ທ້ອງຖິ່ນ, ອຸທິດເຫື່ອແຮງ, ສະຕິ ປັນຍາເຂົ້າໃນພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ ຕະຫລອດໄລຍະຜ່ານມາ, ມີ ຄວາມເສຍສະຫລະອົດທົນ, ຜ່ານ ຜ່າຄວາມຫຍຸ້ງຍາກຕ່າງໆ ດ້ວຍ ຄວາມຮັບຜິດຊອບສູງ, ທັງໄດ້ສຸມ ໃສ່ການຕ້ານ ແລະ ສະກັດກັ້ນປະກົດ ການຫຍໍ້ທໍ້ຕ່າງໆ, ເຮັດໃຫ້ທົ່ວສັງ ຄົມ ມີຄວາມສະຫງົບ, ເປັນລະບຽບ ຮຽບຮ້ອຍ, ພໍ່ແມ່ປະຊາຊົນ ເຄື່ອນ ໄຫວດຳລົງຊີວິດດ້ວຍຄວາມປອດ ໄພ,ສະຫງົບແລະການປະກອບສ່ວນ ອັນສໍາຄັນໃນການພັດທະນາເສດ ຖະກິດ-ສັງຄົມ. ພ້ອມນີ້, ທ່ານຍັງໄດ້ ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ໃນການ ປະຕິບັດໜ້າທີ່ໆພັກ ແລະ ລັດ ກໍຄືປະ ຊາຊົນມອບໝາຍໃຫ້ມີຜົນສຳເລັດ ຍິ່ງໃຫຍ່ກວ່າເກົ່າ, ສຸມໃສ່ຝຶກຊ້ອມ, ຫັດແອບສິລະປະຍຸດ, ຍຸດທະວິທີ, ວິທະຍາສາດ, ທິດສະດີຕ່າງໆໃຫ້ ເຂັ້ມແຂງ, ແຂງແຮງ, ປະຕິບັດໜ້າ ທີ່ຕາມແຜນງານ ທີ່ໄດ້ກໍານົດໄວ້, ກໍາໃຫ້ໄດ້ 3 ທາດແທ້, 6 ມູນເຊື້ອອັນ ສະຫງ່າຂອງກອງທັບປະຊາຊົນ ລາວ ຄຽງຄູ່ກັບການພັດທະນາກໍາ ລັງໃຫ້ມີຄວາມເຂັ້ມແຂງ, ທັນສະ ໄໝ, ສຸມໃສ່ຮັກສາຄວາມເປັນລະ ບຽບຮຽບຮ້ອຍຂອງສັງຄົມ ບໍລິເວນ ຊາຍແດນ ແລະ ວຽກງານອື່ນໆ. ຈາກນັ້ນ, ທ່ານເຈົ້າແຂວງສາລະ ວັນ ພ້ອມຄະນະໄດ້ລົງເຄື່ອນໄຫວຢູ່ 3 ຈຸດ ທີ່ຂຶ້ນກັບກອງ ຮ້ອຍທະຫານ ຊາຍແດນ 512 ເປັນຕົ້ນ ປ້ອມຫ້ວຍ ໂດນ, ປ້ອມຫ້ວຍສະນານ ແລະ ກອງຮ້ອຍ ໂດຍໄດ້ມອບກະຕ່າຂອງ ຂວັນ, ກ່າວຄໍາອວຍພອນ ແລະ ມອບປັດໄຈ ຈາກອົງການປົກຄອງ ແຂວງ, ພະແນກ ການຕ່າງໆທີ່ຮ່ວມ ເຄື່ອນໄຫວໃຫ້ແຕ່ລະຈຸດ, ທັງໄດ້ ປະກອບສ່ວນ ຊາຍ-ຫີນ ແລະ ປູນ ເພື່ອສ້າງປະຕູເຂົ້າຄ້າຍໃຫ້ກອງ ຮ້ອຍທະຫານຊາຍແດນ 512 ມູນ ຄ່າເກືອບ 10 ລ້ານກີບ, ຕາງໜ້າຮັບ ໂດຍ ທ່ານ ຮ້ອຍເອກ ຄໍາມະນີ ພົມ ມະສຸລິນ ເລຂາໜ່ວຍພັກ, ຫົວໜ້າ ການທະຫານ ກອງຮ້ອຍຊາຍແດນ 512 ພ້ອມດ້ວຍຄະນະ. 07 xtgmf]k; gsfdko{dkora fmtok a 18/01/2024 ຂ່າວ-ພາບ: ພຸດທະສອນ ເວດສະວົງ່ າຸ ດົ ງ ຂ່າວ: ມັດສາ່ າັ ດ w-lq ,[6 o lts]v';a olh k'8A 'dv'ma [ c]t ;a olh k'8A 'dv'[a o-kdkomtskoc0;' ltrkxt-k-q oc0;'va f8txn fegou o dv'xt-5 ,ltw\lk,a o gmn j vmu 6 g9Q kc0;'lk]t;a o v;prvookp c]t rq omtsko-kpcfo 512 ຂປລ. ແຫລ່ງຂ່າວຈາກ ແຂວງ ສາລະວັນ ໃຫ້ຮູ້ວ່າ: ວັນທີ15 ມັງ ກອນ 2024 ນີ້, ທ່ານ ດາວວົງ ພອນ ແກ້ວກໍາມະການສູນກາງພັກ, ເລຂາ ພັກແຂວງ, ເຈົ້າແຂວງສາລະວັນ, ປະທານຄະນະປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບຂັ້ນແຂວງ, ພ້ອມ ດ້ວຍ ທ່ານ ທອງດີ ຈັນທະວົງ ກຳ ມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງລະຄອນເພັງ, ການນໍາ ແຂວງ, ເມືອງ, ຄະນະພັກ-ຄະນະ ບັນຊາກອງບັນຊາການ ປກຊ-ປກສ ແຂວງ ລົງເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນນາຍ ແລະ ພົນທະ ຫານ ຂອງກອງຮ້ອຍທະຫານຊາຍ ແດນ512, ປ້ອມຍາມໃນແຕ່ລະເຂດ ເນື່ອງໃນໂອກາດວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 75 ປີ. ໂອກາດດັ່ງກ່າວ, ທ່ານເຈົ້າ ແຂວງສາລະວັນ ໄດ້ສະແດງຄວາມ ຢື້ຢາມຖາມຂ່າວ ແລະ ຄວາມເປັນ ຫ່ວງເປັນໄຍ ເພື່ອເປັນການນໍາເອົາ ຄວາມອົບອຸ່ນຈາກຄະນະພັກ, ຄະນະ ປົກຄອງແຂວງ ຖາມຂ່າວເຖິງຊີວິດ ການເປັນຢູ່ຂອງນາຍ ແລະ ພົນທະ ຫານທີ່ໄດ້ປະຕິບັດໜ້າທີ່ຢູ່ຮາກຖານ ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊສົມບູນ ໃຫ້ຮູ້ວ່າ: ກອງບັນຊາ ການທະຫານ ແຂວງໄຊສົມບູນສະ ເຫລີມສະຫລອງ ວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ແລະ ວັນສ້າງຕັ້ງກອງ ບັນຊາການທະຫານ ແຂວງໄຊສົມ ບູນ ຄົບຮອບ 10 ປີ (8 ພຶດສະພາ 2014- 8 ພຶດສະພາ 2024) ໃນ ວັນທີ 15 ມັງກອນ 2024 ໂດຍມີ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າ ແຂວງໄຊສົມບູນ, ມີທ່ານ ພົຈວ ຄຳ ອິ້ງ ກິ່ງແກ້ວ ຫົວໜ້າກອງບັນຊາ ການທະຫານ ແຂວງໄຊສົມບູນ, ມີ ການນຳແຂວງ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ນາຍ ແລະ ພົນທະ ຫານ ທົ່ວກອງບັນຊາການທະຫານ ແຂວງ ເຂົ້າຮ່ວມ. ພ້ອມທັງໄດ້ມອບ ຫລຽນໄຊພິລະອາດຫານຊັ້ນ 1, ຊັ້ນ 2,ຊັ້ນ 3 ແລະ ໃບຍ້ອງຍໍຕ່າງໆ ໃຫ້ ແກ່ຜູ້ທີ່ມີຜົນງານດີເດັ່ນ ໃນການ ຈັດຕັ້ງປະຕິບັດວຽກງານໃນໄລຍະ ຜ່ານມາ. ໂອກາດນີ້, ພົຈວ ຄຳອິ້ງ ກິ່ງ ແກ້ວ ໄດ້ເລົ່າຄືນມູນເຊື້ອແຫ່ງການ ກໍາເນີດເຕີບໃຫຍ່ ຂະຫຍາຍຕົວ ລວມທັງຜົນງານ ແລະ ໄຊຊະນະ ທີ່ ກອງທັບປະຊາຊົນລາວ ຍາດມາໄດ້ ຕະຫລອດໄລຍະ 75 ປີຜ່ານມາ ຊຶ່ງ ກອງທັບປະຊາຊົນລາວ ໄດ້ກຳເນີດ ຂຶ້ນໃນທ່າມກາງປະເທດຊາດຖືກ ຈັກກະພັດຕ່າງດ້າວເຂົ້າມາຮຸກຮານ ແລະ ຄອບຄອງ ໂດຍພາຍໃຕ້ການ ນຳພາຂອງ ພັກປະຊາຊົນລາວ, ປະ ຊາຊົນລາວບັນດາເຜົ່າ ໄດ້ລຸກຮືຂຶ້ນ ຕໍ່ສູ້ຕ້ານການຮຸກຮານ ຢ່າງເປັນຂະ ບວນໃນທົ່ວປະເທດ, ໃນວັນທີ 20 ມັງກອນ 1949 ກອງທັບລາວ ອິດສະຫລະ ໄດ້ຮັບການປະກາດ ສ້າງຕັ້ງຂຶ້ນ (ເຊິ່ງເປັນຕົ້ນກຳເນີດ ຂອງກອງທັບປະຊາຊົນລາວເຮົາ ໃນປັດຈຸບັນ) ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດ ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປືໃຫ້ຮູ້ວ່າ: ກອງປະຊຸມສະ ໄໝສາມັນ ເທື່ອທີ 6 ຂອງສະພາ ປະຊາຊົນແຂວງອັດຕະປື ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການເລີ່ມ ແຕ່ ວັນທີ 16-18 ມັງກອນ 2024 ໂດຍການເປັນປະທານຂອງ ທ່ານ ນາງ ມີນາພອນ ໄຊສົມພູ ປະທານ ຄະນະສະມາຊິກສະພາແຫ່ງຊາດ, ປະທານສະພາປະຊາຊົນແຂວງ ອັດຕະປືໂດຍມີທ່ານພົນໂທວັນທອງ ກອງມະນີ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອັດຕະ ປື, ມີການນຳແຂວງ, ຄະນະປະຈຳ ສະພາປະຊາຊົນແຂວງ, ສະມາຊິກ ສະພາແຫ່ງຊາດ ປະຈໍາເຂດເລືອກ ຕັ້ງທີ 17, ສະມາຊິກສະພາປະຊາ ຊົນແຂວງ, ບັນດາພະແນກການ, ອົງການທຽບເທົ່າ, ອົງການຈັດຕັ້ງ ແນວລາວສ້າງຊາດແຂວງ, ອົງການ ຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ທ່ານ ນາງ ມີນາພອນ ໄຊສົມພູ ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາ ມັນເທື່ອທີ 6 ຂອງສະພາປະຊາຊົນ ແຂວງ ຊຸດທີ II ຄັ້ງນີ້ ຈະໄດ້ພິຈາ ລະນາຮັບຮອງບັນດາເນື້ອໃນທີ່ສໍາ ຄັນຄື: ບົດລາຍງານໂດຍສັງເຂບ ຂອງທ່ານເຈົ້າແຂວງ ກ່ຽວກັບບັນ ຫາທີ່ພົ້ນເດັ່ນ ຂອງແຂວງປະຈໍາປີ 2023 ແລະ ທິດທາງແຜນການ ປະຈຳປີ 2024; ບົດລາຍງານການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈຳປີ 2024ຂອງພະແນກແຜນການແລະ ການລົງທຶນ; ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດປະຈຳປີ 2023 ແລະ ທິດທາງແຜນການ ປະ ຈຳປີ 2024 ຂອງພະແນກການເງິນ ແຂວງ; ບົດສະຫລຸບຕີລາຄາການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸງ ຍາກທາງດ້ານເສດຖະກິດ-ການ ເງິນ ແລະ ການແກ້ໄຂບັນຫາຢາ ເສບຕິດ ຢູ່ແຂວງອັດຕະປື ນັບແຕ່ປີ 2021-2023; ບົດລາຍງານຜົນ ການຄົ້ນຄວ້າພິຈາລະນາຮັບຮອງ ເອົາການແຕ່ງຕັ້ງເຈົ້າແຂວງ ແລະ ຫົວໜ້າພະແນກການ (ຜູ້ໃໝ່) ຕາມ ການສະເໜີຂອງ ອົງການປົກຄອງ ແຂວງ; ລາຍງານການຈັດຕັ້ງປະຕິ ບັດການເຄື່ອນໄຫວວຽກງານປະ ຈໍາປີ 2023 ແລະ ທິດທາງແຜນ ການ ປະຈຳປີ 2024 ຂອງອົງການ ກວດສອບປະຈຳພາກໃຕ້; ລາຍງານ ການຈັດຕັ້ງປະຕິບັດຜົນການກວດ ສອບຄືນ ການແກ້ໄຂຜົນການກວດ ສອບ ແລະ ຜົນການກວດສອບ ບົດສະຫລຸບຂາດຕົວການຈັດຕັ້ງ ປະຕິບັດແຜນງົບປະມານ ຂອງ ແຂວງ ອັດຕະປື ປະຈໍາປີ 2022; ລາຍງານການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ປະຈໍາ ປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຂອງອົງການກວດ ກາລັດແຂວງ; ລາຍງານການຈັດຕັ້ງ ປະຕິບັດຜົນການກວດກາຄືນ ຜົນ ການກວດສອບ (ຕາມມະຕິກອງປະ ຊຸມຂອງສະພາປະຊາຊົນແຂວງສະ ບັບເລກທີ 06/ສພຊ, ລົງວັນທີ23 ກຸມພາ 2023); ລາຍງານການຈັດ ຕັ້ງປະຕິບັດຜົນການກວດກາການ ແກ້ໄຂຕາມຜົນການກວດສອບ ໃນ ໄລຍະປີ 2014-2020; ລາຍງານ ການຈັດຕັ້ງປະຕິບັດຜົນການກວດ ກາຄືນ ການແກ້ໄຂຜົນການກວດ ສອບບົດສະຫລຸບຂາດຕົວ ການ ຈັດຕັ້ງປະຕິບັດແຜນງົບປະມານ ປະຈຳປີ 2021; ລາຍງານການຈັດ ຕັ້ງປະຕິບັດແຜນການເຄື່ອນໄຫວ ວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຂອງອົງການໄອຍະການ ແລະ ສານ ປະຊາຊົນແຂວງ ແລະ ບົດລາຍງານ ການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ປະຈຳປີ 2003 ແລະ ທິດທາງແຜນການ ປະຈຳປີ 2024 ຂອງສະພາປະຊາ ຊົນຂັ້ນແຂວງ. ນອກນັ້ນ, ກອງປະຊຸມຍັງ ຈະໄດ້ຮັບຟັງການຊີ້ແຈງຂອງອົງ ການປົກຄອງແຂວງ ແລະ ພາກ ສ່ວນກ່ຽວຂ້ອງຈຳນວນໜຶ່ງ ຕໍ່ຄຳ ຊັກຖາມຂອງສະມາຊິກສະພາປະ ຊາຊົນແຂວງ ແລະ ຈະໄດ້ພິຈາລະ ນາຕົກລົງຫລາຍບັນຫາທີ່ສຳຄັນ ພື້ນຖານຂອງແຂວງ ເພື່ອເຮັດໃຫ້ສືບ ຕໍ່ຍູ້ແຮງແຜນພັດທະນາເສດຖະກິດ- ສັງຄົມທົ່ວແຂວງ ມີຄຸນນະພາບ, ປະສິດທິຜົນ ແລະ ບັນລຸຜົນຕາມ ແຜນການທີ່ວາງໄວ້. ໂອກາດນີ້, ທ່ານ ນາງ ມີນາ ພອນ ໄຊສົມພູ ຍັງໄດ້ຮຽກຮ້ອງ ມາຍັງບັນດາທ່ານສະມາຊິກສະພາ ປະຊາຊົນແຂວງ ຈົ່ງໄດ້ນຳໃຊ້ສິດ ປະຊາທິປະໄຕ, ເສີມຂະຫຍາຍຫົວ ຄິດປະດິດສ້າງ ແລະ ເຊີດຊູ ຄວາມ ຮັບຜິດຊອບການເມືອງຂອງຕົນ ໃນ ການສຸມສະຕິປັນຍາ ເຂົ້າໃນການ ຄົ້ນຄວ້າຢ່າງເລິກເຊິ່ງ, ປະກອບ ຄຳເຫັນຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ສ້າງສັນ, ພາວະວິໄສ, ມີເຫດມີຜົນ, ແທດຕົວຈິງ, ຮັດກຸມ ບົນພື້ນຖານ ແນວທາງປ່ຽນແປງໃໝ່ຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງ ລັດ ແລະ ສະພາບຄວາມເປັນຈິງ ທາງດ້ານເສດຖະກິດ-ສັງຄົມຂອງ ແຂວງໃນປັດຈຸບັນ, ພ້ອມກັນຊອກ ຫາວິທີການ, ມາດຕະການແກ້ໄຂ ບັນດາບັນຫາທີ່ຍັງເປັນຄວາມເປັນ ຫ່ວງເປັນໄຍຂອງສັງຄົມ, ເປັນບັນ ຫາຮີບດ່ວນ ແລະ ເຄັ່ງຮ້ອນຂອງ ສັງຄົມພວກເຮົາໃນປັດຈຸບັນ ເພື່ອ ສ້າງຄວາມເປັນເອກະພາບສູງ ກັບ ເນື້ອໃນທີ່ນໍາມາພິຈາລະນາ, ຮັບ ຮອງໃນກອງປະຊຸມຄັ້ງນີ້ ໃຫ້ມີ ຄຸນນະພາບ ແລະ ສາມາດນໍາໄປຈັດ ຕັ້ງປະຕິບັດຢ່າງເປັນຮູບປະທໍາຢ່າງ ແທ້ຈິງ. ໃນໄລຍະດໍາເນີນກອງປະຊຸມນີ້, ຄະນະເລຂາທິການສະພາປະຊາຊົນ ແຂວງ ໄດ້ຈັດຕັ້ງໜ່ວຍງານຮັບຜິດ ຊອບໂທລະສັບສາຍດ່ວນ036156 ເພື່ອຮັບເອົາຄໍາຄິດ, ຄໍາເຫັນ ແລະ ຄໍາສະເໜີໂດຍກົງຈາກປະຊາຊົນ ແລະ ຕິດຕາມການຖ່າຍທອດສົດ ສຽງ ຜ່ານລະບົບ FM 102.4 mhz ຂອງແຂວງ. ທັງນີ້, ກໍເພື່ອ ເຮັດໃຫ້ການດໍາເນີນກອງປະຊຸມໃນ ຄັ້ງນີ້ ເຕັມໄປດ້ວຍບັນຍາກາດ ການ ມີສ່ວນຮ່ວມ ແລະ ມີປະຊາທິປະໄຕ ຢ່າງກວ້າງຂວາງ ເຂົ້າໃນການປະ ຕິບັດພາລະບົດບາດ, ສິດ ແລະ ໜ້າ ທີ່ຂອງສະພາປະຊາຊົນແຂວງ ກໍຄື ອົງການຕົວແທນແຫ່ງສິດ ແລະ ຜົນ ປະໂຫຍດ ຂອງປະຊາຊົນບັນດາເຜົ່າ ຊາວແຂວງອັດຕະປື ໃຫ້ນັບມື້ນັບມີ ຄວາມເຂັ້ມແຂງ. ສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍກົງ. ນັບແຕ່ກອງທັບໄດ້ຮັບການສ້າງ ຕັ້ງຂຶ້ນ ໄດ້ຮັບພາລະອັນໜັກໜ່ວງ ຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານທັງ ແບບເກົ່າ ແລະ ໃໝ່ ເພື່ອປົກປັກ ຮັກສາປະເທດຊາດດ້ວຍນ້ຳໃຈຮັກ ຊາດອັນເດັດດ່ຽວໜຽວແໜ້ນ ຕໍ່ສູ້ບໍ່ ຍອມຈໍານົນ, ກອງທັບໄດ້ຮ່ວມກັບ ປະຊາຊົນລາວບັນດາເຜົ່າ ສືບຕໍ່ດຳ ເນີນການຕໍ່ສູ້ຢ່າງອົງອາດກ້າຫານ ຈົນສາມາດປົດປ່ອຍປະເທດຊາດໄດ້ ຢ່າງສົມບູນ ແລະ ສາມາດປະກາດ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຢ່າງສົມບູນໃນ ວັນທີ 2 ທັນວາ 1975. ພາຍ ຫລັງປະເທດຊາດໄດ້ຮັບການປົດ ປ່ອຍແລ້ວ, ກອງທັບກໍໄດ້ປະຕິບັດ ສອງໜ້າທີ່ຍຸດທະສາດໄປພ້ອມໆ ກັນຄື ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດເປັນເຈົ້າການ ປະຕິບັດວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບທົ່ວປວງຊົນ ຮອບດ້ານ, ເຮັດໃຫ້ປະເທດຊາດມີ ຄວາມສະຫງົບໂດຍພື້ນຖານ. ພ້ອມກັນນັ້ນ, ກໍໄດ້ສຸມໃສ່ປັບ ປຸງກໍ່ສ້າງກຳລັງ ເພື່ອເປັນຫລັກ ແຫລ່ງແກ່ນສານ ໃຫ້ແກ່ການປົກ ປັກຮັກສາເອກະລາດ ອຳນາດອະ ທິປະໄຕ ແລະ ຜືນແຜ່ນດິນຄົບຖ້ວນ ຂອງຊາດ, ເອົາໃຈໃສ່ປະກອບສ່ວນ ປັບປຸງກໍ່ສ້າງພື້ນຖານການເມືອງ, ກໍ່ສ້າງທ່າສະໜາມສົງຄາມປະຊາ ຊົນ 3 ຂັ້ນ ຕິດພັນກັບວຽກງານ 3 ສ້າງຢູ່ທ້ອງຖິ່ນຕາມ 4 ເນື້ອໃນ 4 ຄາດໝາຍ ຮັບປະກັນສະຖຽນລະ ພາບ ຂອງລະບອບການເມືອງ ຮັກ ສາຄວາມສະຫງົບປອດໄພ ຕາມ ຊາຍແດນ ແລະ ອື່ນໆ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ ເຫັນການກຳເນີດ ແລະ ເຕີບໃຫຍ່ ຂະຫຍາຍຕົວ ຂອງກໍາລັງປະກອບ ອາວຸດທ້ອງຖິ່ນ ແຂວງໄຊສົມບູນ ໄລຍະ 10 ປີຜ່ານມາ ພາຍໃຕ້ການ ນໍາພາ ຂອງຄະນະບໍລິຫານງານພັກ ແຂວງ ຊຶ່ງແມ່ນປະຫວັດສາດແຫ່ງ ການທົດສອບອັນໃຫຍ່ຫລວງ ໃນ ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ບົນເສັ້ນທາງ ລະອິດລະອ້ຽວ, ຫຍຸ້ງຍາກ, ລໍາບາກ ທີ່ສຸດ, ບັນດາກຳລັງປະກອບອາວຸດ ທ້ອງຖິ່ນ ທັງເຄື່ອນໄຫວແກ້ໄຂສະ ພາບເຂດເກາະຫ້ອຍ, ທັງກໍສ້າງ ປັບປຸງກຳລັງແລະຂົນຂວາຍກໍ່ສ້າງ ຮາກຖານການເມືອງ, ທັງເພີ່ມພູນ ຜະລິດຜົນ ເພື່ອສ້າງພະລາທິການ ກັບທີ່, ສາມາດເປັນກຳລັງຫລັກ ແຫລ່ງ ແລະ ເປັນບ່ອນອີງທີ່ໄວ້ວາງ ໃຈ ໃນພາລະກິດປ້ອງກັນຊາດປ້ອງກັນຄວາມສະຫງົບ ທົ່ວປວງ ຊົນຮອບດ້ານ, ປົກປັກຮັກສາເອກະ ລາດ ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ກໍຄືຂອງທ້ອງຖິ່ນແຂວງໄຊສົມບູນ ໄວ້ໄດ້ຢ່າງໝັ້ນຄົງ, ຮັບປະກັນສະ ຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນ ລະບຽບຮຽບຮ້ອຍຢ່າງໜັກແໜ້ນ.
RkJQdWJsaXNoZXIy MTc3MTYxMQ==