5791

ບັນດາແຂວງພາກເໜືອ ຮອດພາກ ກາງຂອງປະເທດລາວ. ເຜົ່າມົ້ງ ຢູ່ລາວ ມີຊື່ເອີ້ນຂອງຕົນເອງ ວ່າ: “ມົ້ງ”ແປວ່າຄົນເຊິ່ງແມ່ນຊື່ເອີ້ນດັ້ງ ເດີມທີ່ຊົນເຜົ່າມົ້ງເອີ້ນຕົນເອງຢ່າງ ພາກພູມໃຈ; ເຜົ່າມົ້ງມີຫລາຍກຸ່ມພາ ສາຍ່ອຍ ເຊັ່ນ: ມົ້ງເດີ, ມົ້ງຈົວະ, ມົ້ງ ເລງ, ມົ້ງຊິ, ມົ້ງດູ. ນອກຈາກນັ້ນ ເຜົ່າມົ້ງມີພາສາປາກເວົ້າສະເພາະ ຂອງຕົນ ແລະ ມີພາສາຂຽນ 2 ລະ ບົບດ້ວຍກັນຄື: ລະບົບໃຊ້ຕົວອັກ ສອນລາຕີນ ແລະ ອັກສອນລາວທີ່ ປະດິດຄິດແຕ່ງຂຶ້ນ ເພື່ອທຽບສຽງ ພາສາມົ້ງ, ສ່ວນພາສາການປາກ ເວົ້າ ແມ່ນມີຄວາມແຕກຕ່າງກັນ ເລັກໜ້ອຍຕາມແຕ່ລະທ້ອງຖິ່ນ ແຕ່ ກໍສາມາດເຂົ້າໃຈເຊິ່ງກັນ ແລະ ກັນ. ເຜົ່າມົ້ງ ມີເອກະລັກທາງດ້ານ ຮີດຄອງປະເພນີ, ຄວາມເຊື່ອຖື ແລະ ວັດທະນະທໍາເປັນຂອງຕົນເອງໄວ້ ໃຫ້ຄົນຮຸ່ນລູກຮຸ່ນຫລານສືບທອດ ຈົນເຖິງທຸກວັນນີ້ ໂດຍສະເພາະແມ່ນ ບຸນນໍເປເຈົາ, ເປັນບຸນປະເພນີປີ ໃໝ່ມົ້ງ ເຊິ່ງຈັດຂຶ້ນໃນໄລຍະເດືອນ ສຸດທ້າຍຂອງປີເກົ່າ ກ້າວເຂົ້າສູ່ ເດືອນທຳອິດຂອງປີໃໝ່ຕາມປະຕິ ທິນມົ້ງ ເພື່ອເປັນການສະຫລອງ ການເກັບກ່ຽວຜົນລະປູກ, ການໄຫວ້ ບັນພະບູລຸດ, ການປະກອບພິທີກຳ ເພື່ອຄວາມເປັນສິລິມຸງ ແລະ ໂຊກ ໄຊຕະຫລອດປີໃໝ່, ການພົບປະ ກັນລະຫວ່າງຍາດພີ່ນ້ອງ ບ້ານໃກ້ ເຮືອນຄຽງ ແລະ ແຂກຕ່າງບ້ານ, ທັງເປັນໂອກາດພິເສດທີ່ຊາຍໜຸ່ມ- ຍິງສາວເຜົ່າມົ້ງ ຈະໄດ້ພົບປະກັນ ເພື່ອເລືອກຄູ່ຄອງ. ໂອກາດນີ້, ທ່ານເຈົ້າແຂວງບໍ່ ແກ້ວ ກໍໄດ້ມີຄຳເຫັນອວຍພອນປີ ໃໝ່ມົ້ງ. ຈາກນັ້ນ, ບັນດາການນໍາ ແຂວງ-ເມືອງ, ເຂດເສດຖະກິດພິ ເສດສາມຫລ່ຽມຄຳ ແລະ ແຂກທີ່ ເຂົ້າຮ່ວມງານ ກໍໄດ້ຮ່ວມໂຍນໝາກ ຄອນ, ພ້ອມທັງໄດ້ມີການມອບລາງ ວັນ ໃຫ້ນັກກິລາທີ່ເຂົ້າຮ່ວມແຂ່ງຂັນ ກິລາປະເພດຕ່າງໆ ເພື່ອຂໍ່ານັບຮັບ ຕ້ອນ ແລະ ສະເຫລີມສະຫລອງບຸນ ປະເພນີ ນໍເປເຈົ້າ ແລະ ຊົມການສະ ແດງສິລະປະວັນນະຄະດີຂອງນ້ອງ ນັກຮຽນພາຍໃນບ້ານ ບ້ານໃກ້ຄຽງ ແລະ ຈາກເຂດເສດຖະກິດພິເສດ ສາມຫລ່ຽມຄຳ ຕື່ມອີກ. 07 xtgmf]k; gsfdko{dkora fmtok a 17/01/2024 ;P'9a ogva [mu 7v'-totg]u fg8t[ko 16 -23 ;P'9a ogva [mu 7a [ 2024 3I''kocxh ',a o8Q o ]k;mu mu cv; pa '8h v'cdh w0 [a oskfh koly j 'g;f]h v, 8k,sh k'lP'la '7q , gzqj k,Q 'c0;'[=j cdh ; 9a f[5 oxtgrou o= gxg9q k xt9exu 2023-2024 ຂປລ. ແຫລ່ງຂ່າວຈາກ ແຂວງບໍ່ ແກ້ວ ໃຫ້ຮູ້ວ່າ: ທ້າຍອາທິດຜ່ານມາ, ເຜົ່າມົ້ງແຂວງບໍ່ແກ້ວ ຈັດບຸນປະ ເພນີປີໃໝ່ມົ້ງ ຫລືບຸນກິນຈຽງ(ນໍເປ ເຈົາ) ໂດຍມີ ທ່ານ ບົວຄົງ ນາມມະ ວົງ ເຈົ້າແຂວງບໍ່ແກ້ວ, ບັນດາການ ນໍາແຂວງ-ເມືອງ, ສະພາບໍລິຫານ ເຂດເສດຖະກິດພິເສດສາມຫລ່ຽມ ຄຳ, ອຳນາດການປົກຄອງ ແລະ ຜູ້ ອາວຸໂສ, ຜູ້ຊົງຄຸນວຸທິ, ປະຊາຊົນ ແລະ ແຂກຖືກເຊີນພາຍໃນເມືອງ ແລະ ຕ່າງເມືອງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ຄຳໄຊ ທໍອະດີດ ເລຂາຄະນະພັກຮາກຖານ ກຸ່ມບ້ານ ດອນທາດ ໄດ້ກ່າວປະຫວັດຄວາມ ເປັນມາຂອງເຜົ່າມົ້ງ ເປັນຊົນເຜົ່າ ໜຶ່ງໃນຈຳນວນ49ຊົນເຜົ່າຂອງວົງ ຄະນະຍາດແຫ່ງຊາດລາວ ເຊິ່ງຈັດ ຢູ່ໃນໝວດພາສາມົ້ງ-ອີວມ້ຽນ ແລະ ມີປະຫວັດຄວາມເປັນມາອັນຍາວ ນານຄືກັນກັບຊົນເຜົ່າອື່ນໆ ນັບແຕ່ ກາງສັດຕະວັດທີ 17 ເປັນຕົ້ນມາ, ເຜົ່າມົ້ງໄດ້ອົບພະຍົບເຄື່ອນຍ້າຍ ຈາກຕີເບດ, ຊີເບຣີມົງ ໂກລີ ເຂົ້າສູ່ ປະເທດຈີນ ແລະ ຕັ້ງຫລັກແຫລ່ງຢູ່ ລຸ່ມແມ່ນໍ້າເຫລືອງ ຫລື ແມ່ນໍ້າຫວງ ເຫີ. ຈາກນັ້ນ ກໍໄດ້ອົບພະຍົບ ເຄື່ອນ ຍ້າຍມາຢູ່ພາກໃຕ້ຂອງປະເທດຈີນ ແລ້ວເຂົ້າສູ່ຫວຽດນາມ ແລະ ເຄື່ອນ ຍ້າຍຜ່ານດຽນບຽນຟູ ແລະ ມາຢູ່ ຂປລ. ທີມວຽງຈັນ ເອັບທີ ຄອງ ຊະນະເລີດການແຂ່ງຂັນເຕະບານ ເຍົາວະຊົນຮຸ່ນອາຍຸບໍ່ເກີນ 13 ປີ ຊີງ ຂັນປະທານສະໂມສອນ ອາຄາເດມີ ວຽງຈັນເອັບທີຫລືຢູ-13ລາຍການ ວຽງຈັນ ເອັບທີ ຄັບ 2024 (U-13 VINETIANE FT CUP 2024) ເພື່ອສ້າງຂະບວນການສະເຫລີມສະ ຫລອງວັນສ້າງຕັ້ງກອງທັບ ປະຊາ ຊົນລາວຄົບຮອບ75ປີແລະສົ່ງເສີມ ເຍົາວະຊົນລາວ ກໍຄື ນະຄອນຫລວງ ວຽງຈັນ ໄດ້ມີການເຄື່ອນໄຫວຢ່າງ ຕໍ່ເນື່ອງ ເພື່ອພັດທະນາຕົນເອງກ້າວ ສູ່ລະດັບຊາດ ໄປຄອງ ແລະ ກໍເປັນ ແຊັມລາຍການທີ 2 ຊຶ່ງເມື່ອບໍ່ດົນ ມານີ້ ກໍຍັງສາມາດຄອງຊະນະເລີດ ລາຍການ ເຄເອັມທີ ຄັບ 2023 ຈັດ ຂຶ້ນໃນຕົ້ນເດືອນມັງກອນ 2024ນີ້. ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນພາຍໃນມື້ດຽວ(13 ມັງກອນ 2024) ທີ່ສະໜາມກິລາບານເຕະ ຫຍ້າແທ້ ພູຜາ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫລວງ ວຽງ ໃຫ້ກຽດເຂົ້າຮ່ວມ ແລະ ມອບ ລາງວັນມີທ່ານ ພອນເພັງ ຈັນທະວົງ ປະທານບໍລິສັດ ພອນທິບ ໂຮມເຊັນ ເຕີ ຜູ້ຜະລິດ ແລະ ຈຳໜ່າຍເຄື່ອງວັດ ສະດຸກໍ່ສ້າງຄົວເຮືອນຄົບວົງຈອນ ທັງເປັນປະທານສະໂມສອນ ອາຄາ ເດມີ ວຽງຈັນ ເອັບທີ, ທ່ານ ທິບພະ ເນດ ແກ້ວມະນິວົງ ປະທານບໍລິສັດ ແກ້ວໂອໂຕກຣຸບ ຈຳກັດຜູ້ດຽວ ຕົວ ແທນຈຳໜ່າຍລົດໃຫຍ່ ຍີ່ຫໍ້ ມາສດາ ພຽງຜູ້ດຽວໃນສປປ ລາວ ທັງເປັນ ສະໂມສອນມາສດາລາວຈີບີ ເອັບຊີ ແລະ ທ່ານ ສົມບູນ ພິສະນຸກັນ ຮອງ ປະທານສະມາຄົມພໍ່ແມ່ຜູ້ປົກຄອງ ສະໂມສອນ ອາຄາເດມີວຽງຈັນ ເອັບທີ ມີບັນດາຄະນະຄູຝຶກ ແລະ ນັກກິລາ ຕະຫລອດຮອດພໍ່ແມ່ຜູ້ ຄອງ ແລະ ກອງເຊຍເຂົ້າຮ່ວມ. ການແຂ່ງຂັນເຕະບານເຍົາວະຊົນ ຂປລ. ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ທ້າຍ ອາທິດຜ່ານມາ, ຫ້ອງການຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມເມືອງໄຊບູລີ ຮ່ວມກັບ ທີມ ງານຂັ້ນເມືອງ ແລະ ນາຍບ້ານມະນີ ລາດ ເມືອງໄຊບູລີ ນໍາໂດຍ ທ່ານ ສຸລິວົງ ສີວໍລະວົງ ຮອງເຈົ້າເມືອງ ໄຊບູລີ, ຜູ້ຊີ້ນໍາວຽກງານວັດທະ ນະທໍາ-ສັງຄົມ ໄດ້ລົງພົບປະ ທ່ານ ຟານເທ໋ເລືອງ ເຈົ້າຂອງໂຮງງານ ຜະລິດແປ້ງມັນຕົ້ນລາວທີທີແອວ ພັດທະນາຄົບວົງຈອນຈໍາກັດ ເພື່ອ ຕິດຕາມກວດກາ ວຽກງານດ້ານສິ່ງ ແວດລ້ອມ ຕາມຫາງສຽງສັງຄົມທີ່ ເກີດຂຶ້ນພາຍໃນໂຮງງານ. ໂຮງງານຜະລິດແປ້ງມັນຕົ້ນ ລາວທີທີແອວ ພັດທະນາຄົບວົງ ຈອນ ຈໍາກັດ ໄດ້ສ້າງຕັ້ງຂຶ້ນໃນປີ 2021 ທີ່ບ້ານມະນີລາດ ເມືອງໄຊ ບູລີ ແຂວງສະຫວັນນະເຂດ, ເປັນ ໂຄງການຜະລິດແປ້ງມັນຕົ້ນເພື່ອ ຈໍາໜ່າຍ ແລະ ສົ່ງອອກສູ່ຕະຫລາດ ພາຍໃນ ແລະ ຕ່າງປະເທດ, ໃນປັດ ຈຸບັນ ໂຄງການໄດ້ສ້າງໂຮງງານ ສໍາເລັດ ໃນເດືອນພະຈິກ ປີ 2023 ແຕ່ຍັງບໍ່ທັນສົມບູນ 100% ໂດຍ ໄດ້ເລີ່ມດໍາເນີນການຜະລິດແບບ ທົດລອງໃນວັນທີ 20 ພະຈິກ ປີ 2023 ເປັນຕົ້ນມາ. ສ່ວນດ້ານການ ຄຸ້ມຄອງສິ່ງແວດລ້ອມພາຍໃນແລະ ອ້ອມຂ້າງໂຮງງານ ແມ່ນມີສິ່ງທີ່ສາ ມາດຈັດຕັ້ງປະຕິບັດໄດ້ ແລະ ບໍ່ ສາມາດຈັດຕັ້ງປະຕິບັດໄດ້. ຜ່ານການລົງຕິດຕາມກວດກາ ຕົວຈິງ ຂອງທີມງານກວດກາພາກ ສະໜາມຂັ້ນເມືອງ ແມ່ນພົບເຫັນ ບັນຫາທີ່ສົ່ງຜົນກະທົບທາງດ້ານ ສິ່ງແວດລ້ອມ ເປັນຕົ້ນ ເກີດມີກິ່ນ ເໜັນຈາກການຜະລິດ, ມີບັນຫາ ນໍ້າເປື້ອນທີ່ໄຫລຊຶມລົງແຫລ່ງນໍ້າ ທໍາມະຊາດ, ມີບັນຫາຝຸ່ນລະອອງ ໃນເວລາຂົນສົ່ງແລະ ເກີດມີສຽງດັງ ໃນການດຳເນີນງານເວລາກາງຄືນ. -P'Ij vo{cdj omh k; c]dxj Po [q fIPo dkox6 drn f]tf6 c]h ' ດັ່ງນັ້ນ, ຄະນະກໍາມະການຕິດຕາມ ກວດກາຕົວຈິງ ຈຶ່ງໄດ້ແນະນໍາທາງ ດ້ານວິຊາການໃຫ້ເຈົ້າຂອງໂຮງ ງານ ປະຕິບັດຕາມບົດບັນທຶກຂອງ ການຕິດຕາມກວດກາດ້ານສິ່ງ ແວດລ້ອມ ໂຄງການລົງທຶນໃນ ພາກສະໜາມສໍາລັບໂຮງງານ ຂອງ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນ ນະເຂດ ຮ່ວມກັບຫ້ອງການຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ເມືອງໄຊບູລີ ໃນຄັ້ງວັນທີ 10 ມັງກອນປີ2024;ແນະນໍາແລະເຮັດ ບົດບັນທຶກເພີ່ມເຕີມ ໂດຍໃຫ້ໂຮງ ງານເຮັດທຸກວິທີທາງ ເພື່ອກັນນໍ້າທີ່ບໍ່ ທັນບໍາບັດແລ້ວ ບໍ່ໃຫ້ໄຫລຊຶມລົງສູ່ ແຫລ່ງນໍ້າທໍາມະຊາດ, ຢຸດຕິການ ປ່ອຍນໍ້າເປື້ອນລົງໃສ່ແຫລ່ງນໍ້າທໍາ ມະຊາດ, ໃຫ້ໂຮງງານປົກປິດອ່າງນໍ້າ ເສຍອ່າງທີ2 ເຊິ່ງເປັນອ່າງທີ່ສົ່ງກິ່ນ ເໜັນໃຫ້ສໍາເລັດພາຍໃນ 1 ເດືອນ. ສໍາລັບຂໍ້ມູນບາງດ້ານ ທີ່ຄະນະ ວິຊາການລົງຕິດຕາມກວດກາແລ້ວ ບໍ່ພົບເຫັນຕາມຫາງສຽງສັງຄົມ ທີ່ເກີດຂຶ້ນ ແມ່ນມອບໃຫ້ຄະນະ ປົກຄອງບ້ານມະນີລາດ ເປັນຜູ້ເກັບ ກໍາຂໍ້ມູນຕື່ມອີກ ແລະ ກ່ອນຈະເປີດ ເຮັດການຜະລິດຢ່າງເປັນທາງການ ຈະຕ້ອງໄດ້ກວດກາຄືນທັງໝົດ ໂດຍອີງຕາມລະບຽບຫລັກການ ຂອງໂຮງງານ ແລະ ພາກສ່ວນທີ່ ກ່ຽວຂ້ອງ. ຮຸ່ນອາຍຸບໍ່ເກີນ 13 ປີ ລາຍການ ວຽງຈັນ ເອັບທີ ຄັບ 2024 ຈັດຂຶ້ນ ກໍເພື່ອເປັນການສ້າງຂະບວນການ ສະເຫລີມສະຫລອງວັນສ້າງຕັ້ງ ກອງທັບ ປະຊາຊົນລາວ ຄົບຮອບ 75 ປີ ພ້ອມທັງເປັນການສົ່ງເສີມ ນ້ອງນ້ອຍນັກກິລາໃຫ້ມີການເຄື່ອນ ໄຫວຢ່າງຕໍ່ເນື່ອງສ້າງໂອກາດໃຫ້ ເຂົາເຈົ້າມີການພັດທະນາຕົນເອງ ສາມາດກ້າວໄປຕາມຈຸດທີ່ໄຝ່ຝັນ ຢາກຕິດທີມຊາດໃນອະນາຄົດ ໃຫ້ ປະກົດຜົນເປັນຈິງ ລາຍການດັ່ງ ກ່າວມີທັງໝົດ8ພາກສ່ວນເຂົ້າຮ່ວມ ແບ່ງອອກເປັນ 2 ກຸ່ມ ກໍຄື ກຸ່ມ ເອ ແລະ ກຸ່ມ ບີ ແຕ່ລະກຸ່ມແຂ່ງຂັນແບບ ພົບກັນໝົດ ຄັດເລືອກເອົາທີ 1-2 ຜ່ານເຂົ້າໄປຫລິ້ນໃນຮອບຕໍ່ໄປ ລາຍ ການນີ້ ກຳນົດເງື່ອນໄຂນັກກິລາ ຕ້ອງມີອາຍຸ 13 ປີ ຫລື ເກີດໃນປີ 2011 ຈຶ່ງສາມາດເຂົ້າຮ່ວມແຂ່ງ ຂັນໄດ້ ແລະ ແຂ່ງຂັນສອງຕັ້ງ ຕັ້ງ ລະ 15 ນາທີ ພັກ 3 ນາທີ ລວມສອງ ຕັ້ງ 30 ນາທີ ສຳລັບ 8 ສະໂມສອນ ເຂົ້າຮ່ວມ ປະກອບມີເຈົ້າພາບ ວຽງ ຈັນ ເອັບທີ, ພົມມະທັດ ເອັບຊີ, ມາດ ສດາ ລາວ ຈີບີ ເອັບຊີ, FHL ເອັບຊີ, KMT ເອັບຊີ, Speed ເອັບຊີ, ເອັບ ຊີ ຕາລັນຕ້າ ແລະ ສະຖາບັນສຶກສາ ບຸນເກີດ. ຜ່ານການແຂ່ງຂັນ ຄູຊີງຊະນະ ເລີດ ຜົນປະກົດວ່າ: ສະໂມສອນ ວຽງຈັນເອັບທີ ສາມາດຍິງຈຸດໂທດ ໄດ້ຄົມກວ່າເປັນຝ່າຍເອົາຊະນະ ສະ ໂມສອນ ມາສດາ ລາວ ຈີບີ ເອັບຊີ 3-1 ປະຕູ ຫລັງໃນເກມ ສະເໝີກັນ 1-1 ປະຕູ ຄວ້າແຊັມລາຍການດັ່ງ ກ່າວໄປຄອງສ່ວນສະໂມສອນມາສ ດ້າ ໄດ້ພຽງອັນດັບທີ 2 ສ່ວນອັນດັບ ທີ3 ເປັນຂອງສະໂມສອນພົມມະທັດ ແລະ ອັນດັບທີ 4 ແມ່ນ ສະໂມສອນ ເຄເອັມທີ ເອັບຊີ ຂະນະທີ່ ລາງວັນ ນັກກິລາດີເດັ່ນຊົງຄຸນຄ່າ ຫລືMVP ເປັນຂອງທ້າວ ພູຜາ ຈັນທະວົງ ກອງໜ້າຂອງສະໂມສອນ ວຽງຈັນ ເອັບທີ ແລະ ລາງວັນດາວຊັນໂວ ແມ່ນ ທ້າວ ນັດທະພົນ ຈາກສະໂມ ສອນ ເຄເອັມທີ ຍິງຄົນດຽວ 7 ປະຕູ. ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ກອງປະຊຸມ ພົບ ປະແລກປ່ຽນບົດຮຽນກ່ຽວກັບ ວຽກງານການປູກພືດລະດູແລ້ງ ລະ ຫວ່າງ ເມືອງຊຽງຮ່ອນ ກັບເມືອງ ແກ່ນທ້າວ ແຂວງໄຊຍະບູລີ ຈັດຂຶ້ນ ໃນທ້າຍອາທິດຜ່ານມາ ໂດຍມີ ທ່ານ ແສງອາທິດ ລາວເບຣຍຢາທໍ່ ຮອງ ເຈົ້າເມືອງຊຽງຮ່ອນ, ທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງແກ່ນ ທ້າວ ພ້ອມດ້ວຍທີມງານຈາກສອງ ເມືອງເຂົ້າຮ່ວມ ແລະ ລາຍງານ ສະພາບລວມຂອງແຕ່ລະເມືອງໃຫ້ ກັນຊາບ. ໂອກາດນີ້, ທ່ານ ສົມບູນ ໄຊວຸດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊຽງຮ່ອນ ໄດ້ລາຍງານ ການປູກພືດລະດູແລ້ງ ປະຈຳສົກປີ 2023-2024 ວ່າ: ປີ 2023 ເມືອງ ຊຽງຮ່ອນມີເນື້ອທີ່ການປູກພືດທັງ ໝົດ 11.767 ເຮັກຕາ. ໃນນັ້ນ, ເນື້ອ ທີ່ປູກເຂົ້າລວມມີ 5.096 ເຮັກຕາ, ຜົນຜະລິດທັງໝົດ 22.995 ໂຕນ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 2.955 ໂຕນ, ເທົ່າກັບ 14,75%, ສະເລ່ຍ ໃສ່ຫົວຄົນໜຶ່ງໄດ້ຮັບເຂົ້າເປືອກ 644,2 ກິໂລ/ຄົນ/ປີ; ເນື້ອທີ່ນາປີ 3.358 ກວ່າເຮັກຕາ, ເນື້ອທີ່ປູກພືດ ເສດຖະກິດ7.106,51 ເຮັກຕາ, ຜົນ ຜະລິດ 145.148,17 ໂຕນ, ເນື້້ອທີ່ ປູກພືດບໍລິໂພກ 532,14 ເຮັກຕາ, ຜົນຜະລິດ 3.742,64 ໂຕ, ມີເນື້ອ ທີ່ປູກຢາງພາລາ 6.817 ເຮັກຕາ, ເນື້ອທີ່ໃຫ້ຜົນຜະລິດ4.333 ເຮັກຕາ, ຜົນຜະລິດທັງໝົດ 19.542. ປັດຈຸ ບັນກຳລັງສຸມໃສ່ການຜະລິດລະດູ ແລ້ງຢ່າງເປັນຂະບວນຟົດຟື້ນ, ມີ ເນື້ອທີ່ແຜນການປູກພືດລະດູແລ້ງ ທັງໝົດ 1.250 ເຮັກຕາ, ຄາດຄະເນ ຜົນຜະລິດ 15.880 ໂຕນ, ເຂົ້ານາ ແຊງ 350 ເຮັກຕາ, ພືດເສດຖະກິດ 500 ເຮັກຕາ,ໝາກໂມ250 ເຮັກຕາ ແລະ ຖົ່ວເຫລືອງ 250 ເຮັກຕາ ແລະ ປູກພືດໄວ້ບໍລິໂພກພາຍໃນ400 ເຮັກ ຕາ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນ ວິທີການຈັດຕັ້ງປະຕິບັດໂດຍໄດ້ ແຕ່ງຕັ້ງຄະນະກຳມະການຊຸກຍູ້ ການປູກພືດລະດູແລ້ງຂັ້ນເມືອງ, ເຊັນສັນຍາຂັ້ນເມືອງ, ຂັ້ນບ້ານ, ແບ່ງປັນຂອບເຂດການສົ່ງເສີມການ ຜະລິດ. ຈາກນັ້ນ, ຜູ້ເຂົ້າຮ່ວມທັງສອງ ເມືອງ ກໍໄດ້ຍັງພ້ອມກັນປະກອບຄຳ ຄິດຄໍາເຫັນ ແລະ ແລກປ່ຽນບົດຮຽນ ກ່ຽວກັບວຽກງານການປູກພືດລະດູ ແລ້ງ ເປັນຕົ້ນຂັ້ນຕອນການກະກຽມ, ການຊຸກຍູ້ສົ່ງເສີມ ແລະ ຂັ້ນຕອນ ການຈັດຕັ້ງປະຕິບັດດ້ານຕ່າງໆ ຂອງການປູກພືດລະດູແລ້ງລະຫວ່າງ ສອງເມືອງຢ່າງກົງໄປກົງມາ. ໃນໂອກາດດຽວກັນ, ສອງຝ່າຍ ຍັງໄດ້ໄປທັດສະນະ ແລະ ທ່ຽວຊົມ ການປູກພືດລະດູແລ້ງ ແລະ ສະຖານ ທີ່ທ່ອງທ່ຽວຂອງເມືອງຊຽງຮ່ອນ ອີກດ້ວຍ.

RkJQdWJsaXNoZXIy MTc3MTYxMQ==