xtgmf]k; 3 22/01/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me [= ]y la f r6 g[h p ,kpoy ' gvq k.9.lj ra fmtok-5 ,-q og0f37'dko .sh s]5 frQ o7;k,m5 dpkd ຈັນ, ພຸດ ໂດຍ: ເຂົ້າຈານນໍ້າ ໂດຍ: ບຸນຊ້ອຍ dv'ra o.spj 11 dh k;|h kg0A ,c0' gxa ode]a 's]a dcs]j '0v'dv'ma [ * ເພື່ອຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ການ ເມືອງໃນໄລຍະໃໝ່ຂອງການປະຕິ ວັດ, ກໍ່ຄືການປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆ ນັ້ນ, ກອງພັນໃຫຍ່ທະຫານຮາບ ຍານເກາະທີ 11 ໄດ້ຮັບການສ້າງ ຕັ້ງຂຶ້ນໃນວັນທີ 16 ທັນວາ 1975 ເຊິ່ງເປັນກອງພັນໃຫຍ່ທຳອິດຂອງ ກອງທັບປະຊາຊົນລາວ. ພັນເອກ ພອນມີໄຊ ສີວົງຊໍາ ເລຂາຄະນະ ພັກ ຫົວໜ້າການເມືອງ ກອງພັນໃຫຍ່ ປ້ອງກັນນະຄອນຫລວງວຽງຈັນ, ອົງການນຳພັກ-ລັດແລະ ເຮັດໜ້າທີ່ ກໍ່ສ້າງຮາກຖານການເມືອງໄປພ້ອມ ກັບການປັບປຸງກໍ່ສ້າງກຳລັງໃຫ້ເຂັ້ມ ແຂງ, ໜັກແໜ້ນໃນທຸກດ້ານ, ທັງ ເປັນກອງຈຸດສຸມຕົວແບບຂອງກະ ຊວງປ້ອງກັນປະເທດ. ໃນໂອກາດສະເຫລີມສະຫລອງ ວັນສ້າງຕັງກອງທັບປະຊາຊົນລາວ ຄົບຮອບ 75 ປີ ທີ່ມີຄວາມໝາຍ ຄວາມສໍາຄັນນີ້, ກອງພັນໃຫຍ່ທະ ຫານຮາບຍານ ເກາະທີ 11 ກໍ່ແມ່ນ ກົມກອງໜຶ່ງທີ່ໄດ້ປະກອບສ່ວນເຂົ້າ ໃນການຍິງສະແດງ ເພື່ອສະເຫລີມ ສະຫລອງວັນສ້າງຕັ້ງກອງທັບປະ ຊາຊົນລາວຄົບຮອບ75ປີ.ພາຍຫລັງ ໄດ້ຮັບແຜນການຈາກກົມອົບຮົມກົມ ໃຫຍ່ເສນາທິການກອງທັບ ຄະນະ ພັກ-ຄະນະບັນຊາ ໄດ້ເຫັນດີເປັນເອ ກະພາບ ໃນການສ້າງແຜນການອັນ ລະອຽດ ເພື່ອນໍາໄປຈັດຕັ້ງເຜີຍແຜ່ ໃຫ້ພະນັກງານ-ນັກຮົບກອງພັນໃຫຍ່ ທະຫານຮາບຍານເກາະທີ 11 ໂດຍ ໄດ້ຮັບມອບໝາຍ 2 ໜ້າທີ່ ໃຫຍ່ຄື: ຍຸດທະວິທີປະສານສຽງແຕກ, ບຸກຕີ ຈຸດສຸມ 228, ໄປຄຽງຄູ່ກັບການ ເຄື່ອນໄຫວເຮັດວຽກງານວິຊາສະ ເພາະແລ້ວ ຄະນະພັກ-ຄະນະບັນຊາ ຍັງໄດ້ຖືສຳຄັນວຽກງານສຶກສາອົບ ຮົມນຳພາການເມືອງ-ແນວຄິດໃຫ້ ພະນັກງານ-ນັກຮົບມີຄຸນທາດການ ເມືອງໜັກແໜ້ນຕັ້ງໜ້າເຝິກຊ້ອມ ໃຫ້ມີຜົນສໍາເລັດຢ່າງຈົບງາມປະຕິ ບັດບັນດາຂໍ້ກຳນົດກົດລະບຽບຂອງ ກອງທັບຢ່າງເຂັ້ມງວດ. ເນື່ອງໃນ ໂອກາດວັນສ້າງຕັ້ງກອງທັບປະຊາ ຊົນລາວຄົບຮອບ 75 ປີ ສະຫາຍ ຫົວໜ້າການເມືອງກອງພັນໃຫຍ່ທະ ຫານຮາບຍານເກາະທີ 11 ຍັງໄດ້ ກ່າວຄໍາອວຍພອນໄຊໄປຍັງການ ນໍາພັກ-ລັດ, ຄະນະນໍາກະຊວງປ້ອງ ກັນປະເທດຈົ່ງ ມີສຸຂະພາບແຂງ ແຮງສືບຕໍ່ຊີ້ນໍາ- ນໍາພາກອງທັບໃຫ້ ເປັນກອງທັບທີ່ມີແບບແຜນ, ທັນສະ ໄໝກ້າວຂຶ້ນໄປຢ່າງບໍ່ຢຸດຢັ້ງ. ທະຫານຮາບຍານເກາະທີ 11 ຍົກ ໃຫ້ເຫັນວ່າ: ຕະຫລອດ ໄລຍະ 75 ປີຜ່ານມາ ກອງທັບປະຊາຊົນລາວ ມີການເຕີບໃຫຍ່ຂະຫຍາຍຕົວຢ່າງ ບໍ່ຢຸດຢັ້ງ, ຕິດພັນກັບໄຊຊະນະອັນ ສະຫງ່າລາສີ ບໍ່ວ່າຈະເປັນໄລຍະ ປົດປ່ອຍຊາດ, ກໍ່ຄືໄລຍະປົກປັກຮັກ ສາ ແລະ ກໍ່ສ້າງປະເທດຊາດ ພາຍ ຫລັງທີ່ໄດ້ຮັບການສ້າງຕັ້ງຂຶ້ນກອງ ພັນໃຫຍ່ທະຫານຮາບຍານເກາະທີ 11 ໄດ້ຮັບໜ້າທີ່ອັນໜັກໜ່ວງເເຕ່ ມີກຽດສະຫງ່າທີ່ພັກ-ລັດ, ກະຊວງ ປ້ອງກັນປະເທດກໍ່ຄືປະຊາຊົນມອບ ໝາຍໃຫ້ນັ້ນຄື ເປັນກຳລັງເຄື່ອນທີ່ ໃຫ້ແກ່ກະຊວງປ້ອງກັນປະເທດ, ການບໍລິສັດ ພູເບ້ຍມາຍນິງ ຈຳກັດ ກ່າວໃນພິທີມອບໂຄງການວ່າ: ໂຄງການປັບປຸງໂຄງລ່າງພື້ນຖານ 10 ໂຄງການ ທີ່ໄດ້ພັດທະນາໃນ ບ້ານນ້ຳໂມ້, ນໍ້າຍອນ ແລະ ບ້ານນາ ໄຊສະຫວ່າງ ເປັນໜຶ່ງຂອງຄວາມ ມຸ່ງໝັ້ນໃນການສືບຕໍ່ປັບປຸງຊີວິດ ການເປັນຢູ່ຂອງຊຸມຊົນອ້ອມຂ້າງ ຂອງບໍລິສັດ. ນັບແຕ່ປີ 2005 ເປັນ ຕົ້ນມາ ທີ່ໄດ້ເລີ່ມດຳເນີນງານຢູ່ ແຂວງໄຊສົມບູນ ແລະ ສືບຕໍ່ຂະ ຫຍາຍກອງທຶນພັດທະນາຊຸມຊົນ ຂອງບໍລິສັດ ພູເບ້ຍ ຢ່າງຕໍ່ເນື່ອງ ໃນຖານະເປັນຜູ້ປະກອບສ່ວນສຳ ຄັນເຂົ້າໃນເສດຖະກິດລະດັບພາກ ພື້ນ ທັງໄດ້ສົມທັບກັບອົງການປົກ ຄອງທ້ອງຖິ່ນ,ຂັ້ນສູນກາງແລະລັດ ຖະບານລາວ ເພື່ອພັດທະນາປັບປຸງ ຊີວິດການເປັນຢູ່ຂອງປະຊາຊົນ ແຂວງໄຊສົມບູນ. ພ້ອມທັງສ້າງໂອ ກາດທີ່ຍືນຍົງໃນອະນາຄົດ ເຊິ່ງ ຂໍ້ລິເລີ່ມເຫລົ່ານີ້ຖືກຈັດວາງຢ່າງ ເປັນລະບົບ ເພື່ອຮັບປະກັນວ່າພູເບ້ຍ ມາຍນິງ ໄດ້ປະກອບສ່ວນຢ່າງ ໃຫຍ່ຫລວງເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມແລະ ຫລຸດຜ່ອນ ຄວາມທຸກຍາກໃນລາວຢ່າງແທ້ ຈິງ. ປັດຈຸບັນບໍລິສັດພູເບ້ຍມາຍນິງ ໄດ້ສຳເລັດແລ້ວ 436 ໂຄງການ ພັດທະນາຊຸມຊົນຂະໜາດນ້ອຍ ດ້ວຍເງິນລົງທຶນກວ່າ 4,9 ລ້ານໂດ ລາສະຫະລັດ ໂດຍໂຄງການເຫລົ່າ ນີ້ ໄດ້ປະກອບສ່ວນເຂົ້າໃນການ ປັບປຸງວຽກງານສາທາລະນະສຸກ, ການສຶກສາ, ກະສິກຳ, ການພັດທະ ນາທຸລະກິດຂະໜາດນ້ອຍ ແລະ ກາງ ປັບປຸງຄວາມເຂັ້ມແຂງດ້ານ ການເງິນ ແລະ ໄດ້ຊ່ວຍປັບປຸງໂຄງ ລ່າງພື້ນຖານໃຫ້ແກ່ຊຸມຊົນທ້ອງ ຖິ່ນທີ່ໃກ້ຄຽງກັບການດຳເນີນງານ ຂອງບໍລິສັດໃນແຂວງໄຊສົມບູນ ແລະ ອື່ນໆ. ສຳລັບການຊ່ວຍເຫລືອ ຂອງບໍລິສັດພູເບ້ຍຕໍ່3ບ້ານດັ່ງກ່າວ ແມ່ນສ່ວນໜຶ່ງຂອງການປະຕິບັດ ຄຳໝັ້ນສັນຍາຂອງບໍລິສັດ ທີ່ຈະ ສ້າງມໍລະດົກທີ່ຍືນຍົງໃຫ້ກັບຊຸມ ຊົນ. ປັດຈຸບັນໄດ້ສະໜອງທຶນໃຫ້ ກອງທຶນພັດທະນາຊຸມຊົນຫລາຍ ກວ່າ 380.000 ໂດລາຕໍ່ປີ ຕາມ ຂໍ້ຕົກລົງໃນສັນຍາວ່າດ້ວຍການສຳ ຫລວດ ແລະ ການຜະລິດແຮ່ທາດ. ພ້ອມນີ້, ຍັງໄດ້ມີການເປີດເຜີຍວ່າ ໄດ້ຕົກລົງ ດ້ານຫລັກການທີ່ຈະເພີ່ມ ເງິນທຶນໃນຂົງເຂດນີ້750.000 ໂດ ລາຕໍ່ປີ ພາຍຫລັງທີ່ການລົງນາມ ໃນຂໍ້ຕົກລົງMEPA4. ຂະນະດຽວ ກັນໃນພື້ນທີ່ຂອງ ໂຮງງານ 93% ຂອງພະນັກງານທັງໝົດຂອງ ບໍລິ ສັດ ແມ່ນຄົນສັນຊາດລາວ. ໃນນີ້, ປະຊາຊົນ 3 ບ້ານດັ່ງກ່າວ ໄດ້ຮັບ ສະໝັກເປັນພະນັກງານຫລາຍຮ້ອຍ ຄົນ ເພື່ອເຂົ້າເຮັດວຽກໃນໂຮງງານ ອີກດ້ວຍ. ທ່ານ ສົມບູນ ສອນລິດທິເດດ ຫົວໜ້າຫ້ອງວ່າການປົກຄອງແຂວງ ໄຊສົມບູນກ່າວວ່າ: ບັນດາໂຄງການ ດັ່ງກ່າວທີ່ບໍລິສັດ-ໄດ້ມອບໃຫ້ແຂວງ ໄຊສົມບູນຄັ້ງນີ້ ເປັນສ່ວນໜຶ່ງໃນບັນ ດາໂຄງການທີ່ໄດ້ປະກອບສ່ວນສຳ ຄັນເຂົ້າໃນການພັດທະນາແຜນພັດ ທະນາເສດຖະກິດ-ສັງຄົມແຂວງ, ຕອບສະໜອງຄວາມຮຽກຮ້ອງຕ້ອງ ການທີ່ຈຳເປັນຂອງປະຊາຊົນຢູ່ໃນ 3 ບ້ານ ທັງເປັນການປະກອບສ່ວນ ຊ່ວຍ ການພັດທະນາຊີວິດການເປັນ ຢູ່ຂອງປະຊາຊົນ ທັງໄດ້ຕອບສະ ໜອງສິ່ງອຳນວຍຄວາມສະດວກ ໃຫແກ່ປະຊາຊົນ ເຊິ່ງມັນຮຽກຮ້ອງ ໃຫ້ອົງການປົກຄອງເມືອງແລະບ້ານ ພ້ອມດ້ວຍປະຊາຊົນຈົ່ງນໍາໃຊ້ໂຄງ ການດັ່ງກ່າວ ໃຫ້ເກີດປະໂຫຍດສູງ ສຸດຕິດພັນກັບການຄຸ້ມຄອງໃຫ້ມີ ຄວາມຍືນຍົງ.ສຳລັບການຈັດຕັ້ງປະ ຕິບັດວຽກງານຈຸດສຸມຂອງແຂວງ ໄຊສົມບູນໃນເຂດບ້ານດັ່ງກ່າວ ປັດ ຈຸບັນໄດ້ສຸມໃສ່ການດຳເນີນງານ ໂຄງການເນື້ອທີ່26ເຮັກຕາທີ່ພູເບ້ຍ ກຳລັງດຳເນີນໂຄງການພັດທະນາ ໃຫ້ເປັນເຂດກະສິກຳສະອາດ ໂດຍ ເນັ້ນໃສ່ການສ້າງເປັນຕົວແບບໃຫ້ ແກ່ແຂວງ ເພື່ອໃຫ້ແຂກທີ່ມາຢ້ຽມ ຢາມແຂວງໄຊສົມບູນໄດ້ສຶກສາ, ພ້ອມນີ້ ຍັງຈະຫັນເອົາຄອບຄົວທຸກ ຍາກມາທຳການຜະລິດກະສິກຳ ໃນພື້ນທີ່ກຳນົດໄວ້ ເພື່ອໃຫ້ເຂົາເຈົ້າ ມີຢູ່ ມີກິນ ແລະ ກ້າວໄປສູ່ການຫລຸດ ພົ້ນອອກຈາກຄວາມທຸກຍາກເທື່ອ ລະກ້າວ. * ເປັນເວລາຫລາຍປີມານີ້, ທີ່ ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ດຳ ເນີນໂຄງການຂຸດຄົ້ນແຮ່ທອງ-ຄຳ ກໍ່ໄດ້ຖືສຳຄັນວຽກງານຊຸກຍູ້ສົ່ງ ເສີມ ແລະ ພັດທະນາຊຸມຊົນເປັນບັນ ຫາສຳຄັນໄປຄຽງຄູ່ກັນການເອົາ ໃຈໃສ່ດຳເນີນໂຄງການຂຸດຄົ້ນແຮ່ ທອງ-ຄຳ ຕາມແນວທາງນະໂຍ ບາຍຂອງພັກແລະລັດຖະບານລາວ ວາງອອກ. ແນວໃດກໍ່ດີຜ່ານການ ຈັດຕັ້ງປະຕິບັດຫລາຍໂຄງການທີ່ ຕິດພັນກັບການພັດທະນາຊີວິດ ການເປັນຢູ່ຂອງປະຊາຊົນໃນ 3 ບ້ານເປົ້າໝາຍ, ມີ 10 ໂຄງການໄດ້ ສຳເລັດການກໍ່ສ້າງຕາມແຜນທີ່ວາງ ໄວ້ແລະໄດ້ມອບຢ່າງເປັນທາງການ ເມື່ອທ້າຍປີຜ່ານມານີ້ ເຊິ່ງບັນດາ ໂຄງການເຫລົ່ານີ້ ໄດ້ສ້າງຜົນປະ ໂຫຍດໃຫ້ແກ່ປະຊາຊົນຢ່າງຫລວງ ຫລາຍ ໂດຍສະເພາະປະຊາຊົນບ້ານ ນໍ້າຍອນ,ບ້ານນ້ຳໂມ້ເມືອງອະນຸວົງ ແລະ ບ້ານນາໄຊສະຫວ່າງ ເມືອງ ລ້ອງແຈ້ງ. ບັນດາໂຄງການດັ່ງກ່າວ ໄດ້ປະກອບສ່ວນສຳຄັນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ກໍຄືການຍົກລະດັບຊີວິດການເປັນ ຢູ່ໃຫ້ປະຊາຊົນຫລຸດພົ້ນອອກຈາກ ຄວາມທຸກຍາກເທື່ອລະກ້າວ. ທ່ານ ສະຕີບ ຈິມໂປ ຜູ້ອຳນວຍ
RkJQdWJsaXNoZXIy MTc3MTYxMQ==