xtgmf]k; 6 22/01/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d lkgsfmuj rk.sh ,u dkogruj ,7;k,Ia [zy f-v[mk'vkpk ໂດຍ: ມາລີດາ ok' oy f s;a 'skxtlq [dko9kdg;mu ok''k,mj v'mj P;]k; 2024 * ຄໍລໍາບັນເທີງສະບັບນີ້, ຍັງ ກ້ຽວວຽນຢູ່ໃນກອງປະກວດນາງ ງາມທ່ອງທ່ຽວລາວ ປີ 2024 ເນື່ອງຈາກວ່າປີນີ້ແມ່ນປີທ່ອງທ່ຽວ ລາວ ເຊິ່ງພັກ-ລັດ ໄດ້ເອົານົດ ເອົາຫລາຍກິດຈະກໍາເພື່ອດຶງດູດ ນັກທ່ອຽວໃຫ້ເຂົ້າມາທ່ຽວລາວ ຫລາຍຂຶ້ນ ໃນນັ້ນ ໜຶ່ງໃນກິດຈະກໍາ ທີ່ໜ້າສົນໃຈ ຄືການປະກວດນາງ ງາມທ່ອງທ່ຽວລາວ ເພື່ອຄົ້ນຫາ ສາວງາມ ຜູ້ທີ່ຄວາມງາມທາງດ້ານ ບຸກຄະລິກໜ້າຕາ, ຄວາມຮູ້, ຄວາມ ສາມາດ ເພື່ອເປັນໂຕແທນໃນການ ນໍາສະເໜີ ສິລະປະ, ວັດທະນະທໍາ ແລະ ສະຖານທີ່ທ່ອງທ່ຽວຂອງລາວ ໃຫ້ຕ່າງຊາດໄດ້ຮັບຮູ້ຫລາຍຂຶ້ນ. ແຕ່ແນວໃດກໍດີກ່ອນຈະຮູ້ວ່າໃຜຈະ ໄດ້ຮັບຕໍາແໜ່ງ ມື້ນີ້ຈະພາບັນດາ ທ່ານມາຮູ້ຈັກນາງ ນິດ ພຸດທະສອນ ໂຕແທນຈາກນະຄອນຫລວງວຽງ ຈັນ ມາພ້ອມກັບຄໍາຂວັນປະຈໍາໃຈ “ເຮັດໂຕເອງໃຫ້ພ້ອມສໍາລັບສິ່ງ ໃໝ່ໂອກາດໃໝ່ ແລະ ການຮຽນຮູ້ ໃໝ່ສະເໝີ”. ນາງ ນິດ ພຸດທະສົງ ອາຍຸ 24 ປີ ຈົບການສຶກສາຈາກ ມະຫາວິ ອີງຕາມລັກສະນະຂອງການກະ ທຳຜິດດັ່ງກ່າວ ສານ ມີສິດຊີ້ຂາດ ວ່າການກະທຳນັ້ນ ບໍ່ເປັນສາເຫດ ທີ່ພາໃຫ້ມີການເພີ່ມຄວາມຮັບຜິດ ຊອບທາງອາຍາ; ການໃຫ້ການຊັດ ທອດຄວາມຜິດໃສ່ຜູ້ທີ່ຕົນຮູ້ແຈ້ງ ວ່າເປັນຄົນບໍລິສຸດ; ຜູ້ທີ່ໄດ້ກະທຳ ຜິດ ເພື່ອປົກປິດການກະທຳຜິດອື່ນ ຫລື ໃຊ້ຄວາມຮຸນແຮງເພື່ອຫລົບໜີ. ການວາງໂທດໃສ່ການກະທຳ ຜິດຫລາຍສະຖານໃນການວາງໂທດ ໃສ່ການກະທຳຜິດອັນດຽວທີ່ຜິດຕໍ່ ຫລາຍ ໃຫ້ເອົາມາດຕາກົດໝາຍທີ່ ກຳນົດໂທດໜັກກວ່າໝູ່ມາວາງໃສ່. ໃນການວາງໂທດໃສ່ການກະທຳຜິດ ຫລາຍອັນທີ່ຜິດຕໍ່ຫລາຍມາດຕາ ໃຫ້ວາງໂທດໃສ່ແຕ່ລະການກະທຳ ຜິດ ແລ້ວຈຶ່ງເອົາມາສົມໃສ່ກັນແຕ່ ທດທີ່ມີກຳນົດທີ່ວາງໃສ່ນັ້ນສູງສຸດ ບໍ່ໃຫ້ເກີນສິບປີ ສຳລັບສະຖານໂທ ສານຸໂທດແລະບໍ່ໃຫ້ເກີນຊາວປີສຳ ລັບສະຖານຄະຣຸໂທດ. ໃນກໍລະນີ ການກະທຳຜິດຫລາຍ ອັນທີ່ຜິດຕໍ່ ຫລາຍມາດຕາ ໃນສະຖານໂທສານຸ ໂທດ ແລະ ຄະຣຸໂທດ ໃຫ້ຖືເອົາສະ ຖານຄະຣຸໂທດເປັນຕົ້ນຕໍ. ສຳລັບການກະທຳຜິດໃນສະ ຖານຄະຣຸໂທດ ທີ່ມີໂທດຕັດອິດສະ ພາບຕະຫລອດຊີວິດ ຫລື ປະຫານຊີ ວິດໃຫ້ວາງໂທດຕາມທີ່ກຳນົດໄວ້ ໃນມາດຕາ ຫລືວັກທີ່ກ່ຽວຂ້ອງ. ໃນ ການວາງໂທດໃສ່ການກະທຳຜິດ ຫລາຍອັນທີ່ຜິດຕໍ່ຫລາຍມາດຕາ ທີ່ກົດໝາຍກຳນົດໂທດເທົ່າກັນໃຫ້ ວາງໂທດໃສ່ແຕ່ລະການກະທຳຜິດ ແລ້ວເອົາບັນດາໂທດທັງໝົດມາສົມ ໃສ່ກັນ ແຕ່ໂທດທີ່ວາງໃສ່ນັ້ນ ບໍ່ໃຫ້ ເກີນໂທດສູງສຸດຂອງການກະທຳ ຜິດທີ່ກຳນົດໃນມາດຕາທີ່ກ່ຽວຂ້ອງ. ສານ ອາດຕື່ມໂທດເພີ່ມໃດໜຶ່ງໃສ່ ໂທດຕົ້ນຕໍອີກກໍໄດ້ໃນກໍລະນີທີ່ໂທດ ເພີ່ມນັ້ນ ຫາກໄດ້ບົ່ງໄວ້ໃນກົດໝາຍ ອາຍາ. ໃນກໍລະນີທີ່ສານຫາກໄດ້ ຕັດສີນ ຫລື ຄຳຕັດສີນໃຊ້ໄດ້ຢ່າງ ເດັດຂາດ ຫລື ຜູ້ກະທຳຜິດຫາກໄດ້ ປະຕິບັດຖທດສ່ວນໃດສ່ວນໜຶ່ງ ຫລື ທັງໝົດແລ້ວ ຫາກຍັງເຫັນຕື່ມວ່າ ຜູ້ກະທຳຜິດ ໄດ້ກະທຳຜິດມາກ່ອນ ການວາງໂທດ ກໍໃຫ້ປະຕິບັດຕາມ ວິທີທີ່ໄດ້ກຳນົດໄວ້ໃນວັກເທິງນີ້. ສຳລັບໂທດປັບໃໝນັ້ນໃຫ້ວາງໃສ່ ການກະທຳຜິດແຕ່ລະສະຖານ, ຈະ ເອົາມາສົມໃສ່ກັນ ຫລື ສົມໃສ່ໂທດ ປະເພດອື່ນຕາມວິທີກ່າວມາເທິງ ນັ້ນແມ່ນບໍ່ໄດ້. ການວາງໂທດໃສ່ ການກະທຳຜິດຊ້ຳແລະການກະທຳ ຜິດຊ້ອນໃນການວາງໂທດໃສ່ການ ກະທຳຜິດຊ້ຳ ແລະ ການກະທຳຜິດ ຊ້ອນໃຫ້ປະຕິບັດເຊັ່ນດຽວກັນກັບ ການວາງໂທດໃສ່ການກະທຳຜິດ ຫລາຍສະຖານ ຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 66 ຂອງປະມວນກົດ ໝາຍ ສະບັບນີ້. ການວາງໂທດໃສ່ການກະທຳຜິດ ທີ່ບໍ່ເຂັດຫລາບໃນການວາງໂທດ ໃສ່ການກະທຳຜິດທີ່ບໍ່ເຂັດຫລາບ ໃນການກະທຳຜິດຖານໂທສານຸ ໂທດ ຫລື ໃນການກະທຳຜິດຫລາຍ ສະຖານ ໃຫ້ເອົາໂທດທີ່ສານຈະວາງ ໃສ່ຜູ້ກະທຳຜິດໃນກໍລະນີທຳມະດາ ມາສົມໃສ່ເຄິ່ງໜຶ່ງ ຂອງໂທດດັ່ງ ກ່າວ. ສ່ວນການກະທຳຜິດທີ່ບໍ່ເຂັດ ຫລາບໃນການກະທຳຜິດຖານຄະຣຸ ໂທດນັ້ນ ເປັນສາເຫດໜຶ່ງທີ່ພາໃຫ້ ເພີ່ມຄວາມຮັບຜິດຊອບທາງອາຍາ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 65 ຂອງປະມວນກົດໝາຍສະບັບນີ້. ໃນ ກໍລະນີທີ່ຄຳຕັດສິນໃຊ້ໄດ້ຢ່າງເດັດ ຂາດແລ້ວຫລືໃນເວລາປະຕິບັດໂທດ ຢູ່ນັ້ນ ຖ້າວ່າຜູ້ຖືກຕັດສິນຫາກໄດ້ ກະທຳຜິດໃໝ່ອີກ ສານຈະຕື່ມໂທດ ເກົ່າທີ່ຍັງບໍ່ທັນໄດ້ປະຕິບັດທັງໝົດ. ການວາງໂທດໃສ່ການກະກຽມ ໃຫ້ແກ່ການກະທຳຜິດ ໃນການວາງ ໂທດໃສ່ການກະກຽມໃຫ້ແກ່ການ ກະທຳຜິດ ໃຫ້ອີງຕາມລັກສະນະ ແລະ ລະດັບຄວາມ ເປັນອັນຕະລາຍ ຕໍ່ສັງຄົມຂອງການກະທຳຜິດ, ຕາມ ລະດັບການປະຕິບັດ, ເຈດຕະນາ ຂອງຜູ້ກະທຳຜິດ ແລະ ສາເຫດທີ່ ພາໃຫ້ການກະທຳຜິດບໍ່ສຳເລັດ. ໃນການວາງໂທດໃສ່ການກະກຽມ ໃຫ້ແກ່ການກະທຳຜິດນັ້ນ ສານ ຈະ ວາງໂທດຕ່ຳກວ່າທີ່ກົດໝາຍກຳ ນົດໄວ້ກໍໄດ້. ການວາງໂທດໃສ່ຄວາມພະຍາ ຍາມກໍ່ການກະທຳຜິດໃນການວາງ ໂທດໃສ່ຄວາມພະຍາຍາມກໍ່ການ ກະທຳຜິດ ໃຫ້ອີງຕາມລັກສະນະ * ໃນປະມວນກົດໝາຍອາຍາ ໄດ້ຍົກໃຫ້ເຫັນສາເຫດທີ່ພາໃຫ້ ມີການເພີ່ມຄວາມຮັບຜິດຊອບທາງ ອາຍາມີດັ່ງນີ້:ຜູ້ທີ່ເຄີຍໄດ້ກະທຳຜິດ ມາກ່ອນແລ້ວມາກະທຳຜິດເທື່ອໃໝ່ ອີກ; ການກະທຳຜິດທີ່ມີການຈັດ ຕັ້ງເປັນກຸ່ມ; ການກະທຳຜິດຍ້ອນ ຄວາມໂລບມາກໂລພາ; ການກະ ທຳຜິດຕໍ່ກຳມະສິດຂອງລັດ; ການ ກະທຳຜິດຂອງພະນັກງານ-ລັດຖະ ກອນແລະ ເຈົ້າໜ້າທີ່ຂອງລັດ; ການ ກະທຳຜິດຕໍ່ເດັກທີ່ມີອາຍຸຕ່ຳກວ່າ ສິບແປດປີ, ຜູ້ເຖົ້າ, ຜູ້ທີ່ບໍ່ສາມາດ ປ້ອງກັນຕົວໄດ້, ຜູ້ທີ່ຂຶ້ນກັບຕົນທາງ ດ້ານວັດຖຸ ຫລື ດ້ານອື່ນ, ຜູ້ທີ່ຢູ່ໃຕ້ ການບັງຄັບບັນຊາຂອງຕົນ; ການ ຍຸແຍ່ໃຫ້ເດັກທີ່ມີອາຍຸຕ່ຳກວ່າສິບ ແປດປີໄປກະທຳຜິດ, ການຂົນຂວາຍ ເດັກທີ່ມີອາຍຸຕ່ຳ ກວ່າສິບແປດປີໃຫ້ ເຂົ້າຮ່ວມໃນການກະທຳຜິດ; ການ ກະທຳຜິດແບບໂຫດຮ້າຍປ່າເຖື່ອນ ຫລື ແບບປະຈານຜູ້ຖືກເຄາະຮ້າຍ; ການກະທຳຜິດທີ່ພາໃຫ້ມີຜົນສະ ທ້ອນອັນໜັກໜ່ວງ; ການສວຍໂອ ກາດກະທຳຜິດໃນເວລາເກີດໄພພິ ບັດ; ການກະທຳຜິດດ້ວຍວິທີທີ່ມີ ລັກສະນະເປັນອັນຕະລາຍຕໍ່ສາທາ ລະນະຊົນ; ການກະທຳຜິດຍ້ອນເມົາ ເຫລົ້າ ຫລື ເມົາສິ່ງເສບຕິດ. ແລະ ລະດັບຄວາມ ເປັນອັນຕະລາຍ ຕໍ່ສັງຄົມຂອງການກະທຳຜິດ, ຕາມ ລະດັບການປະຕິບັດ, ເຈດຕະນາ ຂອງຜູ້ກະທຳຜິດ ແລະ ສາເຫດທີ່ພາ ໃຫ້ການກະທຳຜິດບໍ່ສຳເລັດ. ໃນ ການວາງໂທດໃສ່ຄວາມພະຍາຍາມ ກໍ່ການກະທຳຜິດນັ້ນ ສານ ຈະວາງ ໂທດຕ່ຳກວ່າທີ່ກົດໝາຍກຳນົດໄວ້ ກໍໄດ້. ການວາງໂທດໃສ່ຕົວການສານ ຕ້ອງວາງໂທດໃສ່ຜູ້ເຂົ້າຮ່ວມການ ກະທຳຜິດທີ່ເປັນຕົວການ ຕາມທີ່ ກົດໝາຍກຳນົດໄວ້ສຳລັບການກະ ທຳຜິດນັ້ນ. ໂທດທີ່ວາງໃສ່ຕົວການ ນັ້ນອາດສູງກວ່າໂທດທີ່ວາງໃສ່ ຜູ້ເຂົ້າຮ່ວມອື່ນໃນການກະທຳຜິດ ໂດຍອີງຕາມລັກສະນະ ແລະ ລະ ດັບຄວາມເປັນອັນຕະລາຍຕໍ່ສັງຄົມ ຂອງການກະທຳຜິດ, ບຸກຄະລິກກະ ພາບຂອງຕົວການ ແລະ ສາເຫດທີ່ ພາໃຫ້ມີການຫລຸດຜ່ອນ ຫລື ການ ເພີ່ມຄວາມຮັບຜິດຊອບທາງອາຍາ. ການວາງໂທດໃສ່ຜູ້ປະຕິບັດ ສານ ອາດວາງ ໂທດໃສ່ຜູ້ປະຕິບັດ ເທົ່າກັບຕົວການໂດຍອີງຕາມລັກ ສະນະ ແລະ ລະດັບຄວາມ ເປັນອັນ ຕະລາຍຕໍ່ສັງຄົມຂອງການກະທຳ ຜິດ, ບຸກຄະລິກກະພາບຂອງຜູ້ປະຕິ ບັດ ແລະ ສາເຫດທີ່ພາໃຫ້ມີການ ຫລຸດຜ່ອນ ຫລື ການເພີ່ມຄວາມຮັບ ຜິດຊອບທາງອາຍາ. ການວາງໂທດໃສ່ຜູ້ຍຸຍົງ ສານ ອາດວາງໂທດໃສ່ຜູ້ຍຸຍົງເທົ່າກັບ ຜູ້ເຂົ້າຮ່ວມອື່ນໃນການກະທຳຜິດ ຫລື ຕ່ຳກວ່າທີ່ກົດໝາຍກຳນົດໄວ້ ກໍໄດ້ໂດຍອີງຕາມລະດັບ ແລະ ລັກ ສະນະຂອງການຍຸຍົງ. ສຳລັບການ ຍຸຍົງໃນການກະທຳຜິດທີ່ກົດໝາຍ ໄດ້ກຳນົດໂທດຕັດອິດສະລະພາບ ຕະຫລອດຊີວິດ ຫລື ປະຫານຊີວິດ ນັ້ນ ສານ ອາດຈະຫລຸດລົງມາເປັນ ໂທດຕັດອິດສະລະພາບແຕ່ ສິບຫ້າປີ ຫາ ຊາວປີ ກໍໄດ້. ການວາງໂທດໃສ່ຜູ້ສົມຮູ້ຮ່ວມ ຄິດ ສານ ອາດວາງ ໂທດໃສ່ຜູ້ສົມຮູ້ ຮ່ວມຄິດເທົ່າກັບຜູ້ເຂົ້າຮ່ວມອື່ນໃນ ການກະທຳຜິດ ຫລື ຕ່ຳກວ່າທີ່ກົດ ໝາຍກຳນົດໄວ້ກໍໄດ້ໂດຍອີງຕາມ ລະດັບແລະລັກສະນະຂອງການສົມ ຮູ້ຮ່ວມຄິດ. ສຳລັບການສົມຮູ້ຮ່ວມ ຄິດໃນການກະທຳຜິດ ທີ່ກົດໝາຍ ໄດ້ກຳນົດ ໂທດຕັດອິດສະລະພາບ ຕະຫລອດຊີວິດ ຫລື ປະຫານຊີວິດ ນັ້ນ ສານ ອາດຈະຫລຸດລົງມາເປັນ ໂທດຕັດອິດສະລະພາບແຕ່ ສິບຫ້າປີ ຫາຊາວປີ ກໍໄດ້. ການວາງໂທດໃສ່ການກະທຳ ຜິດທີ່ເປັນສາເຫດພາໃຫ້ມີການ ຫລຸດຜ່ອນຄວາມຮັບຜິດຊອບທາງ ອາຍາ ໃນການວາງໂທດໃສ່ການກະ ທຳຜິດ ທີ່ເປັນສາເຫດພາໃຫ້ມີການ ຫລຸດຜ່ອນຄວາມຮັບຜິດຊອບທາງ ອາຍານັ້ນ ໃຫ້ອີງຕາມລັກສະນະ ແລະ ລະດັບຄວາມເປັນອັນຕະລາຍ ຕໍ່ສັງຄົມຂອງການກະທຳຜິດ, ລະ ດັບການປະຕິບັດ ແລະ ເຈດຕະນາ, ປະຫວັດ, ບຸກຄະລິກກະພາບຂອງຜູ້ ກະທຳຜິດ. ໃນການວາງໂທດໃສ່ການ ກະທຳຜິດ ທີ່ເປັນສາເຫດພາໃຫ້ມີ ການຫລຸດຜ່ອນຄວາມຮັບຜິດຊອບ ທາງອາຍານັ້ນ ສານອາດວາງໂທດ ຕ່ຳກວ່າທີ່ກົດໝາຍກຳນົດໄວ້ກໍໄດ້. ການວາງໂທດໃສ່ການກະທຳຜິ ດທີ່ເປັນສາເຫດພາໃຫ້ມີການເພີ່ມ ຄວາມຮັບຜິດຊອບທາງອາຍາ ໃນ ການວາງໂທດໃສ່ການກະທຳຜິດ ທີ່ເປັນສາເຫດພາໃຫ້ມີການເພີ່ມ ຄວາມຮັບຜິດຊອບທາງອາຍານັ້ນ ໃຫ້ອີງຕາມລັກສະນະ ແລະ ລະດັບ ຄວາມເປັນອັນຕະລາຍຕໍ່ສັງຄົມ ຂອງການກະທຳຜິດ, ລະດັບການ ປະຕິບັດ ແລະ ເຈດຕະນາ, ປະຫວັດ, ບຸກຄະລິກກະພາບຂອງຜູ້ກະທຳ ຜິດ. ການວາງໂທດໃສ່ການກະທຳ ຜິດທີ່ເປັນສາເຫດພາໃຫ້ມີການເພີ່ມ ຄວາມຮັບຜິດຊອບບໍ່ໃຫ້ເກີນຂອບ ເຂດຂອງມາດຕາທີ່ກ່ຽວຂ້ອງ. ການວາງໂທດໃສ່ການກະທຳ ຜິດທີ່ເປັນທັງສາເຫດພາໃຫ້ມີການ ຫລຸດຜ່ອນ ແລະ ເພີ່ມຄວາມຮັບຜິດ ຊອບທາງອາຍາໃນການວາງໂທດ ໃສ່ການກະທຳຜິດທີ່ເປັນທັງສາ ເຫດພາໃຫ້ມີການຫລຸດຜ່ອນ ແລະ ເພີ່ມຄວາມຮັບຜິດຊອບທາງອາ ຍານັ້ນ ໃຫ້ອີງຕາມລັກສະນະ ແລະ ລະດັບຄວາມເປັນອັນຕະລາຍຕໍ່ສັງ ຄົມຂອງການກະທຳຜິດ, ລະດັບການ ປະຕິບັດ ແລະ ເຈດຕະນາ, ປະຫວັດ, ບຸກຄະລິກກະພາບຂອງຜູ້ກະທຳຜິດ. ທະຍາໄລ ແຫ່ງຊາດລາວ ຄະນະອັກ ສອນສາດ, ພາກວິຊາພາສາອັງກິດ ແລະ ຈົບການສຶກສາຈາກສະຖາບັນ ບໍລິຫານເສດຖະກິດ ສຸກສະຫວັດ ສາຂາພາສາອັງກິດ ໃຫ້ຮູ້ວ່າ: ການເຂົ້າມາໃນສາຍປະກວດນາງ ງາມກໍເພາະມັກຮັກໃນການປະກວດ ດ້ານຄວາມງາມ ແລະ ມີຄວາມຝັນ ຢາກຈະເປັນແມ່ຍິງຄົນໜຶ່ງທີ່ໃສ່ມົງ ກຸດແລ້ວຍ່າງເທິງເວທີ ແລະ ເຫດ ຜົນທີ່ນ້ອງເຂົ້າມາປະກວດເວທີນີ້ ກໍຄື ເປັນຄົນທີ່ມັກວັດທະນະທຳ, ທຳມະຊາດ, ປະຫວັດສາດຂອງ ລາວ ແລະ ການທ່ອງທ່ຽວ ເລີຍ ຢາກນຳໃຊ້ຄວາມສາມາດ ແລະ ສິ່ງ ທີ່ໂຕເອງມັກເພື່ອນຳສະເໜີ ແລະ ສົ່ງເສີມການທ່ອງທ່ຽວຂອງລາວ ສູ່ສາຍຕາຊາວໂລກ ເພື່ອດຶງດູດ ນັກທ່ອງທ່ຽວໃຫ້ເຂົ້າມາຢ້ຽມຊົມ ປະເທດລາວໃຫ້ຫລາຍຍິ່ງຂຶ້ນ ແລະ ກະຕຸ້ນເສດຖະກິດຂອງລາວ ໃຫ້ດີ ຂຶ້ນ ໂດຍການປະກວດຄັ້ງນີ້ ເປັນ ຕົວແທນ ນຳສະເໜີນະຄອນຫລວງ ວຽງຈັນ ເຊິ່ງເອກະລັກຂອງ ນະ ຄອນຫລວງວຽງຈັນກໍຄື ແຫລ່ງ ທ່ອງທ່ຽວທີ່ສວຍງາມຕ່າງໆເຊັ່ນ: ປະຕູໄຊ, ທາດຫລວງ, ສວນວັດທະ ນະທຳຊຽງຄວນ, ວັດວາອາຮາມ ຕ່າງໆແລະຕະຫລາດກາງຄືນພ້ອມ ກັບການນັ່ງເບິ່ງຕາເວັນຕົກງາມໆ ແຄມຂອງ. ນາງ ນິດ ໃຫ້ຮູ້ຕື່ມວ່າ: ກ່ອນຈະ ມາປະກວດໃນເວທີນີ້ໄດ້ກຽມໂຕ ເອງຢ່າງໜັກບໍ່ວ່າຈະເປັນຄວາມຮູ້ ດ້ານການທ່ອງທ່ຽວ ແລະ ສື່ສານ ກັບຊາວຕ່າງຊາດແລະຄວາມພ້ອມ ດ້ານຮ່າງກາຍບຸກຄະລິກກະພາບ ໃນການເປັນນາງງາມທ່ອງທ່ຽວ ຕາມແບບທີ່ໂຄງການຕ້ອງການ ເພາະຄຸນນະສົມບັດນາງງາມທ່ອງ ທ່ຽວລາວ ຕ້ອງເປັນຄົນທີ່ມັກຮັກ ໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດຂອງລາວແທ້ໆແລະກໍ ຕ້ອງເປັນແມ່ຍິງທີ່ມີຄວາມກ້າຫານ, ມີຄວາມອ່ອນນ້ອມຖ່ອມຕົນ, ມີກິລິ ຍາມາລະຍາດທີ່ດີຕາມແບບຂອງ ແມ່ຍິງລາວແຕ່ກໍຍັງຄົງມີຄວາມເປັນ ສາກົນເພາະການທີ່ເປັນນາງງາມ ທ່ອງທ່ຽວນອກຈາກຈະໄດ້ພົບປະ ແລະ ສື່ສານກັບຄົນລາວແລ້ວກໍຕ້ອງ ໄດ້ສື່ສານກັບຊາວຕ່າງຊາດເຊັ່ນ ດຽວກັນ ເພາະຖ້າໄດ້ເປັນນາງສາວ ທ່ອງທ່ຽວລາວແນ່ນອນຢູ່ແລ້ວວ່າ ຈະມີຄົນຮູ້ຈັກຫລາຍຂຶ້ນ ສິ່ງທີ່ຈະ ເຮັດໃນນາມນາງງາມທ່ອງທ່ຽວ ລາວ ຈະເປັນອີກໜຶ່ງກະບອກສຽງ ໃນການນຳສະເໜີສະຖານທີ່ທ່ອງ ທ່ຽວຂອງລາວໃຫ້ນັກທ່ອງທ່ຽວ ທາງສື່ອອນລາຍຕ່າງໆທີ່ມີໂດຍການ ແຊປະສົບການ, ບັນຍາກາດຂອງ ສະຖານທີ່ທີ່ນ້ອງໄດ້ໄປສຳຜັດໃຫ້ ນັກທ່ອງທ່ຽວໄດ້ເຫັນແລະເຮັດໃຫ້ ເຂົາເຈົ້າຢາກໄປຢ້ຽມຊົມ. ສຸດທ້າຍ ນີ້ນ້ອງຂໍຝາກໃຫ້ທຸກໆຄົນຊ່ວຍສົ່ງ ກຳລັງໃຈໃຫ້ແມ່ຍິງຄົນນີ້ MTL19 ນິດ ພຸດທະສົງ ໃນການເຮັດຄວາມ ຝັນຂອງຕົວເອງໃຫ້ເປັນຈິງໃນເວທີ ປະກວດ ນາງງາມທ່ອງທ່ຽວລາວ 2024 ເພື່ອການປ່ຽນແປງຂອງ ການທ່ອງທ່ຽວໃນລາວ. ສໍາລັບແຟນໆ ສາມາດຕິດຕາມ MTL19 ນິດ ພຸດທະສົງ ໄດ້ທີ່: Facebook: Nith Fleur, Instagram: nith_frisky, Tiktok: nith_frisky27 , Facebook page: Miss tourism Laos ນາງສາວທ່ອງທ່ຽວລາວ.
RkJQdWJsaXNoZXIy MTc3MTYxMQ==