lt4kom6 fvy ogfp xt9e]k; lts]v' ;a o-kfvy ogfp 7q [Iv[ 75 xu lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 25/01/2024 xtgmf]k; ຜູ້ແທນລາວ ເຂົ້າຮ່ວມ... ສປປ ລາວ ເປັນເຈົ້າພາບ... ຂປລ. ສະຖານທູດອິນເດຍ ປະ ຈຳລາວຈັດງານລ້ຽງເພື່ອສະເຫລີມ ສະຫລອງວັນຊາດອິນເດຍ ຄົບຮອບ 75 ປີ ໃນວັນທີ 23 ມັງກອນ 2024 ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດແຫ່ງ ສປປ ລາວ, ມີຮອງລັດຖະມົນຕີ, ຜູ້ຕາງ ໜ້າຈາກບັນດາກະຊວງ, ສະຖານ ເອກອັກຄະລັດຖະທູດ ແລະ ສະມາ ຊິກສະມາຄົມມິດຕະພາບ ລາວ-ອິນ ເດຍ ເຂົ້າຮ່ວມ. ທ່ານປຣາຊານອາກຣໍວາລເອກ ອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ໄດ້ກ່າວວ່າ: ໃນໄລຍະ 75 ປີຂອງສາທາລະນະລັດອິນເດຍ ປາສະຈາກບໍ່ໄດ້ທີ່ຈະຜະເຊີນກັບ ຄວາມທ້າທາຍຕ່າງໆ, ຢ່າງໃດກໍ ຕາມປະເທດອິນເດຍ ເລີ່ມການພັດ ທະນາກ້າວກະໂດດທີ່ສຳຄັນ ໂດຍ ສະເພາະການແກ້ໄຂບັນຫາພາຍໃນ ປະເທດເຊັ່ນ: ການປັບປຸງພື້ນໂຄງ ລ່າງດ້ານດິຈີຕອນຂອງມະຫາຊົນ, ປະເທດທີ່ມີປະຊາກອນຫລາຍທີ່ສຸດ ໃນໂລກ ແລະ ການປ່ຽນແປງຂອງ ປະເທດອິນເດຍແບບໃໝ່, ເປັນປະ ເທດທີ່ມີການລິເລີ່ມທຸລະກິດອັນ ດັບ 3 ທີ່ໃຫຍ່ທີ່ສຸດຂອງໂລກ ເຊິ່ງ ຫລາຍກວ່າ100ຕື້ໂດລາສະຫະລັດ, ການຂັບເຄື່ອນດ້ານນະວັດຕະ ກຳປ່ຽນແປງຢ່າງຄຶກຄື້ນມີຊິວີດ ຊີວາ. ນອກຈາກນີ້, ປະເທດອິນເດຍ ຍັງພັດທະນາແຫລ່ງພະລັງງານສີ ຂຽວ ແລະ ສະອາດ ໂດຍການສ້າງ ພະລັງງານທົດແທນໃຫ້ຜົນປະ ໂຫຍດໄດ້ເຖິງສາມເທົ່າ, ໃນຂະນະທີ່ ການສ້າງພະລັງງານແສງຕາເວັນ ໄດ້ຜົນຕອບຮັບເຖິງ 20 ເທົ່າ. ທ່ານ ປຣາຊານ ອາກຣໍວາລ ຍັງໃຫ້ຮູ້ວ່າ: ສຳລັບການຮ່ວມມືລະ ຫວ່າງ ລາວ ແລະ ອິນເດຍ ແມ່ນມີ ມາແຕ່ດົນນານ ທີ່ເປັນຄູ່ຮ່ວມພັດ ທະນາດ້ານການສ້າງຄວາມອາດ ສາມາດເປັນສິ່ງສຳຄັນ ເຊິ່ງປີຜ່ານ ມາມີນັກສຶກສາ ແລະ ພະນັກງານ ຈາກ ສປປ ລາວ ເຂົ້າຮ່ວມການຝຶກ ອົບຮົມຢູ່ປະເທດອິນເດຍຫລາຍ ກວ່າ 75 ຄົນ. ພ້ອມກັນນີ້, ຍັງໄດ້ ເຂົ້າຮ່ວມຝຶກອົບຮົມໄລຍະສັ້ນແລະ ໄດ້ຮັບທຶນການສຶກສາ ເປັນຕົ້ນ ການສຳຫລວດໄລຍະໄກ, ວິເຄາະ ຂໍ້ມູນ, ປັນຍາປະດິດ, ລະບົບພະລັງ ງານ, ການພັດທະນາແບບຍືນຍົງ, ການພັດທະນາພື້ນຖານໂຄງລ່າງ ດິຈີຕອນຂອງມະຫາຊົນ, ດ້ານສາ ທາລະນະສຸກ, ການເຮັດກະສິກຳ ແລະ ການອະນຸລັກມໍລະດົກໂລກ ດ້ານວັດທະນາທຳຢູ່ ສປປ ລາວ. ນອກຈາກນີ້, ຍັງໄດ້ສະໜັບສະໜູນ ການສ້າງສູນພັດທະນາຜູ້ປະກອບ ກິດຈະການ ລາວ-ອິນເດຍ ແລະ ສູນພັດທະນາ-ຝຶກອົບຮົມຊັອບແວ, ການສະໜັບສະໜູນດ້ານການພັດ ທະນາຊັບພະຍາກອນມະນຸດ ຫລື ບຸກຄະລາກອນໃນ ສປປ ລາວ ພາຍ ໃຕ້ຂອບການຮ່ວມມືແມ່ນ້ຳຂອງແມ່ນ້ຳຄົງຄາ (MGC) ແລະ ສະ ໜອງທຶນຊ່ວຍເຫລືອລ້າ 5 ໂຄງ ການທີ່ມີຊື່ວ່າ ໂຄງການເຫັນຜົນໄວ ເຊິ່ງໃຫ້ຜົນປະໂຫຍດໂດຍກົງແກ່ຊຸມ ຊົນ ໃນເຂດຊົນນະບົດຫ່າງໄກສອກ ຫລີກຂອງລາວເຊັ່ນ: ຊ່ວຍເຫລືອ ດ້ານການສຶກສາ, ສາທາລະນະສຸກ, ໂຮງງານນ້ຳດື່ມ ແລະ ໄອທີ. ຖະມົນຕີ ແລະ ຜູ້ແທນຂັ້ນສູງຈາກ ປະເທດສະມາຊິກ ກຸ່ມ 77 ແລະ ຈີນ (Group 77 and China) ເຂົ້າຮ່ວມຫລາຍກວ່າ 100 ປະເທດ ຈາກສະມາຊິກທັງໝົດ 134 ປະ ເທດ, ພາຍຫລັງສຳເລັດການເຂົ້າ ຮ່ວມກອງປະຊຸມສຸດຍອດຂະບວນ ການບໍ່ຮ່ວມກຸ່ມ ຄັ້ງທີ 19 (The 19th NAM Summit), ໃນລະ ຫວ່າງ ວັນທີ 19-20 ມັງກອນ ທີ່ ຜ່ານມາ. ກອງປະຊຸມຄັ້ງນີ້, ໄດ້ດຳເນີນ ໄປພາຍໃຕ້ຫົວຂໍ້: ພວກເຮົາພ້ອມ ກັນກ້າວໄປ (Leaving No One Behind) ໂດຍສຸມໃສ່ປຶກສາຫາ ລືກ່ຽວກັບສົ່ງເສີມການຮ່ວມມືດ້ານ ການຄ້າ, ການລົງທຶນ, ການພັດທະ ນາແບບຍືນຍົງ, ການປ່ຽນແປງດິນ ຟ້າອາກາດ, ການລຶບລ້າງຄວາມ ທຸກຍາກ ແລະ ເສດຖະກິດດີຈິຕອນ, ພ້ອມທັງແລກປ່ຽນທັດສະນະ ເພື່ອ ກຳນົດແນວທາງທີ່ເໝາະສົມໃນ ການແກ້ໄຂບັນຫາສິ່ງທ້າທ້າຍດ້ານ ການພັດທະນາທີ່ປະເທດກຳລັງພັດ ທະນາພວມຜະເຊີນໜ້າຢູ່ໃນປັດ ຈຸບັນ ໃນທ່າມກາງ “ສະພາບແວດ ພາຍໃນແລະຕ່າງປະເທດທີ່ໃຫ້ກຽດ ເດີນທາງເຂົ້າຮ່ວມງານມະຫະ ກໍາທ່ອງທ່ຽວອາຊຽນທີ່ມີຄວາມ ໝາຍຄວາມສໍາຄັນໃນຄັ້ງນີ້. ພ້ອມ ທັງຕີລາຄາສູງຕໍ່ຜົນສໍາເລັດຂອງ ການຮ່ວມມືຈາກບັນດາປະເທດ ສະມາຊິກອາຊຽນ, ປະເທດຄູ່ຮ່ວມ ເຈລະຈາ ແລະ ບັນດາອົງການຈັດ ຕັ້ງສາກົນຕ່າງໆໃນໄລຍະຜ່ານມາ ທີ່ໄດ້ໃຫ້ການສະໜັບສະໜູນ, ພັດ ທະນາ ແລະ ສົ່ງເສີມການທ່ອງທ່ຽວ ອາຊຽນ ເພື່ອບັນລຸວິໄສທັດການ ທ່ອງທ່ຽວອາຊຽນຮອດປີ 2025 ເຊິ່ງອາຊຽນ ຈະກາຍເປັນຈຸດໝາຍ ປາຍທາງການທ່ອງທ່ຽວທີ່ມີຄຸນ ນະພາບ, ໃຫ້ປະສົບການທີ່ມີຄວາມ ເປັນເອກະລັກສະເພາະ, ໃຫ້ປະສົບ ການທີ່ຫລາກຫລາຍ ແລະ ມີຄວາມ ຍືນຍົງ ເຊິ່ງບັນດາຜົນສຳເລັດທີ່ໄດ້ ຮັບຮ່ວມກັນຜ່ານມານັ້ນ ໄດ້ເປັນ ຂີດໝາຍສຳຄັນໃນການບັນລຸວິໄສ ທັດຂອງປະຊາຄົມອາຊຽນ ຮອດປີ 2025 ໃຫ້ມີການເຊື່ອມໂຍງ, ມີສະ ຖຽນລະພາບ ແລະ ເປັນປະຊາຄົມທີ່ ມີຄວາມສີວິໄລ ໂດຍສະເພາະແມ່ນ ປະຊາຄົມເສດຖະກິດອາຊຽນໃຫ້ ມີການເຊື່ອມໂຍງຢ່າງກົມກຽວ, ການນໍາໃຊ້ນະວັດຕະກຳ ແລະ ໃຫ້ມີ ຄວາມຫລາກຫລາຍ, ຊຸກຍູ້ສົ່ງເສີມ ການເຊື່ອມໂຍງເຊື່ອມຈອດ ແລະ ການຮ່ວມມືທາງດ້ານສັງຄົມຮອບ ດ້ານ, ການປັບຕົວເຂົ້າກັບສະພາບ ການປ່ຽນແປງຂອງຍຸກສະໄໝ, ມີການພັດທະນາແບບກວມລວມ ແລະ ເຊື່ອມໂຍງກັບເສດຖະກິດຂອງ ສາກົນ ໂດຍສຸມໃສ່ດ້ານບຸກຄະລາ ກອນເປັນກຳລັງແຮງໃນການຂັບ ເຄື່ອນວິໄສທັດ ກໍຄື ເປົ້າໝາຍລວມ ຂອງອາຊຽນ, ພ້ອມທັງເຊື່ອໝັ້ນ ວ່າຜົນຂອງກອງປະຊຸມລັດຖະມົນ ຕີທ່ອງທ່ຽວອາຊຽນ ແລະ ກອງປະ ຊຸມປິ່ນອ້ອມຈະເປັນຂີດໝາຍສຳຄັນ ໃນການກຳນົດທິດທາງລວມແຜນ ຍຸດທະສາດການທ່ອງທ່ຽວອາຊຽນ ສຳລັບປີ2026-2030. ສປປ ລາວ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາ ປະເທດສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆ ເພື່ອ ພັດທະນາຈຸດໝາຍປາຍທາງການ ທ່ອງທ່ຽວ ໃຫ້ມີຄຸນນະພາບ ແລະ ມີຄວາມຍືນຍົງ ເພື່ອດຶງດູດນັກທ່ອງ ທ່ຽວມາທ່ຽວພາກພື້ນອາຊຽນໃຫ້ ນັບມື້ນັບຫລາຍຂຶ້ນ, ພັກເຊົາຫລາຍ ວັນ,ໃຊ້ຈ່າຍຫລາຍຂຶ້ນແລະກະຈາຍ ລາຍຮັບໃຫ້ສັງຄົມໄດ້ຢ່າງກວ້າງ ຂວາງ. ໃນພິທີທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ: ມະຫະກໍາ ທ່ອງທ່ຽວຄັ້ງນີ້ ເປັນຄັ້ງທີ 3 ທີ່ລັດ ຖະບານແຫ່ງ ສປປ ລາວ ໄດ້ຮັບ ກຽດເປັນເຈົ້າພາບໃນໄລຍະທີ່ ສປປ ລາວ ເປັນປະທານອາຊຽນໃນປີ 2024 ເຊິ່ງງານດັ່ງກ່າວ, ປະກອບ ມີ 4 ໜ້າວຽກຕົ້ນຕໍ ຄື: ກອງປະຊຸມ ລັດຖະມົນຕີທ່ອງທ່ຽວອາຊຽນແລະ ກອງປະຊຸມປິ່ນອ້ອມ; ງານວາງສະ ແດງການທ່ອງທ່ຽວອາຊຽນ; ກອງ ປະຊຸມທຸລະກິດທ່ອງທ່ຽວ ແລະ ການທັດສະນະສຶກສາຢ້ຽມຢາມສະ ຖານທີ່ທ່ອງທ່ຽວ ໂດຍໄດ້ກຳນົດ ຄຳຂວັນທີ່ວ່າ: “ການທ່ອງທ່ຽວ ທີ່ມີຄຸນນະພາບ ແລະ ມີຄວາມຮັບ ຜິດຊອບເພື່ອຄວາມຍື່ນຍົງຂອງອາ ລ້ອມພາກພື້ນ ແລະ ສາກົນ ມີການ ຜັນແປຢ່າງໄວວາ ອັນເກີດມາ ຈາກ ຄວາມເຄັ່ງຕຶງດ້ານພູມສາດການ ເມືອງ, ການປະທະກັນດ້ວຍກຳລັງ ອາວຸດ, ສະພາບເສດຖະກິດຖົດຖອຍ ແລະ ວິກິດການດ້ານສິ່ງ ແວດລ້ອມ ເຊິ່ງທັງໝົດນັ້ນ, ໄດ້ເຮັດໃຫ້ຄວາມ ພະຍາຍາມໃນການລຶບລ້າງຄວາມ ທຸກຍາກ ແລະ ບັນລຸເປົ້າໝາຍການ ພັດທະນາແບບຍືນຍົງ ພົບອຸປະສັກ ໃນ ທົ່ວໂລກ. ໃນພາກເປີດກອງປະຊຸມ, ມີຜູ້ ນຳຂອງ 4 ປະເທດ ແລະ ແຂກຖືກ ເຊີນ 2 ທ່ານ ໄດ້ກ່າວຄຳເຫັນຄື: ຮອງປະທານປະເທດ ສ ກູບາ ໃນ ນາມ ປະທານກຸ່ມ 77 ແລະ ຈີນໃນ ປີ 2023, ປະເທດ ກາຕາ ໃນນາມ ປະທານກອງປະຊຸມສຸດຍອດ ຄັ້ງ ທີ 2 ໃນປີ 2005, ປະທານາທິບໍດີ ປະເທດ ອູກັນດາ, ປະທານກອງປະ ຊຸມ ແລະ ປະທານກຸ່ມ 77 ແລະ ຈີນ ປີ 2024, ຮອງນາຍົກລັດຖະ ມົນຕີ ສປ ຈີນ, ທ່ານ ປະທານສະມັດຊາ ໃຫຍ່ ສປຊ ແລະ ທ່ານເລຂາທິການ ໃຫຍ່ອົງການ ສປຊ ໂດຍລວມ ແລ້ວ, ບັນດາຜູ້ນຳໄດ້ຍົກໃຫ້ເຫັນ ບັນດາສິ່ງທ້າທາຍຫລາຍດ້ານທີ່ ໂລກກຳລັງຜະເຊີນ, ກົງຈັກການ ປົກຄອງຂອງໂລກບໍ່ເປັນທຳ, ລະ ບົບການເງິນສາກົນທີ່ລົ້ມເຫລວ, ຄວາມທຸກຍາກທີ່ເພີ່ມຂຶ້ນ, ບັນຫາ ການປ່ຽນແປງສະພາບດິນຟ້າອາ ກາດ, ບັນຫາໜີ້ສິນ, ຄວາມເຄັ່ງຕຶງ ທາງດ້ານພູມສາດການເມືອງ ແລະ ອື່ນໆ. ສະນັ້ນ, ບັນດາປະເທດກຳ ລັງພັດທະນາ ທີ່ມີກຸ່ມ 77 ແລະ ຈີນ ເປັນໃຈກາງ ຕ້ອງເພີ່ມທະວີການ ຮ່ວມມື, ຄວາມສາມັກຄີ, ການຊ່ວຍ ເຫລືອ ເຊິ່ງກັນ ແລະ ກັນ, ເພີ່ມທະ ວີບົດບາດຂອງກຸ່ມໃນການນຳໜ້າ ການເຈລະຈາ ເພື່ອປົກປ້ອງຜົນປະ ໂຫຍດຂອງປະເທດກຳລັງພັດທະ ນາ ເພື່ອບັນລຸເປົ້າໝາຍການພັດທະ ນາແບບຍືນຍົງ, ສິດໃນການພັດທະ ນາ, ສົ່ງເສີມການຮ່ວມມືໃຕ້-ໃຕ້, ການນຳໃຊ້ວິທະຍາສາດ, ເຕັກໂນ ໂລຊີ ແລະ ນະວັດຕະກຳເພື່ອຂັບ ເຄື່ອນການພັດທະນາ, ການຫັນ ປ່ຽນດ້ານພະລັງງານ, ການແກ້ໄຂ ບັນຫາສິ່ງແວດລ້ອມ ແລະ ການກະ ກຽມໃຫ້ແກ່ກອງປະຊຸມສຳຄັນ ຕ່າງໆ ເປັນຕົ້ນ ກອງປະຊຸມສຸດຍອດ ເພື່ອອະນາຄົດທີ່ຈະຈັດຂຶ້ນໃນເດືອນ ກັນຍາ 2024 ທີ່ອົງການ ສປຊ. ໃນໂອກາດເຂົ້າຮ່ວມກອງປະ ຊຸມຄັ້ງນີ້, ທ່ານ ໂພໄຊ ໄຂຄຳພິທູນ ຫົວໜ້າຄະນະຜູ້ແທນ ແຫ່ງ ສປປ ລາວ ໄດ້ກ່າວຄຳເຫັນ ໂດຍໄດ້ເນັ້ນ ໃຫ້ເຫັນບັນດາສິ່ງທ້າທາຍຫລາຍ ດ້ານທີ່ວົງຄະນະຍາດສາກົນກຳລັງ ຜະເຊີນຢູ່ ເຊິ່ງໄດ້ກາຍເປັນສິ່ງກີດ ຂວາງຕໍ່ຄວາມພະຍາຍາມຂອງບັນ ດາປະເທດກຳລັງພັດທະນາ ໃນການ ຈັດຕັ້ງປະຕິບັດບັນດາວາລະສາກົນ ດ້ານການພັດທະນາ ກໍຄື ເປົ້າໝາຍ ການພັດທະນາແບບຍືນຍົງ, ລວມ ທັງຍຸດທະສາດ ແລະ ແຜນພັດທະ ນາພາຍໃນປະເທດຂອງຕົນ.ພ້ອມ ກັນນີ້, ທ່ານຮອງລັດຖະມົນຕີ ໄດ້ຢ້ຳ ຄືນຄວາມໝາຍໝັ້ນຂອງ ສປປ ລາວ ໃນການຮ່ວມມືເປັນປຶກແຜ່ນ ເພື່ອສ້າງໂລກໃຫ້ມີສັນຕິພາບ, ມີ ຄວາມຈະເລີນຮຸ່ງເຮືອງແລະຍືນຍົງ ບົນພື້ນຖານຫລັກການຄວາມເປັນ ເອກະພາບ, ສະໜັບສະໜູນເຊິ່ງກັນ ແລະ ກັນ, ການຮ່ວມມື ແລະ ຄວາມ ສາມັກຄີພາຍໃນກຸ່ມ77ແລະ ສປຈີນ ເພື່ອສຸມໃສ່ການພັດທະນາເສດຖະ ກິດ-ສັງຄົມ ພາຍໃນປະເທດຂອງ ຕົນແລະ ຮ່ວມກັນພາຍໃນກຸ່ມ, ພ້ອມ ທັງສືບຕໍ່ຮຽກຮ້ອງໃຫ້ບັນດາປະ ເທດພັດທະນາແລ້ວ ປະຕິບັດຕາມ ຄຳໝາຍໝັ້ນຂອງຕົນໃນການຊ່ວຍ ເຫລືອບັນດາປະເທດກຳລັງພັດທະ ເທດໃຕ້ ໄດ້ຖືກຈັດມາແລ້ວ 2 ຄັ້ງ, ເຊິ່ງຄັ້ງທໍາອິດຈັດຂຶ້ນໃນວັນທີ 1014 ເມສາ 2000, ທີ່ລາຮາວານ, ສ ກູບາ ແລະ ຄັ້ງທີ 2 ຈັດຂຶ້ນໃນວັນ ທີ 12-16 ມິຖຸນາ 2005, ທີ່ໂດຮາ, ປະເທດກາຕາ. ຂ່າວ-ພາບ: ກຕທ ການພົບປະຄັ້ງນີ້, ທ່ານ ນາງ ສວນສະຫວັນວິຍະເກດໄດ້ລາຍງານ ໃຫ້ທ່ານເລຂາທິການໃຫຍ່ອາຊຽນ ຮັບຮູ້ກ່ຽວກັບຄວາມພ້ອມ ແລະ ຜົນ ສຳເລັດດ້ານຕ່າງໆ ໃນການເປັນ ເຈົ້າພາບຈັດກອງປະຊຸມລັດຖະມົນ ຕີທ່ອງທ່ຽວອາຊຽນ ແລະ ງານ ວາງສະແດງທ່ອງທ່ຽວອາຊຽນ, ພ້ອມທັງລາຍງານໃຫ້ຮູ້ກ່ຽວກັບ ແຜນບູລິມະສິດຂອງເສົາຄໍ້າວັດ ທະນະທຳ-ສັງຄົມອາຊຽນ ສຳລັບ ປີ 2024 ເຊິ່ງມີຫລາຍດ້ານທີ່ຈະ ຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດເປັນ ຕົ້ນ ດ້ານວັດທະນະທຳ ຈະສົ່ງເສີມ ບົດບາດວັດທະນະທຳ ແລະ ສິລະປະ ໃນອາຊຽນ ໃຫ້ກວມລວມ ແລະ ຍືນຍົງ; ດ້ານສິ່ງແວດລ້ອມສ້າງ ຄວາມທົນທານຕໍ່ການປ່ຽນແປງດິນ ຟ້າອາກາດ; ດ້ານແມ່ຍິງ ແລະ ເດັກ ນ້ອຍ ຈະສົ່ງເສີມບົດບາດແມ່ຍິງ ແລະ ເດັກນ້ອຍ ເພື່ອນຳໄປສູ່ການ ປ່ຽນແປງພຶດຕິກຳໃນອາຊຽນ; ດ້ານ ສາທາລະນະສຸກຈະຫັນປ່ຽນການ ພັດທະນາສາທາລະນະສຸກອາຊຽນ ລັດຖະມົນຕີ ຖວທ... ໃຫ້ເຂັ້ມແຂງ ໃນສະພາບການໃໝ່. ສ່ວນການຮ່ວມມືໃນຕໍ່ໜ້າ, ທ່ານ ນາງ ສວນສະຫວັນ ວິຍະເກດ ສະເໜີໃຫ້ກອງເລຂາອາຊຽນຊ່ວຍ ແນະນໍາຕື່ມໃນການກະກຽມວຽກ ງານຕ່າງໆ ເປັນຕົ້ນດ້ານເນື້ອໃນ, ການປະສານງານ, ພິທີການຕ່າງໆ ເພື່ອໃຫ້ປະສົບຜົນສຳເລັດຕາມລະ ດັບຄາດໝາຍ. ພ້ອມທັງສະແດງ ຄວາມຫວັງວ່າການປຶກສາຫາລື ລະຫວ່າງ ທີມງານເຈົ້າໜ້າທີ່ອາວຸ ໂສວັດທະນະທຳ-ສັງຄົມອາຊຽນ ລາວ, ກອງເລຂາອາຊຽນ, ບັນດາ ຂະແໜງການໃນເສົາຄໍ້າວັດທະນະ ທຳ-ສັງຄົມອາຊຽນ ລາວຈະໄດ້ຮັບ ໝາກຜົນອັນຈົບງາມ ໂດຍການສະ ໜັບສະໜູນ ແລະ ຊ່ວຍເຫລືອຈາກ ກອງເລຂາອາຊຽນ. ຢ່າງໃດກໍຕາມ ກະຊວງ ຖວທ ຍັງຈະໄດ້ເປັນເຈົ້າພາບ ແລະ ປະ ທານກອງປະຊຸມລັດຖະມົນຕີສະ ພາປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຈຳນວນ 2 ຄັ້ງ ຄື: ຄັ້ງທີ 31 ແລະ 32, ນອກນັ້ນ ຍັງມີບັນດາ ກອງປະຊຸມປິ່ນອ້ອມຕ່າງໆພາຍ ໃຕ້ເສົ້າຄໍ້າປະຊາຄົມວັດທະນະທຳສັງຄົມອາຊຽນ ເຊິ່ງຄັ້ງທີ 31 ແລະ ກອງປະຊຸມປິ່ນອ້ອມ ຄາດວ່າຈະຈັດ ຂຶ້ນໃນວັນທີ 25-29 ມີນາ 2024 ທີ່ແຂວງຫລວງພະບາງ. ສ່ວນຄັ້ງ ທີ 32 ຄາດວ່າຈະຈັດຂຶ້ນໃນວັນທີ 23-27 ກັນຍາ 2024 ທີ່ນະຄອນ ຫລວງວຽງຈັນ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ນາ. ນອກຈາກນັ້ນ, ທ່ານຍັງໄດ້ຍົກ ໃຫ້ເຫັນວ່າ ສປປ ລາວ ທີ່ເປັນທັງປະ ເທດດ້ອຍພັດທະນາ ແລະ ປະເທດ ກຳລັງພັດທະນາທີ່ບໍ່ມີຊາຍແດນ ຕິດທະເລຍິ່ງມີຄວາມຕ້ອງການ ການຮ່ວມມື ແລະ ການຊ່ວຍເຫລືອ ທີ່ເພີ່ມຂຶ້ນຈາກວົງຄະນາຍາດສາກົນ ລວມທັງຜ່ານຂອບການຮ່ວມມືໃຕ້- ໃຕ້ແລະ ການຮ່ວມມືຂອບສາມຝ່າຍ ເພື່ອໃຫ້ສາມາດບັນລຸໄດ້ຕາມຈຸດປະ ສົງຂອງການພັດທະນາແຫ່ງຊາດ ລວມທັງການຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະ ນາ ໃນປີ 2026 ກໍຄື ເປົ້າໝາຍການ ພັດທະນາແບບຍືນຍົງ. ກອງປະຊຸມສຸດຍອດຄັ້ງນີ້, ໄດ້ ປິດລົງດ້ວຍຜົນສຳເລັດອັນຈົບງານ ໂດຍບັນດາປະເທດເຂົ້າຮ່ວມທັງ ໝົດ ໄດ້ພ້ອມກັນຮັບຮອງເອົາເອກະ ສານຜົນກອງປະຊຸມສຸດຍອດບັນ ດາປະເທດໃຕ້ (ປະເທດກຳລັງພັດ ທະນາ) ຄັ້ງທີ 3 ເຊິ່ງຈະເປັນບ່ອນ ອີງໃຫ້ແກ່ການຮ່ວມມືຂອງບັນດາ ປະເທດສະມາຊິກໃນຕໍ່ໜ້າ ເພື່ອຮ່ວມ ກັນແກ້ໄຂບັນດາສິ່ງທ້າທາຍຕ່າງໆ, ຊຸກຍູ້ການຮ່ວມມືແບບໃຕ້-ໃຕ້ ລະ ຫວ່າງບັນດາປະເທດກຳລັງພັດທະ ນາ ແນໃສ່ສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງ, ການຮ່ວມມືເພື່ອ ການພັດທະນາ ແລະ ການບັນລຸວາ ລະ 2030 ເພື່ອການພັດທະນາແບບ ຍືນຍົງ. ກອງປະຊຸມສຸດຍອດບັນດາປະ ຊຽນ” ແນໃສ່ພັດທະນາການທ່ອງ ທ່ຽວແບບຍືນຍົງພາຍໃນອາຊຽນ ໃຫ້ມີຄວາມເຂັ້ມແຂງ, ມີປະສິດທິ ພາບ ແລະ ປະສິດທິຜົນສູງສຸດ ເພື່ອ ໂຄສະນາ ແລະ ດຶງດູດນັກທ່ອງທ່ຽວ ທັງພາກພື້ນ, ສາກົນ ແລະ ທົ່ວໂລກ ເຂົ້າມາທ່ອງທ່ຽວອາຊຽນໃຫ້ຫລາຍ ຂຶ້ນ, ເພີ່ມທະວີການຮ່ວມມື ແລະ ເສີມຂະຫຍາຍການຮ່ວມມືອາຊຽນ ກັບຄູ່ຮ່ວມມືພາຍນອກຄ່ຽງຄູ່ກັບ ການຮັກສາບົດບາດ ແລະ ຄວາມ ເປັນແກນກາງຂອງອາຊຽນ ເພື່ອ ໃຫ້ບັນລຸເປົ້າໝາຍດັ່ງຄຳຂວັນການ ເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໄດ້ກໍານົດໄວ້ວ່າ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ສໍາລັບກອງປະຊຸມລັດຖະມົນຕີ ທ່ອງທ່ຽວອາຊຽນ ຄັ້ງທີ 27 ແລະ ກອງປະຊຸມປິ່ນອ້ອມຕ່າງໆ ຈະໄດ້ ຈັດຂຶ້ນ ໃນລະຫວ່າງວັນທີ 25-26 ມັງກອນ 2024 ທີ່ໂຮງແຮມແລນ ມາກ ເຊິ່ງກອງປະຊຸມດັ່ງກ່າວ, ບັນດາທ່ານລັດຖະມົນຕີ ຈະປຶກສາ ຫາລືຕີລາຄາການຈັດຕັ້ງປະຕິບັດ ບັນດາກິດຈະກໍາບຸລິມະສິດພາຍໃຕ້ ແຜນຍຸດທະສາດການທ່ອງທ່ຽວ ອາຊຽນ ສໍາລັບປີ 2016-2025, ບັນດາກິດຈະກໍາບຸລິມະສິດ ສໍາລັບປີ 2023-2024 ທີ່ໄດ້ຈັດຕັ້ງປະຕິບັດ ໂດຍ 4 ຄະນະກໍາມະການທ່ອງທ່ຽວ ອາຊຽນ. ພ້ອມນີ້, ຍັງຈະໄດ້ປຶກສາ ຫາລືແລກປ່ຽນທັດສະນະກ່ຽວກັບ ການສ້າງຮ່າງແຜນຍຸດທະສາດ ທ່ອງທ່ຽວອາຊຽນ ຫລັງປີ 2025, ການຮ່ວມມືກັບບັນດາປະເທດຄູ່ ຮ່ວມເຈລະຈາ, ອົງການທ່ອງທ່ຽວ ໂລກ ແລະ ຄູ່ຮ່ວມພັດທະນາຕ່າງໆ ເພື່ອຮ່ວມມືກັນພັດທະນາການທ່ອງ ທ່ຽວໃຫ້ມີຄວາມຍືນຍົງ ແລະ ສາ ມາດປັບຕົວເຂົ້າກັບສະພາບການ ຕ່າງໆ. ພ້ອມກັນນີ້, ໃນວັນທີ 23-26 ມັງກອນ 2024 ຢູ່ສູນການຄ້າ ລາວ-ໄອເຕັກ ຍັງມີງານວາງສະ ແດງການທ່ອງທ່ຽວອາຊຽນ ໂດຍ ມີຜູ້ຊື້ ແລະ ຜູ້ຂາຍ ທີ່ມາຈາກບັນ ດາປະເທດສະມາຊິກອາຊຽນ,ພາກ ພື້ນ ແລະ ສາກົນ ທີ່ໄດ້ລົງທະບຽນ ເຂົ້າຮ່ວມແລ້ວ ເປັນຈໍານວນຫລາຍ ເຊັ່ນ: ຜູ້ຊື້ 120 ທ່ານ, ຜູ້ຂາຍ 208 ທ່ານທີ່ຕ່າງໜ້າໃຫ້ 105 ຫົວໜ່ວຍ ທຸລະກິດທ່ອງທ່ຽວອາຊຽນ. ພ້ອມ ກັນນີ້ ຍັງມີທຸລະກິດຂະໜາດນ້ອຍ ຂອງ ສປປ ລາວ ເຂົ້າຮ່ວມຈໍານວນ ໜຶ່ງ, ນັກຂ່າວຕ່າງປະເທດ 29 ທ່ານ ແລະ ນັກຂ່າວພາຍໃນຈໍານວນ165 ທ່ານ ຈາກ 18 ສຳນັກຂ່າວ. ສຳລັບໃນວັນທີ 26 ມັງກອນ 2024 ຈະມີພິທີມອບ-ຮັບລາງວັນ ມາດຕະຖານການທ່ອງທ່ຽວອາ ຊຽນ ເພື່ອເປັນການຢັ້ງຢືນເຖິງຄຸນ ນະພາບຂອງຈຸດໝາຍປາຍທາງ ການທ່ອງທ່ຽວ ແລະ ການບໍລິການ ການທ່ອງທ່ຽວ ຂອງບັນດາປະເທດ ສະມາຊິກອາຊຽນ ເຊິ່ງໃນປີນີ້ມີຜູ້ ຮັບລາງວັນທັງໝົດ 192 ລາງວັນ ທີ່ມາຈາກພາກລັດ ແລະ ພາກທຸລະ ກິດ ຂອງບັນດາປະເທດສະມາຊິກ ອາຊຽນ. ໃນປີ 2023 ຜ່ານມານີ້, ມີນັກ ທ່ອງທ່ຽວມາທ່ຽວ ສປປ ລາວ ທັງໝົດ 3.417.629 ເທື່ອຄົນ, ເພີ່ມ ຂຶ້ນຈາກ 1.294.365 ເທື່ອຄົນ ໃນປີ 2022 ຫລື ເພີ່ມຂຶ້ນ 164 ສ່ວນຮ້ອຍ. ຂ່າວ: ທະນູທອງ ພາບ: ອ່າຍຄຳ-ເກດສະໜາ
RkJQdWJsaXNoZXIy MTc3MTYxMQ==