທີ່... ສາມາຄົມໂຮງແຮມ... ຮອງປະທານສະມາ ຄົມໂຮງແຮມ ແລະ ຮ້ານອາຫານລາວ ໄດ້ໃຫ້ສໍາ ພາດຕໍ່ສື່ມວນຊົນວ່າ: ກອງປະຊຸມ ຄັ້ງນີ້, ເປັນກອງປະຊຸມທີ່ຕິດພັນ ກັບໂຮງແຮມ, ຮ້ານອາຫານ ແລະ ການບໍລິການຕ່າງໆ ທັງເປັນເວທີ ສໍາຄັນ ທີ່ຈະເຮັດໃຫ້ບັນດາປະເທດ ອາຊຽນ ມີໂອກາດໄດ້ໂຄສະນາ ແລະ ນຳສະເໜີແຫລ່ງທ່ອງທ່ຽວ ທີ່ສຳຄັນຂອງແຕ່ລະປ ະເທດຂອງ ຕົນ. ໃນກອງປະຊຸມໄດ້ມີການແລກ ປ່ຽນບົດຮຽນຊຶ່ງກັນ ແລະ ກັນ ເປັນຕົ້ນ ບັນຫາຄວາມຫຍຸ້ງຍາກ, ຈຸດດີແລະ ຈຸດອ່ອນແລະ ອື່ນໆ. ສຳ ລັບສະມາຄົມໂຮງແຮມ ແລະ ຮ້ານ ອາຫານລາວ ໄດ້ສະເໜີຕໍ່ສະມາ ຄົມບັນດາສະມາຊິກອາຊຽນຄື: ການທ່ອງທ່ຽວລາວ2024ໂດຍສະ ເພາະໄດ້ໂຄ ສະນາປະເທດລາວເຮົາ ມີວັດທະນະທຳທີ່ສວຍງາມ ແລະ ອຸ ດົມສົມບູນໄປດ້ວຍຊັບພະຍາກອນ ທຳມະຊາດ, ມີຄວາມເປັນເອກະ ລັກສະເພາະ ເປັນຕົ້ນ ມີອາຫານ,ມີ ວັດທະນະທຳ, ການນຸ່ງຖືຜ້າໄໝ ລາວຂອງແມ່ຍິງລາວ ທີ່ສວຍງາມ. ພ້ອມນັ້ນ, ການຂຶ້ນເໜືອລົງໃຕ້ກໍມີ ວັດທະນະທຳ, ມີສະຖານທີ່ທ່ອງ ທ່ຽວທາງດ້ານທຳມະຊາດ, ປະ ຫວັດສາດ ແລະ ວັດທະນະທຳ ຫລາຍແຫ່ງສວຍ ງາມທີ່ແຕກຕ່າງ ກັນໄປ. ໃນນີ້, ທາງສະມາຄົມຍັງໄດ້ ແລກປ່ຽນບົດຮຽນ ເພື່ອແກ້ໄຂ ດ້ານອ່ອນ, ຂໍ້ຫຍຸ້ງຍາກໃນການ ຕ້ອນຮັບແຂກເນື່ອງຈາກພະນັກ ງານ, ແຮງງານໃຫ້ບໍລິການຍັງບໍ່ ພຽງພໍ ໃນການຕອບສະໜອງການ ຕ້ອນຮັບນັກທ່ອງທ່ຽວບໍ່ວ່າສະມາ ຄົມໂຮງແຮມ ແລະ ຮ້ານອາຫານ ຂອງລາວ, ບັນດາປະເທດອາຊຽນ ກໍຄື ຢູ່ປະເທດອື່ນໆ ກໍມີຄວາມຫຍຸ້ງ ຍາກເຊັ່ນດຽວກັນ. ສະນັ້ນ, ເຮັດ ແນວໃດຈະພັດທະນາວຽກງານ ການທ່ອງທ່ຽວໃຫ້ກາຍເປັນຍຸດທະ ສາດຂອງແຕ່ລະປະເທດ ແຕ່ນີ້ຮອດ ປີ 2025. ທ່ານ ນາງ ສົມສະນຸກ ໄຊຊະນະ ວົງເພັດ ຍັງໃຫ້ຮູ້ອີກວ່າ: ສຳລັບ ບັນດາຜູ້ປະກອບການດ້ານຮ້ານອາ ຫານ ແລະ ໂຮງແຮມ 10 ປະເທດ ອາຊຽນ ແມ່ນມີຄວາມສົນໃຈ ຫລາຍຕໍ່ສະຖານທີ່ທ່ອງທ່ຽວຂອງ ສປປ ລາວ ແລະ ສະຖານທີ່ທ່ອງ ທ່ຽວທີ່ເປັນມໍລະດົກໂລກເຊັ່ນ: ແຂວງຫລວງພະບາງ, ຜາສາດຫີນ ວັດພູຈໍາປາສັກ, ທົ່ງໄຫຫີນ ແລະ ສະຖານທີ່ທ່ອງທ່ຽວທາງປະຫວັດ ສາດ,ວັດທະນະທໍາແລະທໍາມະຊາດ ອື່ນໆ. ເມື່ອໄດ້ໄປສຳຜັດແລ້ວເຂົາ ເຈົ້າເຊື່ອແນ່ວ່າກັບປະເທດໄປຈະ ເປັນສິ່ງທີ່ໜ້າຈົດຈຳອັນດີງາມ, ບອກເລົ່າຕໍ່ໆກັນໄປ ແລະ ຢາກກັບ ມາຢ້ຽມຢາມ ແລະ ທ່ອງທ່ຽວ ສປປ ລາວ ອີກ. ຂ່າວ: ວຽງສະຫວັນ, ພາບ: ອ່າຍຄຳ ທວນຄືນຄວາມຄືບໜ້າການຈັດ ຕັ້ງປະຕິບັດແຜນງານ ການຮ່ວມມື ດ້ານການທ່ອງທ່ຽວອາຊຽນ ແລະ ປະເທດຄູ່ຮ່ວມມືຄື: ຈີນ, ຍີ່ປຸ່ນ ແລະ ສເກົາຫລີໄລຍະ5ປີ2021-2025 ໂດຍສະເພາະ ປີ 2023-2024 ໃຫ້ ໄດ້ຮັບການພິຈາລະນາ ແລະ ສືບ ຕໍ່ຈັດຕັ້ງປະຕິບັດ. ຜ່ານການຈັດຕັ້ງ ປະຕິບັດໃນຊຸມປີຜ່ານມາເຫັນໄດ້ ວ່າການຈັດຕັ້ງປະຕິບັດບັນດາກິດ ຈະກຳຕ່າງໆ ໃນໄລຍະຜ່ານມາໄດ້ ມີຜົນສຳເລັດເປັນຢ່າງດີ ໂດຍສະ ເພາະອາຊຽນ ຈະສືບຕໍ່ເສີມຂະ ຫຍາຍດ້ານການຕະຫລາດກັບ3ປະ ເທດ ເປັນຕົ້ນ ຕະຫລາດ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ ເຊິ່ງເປັນຕະຫລາດ ສຳຄັນດ້ານການທ່ອງທ່ຽວຂອງ ອາຊຽນ. ພາຍຫລັງທີ່ມີການເປີດ ປະເທດ ຂອງບັນດາປະເທດສະມາ ຊິກອາຊຽນແລະ ຂອງປະເທດບວກ ສາມ (ຈີນ, ຍີ່ປຸ່ນ, ສ ເກົາຫລີ) ເຫັນ ວ່ານັກທ່ອງທ່ຽວອາຊຽນ ໄດ້ເດີນ ທາງໄປທ່ອງທ່ຽວປະເທດບວກ ສາມ ເປັນຈຳນວນຫລາຍ, ພ້ອມກັນ ນີ້ບັນດາປະເທດບວກສາມກໍເດີນ ທາງມາທ່ຽວປະເທດອາຊຽນ ຫລາຍຂຶ້ນເຊັ່ນດຽວກັນ ເຊິ່ງເປັນ ການຢັ້ງຢືນໄດ້ວ່າກອງປະຊຸມເຈົ້າ ໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ ບວກສາມ ແມ່ນມີຜົນສຳເລັດເປັນ ຢ່າງດີ. ນອກຈາກນີ້, ກອງປະຊຸມຍັງ ໄດ້ປຶກສາຫາລື ເພື່ອປັບປຸງບັນດາ ກິດຈະກຳຕ່າງໆ ເຊິ່ງໃນປີ 2024 ນີ້, ບັນດາປະເທດອາຊຽນ ແລະ ອາ ຊຽນບວກສາມ ຈະສືບຕໍ່ກຳນົດບັນ ດາກິດຈະກຳໃຫ້ຫລາຍຂຶ້ນແນໃສ່ ເຮັດໃຫ້ນັກທ່ອງທ່ຽວອາຊຽນບວກ ສາມ ເຂົ້າມາທ່ຽວປະເທດອາຊຽນ ໃຫ້ຫລາຍຂຶ້ນ; ກອງປະຊຸມຍັງໄດ້ ທົບທວນຄືນຄວາມຄືບໜ້າການ ເຄື່ອນໄຫວວຽກງານຂອງສູນອາ ຊຽນ ຢູ່ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ, ພ້ອມທັງປຶກສາຫາລືການກະກຽມ ດ້ານຕ່າງໆ ໃຫ້ແກ່ກອງປະຊຸມ ລັດຖະມົນຕີທ່ອງທ່ຽວອາຊຽນ, ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ ຄັ້ງທີ 23 ເຊິ່ງຈະຈັດຂຶ້ນໃນວັນທີ 26 ມັງກອນນີ້ແລະຮັບຮອງເອົາບັນດາ ເອກະສານສໍາຄັນຈໍານວນໜຶ່ງ ເປັນ ຕົ້ນຮ່າງວາລະຂອງກອງປະຊຸມ ລັດຖະມົນຕີທ່ອງທ່ຽວອາຊຽນ, ຈີນ, ຍີ່ປຸ່ນແລະສເກົາຫລີຄັ້ງທີ23, ຮ່າງບົດລາຍງານການເປັນປະ ທານຮ່ວມຂອງກອງປະຊຸມເຈົ້າ ໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ ບວກສາມແລະປຶກສາຫາລືກ່ຽວກັບ ບັນຫາອື່ນໆ ທີ່ຕ່າງຝ່າຍມີຄວາມ ສົນໃຈ. ນອກຈາກກອງປະຊຸມເຈົ້າໜ້າ ທີ່ອາວຸໂສທ່ອງທ່ຽວອາຊຽນບວກ ສາມ ຄັ້ງທີ 44 ແລ້ວ, ໃນຕອນບ່າຍ ຂອງວັນດຽວກັນ, ຍັງຈະມີກອງ ປະຊຸມເຈົ້າໜ້າທີ່ອາວຸໂສທ່ອງທ່ຽວ ອາຊຽນ-ອິນເດຍ ຄັ້ງທີ 31, ກອງ ປະເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາ ຊຽນ-ຣັດເຊຍ ຄັ້ງທີ 14 ແລະ ພິທີ ເປີດງານມະຫາກຳທ່ອງທ່ຽວອາ ຊຽນ ຫລື ATF 2024 ຢ່າງເປັນ ທາງການທີ່ໂຮງແຮມດອນຈັນພາ ເລດ ນະຄອນຫລວງວຽງຈັນ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ

RkJQdWJsaXNoZXIy MTc3MTYxMQ==