ltgs]u ,lts]v';a olh k'8A 'dv'ma [xt-k-q o]k; 7q [Iv[ 75 xu lv'dv'ma []k; c]t ia fg-p d;fdkdkogda [d6 h ]tg[u f[+ ma oc8d ]a f4t,q o8u 4;m 8y f8k,lt4komuj 9a f'ko;k'ltcf'mj v'mj P;vk-Po 78r s;o7n o;a olh k'8A 'dv'ma [xt-k-q o]k; c]t ;a ogdu fxtmko 7ew8 lu ra ofvo 7q [Iv[ 100 xu gru j ,7;k,I6 h ;Pd'ko lh k'{xa [x5 'dq f\kp c]t oy 8y de.8h dq f\kp ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 22.01.2024 ປີທີ 23 ສະບັບທີ 5.855 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ oE.9;a omu 20 ,a 'dvo \A opn o K ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ຂປລ. ກຳມາທິການຍຸຕິທໍາຮ່ວມ ກັບກຳມາທິການປ້ອງກັນຊາດ- ປ້ອງກັນຄວາມສະຫງົບສະພາແຫ່ງ ຊາດ ຈັດຝຶກອົບຮົມກ່ຽວກັບວຽກ ງານການສ້າງ ແລະ ປັບປຸງກົດ ໝາຍ, ນິຕິກຳໃຕ້ກົດໝາຍ; ການໂຄ ສະນາເຜີຍແຜ່, ການປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍໃຫ້ ແກ່ພະນັກງານ-ວິຊາການຍຸຕິທຳ, ປກຊ-ປກສ ຂອງ ສພຂ, ສພຊ ແລະ ອົງການທີ່ກ່ຽວຂ້ອງ ໃນລະຫວ່າງ ວັນທີ 18-19 ມັງກອນ 2024 ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳແພງ ວິລະພັນ ປະທານກຳ ຂປລ. ພິທີມອບຂໍ້ຕົົກລົງວ່າ ດ້ວຍການໃຫ້ນາມມະຍົດພົນລະ ເມືອງ ກິດຕິມະສັກຂອງ ສປປ ລາວ ໃຫ້ແກ່ທ່ານ ກູ້ເຫວີຍ ປະທານ ຂປລ. ໃນວັນທີ 19 ມັງກອນ 2024 ນີ້, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທັງເປັນຫົວ ]a f4t[ko]k; ,v[0= 8q d]q '.sh rq o]tg,n v'dy f8y ,tla d0v' lxx ]k; h ທ່ານ ສອນໄຊ ສີພັນດອນ (ຂວາ) ກຸ່ມບໍລິສັດຮົງກົງທຽນຊື ຈຳກັດ (ນັກລົງທຶນ ສປ ຈີນ) ຈັດຂຶ້ນໃນ ວັນທີ 19 ມັງກອນ 2024 ໂດຍ ໜ້າຄະນະຊີ້ນຳລວມການຈັດງານ ມະຫະກຳການທ່ອງທ່ຽວອາຊຽນ 2024 ພ້ອມຄະນະເຄື່ອນໄຫວຕິດ ຕາມສະຖານທີ່ຈັດງານວາງສະ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ພ້ອມດ້ວຍການນຳພັກ-ລັດ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ແລະ ສຸສານນັກຮົບປະຕິວັດ (ຫລັກ24) ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ທີ່ຫໍປະຊຸມແຫ່ງຊາດ ຍິງບັ້ງໄຟດອກ ສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຢູ່ຊັ້ນດ່ານຟ້າຂອງອາຄານໂຄງການລາດສະວົງ ພັດທະນາ ນະຄອນຫລວງວຽງຈັນ ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສູນທອນພົດຕໍ່ພິທີໂຮມຊຸມນຸມ ຂປລ. ຄະນະພົວພັນຕ່າງປະ ເທດສູນກາງພັກ (ຄຕພ) ຈັດປາ ຖະກະຖາ ວັນສ້າງຕັ້ງກອງທັບປະ ຊາຊົນລາວຄົບຮອບ75ປີ(20/1/ 1949-20/1/2024) ແລະ ວັນ ເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (8/2/19248/2/2024) ໃນວັນທີ 18 ມັງ ກອນ 2023 ໂດຍມີບັນດາຄະນະ ພັກ, ຄະນະກົມ, ພະແນກ ແລະ ພະ ນັກງານທົ່ວຄະນະພົວພັນຕ່າງປະ ອ່ານຕໍ່ໜ້າ 2 ເທດສູນກາງພັກ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົວ ຜາລົມ ລິນທອງ ອະດີດກຳມະການຄະນະ ປະຈຳພັກ ກະຊວງປ້ອງກັນປະ ເທດ, ອະດີດຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ, ປະທານສະ ຫະພັນນັກຮົບເກົ່ານະຄອນຫລວງ ວຽງຈັນ ໄດ້ຍົກເຫັນສະພາບແວດ ລ້ອມກ່ອນການສ້າງຕັ້ງກອງທັບ, ການກຳເນີດ, ຄວາມຈຳເປັນພາວະ
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 22/01/2024 xtgmf]k; ລັດຖະມົນຕີ ກະຊວງ ຖວທ... ສະເຫລີມສະຫລອງ.... ລັດຖະບານລາວ ມອບ... ຂປລ. ໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 75 ປີ ໄດ້ມີພິທີສະຫລອງວັນສຳ ຄັນດັ່ງກ່າວດ້ວຍຫລາຍກິດຈະກຳ ໃນຂອບເຂດທົ່ວປະເທດ ໃນນັ້ນເພື່ອ ເປັນການຈາລຶກບຸນຄຸນ ແລະ ຄຸນ ງາມຄວາມດີຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດທີ່ເສຍ ສະລະຊີວິດໃນການຕໍ່ສູ້ປົດປ່ອຍປະ ເທດຊາດ ວັນທີ 19 ມັງກອນ 2024 ນີ້, ຄະນະບໍລິຫານງານສູນກາງພັກ ແລະຄະນະກະຊວງປ້ອງກັນປະເທດ ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງປ້ອງ ກັນປະເທດ ພ້ອມດ້ວຍການນຳພັກ- ລັດ ໄດ້ເຂົ້າວາງພວງມາລາຢູ່ອະນຸ ສາວະລີນັກຮົບນິລະນາມ (ດາວ ແດງ) ແລະ ສຸສານນັກຮົບປະຕິວັດ (ຫລັກ24) ເພື່ອເປັນການສະແດງ ເຖິງຄວາມເຄົາລົບຮັກ, ຄວາມກະ ຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະລະຊີວິດ, ເລືອດເນື້ອ ເພື່ອ ພາລະກິດປະຕິວັດ ຢ່າງອົງອາດກ້າ ຫານພາຍໃຕ້ການຊີ້ນຳ-ນຳພາຂອງ ພັກປະຊາຊົນປະຕິວັດລາວ ຈົນສາ ມາດຍາດໄດ້ໄຊຊະນະ ແລະປະກາດ ເອກະລາດ, ສະຖາປະນາເປັນສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນ ວັນທີ 2 ທັນວາ 1975. ພາຍຫລັງສຳເລັດການວາງ ພວງມາລາທີ່ອະນຸສາວະລີ ນັກຮົບນິ ລະນາມ ແລະ ສຸສານນັກຮົບປະຕິ ວັດ (ຫລັກ24)ແລ້ວ, ຄະນະການ ນຳພັກ-ລັດ ໄດ້ສືບຕໍ່ໄປວາງກະຕ່າ ດອກໄມ້ ຢູ່ຕໍ່ໜ້າອະນຸສາວະລີປະ ທານໄກສອນ ພົມວິຫານ ອະດີດຜູ້ ນຳທີ່ແສນເຄົາລົບຮັກ ຂອງປວງຊົນ ລາວທັງຊາດ ເພື່ອສະແດງຄວາມ ຄວາມເຄົາລົບຮັກ ແລະ ກະຕັນຍູຮູ້ ບຸນຄຸນຢ່າງເລິກເຊິ່ງເຖິງຜົນງານ, ການເສຍສະລະ ແລະ ຄຸນງາມ ຄວາມດີ ຂອງ ປະທານ ໄກສອນ ພົມວິຫານ ນັກຮົບປະຕິວັດ, ຜູ້ນຳທີ່ ແສນເຄົາລົບຮັກຂອງປວງຊົນລາວ ທັງຊາດ ທີ່ໄດ້ອຸທິດຕົນໃນພາລະ ກິດປະຕິວັດ,ໄດ້ສຸມທຸກສະຕິປັນ ຍາ ແລະ ຄວາມຮູ້ຄວາມສາມາດ ຂອງຕົນ ເຂົ້າໃນພາລະກິດປົດປ່ອຍ ຊາດ ຕະຫລອດຫລາຍທົດສະວັດ ອັນຍືດເຍື້ອຍາວນານ ຈົນສາມາດ ຍາດໄດ້ໄຊຊະນະຢ່າງສົມບູນ, ນຳ ພາປະຊາຊົນ ປະຕິບັດພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ມີຜົນສຳເລັດ. ພ້ອມດຽວກັນກໍໄດ້ຈັດພິທີໂຮມ ຊຸມນຸມສະເຫລີມສະຫລອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ(20 ມັງກອນ 1949-20 ມັງ ກອນ 2024) ທີ່ຫໍປະຊຸມແຫ່ງຊາດ ໂດຍການເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະ ຊາຊົນປະຕິວັດລາວ, ປະທານປະ ເທດ ແຫ່ງສປປ ລາວ, ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກໍາມະ ການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງປ້ອງກັນປະເທດ, ມີບັນດາ ສະຫາຍການນໍາ, ອະດີດການນໍາ ພັກ-ລັດ, ພະນັກງານ-ນັກຮົບໃນທົ່ວ ກອງທັບ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແລະຮັບຊົມວິດີໂອມູນເຊື້ອ ຂອງກອງທັບປະຊາຊົນລາວ,ການ ສະແດງສິລະປະ, ຮ້ອງເພງ ແລະ ລະຄອນສັ້ນທີ່ສະແດງເຖິງການ ກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງທັບປະຊາຊົນລາວ ຕະຫລອດ ໄລຍະ 75 ປີ. ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສູນທອນພົດຕໍ່ພິທີ ດັ່ງກ່າວ ເຊິ່ງມີເນື້ອໃນບາງຕອນວ່າ: ກ່ອນການກຳເນີດກໍາລັງປະກອບ ອາວຸດ ກ່ອນນີ້ 75 ປີນັ້ນ, ແມ່ນເຫດ ການສໍາຄັນປະຫວັດສາດຂອງຊາດ ລາວຍຸກໃໝ່, ທັງເປັນບາດລ້ຽວທີ່ມີ ຄວາມໝາຍສໍາຄັນ ສໍາລັບການເຕີບ ໃຫຍ່ເຂັ້ມແຂງ ແລະ ຕັດສິນໄຊຊະ ນະຂອງຂະບວນການປະຕິວັດຢູ່ປະ ເທດເຮົາ ພາຍໃຕ້ການນໍາພາ-ຊີ້ນໍາ ຮອບດ້ານ, ເດັດຂາດ, ໂດຍກົງຂອງ ພັກ. ການກໍ່ຕັ້ງກອງທັບ ໃນວັນທີ 20 ມັງກອນ 1949 ນັ້ນ ເປັນໝັດໄຟ ນ້ອຍໆໜຶ່ງທີ່ເປັນຈຸດເລີ່ມຂອງທວນ ໄຟທີ່ມີລັດສະໝີເປັ່ງປະກາຍອອກ ແລະ ກາຍເປັນທວນໄຟທີ່ບໍ່ສະເພາະ ແຕ່ບໍ່ມີເວລາດັບມອດເທົ່ານັ້ນ ແຕ່ ໄດ້ແຜ່ກະຈາຍເປັນວົງກວ້າງໃຫຍ່ ໄພສານ ຈົນສາມາດດັບມອດຄວາມ ໂຫດຮ້າຍປ່າເຖື່ອນທີ່ມີຢູ່ໃນປະເທດ ຊາດ ໄດ້ຢ່າງສິ້ນເຊີງ, ຖ້າທົບທວນ ຄືນເສັ້ນທາງກ້າວເດີນຂອງກອງ ທັບອາດເວົ້າໄດ້ວ່າ: ໃນເບື້ອງຕົ້ນ ຂອງການສ້າງຕັ້ງກອງທັບ ໄດ້ເລີ່ມ ຈາກສອງຝາມືເປົ່າ, ກຳລັງພົນ ໜ້ອຍຢູ່ແລ້ວ, ການປະກອບອາວຸດ ຍຸດໂທປະກອນກໍເກືອບບໍ່ມີ, ຖ້າມີກໍ ມີແບບປະຖົມປະຖານ ແລະ ຂາດ ເຂີນທີ່ສຸດ, ການຕໍ່ສູ້ຈຶ່ງໄດ້ເລີ່ມຈາກ ການໃຊ້ຮູບການເຄື່ອນໄຫວແບບ ກອງໂຄສະນາປະກອບອາວຸດດ້ວຍ ຍຸດທະການລັດຕີ, ຫລອນຕີຍາດ ເອົາອາວຸດຂອງສັດຕູ ຈົນມີນິຍາຍ ເລື່ອງສັ້ນ ທີ່ສ່ອງແສງເຖິງເຫດການ ຄວາມເປັນຈິງເຫດການໜຶ່ງ ໃນ ຫລາຍເຫດການ ຂອງວິທີທາງຕໍ່ສູ້ ຂອງນັກຮົບໃນເວລານັ້ນ ເຊິ່ງຂຽນ ໂດຍ ສະຫາຍ ຄໍາມາ ພົມກອງ ທີ່ມີ ຊື່ວ່າ: “ໃຊ້ເຂົ້າຕົ້ມ ຈີ້ເອົາປືນ”. ເຖິງ ວ່າຈຸດເລີ່ມຈະອ່ອນນ້ອຍປານໃດກໍ ຕາມ, ແຕ່ວ່າການປະຕິບັດພາລະກິດ ຂອງກອງທັບຊໍ້າພັດໄດ້ຮັບການສະ ໜັບສະໜູນ, ອຸ້ມຊູຊ່ວຍເຫລືອ ແລະ ເຂົ້າຮ່ວມ ນັບມື້ນັບກວ້າງຂວາງ ຈາກມະຫາຊົນຈຶ່ງເຮັດໃຫ້ກຳລັງ ປະກອບອາວຸດ ເຕີບໃຫຍ່ເຂັ້ມແຂງ ຂຶ້ນຢ່າງໄວວາ ແລະ ເປັນແມ່ແຮງ ປຸກລະດົມຊຸກຍູ້ຂະບວນການຕໍ່ສູ້ ຂອງປະຊາຊົນ ໃຫ້ເຕີບໃຫຍ່ຂະ ຫຍາຍຕົວເປັນກ້າວໆມາ. ກອງທັບ ຈຶ່ງສາມາດເປັນກອງກຳລັງຫລັກ ແຫລ່ງແກ່ນສານຂອງກຳລັງການ ເມືອງປະຕິວັດ; ເປັນກອງກຳລັງທີ່ມີ ອຸດົມການ, ມີມານະຈິດປະຕິວັດອັນ ເດັດດ່ຽວ ແລະ ມີເປົ້າໝາຍສູ້ຮົບທີ່ ສູງສົ່ງຈະແຈ້ງ, ຍາມໃດກໍຕິດແທດ ກັບຮາກຖານປະຊາຊົນ, ຍຶດໝັ້ນ ແລະ ເສີມຂະຫຍາຍທາດແທ້ປະຊາ ຊົນ, ທັງເຮັດໜ້າທີ່ຕີສັດຕູ, ທັງສ້າງ ຄວາມສະໜິດຕິດພັນກັບປະຊາຊົນ, ໂຄສະນາປຸກລະດົມຂົນຂວາຍປະ ຊາຊົນກໍ່ສ້າງຮາກຖານການປະຕິ ວັດ, ເປີດກວ້າງຖານທີ່ໝັ້ນຂອງ ການປະຕິວັດ ນັບມື້ນັບກວ້າງຂວາງ ອອກ. ກອງທັບເຮົາມີມູນເຊື້ອໃນ ການເພີ່ມພູນຜະລິດຜົນກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ.ຈາກນັ້ນ,ຈຶ່ງໄດ້ຮັບການປັບປຸງ ແລະ ພັດທະນາ ໃຫ້ເຕີບໃຫຍ່, ເຂັ້ມ ແຂງຂຶ້ນທັງທາງດ້ານຈຳນວນແລະ ຄຸນນະພາບ, ກາຍເປັນກອງທັບທີ່ມີ ຫລາຍກົມກອງເຫລົ່າຮົບທີ່ມີຄວາມ ສາມາດ ແລະ ມີຄວາມຊໍານິຊຳນານ ດ້ານສິລະປະຍຸດ-ຍຸດທະວິທີ ແລະ ການນໍາໃຊ້ອາວຸດນາໆຊະນິດ ທີ່ທັນ ສະໄໝຂຶ້ນ, ຈຶ່ງເປັນກຳລັງແຮງສູ້ຮົບ ທີ່ຍິ່ງຕີກໍ່ຍິ່ງໄດ້ໄຊຊະນະ, ຍິ່ງຕີກໍ່ຍິງ ເຕີບໃຫຍ່, ຍິ່ງຕີກໍ່ຍິ່ງເຂັ້ມແຂງ-ອົງ ອາດກ້າແກ່ນຂຶ້ນຢ່າງບໍ່ຢຸດຢັ້ງ. ນັບ ແຕ່ມື້ສ້າງຕັ້ງກອງທັບປະຊາຊົນ ລາວ ມາຮອດປັດຈຸບັນການເວລາ ໄດ້ໝູນວຽນໄປ 75 ປີແລ້ວ, ແຕ່ວິ ລະກຳອັນລ້ຳເລີດ, ຜົນງານ, ການ ຕໍ່ສູ້ມີໄຊຂອງກອງທັບຍາມໃດກໍຍັງ ສົດໆຮ້ອນໆແລະ ຝັງເລິກຢູ່ໃນຊີວິດ ຈິດໃຈຂອງພວກເຮົາ ແລະ ຮຸ່ນຄົນ ສືບທອດຕະຫລອດໄປ. ສະຫາຍ ທອງລຸນ ສີສຸລິດ ຍັງ ກ່າວອີກວ່າ:ສໍາລັບການຈັດພິທີໂຮມ ຊຸມນຸມສະເຫລີມສະຫລອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບຮອບ 75ປີຄັ້ງນີ້, ຍັງເປັນການລະນຶກເຖິງ ວັນປະຫວັດສາດທີ່ມີຄວາມໝາຍ- ສໍາຄັນ. ຂ້າພະເຈົ້າຕາງໜ້າໃຫ້ພັກລັດ, ແນວລາວສ້າງຊາດ ແລະ ກອງ ທັບປະຊາຊົນລາວ ສະແດງຄວາມ ຍ້ອງຍໍສັນລະເສີນ ແລະ ຄວາມກະ ຕັນຍູຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຜົນ ງານການອຸທິດອັນໃຫຍ່ຫລວງຂອງ ບັນດາອະດີດການນໍາພັກ-ລັດ, ພະ ນັກງານ, ນັກຮົບ, ວິລະຊົນແຫ່ງ ຊາດ, ນັກຮົບແຂ່ງຂັນ, ຜູ້ເສຍອົງ ຄະ ແລະ ຄອບຄົວຂອງຜູ້ເສຍສະລະ ຊີວິດ ເພື່ອໄຊຊະນະແລະຜົນສຳເລັດ ຂອງກອງທັບ ກໍຄືຂອງຊາດ ແລະ ການປະຕິວັດ. ໂອກາດນີ້, ວັນທີ 20 ມັງກອນ 2024 ນີ້, ກະຊວງປ້ອງກັນປະເທດ ຮ່ວມກັບບໍລິສັດ ລາດສະວົງ ພັດ ທະນາ ຈຳກັດຈັດກິດຈະກຳຍິງບັ້ງ ໄຟດອກ ຢູ່ຊັ້ນດ່ານຟ້າຂອງອາຄານ ໂຄງການລາດສະວົງ ພັດທະນານະ ຄອນຫລວງວຽງຈັນ ເພື່ອສະເຫລີມ ສະຫລອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 75 ປີ ໂດຍມີ ນາຍ ແລະ ພົນທະຫານ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງ ແລະ ມວນຊົນ ຊາວນະຄອນຫລວງວຽງຈັນ ເຂົ້າ ຮ່ວມຮັບຊົມ. ຂ່າວ: ສົມຫວັງ , ພາບ: ອ່າຍຄໍາ ການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ, ມີຮອງລັດຖະມົນຕີ, ພ້ອມ ດ້ວຍຜູ້ຕາງໜ້າກະຊວງ-ອົງການ, ນະຄອນຫລວງວຽງຈັນ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນ ສັກຂີພິຍານ. ໃນພິທີ, ທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ຜ່ານຂໍ້ຕົກລົງຂອງນາຍົກລັດຖະ ມົນຕີ ວ່າດ້ວຍການໃຫ້ນາມມະຍົດ ພົນລະເມືອງກິດຕິມະສັກຂອງ ສປປ ລາວ ໃຫ້ແກ່ທ່ານ ກູ້ເຫວີຍ ປະທານ ກຸ່ມບໍລິສັດ ຮົງກົງທຽນຊື ຈຳກັດ ເຊິ່ງທ່ານ ກູ້ເຫວີຍ ໄດ້ຮັບ ອະນຸຍາດດໍາເນີນທຸລະກິດ ສໍາປະ ທານການສົ່ງເສີມກະສິກໍາປູກຝັງ- ລ້ຽງສັດແລະການຂຸດຄົ້ນສໍາຫລວດ ບໍ່ແຮ່ຢູ່ສປປລາວແຕ່ປີ2011 ເຖິງ ປັດຈຸບັນ. ການລົງທຶນດັ່ງກ່າວ, ໄດ້ ປະກອບສ່ວນຊ່ວຍເຫລືອ ແລະ ສະ ໜັບສະໜູນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງສປປລາວ ໂດຍສະເພາະໄດ້ສ້າງວຽກເຮັດງານ ທຳ ກໍຄື ລາຍຮັບໃຫ້ແກ່ປະຊາຊົນ ລາວ ຈຳນວນຫລວງຫລາຍ, ມອບ ພັນທະເຂົ້າງົບປະມານຂອງລັດ ຕາມລະບຽບກົດໝາຍ ແລະ ອື່ນໆ. ພ້ອມກັນນີ້, ໃນໄລຍະຜ່ານມາ ທ່ານ ກູ້ເຫວີຍ ໄດ້ໃຫ້ອຸປະຖໍາຊ່ວຍເຫລືອ ເປັນຈໍານວນເງິນ 5.000.000 ໂດລາສະຫະລັດ ເພື່ອນຳໃຊ້ເຂົ້າໃນ ວຽກງານພັດທະນາເສດຖະກິດສັງຄົມ ຂອງ ສປປ ລາວ. ການຊ່ວຍ ເຫລືອດັ່ງກ່າວ, ໄດ້ປະກອບສ່ວນ ສຳຄັນໃຫ້ແກ່ການເສີມຂະຫຍາຍ ສາຍພົວພັນແລະການຮ່ວມມືລາວຈີນ ໃຫ້ແຕກດອກອອກຜົນ ແລະ ມີ ຄວາມແໜ້ນແຟ້ນຍິ່ງໆຂຶ້ນ. ຕໍ່ຜົນງານການປະກອບສ່ວນ ແລະ ຄຸນງາມຄວາມດີດັ່ງກ່າວ ໂດຍອີງຕາມກົດໝາຍວ່າດ້ວຍສັນ ຊາດລາວ ສະບັບເລກທີ 29/ສພຊ, ລົງວັນທີ 1 ພະຈິກ 2017 ແລະ ດໍາ ລັດວ່າດ້ວຍພົນລະເມືອງກິດຕິມະ ສັກ ຂອງ ສປປ ລາວ ສະບັບເລກ ທີ 279/ລບ, ລົງວັນທີ 9 ສິງຫາ 2022, ພັກ-ລັດຖະບານແຫ່ງສປປ ລາວ ໄດ້ຄົ້ນຄວ້າ, ເຫັນດີອອກຂໍ້ຕົກ ລົງວ່າດ້ວຍການໃຫ້ນາມມະຍົດພົນ ລະເມືອງກິດຕິມະສັກຂອງ ສປປ ລາວ ໃຫ້ແກ່ທ່ານ ກູ້ເຫວີຍ ປະທານ ກຸ່ມບໍລິສັດ ຮົງກົງທຽນຊື ຈຳກັດ ໂດຍໄດ້ຈັດພິທີມອບຂຶ້ນຢ່າງສົມ ກຽດ ເຊິ່ງຕາງໜ້າລັດຖະບານ ແຫ່ງສປປລາວໃຫ້ກຽດມອບຂໍ້ຕົກ ລົງ ໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ. ໂອກາດນີ້, ທ່ານນາຍົກລັດຖະ ມົນຕີ ກໍໄດ້ມີຄຳເຫັນກ່າວບາງ ຕອນວ່າ: ການຊ່ວຍເຫລືອຂອງກຸ່ມ ບໍລິສັດຮົງກົງທຽນຊື ຈຳກັດ ກໍຄື ໃນນາມສ່ວນຕົວຂອງທ່ານກູ້ເຫວີຍ ເປັນການຊ່ວຍເຫລືອ ທີ່ລ້ຳຄ່າ ແລະ ສອດຄ່ອງກັບຄວາມຮຽກຮ້ອງ ຄວາມຕ້ອງການ ໃນການພັດທະນາ ຕົວຈິງ ຂອງ ສປປ ລາວ. ພ້ອມນີ້, ທ່ານຍັງໄດ້ສະເໜີໃຫ້ບໍລິສັດ ຮົງ ກົງທຽນຊືຈຳກັດສືບຕໍ່ດຳເນີນທຸລະ ກິດ ຕິດພັນກັບການສ້າງວຽກເຮັດ ງານທຳໃຫ້ແກ່ປະຊາຊົນລາວບັນ ດາເຜົ່າ ນັບມື້ຫລາຍຂຶ້ນ, ສືບຕໍ່ດຳ ເນີນທຸລະກິດຖືກຕ້ອງສອດຄ່ອງ ກັບກົດໝາຍ ແລະ ລະບຽບການທີ່ ກ່ຽວຂ້ອງ ຂອງ ສປປ ລາວ. ໃນໂອກາດດຽວກັນ, ທ່ານ ກູ້ເຫວີຍ ກໍໄດ້ກ່າວສະແດງຄວາມ ຂອບໃຈຢ່າງສູງ ຕໍ່ພັກ ແລະ ລັດຖະ ບານ ແຫ່ງ ສປປ ລາວ ທີ່ໄດ້ມອ ບນາມມະຍົດພົນລະເມືອງກິດຕິມະ ສັກ ໃຫ້ໃນຄັ້ງນີ້ ເຊິ່ງເປັນກຽດສູງ ສຸດໃນຊີວິດຂອງທ່ານເອງ ແລະ ຈະ ເປັນແຮງກະຕຸ້ນເຮັດໃຫ້ຕົນ ເອງ ຕັ້ງໜ້າອຸທິດຕົນ ເພື່ອປະກອບສ່ວນ ເຂົ້າໃນພາລະກິດສ້າງສາພັດທະນາ ເສດຖະກິດ-ສັງຄົມຂອງ ສປປລາວ ໂດຍໄດ້ໃຫ້ຄຳໝັ້ນສັນຍາວ່າ: ໃນຕໍ່ ໜ້າຈະສືບຕໍ່ຈະທຸ້ມເທເຫື່ອແຮງ, ສະຕິປັນຍາປະຕິບັດພາລະບົດບາດ ແລະ ພັນທະຂອງຕົນປະກອບສ່ວນ ເຂົ້າ ໃນສ້າງສາພັດທະນາປະເທດ ລາວ ທີ່ອຸດົມສົມບູນ ແລະ ສວຍສົດ ງົດງາມໃຫ້ຈະເລີນຮຸ່ງເຮືອງຍິ່ງໆ ຂຶ້ນ. ພາບ: ຂັນໄຊ ແດງທ່ອງທ່ຽວອາຊຽນ ຢູ່ສູນການ ຄ້າລາວ-ໄອເຕັກ ແລະ ສະຖານທີ່ ຈັດກອງປະຊຸມລັດຖະມົນຕີທ່ອງ ທ່ຽວອາຊຽນ ຢູ່ໂຮງແຮມດອນຈັນ ພາເລດ ນະຄອນຫລວງວຽງຈັນ. ໂອກາດດັ່ງກ່າວ, ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາ ການທ່ອງທ່ຽວກະຊວງຖວທລາຍ ງານໃຫ້ຮູ້ກ່ຽວກັບຄວາມພ້ອມ ດ້ານຕ່າງໆຂອງການຈັດງານເຊິ່ງ ງານວາງສະເເດງການທ່ອງທ່ຽວ ອາຊຽນ ຈະຈັດຂຶ້ນໃນລະຫວ່າງ ວັນທີ 22-27 ມັງກອນ 2024 ຢູ່ ສູນການຄ້າ ລາວ-ໄອເຕັກ ນະຄອນ ຫລວງວຽງຈັນ ເຊິ່ງເປັນເວທີໜຶ່ງ ເພື່ອສົ່ງເສີມການພົບປະຊື້-ຂາຍ ລາຍການທ່ອງທ່ຽວ ພາຍໃນອາ ຊຽນ ເເລະບັນດາປະເທດໃນທົ່ວມູມ ໂລກ. ງານວາງສະແດງການທ່ອງ ທ່ຽວອາຊຽນຄັ້ງນີ້, ລວມມີ 83 ຮ້ານ. ໃນນັ້ນ, ຮ້ານຈາກສປປລາວ 34 ຮ້ານ (ກະຊວງ ຖວທ 12 ຮ້ານ, ພະເເນກ ຖວທ ແຂວງຈຳປາສັກ 2 ຮ້ານ, ທຸລະກິດທ່ອງທ່ຽວ ເເລະ ໂຮງເເຮມ 10 ຮ້ານ, ບໍລິສັດລາວ ໂທລະຄົມ 6 ຮ້ານ, ທະນາຄານການ ຄ້າຕ່າງປະເທດລາວ 2 ຮ້ານ, ທະ ນາຄານພົງສະຫວັນ 2 ຮ້ານ). ນອກນັ້ນ, ຍັງມີຮ້ານຈາກປະເທດ ກຳປູເຈຍ ມີ 6 ຮ້ານ, ອິນໂດເນເຊຍ ເພີ່ມຄວາມຮູ້... ໝາຍ; ການໂຄສະນາເຜີຍແຜ່, ການ ປະເມີນຜົນການຈັດຕັ້ງປະຕິບັດກົດ ໝາຍ ເພື່ອເປັນເສນາທິການທາງ ດ້ານວຽກງານດັ່ງກ່າວ ໃຫ້ການນໍາ ຂອງຕົນ ໄດ້ຢ່າງມີຄຸນນະພາບສູງ ແລະ ສາມາດນໍາເອົາບົດຮຽນດັ່ງ ກ່າວໄປໝູນໃຊ້ເຂົ້າໃນການປະຕິ ບັດໜ້າທີ່ວຽກງານຕົວຈິງໄດ້ຢ່າງ ມີປະສິດທິຜົນ ແລະ ເຮັດໃຫ້ການປະ ສານງານໃນການຈັດຕັ້ງປະຕິບັດ ວຽກງານການສ້າງ ແລະ ປັບປຸງ ກົດໝາຍ, ນິຕິກຳໃຕ້ກົດໝາຍ; ການ ໂຄສະນາເຜີຍແຜ່, ການປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍລະ ຫວ່າງກຳມາທິການຍຸຕິທຳ, ກຳ ມາທິການ ປກຊ-ປກສ ກັບອົງການ ທີ່ກ່ຽວຂ້ອງໃຫ້ມີຄວາມຖືກຕ້ອງ ຕາມກົດໝາຍກໍານົດ ແລະ ໄປຕາມ ທິດທາງລວງດຽວກັນ. ຊຸດອົບຮົມຄັ້ງນີ້, ໄດ້ຮັບຟັງການ ສະເໜີຫົວຂໍ້ຄື: ຍົກສູງວຽກງານ ສ້າງ ແລະ ປັບປຸງກົດໝາຍ, ນິຕິກຳ ໃຕ້ກົດໝາຍຂົງເຂດວຽກງານປ້ອງ ກັນ ຊາດ-ປ້ອງກັນຄວາມ; ບົດຮຽນ ການສ້າງ ແລະ ປັບປຸງກົດໝາຍວ່າ ດ້ວຍການແກ້ໄຂຄຳຮ້ອງທຸກ ແລະ ການຜັນຂະຫຍາຍເນື້ອໃນບັນດາ ມາດຕາຂອງກົດໝາຍອອກເປັນ ນິຕິກຳໃຕ້ກົດໝາຍ; ບົດຮຽນກ່ຽວ ກັບຂັ້ນຕອນ ແລະ ວິທີການປະເມີນ ຜົນການຈັດຕັ້ງປະຕິບັດກົດໝາຍ ຂົງເຂດວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ. ພ້ອມກັນ ນັ້ນ, ຍັງໄດ້ຮັບຟັງການເຜີຍແຜ່ຄຳ ແນະນຳວ່າດ້ວຍການສະຫລຸບຕີລາ ຄາການໂຄສະນາເຜີຍແຜ່ກົດໝາຍ, ຄຳແນະນຳການສ້າງແຜນການ ສ້າງ ແລະ ປັບປຸງກົດໝາຍໄລຍະ 2026-2030, ມະຕິຂອງຄະນະ ປະຈຳສະພາແຫ່ງຊາດ ວ່າດ້ວຍ ການຕິດຕາມກວດກາການຜັນຂະ ຫຍາຍມາດຕາຂອງກົດໝາຍທີ່ ກຳນົດໃຫ້ອອກເປັນນິຕິກຳໃຕ້ ກົດໝາຍ. ທ່ານ ຄຳແພງ ວິລະພັນ ຮຽກ ຮ້ອງໃຫ້ຄະນະນຳ, ສະມາຊິກສະພາ ແຫ່ງຊາດ, ສະມາຊິກສະພາປະຊາ ຊົນແຂວງ, ຜູ້ແທນກອງປະຊຸມ ຈົ່ງ ນໍາໃຊ້ສິດປະຊາທິປະໄຕ ແລະ ເຊີດ ຊູຄວາມຮັບຜິດຊອບການເມືອງ ຂອງຕົນຕໍ່ກັບບັນດາເນື້ອໃນທີ່ນຳ ມາຄົ້ນຄວ້າ, ແລກປ່ຽນຄຳເຫັນ ແລະ ເຊື່ອມຊຶມຢ່າງກົງໄປກົງມາ ດ້ວຍເຫດ, ດ້ວຍຜົນ ເພື່ອເຮັດໃຫ້ ເນື້ອໃນຕ່າງໆນັ້ນ ສາມາດນຳໄປ ຈັດຕັ້ງຜັນຂະຫຍາຍເຂົ້າສູ່ໜ້າທີ່ ວຽກງານໃນຕໍ່ໜ້າ ໃຫ້ມີຜົນສຳເລັດ ຫລາຍຂຶ້ນກວ່າເກົ່າ ເພື່ອຮັບປະ ກັນສິດສະເໝີພາບຕໍ່ໜ້າກົດໝາຍ ຂອງປະຊາຊົນ ເຮັດໃຫ້ສັງຄົມມີ ຄວາມສະຫງົບເປັນລະບຽບຮຽບ ຮ້ອຍ, ເຮັດໃຫ້ການຄຸ້ມຄອງລັດຄຸ້ມ ຄອງເສດຖະກິດ-ສັງຄົມມີຄວາມ ຍຸຕິທຳ ແລະ ໂປ່ງໃສ. ຂ່າວ: ສຸພາວັນ 6 ຮ້ານ, ມາເລເຊຍ 4 ຮ້ານ, ມຽນ ມາ 2 ຮ້ານ, ຟີລິບປິນ 9 ຮ້ານ, ໄທ 4 ຮ້ານ, ຫວຽດນາມ 6 ຮ້ານ, ວາລະ ສານທຣາໂວວິກລີເອເຊຍສິງກະ ໂປ 2 ຮ້ານ. ໃນໂອກາດດຽວກັນ, ຄະນະກຳ ມະການຈັດງານວາງສະແດງທ່ອງ ທ່ຽວອາຊຽນ ຍັງໄດ້ເຊື້ອເຊີນເອົາ ຜູ້ປະກອບການທຸລະກິດຂະໜາດ ນ້ອຍຂອງລາວເຂົ້າຮ່ວມ ເພື່ອເປັນ ການນຳສະເໜີ ແລະ ສົ່ງເສີມການ ຂາຍສິນຄ້າຜະລິດຕະພັນກາເຟ ລາວ, ຊາ, ອາຫານເບົ່າ, ເຄື່ອງຫັດ ຖະກຳຈຳນວນໜຶ່ງ ທີ່ ສປປ ລາວ ຜະລິດເອງ. ຂ່າວ: ທະນູທອງ ມາທິການຍຸຕິທຳ ແລະ ທ່ານ ພົຕ ວົງສັກ ພັນທະວົງ ປະທານກຳມາທິ ການປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ສະພາແຫ່ງຊາດ ໂດຍມີ ຮອງປະທານກຳມາທິການຍຸຕິທຳ, ຮອງປະທານກຳມາທິການ ປກຊປກສ, ປະທານ-ຮອງປະທານຄະ ນະກຳມະການຍຸຕິທຳ ແລະ ປກຊປກສ ຈາກ 18 ເຂດເລືອກຕັ້ງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ຊຸດຝຶກອົບຮົມໃນຄັ້ງນີ້, ແນໃສ່ ສ້າງຄວາມຮັບຮູ້ເຂົ້າໃຈຢ່າງເລິກ ເຊິ່ງກ່ຽວກັບວຽກງານການສ້າງ ແລະປັບປຸງກົດໝາຍ, ນິຕິກຳໃຕ້ກົດ
xtgmf]k; 3 22/01/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me [= ]y la f r6 g[h p ,kpoy ' gvq k.9.lj ra fmtok-5 ,-q og0f37'dko .sh s]5 frQ o7;k,m5 dpkd ຈັນ, ພຸດ ໂດຍ: ເຂົ້າຈານນໍ້າ ໂດຍ: ບຸນຊ້ອຍ dv'ra o.spj 11 dh k;|h kg0A ,c0' gxa ode]a 's]a dcs]j '0v'dv'ma [ * ເພື່ອຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ການ ເມືອງໃນໄລຍະໃໝ່ຂອງການປະຕິ ວັດ, ກໍ່ຄືການປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆ ນັ້ນ, ກອງພັນໃຫຍ່ທະຫານຮາບ ຍານເກາະທີ 11 ໄດ້ຮັບການສ້າງ ຕັ້ງຂຶ້ນໃນວັນທີ 16 ທັນວາ 1975 ເຊິ່ງເປັນກອງພັນໃຫຍ່ທຳອິດຂອງ ກອງທັບປະຊາຊົນລາວ. ພັນເອກ ພອນມີໄຊ ສີວົງຊໍາ ເລຂາຄະນະ ພັກ ຫົວໜ້າການເມືອງ ກອງພັນໃຫຍ່ ປ້ອງກັນນະຄອນຫລວງວຽງຈັນ, ອົງການນຳພັກ-ລັດແລະ ເຮັດໜ້າທີ່ ກໍ່ສ້າງຮາກຖານການເມືອງໄປພ້ອມ ກັບການປັບປຸງກໍ່ສ້າງກຳລັງໃຫ້ເຂັ້ມ ແຂງ, ໜັກແໜ້ນໃນທຸກດ້ານ, ທັງ ເປັນກອງຈຸດສຸມຕົວແບບຂອງກະ ຊວງປ້ອງກັນປະເທດ. ໃນໂອກາດສະເຫລີມສະຫລອງ ວັນສ້າງຕັງກອງທັບປະຊາຊົນລາວ ຄົບຮອບ 75 ປີ ທີ່ມີຄວາມໝາຍ ຄວາມສໍາຄັນນີ້, ກອງພັນໃຫຍ່ທະ ຫານຮາບຍານ ເກາະທີ 11 ກໍ່ແມ່ນ ກົມກອງໜຶ່ງທີ່ໄດ້ປະກອບສ່ວນເຂົ້າ ໃນການຍິງສະແດງ ເພື່ອສະເຫລີມ ສະຫລອງວັນສ້າງຕັ້ງກອງທັບປະ ຊາຊົນລາວຄົບຮອບ75ປີ.ພາຍຫລັງ ໄດ້ຮັບແຜນການຈາກກົມອົບຮົມກົມ ໃຫຍ່ເສນາທິການກອງທັບ ຄະນະ ພັກ-ຄະນະບັນຊາ ໄດ້ເຫັນດີເປັນເອ ກະພາບ ໃນການສ້າງແຜນການອັນ ລະອຽດ ເພື່ອນໍາໄປຈັດຕັ້ງເຜີຍແຜ່ ໃຫ້ພະນັກງານ-ນັກຮົບກອງພັນໃຫຍ່ ທະຫານຮາບຍານເກາະທີ 11 ໂດຍ ໄດ້ຮັບມອບໝາຍ 2 ໜ້າທີ່ ໃຫຍ່ຄື: ຍຸດທະວິທີປະສານສຽງແຕກ, ບຸກຕີ ຈຸດສຸມ 228, ໄປຄຽງຄູ່ກັບການ ເຄື່ອນໄຫວເຮັດວຽກງານວິຊາສະ ເພາະແລ້ວ ຄະນະພັກ-ຄະນະບັນຊາ ຍັງໄດ້ຖືສຳຄັນວຽກງານສຶກສາອົບ ຮົມນຳພາການເມືອງ-ແນວຄິດໃຫ້ ພະນັກງານ-ນັກຮົບມີຄຸນທາດການ ເມືອງໜັກແໜ້ນຕັ້ງໜ້າເຝິກຊ້ອມ ໃຫ້ມີຜົນສໍາເລັດຢ່າງຈົບງາມປະຕິ ບັດບັນດາຂໍ້ກຳນົດກົດລະບຽບຂອງ ກອງທັບຢ່າງເຂັ້ມງວດ. ເນື່ອງໃນ ໂອກາດວັນສ້າງຕັ້ງກອງທັບປະຊາ ຊົນລາວຄົບຮອບ 75 ປີ ສະຫາຍ ຫົວໜ້າການເມືອງກອງພັນໃຫຍ່ທະ ຫານຮາບຍານເກາະທີ 11 ຍັງໄດ້ ກ່າວຄໍາອວຍພອນໄຊໄປຍັງການ ນໍາພັກ-ລັດ, ຄະນະນໍາກະຊວງປ້ອງ ກັນປະເທດຈົ່ງ ມີສຸຂະພາບແຂງ ແຮງສືບຕໍ່ຊີ້ນໍາ- ນໍາພາກອງທັບໃຫ້ ເປັນກອງທັບທີ່ມີແບບແຜນ, ທັນສະ ໄໝກ້າວຂຶ້ນໄປຢ່າງບໍ່ຢຸດຢັ້ງ. ທະຫານຮາບຍານເກາະທີ 11 ຍົກ ໃຫ້ເຫັນວ່າ: ຕະຫລອດ ໄລຍະ 75 ປີຜ່ານມາ ກອງທັບປະຊາຊົນລາວ ມີການເຕີບໃຫຍ່ຂະຫຍາຍຕົວຢ່າງ ບໍ່ຢຸດຢັ້ງ, ຕິດພັນກັບໄຊຊະນະອັນ ສະຫງ່າລາສີ ບໍ່ວ່າຈະເປັນໄລຍະ ປົດປ່ອຍຊາດ, ກໍ່ຄືໄລຍະປົກປັກຮັກ ສາ ແລະ ກໍ່ສ້າງປະເທດຊາດ ພາຍ ຫລັງທີ່ໄດ້ຮັບການສ້າງຕັ້ງຂຶ້ນກອງ ພັນໃຫຍ່ທະຫານຮາບຍານເກາະທີ 11 ໄດ້ຮັບໜ້າທີ່ອັນໜັກໜ່ວງເເຕ່ ມີກຽດສະຫງ່າທີ່ພັກ-ລັດ, ກະຊວງ ປ້ອງກັນປະເທດກໍ່ຄືປະຊາຊົນມອບ ໝາຍໃຫ້ນັ້ນຄື ເປັນກຳລັງເຄື່ອນທີ່ ໃຫ້ແກ່ກະຊວງປ້ອງກັນປະເທດ, ການບໍລິສັດ ພູເບ້ຍມາຍນິງ ຈຳກັດ ກ່າວໃນພິທີມອບໂຄງການວ່າ: ໂຄງການປັບປຸງໂຄງລ່າງພື້ນຖານ 10 ໂຄງການ ທີ່ໄດ້ພັດທະນາໃນ ບ້ານນ້ຳໂມ້, ນໍ້າຍອນ ແລະ ບ້ານນາ ໄຊສະຫວ່າງ ເປັນໜຶ່ງຂອງຄວາມ ມຸ່ງໝັ້ນໃນການສືບຕໍ່ປັບປຸງຊີວິດ ການເປັນຢູ່ຂອງຊຸມຊົນອ້ອມຂ້າງ ຂອງບໍລິສັດ. ນັບແຕ່ປີ 2005 ເປັນ ຕົ້ນມາ ທີ່ໄດ້ເລີ່ມດຳເນີນງານຢູ່ ແຂວງໄຊສົມບູນ ແລະ ສືບຕໍ່ຂະ ຫຍາຍກອງທຶນພັດທະນາຊຸມຊົນ ຂອງບໍລິສັດ ພູເບ້ຍ ຢ່າງຕໍ່ເນື່ອງ ໃນຖານະເປັນຜູ້ປະກອບສ່ວນສຳ ຄັນເຂົ້າໃນເສດຖະກິດລະດັບພາກ ພື້ນ ທັງໄດ້ສົມທັບກັບອົງການປົກ ຄອງທ້ອງຖິ່ນ,ຂັ້ນສູນກາງແລະລັດ ຖະບານລາວ ເພື່ອພັດທະນາປັບປຸງ ຊີວິດການເປັນຢູ່ຂອງປະຊາຊົນ ແຂວງໄຊສົມບູນ. ພ້ອມທັງສ້າງໂອ ກາດທີ່ຍືນຍົງໃນອະນາຄົດ ເຊິ່ງ ຂໍ້ລິເລີ່ມເຫລົ່ານີ້ຖືກຈັດວາງຢ່າງ ເປັນລະບົບ ເພື່ອຮັບປະກັນວ່າພູເບ້ຍ ມາຍນິງ ໄດ້ປະກອບສ່ວນຢ່າງ ໃຫຍ່ຫລວງເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມແລະ ຫລຸດຜ່ອນ ຄວາມທຸກຍາກໃນລາວຢ່າງແທ້ ຈິງ. ປັດຈຸບັນບໍລິສັດພູເບ້ຍມາຍນິງ ໄດ້ສຳເລັດແລ້ວ 436 ໂຄງການ ພັດທະນາຊຸມຊົນຂະໜາດນ້ອຍ ດ້ວຍເງິນລົງທຶນກວ່າ 4,9 ລ້ານໂດ ລາສະຫະລັດ ໂດຍໂຄງການເຫລົ່າ ນີ້ ໄດ້ປະກອບສ່ວນເຂົ້າໃນການ ປັບປຸງວຽກງານສາທາລະນະສຸກ, ການສຶກສາ, ກະສິກຳ, ການພັດທະ ນາທຸລະກິດຂະໜາດນ້ອຍ ແລະ ກາງ ປັບປຸງຄວາມເຂັ້ມແຂງດ້ານ ການເງິນ ແລະ ໄດ້ຊ່ວຍປັບປຸງໂຄງ ລ່າງພື້ນຖານໃຫ້ແກ່ຊຸມຊົນທ້ອງ ຖິ່ນທີ່ໃກ້ຄຽງກັບການດຳເນີນງານ ຂອງບໍລິສັດໃນແຂວງໄຊສົມບູນ ແລະ ອື່ນໆ. ສຳລັບການຊ່ວຍເຫລືອ ຂອງບໍລິສັດພູເບ້ຍຕໍ່3ບ້ານດັ່ງກ່າວ ແມ່ນສ່ວນໜຶ່ງຂອງການປະຕິບັດ ຄຳໝັ້ນສັນຍາຂອງບໍລິສັດ ທີ່ຈະ ສ້າງມໍລະດົກທີ່ຍືນຍົງໃຫ້ກັບຊຸມ ຊົນ. ປັດຈຸບັນໄດ້ສະໜອງທຶນໃຫ້ ກອງທຶນພັດທະນາຊຸມຊົນຫລາຍ ກວ່າ 380.000 ໂດລາຕໍ່ປີ ຕາມ ຂໍ້ຕົກລົງໃນສັນຍາວ່າດ້ວຍການສຳ ຫລວດ ແລະ ການຜະລິດແຮ່ທາດ. ພ້ອມນີ້, ຍັງໄດ້ມີການເປີດເຜີຍວ່າ ໄດ້ຕົກລົງ ດ້ານຫລັກການທີ່ຈະເພີ່ມ ເງິນທຶນໃນຂົງເຂດນີ້750.000 ໂດ ລາຕໍ່ປີ ພາຍຫລັງທີ່ການລົງນາມ ໃນຂໍ້ຕົກລົງMEPA4. ຂະນະດຽວ ກັນໃນພື້ນທີ່ຂອງ ໂຮງງານ 93% ຂອງພະນັກງານທັງໝົດຂອງ ບໍລິ ສັດ ແມ່ນຄົນສັນຊາດລາວ. ໃນນີ້, ປະຊາຊົນ 3 ບ້ານດັ່ງກ່າວ ໄດ້ຮັບ ສະໝັກເປັນພະນັກງານຫລາຍຮ້ອຍ ຄົນ ເພື່ອເຂົ້າເຮັດວຽກໃນໂຮງງານ ອີກດ້ວຍ. ທ່ານ ສົມບູນ ສອນລິດທິເດດ ຫົວໜ້າຫ້ອງວ່າການປົກຄອງແຂວງ ໄຊສົມບູນກ່າວວ່າ: ບັນດາໂຄງການ ດັ່ງກ່າວທີ່ບໍລິສັດ-ໄດ້ມອບໃຫ້ແຂວງ ໄຊສົມບູນຄັ້ງນີ້ ເປັນສ່ວນໜຶ່ງໃນບັນ ດາໂຄງການທີ່ໄດ້ປະກອບສ່ວນສຳ ຄັນເຂົ້າໃນການພັດທະນາແຜນພັດ ທະນາເສດຖະກິດ-ສັງຄົມແຂວງ, ຕອບສະໜອງຄວາມຮຽກຮ້ອງຕ້ອງ ການທີ່ຈຳເປັນຂອງປະຊາຊົນຢູ່ໃນ 3 ບ້ານ ທັງເປັນການປະກອບສ່ວນ ຊ່ວຍ ການພັດທະນາຊີວິດການເປັນ ຢູ່ຂອງປະຊາຊົນ ທັງໄດ້ຕອບສະ ໜອງສິ່ງອຳນວຍຄວາມສະດວກ ໃຫແກ່ປະຊາຊົນ ເຊິ່ງມັນຮຽກຮ້ອງ ໃຫ້ອົງການປົກຄອງເມືອງແລະບ້ານ ພ້ອມດ້ວຍປະຊາຊົນຈົ່ງນໍາໃຊ້ໂຄງ ການດັ່ງກ່າວ ໃຫ້ເກີດປະໂຫຍດສູງ ສຸດຕິດພັນກັບການຄຸ້ມຄອງໃຫ້ມີ ຄວາມຍືນຍົງ.ສຳລັບການຈັດຕັ້ງປະ ຕິບັດວຽກງານຈຸດສຸມຂອງແຂວງ ໄຊສົມບູນໃນເຂດບ້ານດັ່ງກ່າວ ປັດ ຈຸບັນໄດ້ສຸມໃສ່ການດຳເນີນງານ ໂຄງການເນື້ອທີ່26ເຮັກຕາທີ່ພູເບ້ຍ ກຳລັງດຳເນີນໂຄງການພັດທະນາ ໃຫ້ເປັນເຂດກະສິກຳສະອາດ ໂດຍ ເນັ້ນໃສ່ການສ້າງເປັນຕົວແບບໃຫ້ ແກ່ແຂວງ ເພື່ອໃຫ້ແຂກທີ່ມາຢ້ຽມ ຢາມແຂວງໄຊສົມບູນໄດ້ສຶກສາ, ພ້ອມນີ້ ຍັງຈະຫັນເອົາຄອບຄົວທຸກ ຍາກມາທຳການຜະລິດກະສິກຳ ໃນພື້ນທີ່ກຳນົດໄວ້ ເພື່ອໃຫ້ເຂົາເຈົ້າ ມີຢູ່ ມີກິນ ແລະ ກ້າວໄປສູ່ການຫລຸດ ພົ້ນອອກຈາກຄວາມທຸກຍາກເທື່ອ ລະກ້າວ. * ເປັນເວລາຫລາຍປີມານີ້, ທີ່ ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ດຳ ເນີນໂຄງການຂຸດຄົ້ນແຮ່ທອງ-ຄຳ ກໍ່ໄດ້ຖືສຳຄັນວຽກງານຊຸກຍູ້ສົ່ງ ເສີມ ແລະ ພັດທະນາຊຸມຊົນເປັນບັນ ຫາສຳຄັນໄປຄຽງຄູ່ກັນການເອົາ ໃຈໃສ່ດຳເນີນໂຄງການຂຸດຄົ້ນແຮ່ ທອງ-ຄຳ ຕາມແນວທາງນະໂຍ ບາຍຂອງພັກແລະລັດຖະບານລາວ ວາງອອກ. ແນວໃດກໍ່ດີຜ່ານການ ຈັດຕັ້ງປະຕິບັດຫລາຍໂຄງການທີ່ ຕິດພັນກັບການພັດທະນາຊີວິດ ການເປັນຢູ່ຂອງປະຊາຊົນໃນ 3 ບ້ານເປົ້າໝາຍ, ມີ 10 ໂຄງການໄດ້ ສຳເລັດການກໍ່ສ້າງຕາມແຜນທີ່ວາງ ໄວ້ແລະໄດ້ມອບຢ່າງເປັນທາງການ ເມື່ອທ້າຍປີຜ່ານມານີ້ ເຊິ່ງບັນດາ ໂຄງການເຫລົ່ານີ້ ໄດ້ສ້າງຜົນປະ ໂຫຍດໃຫ້ແກ່ປະຊາຊົນຢ່າງຫລວງ ຫລາຍ ໂດຍສະເພາະປະຊາຊົນບ້ານ ນໍ້າຍອນ,ບ້ານນ້ຳໂມ້ເມືອງອະນຸວົງ ແລະ ບ້ານນາໄຊສະຫວ່າງ ເມືອງ ລ້ອງແຈ້ງ. ບັນດາໂຄງການດັ່ງກ່າວ ໄດ້ປະກອບສ່ວນສຳຄັນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ກໍຄືການຍົກລະດັບຊີວິດການເປັນ ຢູ່ໃຫ້ປະຊາຊົນຫລຸດພົ້ນອອກຈາກ ຄວາມທຸກຍາກເທື່ອລະກ້າວ. ທ່ານ ສະຕີບ ຈິມໂປ ຜູ້ອຳນວຍ
RkJQdWJsaXNoZXIy MTc3MTYxMQ==