5794

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 22/01/2024 xtgmf]k; ລັດຖະມົນຕີ ກະຊວງ ຖວທ... ສະເຫລີມສະຫລອງ.... ລັດຖະບານລາວ ມອບ... ຂປລ. ໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 75 ປີ ໄດ້ມີພິທີສະຫລອງວັນສຳ ຄັນດັ່ງກ່າວດ້ວຍຫລາຍກິດຈະກຳ ໃນຂອບເຂດທົ່ວປະເທດ ໃນນັ້ນເພື່ອ ເປັນການຈາລຶກບຸນຄຸນ ແລະ ຄຸນ ງາມຄວາມດີຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດທີ່ເສຍ ສະລະຊີວິດໃນການຕໍ່ສູ້ປົດປ່ອຍປະ ເທດຊາດ ວັນທີ 19 ມັງກອນ 2024 ນີ້, ຄະນະບໍລິຫານງານສູນກາງພັກ ແລະຄະນະກະຊວງປ້ອງກັນປະເທດ ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງປ້ອງ ກັນປະເທດ ພ້ອມດ້ວຍການນຳພັກ- ລັດ ໄດ້ເຂົ້າວາງພວງມາລາຢູ່ອະນຸ ສາວະລີນັກຮົບນິລະນາມ (ດາວ ແດງ) ແລະ ສຸສານນັກຮົບປະຕິວັດ (ຫລັກ24) ເພື່ອເປັນການສະແດງ ເຖິງຄວາມເຄົາລົບຮັກ, ຄວາມກະ ຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະລະຊີວິດ, ເລືອດເນື້ອ ເພື່ອ ພາລະກິດປະຕິວັດ ຢ່າງອົງອາດກ້າ ຫານພາຍໃຕ້ການຊີ້ນຳ-ນຳພາຂອງ ພັກປະຊາຊົນປະຕິວັດລາວ ຈົນສາ ມາດຍາດໄດ້ໄຊຊະນະ ແລະປະກາດ ເອກະລາດ, ສະຖາປະນາເປັນສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນ ວັນທີ 2 ທັນວາ 1975. ພາຍຫລັງສຳເລັດການວາງ ພວງມາລາທີ່ອະນຸສາວະລີ ນັກຮົບນິ ລະນາມ ແລະ ສຸສານນັກຮົບປະຕິ ວັດ (ຫລັກ24)ແລ້ວ, ຄະນະການ ນຳພັກ-ລັດ ໄດ້ສືບຕໍ່ໄປວາງກະຕ່າ ດອກໄມ້ ຢູ່ຕໍ່ໜ້າອະນຸສາວະລີປະ ທານໄກສອນ ພົມວິຫານ ອະດີດຜູ້ ນຳທີ່ແສນເຄົາລົບຮັກ ຂອງປວງຊົນ ລາວທັງຊາດ ເພື່ອສະແດງຄວາມ ຄວາມເຄົາລົບຮັກ ແລະ ກະຕັນຍູຮູ້ ບຸນຄຸນຢ່າງເລິກເຊິ່ງເຖິງຜົນງານ, ການເສຍສະລະ ແລະ ຄຸນງາມ ຄວາມດີ ຂອງ ປະທານ ໄກສອນ ພົມວິຫານ ນັກຮົບປະຕິວັດ, ຜູ້ນຳທີ່ ແສນເຄົາລົບຮັກຂອງປວງຊົນລາວ ທັງຊາດ ທີ່ໄດ້ອຸທິດຕົນໃນພາລະ ກິດປະຕິວັດ,ໄດ້ສຸມທຸກສະຕິປັນ ຍາ ແລະ ຄວາມຮູ້ຄວາມສາມາດ ຂອງຕົນ ເຂົ້າໃນພາລະກິດປົດປ່ອຍ ຊາດ ຕະຫລອດຫລາຍທົດສະວັດ ອັນຍືດເຍື້ອຍາວນານ ຈົນສາມາດ ຍາດໄດ້ໄຊຊະນະຢ່າງສົມບູນ, ນຳ ພາປະຊາຊົນ ປະຕິບັດພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ມີຜົນສຳເລັດ. ພ້ອມດຽວກັນກໍໄດ້ຈັດພິທີໂຮມ ຊຸມນຸມສະເຫລີມສະຫລອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ(20 ມັງກອນ 1949-20 ມັງ ກອນ 2024) ທີ່ຫໍປະຊຸມແຫ່ງຊາດ ໂດຍການເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະ ຊາຊົນປະຕິວັດລາວ, ປະທານປະ ເທດ ແຫ່ງສປປ ລາວ, ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກໍາມະ ການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງປ້ອງກັນປະເທດ, ມີບັນດາ ສະຫາຍການນໍາ, ອະດີດການນໍາ ພັກ-ລັດ, ພະນັກງານ-ນັກຮົບໃນທົ່ວ ກອງທັບ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແລະຮັບຊົມວິດີໂອມູນເຊື້ອ ຂອງກອງທັບປະຊາຊົນລາວ,ການ ສະແດງສິລະປະ, ຮ້ອງເພງ ແລະ ລະຄອນສັ້ນທີ່ສະແດງເຖິງການ ກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງທັບປະຊາຊົນລາວ ຕະຫລອດ ໄລຍະ 75 ປີ. ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສູນທອນພົດຕໍ່ພິທີ ດັ່ງກ່າວ ເຊິ່ງມີເນື້ອໃນບາງຕອນວ່າ: ກ່ອນການກຳເນີດກໍາລັງປະກອບ ອາວຸດ ກ່ອນນີ້ 75 ປີນັ້ນ, ແມ່ນເຫດ ການສໍາຄັນປະຫວັດສາດຂອງຊາດ ລາວຍຸກໃໝ່, ທັງເປັນບາດລ້ຽວທີ່ມີ ຄວາມໝາຍສໍາຄັນ ສໍາລັບການເຕີບ ໃຫຍ່ເຂັ້ມແຂງ ແລະ ຕັດສິນໄຊຊະ ນະຂອງຂະບວນການປະຕິວັດຢູ່ປະ ເທດເຮົາ ພາຍໃຕ້ການນໍາພາ-ຊີ້ນໍາ ຮອບດ້ານ, ເດັດຂາດ, ໂດຍກົງຂອງ ພັກ. ການກໍ່ຕັ້ງກອງທັບ ໃນວັນທີ 20 ມັງກອນ 1949 ນັ້ນ ເປັນໝັດໄຟ ນ້ອຍໆໜຶ່ງທີ່ເປັນຈຸດເລີ່ມຂອງທວນ ໄຟທີ່ມີລັດສະໝີເປັ່ງປະກາຍອອກ ແລະ ກາຍເປັນທວນໄຟທີ່ບໍ່ສະເພາະ ແຕ່ບໍ່ມີເວລາດັບມອດເທົ່ານັ້ນ ແຕ່ ໄດ້ແຜ່ກະຈາຍເປັນວົງກວ້າງໃຫຍ່ ໄພສານ ຈົນສາມາດດັບມອດຄວາມ ໂຫດຮ້າຍປ່າເຖື່ອນທີ່ມີຢູ່ໃນປະເທດ ຊາດ ໄດ້ຢ່າງສິ້ນເຊີງ, ຖ້າທົບທວນ ຄືນເສັ້ນທາງກ້າວເດີນຂອງກອງ ທັບອາດເວົ້າໄດ້ວ່າ: ໃນເບື້ອງຕົ້ນ ຂອງການສ້າງຕັ້ງກອງທັບ ໄດ້ເລີ່ມ ຈາກສອງຝາມືເປົ່າ, ກຳລັງພົນ ໜ້ອຍຢູ່ແລ້ວ, ການປະກອບອາວຸດ ຍຸດໂທປະກອນກໍເກືອບບໍ່ມີ, ຖ້າມີກໍ ມີແບບປະຖົມປະຖານ ແລະ ຂາດ ເຂີນທີ່ສຸດ, ການຕໍ່ສູ້ຈຶ່ງໄດ້ເລີ່ມຈາກ ການໃຊ້ຮູບການເຄື່ອນໄຫວແບບ ກອງໂຄສະນາປະກອບອາວຸດດ້ວຍ ຍຸດທະການລັດຕີ, ຫລອນຕີຍາດ ເອົາອາວຸດຂອງສັດຕູ ຈົນມີນິຍາຍ ເລື່ອງສັ້ນ ທີ່ສ່ອງແສງເຖິງເຫດການ ຄວາມເປັນຈິງເຫດການໜຶ່ງ ໃນ ຫລາຍເຫດການ ຂອງວິທີທາງຕໍ່ສູ້ ຂອງນັກຮົບໃນເວລານັ້ນ ເຊິ່ງຂຽນ ໂດຍ ສະຫາຍ ຄໍາມາ ພົມກອງ ທີ່ມີ ຊື່ວ່າ: “ໃຊ້ເຂົ້າຕົ້ມ ຈີ້ເອົາປືນ”. ເຖິງ ວ່າຈຸດເລີ່ມຈະອ່ອນນ້ອຍປານໃດກໍ ຕາມ, ແຕ່ວ່າການປະຕິບັດພາລະກິດ ຂອງກອງທັບຊໍ້າພັດໄດ້ຮັບການສະ ໜັບສະໜູນ, ອຸ້ມຊູຊ່ວຍເຫລືອ ແລະ ເຂົ້າຮ່ວມ ນັບມື້ນັບກວ້າງຂວາງ ຈາກມະຫາຊົນຈຶ່ງເຮັດໃຫ້ກຳລັງ ປະກອບອາວຸດ ເຕີບໃຫຍ່ເຂັ້ມແຂງ ຂຶ້ນຢ່າງໄວວາ ແລະ ເປັນແມ່ແຮງ ປຸກລະດົມຊຸກຍູ້ຂະບວນການຕໍ່ສູ້ ຂອງປະຊາຊົນ ໃຫ້ເຕີບໃຫຍ່ຂະ ຫຍາຍຕົວເປັນກ້າວໆມາ. ກອງທັບ ຈຶ່ງສາມາດເປັນກອງກຳລັງຫລັກ ແຫລ່ງແກ່ນສານຂອງກຳລັງການ ເມືອງປະຕິວັດ; ເປັນກອງກຳລັງທີ່ມີ ອຸດົມການ, ມີມານະຈິດປະຕິວັດອັນ ເດັດດ່ຽວ ແລະ ມີເປົ້າໝາຍສູ້ຮົບທີ່ ສູງສົ່ງຈະແຈ້ງ, ຍາມໃດກໍຕິດແທດ ກັບຮາກຖານປະຊາຊົນ, ຍຶດໝັ້ນ ແລະ ເສີມຂະຫຍາຍທາດແທ້ປະຊາ ຊົນ, ທັງເຮັດໜ້າທີ່ຕີສັດຕູ, ທັງສ້າງ ຄວາມສະໜິດຕິດພັນກັບປະຊາຊົນ, ໂຄສະນາປຸກລະດົມຂົນຂວາຍປະ ຊາຊົນກໍ່ສ້າງຮາກຖານການປະຕິ ວັດ, ເປີດກວ້າງຖານທີ່ໝັ້ນຂອງ ການປະຕິວັດ ນັບມື້ນັບກວ້າງຂວາງ ອອກ. ກອງທັບເຮົາມີມູນເຊື້ອໃນ ການເພີ່ມພູນຜະລິດຜົນກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ.ຈາກນັ້ນ,ຈຶ່ງໄດ້ຮັບການປັບປຸງ ແລະ ພັດທະນາ ໃຫ້ເຕີບໃຫຍ່, ເຂັ້ມ ແຂງຂຶ້ນທັງທາງດ້ານຈຳນວນແລະ ຄຸນນະພາບ, ກາຍເປັນກອງທັບທີ່ມີ ຫລາຍກົມກອງເຫລົ່າຮົບທີ່ມີຄວາມ ສາມາດ ແລະ ມີຄວາມຊໍານິຊຳນານ ດ້ານສິລະປະຍຸດ-ຍຸດທະວິທີ ແລະ ການນໍາໃຊ້ອາວຸດນາໆຊະນິດ ທີ່ທັນ ສະໄໝຂຶ້ນ, ຈຶ່ງເປັນກຳລັງແຮງສູ້ຮົບ ທີ່ຍິ່ງຕີກໍ່ຍິ່ງໄດ້ໄຊຊະນະ, ຍິ່ງຕີກໍ່ຍິງ ເຕີບໃຫຍ່, ຍິ່ງຕີກໍ່ຍິ່ງເຂັ້ມແຂງ-ອົງ ອາດກ້າແກ່ນຂຶ້ນຢ່າງບໍ່ຢຸດຢັ້ງ. ນັບ ແຕ່ມື້ສ້າງຕັ້ງກອງທັບປະຊາຊົນ ລາວ ມາຮອດປັດຈຸບັນການເວລາ ໄດ້ໝູນວຽນໄປ 75 ປີແລ້ວ, ແຕ່ວິ ລະກຳອັນລ້ຳເລີດ, ຜົນງານ, ການ ຕໍ່ສູ້ມີໄຊຂອງກອງທັບຍາມໃດກໍຍັງ ສົດໆຮ້ອນໆແລະ ຝັງເລິກຢູ່ໃນຊີວິດ ຈິດໃຈຂອງພວກເຮົາ ແລະ ຮຸ່ນຄົນ ສືບທອດຕະຫລອດໄປ. ສະຫາຍ ທອງລຸນ ສີສຸລິດ ຍັງ ກ່າວອີກວ່າ:ສໍາລັບການຈັດພິທີໂຮມ ຊຸມນຸມສະເຫລີມສະຫລອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບຮອບ 75ປີຄັ້ງນີ້, ຍັງເປັນການລະນຶກເຖິງ ວັນປະຫວັດສາດທີ່ມີຄວາມໝາຍ- ສໍາຄັນ. ຂ້າພະເຈົ້າຕາງໜ້າໃຫ້ພັກລັດ, ແນວລາວສ້າງຊາດ ແລະ ກອງ ທັບປະຊາຊົນລາວ ສະແດງຄວາມ ຍ້ອງຍໍສັນລະເສີນ ແລະ ຄວາມກະ ຕັນຍູຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຜົນ ງານການອຸທິດອັນໃຫຍ່ຫລວງຂອງ ບັນດາອະດີດການນໍາພັກ-ລັດ, ພະ ນັກງານ, ນັກຮົບ, ວິລະຊົນແຫ່ງ ຊາດ, ນັກຮົບແຂ່ງຂັນ, ຜູ້ເສຍອົງ ຄະ ແລະ ຄອບຄົວຂອງຜູ້ເສຍສະລະ ຊີວິດ ເພື່ອໄຊຊະນະແລະຜົນສຳເລັດ ຂອງກອງທັບ ກໍຄືຂອງຊາດ ແລະ ການປະຕິວັດ. ໂອກາດນີ້, ວັນທີ 20 ມັງກອນ 2024 ນີ້, ກະຊວງປ້ອງກັນປະເທດ ຮ່ວມກັບບໍລິສັດ ລາດສະວົງ ພັດ ທະນາ ຈຳກັດຈັດກິດຈະກຳຍິງບັ້ງ ໄຟດອກ ຢູ່ຊັ້ນດ່ານຟ້າຂອງອາຄານ ໂຄງການລາດສະວົງ ພັດທະນານະ ຄອນຫລວງວຽງຈັນ ເພື່ອສະເຫລີມ ສະຫລອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 75 ປີ ໂດຍມີ ນາຍ ແລະ ພົນທະຫານ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງ ແລະ ມວນຊົນ ຊາວນະຄອນຫລວງວຽງຈັນ ເຂົ້າ ຮ່ວມຮັບຊົມ. ຂ່າວ: ສົມຫວັງ , ພາບ: ອ່າຍຄໍາ ການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ, ມີຮອງລັດຖະມົນຕີ, ພ້ອມ ດ້ວຍຜູ້ຕາງໜ້າກະຊວງ-ອົງການ, ນະຄອນຫລວງວຽງຈັນ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນ ສັກຂີພິຍານ. ໃນພິທີ, ທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ຜ່ານຂໍ້ຕົກລົງຂອງນາຍົກລັດຖະ ມົນຕີ ວ່າດ້ວຍການໃຫ້ນາມມະຍົດ ພົນລະເມືອງກິດຕິມະສັກຂອງ ສປປ ລາວ ໃຫ້ແກ່ທ່ານ ກູ້ເຫວີຍ ປະທານ ກຸ່ມບໍລິສັດ ຮົງກົງທຽນຊື ຈຳກັດ ເຊິ່ງທ່ານ ກູ້ເຫວີຍ ໄດ້ຮັບ ອະນຸຍາດດໍາເນີນທຸລະກິດ ສໍາປະ ທານການສົ່ງເສີມກະສິກໍາປູກຝັງ- ລ້ຽງສັດແລະການຂຸດຄົ້ນສໍາຫລວດ ບໍ່ແຮ່ຢູ່ສປປລາວແຕ່ປີ2011 ເຖິງ ປັດຈຸບັນ. ການລົງທຶນດັ່ງກ່າວ, ໄດ້ ປະກອບສ່ວນຊ່ວຍເຫລືອ ແລະ ສະ ໜັບສະໜູນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງສປປລາວ ໂດຍສະເພາະໄດ້ສ້າງວຽກເຮັດງານ ທຳ ກໍຄື ລາຍຮັບໃຫ້ແກ່ປະຊາຊົນ ລາວ ຈຳນວນຫລວງຫລາຍ, ມອບ ພັນທະເຂົ້າງົບປະມານຂອງລັດ ຕາມລະບຽບກົດໝາຍ ແລະ ອື່ນໆ. ພ້ອມກັນນີ້, ໃນໄລຍະຜ່ານມາ ທ່ານ ກູ້ເຫວີຍ ໄດ້ໃຫ້ອຸປະຖໍາຊ່ວຍເຫລືອ ເປັນຈໍານວນເງິນ 5.000.000 ໂດລາສະຫະລັດ ເພື່ອນຳໃຊ້ເຂົ້າໃນ ວຽກງານພັດທະນາເສດຖະກິດສັງຄົມ ຂອງ ສປປ ລາວ. ການຊ່ວຍ ເຫລືອດັ່ງກ່າວ, ໄດ້ປະກອບສ່ວນ ສຳຄັນໃຫ້ແກ່ການເສີມຂະຫຍາຍ ສາຍພົວພັນແລະການຮ່ວມມືລາວຈີນ ໃຫ້ແຕກດອກອອກຜົນ ແລະ ມີ ຄວາມແໜ້ນແຟ້ນຍິ່ງໆຂຶ້ນ. ຕໍ່ຜົນງານການປະກອບສ່ວນ ແລະ ຄຸນງາມຄວາມດີດັ່ງກ່າວ ໂດຍອີງຕາມກົດໝາຍວ່າດ້ວຍສັນ ຊາດລາວ ສະບັບເລກທີ 29/ສພຊ, ລົງວັນທີ 1 ພະຈິກ 2017 ແລະ ດໍາ ລັດວ່າດ້ວຍພົນລະເມືອງກິດຕິມະ ສັກ ຂອງ ສປປ ລາວ ສະບັບເລກ ທີ 279/ລບ, ລົງວັນທີ 9 ສິງຫາ 2022, ພັກ-ລັດຖະບານແຫ່ງສປປ ລາວ ໄດ້ຄົ້ນຄວ້າ, ເຫັນດີອອກຂໍ້ຕົກ ລົງວ່າດ້ວຍການໃຫ້ນາມມະຍົດພົນ ລະເມືອງກິດຕິມະສັກຂອງ ສປປ ລາວ ໃຫ້ແກ່ທ່ານ ກູ້ເຫວີຍ ປະທານ ກຸ່ມບໍລິສັດ ຮົງກົງທຽນຊື ຈຳກັດ ໂດຍໄດ້ຈັດພິທີມອບຂຶ້ນຢ່າງສົມ ກຽດ ເຊິ່ງຕາງໜ້າລັດຖະບານ ແຫ່ງສປປລາວໃຫ້ກຽດມອບຂໍ້ຕົກ ລົງ ໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ. ໂອກາດນີ້, ທ່ານນາຍົກລັດຖະ ມົນຕີ ກໍໄດ້ມີຄຳເຫັນກ່າວບາງ ຕອນວ່າ: ການຊ່ວຍເຫລືອຂອງກຸ່ມ ບໍລິສັດຮົງກົງທຽນຊື ຈຳກັດ ກໍຄື ໃນນາມສ່ວນຕົວຂອງທ່ານກູ້ເຫວີຍ ເປັນການຊ່ວຍເຫລືອ ທີ່ລ້ຳຄ່າ ແລະ ສອດຄ່ອງກັບຄວາມຮຽກຮ້ອງ ຄວາມຕ້ອງການ ໃນການພັດທະນາ ຕົວຈິງ ຂອງ ສປປ ລາວ. ພ້ອມນີ້, ທ່ານຍັງໄດ້ສະເໜີໃຫ້ບໍລິສັດ ຮົງ ກົງທຽນຊືຈຳກັດສືບຕໍ່ດຳເນີນທຸລະ ກິດ ຕິດພັນກັບການສ້າງວຽກເຮັດ ງານທຳໃຫ້ແກ່ປະຊາຊົນລາວບັນ ດາເຜົ່າ ນັບມື້ຫລາຍຂຶ້ນ, ສືບຕໍ່ດຳ ເນີນທຸລະກິດຖືກຕ້ອງສອດຄ່ອງ ກັບກົດໝາຍ ແລະ ລະບຽບການທີ່ ກ່ຽວຂ້ອງ ຂອງ ສປປ ລາວ. ໃນໂອກາດດຽວກັນ, ທ່ານ ກູ້ເຫວີຍ ກໍໄດ້ກ່າວສະແດງຄວາມ ຂອບໃຈຢ່າງສູງ ຕໍ່ພັກ ແລະ ລັດຖະ ບານ ແຫ່ງ ສປປ ລາວ ທີ່ໄດ້ມອ ບນາມມະຍົດພົນລະເມືອງກິດຕິມະ ສັກ ໃຫ້ໃນຄັ້ງນີ້ ເຊິ່ງເປັນກຽດສູງ ສຸດໃນຊີວິດຂອງທ່ານເອງ ແລະ ຈະ ເປັນແຮງກະຕຸ້ນເຮັດໃຫ້ຕົນ ເອງ ຕັ້ງໜ້າອຸທິດຕົນ ເພື່ອປະກອບສ່ວນ ເຂົ້າໃນພາລະກິດສ້າງສາພັດທະນາ ເສດຖະກິດ-ສັງຄົມຂອງ ສປປລາວ ໂດຍໄດ້ໃຫ້ຄຳໝັ້ນສັນຍາວ່າ: ໃນຕໍ່ ໜ້າຈະສືບຕໍ່ຈະທຸ້ມເທເຫື່ອແຮງ, ສະຕິປັນຍາປະຕິບັດພາລະບົດບາດ ແລະ ພັນທະຂອງຕົນປະກອບສ່ວນ ເຂົ້າ ໃນສ້າງສາພັດທະນາປະເທດ ລາວ ທີ່ອຸດົມສົມບູນ ແລະ ສວຍສົດ ງົດງາມໃຫ້ຈະເລີນຮຸ່ງເຮືອງຍິ່ງໆ ຂຶ້ນ. ພາບ: ຂັນໄຊ ແດງທ່ອງທ່ຽວອາຊຽນ ຢູ່ສູນການ ຄ້າລາວ-ໄອເຕັກ ແລະ ສະຖານທີ່ ຈັດກອງປະຊຸມລັດຖະມົນຕີທ່ອງ ທ່ຽວອາຊຽນ ຢູ່ໂຮງແຮມດອນຈັນ ພາເລດ ນະຄອນຫລວງວຽງຈັນ. ໂອກາດດັ່ງກ່າວ, ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາ ການທ່ອງທ່ຽວກະຊວງຖວທລາຍ ງານໃຫ້ຮູ້ກ່ຽວກັບຄວາມພ້ອມ ດ້ານຕ່າງໆຂອງການຈັດງານເຊິ່ງ ງານວາງສະເເດງການທ່ອງທ່ຽວ ອາຊຽນ ຈະຈັດຂຶ້ນໃນລະຫວ່າງ ວັນທີ 22-27 ມັງກອນ 2024 ຢູ່ ສູນການຄ້າ ລາວ-ໄອເຕັກ ນະຄອນ ຫລວງວຽງຈັນ ເຊິ່ງເປັນເວທີໜຶ່ງ ເພື່ອສົ່ງເສີມການພົບປະຊື້-ຂາຍ ລາຍການທ່ອງທ່ຽວ ພາຍໃນອາ ຊຽນ ເເລະບັນດາປະເທດໃນທົ່ວມູມ ໂລກ. ງານວາງສະແດງການທ່ອງ ທ່ຽວອາຊຽນຄັ້ງນີ້, ລວມມີ 83 ຮ້ານ. ໃນນັ້ນ, ຮ້ານຈາກສປປລາວ 34 ຮ້ານ (ກະຊວງ ຖວທ 12 ຮ້ານ, ພະເເນກ ຖວທ ແຂວງຈຳປາສັກ 2 ຮ້ານ, ທຸລະກິດທ່ອງທ່ຽວ ເເລະ ໂຮງເເຮມ 10 ຮ້ານ, ບໍລິສັດລາວ ໂທລະຄົມ 6 ຮ້ານ, ທະນາຄານການ ຄ້າຕ່າງປະເທດລາວ 2 ຮ້ານ, ທະ ນາຄານພົງສະຫວັນ 2 ຮ້ານ). ນອກນັ້ນ, ຍັງມີຮ້ານຈາກປະເທດ ກຳປູເຈຍ ມີ 6 ຮ້ານ, ອິນໂດເນເຊຍ ເພີ່ມຄວາມຮູ້... ໝາຍ; ການໂຄສະນາເຜີຍແຜ່, ການ ປະເມີນຜົນການຈັດຕັ້ງປະຕິບັດກົດ ໝາຍ ເພື່ອເປັນເສນາທິການທາງ ດ້ານວຽກງານດັ່ງກ່າວ ໃຫ້ການນໍາ ຂອງຕົນ ໄດ້ຢ່າງມີຄຸນນະພາບສູງ ແລະ ສາມາດນໍາເອົາບົດຮຽນດັ່ງ ກ່າວໄປໝູນໃຊ້ເຂົ້າໃນການປະຕິ ບັດໜ້າທີ່ວຽກງານຕົວຈິງໄດ້ຢ່າງ ມີປະສິດທິຜົນ ແລະ ເຮັດໃຫ້ການປະ ສານງານໃນການຈັດຕັ້ງປະຕິບັດ ວຽກງານການສ້າງ ແລະ ປັບປຸງ ກົດໝາຍ, ນິຕິກຳໃຕ້ກົດໝາຍ; ການ ໂຄສະນາເຜີຍແຜ່, ການປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍລະ ຫວ່າງກຳມາທິການຍຸຕິທຳ, ກຳ ມາທິການ ປກຊ-ປກສ ກັບອົງການ ທີ່ກ່ຽວຂ້ອງໃຫ້ມີຄວາມຖືກຕ້ອງ ຕາມກົດໝາຍກໍານົດ ແລະ ໄປຕາມ ທິດທາງລວງດຽວກັນ. ຊຸດອົບຮົມຄັ້ງນີ້, ໄດ້ຮັບຟັງການ ສະເໜີຫົວຂໍ້ຄື: ຍົກສູງວຽກງານ ສ້າງ ແລະ ປັບປຸງກົດໝາຍ, ນິຕິກຳ ໃຕ້ກົດໝາຍຂົງເຂດວຽກງານປ້ອງ ກັນ ຊາດ-ປ້ອງກັນຄວາມ; ບົດຮຽນ ການສ້າງ ແລະ ປັບປຸງກົດໝາຍວ່າ ດ້ວຍການແກ້ໄຂຄຳຮ້ອງທຸກ ແລະ ການຜັນຂະຫຍາຍເນື້ອໃນບັນດາ ມາດຕາຂອງກົດໝາຍອອກເປັນ ນິຕິກຳໃຕ້ກົດໝາຍ; ບົດຮຽນກ່ຽວ ກັບຂັ້ນຕອນ ແລະ ວິທີການປະເມີນ ຜົນການຈັດຕັ້ງປະຕິບັດກົດໝາຍ ຂົງເຂດວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ. ພ້ອມກັນ ນັ້ນ, ຍັງໄດ້ຮັບຟັງການເຜີຍແຜ່ຄຳ ແນະນຳວ່າດ້ວຍການສະຫລຸບຕີລາ ຄາການໂຄສະນາເຜີຍແຜ່ກົດໝາຍ, ຄຳແນະນຳການສ້າງແຜນການ ສ້າງ ແລະ ປັບປຸງກົດໝາຍໄລຍະ 2026-2030, ມະຕິຂອງຄະນະ ປະຈຳສະພາແຫ່ງຊາດ ວ່າດ້ວຍ ການຕິດຕາມກວດກາການຜັນຂະ ຫຍາຍມາດຕາຂອງກົດໝາຍທີ່ ກຳນົດໃຫ້ອອກເປັນນິຕິກຳໃຕ້ ກົດໝາຍ. ທ່ານ ຄຳແພງ ວິລະພັນ ຮຽກ ຮ້ອງໃຫ້ຄະນະນຳ, ສະມາຊິກສະພາ ແຫ່ງຊາດ, ສະມາຊິກສະພາປະຊາ ຊົນແຂວງ, ຜູ້ແທນກອງປະຊຸມ ຈົ່ງ ນໍາໃຊ້ສິດປະຊາທິປະໄຕ ແລະ ເຊີດ ຊູຄວາມຮັບຜິດຊອບການເມືອງ ຂອງຕົນຕໍ່ກັບບັນດາເນື້ອໃນທີ່ນຳ ມາຄົ້ນຄວ້າ, ແລກປ່ຽນຄຳເຫັນ ແລະ ເຊື່ອມຊຶມຢ່າງກົງໄປກົງມາ ດ້ວຍເຫດ, ດ້ວຍຜົນ ເພື່ອເຮັດໃຫ້ ເນື້ອໃນຕ່າງໆນັ້ນ ສາມາດນຳໄປ ຈັດຕັ້ງຜັນຂະຫຍາຍເຂົ້າສູ່ໜ້າທີ່ ວຽກງານໃນຕໍ່ໜ້າ ໃຫ້ມີຜົນສຳເລັດ ຫລາຍຂຶ້ນກວ່າເກົ່າ ເພື່ອຮັບປະ ກັນສິດສະເໝີພາບຕໍ່ໜ້າກົດໝາຍ ຂອງປະຊາຊົນ ເຮັດໃຫ້ສັງຄົມມີ ຄວາມສະຫງົບເປັນລະບຽບຮຽບ ຮ້ອຍ, ເຮັດໃຫ້ການຄຸ້ມຄອງລັດຄຸ້ມ ຄອງເສດຖະກິດ-ສັງຄົມມີຄວາມ ຍຸຕິທຳ ແລະ ໂປ່ງໃສ. ຂ່າວ: ສຸພາວັນ 6 ຮ້ານ, ມາເລເຊຍ 4 ຮ້ານ, ມຽນ ມາ 2 ຮ້ານ, ຟີລິບປິນ 9 ຮ້ານ, ໄທ 4 ຮ້ານ, ຫວຽດນາມ 6 ຮ້ານ, ວາລະ ສານທຣາໂວວິກລີເອເຊຍສິງກະ ໂປ 2 ຮ້ານ. ໃນໂອກາດດຽວກັນ, ຄະນະກຳ ມະການຈັດງານວາງສະແດງທ່ອງ ທ່ຽວອາຊຽນ ຍັງໄດ້ເຊື້ອເຊີນເອົາ ຜູ້ປະກອບການທຸລະກິດຂະໜາດ ນ້ອຍຂອງລາວເຂົ້າຮ່ວມ ເພື່ອເປັນ ການນຳສະເໜີ ແລະ ສົ່ງເສີມການ ຂາຍສິນຄ້າຜະລິດຕະພັນກາເຟ ລາວ, ຊາ, ອາຫານເບົ່າ, ເຄື່ອງຫັດ ຖະກຳຈຳນວນໜຶ່ງ ທີ່ ສປປ ລາວ ຜະລິດເອງ. ຂ່າວ: ທະນູທອງ ມາທິການຍຸຕິທຳ ແລະ ທ່ານ ພົຕ ວົງສັກ ພັນທະວົງ ປະທານກຳມາທິ ການປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ສະພາແຫ່ງຊາດ ໂດຍມີ ຮອງປະທານກຳມາທິການຍຸຕິທຳ, ຮອງປະທານກຳມາທິການ ປກຊປກສ, ປະທານ-ຮອງປະທານຄະ ນະກຳມະການຍຸຕິທຳ ແລະ ປກຊປກສ ຈາກ 18 ເຂດເລືອກຕັ້ງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ຊຸດຝຶກອົບຮົມໃນຄັ້ງນີ້, ແນໃສ່ ສ້າງຄວາມຮັບຮູ້ເຂົ້າໃຈຢ່າງເລິກ ເຊິ່ງກ່ຽວກັບວຽກງານການສ້າງ ແລະປັບປຸງກົດໝາຍ, ນິຕິກຳໃຕ້ກົດ

RkJQdWJsaXNoZXIy MTc3MTYxMQ==