08 xtgmf]k; 37ltok c]t [= ]y = dy ko 17/01/2024 ຂປລ. ເມື່ອບໍ່ດົນມານີ້, ສື່ ມວນຊົນຈີນລົງເຄື່ອນໄຫວ ສຳພາດ ວິຊາການ ແລະ ຜູ້ ບໍລິຫານຂອໂຄງການຮ່ວມ ມືກໍ່ສ້າງທາງລົດໄຟລາວຈີນຢູ່ແຂວງຫລວງນ້ຳທາ, ອຸດົມໄຊ, ຫລວງພະບາງ ແລະ ນະຄອນຫລວງວຽງ ຈັນ ສປປ ລາວ ເພື່ອເພີ່ມ ຄວາມຮັບຮູ້ ແລະ ເຂົ້າໃຈ ຢ່າງເລິກເຊິ່ງກ່ຽວກັບການ ln j ,;o-q o9u o g7n j vows;lerkfdkoIj ;,,n d+ lh k' mk']q fw2 ]k;{9u o ກໍ່ສ້າງທາງລົດໄຟລາວຈີນໃຫ້ສັງຄົມ ໂດຍໄດ້ຮັບ ການສະໜັບສະໜູນຈາກບໍ ລິສັດຄຸນໝິງ ທີ່ປຶກສາຂໍ້ມູນ ຂ່າວສານລ້ານຊ້າງ-ແມ່ ນໍ້າຂອງ. ໂຄງການກໍ່ສ້າງທາງລົດ ໄຟລາວ-ຈີນ ແມ່ນໂຄງ ການຮ່ວມມືທີ່ສຳຄັນພາຍ ໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງຈີນ, ແມ່ນໝາກຜົນຂອງການ ປຶກສາຫາລື, ການຮ່ວມມືກໍ່ ສ້າງ ແລະ ການຮ່ວມສາຍ ສຳພັນລະຫວ່າງສປປລາວ ກັບ ສປ ຈີນ, ທັງເປັນການ ຄົມມະນາຄົມຂົນສົ່ງທີ່ໃຫຍ່ ແລະ ສຳຄັນ ທາງເສດຖະ ກິດ-ສັງຄົມຂອງທ້ອງຖິ່ນ ສອງປະເທດ ລາວ-ຈີນ. ນອກຈາກນີ້, ຍັງເປັນ ການຮ່ວມມືໃນການພັດທະ ນາ ແລະ ການແລກປ່ຽນ ລະຫວ່າງສອງປະເທດ ຕື່ມອີກ. ທ່ານວົງທອງສຸພັນທອງ ຮອງຫົວໜ້າວິສະວະກອນ ບໍລິສັດທາງລົດໄຟ ລາວຈີນ ແລະ ທັງເປັນຮອງຫົວ ໜ້າຜູ້ຈັດການທາງລົດໄຟ ແຫ່ງຊາດລາວ ໃຫ້ຮູ້ວ່າ: ໃນໄລຍະການກໍ່ສ້າງເສັ້ນ ທາງລົດໄຟ ລາວ-ຈີນ ເຊິ່ງ ໂຄງການດັ່ງກ່າວໄດ້ມອບ ໂອກາດການຈ້າງງານໃຫ້ ທ້ອງຖິ່ນ ເ ປັນຈຳນວນ ຫລວງຫລາຍ, ການຝຶກ ອົບຮົມແຮງງານທ້ອງຖິ່ນ, ຊຸກຍູ້ການເຜີຍແຜ່, ແລກ ປ່ຽນເຕັກໂນໂລຊີ ແລະ ປະສົບການໃນການຄຸ້ມ ຄອງ. ພ້ອມກັນນັ້ນ, ຍັງໄດ້ ຊຸກຍູ້ການພັດທະນາຂະ ແໜງການທີ່ກ່ຽວຂ້ອງເຊັ່ນ: ການຂົນສົ່ງ, ໂລຈິສຕິກ, ການທ່ອງທ່ຽວ ແລະ ອື່ນໆ ເພື່ອຊຸກຍູ້ແຮງງານການພັດ ທະນາເສດຖະກິດທ້ອງຖິ່ນ ທັງເປັນການອຳນວຍຄວາມ ສະດວກແກ່ການເດີນທາງ ໄປທ່ອງທ່ຽວ ແລະ ການ ເດີນທາງເພື່ອທຸລະກິດ ຂອງຄົນລາວ ແລະ ປະ ເທດເພື່ອນບ້ານ, ໄດ້ກາຍ ເປັນເສັ້ນທາງຄົມມະນາ ຄົມທີ່ສະດວກສະບາຍຂອງ ນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດ, ຊຸກ ຍູ້ການພັດທະນາການທ່ອງ ທ່ຽວທີ່ສຳຄັນ ແລະການ ພົວພັນລະຫວ່າງສອງປະ ເທດ ລາວ-ຈີນກັບປະເທດ ອື່ນໆ, ການແລກປ່ຽນມິດ ຕະພາບ ແລະ ການຮ່ວມ ມືລະຫວ່າງສອງປະເທດ ໄດ້ສ້າງເງື່ອນໄຂສະດວກ ໃຫ້ແກ່ການແລກປ່ຽນດ້ານ ບຸກຄະລາກອນລະຫວ່າງ ສອງປະເທດ, ເພີ່ມທະວີ ການຮ່ວມມື ແລະ ການ ແລກປ່ຽນ ໃ ນຂົງ ເ ຂດ ຫລາຍດ້ານເປັນຕົ້ນ ດ້ານ ການເມືອງ,ເສດຖະກິດແລະ ວັດທະນະທໍາ. ນັບແຕ່ເປີດໃຫ້ບໍລິການ ຮອດວັນທີ5ທັນວາ 2023 ໄດ້ບັນຈຸຜູ້ໂດຍສານ3.700 ລ້ານກວ່າຄົນ, ສະເລ່ຍ ຜູ້ໂດຍສານ5.100ກວ່າຄົນ ຕໍ່ມື້ ແລະ ສູງສຸດ10.700 ກວ່າຄົນຕໍ່ມື້. ນັບແຕ່ວັນທີ 13 ເມສາ ໄດ້ເປີດນຳໃຊ້ ທາງລົດໄຟລະຫວ່າງປະ ເທດ ໄດ້ຮັບ-ສົ່ງຜູ້ໂດຍ ສານສາກົນທັງໝົດ96.200 ກວ່າຄົນ. ໃນນັ້ນ, ມີຜູ້ໂດຍສານ ຂາອອກ48.270ກວ່າຄົນ, ສະເລ່ຍ 200 ກວ່າຄົນຕໍ່ ມື້, ມີຜູ້ໂດຍສານເຂົ້າມາ ລາວ 47.900 ກວ່າຄົນ ດ້ວຍລົດໄຟຂ້າມຊາຍແດນ, ສະເລ່ຍມື້ລະ 203 ຄົນ. ສຳລັບດ້ານການຂົນສົ່ງ ນັບແຕ່ມື້ເປີດ ຫາ ຕົ້ນເດືອນ ທັນວາ 2023 ສາມາດ ສົ່ງສິນຄ້າໄດ້ 6.048 ລ້ານໂຕນ, ສະເລ່ຍມື້ລະ 8.251 ໂຕນ ແລະ ຂົນສົ່ງ ໄດ້ສູງສຸດ16.306 ໂຕນ ຕໍ່ມື້, ປະເພດສິນຄ້າຕົ້ນຕໍ ປະກອບມີ ໝາກໄມ້, ແປ້ງ ມັນຕົ້ນ, ເຂົ້າບາເລ, ຢາງພາ ລາ, ເບຍ, ແຮ່ເຫລັກ, ເຫລັກ ເສັ້ນ ແລະ ປຸ໋ຍ ເຊິ່ງສິນຄ້າ ຈາກ ສປຈີນມາ ສປປ ລາວ 963.000 ໂຕນແລະ ການ ສົ່ງສິນຄ້າ ຈາກສປປ ລາວ ໄປຫາສປ ຈີນ ຫລາຍກວ່າ 5.035 ລ້ານໂຕນ. ຜ່ານການລົງສໍາພາດ ໃນຄັ້ງນີ້, ທີມງານດັ່ງກ່າວ ຮູ້ສຶກດີໃຈທີ່ໄດ້ເຫັນວ່າທາງ ລົດໄຟລາວ-ຈີນ ມີການ ປັບປຸງພື້ນຖານໂຄງລ່າງ ຢ່າງຫລວງຫລາຍ ແລະ ໃຫ້ໂອກາດການຈ້າງງານ ຢ່າງກວ້າງຂວາງແກ່ປະ ຊາຊົນທ້ອງຖິ່ນ ໃນໄລຍະ ການກໍ່ສ້າງ ແລະ ການ ເຄື່ອນໄຫວຂອງທາງລົດໄຟ ລາວ-ຈີນ. ໂຄງການດັ່ງກ່າວຍັງ ໄດ້ຝຶກອົບຮົມໃຫ້ແຮງງານ ທ້ອງຖິ່ນ, ຊຸກຍູ້ການເຜີຍ ແຜ່, ແລກປ່ຽນເຕັກໂນໂລ ຊີແລະ ປະສົບການໃນການ ຄຸ້ມຄອງ ທັງໄດ້ຊຸກຍູ້ການ ພັດທະນາຂະແໜງການທີ່ ກ່ຽວຂ້ອງເຊັ່ນ: ການຂົນ ສົ່ງ, ໂລຈິສຕິກ, ການທ່ອງ ທ່ຽວ ແລະ ອື່ນໆ. ການສຳພາດໃນຄັ້ງນີ້, ບໍ່ພຽງແຕ່ເຮັດໃຫ້ກຸ່ມສໍາ ພາດໄດ້ເຂົ້າໃຈຢ່າງເລິກ ເຊິ່ງກ່ຽວກັບການກໍ່ສ້າງ ແລະ ດໍາເນີນງານຂອງ ລົດໄຟລາວ-ຈີນເທົ່ານັ້ນ, ແຕ່ຍັງເປັນໂອກາດອັນລໍ້າ ຄ່າໃຫ້ບໍລິສັດທີ່ປຶກສາຂໍ້ ມູນຂ່າວສານລ້ານຊ້າງແມ່ນໍ້າຂອງ ຈໍາກັດນຳ ອີກ ແລະ ເຊື່ອໝັ້ນວ່າທີມ ງານຈະສາມາດຮຽນຮູ້ ຈາກປະສົບການທີ່ປະສົບ ຜົນສໍາເລັດໃນໂຄງການ ໃຫ້ບໍລິການການປຶກສາ ແລະ ສຳພາດ ຂ້າມຊາຍ ແດນໃນອະນາຄົດ ແລະ ໃຫ້ບໍລິການທີ່ມີຄຸນນະພາບ ສູງແກ່ລູກຄ້າຫລາຍຂຶ້ນ ແລະ ຫວັງວ່າຈະມີການ ຮ່ວມມື, ແລກປ່ຽນຂໍ້ມູນ ຂ່າວສານ ແລະ ຮ່ວມກັນ ເປັນສັກຂີພິຍານ ໃນການ ພັດທະນາສິ່ງໃໝ່ໆ ຂອງ ທາ ງລົດ ໄ ຟລາວ - ຈີນ ທີ່ໄດ້ນຳມາສູ່ທັງສອງ ປະເທດ ແລະ ທົ່ວພາກພື້ນ ໃນຕໍ່ໜ້າ.
RkJQdWJsaXNoZXIy MTc3MTYxMQ==