5796

xtgmf]k; 6 24/01/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ສຸພາສະຫວັນ lu vvo sa f4tde75 ootrk[ wfh xtdq fl6j lkp8k-k;vk-Po ln j ,;o-q o8j k'xtgmf .sh 7;k,lq o.9s]kplt4komu j mj v'mj P;.o]k; ໂດຍ: ມາລີດາ ກຸ່ມຜູ້ຜະລິດສິນຄ້າລາວມີບົດ ບາດສໍາຄັນໃນການປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດສັງຄົມ, ສ້າງງານສ້າງອາຊີບທີ່ໝັ້ນ ຄົງແລະຊ່ວຍແກ້ໄຂຄວາມທຸກຢາກ ຂອງປະຊາຊົນລາວບັນດາເຜົ່າ ຢ່າງຕັ້ງໜ້າ ຂະນະທີ່ຜະລິດຕະພັນ ກາເຟລາວ,ຫັດຖະກໍາ, ເຄື່ອງດື່ມປະ ເບຍລາວ ແລະ ອື່ນໆຍັງເປັນອີກຜະ ລິດຕະພັນໄດ້ຮັບຄວາມນິຍົມຊົມ ຊອບຈາກປະເທດເພື່ອນບ້ານ, ອາ ຊຽນ, ສປ ຈີນ, ຍີ່ປຸ່ນ, ເອີຣົບ ແລະ ອື່ນໆ. ໃນໂອກາດກອງປະຊຸມທ່ອງ ທ່ຽວ ອາຊຽນ 2024 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນລະ ຫວ່າງວັນທີ 22-27 ມັງກອນ 2024 ນີ້ ເຊິ່ງຖືວ່າເປັນກາລະໂອ ກາດອັນດີທີ່ຈະເຮັດໃຫ້ສິນຄ້າລາວ ປະກົດສູ່ສາຍຕາຂອງຄະນະຜູ້ ບັນດາສື່ມວນຊົນຈາກບັນດາ 10 ປະເທດສະມາຊິກອາຊຽນ ແລະ ທົ່ວໂລກໃຫ້ຄວາມສົນໃຈແຫລ່ງສະ ຖານທີ່ທ່ອງທ່ຽວດ້ານວັດທະນະ ທໍາ, ປະຫວັດສາດ, ທໍາມະຊາດ ແລະ ວິຖີຊີວິດຂອງປະຊາຊົນລາວ ບັນດາເຜົ່າ ເມື່ອເດີນທາງມາເຖິງ ແລະ ທະບຽນເຂົ້າຮ່ວມກອງປະ ຊຸມສຸດຍອດທ່ອງທ່ຽວອາຊຽນ ແລະ ກອງປະຊຸຸມປິ່ນອ້ອມກ່ຽວ ຂ້ອງໃນວັນທີ 23 ມັງກອນ 2024 ທີ່ສູນການຄ້າລາວໄອ-ເຕັກ ເຊິ່ງ ບັນດາສື່ມວນຊົນທັງໝົດນັ້ນພວມ ກຽມຄວາມພ້ອມຈະເຂົ້າຮ່ວມການ ເຜີຍແຜ່ ແລະ ນໍາສະເໜີຂ່າວພິທີ ເປີດກອງປະຊຸມ (ກອງປະຊຸມສຸດ ຍອດທ່ອງທ່ຽວອາຊຽນ) ໄຂຂຶ້ນ ມື້ນີ້ກົງວັນທີ 24 ມັງກອນ 2024. ໂດຍສື່ມວນຊົນສ່ວນໃຫຍ່ມາ ຈາກບັນດາ 10 ປະເທດສະມາຊິກ ອາຊຽນແລະສື່ຕ່າງໆຈາກທົ່ວໂລກ ໄດ້ມີແຜນຢ່າງມີລະບົບຄົບຊຸດຕາມ ວາລະກອງປະຊຸມປິ່ນອ້ອມ ແລະ ໄດ້ວາງແຜນຈະໄປທ່ອງທ່ຽວຄວບ ຄູ່ກັນຕະຫລອດໃນໄລຍະເວລາ ຫລາຍວັນໃນລາວ. ທ່ານນາງ ມະນີສາຄອນ ທຳມະ ວົງໄຊ ຮອງຫົວໜ້າກົມໂຄສະນາ ການທ່ອງທ່ຽວ ກະຊວງຖະແຫລງ ຂ່າວວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ສໍາພາດຕໍ່ສື່ມວນຊົນລາວວ່າ: ກອງປະຊຸມຄັ້ງນີ້ເປັນກອງປະຊຸມ ທີ່ຕິດພັນກັບສື່ມວນຊົນເຊິ່ງເປັນ ເວທີສໍາຄັນທີ່ຈະເຮັດໃຫ້ບັນດາປະ ເທດອາຊຽນມີໂອກາດໄດ້ໂຄສະນາ ແລະ ນຳສະເໜີແຫລ່ງທ່ອງທ່ຽວ ທີ່ສຳຄັນຂອງແຕ່ລະປະເທດໃຫ້ ບັນດາສື່ມວນຊົນຕ່າງປະເທດທີ່ ເຂົ້າຮ່ວມງານຄັ້ງນີ້ຫລາຍກວ່າ 26 ພາກສ່ວນທົ່ວໂລກໄດ້ໃຫ້ຄວາມ ສົນໃຈ ເຊິ່ງ ສປປ ລາວ ກໍໄດ້ນຳສະ ເໜີການທ່ອງທ່ຽວ ໂດຍສະເພາະ ປີທ່ອງທ່ຽວ 2024 ເນື່ອງຈາກວ່າ ບາງປະເທດບໍ່ເຄີຍມາລາວ ສະນັ້ນ ພວກເຮົາຈິ່ງໄດ້ນຳສະເໜີວິທີການ ເຂົ້າມາທ່ອງທ່ຽວລາວດ້ວຍຫລາຍ ວິທີເພື່ອໃຫ້ຄວາມສະດວກສະບາຍ ແລະ ເຂົ້າເຖິງຂໍ້ມູນງ່າຍຂຶ້ນເຊັ່ນ: ການຄົມມະນາຄົມຂົນສົ່ງ, ການສະ ເໜີຂໍວີຊ້າ, ແຫລ່ງທ່ອງທ່ຽວ, ຮ້ານ ອາຫານ, ໂຮງແຮມ, ເຮືອນພັກແລະ ການເດີນທາງໄປມາຂ້າມຊາຍແດນ ອື່ນໆ ນອກນີ້ກໍໄດ້ນຳເໜີກິດຈະກຳ ຂອງປີທ່ອງທ່ຽວລາວທີ່ລັດຖະ ບານໄດ້ອະນຸມັດຈັດປີທ່ອງທ່ຽວ ລາວຢູ່ບັນດາແຂວງຕ່າງໆ ໂດຍ ໄດ້ເອົາຄິວອາໂຄດເພື່ອໃຫ້ບັນດາ ສື່ມວນຊົນປະເທດຕ່າງໆສະແກນ ເອົາຂໍ້ມູນເພື່ອນຳເອົາສະຖານທີ່ ທ່ອງທ່ຽວຂອງ ສປປ ລາວ ໄປໂຄ ສະນາໃນຜະລິດຕະພັນສື່ປະເທດ ຂອງເຂົາເຈົ້າ. ສຳລັບການທ່ອງທ່ຽວຢູ່ ສປປ ລາວ ສື່ມວນຊົນຕ່າງປະເທດມີ ຄວາມສົນໃຈຫລາຍບັນຫາເປັນຕົ້ນ ການເດີນທາງດ້ວຍລົດໄຟ ເນື່ອງ ຈາກວ່າລົດໄຟເປັນພາຫະນະທັນ ສະໄໝ,ມີຄວາມປອດໄພສູງ,ປະຢັດ ເວລາ, ປະຢັດເງິນ ແລະ ເປັນການ ເດີນທາງໃໝ່ຂອງ ສປປ ລາວທີ່ສາ ມາດເຊື່ອມໂຍງກັບປະເທດເພື່ອນ ບ້ານອ້ອມຂ້າງ; ນໍາສະເໜີແຫລ່ງ ທ່ອງທ່ຽວທີ່ຢູ່ໃກ້ຄຽງກັບສະຖະ ນີລົດໄຟ ໄລຍະທາງແຕ່ນະຄອນ ຫລວງໄປເຖິງວັງວຽງ, ສະຖານທີ່ ທ່ອງທ່ຽວຢູ່ຫລວງພະບາງ ເຊິ່ງ ເປັນສະຖານທີ່ເມືອງມໍລະດົກໂລກ ແຫ່ງທີ 1 ຂອງ ສປປ ລາວ; ການ ເດີນທາງຈາກນະຄອນຫລວງວຽງ ຈັນ-ຫລວງພະບາງໄປເຖິງແຂວງ ຫລວງນໍ້າທາໃກ້ຊາຍແດນລາວຈີນທີ່ສາມາດເດີນທາງຕໍ່ໄປຍັງ ສປ ຈີນ; ການເດີນທາງມາຈາກ ທ່າກໍາປັ່ນຫລືທ່າເຮືອໃນຊາຍແດນ ໄທມາເຖິງ ສປປ ລາວ, ຄາດວ່າ ພາຍຫລັງສຳເລັດກອງປະຊຸມຄັ້ງ ນີ້ຈະໄດ້ຜົນປະໂຫຍດບໍ່ໜ້ອຍສາ ມາດດຶງດູດນັກທ່ອງທ່ຽວເຂົ້າມາ ທ່ຽວລາວຫລາຍຂຶ້ນ. ແທນ, ແຂກຕ່າງດ້າວທ້າວຕ່າງ ເມືອງ ແລະ ບັນດານັກທ່ອງທ່ຽວ ຕ່າງໆຈະໄດ້ເຫັນ, ສໍາຜັດ ແລະ ຊື້ເປັນຂອງຕ້ອນຂອງ°າກ ລວມ ທັງຈະໄດ້ເປັນຄູ່ຄ້າທີ່ດີຕໍ່ກັນໃນອະ ນາຄົດ. ຕະຫລອດໄລຍະຫລາຍວັນຂອງ ກອງປະຊຸມນີ້, ຈະມີກອງປະຊຸມ ຂອງພາກລັດຖະບານ, ພາກເອກະ ຊົນແລະ ຜູ້ປະກອບຫລາຍຫົວໜ່ວຍ ທຸລະກິດເຂົ້າຮ່ວມຢ່າງຫາວຫັນ ໃນ ນັ້ນມີບາງຫົວໜ່ວຍທຸລະກິດຈະໄດ້ ນໍາເອົາສິນຄ້າ ແລະ ຜະລິດຕະພັນ ຂອງຕົນ ເຂົ້າຮ່ວມວາງສະແດງໃນ ໂອກາດດັ່ງກ່າວ ແລະ ໜຶ່ງໃນນັ້ນ ກໍແມ່ນຮ້ານສີອອນຫັດຖະກໍາທີ່ນໍາ ເອົາສິນຄ້າທີ່ມີຄຸນນະພາບມາວາງ ສະແດງ. ທ່ານນາງ ສີອອນ ສິລິປັນຍາ ເຈົ້າຂອງຮ້ານສີອອນ ຫັດຖະກໍາ ຜ້າໄໝລາວ ໄດ້ໃຫ້ສໍາພາດນັກຂ່າວ ສໍານັກຂ່າວສານປະເທດລາວ ວ່າ: ສໍາລັບການໄດ້ມີໂອກາດນໍາເອົາຜະ ລິດຕະພັນຈາກຮ້ານຂອງຕົນເຂົ້າ ຮ່ວມວາງສະແດງໃນກອງປະຊຸມ ທີ່ສໍາຄັນນີ້ ແມ່ນມີຄວາມພາກພູມ ໃຈ ແລະ ດີໃຈເປັນຢ່າງຍິ່ງ ແລະ ເປັນໂອກາດທີ່ຊາວຊ່າງຫັດຖະກໍາ ລາວລໍຄອຍມາດົນ ທີ່ຢາກໃຫ້ປະ ເທດເຮົາເປີດປີທ່ອງທ່ຽວເພາະ ຫລາຍປີມານີ້ ຂະແໜງຫັດຖະກໍາ ກໍແມ່ນພາກສ່ວນໜຶ່ງທີ່ມີບັນຍາກ າດຊົບເຊົາ ຍ້ອນຜົນກະທົບຈາກ ການລະບາດຂອງໂຄວິດ-19. ສະ ນັ້ນການເປີດກອງປະຊຸມ ແລະ ປີ ທ່ຽວທ່ຽວ 2024 ນີ້ ກໍແມ່ນຄວາມ ຫວັງໜຶ່ງທີ່ຈະຊ່ວຍໃຫ້ເສດຖະກິດ ຂອງຊາດເວົ້າລວມ, ເວົ້າສະເພາະກໍ ແມ່ນຜູ້ປະກອບການທຸລະກິດທ່ອງ ທ່ຽວ, ການບໍລິການຕະຫລອດ ຮອດຊາວຊ່າງຫັດຖະກໍາທົ່ວປະ ເທດມີໂອກາດທີ່ດີຂຶ້ນ. ທ່ານນາງ ສີອອນ ສິລິປັນຍາ ໃຫ້ຮູ້ວ່າ: ສໍາລັບ ສິນຄ້າທີ່ນໍາມາວາງສະແດງ ແລະ ຈໍາໜ່າຍໃນຄັ້ງນີ້ ປະກອບມີ ຜ້າພັນ ຄໍ, ໝອນ, ກະເປົາ, ຜ້າຕຸ້ມ, ຜ້າ ບ່ຽງ ແລະ ອື່ນໆ ທີ່ມີຄຸນນະພາບ ແລະ ລວດລາຍທີ່ສວຍງາມ ເພື່ອ ໂຄສະນາໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ວ່າສິນຄ້າຜ້າ ໄໝລາວ ມີການຂະຫຍາຍຕົວຢ່າງ ກວ້າງຂວາງ, ມີຄຸນະພາບ ແລະ ສາມາດຊົມໃຊ້ໃນຊີວິດປະຈໍາວັນ ທັງເປັນຂອງ°າກຂອງຕ້ອນທີ່ມີ ຄຸນຄ່າໃນລາຄາທີ່ເໝາະສົມ ແລະ ຈັບຕ້ອງໄດ້. ທ່ານນາງ ສີອອນ ສິລິປັນຍາ ບອກວ່າ: ຮ້ານພວກ ເຮົາ ຕັ້ງຢູ່ບ້ານອາມອນ ເມືອງໄຊເສດຖາ ນະຄອນຫລວງ, ປັດຈຸບັນຜະລິດ ສິນຄ້າຫລາກຫລາຍແບບ ແລະ ຜະລິດຕາມລູກຄ້າສັ່ງຈອງ ນອກນີ້ ຍັງໄດ້ຄັດເລືອກເອົາສິນຄ້າຂອງ ທ້ອງຖິ່ນຕ່າງໆທີ່ເຂົາເຈົ້າບໍ່ມີການ ຕະຫລາດ ກໍນໍາມາຊ່ວຍໂຄສະນາ ຫລື ເອົາມາແປຮູບໃຫ້ມີຄວາມ ຫລາກຫລາຍເພື່ອຈໍາໜ່າຍ ທັງຢູ່ ພາຍໃນ ແລະ ຕ່າງປະເທດ, ໂດຍ ປະເທດທີ່ສົ່ງອອກແມ່ນມີຍີ່ປຸ່ນ, ອົດສະຕາລີ, ໄທ ແລະ ປະເທດ ອື່ນໆ ແລະ ໃນນາມສ່ວນຕົວແລ້ວເຫັນ ວ່າວຽກງານຫັດຖະກໍາແມ່ນມີບົດ ບາດສໍາຄັນຫລາຍຕໍ່ການທ່ອງ ທ່ຽວ ເພາະຈາກປະສົບການຕົນເອງ ທີ່ໄດ້ເຂົ້າຮ່ວມງານວາງສະແດງ ທັງຢູ່ພາຍໃນ ແລະ ຕ່າງປະເທດ ສິນ ຄ້າຫັດຖະກໍາລາວພວກເຮົາ ໄດ້ມີ ການພັດທະນາຢ່າງບໍ່ຢຸດຢັ້ງໃນ ດ້ານການອອກແບບໃຫ້ມີຄວາມ ສວຍງາມທັນສະໄໝ, ມີຄວາມສະ ດວກໃນການຊົມໃຊ້ ແລະ ມີຄຸນນະ ພາບ ເພື່ອໃຫ້ຕ່າງປະເທດຮູ້ວ່າສິນ ຄ້າລາວ ມີຄຸນນະພາບທີ່ດີ.

RkJQdWJsaXNoZXIy MTc3MTYxMQ==