5795

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 23/01/2024 xtgmf]k; ນາຍົກລັດຖະມົນຕີ... ຮອງປະທານສະພາແຫ່ງຊາດ... ກຕສ ເປີດຝຶກອົບຮົມ... ເຜົ່າກຶມມຸ ບ້ານລາດຄວາຍ... ລາວ-ສິງກະໂປ... ການນຳ ຫສນຍ... ກະກຽມສ້າງອົງການ... ຂປລ. ໃນວັນທີ 20 ມັງກອນ 2024, ຄະນະອຳນາດການປົກ ຄອງບ້ານລາດຄວາຍ ເມືອງໄຊ ທານີ, ນະຄອນຫລວງວຽງຈັນ ໂດຍສະເພາະເຜົ່າກຶມມຸ ໄດ້ຈັດງານ ບຸນເກຣິ(ບຸນປົດປີເກົ່າຕ້ອນຮັບປີ ໃໝ່) ພາຍຫລັງສຳເລັດການເກັບ ກູ້ຜົນຜະລິດເຂົ້າ, ເຜືອກມັນ ແລະ ອື່ນໆ ໂດຍມີການເຮັດພາເຂົ້າຖວາຍ ແກ່ບັນພະບູລຸດຂອງໃຜລາວ ເພື່ອ ຂໍພອນໃຫ້ລູກຫລານຢູ່ເຢັນເປັນສຸກ, ພ້ອມກັນສ້າງສາພັດທະນາໃຫ້ຄອບ ຄົວຈະເລີນຮັ່ງມີ. ພ້ອມນັ້ນ ຍັງເປັນ ການປະຕິບັດຮີດຄອງປະເພນີອັນ ດີງາມທີ່ມີມາ ແຕ່ດຶກດຳບັນ, ເປັນ ການສ້າງຄວາມສາມັກຄີລະຫວ່າງ ເຜົ່າ ກໍຄືປະຊາຊົນບ້ານລາດຄວາຍ ໃຫ້ແໜ້ນແຟ້ນ ຂຶ້ນເລື້ອຍ. ບຸນປະເພນີ ຄັ້ງນີ້, ມີຄະນະພັກ, ຄະນະນຳ ຈາກແນວລາວສ້າງຊາດ ນະຄອນຫລວງວຽງຈັນ, ຄະນະພັກ ຄະນະນຳອົງການປົກຄອງ ເມືອງ ໄຊທານີ, ພ້ອມດ້ວຍເຖົ້າແກ່ແນວ ໂຮມ, ແຂກຖືກເຊີນ ແລະ ປະຊາ ຊົນບັນດາເຜົ່າ ເຂົ້າຮ່ວມຢ່າງຫລວງ ຫລາຍ. ໃນໂອກາດດັ່ງກ່າວ, ຕົວແທນ ເຜົ່າກຶມມຸ ບ້ານລາດຄວາຍ ໄດ້ຍົກ ໃຫ້ເຫັນປະຫວັດຄວາມເປັນມາ ຂອງບຸນເກຣິ ເຊິ່ງມີຄວາມໝາຍ ສຳເລັດການເກັບກູ້ຜົນຜະລິດຕ່າງໆ ໃນລະດູຝົນ (ລົກ, ໂຄ່ນ, ໄງ້) ເຜືອກມັນຂຶ້ນເລົ້າຂຶ້ນເຍຍນັ້ນເອງ. ແນວໃດກໍຕາມ ແຕ່ດຶກດຳບັນກ່ອນ ຈະມີເຂົ້າມາປຸງແຕ່ງອາຫານ, ບັນ ພະບູລຸດຂອງເຜົ່າກຶມມຸໄດ້ເອົາ ເຜືອກມັນຊະນິດຕ່າງໆມາປຸງແຕ່ງ ເປັນອາຫານຫລັກ ແລະ ສັດສາວ່າ ສິ່ງ, ລວມທັງເຄື່ອງປ່າຂອງດົງເປັນ ອາຫານສຳຮອງປະຈຳວັນ ຈົນ ຜ່ານມາຫລາຍສັດຕະວັດຈຶ່ງນຳ ເອົາເຂົ້າມາປຸງເປັນອາຫານເຫັນວ່າ ມີລົດຊາດແຊບກວ່າ ເຜືອກມັນ ຈຶ່ງ ນຳເອົາເຂົ້າເປືອກມາປູກ ແລະ ປຸງ ແຕ່ງເປັນອາຫານຫລັກ ແຕ່ກໍປະສະ ຈາກບໍ່ໄດ້ການປູກເຜືອກມັນເປັນ ອາຫານສຳຮອງ ໃນຍາມເກີດໄພພິ ບັດທາງທຳມະຊາດ. ຍ້ອນແນວນັ້ນ ຈຶ່ງຂາດເຜືອກມັນບໍ່ໄດ້, ທັງເປັນ ການສະແດງຄວາມຮູ້ບຸນຄຸນຂອງ ບັນພະບູລຸດ ທີ່ຊຸບລ້ຽງເຜົ່າກຶມມຸ ມາແຕ່ດຶກດຳບັນ ແລະ ເປັນການ ຮັກສາຮີດຄອງອັນເກົ່າແກ່ຂອງເຜົ່າ ກຶມມຸ ໄວ້ໃຫ້ຍືນຍົງຕະຫລອດໄປ. ໃນງານຄັ້ງນີ້, ຍັງມີການແຫ່ ເຜືອກມັນ, ເຫລົ້າໄຫໄກ່ໂຕ, ຜູກແຂນ ບາສີ ເພື່ອໃຫ້ຜູ້ເຂົ້າຮ່ວມມີຄວາມ ສຸກຄວາມຈະເລີນ, ມີພາລະນາໄມ ສົມບູນ, ມີສຸຂະພາບແຂງແຮງ ແລະ ລ້ຳລວຍເງິນທອງ,ສິ່ງສຳຄັນ ໃຫ້ມີກຳລັງວັງຊາສຸມໃສ່ປູກພືດ ລະດູການຕໍ່ໄປ ໃຫ້ໄດ້ຮັບໝາກຜົນ ດີກວ່າເກົ່າ. ພາບ: ອ່າຍຄຳ ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມໄດ້ລາຍງານໃຫ້ ຊາບກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ປະຈຳປີ 2023 ຜ່ານມາ ລວມທັງຜົນການ ດໍາເນີນກອງປະຊຸມຄັ້ງນີ້ ເຫັນວ່າ ສາມາດຂຶ້ນທະບຽນອອກໃບຕາດິນ ໃນຂອບເຂດທົ່ວປະເທດ ໄດ້ທັງໝົດ 395.350ຕອນ, ເທົ່າກັບ24,70% ຂອງແຜນການ 5 ປີ; ໄດ້ດໍາເນີນ ວຽກງານການຄຸ້ມຄອງທີ່ດິນຫັນ ເປັນທັນສະໄໝ ໂດຍໄດ້ສ້າງຍຸດທະ ສາດການຫັນເປັນທັນສະໄໝ, ປະ ເມີນສະພາບລະບົບຄຸ້ມຄອງຖານ ຂໍ້ມູນທີ່ດິນ ແລະ ຄາດຄະເນແຜນ ການລົງທຶນການປັບປຸງຫັນເປັນ ທັນສະໄໝ; ໄດ້ປັບປຸງແລະ ສ້າງລະ ບົບໂຄງລ່າງພື້ນຖານຂອງ ICT ເພື່ອຄຸ້ມຄອງຂໍ້ມູນທີ່ດິນ; ໄດ້ມີການ ຮ່ວມມືກັບພາກສ່ວນກ່ຽວຂ້ອງ ເພື່ອສືບຕໍ່ພັດທະນາ ແລະ ຄຸ້ມຄອງ ລະບົບທະບຽນທີ່ດິນ ແລະ ເຊື່ອມຕໍ່ ຂໍ້ມູນທີ່ດິນ ເພື່ອເກັບຄ່າທຳນຽມ ແລະ ຄ່າບໍລິການໃນການຄຸ້ມຄອງ ນໍາໃຊ້ທີ່ດິນ ແລະ ລາຍຮັບຈາກທີ່ ດິນອື່ນໆ. ພ້ອມນັ້ນ, ຍັງໄດ້ສ້າງ ແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມແບບຮອບດ້ານຂັ້ນແຂວງ ແລະ ນະຄອນຫລວງວຽງຈັນ; ສຳ ເລັດການສ້າງແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ໃນ 17 ແຂວງ ແລະນະຄອນຫລວງ ວຽງຈັນໄດ້100% ຂອງແຜນການ 5 ປີ (2021-2025); ສາມາດ ສ້າງສະຖານີອຸຕຸນິຍົມ 15 ສະຖານີ ເທົ່າ 33% ຂອງແຜນການ 5 ປີ; ໄດ້ສຳເລັດການສ້າງສະຖານີອຸທົກ ກະສາດ 67 ສະຖານີ ເທົ່າກັບ 267% ຂອງແຜນການ 5 ປີ; ໄດ້ ສໍາເລັດການສ້າງສະຖານີວັດແທກ ຄຸນນະພາບອາກາດ 5 ສະຖານີ ເທົ່າກັບ 55% ຂອງແຜນການ; ໄດ້ສໍາເລັດການສ້າງແຜນຄຸ້ມຄອງ ອ່າງຮັບນໍ້າຂະໜາດໃຫຍ່ 12 ອ່າງ ເທົ່າກັບ 86% ຂອງແຜນການ 5 ປີ; ໄດ້ຊຸກຍູ້ໃຫ້ແຕ່ລະແຂວງ ສ້າງ ແຜນການຄຸ້ມຄອງອ່າງຮັບນໍ້າຂະ ໜາດກາງ ໂດຍໄດ້ມີການຮັບຮອງ ຈາກເຈົ້າແຂວງ ຈຳນວນ 3 ອ່າງ ເທົ່າກັບ 16%ຂອງແຜນການ 5 ປີ; ໄດ້ສໍາເລັດຮ່າງສະບັບສຸດທ້າຍບົດ ສື່ສານແຫ່ງຊາດກ່ຽວກັບການ ປ່ຽນແປງດິນຟ້າອາກາດສະບັບທີ 3, ແຜນດຳເນີນງານເພື່ອຈັດຕັ້ງປະ ຕິບັດ ແຜນງານແຫ່ງຊາດການປະ ກອບສ່ວນແກ້ໄຂບັນຫາການປ່ຽນ ແປງດິນຟ້າອາກາດ ແລະ ໄດ້ປະ ເມີນລະດັບການປ່ອຍທາດອາຍພິດ ເຮືອນແກ້ວໃນປັດຈຸບັນ; ໄດ້ປະ ສານສົມທົບແລະສະໜັບສະໜູນຂະ ແໜງການກ່ຽວຂ້ອງປັບປຸງໂຄງ ລ່າງພື້ນຖານສະໜາມຂີ້ເຫຍື້ອທີ່ ໄດ້ມາດຕະຖານໃນຂອບເຂດທົ່ວ ປະເທດ. ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດໂອ້ ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນສຳເລັດ ທີ່ຂະແໜງຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມປະຕິບັດໄດ້ໃນປີຜ່ານມາ, ໄດ້ ນຳເອົາບາງທິດຊີ້ນຳຂອງທ່ານປະ ທານປະເທດ ທີ່ໄດ້ພົບປະໂອ້ລົມຕໍ່ ກອງປະຊຸມປະຈຳປີ2023ຂອງກະ ຊວງການເງິນມາເຜີຍແຜ່ເພື່ອໃຫ້ ຂະແໜງການຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມນຳໄປ ຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍ ໃນວຽກງານທີ່ຕິດພັນກັບຂະແໜງ ການຂອງຕົນ ໃຫ້ເກີດເປັນຮູບປະ ທໍາຕົວຈິງ. ຄຽງຄູ່ກັນນີ້, ທ່ານນາ ຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນ ບາງບັນຫາຂໍ້ຄົງຄ້າງທີ່ຕິດພັນກັບ ຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍຄືການຕີລາ ຄາ ໃນກອງປະຊຸມຄັ້ງນີ້ ເພື່ອພ້ອມ ກັນນຳໄປຄົ້ນຄວ້າປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ, ມີປະ ສິດທິພາບ ແລະ ປະສິດທິຜົນກວ່າ ເກົ່າເປັນຕົ້ນ: ການຂຶ້ນທະບຽນອອກ ໃບຕາດິນຍັງປະຕິບັດໄດ້ໜ້ອຍ; ການຕິດຕາມກວດກາໂຄງການ ເຊົ່າແລະສຳປະທານທີ່ດິນຂອງລັດ ຍັງບໍ່ທັນເຂັ້ມງວດ; ການຄຸ້ມຄອງ ການນຳໃຊ້ທີ່ດິນຈັດສັນ 8 ປະເພດ ຍັງບໍ່ໄປຕາມແຜນທີ່ກຳນົດໄວ້; ການຫັນເປັນທັນສະໄໝ ແລະ ສ້າງ ລາຍຮັບຈາກຂົງເຂດທີ່ດິນຍັງປະ ຕິບັດບໍ່ໄດ້ດີ; ການປະຕິບັດມາດຕະ ການຄຸ້ມຄອງສິ່ງແວດລ້ອມໂຄງ ການລົງທຶນຍັງບໍ່ທັນເຂັ້ມງວດ; ການແກ້ໄຂບັນຫາມົນລະພິດ ໃນ ຕົວເມືອງ ຍັງບໍ່ເປັນລະບົບ;ການ ສ້າງຈິດສຳນຶກ ໃນການປົກປັກຮັກ ສາສິ່ງແວດລ້ອມໃນທົ່ວສັງຄົມ ຍັງບໍ່ທັນກວ້າງຂວາງ; ຫລາຍຂະ ແໜງການຍັງບໍ່ໄດ້ຜັນຂະຫຍາຍນະ ໂຍບາຍຄຸ້ມຄອງການປ່ຽນແປງ ດິນຟ້າອາກາດເຂົ້າໃນວຽກງານ ຂອງຕົນ ຢ່າງເປັນຮູບປະທຳ; ການ ຊື້-ຂາຍສິນເຊື່ອກາກບອນຍັງບໍ່ທັນ ເປັນລະບົບ ແລະ ກວ້າງຂວາງ. ສຳລັບທິດທາງໃນຕໍ່ໜ້າ, ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ເອົາ ໃຈໃສ່ຕື່ມອີກ ເປັນຕົ້ນ: ສືບຕໍ່ສຸມ ໃສ່ສຶກສາອົບຮົມວຽກງານການ ເມືອງ-ແນວຄິດ ໃຫ້ພະນັກງານລັດຖະກອນຫລາຍຂຶ້ນກວ່າເກົ່າ, ທົ່ວເຖິງ ແລະ ເປັນປົກກະຕິ ເພື່ອໃຫ້ ມີທັດສະນະຫລັກໝັ້ນການເມືອງ ໜັກແໜ້ນ, ໄດ້ຮັບຮູ້ແລະ ເຂົ້າໃຈສະ ພາບຄວາມເປັນຈິງຂອງບັນຫາ, ທັງຮ່ວມໃຈກັນສູ້ຊົນຜ່ານຜ່າ ແລະ ແກ້ໄຂຄວາມຫຍຸ້ງຍາກຕ່າງໆ; ຕ້ອງບຸກທະລຸແກ້ໄຂຈຸດອ່ອນຂໍ້ຄົງ ຄ້າງ, ອຸປະສັກຕ່າງໆໃນການຈັດ ຕັ້ງປະຕິບັດວຽກງານໄລຍະຜ່ານ ມາ ໂດຍເສີມຂະຫຍາຍດ້ານດີທີ່ຕັ້ງ ໜ້າ ແລະ ນຳເອົາບົດຮຽນທີ່ຖອດ ຖອນໄດ້ເປັນແນວທາງປັບປຸງປະ ສິດທິພາບຂອງວຽກງານໃນຕໍ່ໜ້າ ໃຫ້ດີຂຶ້ນກວ່າເກົ່າ; ກວດກາຄືນບັນ ດາກົດໝາຍ ແລະ ນິຕິກໍາທີ່ກ່ຽວ ຂ້ອງ ເພື່ອສ້າງ ແລະ ປັບປຸງໃຫ້ສາ ມາດຕອບສະໜອງຄວາມຮຽກ ຮ້ອງຕ້ອງການຂອງວຽກງານໄລ ຍະໃໝ່; ຕ້ອງດໍາເນີນການຕິດຕາມ ກວດກາການຈັດຕັ້ງປະຕິບັດບັນ ດານິຕິກໍາ, ການປະຕິບັດໜ້າທີ່ວຽກ ງານຂອງສະມາຊິກພັກ-ພະນັກ ງານຢູ່ສູນກາງ ແລະ ທ້ອງຖິ່ນໂດຍ ກວດກາແຕ່ຫົວທີ ແລະ ຖືສຳຄັນ ການກວດກາພາຍໃນຢ່າງເປັນປົກ ກະຕິ ເພື່ອປ້ອງກັນ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ໃນຖັນແຖວພະ ນັກງານ; ໃຫ້ສຶກສາຄົ້ນຄວ້າ ແລະ ນຳໃຊ້ວິທະຍາສາດ-ວິທະຍາການ ແລະ ເຕັກໂນໂລຊີໃໝ່ໆເຂົ້າໃນຂະ ແໜງການຂອງຕົນ ແນໃສ່ຍົກສູງ ສະມັດຕະພາບຂອງວຽກງານ ໃຫ້ ມີຄວາມວ່ອງໄວ, ທັນສະໄໝ, ປະ ຢັດງົບປະມານ, ໂປ່ງໃສ ແລະ ສາ ມາດກວດສອບໄດ້; ສືບຕໍ່ກໍ່ສ້າງ ແລະ ຍົກລະດັບຄວາມຮູ້ຄວາມສາ ມາດຂອງພະນັກງານໃຫ້ເປັນລະ ບົບ ແລະ ສອດຄ່ອງກັບເປົ້າໝາຍ, ສ້າງພະນັກງານໃຫ້ເປັນມືອາຊີບ ເພື່ອຮັບປະກັນການເຄື່ອນໄຫວ ໃນແຕ່ລະດ້ານຢ່າງມີປະສິດທິຜົນ ແລະ ສາມາດເຊື່ອມໂຍງກັບສາກົນ; ສືບຕໍ່ຊຸກຍູ້ສົ່ງເສີມກົນໄກ 3 ສ້າງ ໂດຍມອບໝາຍຄວາມຮັບຜິດຊອບ ໃຫ້ສາຍຕັ້ງຢູ່ທ້ອງຖິ່ນຫລາຍຂຶ້ນ; ເລັ່ງຝຶກອົບຮົມ, ສ້າງຄູ່ມືແນະນຳ ແລະ ກວດກາຕິດຕາມປະສິດທິ ພາບສາຍວິຊາການ ໃນຂະແໜງຕົນ ຢ່າງເປັນລະບົບ; ສືບຕໍ່ຈັດຕັ້ງປະຕິ ບັດບັນດາຄາດໝາຍ ແລະ ວຽກ ງານຈຸດສຸມຂອງຕົນ ໃຫ້ສອດຄ່ອງ ກັບແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ ປະຈໍາປີ 2024 ໄປຄຽງ ຄູ່ກັບການຈັດຕັ້ງປະຕິບັດ 2 ວາລະ ແຫ່ງຊາດ. ທ່ານນາຍົກລັດຖະມົນຕີຍັງໄດ້ ໃຫ້ທິດຊີ້ນໍາສະເພາະຕໍ່ຂົງເຂດວຽກ ງານຕ່າງໆ ພາຍໃນຂະແໜງຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມເປັນຕົ້ນຂົງເຂດວຽກງານທີ່ ດິນ, ຂົງເຂດສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ຂົງ ເຂດຊັບພະຍາກອນນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ ແລະ ຂົງເຂດ ວຽກງານການຮ່ວມມືຕື່ມອີກ. ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ ໃນລະຫວ່າງວັນທີ 21-24 ມັງ ກອນ 2024. ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຍິນດີ ຕ້ອນຮັບຢ່າງອົບອຸ່ນ ແລະ ອວຍ ພອນ ໃຫ້ຄະນະຜູ້ແທນຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ດ້ວຍ ຜົນສຳເລັດອັນຈົບງາມ, ຮ່ວມມືກັນ ພັດທະນາວຽກງານໄອຍະການ ຂອງ ສປປ ລາວ ໃຫ້ກ້າວໜ້າ, ການ ເດີນທາງມາຢ້ຽມຢາມແລະເຮັດ ວຽກຢູ່ ສປປ ລາວ ຂອງຄະນະຜູ້ ແທນດັ່ງກ່າວ ໃນຄັ້ງນີ້ ເພື່ອຈັດຕັ້ງ ປະຕິບັດແລະ ເສີມຂະຫຍາຍເນື້ອໃນ ຈິດໃຈຂອງບົດບັນທຶກຊ່ວຍຈຳລະ ຫວ່າງ ອົງການໄອຍະການປະຊາ ຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ສ ສິງກະໂປ ທີ່ໄດ້ລົງນາມຮ່ວມກັນ ໃນວັນທີ11ມິຖຸນາ 2019 ເປັນຕົ້ນ ການແລກປ່ຽນຄະນະຜູ້ແທນ, ການ ພົບປະ ແລະ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ກໍຄື ການຮ່ວມມື ວຽກງານໄອຍະການ ໃຫ້ນັບມື້ເຂົ້າ ສູ່ລວງເລິກ, ທັງເປັນການເສີມຂະ ຫຍາຍການພົວພັນ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ສິງກະ ໂປ ກໍຄື ລະຫວ່າງອົງການໄອຍະ ການສູງສຸດ ຂອງສອງປະເທດ ໃຫ້ ເຂົ້າສູ່ລວງເລິກ. ທ່ານ ລູເຊີນ ວອງ ກໍໄດ້ສະ ແດງຄວາມຂອບໃຈຕໍ່ທ່ານນາງ ສູນທອນ ໄຊຍະຈັກ ທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມ ທັງແຈ້ງຈຸດປະສົງຂອງການເດີນ ທາງມາຢ້ຽມຢາມ ສປປ ລາວ ໃນ ຄັ້ງນີ້. ພ້ອມທັງຈະໄດ້ເຂົ້າຢ້ຽມຂໍ່າ ນັບປະທານອົງການກວດກາແຫ່ງ ລັດ, ປະທານສານປະຊາຊົນສູງສຸດ, ຄະນະນຳແຂວງຫລວງພະບາງ, ອົງການໄອຍະການປະຊາຊົນ ແຂວງຫລວງພະບາງແລະທ່ຽວຊົມ ສະຖານທີ່ທ່ອງທ່ຽວຈຳນວນໜຶ່ງ ຢູ່ນະຄອນຫລວງພະບາງ. ພາບ: ອ່າຍຄຳ ຢາມ ແລະ ໂອ້ລົມ ຄະນະນໍາ, ພະນັກ ງານຫລັກແຫລ່ງ, ພະນັກງານອົງ ການໄອຍະປະຊາຊົນແຂວງ, ເຂດ ຢູ່ແຂວງບໍ່ແກ້ວ, ແຂວງຫລວງນໍ້າ ທາ ຕື່ມອີກ. ສູນກາງພັກ, ເລຂາຄະນະບໍລິຫານ ງານພັກ, ລັດຖະມົນຕີ, ຫົວໜ້າຫ້ອງ ວ່າການສຳນັກງານນາຍົກລັດຖະ ມົນຕີ ພ້ອມດ້ວຍຄະນະໄດ້ເຂົ້າອວຍ ພອນຄະນະພັກ-ຄະນະນຳກະຊວງ ປ້ອງກັນປະເທດ ໃນໂອກາດສະ ເຫລີມສະຫລອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ໂດຍການຕ້ອນຮັບຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງ ທັບ ພ້ອມດ້ວຍຄະນະ. ໃນໂອກາດນີ້, ສະຫາຍອາລຸນໄຊ ສູນນະລາດ ໄດ້ນຳເອົາຄວາມຢື້ ຢາມຖາມຂ່າວ ແລະ ຄໍາອວຍພອນ ອັນປະເສີດໃນນາມສ່ວນຕົວກໍຄື ພະນັກງານ-ລັດຖະກອນທົ່ວຫ້ອງ ວ່າການສຳນັກງານນາຍົກລັດຖະ ມົນຕີ ມາຍັງຄະນະນໍາກະຊວງປ້ອງ ກັນປະເທດ ຕະຫລອດຮອດນາຍ ແລະ ພົນທະຫານ ທີ່ກໍາລັງປະຕິບັດ ໜ້າທີ່ ໃນທົ່ວກອງທັບ; ໄດ້ຕີລາຄາ ສູງຕໍ່ຜົນງານ, ການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງ ທັບຕະຫລອດໄລຍະ 75 ປີທີ່ຜ່ານ ມາ ໄດ້ປະຕິບັດໜ້າທີ່ເປັນຮົ້ວອັນ ແຂງແກ່ນຂອງຊາດ ເຊິ່ງໄດ້ເຮັດ ສຳເລັດພາລະກິດປະຕິວັດອັນຍິ່ງ ໃຫຍ່ ແລະ ໜັກໜ່ວງທີ່ພັກມອບ ໝາຍໃຫ້ຢ່າງສະຫງ່າງາມ, ສ້າງ ຜົນງານອັນດີເດັ່ນ, ວິລະກຳອັນລ້ຳ ເລີດ ປະດັບໄວ້ໃນໜ້າປະຫວັດສາດ ຂອງຊາດຢ່າງສົມກຽດ, ສ້າງມູນ ເຊື້ອອັນດີງາມຫລາຍປະການໄວ້ ໃຫ້ແກ່ກຳລັງປະກອບອາວຸດປະ ຕິວັດ. ສົມແລ້ວທີ່ເປັນກອງທັບວິລະ ຊົນຂອງຊາດລາວວິລະຊົນ ຊຶ່ງໄດ້ ຮັບຄຳສັນລະເສີນຈາກພັກ ແລະ ລັດວ່າ: ກອງທັບຍາມໃດກໍນໍາໜ້າ ໃນທຸກວຽກງານ, ເດັດດ່ຽວຜ່ານຜ່າ ທຸກອຸປະສັກ, ຕີເອົາຊະນະສັດຕູທຸກ ໂຕ, ສຳເລັດທຸກໜ້າທີ່, ສົມເປັນກຳ ລັງແກ່ນສານທີ່ເຂັ້ມແຂງຂອງການ ປະຕິວັດ, ເປັນເຄື່ອງມືອັນແຫລມ ຄົມຂອງພັກ. ໃນໂອກາດດຽວກັນ, ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍໄດ້ຕາງ ໜ້າໃຫ້ຄະນະພັກ, ຄະນະນຳກະຊວງ ປ້ອງກັນປະເທດສະແດງຄວາມ ຂອບໃຈທີ່ຄະນະພັກ-ຄະນະນຳ ຫສນຍ ໄດ້ນໍາເອົາກະຕ່າດອກໄມ້ ເຂົ້າອວຍພອນຄະນະນໍາກະຊວງ ປ້ອງກັນປະເທດ, ທັງນຳເອົາຄວາມ ເປັນຫ່ວງເປັນໄຍ, ຄວາມຢື້ຢາມຖາມ ຂ່າວຜ່ານຄະນະນໍາກະຊວງປ້ອງ ກັນປະເທດ ໄປຍັງນາຍ ແລະ ພົນ ທະຫານໃນຂອບເຂດທົ່ວປະເທດ. ໃນຕອນທ້າຍ,ສະຫາຍອາລຸນໄຊ ສູນນະລາດ ຕາງໜ້າຄະນະນຳ ຫສນຍ ກໍໄດ້ມອບເຄື່ອງ ແລະ ງົບ ປະມານ ຈໍານວນໜຶ່ງໃຫ້ກະຊວງ ປ້ອງກັນປະເທດ ເຊິ່ງລວມມູນຄ່າ ທັງໝົດ 100 ກວ່າລ້ານກີບ ເພື່ອປະ ກອບສ່ວນຊຸກຍູ້ວຽກງານຂອງກະ ຊວງດັ່ງກ່າວ ໂດຍສະເພາະການສະ ເຫລີມສະຫລອງວັນສ້າງຕັ້ງກອງ ທັບ ຄົບຮອບ 75 ປີ ເພື່ອໃຫ້ເປັນຂະ ບວນການຟົດຟື້ນ, ກວ້າງຂວາງ ແລະ ມີຄວາມໝາຍຄວາມສຳຄັນ ທີ່ເລິກເຊິ່ງ. ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ. ໃນການຕິດຕາມ, ກວດກາ ໃນວຽກ ງານດັ່ງກ່າວ. ສໍາລັບບົດຮຽນທີ່ໄດ້ນໍາມາຝຶກ ອົບຮົມ ມີທັງໝົດ 15 ບົດ ປະກອບ ມີ: ຄວາມຮູ້ພື້ນຖານກ່ຽວກັບວຽກ ງານກວດກາພັກ, ວຽກງານຕິດ ຕາມພັກ, ກວດກາການຈັດຕັ້ງພັກລັດ ແລະ ສະມາຊິກພັກ, ພະນັກ ງານ-ລັດຖະກອນ ເມື່ອມີປະກົດ ການລະເມີດ, ລະບຽບວິໄນຂອງພັກ ແລະ ກວດກາລົງວິໄນພາຍໃນພັກ, ກວດກາພິສູດໃນວຽກງານກວດກາ ພັກ, ບາງບັນຫາພື້ນຖານກ່ຽວກັບ ຈິດຕະສາດໃນວຽກງານກວດກາ, ວິທີການສ້າງແຜນດຳເນີນການ ກວດກາ, ຄວາມຮູ້ພື້ນຖານກ່ຽວກັບ ວຽກງານກວດກາລັດ, ຄວາມຮູ້ພື້ນ ຖານກ່ຽວກັບການສະກັດກັ້ນ ແລະ ການຕ້ານສໍ້ລາດບັງຫລວງ, ວຽກ ງານຄົ້ນຄວ້າແກ ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກ ແລະ ຄຳສະເໜີ, ຄວາມ ຮູ້ພື້ນຖານກ່ຽວກັບວຽກງານຕິດ ຕາມ, ກວດກາໂຄງການລົງທຶນ ຂອງລັດເລີ່ມແຕ່ຫົວທີ, ຄວາມຮູ້ພື້ນ ຖານກ່ຽວກັບວຽກງານການສືບ ສວນ-ສອບສວນ, ການແກ້ໄຂຜົນ ການກວດກາ ແລະ ຕິດຕາມ, ກວດ ກາການຈັດຕັ້ງປະຕິບັດຜົນການ ກວດກາ, ກົງຈັກການຈັດຕັ້ງ ແລະ ການບຳລຸງສ້າງພະນັກງານກວດ ກາ, ທັດສະນະຂອງພັກ ແລະ ນະ ໂຍບາຍຂອງລັດຕໍ່ວຽກງານສະກັດ ກັ້ນແລະຕ້ານການສໍ້ລາດບັງຫລວງ. ໂອກາດນີ້, ສະຫາຍ ສັນຕິສຸກ ສິມມາລາວົງ ໄດ້ເນັ້ນວ່າ: ວຽກ ງານຕິດຕາມ, ກວດກາ ແມ່ນວຽກ ງານໜຶ່ງທີ່ມີຄວາມສໍາຄັນໃນບົດ ບາດການນຳພາຂອງພັກ ແລະ ຄຸ້ມ ຄອງຂອງລັດ ດັ່ງທັດສະນະຂອງ ພັກທີ່ກ່າວໄວ້ວ່າ“ບໍ່ມີການກວດກາ ກໍໝາຍຄວາມວ່າບໍ່ມີການນຳພາ” ເພາະວ່າວຽກງານຕິດຕາມ, ກວດ ກາ ແມ່ນວຽກງານໜຶ່ງທີ່ຕິດພັນກັບ ທຸກຂົງເຂດວຽກງານ, ເປັນວຽກທີ່ ຄະນະພັກຮັບຜິດຊອບໂດຍກົງຕ້ອງ ເຮັດເປັນປົກກະຕິຕໍ່ເນື່ອງ ແລະ ຂາດບໍ່ໄດ້ສໍາລັບການນຳພາຂອງ ພັກ ແລະ ການຄຸ້ມຄອງລັດ. ການ ກວດກາ ແມ່ນເຄື່ອງມືທີ່ສຳຄັນອັນ ໜຶ່ງ ໃນການແກ້ໄຂບັນຫາຕ່າງໆໃຫ້ ໂລ່ງລຽງໃນການພົວພັນຢູ່ພາຍ ໃນພັກ, ອົງການຈັດຕັ້ງລັດ. ຍ້ອນ ເຫັນໄດ້ຄວາມສຳຄັນ, ຄຸນປະໂຫຍດ ຂອງ ວຽກງານກວດກາ ແລະ ເພື່ອ ສ້າງຄວາມເຂັ້ມແຂງທາງດ້ານ ຄວາມຮູ້, ຄວາມສາມາດໃຫ້ແກ່ຜູ້ ຮັບຜິດຊອບວຽກງານກວດກາພັກລັດ ໃນການເຄື່ອນໄຫວວຽກງານ ກວດກາໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ. ດັ່ງນັ້ນ, ກຕສຈຶ່ງໄດ້ປະສານສົມ ທົບກັບ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເປີດຝຶກອົບຮົມວຽກງານກວດກາ ພັກ-ລັດຊຸດທີ I ເພື່ອໃຫ້ພະນັກງານລັດຖະກອນ ຜູ້ເຮັດວຽກງານກວດ ກາຂອງບັນດາກົມ/ທຽບເທົ່າ, ພະ ແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນລວງວຽງຈັນ ແລະ ພະນັກ ນຳໂດຍ ທ່ານ ລູເຊີນ ວອງ ຫົວໜ້າ ອົງການໄອຍະການສູງສຸດ ແຫ່ງ ສາທາລະນະລັດ ສິງກະໂປ, ມີເອກ ອັກຄະລັດຖະທູດສິງກະໂປ ປະຈຳ ສປປລາວແລະພາກສ່ວນກ່ຽວຂ້ອງ ຂອງສອງຝ່າຍເຂົ້າຮ່ວມ. ໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ຕີລາຄາສູງຕໍ່ທ່ານ ລູເຊີນ ວອງ ທີ່ໄດ້ນຳພາຄະນະເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັນ ໃນຄັ້ງນີ້, ພ້ອມທັງຕີລາ ຄາສູງຕໍ່ການພົວພັນ-ຮ່ວມມືຂອງ ສອງອົງການໄອຍະການ ເຊິ່ງເປັນ ການຈັດຕັ້ງປະຕິບັດຕາມບົດບັນ ທຶກຄວາມເຂົ້າໃຈທີ່ໄດ້ລົງນາມຮ່ວມ ກັນໃນປີ 2019 ຢ່າງມີຜົນສຳເລັດ, ໃນປີ 2000 ຄະນະຜູ້ແທນອົງການ ໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ກໍໄດ້ໄປຖອດຖອນບົດ ຮຽນວຽກງານໄອຍະການ ຢູ່ ປະ ເທດສິງກະໂປ, ປີ 2011 ເຂົ້າຮ່ວມ ກອງປະຊຸມຫົວໜ້າອົງການໄອຍະ ການສູງສຸດ ອາຊຽນ-ຈີນ ຄັ້ງທີ 7 ທີ່ປະເທດສິງກະໂປ, ປີ 2018 ເຂົ້າ ຮ່ວມກອງປະຊຸມ ຫົວໜ້າອົງການ ໄອຍະການສູງສຸດອາຊຽນທີ່ປະເທດ ສິງກະໂປ. ພ້ອມນີ້, ຄະນະຜູ້ແທນ ອົງການໄອຍະການສູງສຸດປະເທດ ສິງກະໂປ ກໍໄດ້ເດີນມາຢ້ຽມ ສປປ ລາວ ແລະ ໃນຕົ້ນປີ 2023 ທີ່ຜ່ານ ມາ, ຄະນະຜູ້ແທນຂັ້ນສູງອົງການໄອ ຍະການປະຊາຊົນສູງສຸດແຫ່ງສປປ ລາວ ກໍໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດສິງກະໂປ ແລະ ໃນປີ 2024 ຄະນະຜູ້ແທນອົງ ການໄອຍະການສູງສຸດ ປະເທດ ສິງ ກະໂປ ກໍໄດ້ເດີນມາຢ້ຽມ ສປປ ລາວ ໂດຍເອກະພາບກັນວ່າ ຈະສືບຕໍ່ ເສີມຂະຫຍາຍເນື້ອໃນຈິດໃຈບົດບັນ ທຶກຊ່ວຍຈຳ ທີ່ໄດ້ລົງນາມຮ່ວມກັນ ໃນຄັ້ງວັນທີ 11 ມິຖຸນາ 2019 ໃຫ້ເກີດດອກອອກຜົນ ເປັນຢ່າງດີ ໂດຍຈະສຸມໃສ່ການຝຶກອົບຮົມພະ ນັກງານໄອຍະການປະຊາຊົນ, ການ ແລກປ່ຽນບົດຮຽນ, ພາກປະຕິບັດ ທີ່ດີ, ການຕ້ານອາຊະຍາກໍາຂ້າມ ຊາດ, ປະກອບສ່ວນສຳຄັນເຂົ້າໃນ ການເພີ່ມທະວີຮັດແໜ້ນ, ເສີມ ສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງອົງການກໍ ຄືຂອງສອງປະເທດລາວ ແລະ ສິງ ກະໂປ ໃຫ້ນັບມື້ນັບ ເຂົ້າສູ່ລວງເລິກ ແລະ ຈະເລີນງອກງາມຢ່າງບໍ່ຢຸດ ຢັ້ງ. ການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ຄະນະຜູ້ແທນ ຂັ້ນສູງອົງການໄອຍະການສູງສຸດ ແຫ່ງສສິງກະໂປຍັງໄດ້ຢ້ຽມຂໍ່ານັບ ຮອງປະທານສະພາແຫ່ງຊາດ, ປະ ທານອົງການກວດກາແຫ່ງລັດ, ປະ ທານສານປະຊາຊົນສູງສຸດ, ການ ນຳຂອງແຂວງຫລວງພະບາງ ແລະ ທ່ຽວຊົມສະຖານທີ່ທ່ອງທ່ຽວຈຳ ນວນໜຶ່ງ ຢູ່ແຂວງຫລວງພະບາງ ຕື່ມອີກ. ຂ່າວ : ອານຸສັກ ງານ ຂອງບັນດາບໍລິສັດຂຶ້ນກັບກະ ຊວງ ໄດ້ຮຽນຮູ້ຫລັກການ, ເນື້ອໃນ, ວິທີການ, ຂັ້ນຕອນຂອງການຕິດ ຕາມ, ກວດກາ ແລະ ສາມາດນຳໄປ ໝູນໃຊ້ເຂົ້າໃນການເຄື່ອນໄຫວ ວຽກງານຕົວຈິງຢູ່ໃນການຈັດຕັ້ງ ຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ. ຊຸດຝຶກອົບຮົມໃນຄັ້ງນີ້, ຈະໄດ້ ດຳເນີນໄປເປັນເວລາ 10 ວັນ (ລະ ຫວ່າງວັນທີ 22 ມັງກອນ ຫາ 02 ກຸມພາ 2024).

RkJQdWJsaXNoZXIy MTc3MTYxMQ==