5791

xtgmf]k; 6 17/01/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme mtok7ko3]d 7kf7tgomj v'mj P;]k; 0tspkp8q ; 10% rkp.oxu 2024 ໂດຍ : ຄຳພັນ ແກ້ວມະນີ xt-k-q o[h ko3I,w- 9a f[5 og8a fob , fh ;p[a opkdkf2q f2N o * ປະຊາຊົນ ເຜົ່າກຶມມຸ ບ້ານ ໂຮມໄຊ, ເມືອງໄຊ, ແຂວງອຸດົມໄຊ ໄດ້ສະເຫລີມສະຫລອງ ບຸນເຕັດ ນຶມ ຫລື ບຸນເກີຣສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ ທັງນີ້ກໍ່ເພື່ອຮັກສາ ຮີດຄອງປະເພນີອັນດີງາມທີ່ມີມາ ແຕ່ດົນນານ ໃຫ້ຢູ່ຄຽງຢູ່ກັບລູກ ຫລານ. ອີກຢ່າງໜຶ່ງເພື່ອເຮັດໃຫ້ລູກ ຫລາຍໄດ້ສະແດງຄວາມກະຕັນຢູ່ຮູ້ ບຸນຄຸນຕໍ່ບັນພະບູຫລຸດທີ່ຈາກໄປ ເພາະ ບຸນເກີຣແມ່ນ ບຸນປະຈຳປີ ຂອງເຜົ່າກຶມມຸ ທີ່ເປັນສັນຍະລັກ ແຫ່ງຄວາມສາມັກຄີ, ຄວາມຜູກ ໝັ້ນໃນວົງສາຄະນາຍາດຂອງປະ ຊາຊົນກຶມມຸ ທີ່ຢູ່ຫ່າງໄກກັນໄດ້ມາ ພົບປະສ້າງສັນ ແລະ ເພື່ອເຮັດພິທີ ກຳລະນຶກເຖິງບັນພະບູລຸດຂອງວົງ ສາຄະນະຍາດຕົນ ເຊິ່ງເຈົ້າກົກເຈົ້າ ເລົ່າ ໄດ້ນຳພາຊາວກຶມມຸ ຈັດງານ ບຸນເກີຣ ທີ່ຍິ່ງໃຫຍ່ຂຶ້ນມາແຕ່ດົນ ນານ ແລະ ມີຄວາມໝາຍຄວາມສຳ ຄັນທີ່ສ່ອງແສງເຖິງຮິດຄອງປະ ເພນີ, ວັດທະນະທຳອັນດີງາມ ເພື່ອ ລະນຶກເຖິງ ບຸນຄຸນ ພໍ່-ແມ່, ປູ່-ຍ່າ, ຕາ-ຍາຍ ແລະ ບຸນຄຸນຂອງບັນພະ ບຸລຸດຕາມການເຊື່ອຖືຖືຜີບັນພະບູ ລຸດ. ເມື່ອຮອດມື້ບຸນ ປະຊາຊົນແຕ່ ລະຄອບຄົວໄດ້ສາມັກຄີກັນເປັນ ເຈົ້າການປຸກລະດົມເຮັດບຸນຕາມ ການເຊື່ອຖືແຕ່ບູຮານນາການ ແລະ ມີຄວາມຍິ້ມແຍ້ມແຈ່ມໃສ ນອກນີ້ ຍັງໄດ້ກຽມໄກ່, ເຫລົ້າໄຫ ແລະ ຜົນ ຜະລິດ ລວມມີ: ໝາກອຶ, ໝາກໂຕ່ນ, ໝາກແຕງ, ສາລີ, ເຜືອກ-ມັນ, ດອກໄມ້ປະຈໍາເຜົ່າ ແລະ ເຄື່ອງມື ທຳການຜະລິດ ແລະ ເຄື່ອງໃຊ້ອື່ນໆ ມາວາງສະແດງ. ນາງມ້ຽນສຸກສາທອນຕາງໜ້າ ອຳນາດການປົກຄອງບ້ານ ກ່າວ ວ່າ: ບ້ານໂຮມໄຊ ມີ 234 ຄອບຄົວ, 193 ຫລັງຄາເຮືອນ, ມີພົນລະ ເມືອງ ທັງໝົດ 1.038 ຄົນ, ຍິງ 513 ຄົນ, ມີ 5 ຊົນເຜົ່າຄຶ: ເຜົ່າ ກຶມມຸ ມີ 149 ຄົວເຮືອນ, ເຜົ່າລາວ ລຸ່ມ ມີ 7 ຄົວເຮືອນ, ເຜົ່າມົ້ງ ມີ 61 ຄົວເຮືອນ, ເຜົ່າຫໍ້ ມີ 20 ຄົວ ເຮືອນ ແລະ ເຜົ່າຜູ້ນ້ອຍ ມີ 5 ຄົວ ເຮືອນ, ອາຊີບຕົ້ນຕໍຂອງປະຊາຊົນ ແມ່ນປູກຝັງ-ລ້ຽງສັດ ແລະ ການ ບໍລິການ ລາຍໄດ້ສະເລ່ຍໃສ່ພົນລະ ເມືອງພາຍໃນບ້ານປະມານ 7 ລ້ານ ກວ່າກີບຕໍ່ຄົນຕໍ່ປີ. ນອກນີ້ ອົງການ ປົກຄອງບ້ານໂຮມໄຊ ໄດ້ຮຽກຮ້ອງ ໃຫ້ປະຊາຊົນບັນດາເຜົ່າພາຍໃນ ບ້ານ ຈົ່ງພ້ອມກັນສືບຕໍ່ຮັກສາມູນ ເຊື້ອຄວາມສາມັກຄີ, ວັດທະນະທໍາຮີດຄອງປະເພນີອັນດີງາມ, ພ້ອມກັນ ສ້າງສາພັດທະນາເສດຖະກິດຄອບ ຄົວ ເຮັດໃຫ້ຄອບຄົວຫລຸດພົ້ນອອກ ຈາກຄວາມທຸກຍາກເທື່ອລະກ້າວ. ຈາກນັ້ນ, ໄດ້ຮັບຊົມການສະແດງ ສິລະປະວັນນະຄະດີ ແລະ ບາສີສູ່ ຂວັນ ຕາມຮີດຄອງປະເພນີ ຕື່ມອີກ. ໂດຍ: ເກີດຂວັນໃຈ ມາລີຈັນສີ * ສປປ ລາວ ເປີດປີທ່ອງທ່ຽວ ລາວ ປີ 2024 ຢ່າງເປັນທາງ ການແລ້ວ ແລະ ຈະສືບຕໍ່ເປັນເຈົ້າ ພາບກອງປະຊຸມສຸດຍອດອາຊຽນ ໃນທ້າຍເດືອນມັງກອນ 2024 ນີ້ ເພື່ອສົ່ງເສີມສາຍພົວພັນຮ່ວມມື ແລະ ເຊື່ອມໂຍງກັນລະຫວ່າງພາກ ທຸລະກິດໃນຂະແໜງການຕ່າງໆ ທີ່ກ່ຽວຂ້ອງໃນພາກພື້ນ ແລະ ສາ ກົນຢ່າງໜັກແໜ້ນ, ຄາດວ່າຈະດຶງ ດູດນັກທ່ອງທ່ຽວໃຫ້ໄດ້ຢ່າງໜ້ອຍ 3 ລ້ານກວ່າຄົນ. ທະນາຄານໂລກໄດ້ລາຍງານ ຫວ່າງບໍ່ດົນມານີ້ວ່າ: ການເປີດປີ ທ່ອງທ່ຽວນີ້ ເປັນໂອກາດສຳຄັນຕໍ່ ເສດຖະກິດລາວ ເພາະວ່າຂະແໜງ ການທ່ອງທ່ຽວກວມເອົາ ປະມານ 5% ຂອງລວມຍອດຜະລິດຕະພັນ ພາຍໃນປະເທດ (GDP). ໃນຂະ ນະດຽວກັນ, ທະນາຄານໂລກ ຄາດ ຄະເນໄວ້ວ່າ ການທ່ອງທ່ຽວລາວ ຈະສາມາດເຕີບໂຕ ປະມານ 10% ຂອງ GDP ຖ້າມີການລົງທຶນ ແລະ ການປະຕິຮູບທີ່ຖືກຕ້ອງ. ໃນໄລຍະຜ່ານມາພະຍາດໂຄ ວິດ-19 ໄດ້ສ້າງຜົນກະທົບ ຕໍ່ພາກ ອຸດສາຫະກຳການທ່ອງທ່ຽວທົ່ວ ໂລກ ເຊິ່ງເປັນສິ່ງທ້າທາຍອັນສໍາ ຄັນທີ່ຂະແໜງການທ່ອງທ່ຽວລາວ ກຳລັງຜະເຊີນ ແມ່ນຂາດຂໍ້ມູນດ້ານ ການຕະຫລາດທີ່ກ່ຽວຂ້ອງກັບ ການປ່ຽນແປງຂອງຕະຫລາດການ ທ່ອງທ່ຽວໂລກ. ຂໍ້ມູນດ້ານການຕະ ຫລາດທ່ອງທ່ຽວ ເປັນບ່ອນອີງຈໍາ ເປັນແລະສໍາຄັນຕໍ່ລັດຖະບານລາວ ໃນການປັບປຸງຍຸດທະສາດການຕະ ຫລາດ, ຜະລິດຕະພັນ ແລະ ມາດຕະ ຖານການບໍລິການທ່ອງທ່ຽວ ທີ່ສາ ຮັບນັກທ່ອງທ່ຽວ ໂດຍທົ່ວໄປໃຫ້ ແທດເໝາະກັບຄວາມຕາມຕ້ອງ ການ ແລະ ສ້າງຂີດຄວາມສາມາດ ດ້ານບຸກຄະລາກອນຂອງຂະແໜງ ການທ່ອງທ່ຽວ. ປັບປຸງຄວາມສາ ມາດຂອງອຸດສາຫະກໍາການທ່ອງ ທ່ຽວດ້ານການຕ້ອນຮັບນັກທ່ອງ ທ່ຽວດ້ວຍການສື່ສານກັບລູກຄ້າ. ເລີ່ມຕົ້ນໃໝ່ ແລະ ຂະຫຍາຍແຜນ ງານຝຶກອົບຮົມດ້ານຕະຫລາດການ ທ່ອງທ່ຽວຈາກປະເທດຈີນ ເພື່ອຮັບ ປະກັນການດໍາເນີນທຸລະກິດການ ທ່ອງທ່ຽວ ທີ່ຕອບສະໜອງຕາມ ຄວາມຕ້ອງການ ຂອງຕະຫລາດ ທ່ອງທ່ຽວຈາກ ປະເທດຈີນ ທີ່ກໍາ ລັງຂະຫຍາຍຕົວ; ການໂຄສະນາ ການຕະຫລາດທ່ອງທ່ຽວ ໂດຍສຸມ ໃສ່ຫົກຕະຫລາດບູລິມະສິດ; ສຸມໃສ່ ການທ່ອງທ່ຽວ ແບບອະນຸລັກທຳ ມະຊາດ; ເພີ່ມການນໍາໃຊ້ສື່ທາງ ສັງຄົມ ແລະ ອິນເຕີເນັດ ເພື່ອການ ໂຄສະນາຕະຫລາດການທ່ອງທ່ຽວ. ແນວໃດກໍດີຂໍ້ມູນທີ່ດີແລະມີຄຸນ ນະພາບ ສາມາດຊ່ວຍ ປັບປຸງການ ຕະຫາດທ່ອງທ່ຽວໃຫ້ດີຂຶ້ນ ໂດຍ ເຮັດໃຫ້ທ່າແຮງບົ່ມຊ້ອນຂອງປະ ເທດລາວ ເປັນຈຸດໝາຍປາຍທາງ ຂອງນັກທ່ອງທ່ຽວຈໍານວນຫລາຍ ຈາກທົ່ວໂລກ. ການຄຸ້ມຄອງການ ທ່ອງທ່ຽວທີ່ດີ, ຈະເຮັດປະເທດລາວ ສ້າງລາຍຮັບໃຫ້ແກ່ປະຊາຊົນບັນ ດາເຜົ່າ ແບບກະຈາຍທົ່ວປະເທດ ໂດຍບໍ່ມີຜົນກະທົບອັນສໍາຄັນ ຕໍ່ສັງ ຄົມ ແລະ ສິ່ງແວດລ້ອມ ແຕ່ມີຜົນປະ ໂຫຍດຈາກການທ່ອງທ່ຽວແບບ ຍືນນານ. ໃນປີ 2018-2019 ສປປ ລາວ ສາມາດດຶງດູດນັກທ່ອງທ່ຽວ ໄດ້ ເກືອບ 5 ລ້ານຄົນ, ສ້າງໄດ້ເກືອບ 700ລ້ານໂດລາ ເຊິ່ງຖືວ່າເປັນລາຍ ຮັບອັນຕົ້ນຂອງປະເທດລາວ. ເຮັດໃຫ້ ທ່າແຮງບົ່ມຊ້ອນຂອງປະ ເທດລາວ ເປັນຈຸດໝາຍປາຍທາງ ຂອງນັກທ່ອງທ່ຽວຈໍານວນຫລາຍ ຈາກທົ່ວໂລກ. ບົດລາຍງານລ້າສຸດຂອງທະນາ ຄານໂລກຍັງຊີ້ແຈງວ່າ: ມີຂໍ້ມູນ ດ້ານການຕະຫລາດທ່ອງທ່ຽວ ໃນ ນີ້ ໄດ້ກໍານົດສາມຂົງເຂດຈຸດສຸມ ສໍາລັບການທ່ອງທ່ຽວລາວພາຍ ຫລັງ COVID-19 ເຊັ່ນ: ການ ຕິດຕາມ ຕະຫລາດການທ່ອງທ່ຽວ, ການພັດທະນາທັກສະ ແລະ ຕະ ຫລາດການທ່ອງທ່ຽວເປົ້າໝາຍ ແລະ ການສົ່ງເສີມການທ່ອງທ່ຽວ. ບົດລາຍງານຍັງໄດ້ແນະນໍາການ ດໍາເນີນວຽກທ່ອງທ່ຽວບຸລິມະສິດ ຄື: ດໍາເນີນການສໍາຫລວດເປັນປົກ ກະຕິ ເພື່ອເກັບກໍາຂໍ້ມູນສະຖິຕິກ່ຽວ ກັບຄວາມຕ້ອງການທ່ອງທ່ຽວ, ການສະໜອງການບໍລິການທ່ອງ ທ່ຽວ ແລະ ຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມຈາກການທ່ອງທ່ຽວ. ຂະບວນການເກັບກຳຂໍ້ມູນແບບທັນ ສະໄໝ. ພັດທະນາ ແລະ ຈັດຕັ້ງປະ ຕິບັດຫລັກສູດຝຶກອົບຮົມການຕ້ອນ ມາດຕອບສະໜອງຄວາມຕ້ອງການ ຂອງນັກທ່ອງທ່ຽວ ຈາກຕະຫລາດ ການທ່ອງທ່ຽວທີ່ແຕກຕ່າງກັນ. ສະນັ້ນ, ຂໍ້ມູນທີ່ດີ ແລະ ມີຄຸນ ນະພາບສາມາດຊ່ວຍ ປັບປຸງການ ຕະຫລາດທ່ອງທ່ຽວໃຫ້ດີຂຶ້ນ ໂດຍ

RkJQdWJsaXNoZXIy MTc3MTYxMQ==