5794

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1*** *** ຕໍ່ຈາກໜ້າ 1*** 7totoe vvxl g7n j vows;-5 dp6 h ;Pd'ko16 j vq 'dkowvptdkoxt-k-q o o; 22/01/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ສອງກອງທັບລາວ... ຂປລ. ວັນທີ18ມັງກອນ2024 ນີ້, ທ່ານ ພົນຈັດຕະວາ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ ກະຊວງປ້ອງ ກັນປະເທດ ຕາງໜ້າຄະນະພັກ- ຄະນະນໍາກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະເຄື່ອນໄຫວຢ້ຽມ ຢາມພາກສະໝາມເກັບກູ້ລະເບີດ ບ້ານໂພນທ່ຽງ ເມືອງກາສີ ເເຂວງ ວຽງຈັນ ໃນໂອກາດສະເຫລີມສະ ຫລອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 75 ປີ(20 ມັງ ກອນ 1949-20 ມັງກອນ 2024) ໂດຍມີນາຍ ແລະ ພົນທະຫານຝ່າຍ ສປປ ລາວ ແລະ ຣັດເຊຍ, ພ້ອມ ດ້ວຍປະຊາຊົນພາຍໃນບ້ານເຂົ້າ ຮ່ວມ ເຊິ່ງໄລຍະຜ່ານມາ, ກອງທັບ ປະຊາຊົນລາວ ກະຊວງປ້ອງກັນ ປະເທດຮ່ວມກັບໜ່ວຍງານເກັບ ກູ້ລະເບີດສູນກູ້ມິນສາກົນກໍາລັງປະ ກອບອາວຸດແຫ່ງສະຫະພັນຣັດເຊຍ ເອົາໃຈໃສ່ຢ່າງເເຂງເເຮງໃນການ ກວດກູ້ລະເບີດບໍ່ທັນເເຕກທີ່ຕົກ ຄ້າງຢູ່ລາວ ໂດຍສະເພາະຢູ່ 5 ບ້ານ ຄື: ບ້ານວຽງເເກ້ວ,ໂພນທ່ຽງ, ໂພນ ສີດາ, ວຽງສະໄໝ ເເລະ ບ້ານນາ ມົນເມືອງກາສີ ເເຂວງວຽງຈັນ ເພື່ອຮັບປະກັນໃຫ້ປະຊາຊົນມີການ ດໍາລົງຊີວິດທີ່ປອດໄພ ເເລະ ສາ ມາດຂະຫຍາຍເນື້ອທີ່ການຜະລິດ ໃຫ້ປະຊາຊົນ. ທ່ານພັນໂທມາກຊິມ ເຕີຄາເຊັນ ຫົວໜ້າໜ່ວຍງານເກັບກູ້ລະເບີດ ສູນກູ້ມິນສາກົນ ກຳລັງປະກອບອາ ຂປລ. ໃນວັນທີ 18 ມັງກອນ 2024 ຜ່ານມາ, ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດໄດ້ ເຄື່ອນໄຫວຊຸກຍູ້ວຽກງານ ແລະ ໂອ້ລົມພະນັກງານອົງການໄອຍະ ການປະຊາຊົນ ນະຄອນຫລວງ ວຽງຈັນ (ນວ) ໂດຍມີບັນດທ່ານ ຫົວໜ້າກົມຈາກອົງການໄອຍະການ ປະຊາຊົນສູງສຸດ, ຫົວໜ້າອົງການ ໄອຍະການປະຊາຊົນເຂດ 4 ເຂດ ພາຍໃນນະຄອນຫລວງວຽງຈັນ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ. ທ່ານ ຄໍາສຸກ ແສງມີໄຊ ຫົວ ໜ້າອົງການໄອຍະການ ປະຊາຊົນ ນະຄອນຫລວງວຽງຈັນ ໄດ້ຜ່ານ ບົດສະຫລຸບແຜນການເຄື່ອນໄຫວ ວຽກງານອົງການໄອຍະການປະ ຊາຊົນ ນະຄອນຫລວງວຽງຈັນ ປະ ຈໍາປີ2023ແລະທິດທາງແຜນການ ປີ 2024 ໂດຍໄດ້ຍົກໃຫ້ເຫັນຜົນ ສໍາເລັດດ້ານດີ, ດ້ານອ່ອນ, ຂໍ້ຄົງ ຄ້າງ, ບົດຮຽນທີ່ຖອດຖອນໄດ້ໃນ ໜຶ່ງປີຜ່ານມາ. ພ້ອມກັນນັ້ນ, ຜູ້ເຂົ້າ ຮ່ວມ ທີ່ມາຈາກອົງການໄອຍະການ ປະຊາຊົນສູງສຸດ, ອົງການໄອຍະ ການປະຊາຊົນ ນະຄອນຫລວງວຽງ ຈັນ ແລະ ເຂດ ໄດ້ປະກອບຄໍາຄິດ ຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ໂອກາດນີ້, ທ່ານ ບຸນທັນ ບຸນທະ ວິໄລ ໄດ້ເນັ້ນໃຫ້ອົງການໄອຍະ ການປະຊາຊົນ ນະຄອນຫລວງວຽງ ຈັນ ແລະ ອົງການໄອຍະການປະຊາ ຊົນເຂດປະຕິບັດໜ້າທີ່ດ້ວຍຄວາມ ຮັບຜິດຊອບສູງ ເພື່ອເຮັດໃຫ້ການ ແກ້ໄຂວຽກງານມີຄວາມຮູ້ຮອບ ດ້ານ,ຄົບຖ້ວນ,ພາວະວິໄສ,ວ່ອງໄວ ແລະ ຖືກຕ້ອງຕາມກົດໝາຍ. ພ້ອມ ນີ້, ທ່ານ ບຸນທັນ ບຸນທະວິໄລ ກໍໄດ້ ຕາງໜ້າໃຫ້ຄະນະພັກ-ຄະນະນຳ ອົງການໄອຍະການປະຊາຊົນສູງ ສຸດມອບລົດຕູ້ໂຕໂຢຕາ 1 ຄັນ ແລະ ເຄື່ອງໃຊ້ຫ້ອງການ ຈໍານວນໜຶ່ງ ເຊັ່ນ: ຄອມພິວເຕີ, ຈັກກ໊ອບປີ້ ແລະ ປີ່ນເຕີ ໃຫ້ອົງການໄອຍະການປະຊາ ຊົນນະຄອນຫລວງວຽງຈັນ ເພື່ອຮັບ ໃຊ້ໃນການປະຕິບັດໜ້າທີ່ວຽກງານ ຕາມທິດຫັນເປັນທັນສະໄໝເທື່ອ ລະກ້າວ ]k;3m]t7q , g0Q kv;prvo7totoe dt-;'xh v'da oxtgmf 3vdkf;a olh k'8A 'dv'ma [ ຂປລ. ໃນວັນທີ 17 ມັງກອນ 2024 ນີ້, ສະຫາຍ ພົທ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ການເມືອງກອງທັບໄດ້ຕ້ອນຮັບ ສະຫາຍສຸພົນຈັນທະວີໄຊຜູ້ອໍານວຍ ການໃຫຍ່ ບໍລິສັດລາວໂທລະຄົມມະ ນາຄົມມະຫາຊົນພ້ອມຄະນະອຳ ນວຍການ, ສາມອົງການຈັດຕັ້ງ ມະຫາຊົນ ເຂົ້າອວຍພອນເນື່ອງໃນ ໂອກາດສະເຫລີມສະຫລອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ75ປີ.ພ້ອມທັງໄດ້ມອບເງິນ ອຸປະຖຳ ມູນຄ່າ 325.000.000 ກີບ ໃຫ້ແກ່ກະຊວງປ້ອງກັນປະເທດ ເພື່ອປະກອບສ່ວນຊຸກຍູ້ເຂົ້າໃນການ ເຄື່ອນໄຫວວຽກງານດ້ານຕ່າງໆ ຂອງກະຊວງໃນໂອກາດສະເຫລີມ ສະຫລອງວັນສຳຄັນດັ່ງກ່າວ ໃຫ້ມີ ບັນຍາກາດຟົດຟື້ນມ່ວນຊື່ນ. ໂອກາດນີ້, ສະຫາຍ ພົທ ທອງ ລອຍ ສີລິວົງ ໄດ້ສະແດງຄວາມ ຂອບໃຈເປັນຢ່າງສູງມາຍັງທ່ານ ສຸພົນ ຈັນທະວີໄຊ ທີ່ໄດ້ນຳພາຄະ ນະເດີນທາງເຂົ້າມາອວຍພອນ ແລະ ໃຫ້ການຊຸກຍູ້ກະຊວງປ້ອງກັນປະ ເທດໃນຄັ້ງນີ້, ພ້ອມທັງອວຍພອນ ໃຫ້ຄະນະອຳນວຍການ ພ້ອມຄະນະ ຈົ່ງມີສຸຂະພາບເຂັ້ມແຂງດຳເນີນທຸ ລະກິດໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປ ເລື້ອຍໆ. ຂ່າວ-ພາບ: ລາວໂທລະຄົມ ວຸດແຫ່ງສະຫະພັນຣັດເຊຍ ໄດ້ລາຍ ງານວ່າ: ປັດຈຸບັນ, ໜ່ວຍງານເກັບ ກູ້ລະເບີດຂອງສູນກູ້ມິນສາກົນ ກໍາ ລັງປະກອບອາວຸດ ແຫ່ງ ສະຫະພັນ ຣັດເຊຍ ກໍາລັງປະຕິບັດໜ້າທີ່ຢູ່ພື້ນ ທີ່ໝາຍເລກ 1, ມີເນື້ອທີ່ລວມທັງ ໝົດ 9,4 ເຮັກຕາ ແລະ ພື້ນທີ່ໝາຍ ເລກ 2 ມີເນື້ອທີ່ລວມທັງໝົດ 1,9 ເຮັກຕາ ໂດຍໜ່ວຍງານເກັບກູ້ລະ ເບີດໄດ້ແບ່ງດິນທີ່ຈະກວດກູ້ອອກ ເປັນລັອກ 25x25 ແມັດ ໂດຍນໍາ ໃຊ້ອຸປະກອນກວດກູ້ລະເບີດຄື: ອຸ ປະກອນກວດຫາບົມ(ກວດເລິກ) ອີແອັມແປ-ແປ2,ອຸປະກອນກວດ ຫາລະເບີດ (ກວດຕື້ນ) ອີແອັມ ແປ-3, ອຸປະກອນກວດຫາລະເບີດ ໜ້າດິນແປແປໂອ-2ອີ. ໃນນັ້ນ, ພື້ນ ທີ່ສໍາລັບການຜະລິດກະສິກຳໄດ້ ກວດຫາວັດຖຸລະເບີດເລິກ 25 ຊັງ ຕີແມັດ ແລະ ພື້ນທີ່ສໍາລັບການຂະ ຫຍາຍຜັງເມືອງແມ່ນໄດ້ກວດຫາ ວັດຖຸລະເບີດເລິກ 2,5 ແມັດ. ການ ເຮັດວຽກໃນຄັ້ງນີ້, ແມ່ນເຮັດຮ່ວມ ກັບກອງເກັບກູ້ລະເບີດເພື່ອມະນຸດ ສະທໍາ 58 ກອງທັບປະຊາຊົນລາວ, ມາຮອດວັນທີ 18 ມັງກອນ 2024 ສາ ມາດເກັບກູ້ພື້ນທີ່ສໍາເລັດ 10,1 ເຮັກຕາ, ກວດພົບລະເບີດ 656 ໜ່ວຍ, ພື້ນທີ່ໝາຍເລກ 1 ກວດກູ້ ສໍາເລັດ 9,1 ເຮັກຕາ. ໃນນັ້ນໜ່ວຍ ງານເກັບກູ້ລະເບີດຣັດເຊຍ ກວດກູ້ ສໍາເລັດ 6 ເຮັກຕາ ແລະ ກອງເກັບກູ້ ລະເບີດເພື່ອມະນຸດສະທໍາ 58 ກອງ ທັບປະຊາຊົນຊາວ ກວດກູ້ສໍາເລັດ 3,1 ເຮັກຕາ; ພື້ນທີ່ໝາຍເລກ 2 ກວດກູ້ສໍາເລັດແລ້ວ 1 ເຮັກຕາ ພົບ ວັດຖຸລະເບີດ 3 ໜ່ວຍ. ທ່ານ ພົນຈັດຕະວາ ໄພວັນ ຈັນທະພົມມາ ໄດ້ກ່າວວ່າ: ວ່າການ ປະຕິບັດໜ້າທີ່ຂອງ ໜ່ວຍງານເກັບ ກູ້ລະເບີດເພື່ອມະນຸດສະທໍາ 58 ກະຊວງປ້ອງກັນປະເທດແລະໜ່ວຍ ງານເກັບກູ້ລະເບີດຂອງສູນກູ້ມິນ ສາກົນ ກໍາລັງປະກອບອາວຸດແຫ່ງ ສະຫະພັນ ຣັດເຊຍ ແມ່ນມີຜົນສຳ ເລັດໃນການເກັບກູ້ເປັນລຳດັບ ເຊິ່ງ ຜົນສຳເລັດດັ່ງກ່າວສະແດງໃຫ້ ເຫັນຄວາມຕັ້ງໃຈ, ຄວາມເອົາໃຈ ໃສ່ຂອງທີມງານທັງສອງຝ່າຍທີ່ ສາມາດເກັບກູ້ໄດ້ສໍາເລັດຕາມຄາດ ໝາຍທີ່ວາງໄວ້. ປັດຈຸບັນ, ເນື້ອທີ່ ທີ່ຍັງເຫລືອ ແມ່ນຈະປະຕິບັດໃຫ້ສໍາ ເລັດໃນໄວໆນີ້ ເພື່ອສາມາດປິດສະ ໜາມ ແລະ ມອບດິນຄືນໃຫ້ປະຊາ ຊົນໄດ້ທໍາການຜະລິດດ້ວຍຄວາມ ປອດໄພແລະ ປັບປຸງຊີວິດການເປັນ ຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນເປັນ ກ້າວໆ. ຂ່າວ-ພາບ: ວຽງສະຫວັນ ຄຕພ ຫວນຄືນ... ວິໄສ ແລະ ຄວາມສຳຄັນຂອງການ ສ້າງຕັ້ງກອງທັບປະຊາຊົນລາວ ເຊິ່ງການສ້າງຕັ້ງກອງທັບປະຊາ ຊົນລາວ ເປັນເຫດການປະຫວັດ ສາດໜຶ່ງທີ່ສຳຄັນ, ເປັນບາດກ້າວ ແຫ່ງການຂະຫຍາຍຕົວຂອງການ ປະຕິວັດ, ແມ່ນບາດກ້າວເຕີບໃຫຍ່ ເຂັ້ມແຂງຂອງກຳລັງປະກອບອາ ວຸດປະຕິວັດ ແລະ ເປັນກຳລັງຫລັກ ແຫລ່ງໃຫ້ຂະບວນການຕໍ່ສູ້ຂອງປະ ຊາຊົນລາວເພື່ອຄວາມເປັນເອກະ ລາດແຫ່ງຊາດ. ຕະຫລອດໄລຍະ 75 ປີ ກອງທັບໄດ້ຕັ້ງໜ້າປຸກລະດົ ມທົ່ວປວງຊົນເຂົ້າຮ່ວມວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ເຮັດໃຫ້ທົ່ວປະເທດມີຄວາມ ສະຫງົບຢ່າງໜັກແໜ້ນດ້ວຍຍຸດທະ ສາດຫັນລົງກໍ່ສ້າງຮາກຖານການ ເມືອງສ້າງທ່າສະໜາມປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ 3 ຂັ້ນ ທົ່ວປວງຊົນຮອບດ້ານຕິດພັນ ກັບວຽກງານ 3 ສ້າງ ແລະ ແກ້ໄຂ ໜໍ່ແໜງຄວາມບໍ່ສະຫງົບໃຫ້ເດັດ ຂາດ ແລະ ທັນກັບຄວາມຮຽກຮ້ອງ ຕ້ອງການຂອງສະພາບການໃໝ່. ກອງທັບປະຊາຊົນລາວ ໄດ້ເປັນກຳ ລັງຫລັກແຫລ່ງໃນການປະຕິບັດ ແນວທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບທົ່ວປວງຊົນຮອບ ດ້ານເຮັດໃຫ້ປະເທດຊາດ ໄດ້ຮັບ ການປົດປ່ອຍ, ມີເອກະລາດ, ອຳ ນາດ ອະທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນ. ຍ້ອນຜົນງານ ແລະ ການເສຍສະລະເລືອດເນື້ອອັນຍິ່ງ ໃຫຍ່ຂອງກອງທັບທີ່ຍາດມາໄດ້ ນັ້ນ ພັກ-ລັດຖະບານ ຈຶ່ງໄດ້ຕົກລົງ ມອບຫລຽນຄຳແຫ່ງຊາດ ຊຶ່ງເປັນ ຫລຽນສູງສຸດຂອງຊາດລາວ ໃຫ້ ແກ່ກອງທັບປະຊາຊົນລາວ ຈຳ ນວນ 5 ໜ່ວຍ, ມອບນາມມະຍົດໃຫ້ ແກ່ກອງພັນວິລະຊົນ 7 ກອງພັນ, ກອງຮ້ອຍວິລະຊົນ 37 ກອງຮ້ອຍ, ວິລະຊົນແຫ່ງຊາດ 68 ສະຫາຍ ແລະ ນັກຮົບແຂ່ງຂັນ415ສະຫາຍ. ຈາກນັ້ນ, ສະຫາຍ ສະຫາຍ ພົວ ຜາລົມ ລິນທອງ ກໍໄດ້ຍົກໃຫ້ເຫັນ ເຖິງຊີວິດການກໍາເນີດ ແລະ ການ ເຕີບໃຫຍ່ໃນແປວໄຟແຫ່ງການປະ ຕິວັດຂອງ ປະທານ ຄຳໄຕ ສີພັນ ດອນ, ແບບແຜນຊີ້ນຳ-ນຳພາ, ການອຸທິດຕົນຢ່າງສຸດກົກສຸດປາຍ ເພື່ອປະເທດຊາດ, ເພື່ອປະຊາຊົນ, ເພື່ອຄວາມມັ່ງຄັ່ງເຂັ້ມແຂງ ແລະ ຄວາມຈະເລີນວັດທະນາຂອງປະ ເທດຊາດ, ເພື່ອຄວາມຢູ່ດີກິນດີແລະ ຄວາມຮັ່ງມີຜາສຸກຂອງປະຊາຊົນ ລາວບັນດາເຜົ່າ. ປະທານ ຄຳໄຕ ສີພັນດອນ ເປັນໜຶ່ງໃນຜູ້ນໍາຮຸ່ນ ກໍໍ່ຕັັ້ງຂະບວນການ ແລະ ບຸກເບີກ ເສັ້ນທາງການປະຕິວັດຢູ່ປະເທດ ເຮົາ ຊຶ່ງຍາມໃດເພິ່ນກໍມີຄວາມໜັກ ແໜ້ນທາງດ້ານການເມືອງ, ມີສະຕິ ຕໍ່ການຈັດຕັ້ງ, ມີຄວາມຮັບຜິດຊອບ ສູງຕໍ່ໜ້າທີ່່ມອບໝາຍ, ເລີ່ມຈາກພະ ນັກງານທໍາມະດາກາຍເປັນຜູ້້ຊີ້ນໍາບັນຊາ ແລະ ນໍາພາຂະບວນການຕໍ່ ສູ້ປົດປ່ອຍຊາດ ຮ່ວມກັບປະທານ ໄກສອນ ພົມວິຫານ, ປະທານ ສຸພາ ນຸວົງ ແລະ ທ່ານອື່ນໆ ຂອງແນວ ລາວສ້າງຊາດໄດ້ຮັບໄຊຊະນະ, ສະ ຖາປະນາ ສປປ ລາວ ຂຶ້ນຢ່າງສະ ຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975. ຫລັງຈາກນັ້ນ ເພິ່ນກໍໄດ້ສືບ ຕໍ່ປະກອບສ່ວນຄົ້ນຄວ້າ ແລະ ກໍາ ນົດທິດທາງໜ້າທີ່ຍຸດທະສາດ ໃນ ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ລວມທັງ ແນວທາງປ່ຽນແປງໃໝ່ອອກຢ່າງ ຖືກຕ້ອງ, ສອດຄ່ອງທັງໄດ້ສືບຕໍ່ ນໍາພາ-ຊີ້ນໍາການຈັດຕັັ້ງປະຕິບັດ ໃຫ້ໄດ້ຮັບຜົນສໍາເລັດອັນສໍາຄັນ ຫລາຍດ້ານ. ສະນັ້ນ, ພະນັກງານ-ສະມາ ຊິກພັກ ຈະຕ້ອງກຳແໜ້ນ ແລະຮັບ ຮູ້ຄວາມພິລະອາດຫານ ແລະ ຜົນ ງານອັນຍິ່ງໃຫຍ່ຂອງກອງທັບປະ ຊາຊົນລາວ ໃນພາລະກິດປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນຮອບດ້ານ ພ້ອມທັງຮໍ່າ ຮຽນເອົາແບບຢ່າງອັນລ້ຳເລີດ ຂອງປະທານ ຄຳໄຕ ສີພັນດອນ ເພື່ອນໍາໄປພັດທະນາຕົນເອງ ກໍຄື ການໝູນໃຊ້ເຂົ້າໃນແບບແຜນການ ດຳລົງຊີວິດ ແລະ ການປະຕິບັດ ໜ້າທີ່ວຽກງານຕົວຈິງໃຫ້ມີປະສິດ ທິຜົນດີຂຶ້ນໄປເລື້ອຍໆ.

RkJQdWJsaXNoZXIy MTc3MTYxMQ==