08 xtgmf]k; 37ltok c]t [= ]y = dy ko 22/01/2024 ຂປລ. ມະຫາວິທະຍາໄລຊົນ ເຜົ່າກຸ້ຍໂຈ ເປັນໜຶ່ງໃນມະຫາ ວິທະຍາໄລ ຂອງ ສປ ຈີນ ທີ່ປະ ກອບສ່ວນສ້າງບຸກຄະລາກອນ ເພື່ອຮັບໃຊ້ຫລາຍສາຂາອາຊີບ ໃຫ້ແກ່ນັກສຶກສາ ທັງພາຍໃນ ແລະ ຕ່າງ ປະເທດ ໂດຍສະເພາະ ການສ້າງບຸກຄະລາກອນໄວໜຸ່ມ ໃນ ສປປ ລາວ ເຂົ້າໃນການຮັບ ໃຊ້ເສັ້ນທາງລົດ ໄຟ ລາວ-ຈີນ. ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແມ່ນໂຄງການຮ່ວມມື ທີ່ສຳຄັນ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງ ແລວ ໜຶ່ງເສັ້ນທາງ” ຂອງຈີນ, ແມ່ນໝາກຜົນຂອງການປຶກສາ ຫາລື, ການຮ່ວມມືກໍ່ສ້າງ ແລະ ການຮ່ວມສາຍສຳພັນລະຫວ່າງ ສປປ ລາວ ກັບ ສປ ຈີນ. ທ່ານພຸດສິມມາລາວົງລັດຖະ ມົນຕີກະຊວງສຶກສາທິການແລະ ກິລາ ສປປ ລາວ ໄດ້ມີຄຳເຫັນ ໃນພິທີເປີດປີແລກປ່ຽນການສຶກ ສາຈີນ-ອາຊຽນ2023ວ່າ:ການ ພັດທະນາຊັບພະຍາກອນມະ ນຸດ ມີບົດບາດສຳຄັນໃນການພັດທະ ນາປະເທດຊາດ ໂດຍສະເພາະ ແມ່ນການພັດທະນາເສດຖະກິດສັງຄົມຂອງປະເທດ, ສອງປະ ເທດຕ້ອງຮ່ວມກັນພັດທະນາ ການສຶກສາ ເພື່ອສະໜັບສະໜູນ ,tsk;y mtpkw]-q ogzq j kd5 h p39 xtdv[lj ;o lh k'[5 d7t]kdvoIa [.-h mk']q fw2]k;{9u o ການພັດ ທະນາຊັບພະຍາກອນ ມະນຸດແລະ ເສດຖະກິດສັງຄົມ ທັງໝົດ. ທ້າວວິໄຊໄຊຍະວົງ(ໂຈ່ໄຄ) ນັກສຶກສາ ຈາກ ສປປ ລາວ ເປັນ ໜຶ່ງໃນນັກສຶກສາທີ່ໄດ້ມີໂອກາດ ໄປສຶກສາຢູ່ທີ່ມະຫາວິທະຍາໄລ ຊົນເຜົ່າກຸ້ຍໂຈ ທີ່ໄດ້ເຮັດວຽກ ກາຍເປັນຜູ້ຊ່ວຍພະນັກງານຂັບ ລົດໄຟ ຂອງເສັ້ນທາງລົດໄຟ ລາວ-ຈີນ ມາເປັນເວລາ 7 ປີໄດ້ ກ່າວວ່າ: ໂຄງການ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ ສປ ຈີນ ແລະ ສປປ ລາວ ຮ່ວມກັນສ້າງທາງ ລົດໄຟ ລາວ-ຈີນ ແລ່ນຜ່ານກວ່າ 1.000 ກິໂລແມັດ ເຊື່ອມຕໍ່ນະ ຄອນຄຸນໝິງ ສປ ຈີນ ແລະນະ ຄອນຫລວງວຽງຈັນ ສປປ ລາວ ໄດ້ເຮັດໃຫ້ ສປປ ລາວ ຈາກປະ ເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດ ທີ່ມີການເຊື່ອມ ໂຍງກັບພາກພື້ນ. ນອກຈາກນັ້ນ, ຍັງໄດ້ເປີດໂອກາດໃຫ້ ໄວໜຸ່ມ ລາວ ອີກຫລາຍຄົນໄດ້ມີວຽກ ເຮັດງານທຳ. ທ້າວ ໂຈ່ໄຄ ໄດ້ເວົ້າວ່າ: ຂ້ອຍ ໄດ້ຮຽນຢູ່ທີ່ມະຫາວິທະຍາໄລຊົນ ເຜົ່າກຸ້ຍໂຈ ແຕ່ປີ 2014-2016 ສາຂາ ການຄຸ້ມຄອງການຂົນສົ່ງ ແລະ ເປັນນັກຮຽນເກັ່ງຄົນໜຶ່ງ ທີ່ໄດ້ຮັບການຍອມຮັບຈາກ ມະ ຫາວິທະຍາໄລຂອງສປຈີນ,ພາຍ ຫລັງສຳເລັດການສຶກສາກໍໄດ້ ກັບ ສປປ ລາວ, ໃນເວລານັ້ນ ໂຄງການເສັ້ນທາງລົດໄຟ ລາວຈີນ ຍັງຢູ່ໃນໄລຍະການກໍ່ສ້າງ ໄດ້ປະກາດຮັບສະໝັກພະນັກງານ ຈຳນວນຫລາຍ ແລະ ຕົນເອງໄດ້ ເຂົ້າຮ່ວມສະໝັກ ໃນໂຄງການດັ່ງ ກ່າວ ເຊິ່ງເປັນໂຄງການລະຫວ່າງ ປະເທດ ຂະໜາດໃຫຍ່, ຂ້ອຍຄິດ ວ່າມັນ ອາດເປັນຜົນດີຕໍ່ອະນາຄົດ ແລະ ການພັດທະນາຕົນເອງ. ຄູສອນພາສາຈີນໄດ້ຕັ້ງຊື່ໃຫ້ ຂ້ອຍວ່າ “ໂຈ່ໄຄ” ທີ່ແປວ່າ ຜູ້ ມີໄຊຊະນະ ຂ້ອຍມັກຊື່ນີ້ຫລາຍ ເຊິ່ງມີຄວາມໝາຍໃກ້ຄຽງກັບຊື່ ພາສາລາວຂອງຂ້ອຍຄື: ວິໄຊ, ຂ້ອຍຮູ້ສຶກພູມໃຈທີ່ໄດ້ນຳເອົາ ຄວາມຮູ້ທີ່ຮຽນ ມາໝູນໃຊ້ຢູ່ບ້ານ ເກີດຂອງຂ້ອຍ ທ້າວ ໂຈ່ໄຄ ເປັນໜຶ່ງຜູ້ທີ່ມີພື້ນ ຖານພາສາຈີນ ແລະ ມີທັກສະ ດ້ານວິຊາຊີບທີ່ດີ ລາວໄດ້ຖືກ ຄັດເລືອກໃຫ້ເປັນພະນັກງານ ຢູ່ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ລາວໄດ້ເຕີບໃຫຍ່ຈາກ ການເປັນພະນັກງານຝຶກຫັດ ຈົນ ກາຍມາເປັນຜູ້ຊ່ວຍນັກຂັບຫົວ ຈັກລົດໄຟ. ເພື່ອຕອບສະໜອງຕາມຄວາມ ຕ້ອງການໃນການເປີດ ແລະ ດຳ ເນີນງານຂອງທາງລົດໄຟ ລາວຈີນ ໃນປີ 2019 ມະຫາວິທະຍາ ໄລກຸ້ຍໂຈ ແລະ ບໍລິສັດ ທາງລົດ ໄຟຄຸນໝິງ ສຳນັກງານກຸ່ມບໍລິສັດ ຈຳກັດ ໄດ້ລົງນາມໃນແຜນການ ຝຶກອົບຮົມ ຜູ້ມີຄວາມສາມາດ ພິເສດ ດ້ານທາງລົດໄຟ ລາວຈີນ ເພື່ອສ້າງທັກສະພາສາ ກັບຜູ້ ຊ່ຽວຊານທາງດ້ານຕ່າງໆ. ໃນເດືອນທັນວາ ປີ 2021, ນາງ ພອນພິລາ ເປັນໜຶ່ງໃນນັກ ສຶກສາຈາກ ມະຫາວິທະຍາໄລ ຊົນເຜົ່າກຸ້ຍໂຈ ທີ່ໄດ້ເຂົ້າມາເຮັດ ວຽກຢູ່ເສັ້ນທາງລົດໄຟ ລາວ-ຈີນ D887 ຈາກ ຄຸນໝິງໃຕ້ ສປ ຈີນ ຫາ ນະ ຄອນຫລວງວຽງຈັນ ສປ ປ ລາວ. ນາງ ສຸດໃຈ ກໍເປັນນັກສຶກສາ ລາວ ທີ່ສຳເລັດການສຶກສາຈາກ ມະຫາວິທະຍາໄລຊົນເຜົ່າກຸ້ຍໂຈ ສາຂາບໍລິຫານທຸລະກິດ ທີ່ໄດ້ເຂົ້າ ເຮັດວຽກຢູ່ສະຖານີລົດໄຟ ລາວຈີນ ຈາກນັກຝຶກງານມາເປັນ ຜູ້ຊ່ຽວຊານ ໃນການເຮັດວຽກ ທີ່ມີຄວາມສາມາດໃນການສິດ ສອນວິຊາພາສາຈີນ ແລະ ດ້ານ ການລົດໄຟໃຫ້ແກ່ພະນັກງານ ລາວທີ່ຮັບສະໝັກເຂົ້າມາເຮັດ ວຽກໃໝ່ ຢູ່ສະຖານີວຽງຈັນໃຕ້ ເຊິ່ງເປັນສະຖານີຂົນ ສົ່ງສິນຄ້າ ທີ່ໃຫຍ່ທີ່ສຸດ ໃນເສັ້ນທາງລົດໄຟ ລາວ-ຈີນ. ບໍລິສັດ ຄຸນໝິງ ທີ່ປຶກສາຂໍ້ມູນ ຂ່າວສານລ້ານຊ້າງ-ແມ່ນໍ້າຂອງ ເປັນບໍລິສັດທີ່ປຶກສາຂໍ້ມູນຂ່າວ ສານຕັ້ງຢູ່ໃນນະຄອນຄຸນມິງ, ແຂວງຢຸນນານ ກໍເປັນໜຶ່ງໃນ ບໍລິສັດທີ່ໄດ້ປະກອບສ່ວນເຂົ້າໃນ ການຊຸກຍູ້ສົ່ງເສີມການໂຄສະ ນາຂໍ້ມູນຂ່າວສານກ່ຽວກັບໂຄງ ການລົດໄຟລາວ-ຈີນ ເຊິ່ງເປັນ ໝາກຜົນໃນການປະຕິບັດຂໍລິ ເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປ ຈີນ.
RkJQdWJsaXNoZXIy MTc3MTYxMQ==