5792

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 18/01/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp dt-;'p5 8y me fegou odv'xt-5 ,7q [7tot [= ]y sko'kora d 7A 'mu 12 ltw\mu V ຂປລ. ກອງປະຊຸມຄົບຄະນະບໍລິ ຫານງານພັກກະຊວງຍຸຕິທໍາ ຄັ້ງທີ 12 ສະໄໝທີV ຈັດຂຶ້ນໃນວັນທີ 16 ມັງກອນ 2024 ໂດຍການເປັນປະ ທານຂອງ ສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກ, ລັດຖະມົນຕີ ກະຊວງຍຸຕິທຳ, ມີຮອງເລຂາ, ກຳ ມະການຄະນະພັກກະຊວງ, ເລຂາ ໜ່ວຍພັກ-ຄະນະໜ່ວຍພັກ, ຄະນະ ພັກຮາກຖານ, ພ້ອມດ້ວຍຜູ້ຕາງໜ້າ ຈາກສາມອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ. ໃນກອງປະຊຸມ, ສະຫາຍ ບຸນທາ ຊົງເຢີທ່າວ ຮອງເລຂາຄະນະບໍລິ ຫານງານພັກກະຊວງ ໄດ້ຜ່ານບົດ ສະຫລຸບການນຳພາຂອງຄະນະ ບໍລິຫານງານພັກກະຊວງ ປະຈໍາປີ 2023 ແລະ ທິດທາງແຜນການປະ ຈໍາປີ 2024 ໂດຍໄດ້ຍົກໃຫ້ເຫັນ ວ່າ: ຍາມໃດຄະນະບໍລິຫານງານ ພັກກະຊວງ ກໍຖືສຳຄັນ ແລະ ເອົາໃຈ ໃສ່ວຽກງານສຶກສາອົບຮົມການ ເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຢ່າງເປັນ ປົກກະຕິແລະ ຕໍ່ເນື່ອງ ດ້ວຍການຈັດ ຕັ້ງເຊື່ອມຊຶມບັນດາມະຕິ, ຄຳສັ່ງ ແລະ ເອກະສານສຳຄັນຂອງພັກລັດ. ພ້ອມນັ້ນ, ກໍໄດ້ເອົາໃຈໃສ່ການ ນຳພາ-ຊີ້ນຳ ຈັດຕັ້ງປະຕິບັດວຽກ ງານວິຊາສະເພາະໄດ້ຮັບຜົນສໍາເລັດ ຫລາຍດ້ານ ເປັນຕົ້ນ ວຽກງານສ້າງ ແລະ ປັບປຸງກົດໝາຍ, ວຽກງານໂຄ ສະນາເຜີຍແຜ່ກົດໝາຍ, ວຽກງານ ສ້າງບຸກຄະລາກອນກົດໝາຍ, ວຽກ ງານບໍລິການກົດໝາຍ ແລະ ຍຸຕິທຳ, ວຽກງານປະຕິບັດຄຳຕັດສີນຂອງ ສານ, ວຽກງານພົວພັນຮ່ວມມືສາ ກົນແລະວຽກງານຫ້ອງການ. ນອກ ຈາກນັ້ນ, ຍັງໄດ້ເອົາໃຈໃສ່ຊີ້ນໍາອົງ ການຈັດຕັ້ງມະຫາຊົນ, ວຽກງານ ປ້ອງກັນຄວາມສະຫງົບພາຍໃນ, ວຽກງານການນຳພາກໍ່ສ້າງພັກ, ປັບປຸງກົງຈັກການຈັດຕັ້ງແລະວຽກ ງານກວດກາ. ຄຽງຄູ່ກັບດ້ານດີ ແລະ ຜົນສໍາເລັດດັ່ງກ່າວ, ກໍຍັງມີ ຂໍ້ຄົງຄ້າງຈຳນວນໜຶ່ງທີ່ຈະຕ້ອງ ສືບຕໍ່ປັບປຸງແກ້ໄຂໃນປີ 2024. ພ້ອມກັນນີ້, ຜູ້ເຂົ້າຮ່ວມຍັງໄດ້ ຮັບຟັງການລາຍງານກ່ຽວກັບການ ຄົ້ນຄ້ວາ, ພິຈາລະນາຮັບຮອງຜົນ ການຕີລາຄາຄຸນນະພາບ ແລະ ແບ່ງ ປະເພດສະມາຊິກພັກ ແລະ ໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ2023,ການຈັດຕັ້ງປະຕິບັດ ງົບປະມານ ປະຈໍາປີ 2023 ແລະ ທິດທາງແຜນການງົບປະມານປີ 2024 ແລະ ຄາດຄະເນແຜນການ ລົງທຶນຂອງລັດ ປະຈໍາປີ 2024. ຈາກນັ້ນ, ກໍໄດ້ພ້ອມກັນປະກອບຄຳ ຄິດຄຳເຫັນໃສ່ບົດສະຫລຸບດັ່ງກ່າວ ຢ່າງກົງໄປກົງມາ ເພື່ອໃຫ້ເນື້ອໃນ ການຕີລາຄາສອດຄ່ອງກັບສະ ພາບການຈັດຕັ້ງປະຕິບັດຕົວຈິງ. ໂອກາກນີ້, ສະຫາຍ ໄພວີ ສີບົວລິພາ ກໍໄດ້ຍ້ອງຍໍຊົມເຊີຍຜົນ ສຳເລັດໃນການນໍາພາ-ຊີ້ນໍາ ຂອງ ຄະນະບໍລິຫານງານພັກກະຊວງຍຸຕິ ທໍາ ໃນໄລຍະ 1 ປີຜ່ານມາ, ພ້ອມໄດ້ ເນັ້ນໃຫ້ຄະນະບໍລິຫານພັກກະຊວງ, ຄະນະໜ່ວຍພັກແຕ່ລະສະຫາຍ ແລະ ຄະນະພັກຮາກຖານຕ້ອງຍົກສູງ ຄວາມເປັນແບບຢ່າງນຳໜ້າໃນທຸກ ດ້ານ, ເພີ່ມທະວີຄວາມເອົາໃຈໃສ່ ປັບປຸງແບບແຜນວິທີນຳພາ ແລະ ວິທີເຮັດວຽກ ໃຫ້ມີແຜນການ, ມີຈຸດ ສຸມ, ມີການຊຸກຍູ້, ຕິດຕາມກວດກາ ແລະ ສະຫລຸບຖອດຖອນບົດຮຽນ, ປະຕິບັດລະບອບປະຊຸມ ແລະ ລາຍ ງານຂໍທິດຊີ້ນຳຈາກຂັ້ນເທິງຢ່າງ ເປັນປົກກະຕິ. ຂ່າວ: ໄຊຍະສິດ ເປີດວາງສະແດງແລກປ່ຽນ... ປີ 2023 ກຊສ ປະຕິບັດ... ສະຫລຸບການຈັດຕັ້ງ... ຂປລ. ກອງປະຊຸມສະຫລຸບວຽກ ງານຂອງຂະແໜງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມປະ ຈຳປີ 2023 ແລະ ທິດທາງແຜນ ການປະຈຳປີ 2024 ຈັດຂຶ້ນໃນວັນ ທີ16-17ມັງກອນ2024ໂດຍການ ເປັນປະທານຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບ ພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ (ກຊສ) ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ ເຊິ່ງປີ 2023 ຜ່ານມາສາມາດປະຕິບັດບັນດາ ວຽກຈຸດສຸມສຳເລັດຫລາຍດ້ານ. ທ່ານ ນາງ ບຸນຄຳ ວໍລະຈິດ ໃຫ້ ຮູ້ວ່າ: ປີ 2023 ຜ່ານມາຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ໄດ້ສູ້ຊົນ ແລະ ຕັ້ງໜ້າ ປະຕິບັດໜ້າທີ່ການເມືອງຂອງຕົນ ນາງ ນາລີ ສີສຸລິດ ພັນລະຍາ ຂອງ ປະທານປະເທດແຫ່ງ ສປປ ລາວ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ມີບັນດາພັນລະຍາການ ນໍາພັກ-ລັດ, ທູດໄທປະຈໍາລາວ, ທີ່ ປຶກສາທູດຈີນປະຈໍາລາວ, ບັນດາ ສິລະປິນແຫ່ງຊາດ ລາວ-ຈີນ-ໄທ ແລະ ແຂກຖືກເຊີນເຂົ້າຮ່ວມ. ໃນໂອກາດນີ້,ທ່ານວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ, ຜູ້ຊີ້ນຳວຽກງານວັດທະນະທຳ ໄດ້ ມີຄຳເຫັນວ່າ: ງານວາງສະແດງ ແລກປ່ຽນວັດທະນະທຳ ດ້ວຍຜົນ ງານສິລະປະວິຈິດສິນ ຂອງສິລະປິນ ລະດັບຊາດ ຂອງສາມປະເທດເປັນ ຄັ້ງທໍາອິດທີ່ຈັດຂຶ້ນຢູ່ ສປປ ລາວ ເຊິ່ງເປັນຂີດໝາຍສໍາຄັນຕໍ່ການອະນຸ ລັກ ແລະ ພັດທະນາມູນມໍລະດົກ ທາງດ້ານວິຈິດສິນຂອງນັກສິລະປິນ ກົດໝາຍສຶກສາອົບຮົມສາມາດສ້າງ ສະຕິຕື່ນຕົວເຄົາລົບ ແລະ ປະຕິບັດ ກົດໝາຍ ແມ່ນໄດ້ຮັບຄວາມເອົາໃຈ ໃສ່ຈາກບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນຕ່າງໆດີ ສົມຄວນ, ເຮັດໃຫ້ຄວາມຮັບຮູ້ຂອງ ປະຊາຊົນກ່ຽວກັບກົດໝາຍນັບມື້ ນັບດີຂຶ້ນ, ສະຕິເຄົາລົບກົດໝາຍໄດ້ ຮັບການເຊີດຊູສູງຂຶ້ນເປັນກ້າວໆ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ. ສໍາລັບທິດທາງແຜນການວຽກ ງານຍຸຕິທໍາຮາກຖານ ໃນປີ 2024 ຂອງຂະແໜງການຍຸຕິທໍາ ຈະສຸມໃສ່ 5 ວຽກຕົ້ນຕໍ ຄື: ວຽກງານສ້າງບຸກ ຄະລາກອນກົດໝາຍໃຫ້ຮາກຖານ ບ້ານແລະ ກຸ່ມບ້ານ, ວຽກງານການ ໂຄສະນາເຜີຍແຜ່ກົດໝາຍ, ວຽກ ງານການສ້າງຄອບຄົວ ແລະ ບ້ານ ແບບຢ່າງປະຕິບັດກົດໝາຍ, ວຽກ ງານການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ແລະ ວຽກງານຍຸຕິທຳເດັກ. ພ້ອມ ນີ້, ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຄົ້ນ ຄວ້າ, ປະກອບຄໍາຄິດຄໍາເຫັນຕໍ່ການ ເຄື່ອນໄຫວວຽກງານຍຸຕິທໍາຮາກ ຖານຂອງຂະແໜງການຍຸຕິທຳແຕ່ ສູນກາງຮອດທ້ອງຖິ່ນໃນໄລຍະ ຜ່ານມາ, ຄົ້ນຄວ້າ, ປຶກສາຫາລືແລະ ລາວ, ທັງເປັນການແລກປ່ຽນບົດ ຮຽນອັນລ້ຳຄ່າ ກ່ຽວກັບການສ້າງ ສັນຜົນງານ, ວິທີການຮັກສາ ແລະ ພັດທະນາຮູບແຕ້ມ ຈາກບັນດານັກ ສິລະປິນລະດັບຊາດຂອງ ຈີນ ແລະ ໄທ. ພ້ອມນັ້ນ, ກໍເປັນການກະຕຸກ ຊຸກຍູ້ອຸດສະຫະກຳການທ່ອງທ່ຽວ ທາງວັດທະນະທຳ ທີ່ມີຄຸນຄ່າຍອດ ຍິ່ງ ເພື່ອດຶງດູດການລົງທຶນ, ການ ຮ່ວມມືສາກົນເຂົ້າໃນການພັດທະ ນາສີມືຂອງນັກສິລະປິນລາວ ແລະ ເປັນການປະກອບສ່ວນອັນສໍາຄັນ ໃຫ້ແກ່ການຫລຸດຜ່ອນຄວາມທຸກ ຍາກໃຫ້ແກ່ປະຊາຊົນ ໃຫ້ນັບມື້ນັບ ດີຂຶ້ນຕາມນະໂຍບາຍຂອງພັກ ແລະ ລັດຖະບານ ສປປ ລາວ. ງານວາງສະແດງແລກປ່ຽນ ສິລະປະວັດທະນະທຳ ລາວ-ຈີນໄທ ໃນຄັ້ງນີ້, ແມ່ນການຈັດວາງ ສະແດງຜົນງານທາງດ້ານວິຈິດສິນ ເຊິ່ງຈະໄດ້ດຳເນີນໄປເປັນເວລາ 3 ວັນ (15-17 ມັງກອນ 2024) ໂດຍມີນັກສິລະປິນຈາກ ສປປ ລາວ 24 ທ່ານ ສົ່ງຜົນງານຮູບແຕ້ມເຂົ້າ ຮ່ວມ 61 ຮູບ; ນັກສິລະປິນຈາກ ສປ ຈີນ 9 ທ່ານ ສົ່ງຜົນງານຮູບແຕ້ມ ເຂົ້າຮ່ວມ 117 ຮູບ ແລະ ນັກສິລະ ປິນຈາກລາຊະອານາຈັກໄທ 13 ທ່ານ ສົ່ງຜົນງານຮູບແຕ້ມເຂົ້າຮ່ວມ 50ຮູບ.ບັນດາຮູບແຕ້ມທີ່ນໍາມາວາງ ສະແດງໃນຄັ້ງນີ້ ສ່ອງແສງໃຫ້ເຫັນ ຄວາມສວຍສົດງົດງາມຂອງທຳ ມະຊາດ, ວິຖີການດຳລົງຊີວິດ, ສັດ ໃນຕຳນານ, ຮູບຄົນ ແລະ ແຫລ່ງ ມໍລະດົກສະຖານຕ່າງໆ. ພ້ອມນີ້, ພາຍໃນງານຍັງມີການ ຈັດປະມູນຜົນງານຂອງບັນດາສິ ລະປິນແຫ່ງຊາດ ທີ່ມີຊື່ສຽງຈາກ 3 ປະເທດ ອີກດ້ວຍ. ຂ່າວ: ສົມຫວັງ, ພາບ: ອ່າຍຄໍາ ກໍານົດທິດທາງວຽກງານຈຸດສຸມ ສໍາລັບປີ 2024 ຕິດພັນກັບການ ປະຕິບັດ 2 ວາລະແຫ່ງຊາດ ຕາມ ຄວາມຮັບຜິດຊອບຂອງຂະແໜງ ຍຸຕິທໍາຕື່ມອີກ. ໂອກາດນີ້, ທ່ານ ໄພວີ ສີບົວລິ ພາ ເນັ້ນໃສ່ບາງວຽກງານທີ່ຕ້ອງ ເອົາໃຈໃສ່ປັບປຸງໃຫ້ມີຄຸນນະພາບ ດີຂຶ້ນກວາເກົ່າ ເປັນຕົ້ນ ການສ້າງ ຖັນແຖວພະນັກງານຂະແໜງການ ຍຸຕິທຳໃຫ້ມີຄຸນທາດການເມືອງໜັກ ແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນ-ຈັນຍາທຳມີຄວາມຮູ້- ຄວາມສາມາດ ທາງດ້ານທິດສະດີ ການເມືອງ ແລະ ວິຊາສະເພາະ; ກຳແໜ້ນພາລະບົດບາດ ແລະ ໜ້າທີ່ ຂອງຂະແໜງການຍຸຕິທຳຄື: ການ ສ້າງ, ປັບປຸງກົດໝາຍ ແລະ ນິຕິກຳ ໃຕ້ກົດໝາຍ; ການໂຄສະນາເຜີຍ ແຜ່ກົດໝາຍໃຫ້ກວ້າງຂວາງ ແລະ ເລິກເຊິ່ງ ດ້ວຍຫລາຍຮູບການ, ວິທີ ການ; ເພີ່ມທະວີການຕິດຕາມກວດ ກາຂະບວນການຈັດຕັ້ງປະຕິບັດກົດ ໝາຍ, ການບໍລິການທາງດ້ານກົດ ໝາຍ ແລະ ຍຸຕິທໍາໃຫ້ວ່ອງໄວ, ຍົກ ສູງຄຸນນະພາບຂອງວຽກງານພັດ ທະນາບຸກຄະລາກອນກົດໝາຍ ເພື່ອຕອບສະໜອງໃຫ້ແກ່ການຄຸ້ມ ຄອງລັດ, ຄຸ້ມຄອງເສດຖະກິດ-ສັງ ຄົມດ້ວຍກົດໝາຍ, ເພີ່ມທະວີການ ຊີ້ນໍາ-ນໍາພາ ຂອງຄະນະພັກ ແຕ່ລະ ຂັ້ນຕໍ່ວຽກງານຍຸຕິທຳ ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍ 2 ວາລະ ແຫ່ງຊາດ ຕິດພັນກັບຄວາມຮັບ ຜິດຊອບຂອງຂະແໜງການຍຸຕິທຳ; ການຈັດຕັ້ງປະຕິບັດບັນດາຄາດ ໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ,ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງຍຸຕິ ທຳວາງອອກໃຫ້ປາກົດຜົນເປັນຈິງ. ຂ່າວ: ກິດຕາ ພາບ: ໜັງສືພິມວຽງຈັນໃໝ່ ທີ່ພັກ-ລັດຖະບານ ແລະ ປະຊາຊົນ ມອບໝາຍໃຫ້ໃນການຄຸ້ມຄອງປົກ ປັກຮັກສາກວດກາການນຳໃຊ້ ແລະ ຟື້ນຟູພັດທະນາຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມຕາມ ທິດສີຂຽວ ແລະ ຍືນຍົງລວມທັງ ວຽກງານການຄຸ້ມຄອງອຸຕຸນິຍົມ ແລະ ອຸທົກກະສາດການປ່ຽນແປງ ດິນຟ້າອາກາດໂດຍໄດ້ປະຕິບັດແຜນ ການປະຈຳປີຕິດພັນກັບຂໍ້ແຂ່ງຂັນ ຮັກຊາດ-ພັດທະນາ ແລະ ການຈັດ ຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ມີຜົນສໍາເລັດໃນຫລາຍດ້ານ ເປັນ ຕົ້ນ ໃນແຜນປີ 2023 ກຊສ ໄດ້ກໍາ ນົດໜ້າວຽກຈຸດສຸມທັງໝົດ 19 ໜ້າວຽກຈຸດສຸມ. ໃນນີ້, ປະຕິບັດ ໄດ້ສໍາເລັດ 100% ມີ 4 ໜ້າວຽກ, ປະຕິບັດໄດ້ 70%-90% ມີ 11 ໜ້າວຽກ ແລະ ປະຕິບັດໄດ້ຕໍ່າກວ່າ 50% ມີ 4 ໜ້າວຽກຄື: ວຽກງານ ຂຶ້ນທະບຽນອອກໃບຕາດິນໃນຂອບ ເຂດທົ່ວປະເທດ; ວຽກສ້າງແຜນຍຸດ ທະສາດ ແລະ ແຜນການນໍາໃຊ້ທີ່ດິນ ຂອງແຕ່ລະຂະແໜງການແລະທ້ອງ ຖິ່ນຕາມກົດໝາຍວ່າດ້ວຍທີ່ດິນ; ວຽກງານກວດກາໂຄງການເຊົ່າ- ສໍາປະທານທີ່ດິນຂອງລັດທຸກໂຄງ ການ ແລະ ວຽກງານຄຸ້ມຄອງສິ່ງ ແວດລ້ອມ ແລະ ສິ່ງເສດເຫລືອ. ກອງປະຊຸມຄັ້ງນີ້, ໄດ້ສະຫລຸບ ຕີລາຄາຄືນການຈັດຕັ້ງປະຕິບັດ ວຽກງານ ຂອງຂະແໜງຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດ ລ້ອມປະຈໍາປີ 2023 ໂດຍສະເພາະ ດ້ານການຈັດຕັ້ງ-ພະນັກງານ, ດ້ານ ວຽກງານວິຊາສະເພາະ ເປັນຕົ້ນ ວຽກງານທີ່ດິນ, ນໍ້າ, ສິ່ງແວດລ້ອມ ການປ່ຽນແປງດິນຟ້າອາກາດ ແລະ ວຽກງານອຸຕຸນິຍົມ ແລະ ອຸທົກກະ ສາດ ເພື່ອຍົກໃຫ້ເຫັນດ້ານດີ, ດ້ານ ອ່ອນ, ຂໍ້ຄົງຄ້າງ ເພື່ອເປັນກົນໄກ ການຈັດຕັ້ງປະຕິບັດວຽກງານໃນ ຊຸມປີຕໍ່ໜ້າ.

RkJQdWJsaXNoZXIy MTc3MTYxMQ==