xtgmf]k; 3 23/01/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຄ້ອງໃໝ່ ra omtxh v'da o-kf{xh v'da o7;k,lts'q [ ©ດ ¨ສງຈັນ la '7q ,,u 7;k,zkl5 d ph vo,u de]a 'dv'ma [xt-k-q o]k; ທ່ານ ສຸລິນ ອິນທາທິລາດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫາດຊາຍຟອງ ໃຫ້ສໍາ ພາດຕໍ່ຜູ້ຂຽນ ເນື່ອງໃນໂອກາດວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20/1/194920/1/2024) ວ່າ: ຖ້າຫາກວ່າບໍ່ມີ ກໍາລັງແຮງສູ້ຮົບຕ້ານຈັກກະພັດຜູ້ ຮຸກຮານກໍບໍ່ມີວັນນີ້, ຍ້ອນວ່າກອງ ທັບປະຊາຊົນລາວມີທາດແທ້ອັນດີ ງາມ, ສັງຄົມມີຄວາມສຸກຍ້ອນມີກໍາ ລັງຂອງກອງທັບປະຊາຊົນລາວ ໂດຍມີທາດແທ້ດີ 3 ປະການເດັ່ນຄື: ທາດແທ້ຊົນຊັ້ນກໍາມະກອນ, ທາດ ແທ້ປະຕິວັດ ແລະ ທາດແທ້ປະຊາ ຊົນ. ຍ້ອນວ່າກອງທັບປະຊາຊົນ ລາວ ແມ່ນພັກປະຊາຊົນ ປະຕິວັດ ລາວ ເປັນຜູ້ຈັດຕັ້ງ, ນໍາພາ ແລະ ສຶກສາອົບຮົມ ຊຶ່ງພັກປະຊາຊົນ ປະຕິວັດລາວ ເປັນພັກທີ່ໝູນໃຊ້ລັດ ທິມາກ-ເລນິນທີ່ຢຶດໝັ້ນແນວຄິດ ຊົນຊັ້ນກໍາມະກອນນໍາໜ້າ, ສະນັ້ນ ກອງທັບເຮົາຈຶ່ງມີທາດແທ້ຊົນຊັ້ນ ກໍາມະກອນ. ກອງທັບປະຊາຊົນ ລາວກໍາເນີດມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ຕໍ່ສູ້ເພື່ອຄວາມ ສົມບູນພູນສຸກຂອງປະຊາຊົນລາວ ບັນດາເຜົ່າ ນັບແຕ່ມື້ສ້າງຕັ້ງແລະ ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆເປັນ ກຳລັງຫລັກກແຫລ່ງໃນຂະບວນ ການຕໍ່ສູ້ຂອງປະຊາຊົນລາວບັນ ດາເຜົ່າຕ້ານຈັກກະພັດຜູ້ຮຸກຮານ ເພື່ອປົດປ່ອຍປະເທດຊາດ ແລະ ສືບ ຕໍ່ປະຕິບັດພາລະກິດ 2 ໜ້າທີ່ຍຸດທະ ສາດຄື: ປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ. ສໍາລັບມູນເຊື້ອອັນສະຫງ່າງາມ ຂອງກອງທັບປະຊາຊົນລາວ ປະ ກອບມີ 6 ມູນເຊື້ອຄື: ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ ປະຊາຊົນ,ຕໍ່ປະເທດຊາດແລະອຸດົມ ການສັງຄົມນິຍົມ, ມີນໍ້າໃຈສູ້ຮົບພິ ລະອາດຫານກ້າແກ່ນໜຽວແໜ້ນ, ມີພິກໄຫວ, ມີນ້ຳໃຈດຸໝັ່ນຂະຫຍັນ ພຽນ ໃນການອອກແຮງງານເພີ່ມ ພູນຜະລິດຜົນແລະປະຢັດໝັ້ນທ່ຽງ, ກອງທັບປະຊາຊົນລາວຍາມໃດກໍມີ ຄວາມສາມັກຄີອັນແໜ້ນແຟ້ນ ກັບ ປະຊາຊົນບັນດາເຜົ່າ, ກອງທັບເຮົາ ໄດ້ປະຕິບັດແນວທາງການຕ່າງປະ ເທດຂອງພັກຢ່າງຖືກຕ້ອງ, ກອງ ທັບປະຊາຊົນລາວ ມີປະຊາທິປະໄຕ ແລະ ມີລະບຽບວິໄນເຂັ້ມງວດ. ພຶດ ຕິກໍາແຫ່ງການຕໍ່ສູ້ກູ້ຊາດ ອັນຍືດ ເຍື້ອຍາວນານໄດ້ຢັ້ງຢືນຢ່າງຈະ ແຈ້ງວ່າ: ກອງທັບປະຊາຊົນລາວ ແມ່ນກຳເນີດມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ໂດຍສືບທອດມູນເຊື້ອ ພິລະອາດ ຫານຂອງວິລະບູລຸດຂອງຊາດ ຊຶ່ງ ຜ່ານພຶດຕິກຳແຫ່ງການຕໍ່ສູ້ກູ້ຊາດ ອັນຍືດເຍື້ອຍາວນານ, ດຸເດືອດຂ້ຽວ ຂາດ, ແຕ່ກອງທັບເຮົາຍາມໃດກໍ ເດັດດ່ຽວໜຽວແໜ້ນ, ມີຄວາມອາດ ຫານ, ບໍ່ຫວັ່ນໄຫວຄອນແຄນຕໍ່ຂໍ້ ຫຍຸ້ງຍາກ ແລະ ອຸປະສັກຕ່າງໆ ຍິ່ງ ສູ້ຮົບກໍຍິ່ງເຕີບໃຫຍ່ເຂັ້ມແຂງ, ຍິ່ງສູ້ ຮົບກໍຍິ່ງມີໄຊຊະນະກອງທັບເຮົາ ໄດ້ໃຊ້ສີລະປະຍຸດ, ມູນເຊື້ອດຸໝັ່ນ ຂະຫຍັນພຽນ, ໃນການອອກແຮງ ງານປູກຝັງລ້ຽງສັດ ຄືດັ່ງຄຳສຸພາ ສິດລາວເວົ້າວ່າ: “ໄປຢຽບໝາມາ ຢຽບຂຽດ”ນັ້ນເປັນການຍ້ອງຍໍສັນ ລະເສີນ ມູນເຊື້ອອັນດຸໝັ່ນຂະຫຍັນ ພຽນຂອງຄົນລາວ. ກອງທັບເຮົາ ຊຶ່ງແມ່ນລູກຫÌ ານຂອງປະຊາຊົນ ລາວບັນດາເຜົ່ານັ້ນກໍໄດ້ສືບຕໍ່ຮັກ ສາມູນເຊື້ອອັນດີງາມດັ່ງກ່າວບົນ ຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ. ກົມກອງຕັ້ງທັບຢູ່ໃສກໍໄດ້ເພີ່ມພູນ ຜະລິດຜົນຢູ່ບ່ອນນັ້ນ (ເອີ້ນວ່າ ຂະ ບວນສ້າງພະລາທິການກັບທີ່), ສາ ມັກຄີປອງດອງເປັນປຶກແຜ່ນແມ່ນ ມູນເຊື້ອອັນປະເສີດຂອງຊາດລາວ ເຮົາ, ກອງທັບເຮົາເວລາໃດກໍຖືວ່າ ຄວາມສາມັກຄີເປັນປັດໄຈສຳຄັນ ກວ່າໝູ່ຂອງກໍາລັງແຮງສັງລວມ ແລະ ຄວາມເປັນເອກະພາບແຫ່ງ ຊາດ ແມ່ນກຳລັງແຮງສູ້ຮົບເອົາຊະ ນະສັດຕູ, ພິເສດແມ່ນການຊ່ວຍ ເຫລືອຈາກພັກ-ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ, ພົວພັນ ຮ່ວມມືແລະຮັບການສະໜັບສະໜູນ ຂອງບັນປະເທດເພື່ອນມິດອື່ນໆກໍຄື ໃນພູມິພາກອາຊຽນ ແລະ ທົ່ວໂລກ, ພັກເຮົາຖືວ່າ ປະຊາທິປະໄຕ ທັງ ແມ່ນຈຸດໝາຍທັງແມ່ນກໍາລັງດັນ ຂອງພາລະກິດປະຕິວັດຂອງຊາດ, ການເສີມຂະຫຍາຍປະຊາທິປະໄຕ ແມ່ນຂະບວນວິວັດໜຶ່ງທີ່ຕິດພັນ ກັບຈັງຫວະການຂະຫຍາຍຕົວ ໃນ ທຸກດ້ານຂອງປະເທດຊາດ ດ້ວຍ ທັດສະນະດັ່ງ ກ່າວ,ໃນຖານະທີ່ເປັນ ກອງທັບປະຊາຊົນລາວ, ເປັນເຄື່ອງ ມືອັນແຫລມຄົມຂອງພັກ ກອງທັບ ເຮົາ ເວລາໃດກໍໄດ້ຍົກສູງ ແລະ ເປີດ ກວ້າງປະຊາທິປະໄຕຢູ່ໃນທຸກຂົງ ເຂດວຽກງານ ເປັນຕົ້ນແມ່ນປະຊາ ທິປະໄຕ ດ້ານການເມືອງ, ການທະ ຫານ ແລະ ດ້ານເສດຖະກິດ. ເນື່ອງໃນໂອກາດທີ່ສະຫງ່າລາ ສີນີ້, ທ່ານ ສຸລິນ ອິນທາທິລາດ ໃນນາມຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫາດຊາຍຟອງ, ຕາງໜ້າພະນັກງານ-ລັດຖະກອນ ທົ່ວຫ້ອງການ ຂໍອວຍໄຊໃຫ້ພອນ ແດ່ນາຍ ແລະ ພົນທະຫານ ພ້ອມ ດ້ວຍທະຫານທຸກໆກົມກອງ, ເຫລົ່າ ຮົບຕ່າງໆ ຈົ່ງມີສຸຂະພາບເຂັ້ມແຂງ ຈົ່ງສືບຕໍ່ປະຕິບັດໜ້າທີ່ປົກປ້ອງ ຜືນແຜ່ນດິນລາວອັນຄົບຖ້ວນໄວ້ ໄດ້ຕະຫລອດໄປ. ໄດ້ນໍາເອົາບາງເນື້ອໃນຈິດໃຈກ່ຽວ ກັບວຽກງານປ້ອງກັນຊາດ ທົບ ທວນນໍາກັນ ເພື່ອຄວາມເຂົ້າໃຈທີ່ ຖືກຕ້ອງ, ມີສະຕິຕື່ນຕົວເຂົ້າຮ່ວມ ວຽກງານດັ່ງກ່າວ. ເວົ້າເຖິງການຈັດຕັ້ງສະເຫລີມ ສະຫລອງວັນສ້າງຕັ້ງກອງທັບປະ ຊາຊົນລາວ, ຄົບຮອບ 75 ປີ ນັບ ແຕ່ຫົວທີທີ່ມີການກະກຽມ ກໍ່ໄດ້ມີ ການໂຄສະນາເຜີຍແຜ່ຢ່າງເລິກ ເຊິ່ງ ແລະ ກວ້າງຂວາງຜ່ານຫລາຍ ຮູບແບບແລະວິທີກ່ຽວກັບທາດແທ້, ມູນເຊື້ອພິລະອາດຫານ ແລະ ຜົນ ງານອັນໃຫຍ່ຫລວງທີ່ກອງທັບ ແລະ ປະຊາຊົນລາວ ຍາດມາໄດ້ ຕະ ຫລອດໄລຍະ 75 ປີຜ່ານມາພາຍ ໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ແນໃສ່ເຮັດໃຫ້ທົ່ວ ປວງຊົນຮັບຮູ້ແຈ້ງ ແລະ ເຂົ້າໃຈ ຢ່າງເລິກເຊິ່ງ, ເປັນການສຶກສາ ອົບຮົມ ຊັ້ນຄົນຕ່າງໆໃຫ້ມີຈິດໃຈ ຮັກຊາດ, ຮັກລະບອບປະຊາທິ ປະ ໄຕປະຊາຊົນ, ສ້າງຄວາມສາມັກຄີ, ສ້າງສະຕິເປັນເຈົ້າຕົນເອງ, ມີສະຕິ ລະວັງຕົວຕໍ່ກົນອຸບາຍທໍາລາຍມ້າງ ເພຂອງອິດທິກໍາລັງປໍລະປັກ ແລະ ພວກຄົນບໍ່ດີ; ເປັນເຈົ້າການເຂົ້າ ຮ່ວມການປະຕິບັດແນວທາງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຂອງພັກ. ກອງທັບປະຊາຊົນລາວ ເປັນ ກອງທັບວິລະຊົນຂອງຊາດ ລາວ ທີ່ກໍາເນີດມາຈາກປະຊາຊົນ ໂດຍ ປະຊາຊົນລາວ ແລະ ເພື່ອຜົນປະ ການດັ່ງກ່າວ, ໃນໄລຍະໃໝ່ແຫ່ງ ການພັດທະນາທີ່ມີທັງກາລະໂອ ກາດອໍານວຍ ແລະ ສິ່ງທ້າທາຍ ຫລາຍປະການ ຍິ່ງຕ້ອງສືບຕໍ່ຍົກ ສູງຄວາມເປັນເຈົ້າການເຂົ້າຮ່ວມ ການປະຕິບັດແນວທາງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນຮອບດ້ານ, ຖືເປັນພັນທະ ທີ່ທົ່ວປວງຊົນຕ້ອງເຂົ້າຮ່ວມຢ່າງ ແຂງແຮງ ບໍ່ວ່າຈະເປັນການປະ ກອບສ່ວນດ້ານກໍາລັງພົນ, ວັດຖຸ ແລະ ຈິດໃຈ. ພັນທະປ້ອງກັນຊາດ ແມ່ນໜ້າທີ່ຕົ້ນຕໍ ແລະ ມີກຽດອັນ ສູງສົ່ງ ຂອງພົນລະເມືອງລາວທຸກ ຄົນ, ທຸກອົງການຈັດຕັ້ງໃນການປົກ ປັກຮັກສາເອກະລາດ, ອໍານາດອະ ທິປະໄຕ ແລະ ຜືນແຜ່ນດິນອັນຄົບ ຖ້ວນຂອງຊາດ; ປົກປັກຮັກສາຊີ ວິດແລະຊັບສິນຂອງປະຊາຊົນ, ຮັບ ປະກັນສະເຖຍລະພາບ, ຄວາມໝັ້ນ ຄົງຂອງລະບອບປະຊາທິປະໄຕປະ ຊາຊົນ ຕາມລັັດຖະທໍາມະນູນກໍາ ນົດໄວ້. ການປະກອບສ່ວນເຂົ້າເປັນ ທະຫານພັນທະ, ທະຫານອາຊີບ, ກໍາລັງສໍາຮອງ, ກໍາລັງປະຈັນບານ, ກອງຫລອນ ແລະ ກໍາລັງປ້ອງກັນ ຕົວ ກໍ່ຖືເປັນການປະກອບສ່ວນພັນ ທະເຂົ້າໃນການປ້ອງກັນຊາດ ດ້ານ ກໍາລັງພົນ ຕາມກົດໝາຍວ່າດ້ວຍ ພັນທະປ້ອງກັນຊາດໄດ້ກໍານົດ. ບັນຫາທີ່ມັກຕັ້ງຂຶ້ນແມ່ນຄວາມ ເຂົ້າໃຈຈໍານວນໜຶ່ງວ່າການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນໜ້າທີ່ຂອງກໍາລັງ ປກຊ-ປກສ ຝ່າຍດຽວ, ຖ້າເຂົ້າໃຈຄືແນວນັ້ນ ແມ່ນບໍ່ທັນຖືກຕ້ອງ. ແນວທາງ ວັນສ້າງຕັ້ງກອງທັບປະຊາ ຊົນລາວ, ຄົບຮອບ 75 ປີ (20 ມັງກອນ 1949- 20 ມັງກອນ 2024) ຫາກໍ່ຜ່ານມາ, ການຈັດຕັ້ງ ສະເຫລີມສະຫລອງໄດ້ດໍາເນີນຢ່າງ ມີເນື້ອໃນທັງຂັ້ນສູນກາງແລະທ້ອງ ຖິ່ນ. ກ່ອນນີ້ຫລາຍເດືອນ, ການໂຄ ສະນາຜ່ານສື່ມວນຊົນດ້ວຍຊ່ອງ ທາງເຜີຍແຜ່ທີ່ຫລາກຫລາຍທັງ ໜັງສືພິມ,ວິທະຍຸ, ໂທລະພາບ,ສື່ອິນ ເຕີເນັດ ຕະຫລອດຮອດການຈັດປາ ຖະກະຖາ-ເລົ່າມູນເຊື້ອ ແມ່ນດໍາເນີນ ມາຢ່າງເປັນຂະບວນຟົດຟື້ນ. ບົດນີ້ ໂຫຍດຂອງປະຊາຊົນ, ໄດ້ຮັບການ ສຶກສາອົບຮົມຈາກພັກ ແລະ ປະ ຊາຊົນ, ສູ້ຮົບຍາດໄດ້ໄຊຊະນະ ແລະ ປົກປັກຮັກສາໄດ້ໝາກຜົນຂອງການ ປະຕິວັດໃນແຕ່ລະໄລຍະເປັນກ້າວໆ ມາ, ປັບປຸງກໍ່ສ້າງຕົນເອງໃຫ້ເຕີບ ໃຫຍ່ຂະຫຍາຍຕົວເຂັ້ມແຂງຢ່າງ ບໍ່ຢຸດຢັ້ງ ແລະ ເຮັດສໍາເລັດໜ້າທີ່ ທີ່ພັກ, ລັດ ແລະ ປະຊາຊົນ ມອບ ໝາຍໃຫ່ແຕ່ລະໄລຍະຂອງການ ປະຕິວັດ. ການປ້ອງກັນຊາດ ແມ່ນການ ປົກປັກຮັກສາປະເທດຊາດ, ລະ ບອບ ການເມືອງ, ຄວາມເປັນເອກະ ລາດ, ອໍານາດອະທິປະໄຕ, ຜືນ ແຜ່ນດິນອັນຄົບຖ້ວນ ລວມທັງເຂດ ນ່ານນໍ້າ ແລະ ນ່ານຟ້າຂອງ ສປປ ລາວ ດ້ວຍກໍາລັງແຮງສັງລວມ ຂອງທົ່ວປວງຊົນທັງຊາດໂດຍມີກໍາ ລັງປະກອບອາວຸດປະຊາຊົນ ເປັນ ຫລັກແຫລ່ງ (ກົດໝາຍວ່າດ້ວຍ ການປ້ອງກັນຊາດ, ມາດຕາ 2). ປະເດັນທີ່ຍົກຂຶ້ນແມ່ນການປະ ກອບສ່ວນຂອງທົ່ວປວງຊົນຕໍ່ວຽກ ງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ຕະຫລອດໄລຍະຜ່ານມາ ຜົນສໍາເລັດຂອງວຽກງານດັ່ງກ່າວ ຍ້ອນມີພັກນໍາພາ, ມີແນວທາງນະ ໂຍບາຍທີ່ຖືກຕ້ອງ ແລະ ການເຂົ້າ ຮ່ວມຂອງທົ່ວປວງຊົນ, ຕະຫລອດ ຮອດການອູ້ມຊູຊ່ວຍເຫລືອຂອງ ບັນດາປະເທດເພື່ອນມິດ. ດ້ວຍປະ ຂອງພັກ-ລັດ ກໍານົດແຈ້ງກ່ຽວກັບ ການປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບທົ່ວປວງຊົນຮອບດ້ານ. ນອກນັ້ນ ກໍ່ຍັງມີກົດໝາຍວ່າດ້ວຍ ການປ້ອງກັນຊາດ, ກົດໝາຍວ່າ ດ້ວຍພັນທະປ້ອງກັນຊາດ ແລະ ອື່ນໆ ເປັນບ່ອນອີງໃນການປະກອບ ສ່ວນເຮັດໃຫ້ວຽກງານປ້ອງກັນ ຊາດເຂັ້ມແຂງ ໂດຍການເຂົ້າຮ່ວມ ປະກອບສ່ວນຂອງທົ່ວປວງຊົນ, ວຽກງານດັ່ງກ່າວອາໄສແຕ່ກໍາລັງ ປະກອບອາວຸດປະຊາຊົນເປັນຫລັກ ແຫລ່ງກໍ່ບໍ່ອາດສໍາເລັດໄດ້. ການປະກອບສ່ວນພັນທະເຂົ້າ ໃນວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບແມ່ນສໍາຄັນ, ແມ່ນຄວາມຮຽກຮ້ອງຕ້ອງການ ພາວະວິໄສ ເພື່ອຮັກສາໄວ້ຊຶ່ງ ຄວາມເປັນຊາດ, ລະບອບການ ເມືອງ, ຄວາມເປັນເອກະລາດ, ອໍາ ນາດອະທິປະໄຕ, ຜືນແຜ່ນດິນອັນ ຄົບຖ້ວນ ລວມທັງເຂດນ່ານນໍ້າ ແລະ ນ່ານຟ້າ ຂອງ ສປປ ລາວ. ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==