lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 18/01/2024 xtgmf]k; ກະຊວງ ຖວທ ໄດ້ຮັບເຄື່ອງ... ນາຍົກລັດຖະມົນຕີ... ແຂວງຄຳມ່ວນ... ມອບ-ຮັບໂຄງການ... ຍິງປືນສະແດງ-ສາທິດ... ]a f4t,q o8u dt-;' 4;m 3vh ]q , rtoa d'ko 4;m c0;'sq ;ra o ຂປລ. ໃນໂອກາດເດີນທາງມາ ຮ່ວມພິທີເປີດປີທ່ອງທ່ຽວລາວ 2024 ແລະ ນິທັດສະການທ່ຽວຊົມ ດອກຄາຍປ່າ, ດອກຊາກຸຣະ ແຂວງ ຫົວພັນ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ໂອ້ລົມການ ນໍາ ແລະ ພະນັກງານ-ລັດຖະກອນ ຖວທ ແຂວງ ໂດຍມີທ່ານ ນາງ ໝັ້ນ ເພັງຄະຕິຍະ ຫົວໜ້າພະແນກ ຖວທ ແຂວງ, ມີຮອງຫົວໜ້າພະ ແນກ, ຫົວໜ້າຫ້ອງການ ຖວທ 10 ເມືອງທົ່ວແຂວງ, ພ້ອມດ້ວຍພະ ນັກງານລັດຖະກອນພາຍໃນພະ ແນກ ຖວທ ແຂວງເຂົ້າຮ່ວມ ແລະ ລາຍງານຜົນສໍາເລັດການຈັດຕັ້ງ ປະຕິບັດວຽກງານໃນແຕ່ລະດ້ານ ໂດຍຫຍໍ້ໃນໄລຍະຜ່ານມາ ເຊິ່ງມີ ດ້ານ ດີທີ່ປະຕິບັດ ແລະ ດ້ານອ່ອນ ຄົງຄ້າງທີ່ຈະໄດ້ສືບຕໍ່ແກ້ໄຂໃນ ຕໍ່ໜ້າ. ໂອກາດນີ້, ທ່ານ ນາງ ສວນສະ ຫວັນ ວິຍະເກດ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ ເຮັດໄດ້ ແລະ ໄດ້ເນັ້ນບາງບັນຫາ ທີ່ຈະຕ້ອງໄດ້ສືບຕໍ່ພ້ອມກັນປະຕິບັດ ໃຫ້ມີຜົນສຳເລັດ ເປັນຕົ້ນ ສືບຕໍ່ ເພີ່ມທະວີການສຶກສາອົບຮົມວຽກ ງານການເມືອງ-ແນວຄິດ, ເຊື່ອມ ຊຶມ, ກຳແໜ້ນແນວທາງນະໂຍບາຍ ຂອງພັກ-ລັດ; ເອົາໃຈໃສ່ໂຄສະນາ ແນວທາງນະໂຍບາຍຂອງພັກ-ລັດ ໃຫ້ຕໍ່ເນື່ອງ; ເນື້ອໃນຂໍ້ມູນຂ່າວສານ ຕ້ອງຊັດເຈນ, ມີເນື້ອຫາສາລະເພື່ອ ດຶງດູດຜູ້ອ່ານ, ຜູ້ຟັງ ແລະ ຜູ້ຊົມ; ສົ່ງເສີມ, ພັດທະນາວຽກງານວັດທະ ນະທຳແຕ່ຮາກຖານ, ຊຸກຍູ້ຂະບວນ ການສ້າງຄອບຄົວ, ບ້ານ, ກຸ່ມບ້ານ ວັດທະນະທຳໃຫ້ກວ້າງຂວາງ; ເອົາ ໃຈໃສ່ຄຸ້ມຄອງ ແລະ ຟື້ນຟູ, ປະຕິສັງ ຂອນ, ອະນຸລັກ ເພື່ອສົ່ງເສີມການ ຄຸ້ມຄອງມໍລະດົກວັດທະນະທຳທາງ ດ້ານນາມມະທຳ, ຮູບປະທໍາເພື່ອຮັກ ສາມໍລະດົກວັດທະນະທຳປະຫວັດ ສາດ ແລະ ທຳມະຊາດ ພາຍໃນ ແຂວງ ໃຫ້ຍຶນຍົງ. ພ້ອມນີ້, ໃຫ້ສືບຕໍ່ປັບປຸງຄົ້ນຄວ້າ ແລະ ພັດທະນາແຫລ່ງທ່ອງທ່ຽວ ຕ່າງໆ ໃຫ້ມີຄວາມຫລາກຫລາຍ ເພື່ອດຶງດູດນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດ ໂດຍແນໃສ່ ການທ່ອງທ່ຽວທຳມະຊາດ, ວັດທະ ນະທຳ, ການທ່ອງທ່ຽວແບບປະ ຊາຊົນມີສ່ວນຮ່ວມ ເພື່ອໃຫ້ສອດ ຄ່ອງກັບຄໍາຂວັນປີທ່ອງທ່ຽວລາວ 2024 ທີ່ວ່າ: ທ່ອງທ່ຽວລາວປອດ ໄພ, ຊື່ນໃຈໃນວັດທະນະທຳ, ປະ ຫວັດສາດ ແລະ ທຳມະຊາດ. ຂ່າວ-ພາບ: ນິດຖະໜອມ ການສະເຫລີມສະຫລອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 75 ປີ ໃນຄັ້ງນີ້, ມີຫລາຍລາຍ ການສະແດງທີ່ໜ້າຕື່ນເຕັ້ນ ແລະ ປະທັບໃຈເປັນຕົ້ນການສະແດງສິລະ ປະກອນ, ສະແດງມວຍຫັດກາຍ, ມວຍສູ້ຮົບ, ສະແດງຍຸດທະວິທີສູ້ ຮົບບຸກຄົນ, ຍິງເປີດປ້າຍຄຳຂວັນ (ນໍ້າໃຈ 20 ມັງກອນ ໝັ້ນຍືນ), ສະແດງປິດລັບຫລອນຕີສູນບັນຊາ ຂອງສັດຕູ, ການສະແດງໂດດຈ້ອງ ລົງດັບສູນສັດຕູຢູ່ແນວຫລັງ (ທໍາ ລາຍກຸ່ມສາງອາວຸດຂອງສັດຕູ), ການນຳໃຊ້ປືນໃຫຍ່ເຄື່ອນທີ່ 122 ມມ ແລະ ປືນເບແອັມ-21, ການນຳ ໃຊ້ລົດຕັງ T-72 ເຄື່ອນທີ່ ແລະ ຄົງ ທີ່ຍິງທຳລາຍເປົ້າໝາຍເຫລົ່າຮົບ ລົດຕັງຍານເກາະ, ການນໍາໃຊ້ກຳ ລັງໄຟຍິງກຽມ, ເຫລົ່າຮົບຊ່າງແສງ ສົ່ງໂບກຝ່າບິນ, ເປີດທາງໄຂໃຫ້ເພື່ອ ປະຕິບັດບຸກຕີສັດຕູ, ການກອບກູ້ ທະຫານຖືກບາດເຈັບອອກຈາກສະ ໜາມ, ການນຳໃຊ້ປືນ 57 ມມ ຍິງ ດັບສູນເປົ້າໝາຍເທິງອາກາດ, ການ ສະແດງສືບຂ່າວສະໜາມສັດຕູ ຫລອນຕີທາດພິດເຄມີແລະ ປະຕິບັດ ລຶບລ້າງທາດພິດໃຫ້ຄົນ ແລະ ພາ ຫະນະສູ້ຮົບເຫລົ່າຮົບເຄມີ; ສະແດງ ການຂັບຂີ່ລົດຕັງຂອງເອື້ອຍນ້ອງ ຍິງກອງພັນໃຫຍ່ 661, ນຳໃຊ້ກ້ອນ ກຳລັງສະແດງຮູບແຖວຄົງທີ່, ເຄື່ອນ ທີ່, ປະສານສຽງເສບ, ສະແດງຮູບ ແຖວເປັນຄື້ນປະສານສຽງເສບ ແລະ ສະແດງຮູບແຖວຮ້ອງເພງ, ໄດ້ ນຳໃຊ້ 4 ຝູງບິນຄື: ຝູງບິນຍົນຫັດ ແອບຂັ້ນຕົ້ນ, ຝູງບິນ ຍົນຂຶ້ນຊື່, ຝູງ ບິນອາຍພົ່ນຫັດແອບ, ຍັກ 130 ເປັນ ເຄື່ອງບິນສູ້ຮົບບິນສະແດງຢູ່ເທິງ ນ່ານຟ້າ. ພ້ອມນີ້, ຍັງມີທີມເຄື່ອງ ບິນກອງທັບອາກາດປະຊາຊົນຈີນ ນົກເຂົາແດງມາຮ່ວມສ້າງບັນຍາ ກາດ ໂດຍນໍາໃຊ້ເຄື່ອງບິນອາຍພົ່ນ GL8 ຈໍານວນ 8 ລໍາບິນສະແດງ ຢູ່ເທິງຟ້າໃຫ້ໄດ້ຊົມຢ່າງສວຍງາມ. ໂອກາດດັ່ງກ່າວ, ທ່ານ ພົທ ຄຳລຽງ ອຸທະໄກສອນ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ, ຫົວ ໜ້າກົມໃຫຍ່ເສນາທິການກອງທັບ ໄດ້ໃຫ້ຮູ້ວ່າ: ການຈັດກິດຈະກຳໃນ ຄັ້ງນີ້, ນອກຈາກເປັນການສະເຫລີມ ສະຫລອງວັນສ້າງຕັ້ງກອງທັບຄົບ ຮອບ 75 ປີແລ້ວ, ຍັງເປັນການສະ ແດງໃຫ້ເຫັນເຖິງຄວາມເຂັ້ມແຂງ ຂອງກອງທັບປະຊາຊົນລາວ ກໍຄື ຍຸດທະວິທີໃນການສູ້ຮົບຂອງແຕ່ລະ ກົມກອງ. ກອງທັບປະຊາຊົນລາວ ກຳເນີດ ເກີດຂຶ້ນ ໃນທ່າມກາງປະເທດຊາດ ຖືກພວກລ່າເມືອງຂຶ້ນເຂົ້າມາຮຸກ ຮານ ແລະ ຄອບຄອງປະເທດລາວ ໂດຍພາຍໃຕ້ການນຳພາຂອງພັກ, ປະຊາຊົນລາວບັນດາເຜົ່າ ໄດ້ລຸກຮື ຂຶ້ນຕໍ່ສູ້ຕ້ານການຮຸກຮານ ຢ່າງເປັນ ຂະບວນຟົດຟື້ນໃນທົ່ວປະເທດ, ໃນ ວັນທີ 20 ມັງກອນ1949ກອງທັບ ລາວອິດສະຫລະ ໄດ້ຮັບການປະ ກາດສ້າງຕັ້ງຂຶ້ນ (ເຊິ່ງເປັນຕົ້ນກຳ ເນີດຂອງກອງທັບເຮົາໃນປັດຈຸບັນ) ຢູ່ເຂດລາວຮຸ່ງ ພຽງສາ ເມືອງຊຽງ ຄໍ້ ແຂວງຫົວພັນ ໂດຍແມ່ນປະ ທານ ໄກສອນ ພົມວິຫານ ເປັນຜູ້ປະ ກາດສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍ ກົງ, ນັບແຕ່ກອງທັບໄດ້ຮັບການ ສ້າງຕັ້ງຂຶ້ນກໍໄດ້ຮັບພາລະກຳອັນ ໜັກໜ່ວງຕໍ່ສູ້ຕ້ານກັບຈັກກະພັດຜູ້ ຮຸກຮານທັງແບບເກົ່າ ແລະ ໃໝ່ທີ່ມີ ອາວຸດ, ພາຫະນະສົງຄາມ ແລະ ກຳ ລັງພົນທີ່ເໜືອກວ່າ ເພື່ອປົກປັກຮັກ ສາປະເທດຊາດ ແຕ່ດ້ວຍນ້ຳໃຈຮັກ ຊາດເດັດດ່ຽວໜຽວແໜ້ນ, ບໍ່ຍອມ ຈໍານົນ ກອງທັບໄດ້ຮ່ວມກັບປະຊາ ຊົນລາວບັນດາເຜົ່າ ສືບຕໍ່ດຳເນີນ ການຕໍ່ສູ້ຢ່າງອົງອາດກ້າຫານຍິ່ງ ຕີຍິ່ງໄດ້ຮັບໄຊຊະນະ, ຍິ່ງຕີຍິ່ງເຕີບ ໃຫຍ່ເຂັ້ມແຂງ ຈົນສາມາດປົດປ່ອຍ ປະເທດຊາດໄດ້ຢ່າງສົມບູນ ແລະ ສ້າງຕັ້ງລະບອບໃໝ່ ສາທາລະນະ ລັດປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ພາຍ ຫລັງປະເທດຊາດ ໄດ້ຮັບການປົດ ປ່ອຍກອງທັບ ກໍໄດ້ປະຕິບັດສອງ ໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ສືບຕໍ່ເສີມຂະຫຍາຍທາດແທ້ ມູນເຊື້ອຂອງກອງທັບ, ປັບປຸງກໍ່ສ້າງ ກໍາລັງ, ອົບຮົບ-ຫັດແອບ, ປັບປຸງລະ ບຽບແບບແຜນເຮັດໃຫ້ກອງທັບ ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນ ສະໄໝຂຶ້ນເທື່ອລະກ້າວ. ຂ່າວ:ທະນູທອງ, ພາບ: ຂັນໄຊ ຮ່ວມ. ທ່ານ ພັອ ຄຳແຜ່ນ ວີລືທຳ ເຈົ້າເມືອງວຽງທອງ ໄດ້ລາຍງານ ກ່ຽວກັບສະພາບລວມການພັດທະ ນາຢູ່ເຂດພັດທະນາຈຸດສຸມທອງ ມີໄຊ ເຊິ່ງເຂດດັ່ງກ່າວຕັ້ງຢູ່ທິດເໜືອ ຂອງເມືອງ, ຫ່າງຈາກຕົວເມືອງ 92 ກິໂລແມັດ, ປັດຈຸບັນມີ 4 ບ້ານ ທີ່ຂຶ້ນກັບ, ມີ 267 ຄອບຄົວ, ມີປະ ຊາກອນ 1.700 ຄົນ, ຍິງ 841 ຄົນ, ອາຊີບຫລັກແມ່ນເຮັດນາປູກເຂົ້າ, ລ້ຽງສັດ, ປູກມັນຕົ້ນ, ມັນສະຄູ ແລະ ຄ້າຂາຍ, ໃນເຂດດັ່ງກ່າວມີບ້ານພົ້ນ ທຸກ 3 ບ້ານ, 187 ຄອບຄົວ. ສ່ວນ ດ້ານໂຄງລ່າງພື້ນຖານ ມີໂຮງຮຽນ ປະຖົມ 4 ແຫ່ງ, ມັດທະຍົມຕົ້ນ 1 ແຫ່ງ, ມີຊົນລະປະທານ 4 ແຫ່ງ, ມີໂຮງງານຜະລິດແປ້ງມັນສະຄູ 1 ແຫ່ງ. ພ້ອມນີ້, ທ່ານຍັງໄດ້ສະເໜີ ຕໍ່ລັດຖະບານ ກໍ່ສ້າງປັບປຸງເສັ້ນ ທາງໃຫ້ປະຊາຊົນສາມາດທຽວໄດ້ 2 ລະດູ ເຊິ່ງມີຄວາມຍາວປະມານ 98 ກິໂລແມັດ; ສະເໜີຂໍງົບປະມານ ເພື່ອຈັດຊື້ອຸປະກອນລະບົບຕໍ່ນ້ຳ ເຂົ້ານາ ແລະ ງົບປະມານສ້ອມແ ປງ ຊົນລະປະທານຈໍານວນ 3 ແຫ່ງ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ໄດ້ມີຄຳເຫັນໂອ້ລົມໂດຍ ໄດ້ເນັ້ນໃຫ້ຄະນະພັກ-ຄະນະນຳ ແຂວງ ແລະ ເມືອງສືບຕໍ່ຍົກສູງ ຄວາມຮັບຜິດຊອບ ການນຳພາ-ຊີ້ ນຳວຽກງານການເມືອງແນວຄິດ ສະມາຊິກພັກ-ພະນັກງານ ໃຫ້ມີ ຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມ ເຊື່ອໝັ້ນຕໍ່ແນວທາງນະໂຍບາຍ ຂອງພັກ-ລັດ,ທັງມີຄວາມຮັບຮູ້ແລະ ເຂົ້າໃຈຢ່າງຖືກຕ້ອງ; ໃຫ້ຂະແໜງ ການກ່ຽວຂ້ອງຢູ່ສູນກາງປະສານ ສົມທົບກັບອົງການປົກຄອງທ້ອງ ຖິ່ນຊຸກຍູ້, ສົ່ງເສີມເຮັດໃຫ້ລູກຫລານ ຂອງປະຊາຊົນ ສາມາດເຂົ້າເຖິງລະ ບົບການສຶກສາໄດ້ຢ່າງທົ່ວເຖິງ; ສືບ ຕໍ່ຂະຫຍາຍຕາໜ່າງການບໍລິການ ດ້ານສາທາລະນະສຸກໃຫ້ທົ່ວເຖິງແຕ່ ລະບ້ານ; ຊຸກຍູ້, ສົ່ງເສີມ ແລະ ຕັ້ງ ໜ້າປະກອບສ່ວນເຂົ້າໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ; ເອົາໃຈໃສ່ເຕົ້າໂຮມຄວາມສາ ມັກຄີປອງດອງປະຊາຊົນບັນດາ ເຜົ່າ, ຊັ້ນຄົນ, ສາສະໜາ ເພື່ອສ້າງ ຄວາມເປັນເອກະພາບຂອງປະຊາ ຊົນບັນດາເຜົ່າ; ສືບຕໍ່ຊຸກຍູ້, ສົ່ງເສີມ ການສ້າງທ່າແຮງຢູ່ແຕ່ລະທ້ອງຖິ່ນ ໂດຍສະເພາະ ການພັດທະນາແຫລ່ງ ທ່ອງທ່ຽວທາງທຳມະຊາດ, ວັດ ທະນະທຳອັນດີງາມຂອງຊາດ ໃຫ້ ຫລາຍຂຶ້ນແລະຍືນຍົງ,ຊຸກຍູ້ສົ່ງເສີມ ການຜະລິດກະສິກຳສະອາດເພື່ອ ສົ່ງອອກລວມທັງການປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນໃຫ້ນັບ ມື້ດີຂຶ້ນເທື່ອລະກ້າວ. ຕໍ່ກັບບັນດາຂໍ້ ສະເໜີຂອງເມືອງແມ່ນມອບໃຫ້ ຂະແໜງການກ່ຽວຂ້ອງສູນກາງ ສົມທົບກັບແຂວງ ແລະ ເມືອງ ເພື່ອ ຄົ້ນຄວ້າພິຈາແກ້ໄຂຕາມສະພາບ ຄວາມ ເປັນຈິງແລະ ສອດຄ່ອງຕາມ ລະບຽບການ. ໃນໂອກາດມາເຄື່ອນໄຫວຢ້ຽມ ຢາມ ແລະ ເຮັດວຽກໃນຄັ້ງນີ້, ທ່ານ ນາຍົກລັດຖະມົນຕີຍັງໄດ້ມອບອຸປະ ກອນ ແລະ ເຄື່ອງນຸ່ງຫົ່ມຈຳນວນ ໜຶ່ງໃຫ້ເຂດພັດທະນາຈຸດສຸມທອງ ມີໄຊ ເພື່ອປະກອບສ່ວນເຂົ້າໃນການ ດໍາລົງຊີວິດ ແລະ ແກ້ໄຂຊີວິດການ ເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ຂປລ. ພິທີມອບ-ຮັບໂຄງການ ກໍ່ສ້າງອາຄານກອງບັນຊາການ ທະຫານອາກາດ ເຊິ່ງເປັນທຶນຊ່ວຍ ເຫລືອຂອງລັດຖະບານ ສປ ຈີນ ມອບໃຫ້ລັດຖະບານ ແຫ່ງ ສປປ ລາວ ເພື່ອເປັນຂອງຂວັນເນື່ອງໃນ ໂອກາດສະເຫລີມສະຫລອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຈັດຂຶ້ນໃນວັນທີ 16 ມັງກອນ 2024 ໂດຍການກ່າວ ມອບຂອງ ສະຫາຍ ວາງເພິງສຸ້ຍ ຮອງປະທານ ບໍລິສັດ ຟຣອນເທຍ ເຊີວິດກຣຸບ ສປ ຈີນ (FSG) ແລະ ກ່າວຮັບໂດຍສະຫາຍ ພົນຈັດ ຕະວາ ບຸນມາ ຈັນທະວົງສາ ຫົວໜ້າ ການເມືອງ ກອງບັນຊາການທະ ຫານອາກາດ ໂດຍມີສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ກໍາ ມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງປ້ອງກັນປະເທດ, ສະຫາຍ ຫວາງຊາງ ອຸປະທູດ ສະຖານເອກ ອັກຄະລັດສະທູດ ສປ ຈີນ ປະຈຳ ລາວ, ມີຜູ້ຕາງໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ, ກະ ຊວງແຜນການ ແລະການລົງທຶນ, ກະຊວງການເງິນ, ຄະນະກົມ, ອົງ ການ, ກອງທີ່ຂຶ້ນກັບກະຊວງປ້ອງ ກັນປະເທດ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ບຸນມາ ຈັນທະວົງສາ ໄດ້ໃຫ້ຮູ້ວ່າ: ໂຄງ ການກໍ່ສ້າງອາຄານຫ້ອງການຫລັງ ໃໝ່ ຂອງກອງບັນຊາການທະຫານ ອາກາດ ໄດ້ເລີ່ມລົງມີກໍ່ສ້າງແຕ່ປີ 2018 ໂດຍແມ່ນບໍລິສັດ ຟຣອນ ເທຍ ເຊີວິດ ກຣຸບ ສປ ຈີນ ໄດ້ຮັບ ການຄັດເລືອກໃຫ້ດໍາເນີນການອອກ ແບບ ແລະ ກໍ່ສ້າງ, ມາຮອດປັດ ຈຸບັນການກໍ່ສ້າງໄດ້ສໍາເລັດຕາມ ແຜນການ ເຊິ່ງອາຄານດັ່ງກ່າວ, ເປັນອາຄານທັນສະໄໝພຽບພ້ອມ ດ້ວຍສິ່ງອໍານວຍຄວາມ ສະດວກ ແລະ ປະໂຫຍດໃຊ້ສອຍທີ່ມີຄວາມ ປອດໄພ, ການກໍ່ສ້າງມີມາດຕະ ຖານດ້ານຄຸນນະພາບສູງ, ນອກ ຈາກຜົນງານອັນໂດດເດັ່ນໃນກາ ນອອກແບບ ແລະ ກໍ່ສ້າງແລ້ວ, ບໍລິສັດ ຍັງເປັນເຈົ້າການຊ່ວຍເຫລືອ ເຈົ້າຂອງໂຄງການ ກໍຄື ກະຊວງ ປ້ອງກັນປະເທດ ແລະ ກອງບັນຊາ ການທະຫານອາກາດ. ໝາກຜົນຂອງໂຄງການກໍ່ສ້າງ ອາຄານຫ້ອງການກອງບັນຊາ ການທະຫານອາກາດ ແມ່ນຢັ້ງຢືນ ໃຫ້ເຫັນເຖິງນໍ້າໃຈສາມັກຄີສາກົນ ອັນບໍລິສຸດສຸດຜ່ອງຂອງການນໍາ ສອງປະເທດ ໃນການເປັນເພື່ອນມິດ ຍຸດທະສາດ ແລະ ຄູ່ຮ່ວມ ຊາຕາກໍາ ຢ່າງແທ້ຈິງ ແລະ ຈະນໍາໃຊ້ອາ ຄານແຫ່ງນີ້ ໃຫ້ເກີດປະໂຫຍດສູງ ສຸດສອດຄ່ອງຕາມເປົ້າໝາຍທີ່ວາງ ໄວ້, ປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາສັນຕິພາບ ແລະ ເຂດ ນໍ້າແດນດິນທີ່ແສນຮັກຂອງຊາດ ລາວໃຫ້ໝັ້ນຄົງຕະຫລອດໄປ. ຂ່າວ: ບິກໄຊ ສົມພູ ພາບ, ສ້າງການຫັນປ່ຽນຢ່າງແຂງ ແຮງ, ເລິກເຊິ່ງ, ຮອບດ້ານ ໃນວຽກ ງານກວດກາ.ພ້ອມນີ້ຄະນະພັກແລະ ຄະນະກວດກາທຸກຂັ້ນຕ້ອງເພີ່ມ ທະວີການກວດກາທາງດ້ານການ ເມືອງ, ລະບຽບວິໄນຄຽງຄູ່ກັບການ ສຶກສາອົບຮົມດ້ານການເມືອງແນວ ຄິດຕິດພັນກັບການແກ້ໄຂຜົນຂອງ ການກວດກາ, ສຸມໃສ່ແກ້ໄຂ ແລະ ຕີຖອຍບັນຫາການສໍ້ລາດບັງຫລວງ ທີ່ເປັນວຽກງານຮີບດ່ວນ ແລະ ມີ ຄວາມທ້າທາຍຕໍ່ການຈັດຕັ້ງຂອງ ພັກ-ລັດເຮົາ ໃນປັດຈຸບັນ. ໃນໂອກາດດຽວກັນ, ທ່ານ ຄໍາສອນອ້ວນທະວີປະທານກວດກາ ພັກ-ລັດ ແຂວງຄໍາມ່ວນ ກໍໄດ້ລາຍ ງານການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານກວດກາໃນ 1 ປີຜ່ານມາ ໂດຍລວມແມ່ນຈັດຕັ້ງປະຕິບັດຕາມ ທິດທາງ ແລະ ຄາດໝາຍສູ້ຊົນທີ່ໄດ້ ກຳນົດໄວ້ໃນກອງປະຊຸມໃຫຍ່ຄັ້ງ ທີ X ຂອງອົງຄະນະພັກ ແຂວງຄຳ ມ່ວນ ກ່ຽວກັບວຽກງານກວດກາຄື: ເພີ່ມທະວີວຽກງານຊຸກຍູ້, ຕິດຕາມ, ກວດກາ, ຕີລາຄາການນໍາພາ-ຊີ້ນຳ ຂອງຄະນະພັກແຕ່ລະຂັ້ນ ເປັນຕົ້ນ ການກວດກາສະມາຊິກພັກ ແລະ ການຈັດຕັ້ງພັກຕິດພັນກັບການຈັດ ຕັ້ງດຳເນີນຊີວິດການເມືອງພາຍໃນ ຄະນະພັກ, ຝຶກອົບຮົມຍົກລະດັບຜູ້ ທີ່ເຮັດວຽກງານກວດກາ ເພື່ອເພີ່ມ ຂີດຄວາມສາມາດ ໃນການຕິດ ຕາມ-ກວດກາ, ເຮັດໃຫ້ວຽກງານ ກວດກາມີຄຸນນະພາບສູງຂຶ້ນ, ຖື ເອົາວຽກງານຕິດຕາມ-ກວດກາ ເປັນການປ້ອງກັນ ແລະ ສະກັດກັ້ນ ສິ່ງຫຍໍ້ທໍ້ຕ່າງໆໃນກົງຈັກການຈັດ ຕັ້ງ ແລະ ຖັນແຖວສະມາຊິກພັກພະນັກງານ; ການຈັດຕັ້ງປະຕິບັດ ຕົວຈິງແມ່ນອີງໃສ່ກົດລະບຽບ ຂອງພັກ, ກົດໝາຍຂອງລັດ, ພາລະ ບົດບາດ, ສິດ, ໜ້າທີ່ ແລະ ນິຕິກຳ ຕ່າງໆກ່ຽວກັບວຽກງານກວດກາ ເປັນເຄື່ອງມື ເພື່ອເຄື່ອນໄຫວເຮັດ ໜ້າທີ່ຂອງຕົນຢ່າງຕັ້ງໜ້າ. ຂ່າວ: ກອງຄຳ ກອບມີ ເສື້ອໂປໂລ ຈຳນວນ 479 ໂຕ ແລະ ກະເປົາຜ້າຝ້າຍ 497ໜ່ວຍ ລວມມູນຄ່າ 280 ລ້ານກີບ ຈາກ ໂຄງການສົ່ງເສີມຈຸນລະວິສາຫະ ກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງໃຫ້ສາມາດເຊື່ອມຕໍ່ກັບຕະ ຫລາດ ໃນອຸດສາຫະກຳທ່ອງທ່ຽວ ລາວ ແບບຍືນຍົງ (SUSTOUR Laos) ພາຍໃຕ້ອົງການແພຣນສາ ກົນ ປະຈຳ ສປປ ລາວ ໃຫ້ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດຂຶ້ນໃນວັນທີ 16 ມັງກອນ 2024, ຕາງໜ້າມອບໂດຍ ທ່ານ ແວຊອງ ເວ່ຍ ຫົວໜ້າຝ່າຍ ການຮ່ວມມືແຫ່ງສະພະພາບເອີຣົບ ປະຈຳສປປລາວແລະກ່າວຮັບໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ມີ ຜູ້ຕາງໜ້າໂຄງການ SUSTOUR Laos ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ສວນສະ ຫວັນ ວິຍະເກດ ໄດ້ສະແດງຄວາມ ຂອບໃຈ ແລະ ຕີລາຄາສູງຕໍ່ການສະ ໜັບສະໜູນ ແລະ ຊ່ວຍເຫລືອຂອງ ໂຄງການ SUSTOUR ລາວ ພາຍ ໃຕ້ອົງການແພຣນສາກົນ ປະຈຳ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການ ປະກອບສ່ວນສຳຄັນເຂົ້າໃນການ ຮັບໃຊ້ວຽກງານການເປັນປະທານ ກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ (ATF 2024) ໃນປີ 2024 ໃນຄັ້ງນີ້. ຂ່າວ: ວຽງສະຫວັນ, ພາບ: ຂັນໄຊ ຄວາມຮັບຜິດຊອບຂອງຕົນດ້ວຍ ຄວາມຮັບຜິດຊອບສູງ, ຍົກສູງບົດ ບາດ ແລະ ເພີ່ມທະວີໃນວຽກງານ ກວດກາໃຫ້ເຂັ້ມແຂງ, ມີປະສິດທິ
RkJQdWJsaXNoZXIy MTc3MTYxMQ==