5795

xtgmf]k; 6 23/01/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d x6 d,vo{]h P',h vo lh k']kpwfh c]t gxa ovk-u [\A o7q ' ໂດຍ: ມາລີດາ ;a fr6 9exkla d ,= ]tfq d3]d mk'fh koxts;a flkf mu j |h kmj v'mj P; ບົດ-ພາບໂດຍ: ມະນີລັດ ກຸ່ມປູກມອນລ້ຽງມ້ອນ ຂອງ ບ້ານແກ້ວກູ່ເມືອງແກ້ວອຸດົມແຂວງ ວຽງຈັນ ໄດ້ໝູນໃຊ້ວັດຖຸດິບຈາກ ຕົ້ນມອນສ້າງເປັນຜະລິດຕະພັນ ຄຸນ ນະພາບອອກຈໍາໜ່າຍສູ່ສັງຄົມ ເປັນ ຕົ້ນ: ຊາໃບມອນ, ຂັນໝາກເບັງ, ນໍ້າ ໝັກໝາກມອນ, ວາຍໝາກມອນ ແລະ ອື່ນໆ ທີ່ສັງຄົມຕ້ອງການ ຫລາຍ ໂດຍສະເພາະແມ່ນປະເພດ ນໍ້າໝັກ ແລະ ວາຍ ແມ່ນຜະລິດຕະ ພັນຂາຍດີ ໂດຍສະເພາະໄລຍະເທ ເຂົ້າເຖິງລູກຄ້າໄດ້ດີຫລາກຫລາຍ ເພາະໃນແຕ່ລະມື້ ມີລູກຄ້າແວ່ວານ ມາທ່ຽວຊົມ ແລະ ຊື້ສິນຄ້າຢູ່ສະ ເໝີຈຸດນີ້ກໍສ້າງຄວາມພາກພູມໃຈ ໃຫ້ຜູ້ປະກອບການໄດ້ມີກໍາລັງໃຈ ໃນການສ້າງຜະລິດຕະພັນທີ່ມີຄຸນ ນະພາບອອກຈໍາໜ່າຍສູ່ສັງຄົມ. ທ່ານ ຄໍາອຸ້ຍ ເວົ້າເສີມວ່າ: ການ ປູກມອນລ້ຽງມ້ອນ ເລີ່ມມາແຕ່ປິ 2000 ໂດຍນໍາເອົາ ແນວພັນພື້ນ ບ້ານມາປູກ ແລ້ວລ້ຽງມອນຊາວ ໄໝ ໄດ້ປະມານ 2 ປີ ການສາວ ໄໝບໍ່ໄດ້ດີປານໃດ ຈຶ່ງຫັນມາເຮັດ ຊາໃບມອນ, ສ່ວນໝາກ ແມ່ນນໍາ ມາເຮັດເປັນກວນ, ວາຍ, ນໍ້າໝັກ ອອກຈໍາໜ່າຍສູ່ສັງຄົມ ເຊິ່ງຜົນ ຕອບຮັບກໍ່ດີຂຶ້ນເລື້ອຍໆ ຈົນມາ ຮອດປີ 2016 ໄດ້ຈົດທະບຽນວິ ສາຫະກິດສ່ວນບຸກຄົນ ແລະ ສ້າງ ເປັນກຸ່ມປູກມອນລ້ຽງມ້ອນເຊິ່ງມີ ສະມາຊິກ 16 ຄອບຄົວ ໂດຍຄອບ ຄົວທີ່ ເຂົ້າມາ ເປັນສະມາຊິກຈະ ເຮັດວຽກຕາມຄວາມຊິນເຄີຍຂອງ ໃຜລາວ ເພາະປັດຈຸບັນໄດ້ເຮັດ ຫລາຍຜະລິດຕະພັນແຕ່ຫລັກໆ ກໍ່ມີປະເພດ ວາຍ, ນໍ້າໝັກ ແລະ ຂັນໝາກເບັງທີ່ເຮັດດ້ວຍ ຝັກມ້ອນ ສະການວັນສໍາຄັນຕ່າງໆ. ທ່ານ ຄໍາ ອຸ້ຍ ບົວລະພາ ເວົ້າສູ່ຟັງໃນໂອກາດ ເຂົ້າຮ່ວມງານວາງສະແດງສິນຄ້າ ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ ທີ່ ຜ່ານມາວ່າ: ການເຂົ້າຮ່ວມງານ ສະແດງຄັ້ງນີ້ ໄດ້ນໍາເອົາຜະລິດຕະ ພັນລາວ ທີ່ເຮັດມາຈາກຕົ້ນມອນ ເປັນຕົ້ນນໍ້າໝັກໝາກມອນ, ວາຍ ໝາກມອນ, ຊາໃບມອນ ແລະ ຂັນ ໝາກເບັງເຊິ່ງສ້າງຄວາມສົນໃຈ ໃຫ້ນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມ ໄດ້ຢ່າງຫລວງຫລາຍເນື່ອງຈາກ ວ່າລູກຄ້າຫລາຍຄົນກໍຮູ້ຈັກ ແລະ ເປັນລູກຄ້າປະຈໍາຍ້ອນເຊື້ອໝັ້ນ ສິນຄ້າພວກເຮົານັ້ນເອງອີກຢ່າງ ໜຶ່ງງານຄັ້ງນີ້ ກໍເປັນອີກງານໜຶ່ງທີ່ ສໍາລັບລາຍຮັບພາຍຫລັງທີ່ຫັນມາ ເຮັດ ເປັນຜະລິດຕະພັນຕ່າງໆ ອອກ ຈໍາໜ່າຍສູ່ສັງຄົມ ສາມາດສ້າງ ລາຍຮັບເຂົ້າຄອບຄົວ 200-300 ລ້ານກີບຕໍ່ປີ. ສໍາລັບຕະຫລາດຈໍາ ໜ່າຍແມ່ນຕາມສັ່ງຈອງຂອງລູກ ຄ້າ, ຂາຍຕາມງານວາງສະແດງ ເຊິ່ງສັງຄົມ ກໍ ໃຫ້ຄວາມ ສົນ ໃຈ ຫລາຍ ໂດຍສະເພາະແມ່ນປະເພດ ນໍ້າໝັກ ແລະ ວາຍ ແມ່ນໄດ້ຂາຍດີ ບາງທີລູກຄ້າສັ່ງກໍ່ບໍ່ມີເຄື່ອງໃຫ້ ເພາະວ່າ ບໍ່ມີໝາກມອນມາຜະລິດ ເນື່ອງຈາກວ່າ ເທສະການປີໃໝ່ລູກ ຄ້າຕ້ອງການຫລາຍຂຶ້ນເພື່ອ ນໍາໄປ ເປັນເຄື່ອງຝາກຂອງຕ້ອນໃນວັນ ສໍາຄັນຕ່າງໆ. ວັດພູຈຳປາສັກ ມໍລະດົກໂລກ ທາງດ້ານປະຫວັດສາດ ຕັ້ງຢູ່ພາກ ໃຕ້ຂອງລາວແລະໄດ້ຖືກຈົດບັນທຶກ ເຂົ້າຢູ່ໃນບັນຊີມໍລະດົກໂລກ ຂອງ ອົງການຢູແນສໂກ ໃນເດືອນທັນວາ ປີ 2001 ຜົນຂອງການຄົ້ນຄວ້າໄດ້ ສະແດງໃຫ້ຮູ້ວ່າວັດພູ ແມ່ນຕັ້ງຢູ່ ຈຸດທີ່ສຳຄັນໃນການກໍ່ໃຫ້ເກີດອາ ນາຈັກບູຮານຢູ່ໃນຂົງເຂດນີ້ ເຊິ່ງ ເປັນເມືອງທີ່ສຳຄັນແຫ່ງໜຶ່ງຂອງ ໂລກ, ຄັ້ງໜຶ່ງເຄີຍ ໄດ້ເປັນນະຄອນ ຫລວງຂອງອານາຈັກຂະແມບູຮານ ມາເປັນເວລາຍາວນານກ່ອນການ ສະຖາປານາອັງກໍ ຊຶ່ງໄດ້ຈະເລີນຮຸ່ງ ເຮືອງຢູ່ເທິງແຄມຝັ່ງແມ່ນ້ຳຂອງ ໃນສະຕະວັດທີ 5 ຫລັກຖານຈຳ ນວນຫລວງຫລາຍ ໄດ້ປະກົດໃຫ້ ທ່ານ ອຳນາດ ພາດີ ຮອງຂະ ແໜງມໍລະດົກໂລກ ວັດພູຈຳປາສັກ ເວົ້າສູ່ຜູ້ຂຽນຟັງວ່າ: ໃນທ້າຍສະຕະ ວັດທີ 5 ໂດຍເຈົ້າໄຊວໍລະມັນ ອົງທີ 1 ເປັນຜູ້ສ້າງ 2 ເມືອງ ຄື ເມືອງບູ ຮານ ແລະ ເມືອງຕິງຄະ (ເມືອງຕິງ ຄະແມ່ນຢູ່ໃນເຂດວັດພູ) ເພາະເຫັນ ວ່າເປັນສະຖານທີ່ມີຄວາມສັກສິດ, ໂດຍຊາວເຂົາບູຮານເຊື່ອວ່າ ນ້ຳທີ່ ໄຫລອອກມາຈາກພື້ນຫີນທີ່ໄຫລ ມາແຕ່ຈອມພູມາຕົກທີ່ນີ້ເປັນນ້ຳສັກ ສິດດັ່ງນັ້ນຈຶ່ງເລືອກເອົາສະຖານ ທີ່ດັ່ງກ່າວ ແລະ ທັງເປັນຈຸດທີ່ມີພູມິ ທັດທີ່ສວຍງາມສາມາດ ແນມເຫັນ ທຸກພື້ນທີ່ອ້ອມຮອບແລະຫລັງຈາກ ນັ້ນ ຈຶ່ງໄດ້ຍ້າຍເມືອງເຄື່ອນລົງໄປ ທາງໃຕ້ໄປສ້າງອັງກໍວັດ. ທ່ານ ອຳນາດ ພາດີ ເວົ້າຕື່ມວ່າ: ນັກທ່ອງທ່ຽວທີ່ມາທ່ຽວວັດພູ ສາ ມາດໄປເບິ່ງໄປຊົມໂຮງນາງສີດາ, ໂຮງທ້າວເຕົ່າ,ອຸບມຸງຖ້ຳເລກ,ພູເພ, ຮານ ກ່ອນຈະໄປນ້ຳຕົກພູເພແລ້ວ ເລາະລົງຕາມສາຍຫ້ວຍເບິ່ງແຜ່ນ ສີລາເລກຕື່ມອີກ. ສ່ວນເມືອງບູ ຮານ-ວັດຫລວງ, ຊຶ່ງໄດ້ຮັບການກໍ່ ຕັ້ງຂຶ້ນເມື່ອກາງສະຕະວັດທີ 5 ໂດຍກະສັດຊຶ່ງຊົງພະນາມວ່າເທ ວະນິກະ ເພື່ອສັງເກດເບິ່ງຮ່ອງຮອຍ ບູຮານກ່ອນຍຸກສະໄໝອັງກໍວັດ ແລະ ແວ່ເບິ່ງຄູກຳແພງເມືອງ. ນອກຈາກນັ້ນ. ພາຍໃນເຂດ ວັດພູ ຍັງມີຫໍພິພິທະພັນທາງດ້ານບູ ຮານຄະດີ, ຊຶ່ງເປັນສູນກາງຄົ້ນ ຄວ້າສຳລັບນັກວິຊາການໃນການ ສຶກສາ ແລະ ການປົກປັກຮັກສາ ແຫລ່ງສະຖານບູຮານ, ຢູ່ພາຍໃນ ຫ້ອງພິພິທະພັນໄດ້ມີວັດຖຸພັນເກືອບ 200 ຊີ້ນສ່ວນ ທີ່ໄດ້ເລືອກເຂົ້າມາ ວາງສະແດງເພື່ອດຶງດູດນັກທ່ອງ ທ່ຽວ ແລະ ສ້າງຄວາມສົນໃຈໃນ ການສຶກສາເບິ່ງສະພາບພື້ນທີ່, ວັດ ຖຸພັນຕ່າງໆແມ່ນຖືກຈັດລຽງໄປ ຕາມເນື້ອຫາສາລະ ທີ່ສະແດງໃຫ້ ເຫັນເປັນຮູບແບບ ທີ່ມີການພົວພັນ ກັບແຕ່ລະໄລຍະເວລາທີ່ຜ່ານມາ. ເຫັນໃນປັດຈຸບັນແມ່ນການສຶກສາ ຄົ້ນຄວ້າຢ່າງລະອຽດຕາມຫລັກວິ ຊາການຂອງນັກວັດຖຸບູຮານ. ກຸ່ມ ຜາສາດຫີນວັດພູສ່ວນໃຫຍ່ແມ່ນ ໄດ້ຮັບການກໍ່ສ້າງຂຶ້ນຕາມເນີນຂອງ ພູເຂົາ, ຊຶ່ງເຊື່ອວ່າເປັນພູເຂົາທີ່ ສັກສິດ.ບັນດາຮ່ອງຮອຍສິ່ງກໍ່ສ້າງ ທີ່ຍັງເຫັນໄດ້ໃນປັດຈຸບັນແມ່ນມີ ອາຍຸເກົ່າແກ່ຕັ້ງແຕ່ສະໄໝສະຕະ ວັດທີ 11-12. ເມືອງບູຮານ ແລະ ອື່ນໆ. ໂຮງນາງ ສີດາ-ໂຮງທ້າວເຕົ່າ ຫ່າງຈັກວັດພູ ພຽງ 1 ກິໂລແມັດ. ໄລຍະນີ້ພວມບູ ລະນະປັບປຸງສ້ອມແປງ, ໂດຍການ ຮ່ວມມືລາວ-ເກົາຫລີ, ຊຶ່ງໂຮງນາງ ສີດາ ເຮັດດ້ວຍຫີນຊາຍ, ສ່ວນໂຮງ ທ້າວເຕົ່າ ເຮັດດ້ວຍຫີນໜາມໜໍ່. ຖ້າຈະໄປເບິ່ງອຸບມຸງຖ້ຳເລກ-ພູເພ ເລີ້ມຈາກໜອງສະໃຫຍ່ດ້ານເໜືອ ຂອງວັດພູ, ໜອງສະປຽບເໝືອນ ມະຫາສະໝຸດທີ່ອຸດົມສົມບູນ ນອກ ຈາກໃຊ້ທາງດ້ານກະສິກຳ ແລ້ວຍັງ ມີຄວາມເຊື່ອວ່າເປັນໜອງນ້ຳທີ່ສັກ ສິດສຳລັບຜູ້ສະແຫວງບຸນສາມາດ ລົງອາບ-ຫົດສົງໄດ້ ແລະ ຍ່າງເລາ ະລຽບທົ່ງນາຂຶ້ນເນີນພູໄປສູ່ວັດອຸບ ມຸງສະຖານບູຮານກ່ອນຍຸກອັງກໍ ວັດ ເພື່ອເບິ່ງຫໍໄຫວ້ນ້ອຍກໍ່ດ້ວຍ ດີນຈີ່, ມີວົງປະຕູທີ່ເຮັດດ້ວຍຫີນ ຊາຍ ແລະ ສືບຕໍ່ເດີນທາງໄປຈົນ ຮອດຖ້ຳເລກ, ຊຶ່ງເປັນຖ້ຳນ້ອຍ ເບິ່ງ ແຜ່ນສີລາຈາລຶກພາສາຂະແມບູ

RkJQdWJsaXNoZXIy MTc3MTYxMQ==