5792

py 'xn oltcf'{lkmy fp5 fmt;y mu l6h Iq [ lts]v';a olh k'8A 'dv'ma [ 7q [Iv[ 75 xu xu 2023 d-l xt8y [a f |h k;Pd95 fl5 ,leg]a fs]kpfh ko okpq d]a f4t,q o8u g7nj vows;;Pd'ko 16j g0f95 fl5 ,ra fmtokmv',u wgxu f;k'ltcf'c]dxj Poly ]txt;a fmtotme 3 xtgmf ,v[{Ia [37'dkod+ lh k'vk7ko dv'[a o-kdkomtskovkdkf dt-;' 4;m wfh Ia [g7nj v' Ia [.-h 'kogvmu gva [ 2024 c0;'7e,j ;o 8h v'gxa og9Q kdkopq dl6 ' [q f[kf;Pd'kod;fdk1j k'c0'cI' lts]5 [dko9a f8A 'xt8y [a f ;Pdp5 8y me xt9exu 2023 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 18.01.2024 ປີທີ 23 ສະບັບທີ 5.853 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 ຂປລ. ພິທີມອບ-ຮັບການຊ່ວຍ ເຫລືອອຸປະກອນຮັບໃຊ້ສໍາລັບການ ເປັນປະທານກອງປະຊຸມລັດຖະມົນ ຂປລ. ເມື່ອບໍ່ດົນມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຊຸກ ຍູ້ການຜະລິດຂອງປະຊາຊົນ ຢູ່ເຂດ ຈຸດສຸມພັດທະນາທອງມີໄຊ ເມືອງ ວຽງທອງ ແຂວງບໍລິຄໍາໄຊ ໂດຍໃຫ້ ການຕ້ອນຮັບ ແລະ ເຮັດວຽກຮ່ວມ ຂອງ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍ ການນຳຂອງແຂວງ, ເມືອງ ແລະ ການຈັດຕັ້ງບ້ານທີ່ກ່ຽວຂ້ອງເຂົ້າ ຂປລ. ກອງປະຊຸມວຽກງານຍຸ ຕິທຳ ປະຈຳປີ 2023ໄດ້ຈັດຂຶ້ນ ວັນ ທີ17-18ມັງກອນ2023 ເພື່ອຕີລາ ຄາຄືນການຈັດຕັ້ງປະຕິບັດວຽກ ງານຮອບດ້ານຂອງກະຊວງຍຸຕິທຳ ແລະ ວາງທິດທາງ, ແຜນວຽກງານ ຈຸດສຸມປີ2024ພາຍໃຕ້ການເປັນປະ ທານຂອງ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ, ມີຮອງ ຂປລ. ກະຊວງປ້ອງກັນປະເທດ ໄດ້ຈັດກິດຈະກຳຍິງປືນສະແດງ ແລະ ສາທິດຍຸດທະວິທີການສູ້ຮົບ ເພື່ອສະເຫລີມສະຫລອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃນວັນທີ 17 ມັງກອນ 2024 ຢູ່ສະໜາມຫັດແອບວິທະຍາຄານ ນາຍທະຫານບົກກົມມະດຳ ເມືອງ ໂພນໂຮງ ແຂວງວຽງຈັນ ໂດຍມີ ທ່ານ ທອງລຸນ ສີສຸລິດ ປະທານປະ ເທດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ບຸນທອງ ຈິດມະນີຮອງປະທານປະເທດ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງປ້ອງກັນປະເທດ, ມີຮອງ ນາຍົກລັດຖະມົນຕີ, ບັນດາການນໍາ ພັກ, ລັດ ພ້ອມດ້ວຍນາຍ ແລະ ພົນ ຂປລ. ໃນໂອກາດເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຄໍາມ່ວນ ໃນລະຫວ່າງວັນມທີ 1618 ມັງກອນ 2024 ນີ້, ທ່ານ ຄໍາພັນ ພົມມະທັດ ກຳມະການກົມການ ເມືອງສູນກາງພັກ, ເລຂາທິການ ສູນກາງພັກ,ປະທານຄະນະກວດກາ ສູນກາງພັກ, ປະທານອົງການກວດ ກາແຫ່ງລັດ ແລະ ຫົວໜ້າອົງການ ຕ້ານການສໍ້ຫລາດບັງຫລວງຂັ້ນ ສູນກາງ ໄດ້ເນັ້ນໃຫ້ຄະນະພັກຄະນະນໍາແຂວງຄຳມ່ວນຕ້ອງພ້ອມ ກັນເປັນເຈົ້າການໃນການແກ້ໄຂບັນ ຫາໃນດ້ານຕ່າງໆ ຕາມຂອບເຂດ ທ່ານ ຄໍາພັນ ພົມມະທັດ ຕີທ່ອງທ່ຽວອາຊຽນ ຫລື ເອທີເອັບ (ATF 2024) ໃນປີ 2024 ປະ ທະຫານແລະພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ຂປລ. ງານວາງສະແດງແລກ ປ່ຽນສິລະປະວັດທະນະທຳ ລາວຈີນ-ໄທຈັດຂຶ້ນໃນວັນທີ16 ມັງກອນ 2024 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍມີທ່ານ ລັດຖະມົນຕີ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ ເພື່ອພ້ອມກັນຕີລາ ຄາຄືນການຈັດຕັ້ງປະຕິບັດວຽກ ງານຮອບດ້ານຂອງກະຊວງຍຸຕິທຳ ໃນໄລຍະ 1 ປີຜ່ານມາ ໂດຍສະເພາະ ວຽກງານໂຄສະນາແລະ ເຜີຍແຜ່ກົດ ໝາຍວຽກງານຍຸຕິທໍາຮາກຖານ, ວຽກງານໂຄສະນາ ແລະ ເຜີຍແຜ່

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 18/01/2024 xtgmf]k; ກະຊວງ ຖວທ ໄດ້ຮັບເຄື່ອງ... ນາຍົກລັດຖະມົນຕີ... ແຂວງຄຳມ່ວນ... ມອບ-ຮັບໂຄງການ... ຍິງປືນສະແດງ-ສາທິດ... ]a f4t,q o8u dt-;' 4;m 3vh ]q , rtoa d'ko 4;m c0;'sq ;ra o ຂປລ. ໃນໂອກາດເດີນທາງມາ ຮ່ວມພິທີເປີດປີທ່ອງທ່ຽວລາວ 2024 ແລະ ນິທັດສະການທ່ຽວຊົມ ດອກຄາຍປ່າ, ດອກຊາກຸຣະ ແຂວງ ຫົວພັນ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ໂອ້ລົມການ ນໍາ ແລະ ພະນັກງານ-ລັດຖະກອນ ຖວທ ແຂວງ ໂດຍມີທ່ານ ນາງ ໝັ້ນ ເພັງຄະຕິຍະ ຫົວໜ້າພະແນກ ຖວທ ແຂວງ, ມີຮອງຫົວໜ້າພະ ແນກ, ຫົວໜ້າຫ້ອງການ ຖວທ 10 ເມືອງທົ່ວແຂວງ, ພ້ອມດ້ວຍພະ ນັກງານລັດຖະກອນພາຍໃນພະ ແນກ ຖວທ ແຂວງເຂົ້າຮ່ວມ ແລະ ລາຍງານຜົນສໍາເລັດການຈັດຕັ້ງ ປະຕິບັດວຽກງານໃນແຕ່ລະດ້ານ ໂດຍຫຍໍ້ໃນໄລຍະຜ່ານມາ ເຊິ່ງມີ ດ້ານ ດີທີ່ປະຕິບັດ ແລະ ດ້ານອ່ອນ ຄົງຄ້າງທີ່ຈະໄດ້ສືບຕໍ່ແກ້ໄຂໃນ ຕໍ່ໜ້າ. ໂອກາດນີ້, ທ່ານ ນາງ ສວນສະ ຫວັນ ວິຍະເກດ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ ເຮັດໄດ້ ແລະ ໄດ້ເນັ້ນບາງບັນຫາ ທີ່ຈະຕ້ອງໄດ້ສືບຕໍ່ພ້ອມກັນປະຕິບັດ ໃຫ້ມີຜົນສຳເລັດ ເປັນຕົ້ນ ສືບຕໍ່ ເພີ່ມທະວີການສຶກສາອົບຮົມວຽກ ງານການເມືອງ-ແນວຄິດ, ເຊື່ອມ ຊຶມ, ກຳແໜ້ນແນວທາງນະໂຍບາຍ ຂອງພັກ-ລັດ; ເອົາໃຈໃສ່ໂຄສະນາ ແນວທາງນະໂຍບາຍຂອງພັກ-ລັດ ໃຫ້ຕໍ່ເນື່ອງ; ເນື້ອໃນຂໍ້ມູນຂ່າວສານ ຕ້ອງຊັດເຈນ, ມີເນື້ອຫາສາລະເພື່ອ ດຶງດູດຜູ້ອ່ານ, ຜູ້ຟັງ ແລະ ຜູ້ຊົມ; ສົ່ງເສີມ, ພັດທະນາວຽກງານວັດທະ ນະທຳແຕ່ຮາກຖານ, ຊຸກຍູ້ຂະບວນ ການສ້າງຄອບຄົວ, ບ້ານ, ກຸ່ມບ້ານ ວັດທະນະທຳໃຫ້ກວ້າງຂວາງ; ເອົາ ໃຈໃສ່ຄຸ້ມຄອງ ແລະ ຟື້ນຟູ, ປະຕິສັງ ຂອນ, ອະນຸລັກ ເພື່ອສົ່ງເສີມການ ຄຸ້ມຄອງມໍລະດົກວັດທະນະທຳທາງ ດ້ານນາມມະທຳ, ຮູບປະທໍາເພື່ອຮັກ ສາມໍລະດົກວັດທະນະທຳປະຫວັດ ສາດ ແລະ ທຳມະຊາດ ພາຍໃນ ແຂວງ ໃຫ້ຍຶນຍົງ. ພ້ອມນີ້, ໃຫ້ສືບຕໍ່ປັບປຸງຄົ້ນຄວ້າ ແລະ ພັດທະນາແຫລ່ງທ່ອງທ່ຽວ ຕ່າງໆ ໃຫ້ມີຄວາມຫລາກຫລາຍ ເພື່ອດຶງດູດນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດ ໂດຍແນໃສ່ ການທ່ອງທ່ຽວທຳມະຊາດ, ວັດທະ ນະທຳ, ການທ່ອງທ່ຽວແບບປະ ຊາຊົນມີສ່ວນຮ່ວມ ເພື່ອໃຫ້ສອດ ຄ່ອງກັບຄໍາຂວັນປີທ່ອງທ່ຽວລາວ 2024 ທີ່ວ່າ: ທ່ອງທ່ຽວລາວປອດ ໄພ, ຊື່ນໃຈໃນວັດທະນະທຳ, ປະ ຫວັດສາດ ແລະ ທຳມະຊາດ. ຂ່າວ-ພາບ: ນິດຖະໜອມ ການສະເຫລີມສະຫລອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 75 ປີ ໃນຄັ້ງນີ້, ມີຫລາຍລາຍ ການສະແດງທີ່ໜ້າຕື່ນເຕັ້ນ ແລະ ປະທັບໃຈເປັນຕົ້ນການສະແດງສິລະ ປະກອນ, ສະແດງມວຍຫັດກາຍ, ມວຍສູ້ຮົບ, ສະແດງຍຸດທະວິທີສູ້ ຮົບບຸກຄົນ, ຍິງເປີດປ້າຍຄຳຂວັນ (ນໍ້າໃຈ 20 ມັງກອນ ໝັ້ນຍືນ), ສະແດງປິດລັບຫລອນຕີສູນບັນຊາ ຂອງສັດຕູ, ການສະແດງໂດດຈ້ອງ ລົງດັບສູນສັດຕູຢູ່ແນວຫລັງ (ທໍາ ລາຍກຸ່ມສາງອາວຸດຂອງສັດຕູ), ການນຳໃຊ້ປືນໃຫຍ່ເຄື່ອນທີ່ 122 ມມ ແລະ ປືນເບແອັມ-21, ການນຳ ໃຊ້ລົດຕັງ T-72 ເຄື່ອນທີ່ ແລະ ຄົງ ທີ່ຍິງທຳລາຍເປົ້າໝາຍເຫລົ່າຮົບ ລົດຕັງຍານເກາະ, ການນໍາໃຊ້ກຳ ລັງໄຟຍິງກຽມ, ເຫລົ່າຮົບຊ່າງແສງ ສົ່ງໂບກຝ່າບິນ, ເປີດທາງໄຂໃຫ້ເພື່ອ ປະຕິບັດບຸກຕີສັດຕູ, ການກອບກູ້ ທະຫານຖືກບາດເຈັບອອກຈາກສະ ໜາມ, ການນຳໃຊ້ປືນ 57 ມມ ຍິງ ດັບສູນເປົ້າໝາຍເທິງອາກາດ, ການ ສະແດງສືບຂ່າວສະໜາມສັດຕູ ຫລອນຕີທາດພິດເຄມີແລະ ປະຕິບັດ ລຶບລ້າງທາດພິດໃຫ້ຄົນ ແລະ ພາ ຫະນະສູ້ຮົບເຫລົ່າຮົບເຄມີ; ສະແດງ ການຂັບຂີ່ລົດຕັງຂອງເອື້ອຍນ້ອງ ຍິງກອງພັນໃຫຍ່ 661, ນຳໃຊ້ກ້ອນ ກຳລັງສະແດງຮູບແຖວຄົງທີ່, ເຄື່ອນ ທີ່, ປະສານສຽງເສບ, ສະແດງຮູບ ແຖວເປັນຄື້ນປະສານສຽງເສບ ແລະ ສະແດງຮູບແຖວຮ້ອງເພງ, ໄດ້ ນຳໃຊ້ 4 ຝູງບິນຄື: ຝູງບິນຍົນຫັດ ແອບຂັ້ນຕົ້ນ, ຝູງບິນ ຍົນຂຶ້ນຊື່, ຝູງ ບິນອາຍພົ່ນຫັດແອບ, ຍັກ 130 ເປັນ ເຄື່ອງບິນສູ້ຮົບບິນສະແດງຢູ່ເທິງ ນ່ານຟ້າ. ພ້ອມນີ້, ຍັງມີທີມເຄື່ອງ ບິນກອງທັບອາກາດປະຊາຊົນຈີນ ນົກເຂົາແດງມາຮ່ວມສ້າງບັນຍາ ກາດ ໂດຍນໍາໃຊ້ເຄື່ອງບິນອາຍພົ່ນ GL8 ຈໍານວນ 8 ລໍາບິນສະແດງ ຢູ່ເທິງຟ້າໃຫ້ໄດ້ຊົມຢ່າງສວຍງາມ. ໂອກາດດັ່ງກ່າວ, ທ່ານ ພົທ ຄຳລຽງ ອຸທະໄກສອນ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ, ຫົວ ໜ້າກົມໃຫຍ່ເສນາທິການກອງທັບ ໄດ້ໃຫ້ຮູ້ວ່າ: ການຈັດກິດຈະກຳໃນ ຄັ້ງນີ້, ນອກຈາກເປັນການສະເຫລີມ ສະຫລອງວັນສ້າງຕັ້ງກອງທັບຄົບ ຮອບ 75 ປີແລ້ວ, ຍັງເປັນການສະ ແດງໃຫ້ເຫັນເຖິງຄວາມເຂັ້ມແຂງ ຂອງກອງທັບປະຊາຊົນລາວ ກໍຄື ຍຸດທະວິທີໃນການສູ້ຮົບຂອງແຕ່ລະ ກົມກອງ. ກອງທັບປະຊາຊົນລາວ ກຳເນີດ ເກີດຂຶ້ນ ໃນທ່າມກາງປະເທດຊາດ ຖືກພວກລ່າເມືອງຂຶ້ນເຂົ້າມາຮຸກ ຮານ ແລະ ຄອບຄອງປະເທດລາວ ໂດຍພາຍໃຕ້ການນຳພາຂອງພັກ, ປະຊາຊົນລາວບັນດາເຜົ່າ ໄດ້ລຸກຮື ຂຶ້ນຕໍ່ສູ້ຕ້ານການຮຸກຮານ ຢ່າງເປັນ ຂະບວນຟົດຟື້ນໃນທົ່ວປະເທດ, ໃນ ວັນທີ 20 ມັງກອນ1949ກອງທັບ ລາວອິດສະຫລະ ໄດ້ຮັບການປະ ກາດສ້າງຕັ້ງຂຶ້ນ (ເຊິ່ງເປັນຕົ້ນກຳ ເນີດຂອງກອງທັບເຮົາໃນປັດຈຸບັນ) ຢູ່ເຂດລາວຮຸ່ງ ພຽງສາ ເມືອງຊຽງ ຄໍ້ ແຂວງຫົວພັນ ໂດຍແມ່ນປະ ທານ ໄກສອນ ພົມວິຫານ ເປັນຜູ້ປະ ກາດສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍ ກົງ, ນັບແຕ່ກອງທັບໄດ້ຮັບການ ສ້າງຕັ້ງຂຶ້ນກໍໄດ້ຮັບພາລະກຳອັນ ໜັກໜ່ວງຕໍ່ສູ້ຕ້ານກັບຈັກກະພັດຜູ້ ຮຸກຮານທັງແບບເກົ່າ ແລະ ໃໝ່ທີ່ມີ ອາວຸດ, ພາຫະນະສົງຄາມ ແລະ ກຳ ລັງພົນທີ່ເໜືອກວ່າ ເພື່ອປົກປັກຮັກ ສາປະເທດຊາດ ແຕ່ດ້ວຍນ້ຳໃຈຮັກ ຊາດເດັດດ່ຽວໜຽວແໜ້ນ, ບໍ່ຍອມ ຈໍານົນ ກອງທັບໄດ້ຮ່ວມກັບປະຊາ ຊົນລາວບັນດາເຜົ່າ ສືບຕໍ່ດຳເນີນ ການຕໍ່ສູ້ຢ່າງອົງອາດກ້າຫານຍິ່ງ ຕີຍິ່ງໄດ້ຮັບໄຊຊະນະ, ຍິ່ງຕີຍິ່ງເຕີບ ໃຫຍ່ເຂັ້ມແຂງ ຈົນສາມາດປົດປ່ອຍ ປະເທດຊາດໄດ້ຢ່າງສົມບູນ ແລະ ສ້າງຕັ້ງລະບອບໃໝ່ ສາທາລະນະ ລັດປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ພາຍ ຫລັງປະເທດຊາດ ໄດ້ຮັບການປົດ ປ່ອຍກອງທັບ ກໍໄດ້ປະຕິບັດສອງ ໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ສືບຕໍ່ເສີມຂະຫຍາຍທາດແທ້ ມູນເຊື້ອຂອງກອງທັບ, ປັບປຸງກໍ່ສ້າງ ກໍາລັງ, ອົບຮົບ-ຫັດແອບ, ປັບປຸງລະ ບຽບແບບແຜນເຮັດໃຫ້ກອງທັບ ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນ ສະໄໝຂຶ້ນເທື່ອລະກ້າວ. ຂ່າວ:ທະນູທອງ, ພາບ: ຂັນໄຊ ຮ່ວມ. ທ່ານ ພັອ ຄຳແຜ່ນ ວີລືທຳ ເຈົ້າເມືອງວຽງທອງ ໄດ້ລາຍງານ ກ່ຽວກັບສະພາບລວມການພັດທະ ນາຢູ່ເຂດພັດທະນາຈຸດສຸມທອງ ມີໄຊ ເຊິ່ງເຂດດັ່ງກ່າວຕັ້ງຢູ່ທິດເໜືອ ຂອງເມືອງ, ຫ່າງຈາກຕົວເມືອງ 92 ກິໂລແມັດ, ປັດຈຸບັນມີ 4 ບ້ານ ທີ່ຂຶ້ນກັບ, ມີ 267 ຄອບຄົວ, ມີປະ ຊາກອນ 1.700 ຄົນ, ຍິງ 841 ຄົນ, ອາຊີບຫລັກແມ່ນເຮັດນາປູກເຂົ້າ, ລ້ຽງສັດ, ປູກມັນຕົ້ນ, ມັນສະຄູ ແລະ ຄ້າຂາຍ, ໃນເຂດດັ່ງກ່າວມີບ້ານພົ້ນ ທຸກ 3 ບ້ານ, 187 ຄອບຄົວ. ສ່ວນ ດ້ານໂຄງລ່າງພື້ນຖານ ມີໂຮງຮຽນ ປະຖົມ 4 ແຫ່ງ, ມັດທະຍົມຕົ້ນ 1 ແຫ່ງ, ມີຊົນລະປະທານ 4 ແຫ່ງ, ມີໂຮງງານຜະລິດແປ້ງມັນສະຄູ 1 ແຫ່ງ. ພ້ອມນີ້, ທ່ານຍັງໄດ້ສະເໜີ ຕໍ່ລັດຖະບານ ກໍ່ສ້າງປັບປຸງເສັ້ນ ທາງໃຫ້ປະຊາຊົນສາມາດທຽວໄດ້ 2 ລະດູ ເຊິ່ງມີຄວາມຍາວປະມານ 98 ກິໂລແມັດ; ສະເໜີຂໍງົບປະມານ ເພື່ອຈັດຊື້ອຸປະກອນລະບົບຕໍ່ນ້ຳ ເຂົ້ານາ ແລະ ງົບປະມານສ້ອມແ ປງ ຊົນລະປະທານຈໍານວນ 3 ແຫ່ງ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ໄດ້ມີຄຳເຫັນໂອ້ລົມໂດຍ ໄດ້ເນັ້ນໃຫ້ຄະນະພັກ-ຄະນະນຳ ແຂວງ ແລະ ເມືອງສືບຕໍ່ຍົກສູງ ຄວາມຮັບຜິດຊອບ ການນຳພາ-ຊີ້ ນຳວຽກງານການເມືອງແນວຄິດ ສະມາຊິກພັກ-ພະນັກງານ ໃຫ້ມີ ຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມ ເຊື່ອໝັ້ນຕໍ່ແນວທາງນະໂຍບາຍ ຂອງພັກ-ລັດ,ທັງມີຄວາມຮັບຮູ້ແລະ ເຂົ້າໃຈຢ່າງຖືກຕ້ອງ; ໃຫ້ຂະແໜງ ການກ່ຽວຂ້ອງຢູ່ສູນກາງປະສານ ສົມທົບກັບອົງການປົກຄອງທ້ອງ ຖິ່ນຊຸກຍູ້, ສົ່ງເສີມເຮັດໃຫ້ລູກຫລານ ຂອງປະຊາຊົນ ສາມາດເຂົ້າເຖິງລະ ບົບການສຶກສາໄດ້ຢ່າງທົ່ວເຖິງ; ສືບ ຕໍ່ຂະຫຍາຍຕາໜ່າງການບໍລິການ ດ້ານສາທາລະນະສຸກໃຫ້ທົ່ວເຖິງແຕ່ ລະບ້ານ; ຊຸກຍູ້, ສົ່ງເສີມ ແລະ ຕັ້ງ ໜ້າປະກອບສ່ວນເຂົ້າໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ; ເອົາໃຈໃສ່ເຕົ້າໂຮມຄວາມສາ ມັກຄີປອງດອງປະຊາຊົນບັນດາ ເຜົ່າ, ຊັ້ນຄົນ, ສາສະໜາ ເພື່ອສ້າງ ຄວາມເປັນເອກະພາບຂອງປະຊາ ຊົນບັນດາເຜົ່າ; ສືບຕໍ່ຊຸກຍູ້, ສົ່ງເສີມ ການສ້າງທ່າແຮງຢູ່ແຕ່ລະທ້ອງຖິ່ນ ໂດຍສະເພາະ ການພັດທະນາແຫລ່ງ ທ່ອງທ່ຽວທາງທຳມະຊາດ, ວັດ ທະນະທຳອັນດີງາມຂອງຊາດ ໃຫ້ ຫລາຍຂຶ້ນແລະຍືນຍົງ,ຊຸກຍູ້ສົ່ງເສີມ ການຜະລິດກະສິກຳສະອາດເພື່ອ ສົ່ງອອກລວມທັງການປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນໃຫ້ນັບ ມື້ດີຂຶ້ນເທື່ອລະກ້າວ. ຕໍ່ກັບບັນດາຂໍ້ ສະເໜີຂອງເມືອງແມ່ນມອບໃຫ້ ຂະແໜງການກ່ຽວຂ້ອງສູນກາງ ສົມທົບກັບແຂວງ ແລະ ເມືອງ ເພື່ອ ຄົ້ນຄວ້າພິຈາແກ້ໄຂຕາມສະພາບ ຄວາມ ເປັນຈິງແລະ ສອດຄ່ອງຕາມ ລະບຽບການ. ໃນໂອກາດມາເຄື່ອນໄຫວຢ້ຽມ ຢາມ ແລະ ເຮັດວຽກໃນຄັ້ງນີ້, ທ່ານ ນາຍົກລັດຖະມົນຕີຍັງໄດ້ມອບອຸປະ ກອນ ແລະ ເຄື່ອງນຸ່ງຫົ່ມຈຳນວນ ໜຶ່ງໃຫ້ເຂດພັດທະນາຈຸດສຸມທອງ ມີໄຊ ເພື່ອປະກອບສ່ວນເຂົ້າໃນການ ດໍາລົງຊີວິດ ແລະ ແກ້ໄຂຊີວິດການ ເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ຂປລ. ພິທີມອບ-ຮັບໂຄງການ ກໍ່ສ້າງອາຄານກອງບັນຊາການ ທະຫານອາກາດ ເຊິ່ງເປັນທຶນຊ່ວຍ ເຫລືອຂອງລັດຖະບານ ສປ ຈີນ ມອບໃຫ້ລັດຖະບານ ແຫ່ງ ສປປ ລາວ ເພື່ອເປັນຂອງຂວັນເນື່ອງໃນ ໂອກາດສະເຫລີມສະຫລອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຈັດຂຶ້ນໃນວັນທີ 16 ມັງກອນ 2024 ໂດຍການກ່າວ ມອບຂອງ ສະຫາຍ ວາງເພິງສຸ້ຍ ຮອງປະທານ ບໍລິສັດ ຟຣອນເທຍ ເຊີວິດກຣຸບ ສປ ຈີນ (FSG) ແລະ ກ່າວຮັບໂດຍສະຫາຍ ພົນຈັດ ຕະວາ ບຸນມາ ຈັນທະວົງສາ ຫົວໜ້າ ການເມືອງ ກອງບັນຊາການທະ ຫານອາກາດ ໂດຍມີສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ກໍາ ມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງປ້ອງກັນປະເທດ, ສະຫາຍ ຫວາງຊາງ ອຸປະທູດ ສະຖານເອກ ອັກຄະລັດສະທູດ ສປ ຈີນ ປະຈຳ ລາວ, ມີຜູ້ຕາງໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ, ກະ ຊວງແຜນການ ແລະການລົງທຶນ, ກະຊວງການເງິນ, ຄະນະກົມ, ອົງ ການ, ກອງທີ່ຂຶ້ນກັບກະຊວງປ້ອງ ກັນປະເທດ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ບຸນມາ ຈັນທະວົງສາ ໄດ້ໃຫ້ຮູ້ວ່າ: ໂຄງ ການກໍ່ສ້າງອາຄານຫ້ອງການຫລັງ ໃໝ່ ຂອງກອງບັນຊາການທະຫານ ອາກາດ ໄດ້ເລີ່ມລົງມີກໍ່ສ້າງແຕ່ປີ 2018 ໂດຍແມ່ນບໍລິສັດ ຟຣອນ ເທຍ ເຊີວິດ ກຣຸບ ສປ ຈີນ ໄດ້ຮັບ ການຄັດເລືອກໃຫ້ດໍາເນີນການອອກ ແບບ ແລະ ກໍ່ສ້າງ, ມາຮອດປັດ ຈຸບັນການກໍ່ສ້າງໄດ້ສໍາເລັດຕາມ ແຜນການ ເຊິ່ງອາຄານດັ່ງກ່າວ, ເປັນອາຄານທັນສະໄໝພຽບພ້ອມ ດ້ວຍສິ່ງອໍານວຍຄວາມ ສະດວກ ແລະ ປະໂຫຍດໃຊ້ສອຍທີ່ມີຄວາມ ປອດໄພ, ການກໍ່ສ້າງມີມາດຕະ ຖານດ້ານຄຸນນະພາບສູງ, ນອກ ຈາກຜົນງານອັນໂດດເດັ່ນໃນກາ ນອອກແບບ ແລະ ກໍ່ສ້າງແລ້ວ, ບໍລິສັດ ຍັງເປັນເຈົ້າການຊ່ວຍເຫລືອ ເຈົ້າຂອງໂຄງການ ກໍຄື ກະຊວງ ປ້ອງກັນປະເທດ ແລະ ກອງບັນຊາ ການທະຫານອາກາດ. ໝາກຜົນຂອງໂຄງການກໍ່ສ້າງ ອາຄານຫ້ອງການກອງບັນຊາ ການທະຫານອາກາດ ແມ່ນຢັ້ງຢືນ ໃຫ້ເຫັນເຖິງນໍ້າໃຈສາມັກຄີສາກົນ ອັນບໍລິສຸດສຸດຜ່ອງຂອງການນໍາ ສອງປະເທດ ໃນການເປັນເພື່ອນມິດ ຍຸດທະສາດ ແລະ ຄູ່ຮ່ວມ ຊາຕາກໍາ ຢ່າງແທ້ຈິງ ແລະ ຈະນໍາໃຊ້ອາ ຄານແຫ່ງນີ້ ໃຫ້ເກີດປະໂຫຍດສູງ ສຸດສອດຄ່ອງຕາມເປົ້າໝາຍທີ່ວາງ ໄວ້, ປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາສັນຕິພາບ ແລະ ເຂດ ນໍ້າແດນດິນທີ່ແສນຮັກຂອງຊາດ ລາວໃຫ້ໝັ້ນຄົງຕະຫລອດໄປ. ຂ່າວ: ບິກໄຊ ສົມພູ ພາບ, ສ້າງການຫັນປ່ຽນຢ່າງແຂງ ແຮງ, ເລິກເຊິ່ງ, ຮອບດ້ານ ໃນວຽກ ງານກວດກາ.ພ້ອມນີ້ຄະນະພັກແລະ ຄະນະກວດກາທຸກຂັ້ນຕ້ອງເພີ່ມ ທະວີການກວດກາທາງດ້ານການ ເມືອງ, ລະບຽບວິໄນຄຽງຄູ່ກັບການ ສຶກສາອົບຮົມດ້ານການເມືອງແນວ ຄິດຕິດພັນກັບການແກ້ໄຂຜົນຂອງ ການກວດກາ, ສຸມໃສ່ແກ້ໄຂ ແລະ ຕີຖອຍບັນຫາການສໍ້ລາດບັງຫລວງ ທີ່ເປັນວຽກງານຮີບດ່ວນ ແລະ ມີ ຄວາມທ້າທາຍຕໍ່ການຈັດຕັ້ງຂອງ ພັກ-ລັດເຮົາ ໃນປັດຈຸບັນ. ໃນໂອກາດດຽວກັນ, ທ່ານ ຄໍາສອນອ້ວນທະວີປະທານກວດກາ ພັກ-ລັດ ແຂວງຄໍາມ່ວນ ກໍໄດ້ລາຍ ງານການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານກວດກາໃນ 1 ປີຜ່ານມາ ໂດຍລວມແມ່ນຈັດຕັ້ງປະຕິບັດຕາມ ທິດທາງ ແລະ ຄາດໝາຍສູ້ຊົນທີ່ໄດ້ ກຳນົດໄວ້ໃນກອງປະຊຸມໃຫຍ່ຄັ້ງ ທີ X ຂອງອົງຄະນະພັກ ແຂວງຄຳ ມ່ວນ ກ່ຽວກັບວຽກງານກວດກາຄື: ເພີ່ມທະວີວຽກງານຊຸກຍູ້, ຕິດຕາມ, ກວດກາ, ຕີລາຄາການນໍາພາ-ຊີ້ນຳ ຂອງຄະນະພັກແຕ່ລະຂັ້ນ ເປັນຕົ້ນ ການກວດກາສະມາຊິກພັກ ແລະ ການຈັດຕັ້ງພັກຕິດພັນກັບການຈັດ ຕັ້ງດຳເນີນຊີວິດການເມືອງພາຍໃນ ຄະນະພັກ, ຝຶກອົບຮົມຍົກລະດັບຜູ້ ທີ່ເຮັດວຽກງານກວດກາ ເພື່ອເພີ່ມ ຂີດຄວາມສາມາດ ໃນການຕິດ ຕາມ-ກວດກາ, ເຮັດໃຫ້ວຽກງານ ກວດກາມີຄຸນນະພາບສູງຂຶ້ນ, ຖື ເອົາວຽກງານຕິດຕາມ-ກວດກາ ເປັນການປ້ອງກັນ ແລະ ສະກັດກັ້ນ ສິ່ງຫຍໍ້ທໍ້ຕ່າງໆໃນກົງຈັກການຈັດ ຕັ້ງ ແລະ ຖັນແຖວສະມາຊິກພັກພະນັກງານ; ການຈັດຕັ້ງປະຕິບັດ ຕົວຈິງແມ່ນອີງໃສ່ກົດລະບຽບ ຂອງພັກ, ກົດໝາຍຂອງລັດ, ພາລະ ບົດບາດ, ສິດ, ໜ້າທີ່ ແລະ ນິຕິກຳ ຕ່າງໆກ່ຽວກັບວຽກງານກວດກາ ເປັນເຄື່ອງມື ເພື່ອເຄື່ອນໄຫວເຮັດ ໜ້າທີ່ຂອງຕົນຢ່າງຕັ້ງໜ້າ. ຂ່າວ: ກອງຄຳ ກອບມີ ເສື້ອໂປໂລ ຈຳນວນ 479 ໂຕ ແລະ ກະເປົາຜ້າຝ້າຍ 497ໜ່ວຍ ລວມມູນຄ່າ 280 ລ້ານກີບ ຈາກ ໂຄງການສົ່ງເສີມຈຸນລະວິສາຫະ ກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງໃຫ້ສາມາດເຊື່ອມຕໍ່ກັບຕະ ຫລາດ ໃນອຸດສາຫະກຳທ່ອງທ່ຽວ ລາວ ແບບຍືນຍົງ (SUSTOUR Laos) ພາຍໃຕ້ອົງການແພຣນສາ ກົນ ປະຈຳ ສປປ ລາວ ໃຫ້ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດຂຶ້ນໃນວັນທີ 16 ມັງກອນ 2024, ຕາງໜ້າມອບໂດຍ ທ່ານ ແວຊອງ ເວ່ຍ ຫົວໜ້າຝ່າຍ ການຮ່ວມມືແຫ່ງສະພະພາບເອີຣົບ ປະຈຳສປປລາວແລະກ່າວຮັບໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ມີ ຜູ້ຕາງໜ້າໂຄງການ SUSTOUR Laos ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ສວນສະ ຫວັນ ວິຍະເກດ ໄດ້ສະແດງຄວາມ ຂອບໃຈ ແລະ ຕີລາຄາສູງຕໍ່ການສະ ໜັບສະໜູນ ແລະ ຊ່ວຍເຫລືອຂອງ ໂຄງການ SUSTOUR ລາວ ພາຍ ໃຕ້ອົງການແພຣນສາກົນ ປະຈຳ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການ ປະກອບສ່ວນສຳຄັນເຂົ້າໃນການ ຮັບໃຊ້ວຽກງານການເປັນປະທານ ກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ (ATF 2024) ໃນປີ 2024 ໃນຄັ້ງນີ້. ຂ່າວ: ວຽງສະຫວັນ, ພາບ: ຂັນໄຊ ຄວາມຮັບຜິດຊອບຂອງຕົນດ້ວຍ ຄວາມຮັບຜິດຊອບສູງ, ຍົກສູງບົດ ບາດ ແລະ ເພີ່ມທະວີໃນວຽກງານ ກວດກາໃຫ້ເຂັ້ມແຂງ, ມີປະສິດທິ

xtgmf]k; 3 18/01/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຮິບໂຮມໂດຍ: ພະກາ ໂດຍ: ບຸນຊ້ອຍ gs]qj kIq [-j k'cl' 8A '|h ksa fcv[ c]t xa [x5 'd+ lh k'lt|k, sq ;.9 c]t glA og]n vf ໂດຍ: ຄ້ອງໃໝ່ gfuj o{lt|k,{]ko{lk'{la ';Po c]t g;mu .orklk]k; * ໃນໂອກາດວັນສ້າງຕັງກອງ ທັບປະຊາຊົນລາວຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ເຫລົ່າຮົບຊ່າງແສງກອງ ທັບປະຊາຊົາລາວ ກໍໄດ້ຮັບມອບ ໝາຍ ໃນການປະຕິບັດໜ້າທທີ່ຮັບ ໃຊ້ການສະແດງຊ້ອມມຮົບປະສານ ເຫລົ່າ ຊຶ່ງມາຮອດປັດຈຸບັດນີ້, ຄະ ນະຊີ້ນຳ ຕະຫລອດຮອດພະນັກ ງານ-ນັກຮົບເຫລົ່າຮົບຊ່າງແສງ ໄດ້ພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າ ເຂົ້າໃນການປະຕິບັດໜ້າທີ່ຫັດແອບ ແລະ ປັບປຸງກໍ່ສ້າງສະໜາມຢູ່ພາກ ສະໜາມ, ໂດຍນຳໃຊ້ພາຫະນະອາ ວຸດຍຸດໂທປະກອນຕ່າງໆທີ່ໄດ້ປະ ກອບ. ພ້ອມທັງເອົາໃຈໃສ່ບົວລະບັດ ຜັດເຊັດ ແລະ ປົວແປງບູລະນະພາ ສ່ວນຄໍາ: “ສັງວຽນ” ເປັນຄໍາ ນາມ ໝາຍເຖິງ ຄອກ ຫລື ຮົ້ວ ເຮັດ ເປັນວົງອ້ອມບ່ອນຕໍ່ສູ້ ຫລື ສະໜາມ ຕໍ່ສູ້ກໍ່ວ່າເຊັ່ນ ບ່ອນເອົາໄກ່ໄປຕີກັນ ເອີ້ນ ສັງວຽນໄກ່ຕີ; ບ່ອນຊົກມວຍ ເອີ້ນ ສັງວຽນມວຍ... ຄໍາ: “ເວທີ” ເປັນຄໍານາມໝາຍ ເຖິງ ຮ້ານທີ່ເປັນບ່ອນຫລິ້ນລະຄອນ ຫລື ອື່ນໆ, ແທ່ນບູຊາ, ຮ້ານເປັນ ບ່ອນບູຊາ. ຄໍານີ້ຕາມເຄົ້າພາສາປາ ລີ ທີ່ເປັນຄໍານາມ ຍັງໝາຍເຖິງ ຜູ້ຮູ້ ຫລື ນັກປາດ . ບັນດາຄໍາທີ່ຍົກຂຶ້ນລ້ວນມີຄວາມ ໝາຍຄ້າຍກັນ, ແຕ່ບາງຄໍາໃຊ້ແທນ ກັນບໍ່ໄດ້ ແລະ ບໍ່ນິຍົມໃຊ້ (ແທນ ກັນ), ໃນນັ້ນ ບາງຄໍາກໍ່ມີຄວາມ ໝາຍດຽວກັນໃຊ້ແທນກັນໄດ້ດັ່ງ ຄໍາເດີ່ນ ແລະ ສະໜາມ. ສອງຄໍານີ້ ມີບາງຄໍາເຫັນທີ່ຕັ້ງຂຶ້ນວ່າຕົວຈິງ ຕ່າງກັນດ້ານຂະໜາດ ເຊັ່ນ ພື້ນທີ່ ຮາບພຽງກວ້າງຫລາຍ ເອີ້ນສະ ໜາມ, ແຄບລົງເອີ້ນ ເດີ່ນ ຊຶ່ງຕາມ ການສຶກສາມາ ແລະ ຄໍາເຫັນ ຂອງ ອາຈານດ້ານພາສາສາດລ້ວນບອກ ວ່າ ຖ້າເຂົ້າໃຈແນວນັ້ນແມ່ນບໍ່ຖືກ ຕ້ອງ, ພຽງແຕ່ການໃຊ້ບາງເທື່ອບໍ ນິຍົມໃຊ້ໃນບໍລິບົດໃດໜຶ່ງເທົ່ານັ້ນ, ມັນບໍ່ໄດ້ໝາຍວ່າ ເດີ່ນ ມີຂະໜາດ ນ້ອຍກວ່າສະໜາມ ເຊັ່ນ: ເດີ່ນບ້ານ, ເດີ່ນບິນ, ສະໜາມຫຍ້າ...ກໍ່ບໍ່ໄດ້ ກ່ຽວກັບຂະໜາດ. ຄໍາ: “ເດີ່ນ” ເປັນ ຄໍາລາວດັ້ງເດີມ, ສ່ວນຄໍາ: “ສະ ໜາມ” ຊຶ່ງມີຄວາມໝາຍດຽວກັນ ມີເຄົ້າມາຈາກພາສາປາລີ. ເຖິງ ຢ່າງໃດກໍ່ດີ, ແມ່ນວ່າສອງຄໍານີ້ມີ ຄວາມໝາຍດຽວກັນ ແຕ່ບາງບໍລິ ບົດກໍ່ບໍ່ນິຍົມໃຊ້ແທນກັນ, ແຕ່ບາງ ບໍລິບົດກໍ່ໃຊ້ແທນກັນໄດ້ເຊັ່ນ ເດີ່ນ ເຮືອບິນ (ພາສາເວົ້າ: ເດີ່ນບິນ) ຫລື ສະໜາມບິນ, ເດີ່ນເຕະບານ-ສະ ໜາມເຕະບານໃນພາສາລາວກໍ່ໃຊ້; ນິຍົມໃຊ້ສະໜາມຫລວງ (ໝາຍ ເຖິງສະຖານທີ່ໆເປັນລານໃຫຍ່, ເດີ່ນໃຫຍ່, ສະຖານທີ່ກາງແຈ້ງໃຊ້ ຊຸມນຸມໃຫຍ່) ແຕ່ບໍ່ນິຍົມໃຫຍ່ເດີ່ນ ຫລວງ; ໃຊ້ເດີ່ນບ້ານແຕ່ບໍ່ນິຍົມໃຊ້ ສະໜາມບ້ານ ແລະ ອື່ນໆ. ສ່ວນຄໍາ ວ່າ “ສາງ” ແຕ່ເດີມນັ້ນໝາຍເອົາ ສະຖານທີ່ເກັບມ້ຽນທີ່ມີການມຸງ ຫລື ເປັນເຮືອນໃນລັກສະນະທີ່ເຮັດ ມາສະເພາະໃຫ້ເໝາະສົມການໃຊ້, ບາງຫລັງຄາເຮືອນກໍ່ສ້າງສາງ ເກັບມ້ຽນເຄື່ອງ, ໃຫຍ່ກວ່ານັ້ນກໍ່ ເປັນສາງຮັບໃຊ້ເປົ້າໝາຍໃຫຍ່ຂຶ້ນ ເຊັ່ນ ສາງເຂົ້າຂອງໂຮງຮຽນ, ສ້າງ ເຄື່ອງຂອງໂຮງງານ...ໃນພື້ນທີ່ໆ ເອີ້ນເປັນສາງ, ບາງກໍລະນີກໍ່ມີທັງ ບ່ອນມຸງ ຫລື ມີຫລັງຄາ ເພື່ອປ້ອງ ກັນແດດ-ຝົນ...ແຕ່ອາດມີສ່ວນໜຶ່ງ ບໍ່ໄດ້ມຸງ ໂດຍປະວັດຖຸສິ່ງຂອງທີ່ ສາມາດຕາກແດດຕາກຝົນໄດ້ຢັງ ຢາຍທົ່ວໄປ. ສ່ວນອີກບາງຄໍາກໍ່ກວມເອົາ ຄວາມດຽວກັບຄໍາ ເດີ່ນ ແລະ ສະ ໜາມ ແຕ່ການໃຊ້ໃນປັດຈຸບັນໜ້ອຍ ຫລື ມີລັກສະນະຈໍາກັດ ດັ່ງຄໍາ: “ລານ”, ພົບການໃຊ້ເຊັ່ນ: ລານ ຈອດລົດ (ເປັນການປູດ້ວຍຫີນຊາຍ-ຊີມັງ, ບໍ່ແມ່ນໃຊ້ຮູບແບບເດີມ ຄືການເຮັດລານຟາດເຂົ້າ...), ລານ ຕາກເຂົ້າ, ລານຕາກສາລີ, ລານ ດິນຈີ່...ຄໍານີ້ເຖິງວ່າມີຄວາມໝາຍ ໃກ້ຄຽງກັບເດີ່ນ ແລະ ສະໜາມແຕ່ ກໍ່ບໍ່ປົນເປກັນ ຫລື ໃຊ້ແທນກັນ ເຊັ່ນ ບໍ່ໃຊ້ລານເຕະບານ, ລານເຮືອບິນ ດັ່ງນີ້ເປັນຕົ້ນ. ສໍາລັບຄໍາ: ເວທີ ແລະ ສັງວຽນ ກໍ່ສາມາດຈໍາແນກງ່າຍກວ່າ, ເຖິງ ແມ່ນໝາຍເຖິງສະຖານທີ່, ແຕ່ສອງ ຄໍານີ້ ມີລັກສະນະແຄບລົງ, ໃຊ້ໄດ້ ທັງພື້ນດິນ ແລະ ຍົກພື້ນດ້ວຍໄມ້ ແປ້ນ ຫລື ສິ່ງປຸກສ້າງອື່ນໆ ກໍານົດ ຂະໜາດດ້ວຍເຊືອກ, ຮາວໄມ້... ຕາມສະພາບເງື່ອນໄຂ ແລະ ຈຸດປະ ສົງຂອງການໃຊ້. ດັ່ງນັ້ນ ຈຶ່ງນໍາສຶກສາຮ່ວມກັນ ຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. * ເຫັນຫົວຂໍ້ແລ້ວ ຢ່າຟ້າວມະໂນ ພາບວ່າຈະເປັນການຍົກມາແລກ ປ່ຽນຄໍາເຫັນກ່ຽວກັບວຽກງານ ການແພດ-ສາທາລະນະສຸກ. ເນືືື່ອງ ຈາກວ່າ ຫົວໃຈ, ເສັ້ນເລືອດ...ແມ່ນ ອະໄວຍະວະ-ອົງປະກອບສໍາຄັນ ຂອງຮ່າງກາຍສິ່ງມີຊີວິດ ໂດຍສະ ເພາະຄົນ-ສັດ, ສະນັ້ນ ມັນຈຶ່ງມັກ ຖືກຍົກຂຶ້ນສົມທຽບໃສ່ສິ່ງທີ່ສໍາ ຄັນໆຫລາຍອັນ ເຊັ່ນເວົ້າເຖິງຄວາມ ຮັກທີ່ສຸດຄືການຮັກລູກຮັກ...ກໍ່ມັກ ມີການສົມທຽບ ຮັກປານຫົວໃຈ, ຮັກປານດວງຕາ...ຖ້າເວົ້າກ່ຽວ ກັບຄວາມສໍາຄັນເອກະສານ ກໍ່ມັກ ມີການສົມທຽບ ເປັນຕັບເປັນບີ ແລະ ອື່ນໆ. ບົດນີ້ ຈຶ່ງຍົກເອົາບາງ ທິດຊີ້ ນໍາຂອງຜູ້ນໍາເຮົາ ເວົ້າສົມ ທຽບໃຫ້ເຫັນຄວາມສໍາຄັນຂອງ ເສດຖະກິດ ແລະ ເງິນຕາ ສໍາຄັນ ສົມທຽບຄືດັ່ງໝາກຫົວໃຈ ແລະ ສາຍເລືອດ. ໃນແນວຄິດຊີ້ນໍາ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ກ່ຽວກັບເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຫລື ສອຈ , ເພິ່ນໄດ້ ສົມທຽບໃຫ້ເຫັນຢ່າງຈະແຈ້ງວ່າ: ເວົ້າເຖິງ ເສດຖະກິດເອກະລາດ, ເປັນເຈົ້າຕົນເອງແລ້ວ, ລະບົບການ ເງິນ-ເງິນຕາ ຂອງປະເທດ ຍິ່ງເກີດ ມີການຕີລາຄາ ແລະ ສົມທຽບໄດ້ ໃນຫລາຍແງ່ຫລາຍມຸມ, ໃນນັ້ນ ອາດສົມທຽບໄດ້ວ່າ ເປັນໝາກຫົວ ໃຈຫລື ສາຍເລືອດ ຂອງລະບົບເສດ ຖະກິດ. ດັ່ງນັ້ນ, ການເງິນຕ້ອງ ເຮັດທຸກສິ່ງ, ທຸກຢ່າງ ໃຫ້ໄດ້ເງິນ ມາເຂົ້າຄັງ, ເຂົ້າງົບປະມານ (ໃຫ້ ຫລາຍເທົ່າທີ່ຈະຫລາຍໄດ້); ການ ເງິນຕ້ອງເອົາເງິນຈາກບ່ອນທີ່ມີ ຄວາມສາມາດເອົາໄດ້ ແລະ ເກັບ ໄດ້ຕາມລະບຽບການຢ່າງມີການ ປັບປຸງ ແລະ ພັດທະນາຢ່າງເປັນ ປົກກະຕິ ຕາມຫລັກວິທະຍາສາດທີ່ ປ່ຽນແປງໄດ້ຕາມສະຖານະການ; ເກັບເງິນມາໄດ້ ຕ້ອງຮູ້ວາງແຜນ ໃຊ້ຈ່າຍ (ມີຫລາຍຄົນເວົ້າວ່າການ ເກັບເງິນມາໄດ້ແມ່ນຍາກແຕ່ກໍ່ພໍມີ ທາງເກັບໄດ້, ສາມາດເຮັດໄດ້. ແຕ່ * ຄໍາສັບທີ່ມີຄວາມໝາຍກ່ຽວ ຂ້ອງສະຖານທີ່ຕາມທໍາມະຊາດ, ມະນຸດສ້າງຂຶ້ນໃໝ່ ຫລື ດັດແປງ ຈາກທໍາມະຊາດ ເພື່ອຈຸດປະສົງໃດ ໜຶ່ງ ມີຫລາຍຄໍາ ຊຶ່ງບາງຄໍາກໍ່ເປັນ ຄໍາລາວດັ້ງເດີມ ແລະ ບາງຄໍາກໍ່ຮັບ ມາຈາກພາສາອື່ນ ຫລື ມີເຄົ້າມາ ຈາກພາສາອື່ນ ໂດຍສະເພາະຄໍາທີ່ມີ ເຄົ້າມາຈາກພາສາປາລີ ແລະ ສັນ ສະກິດ ຫລື ພາສາໃນຕະກຸນພາສາ ດຽວກັນ. ບົດນີ້ ນໍາເອົາຄໍາວ່າເດີ່ນ, ສະໜາມ, ເວທີ, ລານ, ສາງ, ສັງ ວຽນ ມາທົບທວນນໍາກັນອີກ. ອີງຕາມວັດຈະນານຸກົມທີ່ຄົ້ນ ຄວ້າຮຽບຮຽງໂດຍທ່ານ ມະຫາສີ ລາ ວີຣະວົງ, ດຣ ທອງຄໍາ ອ່ອນມະ ນີສອນ ກໍ່ຄືສະບັບ ຂອງທ່ານ ສີວຽງແຂກ ກອນນີວົງ, ຄໍາວ່າ: “ເດີ່ນ” ເປັນຄໍານາມ ແລະ ເປັນຄໍາ ລາວດັ້ງເດີມໝາຍເຖິງ ບ່ອນແປນ, ສະໜາມ, ລານ ເຊັ່ນ: ລານວັດ ເອີ້ນ ເດີ່ນວັດ, ລານບ້ານ ເອີ້ນ ເດີ່ນບ້ານ. “ສະໜາມ” ເປັນຄໍານາມ ໝາຍ ເຖິງ ເດີ່ນ, ລານ, ບ່ອນຊຸມນຸມກາງ ແຈ້ງ, ທີ່ປະຊຸມ ເຊັ່ນໃນໜັງສືນິທານ ສິນໄຊ ມີຕອນໜຶ່ງວ່າ “ແມ້ງໜຶ່ງ ຄວາມແຜ່ເທົ່າອາມາດໃນສະໜາມ ເສນານັນ ມາກຄົນຄາງຮ້ອງທັງ ປວງຊົ້ນເສນາໃນນອກ ພ້ອມພໍ່າ ໄຫ້ຫາແກ້ວນີ່ນັນ”. ຄໍາ: “ລານ” ເປັນຄໍານາມໝາຍ ເຖິງເດີ່ນແປນ ແລະ ຮາບພຽງດີ, ດິນບ່ອນເສຍຫຍ້າ ໃຫ້ແປນ ແລະ ລວາດດ້ວຍຂີ້ຄວາຍແລ້ວປະໃຫ້ ແຫ້ງໃຊ້ເປັນບ່ອນຟາດເຂົ້າ ຫລື ຕີເຂົ້າ. “ສາງ” ເປັນຄໍານາມໝາຍເຖິງ ເຮືອນໃຫຍ່ ເປັນບ່ອນເກັບມ້ຽນສະ ບຽງອາຫານ, ວັດຖຸສິ່ງຂອງ ແລະ ສໍາພາລະຕ່າງໆ ເອີ້ນວ່າ ສາງ ເຊັ່ນ: ສາງນໍ້າມັນ, ສາງເຂົ້າ, ສາງ ເຄື່ອງອາໄຫລ່... ການຈ່າຍເງິນ ໃຫ້ມີປະສິດທິຜົນ, ຈ່າຍອອກໄປໃຫ້ເກີດດອກອອກຜົນ ຍິ່ງຍາກກວ່ານັ້ນຫລາຍເທົ່າ. ອັນນີ້ ແມ່ນຄວາມເວົ້າ, ຄວາມຄິດ ແລະ ຄວາມຮູ້ສຶກທີ່ອອກມາຈາກພຶດຕິ ກຳຕົວຈິງ ຂອງນັກເສດຖະສາດ, ນັກການເງິນແລະນັກປະກອບການ ທີ່ເປັນຂອງແທ້...). ບັນຫາທີ່ນໍາມາແລກປ່ຽນກໍ່ ແມ່ນການທໍາຄວາມເຂົ້າໃຈໃຫ້ ເລິກເຊິ່ງກ່ຽວກັບແນວຄິດຊີ້ນໍາ ດັ່ງກ່າວ ເພື່ອຜັນຂະຫຍາຍໃຫ້ຖືກ ຕ້ອງ-ສອດຄ່ອງສະພາບເງື່ອນໄຂ ຕົວຈິງ. ໃນສະພາບທີ່ພວກເຮົາປະ ເຊີນຢູ່ນີ້ແມ່ນຄວາມຫຍຸ້ງຍາກຂອງ ເສດຖະກິດ-ການເງິນ-ເງິນຕາ, ລາ ຄາສິນຄ້າ...ພວກເຮົາຕ້ອງມີຄວາມ ເຊື່ອໝັ້ນຕໍ່ການນໍາພາຂອງ ພັກລັດ, ສຸມໃສ່ເຮັດໃຫ້ບັນດາໜ້າວຽກ ແລະ ເປົ້າໝາຍຕ່າງໆທີ່ວາງໄວ້ ດ້ວຍຈິດໃຈບຸກທະລຸແທ້ ຈຶ່ງຈະເຫັນ ຜົນ, ຖ້າພວກເຮົາບໍ່ບືນຕົວຜ່ານຜ່າ ອີຫລີ ກໍ່ຈະແມ່ນພວກເຮົາເອງຈະ ສືບຕໍ່ຫຍຸ້ງຍາກລໍາບາກ. ຄວາມເຂົ້າ ໃຈຕໍ່ຄໍາວ່າ ເອກະລາດ ເປັນເຈົ້າຕົນ ເອງນັ້ນແມ່ນສໍາຄັນທີ່ສຸດ. ເລື່ອງ ເສດຖະກິດ ກໍ່ແມ່ນນອນຢູ່ໃນນັ້ນ ຖ້າເສດຖະກິດບໍ່ມີຄວາມເປັນເອກະ ລາດ ກໍ່ໝາຍວ່າຍັງເພິ່ງພາອາໄສ ຜູ້ອື່ນຢູ່ ກໍ່ຖືວ່າບໍ່ສາມາດເປັນເຈົ້າ ຕົນເອງໂດຍແທ້ຈິງ ເມື່ອຖືກກະທົບ ກໍ່ຈະມີລັກສະນະຮ້າຍແຮງກວ່າຜູ້ ທີ່ສາມາດເປັນເຈົ້າຕົນເອງໂດຍ ແທ້ຈິງ. ມະຕິເລກທີ 05/ຄບສພ, ວັນທີ 5 ກັນຍາ 2023 ວ່າດ້ວຍ ການສືບຕໍ່ຍູ້ແຮງການຜັນຂະຫຍາຍ ແນວທາງປ່ຽນແປງໃໝ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງແລະຮອບດ້ານໃນການນໍາ ພາຂອງພັກ ກໍ່ໄດ້ເວົ້າແຈ້ງ: “ຍົກ ສູງນໍ້າໃຈຮັກຊາດ ຕິດພັນກັບການ ຮັກລະບອບໃໝ່, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ, ທັງເພີ່ມທະວີ ຄວາມສາມັກຄີ, ເປັນເອກະພາບ ລະດັບສູງ ທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ; ເພີ່ມທະ ວີການຄຸ້ມຄອງດ້ານລະບຽບວິໄນ ທີ່ເຂັ້ມງວດ, ເຮັດໃຫ້ກາຍເປັນວັດ ທະນະທໍາການເມືອງໃໝ່ຂອງພັກ ເຮົາ ”. ຫົວໃຈ ແລະ ເສັ້ນເລືອດ ມີ ຄວາມສໍາຄັນທີ່ສຸດໃນຮ່າງກາຍ ໜຶ່ງໆ ຊຶ່ງຜູ້ເປັນເຈົ້າຂອງຕ້ອງຮັກ ສາໃຫ້ດີ ເພື່ອໃຫ້ຫົວໃຈສາມາດ ສູບ-ສີດເລືອດໄປຕາມເສັ້ນເລືອດ ບໍາລຸງລ້ຽງຮ່າງກາຍໃຫ້ແຂງແຮງ. ຫະນະໃຫ້ມີຄວາມສະອາດສາມາດ ຮັບປະກັນໃຫ້ແກ່ການສະແດງຊ້ອມ ຮົບປະສານເຫລົ່າ ແລະ ເພື່ອຄວາມ ເປັນເອກະພາບ, ສາມາດຮັບປະກັນ ໄດ້ຄວາມປອດໄພ 100%. ສະຫາຍ ພັນໂທ ອິນກອງ ວົງ ສີດາ ຫົວໜ້າການເມືອງ ກອງຮ້ອຍ ຊ່າງແສງ ທີ່ຂຶ້ນກັບກອງພັນໃຫຍ່ ລົດຕັງຍານເກາະທີ 11 ຜູ້ຊີ້ນໍາພາກ ສະໜາມໃຫ້ຮູ້ວ່າ: ອີງຕາມແຜນ ການກະກຽມແລະ ຈັດຕັ້ງສະເຫລີມ ສະຫລອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 75 ປີ. ຂໍ້ຕົກ ລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ລວມ, ກົມອົບຮົມ ກົມໃຫຍ່ເສນາທິ ການກອງທັບຈຶ່ງໄດ້ສ້າງແຜນການ ຍິງສະແດງ ເພື່ອຂ່ຳນັບຮັບຕ້ອນວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ເພື່ອຮັບປະກັນໃຫ້ ການປະຕິບັດໜ້າທີ່ການເມືອງຂອງ ເຫລົ່າຮົບຊ່າງແສງເວົ້າລວມ. ເວົ້າ ສະເພາະ, ກໍຄືກອງຮ້ອຍຊ່າງແສງ ກອງພັນໃຫຍ່ 11 ໃຫ້ໄດ້ຮັບຜົນດີ, ຮັບປະກັນໃຫ້ແກ່ການຈັດຕັ້ງປະຕິ ບັດຕາມໜ້າທີ່ວິຊາສະເພາະໃນສະ ພາບການອັນຮີບດ່ວນແລະຈຳເປັນ ເຂົ້າໃນບັ້ນກະກຽມສະເຫລີມສະ ຫລອງ ວັນສ້າງຕັ້ງກອງທັບປະຊາ ຊົນຄົບຮອບ 75 ປີ, ກອງຮ້ອຍຊ່າງ ແສງ ຈ11 ໄດ້ເອົາໃຈໃສ່ເຄື່ອນ ໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງຕົນ ຕາມການມອບໝາຍຂອງ ຂັ້ນເທິງດ້ວຍຄວາມຮັບຜິດຊອບສູງ ໂດຍແບ່ງອອກເປັນຫລາຍຈຸ, ແຕ່ລະ ຈຸມີຄວາມຮັບຜິດຊອບທີ່ແຕກຕ່າງ ກັນເປັນຕົ້ນແມ່ນ: ສ້າງຂຸ່ມລີ້ໄພ ແລະ ສ້າງສິ່ງກີດຂວາງເພື່ອຮັບ ປະກັນໃຫ້ແກ່ການຊ້ອມຮົບສະແດງ ຍິງລູກປືນແທ້ໃຫ້ມີຄວາມປອດໄພ 100%. ໂອກາດດັ່ງກ່າວ, ສະຫາຍຫົວ ໜ້າການເມືອງ ກອງຮ້ອຍຊ່າງແສງ ໄດ້ອວຍພອນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ຕໍ່ການນໍາພັກ-ລັດ, ຄະນະ ນໍາກະຊວງປ້ອງກັນປະເທດ ຈົ່ງ ມີສຸຂະພາບເຂັ້ມແຂງສືບຕໍ່ຊີ້ນໍານໍາພາກອງທັບປະຊາຊົນລາວກ້າວ ຂຶ້ນໃຫ້ທັນສະໄໝທຽບເທົ່າກັບ ສາກົນ.

RkJQdWJsaXNoZXIy MTc3MTYxMQ==