5791

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 17/01/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp gzu pczj ;Pd'kodko8j k'xtgmf .sh [a ofkc0;'rkddk' c]t rkd.8h ຂປລ. ໃນວັນທີ 12 ມັງກອນ 2024 ທີ່ນະຄອນປາກເຊ, ແຂວງ ຈໍາປາສັກ, ກະຊວງການຕ່າງປະ ເທດ ໄດ້ຈັດກອງປະຊຸມເຜີຍແຜ່ວຽກ ງານການຕ່າງປະເທດ ໃຫ້ແກ່ພະນັກ ງານກ່ຽວຂ້ອງຈາກບັນດາແຂວງ ພາກກາງ ແລະ ພາກໃຕ້ ໂດຍການ ເຂົ້າຮ່ວມເປັນປະທານຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດ ຖະມົນຕີກະຊວງການຕ່າງປະເທດ, ມີທ່ານຫົວໜ້າຫ້ອງການກະຊວງ, ຄະນະກົມ, ວິຊາການຂອງກະຊວງ ການຕ່າງປະເທດທີ່ກ່ຽວຂ້ອງຂຶ້ນ ເຜີຍແຜ່ບັນດາຫົວຂໍ້ຕ່າງໆ ທີ່ຕິດ ພັນກັບວຽກງານຂອງຕົນ ແລະ ມີ ຄະນະຜູ້ແທນຈາກບັນດາແຂວງ ພາກກາງ ແລະ ພາກໃຕ້ ເຂົ້າຮ່ວມ. ໃນໂອກາດດນີ້, ທ່ານທອງຜ່ານ ສະຫວັນເພັດ ໄດ້ຍົກໃຫ້ເຫັນເຖິງ ສະພາບການພາກພື້ນ ແລະ ສາກົນ ທີ່ກໍາລັງມີການຜັນແປຢ່າງໄວວາ ແລະ ສະຫລັບສັບຊ້ອນ ເຊິ່ງມີທັງກາ ລະໂອກາດ ແລະ ສິ່ງທ້າທາຍໃຫ້ແກ່ ສປປ ລາວ, ໃນຂະນະດຽວກັນວຽກ ງານການຕ່າງປະເທດ ກໍກໍາລັງເຕີບ ໃຫຍ່ແລະມີຄວາມຕິດພັນກັບທຸກຂະ ແໜງການແຕ່ສູນກາງຮອດທ້ອງ ຖິ່ນໃນທົ່ວປະເທດ ໂດຍສະເພາະ ການເປັນປະທານອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ໃນປີ 2024 ນີ້. ບັນດາພະແນກການຕ່າງປະເທດໄດ້ ມີບົດບາດສໍາຄັນໃນການເປັນເສ ນາທິການໃຫ້ການນຳແຂວງໃນ ການຜັນຂະຫຍາຍ ແລະ ຈັດຕັ້ງປະ ຕິບັດວຽກງານການຕ່າງປະເທດຢູ່ ບັນດາແຂວງຂອງຕົນ, ພ້ອມທັງ ເປັນຂົວຕໍ່ການເຄື່ອນໄຫວວຽກງານ ການຕ່າງປະເທດ ລະຫວ່າງສູນ ກາງ ແລະ ທ້ອງຖິ່ນ. ດັ່ງນັ້ນ, ກອງ ປະຊຸມຄັ້ງນີ້ ຈຶ່ງມີຈຸດປະສົງເພື່ອ ເພີ່ມຂີດຄວາມສາມາດໃຫ້ພະນັກ ງານທີ່ຮັບຜິດຊອບວຽກງານພົວ ພັນຮ່ວມມືກັບຕ່າງປະເທດຢູ່ບັນດາ ແຂວງ ໃຫ້ມີຄວາມເຂັ້ມແຂງທາງ ດ້ານວິຊາການພົວພັນຕ່າງປະເທດ ເປັນແຕ່ລະໄລຍະ ແລະ ການເຄື່ອນ ໄຫວວຽກງານການຕ່າງປະເທດ ໃຫ້ມີຄວາມເປັນເອກະພາບກັນທົ່ວ ປະເທດ, ທັງເປັນໂອກາດອັນດີທີ່ໄດ້ ປຶກສາຫາລື, ແລກປ່ຽນຂໍ້ມູນ ແລະ ຄໍາຄິດເຫັນຕ່າງໆລະຫວ່າງກະຊວງ ການຕ່າງປະເທດກັບບັນດາແຂວງ ພາກກາງ ແລະ ພາກໃຕ້ໃຫ້ວຽກ ງານການຕ່າງປະເທດມີຄວາມໂລ່ງ ລ່ຽນ, ສ້າງຄວາມເຂົ້າໃຈເລິກເຊິ່ງ ແລະ ແກ້ໄຂບັນຫາຄ້າງຄາຕ່າງໆ ແນໃສ່ເຮັດໃຫ້ການປະສານສົມທົບ ໃນການເຄື່ອນໄຫວວຽກງານການ ຕ່າງປະເທດມີປະສິດທິພາບ ແລະ ປະສິດທິຜົນຂຶ້ນກວ່າເກົ່າ. ກອງປະຊຸມໄດ້ມີການນໍາສະ ເໜີບົດແລະມີການແລກປ່ຽນຄໍາຄິດ ເຫັນຂອງບັນດາຜູ້ເຂົ້າຮ່ວມຢ່າງກົງ ໄປກົງມາ ໃນຫລາຍຫົວຂໍ້ສໍາຄັນ ເປັນຕົ້ນ: ການວິເຄາະຕີລາຄາສະ ພາບການສາກົນທີ່ພົ້ນເດັ່ນ ແລະ ທ່າຂະຫຍາຍໃນຕໍ່ໜ້າ; ການປັບປຸງ ຂອດປະສານງານລະຫວ່າງກະ ຊວງ ແລະ ທ້ອງຖິ່ນ; ວຽກງານຄຸ້ມ ຄອງພະນັກງານທ້ອງຖິ່ນທີ່ເຮັດ ວຽກນໍາອົງການຈັດຕັ້ງສາກົນ; ການພົວພັນຮ່ວມມືສອງຝ່າຍກັບ ບັນດາປະເທດ ທີ່ມີຊາຍແດນຕິດ ຈອດກັບບັນດາແຂວງພາກກາງ ແລະ ພາກໃຕ້; ລວມທັງການຕິດ ຕາມ, ລາຍງານ ແລະ ຕອບໂຕ້ຂ່າວ ໂຈມຕີ ສປປ ລາວ ຂອງສື່ອອນລາຍ ທີ່ພົວພັນກັບຕ່າງປະເທດ; ການໂຄ ສະນາເຜີຍແຜ່ຜົນການເຄື່ອນໄຫວ ວຽກງານການຕ່າງປະເທດຂອງ ສູນກາງ ແລະ ທ້ອງຖິ່ນ; ການຄຸ້ມ ຄອງການເຄື່ອນໄຫວວຽກງານ ການຂ່າວຂອງຕ່າງປະເທດຢູ່ ສປປ ລາວ; ການຄຸ້ມຄອງຄົນຕ່າງປະ ເທດທີ່ມາເຄື່ອນໄຫວຢູ່ ສປປ ລາວ; ການອອກໜັງສືຜ່ານແດນໃຫ້ພົນ ລະເມືອງລາວ ແລະ ອື່ນໆ. ຂ່າວ-ພາບ: ກຕທ ມອບໃບຢັ້ງຢືນ ແລະ... ຄະນະນຳກະຊວງ.... ຂປລ. ແຫລ່ງຂ່າວຈາກແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ພິທີມອບໃບຢັ້ງ ຢືນ ແລະ ເຄື່ອງໝາຍ ລະດັບ 5 ດາວ ໃຫ້ຣີສອດ ນໍ້າກັດຢໍລະປ່າ ຈັດຂຶ້ນ ໃນວັນທີ 14 ມັງກອນ 2024 ຢູ່ ແຫລ່ງທ່ອງທ່ຽວນໍ້າກັດຢໍລະປ່າ ແຂວງອຸດົມໄຊ, ມອບໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຮັບ ໂດຍທ່ານ ສົມເພັດ ມ້າວປະເສີດ ປະທານ ບໍລິສັດ ແຟເຊັດ ພັດທະ ນາແຫລ່ງທ່ອງທ່ຽວ ທຳມະຊາດ ນໍ້າກັດຢໍລະປ່າ ໂດຍມີ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງແຂວງ ອຸດົມໄຊ, ມີຄະນະກໍາມະການຈັດລະ ດັບສະຖານທີ່ພັກແຮມຂັ້ນສູນກາງ, ຂັ້ນແຂວງ ແລະ ຂະແໜງການ ກ່ຽວຂ້ອງພາຍໃນແຂວງອຸດົມໄຊ ເຂົ້າຮ່ວມ. ໃນພິທີ, ທ່ານ ນາງ ດາລານີ ພົມມະວົງສາ ຫົວໜ້າກົມຄຸ້ມຄອງທຸ ລະກິດການທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ: ການຈັດລະດັບມາດຕະຖານໂຮງ ແຮມ, ຣີສອດ ແລະ ເຮືອນພັກ ຢູ່ ສປປ ລາວ ແມ່ນກົນໄກສໍາຄັນໜຶ່ງ ໃນການຂັບເຄື່ອນຄຸນນະພາບການ ບໍລິການທ່ອງທ່ຽວ ໂດຍສະເພາະ ດ້ານສະຖານທີ່ພັກແຮມ ຂອງ ສປປ ລາວ, ກົມຄຸ້ມຄອງທຸລະກິດການ ທ່ອງທ່ຽວ ໄດ້ມີຄວາມພະຍາຍາມ ໃນການຈັດຕັ້ງປະຕິບັດວຽກງານ ດັ່ງກ່າວຢ່າງເອົາໃຈໃສ່ ເພື່ອຮັບປະ ກັນໃຫ້ການຈັດລະດັບມາດຕະຖານ ສະຖານທີ່ພັກແຮມ ຢູ່ ສປປ ລາວ ມີປະສິດທິພາບ. ສຳລັບ ຣີສອດ ນໍ້າ ກັດຢໍລະປ່າ ກໍເປັນສະຖານທີ່ພັກ ແຮມ ແລະ ສະຖານທີ່ທ່ອງທ່ຽວທີ່ມີ ຊື່ສຽງໃນລະດັບຕົ້ນໆ ຂອງ ສປປ ລາວ ແລະ ແຂວງອຸດົມໄຊ, ມີສິ່ງອຳ ນວຍຄວາມສະດວກ ທີ່ສາມາດສະ ໜອງການບໍລິການທີ່ຫລາກຫລາຍ ເປັນຕົ້ນ ດ້ານສະຖານທີ່ພັກແຮມ, ການຈັດກອງປະຊຸມ, ການບໍລິການ ດ້ານສຸຂະພາບ, ການບໍລິການອາ ຫານ-ເຄື່ອງດື່ມ ແລະ ກິດຈະກຳ ທ່ອງທ່ຽວແບບອະນຸລັກ ທີ່ຫລາກ ຫລາຍທັງແບບຜະຈົນໄພ ແລະ ແບບ ພັກຜ່ອນ ທີ່ສາມາດຕອບສະໜອງ ຄວາມເພິ່ງພໍໃຈແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ, ມີ ພື້ນຖານໂຄງລ່າງ, ສິ່ງອໍານວຍ ຄວາມສະດວກຄົບຊຸດ, ມີອຸປະກອນ ຮັບໃຊ້ທີ່ມີມາດຕະຖານ, ມີຄຸນນະ ພາບສູງ ແລະ ພຽງພໍ. ຜ່ານການລົງປະເມີນຕົວຈິງ ຂອງຄະນະກຳມະການຂັ້ນສູນກາງ ແລະ ຂັ້ນແຂວງ ເຫັນວ່າ: ຣີສອດ ນໍ້າກັດຢໍລະປ່າ ສາມາດບັນລຸເກນ ຄະແນນການປະເມີນມາດຕະຖານ ລະດັບ 5 ດາວ ດັ່ງນັ້ນ ຄະນະກຳມະ ການ ຈຶ່ງເຫັນດີເປັນເອກະພາບໃຫ້ ຣີສອດ ນໍ້າກັດຢໍລະປ່າ ໄດ້ຮັບການ ຢັ້ງຢືນລະດັບມາດຕະຖານຕາມ ການສະເໜີຂອງຫົວໜ່ວຍທຸລະກິດ. ປັດຈຸບັນ, ແຂວງອຸດົມໄຊ ມີໂຮງ ແຮມ, ຣີສອດ ແລະ ເຮືອນພັກ ຖືກ ຈັດລະດັບ ລວມທັງໝົດ 19 ແຫ່ງ. ໃນນີ້, ມີປະເພດ ໂຮງແຮມລະດັບ 4 ດາວ 1 ແຫ່ງ, ລະດັບ 3 ດາວ 5 ແຫ່ງ, ລະດັບ 2 ດາວ 3 ແຫ່ງ ແລະ ໂອກາດນີ້, ສະຫາຍ ພົນຕີ ປະສິດ ທ່ຽງທໍາ ກໍໄດ້ໂອ້ລົມຫລາຍ ບັນຫາທີ່ສໍາຄັນ ແລະ ມີຄຳເຫັນບາງ ຕອນກ່າວວ່າ: ກ່ອນໜ້ານີ້ 75 ປີ, ຄືວັນທີ 20 ມັງກອນ 1949 ກອງ ລາດຊະວົງ ໄດ້ຮັບການສ້າງຕັ້ງຂຶ້ນ ເຊິ່ງເປັນຕົ້ນກຳເນີດຂອງກອງທັບ ປະຊາຊົນລາວ ໃນປັດຈຸບັນ ໂດຍໄດ້ ຮັບການສ້າງຕັ້ງຂຶ້ນ ຢູ່ເຂດທີ່ໝັ້ນ ຖ້ຳແມ ເຂດລາວຮຸ່ງພຽງສາເມືອງ ຊຽງຄໍ້ ແຂວງຫົວພັນ ໂດຍແມ່ນ ປະ ທານໄກສອນພົມວິຫານ ເປັນຜູ້ກໍ່ຕັ້ງ ໂຮງແຮມລະດັບ 1 ດາວ 1 ແຫ່ງ; ປະເພດ ຣິສອດ ລະດັບ 3 ດາວ 2 ແຫ່ງ; ປະເພດ ເຮືອນພັກ ລະດັບ 3 ດອກຈຳປາ ມີ 3 ແຫ່ງ, ລະດັບ 2 ດອກຈຳປາ 2 ແຫ່ງ ແລະ ລະດັບ 1 ດອກຈຳປາ 2 ແຫ່ງ ແລະ ຣີສອດ ນໍ້າກັດຢໍລະປ່າ ທີ່ໄດ້ມາດຕະຖານ ລະດັບ 5 ດາວ ນີ້ ຖືເປັນແຫ່ງທໍາອິດ ຂອງ ແຂວງອຸດົມໄຊ. ພ້ອມນີ້, ທ່ານ ສົມເພັດ ມ້າວ ປະເສີດ ໄດ້ໃຫ້ຮູ້ວ່າ: ນໍ້າກັດ ຢໍລະປ່າ ໄດ້ຮັບອະນຸຍາດລົງທຶນໃນປີ 2011 ແລະ ໄດ້ດໍາເນີນໂຄງການເປັນແຕ່ ລະໄລຍະ. ຈຸດປະສົງ-ເປົ້າໝາຍ ຂອງໂຄງການ ແມ່ນເພື່ອພັດທະນາ ສະຖານທີ່ທ່ອງທ່ຽວທຳມະຊາດ ແບບອະນຸລັກຕິດພັນກັບວິຖີຊີວິດ, ຮີດຄອງປະເພນີຂອງປະຊາຊົນໃນ ທ້ອງຖິ່ນໂດຍໃຫ້ປະຊາຊົນໄດ້ມີ ສ່ວນຮ່ວມ ເຊິ່ງໂຄງການໄດ້ດຳເນີນ 4 ວຽກງານຄູ່ຂະໜານກັນ ຄື: ວຽກ ງານອະນຸລັກຟື້ນຟູຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ລວມທັງການສຶກສາຄົ້ນຄວ້າຊີວະ ນາໆພັນ; ວຽກງານສ້າງວຽກເຮັດ ງານທຳ ສ້າງອາຊີບສີມືແຮງງານ ໃຫ້ຄົນທ້ອງຖິ່ນ ໂດຍຕິດພັນກັບວຽກ ງານອະນຸລັກວັດທະນະທຳ ຮີດ ຄອງປະເພນີຂອງຊົນເຜົ່າໃນທ້ອງ ຖິ່ນ; ວຽກງານສ້າງຜະລິດຕະພັນ ການທ່ອງທ່ຽວ ເພື່ອບໍລິການນັກ ທ່ອງທ່ຽວ ເຊິ່ງກິດຈະກຳຕາມແຜນ ແມ່ບົດປະກອບມີ 4 ກິດຈະກໍາໃຫຍ່ ຄື: ກິດຈະກຳທ່ອງທ່ຽວພະຈົນໄພ ໃນປ່າ 20 ກວ່າລາຍການ, ກິດຈະ ກຳທີ່ພັກແຮມແລະອົງປະກອບການ ບໍລິການຕ່າງໆທີ່ປິ່ນອ້ອມ ເພື່ອອຳ ນວຍຄວາມສະດວກຕາມມາດຕະ ຖານຄວາມເໝາະສົມ. ຜ່ານການ ຈັດຕັ້ງປະຕິບັດໂຄງການມາຮອດ ປັດຈຸບັນ ໄດ້ປະກອບສ່ວນອະນຸລັກ ປົກປັກຮັກສາ ແລະ ຟື້ນຟູປ່າໄມ້ຊີ ວະນາໆພັນໃນເຂດອ່າງໂຄ່ງຂອງ ສາຍນໍ້າກັດປ່າສະຫງວນແຫ່ງຊາດ ພູຫີຜີ ໃນພື້ນທີ່ 6.000 ກວ່າເຮັກຕາ ໃຫ້ຍັງຄົງຄວາມອຸດົມສົມບູນ, ສ້າງ ວຽກເຮັດງານທຳ ສ້າງລາຍໄດ້ໃຫ້ ປະຊາຊົນໃນທ້ອງຖິ່ນຫລາຍຮ້ອຍ ຄົນ, ບໍລິການທ່ອງທ່ຽວໄດ້ຮັບ ຄວາມນິຍົມຊົມຊອບ ແລະ ກະແສ ຕອບຮັບຈາກສັງຄົມເປັນທີ່ເພີ່ງພໍ ໃຈ ໃນລະດັບດີເກີນຄາດເປັນທີ່ຍອມ ຮັບຈາກບັນດາບໍລິສັດທ່ອງທ່ຽວທີ່ ມີຊື່ສຽງໃນທົ່ວໂລກ. ອັນທີ່ພົ້ນເດັ່ນ ທີ່ສຸດ ແມ່ນໄດ້ຮັບຄວາມເຊື່ອໝັ້ນ ຈາກ ພັກ-ລັດ ຍົກໃຫ້ເປັນໂຄງການ ຕົວແບບຂອງການພັດທະນາທຸລະ ກິດສີຂຽວຍືນຍົງ. *** ຕໍ່ຈາກໜ້າ 1 *** ແລະ ຊີ້ນໍາ-ບັນຊາໂດຍກົງ, ນັ້ນເປັນ ວັນແຫ່ງການເຕົ້າໂຮມບັນດາກອງ ກຳລັງປະກອບອາວຸດ ທີ່ໄດ້ສ້າງ ຕັ້ງຂຶ້ນໃນບໍລິເວນຕ່າງໆທົ່ວປະເທດ ເຂົ້າເປັນກອງທັບລາວ ອິດສະຫລະ ເຊິ່ງແມ່ນເຫດການທີ່ມີຄວາມໝາຍ ສຳຄັນຄັ້ງໃຫຍ່ຫລວງທີ່ສຸດທາງ ດ້ານການເມືອງໃນປະຫວັດສາດ ຂອງຊາດລາວເຮົາ, ແມ່ນບາດລ້ຽວ ປະຫວັດສາດໜ້າໃໝ່ແຫ່ງການຕໍ່ ສູ້ກູ້ຊາດ ໂດຍມີກອງທັບທີ່ເປັນກຳ ລັງຫລັກແຫລ່ງ, ເປັນທີ່ເພິ່ງຂອງ ປະຊາຊົນລາວບັນດາເຜົ່າໃນການ ດໍາເນີນການຕໍ່ສູ້ຕ້ານກັບຈັກກະພັດ ຕ່າງດ້າວຜູ້ຮຸກຮານແລະ ລູກແຫລ້ງ ຕີນມືຂາຍຊາດ ເຊິ່ງເປັນການຢັ້ງຢືນ ເຖິງການເຕີບໃຫຍ່ຂະຫຍາຍຕົວ ຂອງການປະຕິວັດລາວກ້າວສູ່ລະ ດັບສູງ. ຕະຫລອດໄລຍະ 75 ປີ ແຫ່ງການຕໍ່ສູ້ ແລະ ເຄື່ອນໄຫວຢ່າງ ລຽນຕິດໃນເງື່ອນໄຂທີ່ຫຍຸ້ງຍາກ ລຳບາກ ແລະ ທຸລະກັນດານທີ່ສຸດ ນັ້ນ, ພາຍໃຕ້ການນຳພາຂອງພັກ, ບັນດາກຳລັງປະກອບອາວຸດປະຊາ ຊົນລາວ ໄດ້ເຮັດສໍາເລັດພາລະກິດ ປະຕິວັດອັນຍິ່ງໃຫຍ່ ແລະ ໜັກ ໜ່ວງທີ່ພັກມອບໝາຍໃຫ້ຢ່າງສະ ຫງ່າງາມ, ສ້າງຜົນງານອັນດີເດັ່ນ, ວິລະກຳອັນລ້ຳເລີດປະດັບໄວ້ໃນ ໜ້າປະຫວັດສາດຂອງຊາດຢ່າງສົມ ກຽດ, ສ້າງມູນເຊື້ອອັນດີງາມຫລາຍ ປະການໄວ້ໃຫ້ແກ່ກໍາລັງປະກອບ ອາວຸດປະຕິວັດ, ສົມແລ້ວທີ່ເປັນກອງ ທັບວິລະຊົນຂອງຊາດລາວວິລະຊົນ ຊຶ່ງໄດ້ຮັບຄໍາສັນລະເສີນຈາກພັກ ແລະ ລັດຖະບານ ວ່າ: ກອງທັບຍາມ ໃດກໍນຳໜ້າໃນທຸກວຽກງານ, ເດັດ ດ່ຽວຜ່ານຜ່າທຸກອຸປະສັກ, ຕີເອົາຊະ ນະສັດຕູທຸກໂຕ, ສຳເລັດທຸກໜ້າທີ່, ສົມເປັນກໍາລັງແກ່ນສານທີ່ເຂັ້ມ ແຂງຂອງການປະຕິວັດ, ເປັນເຄື່ອງ ມືອັນແຫມຄົມຂອງພັກ. ພ້ອມນີ້, ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຍັງໄດ້ເນັ້ນໃຫ້ຄະນະພັກຄະນະອຳນວຍການໂຮງໝໍສູນກາງ 103 ກອງທັບ ພ້ອມກັນສຸມໃສ່ປັບ ປຸງກໍ່ສ້າງກຳລັງໃນທຸກດ້ານໃຫ້ມີ ຄຸນນະພາບ ແລະ ມີການຫັນປ່ຽນ ຢ່າງຊັດເຈນ, ສຶກສາອົບຮົມການ ເມືອງ-ແນວຄິດ ເຮັດໃຫ້ສະມາຊິກ ພັກ, ພະນັກງານ, ນັກຮົບ, ແພດໝໍ ທຸກຄົນເຊື່ອມຊຶມ ແລະ ຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ກໍຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ 5 ຂອງອົງຄະນະພັກກະຊວງ ປ້ອງກັນປະເທດ ວາງອອກໃຫ້ປະ ກົດເປັນຈິງ; ເອົາໃຈໃສ່ສຶກສາອົບ ຮົມໃຫ້ທຸກຄົນເສີມຂະຫຍາຍທາດ ແທ້ມູນເຊື້ອຂອງພັກ, ຂອງຊາດ, ຂອງກອງທັບ ເປັນຕົ້ນ 8 ມູນເຊື້ອ ຂອງກອງທັບ ແລະ ມູນເຊື້ອຂອງ ເຫລົ່າຮົບ, ຂອງກົມກອງໃຫ້ເລິກເຊິ່ງ ຕົວຈິງ; ສ້າງກົມກອງໃຫ້ມີແນວຄິດ ການເມືອງໜັກແໜ້ນ, ມີນໍ້າໃຈເສຍ ສະຫລະອັນສູງສົ່ງ ເພື່ອປະເທດ ຊາດ, ເພື່ອປະຊາຊົນ ແລະ ພ້ອມກັນ ເຮັດສໍາເລັດໜ້າທີ່ຢ່າງຈົບງາມ. ພ້ອມກັນນັ້ນ, ສະຫາຍ ພົນຕີ ປະສິດ ທ່ຽງທໍາ ພ້ອມຄະນະຍັງໄດ້ ລົງຢ້ຽມຢາມແລະມອບວັດຖຸປັດໄຈ ຈໍານວນໜຶ່ງ ໃຫ້ພະນັກງານທະຫານ ທີ່ນອນປີ່ນປົວຢູ່ໂຮງໝໍສູນກາງ 103 ກອງທັບ ແລະ ມອບໃຫ້ໂຮງ ໝໍສູນກາງ 103 ກອງທັບຕື່ມອີກ. ຫົວໜ້າຫ້ອງວ່າການ... ຄົບຮອບ 75, ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ພ້ອມ ດ້ວຍການນໍາແລະພະນັກງານຈຳນວນ ໜຶ່ງ ຈາກຫ້ອງວ່າການສູນກາງພັກ ແລະ ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ລົງເຄື່ອນໄຫວຢ້ຽມຢາມ ກອງພັນໃຫຍ່ 661 ເນື່ອງໃນໂອກາດ ສະເຫລີມສະຫລອງວັນສຳຄັນດັ່ງກ່າວ ໂດຍໄດ້ຮັບການຕ້ອນຮັບຈາກສະຫາຍ ພົນຕີ ສາຍໃຈ ກົມມະສິດ ກໍາມະການ ຄະນະປະຈໍາພັກ, ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ມີຄະນະພັກຄະນະບັນຊາ, ພະນັກງານ-ນັກຮົບທົ່ວ ກອງພັນໃຫຍ່ 661 ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ນຳເອົາຄວາມຢ້ຽມຢາມ ຖາມຂ່າວ, ຄວາມເປັນຫ່ວງເປັນໄຍອັນ ອົບອຸ່ນ ແລະ ຄວາມສາມັກຄີຮັກແພງ ອັນສະໜິດສະໜົມຈາກສູນກາງພັກ,ລັດ ຖະບານມາຍັງບັນດາສະຫາຍຄະນະ ນຳ, ພະນັກງານ-ນັກຮົບ ທົ່ວເຫລົ່າຮົບ ລົດຕັງ-ຍານເກາະ ແລະ ຜ່ານບັນດາສະ ຫາຍໄປຍັງ ບັນດາຄອບຄົວຜູ້ເສຍຊີວິດ, ຜູ້ບາດເຈັບ, ເຈັບປ່ວຍ, ບັນດາຄອບຄົວ ນາຍແລະ ພົນທະຫານທີ່ກຳລັງປະຕິບັດ ໜ້າທີ່ຢູ່ເຂດທຸລະກັນດານ, ລວມທັງ ບັນດາສະຫາຍພະນັກງານປະຕິວັດ ອາວຸໂສທີ່ພັກຜ່ອນບຳນານ. ຕະຫລອດໄລຍະ 75 ປີ ແຫ່ງການ ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວ, ບໍ່ວ່າຈະ ຢູ່ໃນຍຸກໃດ, ສະໄໝໃດກອງທັບກໍເປັນ ກໍາລັງປະຈັບບານທີ່ຊື່ສັດ, ຈົງຮັກພັກດີ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ສ້າງພາລະກຳປະຫວັດ ສາດອັນໃຫຍ່ຫລວງ ໃນການຕໍ່ສູ້ກູ້ຊາດ ເພື່ອຍາດເອົາຄວາມເປັນເອກະລາດ ມາສູ່ປວງຊົນລາວທັງຊາດ, ໄດ້ປ່ຽມ ລົ້ນໄປດ້ວຍຄວາມເສຍສະຫລະທັງ ເລືອດເນື້ອ, ເຫື່ອແຮງ ແລະ ສະຕິປັນຍາ ຈົນສາມາດຍາດໄດ້ໄຊຊະນະຢ່າງສະ ຫງ່າລາສີ ແລະ ຮັກສາໄດ້ຄວາມເປັນ ເອກະລາດຢ່າງໝັ້ນຄົງຈົນເຖິງປັດຈຸ ບັນ. ຂະບວນວິວັດ ແຫ່ງການເຕີບໃຫຍ່ ຂະຫຍາຍຕົວຂອງກອງທັບປະຊາຊົນ ລາວ ທີ່ຍາດມາໄດ້ນັ້ນ, ໜຶ່ງໃນກຳລັງ ແຮງທີ່ສຳຄັນກໍແມ່ນເຫລົ່າຮົບລົດຕັງຍານເກາະ ທີ່ກໍາເນີດເກີດຂຶ້ນ ໃນວັນທີ 01ຕຸລາ1961ຢູ່ເຂດຄັງໄຂ,ທົ່ງໄຫຫີນ, ແຂວງຊຽງຂວາງ ໄດ້ປະກອບສ່ວນ ສຳຄັນເຂົ້າໃນຂະບວນການຕໍ່ສູ້ອັນດຸ ເດືອດຂ້ຽວຂາດ ທ່າມກາງແປວໄຟ ຂອງສົງຄາມຮຸກຮານ. ດ້ວຍຈິດໃຈຮັກ ຊາດອັນສູງສົ່ງ ເຫລົ່ານັກຮົບລົດຕັງຍານເກາະ ກໍໄດ້ສຸມທຸກກຳລັງແຮງ ເຄື່ອນໄຫວບຸກຕີສັດຕູຢູ່ສະໜາມຮົບ ຢ່າງພິລະອາດຫານ ແລະ ມີໄຊ, ທັງສູ້ ຮົບທັງກໍ່ສ້າງກຳລັງໄປ ພ້ອມໆກັນ, ຈຶ່ງ ເຫັນໄດ້ວ່າກຳລັງ ນັບມື້ນັບເຕີບໃຫຍ່ຂະ ຫຍາຍຕົວທັງດ້ານປະລິມານ ແລະ ມີ ຄຸນນະພາບ. ພ້ອມນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ເນັ້ນໃຫ້ເອົາໃຈໃສ່ບາງ ດ້ານຄື: ເອົາໃຈໃສ່ສຶກສາອົບຮົມການ ເມືອງແນວຄິດ ຢ່າງເປັນປົກກະຕິເພີ່ມ ທະວີຄວາມສາມັກຄີເປັນອັນໜຶ່ງອັນ ດຽວ,ຕ້ານແລະສະກັດກັ້ນການມ້າງເພ ທໍາລາຍຂອງອິດທິກໍາລັງປໍລະປັກ ເຊິ່ງປັດຈຸບັນເຂົາເຈົ້າພວມສວຍໃຊ້ ສື່ສັງຄົມອອນລາຍເພື່ອໂຄ່ນລົ້ມໂຈມ ຕີພັກ-ລັດເຮົາ, ດໍາເນີນການຫັນປ່ຽນ ໂດຍສັນຕິ, ຫວັງມ້າງພວກເຮົາຈາກ ພາຍໃນ. ສະນັ້ນ, ຕ້ອງຍົກສູງສະຕິລະ ວັງຕົວ, ຕິດຕາມຂ່າວຄາວ ຢ່າງມີການ ເລືອກເຟັ້ນ, ມີການໄຈ້ແຍກຢ່າງຄັກ ແນ່; ສືບຕໍ່ສຸມໃສ່ກໍ່ສ້າງໜ່ວຍກອງພັນ ໃຫຍ່661 ໃຫ້ປອດໃສ, ເຂັ້ມແຂງ, ໜັກ ແໜ້ນທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ຍົກສູງຄວາມສາມາດນຳ ພາຮອບດ້ານ ແລະ ຄວາມສາມາດສູ້ ຮົບ ຂອງກອງພັນໃຫຍ່, ພະນັກງານນັກຮົບທຸກສະຫາຍ, ໃນທຸກສະພາບ ການ ແລະ ທຸກກໍລະນີ ເພື່ອເປັນການກະ ກຽມໃຫ້ແກ່ກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ; ເອົາໃຈໃສ່ຖະນຸບໍາລຸງ, ກໍ່ ສ້າງຖັນແຖວພະນັກງານສືບທອດໂດຍ ສະເພາະແມ່ນພະນັກງານຂັ້ນຍຸດທະ ສາດ, ຍຸດທະບັ້ນຮົບ ໃຫ້ເປັນປົກກະຕິ ໂດຍເອົາຄຸນທາດການເມືອງເປັນ ຫລັກການກໍ່ສ້າງກົມກອງ; ເອົາໃຈໃສ່ ວຽກງານຝຶກອົບຮົມຫັດແອບສິລະ ປະຍຸດ, ຍຸດທະວີທີສູ້ຮົບ ກໍຄື ວຽກງານ ວິຊາສະເພາະ, ການບັງຄັບບັນຊາ ແລະ ນໍາໃຊ້ພາຫະນະເຕັກນິກໃຫ້ມີຄວາມ ຄ່ອງແຄ່ວ, ວ່ອງໄວ ແລະ ກຽມພ້ອມ ສູ້ ຮົບກັບທຸກກໍລະນີ ແລະ ສະພາບການ; ພັດທະນາກອງທັບໃຫ້ເຂັ້ມແຂງ, ທັນ ສະໄໝເທື່ອລະກ້າວ. ໃນນັ້ນ, ໃຫ້ເອົາໃຈ ໃສ່ວຽກງານພະລາທິການກັບທີ່, ພື້ນ ຖານອຸດສາຫະກຳປ້ອງກັນຊາດ ຕາມ ທິດ “ເພິ່ງຕົນເອງ, ກຸ່ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ຕອບສະໜອງໄດ້ຄວາມຕ້ອງການ ໃນ ການກໍ່ສ້າງກົມກອງ ແລະ ກອງທັບ; ສູ້ຊົນ ຮັບປະກັນພາລາທິການເຕັກນິກ ສ້າງພື້ນຖານວັດຖຸເຕັກນິກ ໃຫ້ຮັບປະ ກັນຮອບດ້ານປັບປຸງລະບົບສາງຄັງ, ພື້ນຖານອຸດສະຫະກໍາປ້ອງກັນຊາດ, ບູລະນະຮັກສາພາຫະນະ, ອາວຸດຍຸດ ໂທປະກອນ ໃຫ້ສາມາດກຽມພ້ອມນໍາ ໃຊ້ໄດ້ທຸກເວລາ; ພ້ອມກັນນັ້ນ, ຕ້ອງ ເອົາໃຈໃສ່ປະຕິບັດລະບອບປະຈໍາ ການກຽມພ້ອມສູ້ຮົບ ແລະ ກຽມພ້ອມ ດ້ານຈໍານວນພົນ, ພາຫະນະ ແລະ ອາວຸດ ເພື່ອກຽມພ້ອມຮັບໃຊ້ປ້ອງກັນ ງານສໍາຄັນຂອງພັກ, ຂອງຊາດ; ລວມ ທັງກຽມພ້ອມກັບທຸກສະພາບການ ແລະ ກໍລະນີ ທີ່ຄາດວ່າຈະເກີດຂຶ້ນ; ປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ຮ່ວມມືກັບປະເທດຕ່າງໆ, ປັບປຸງ ແລະ ເພີ່ມທະວີການຮ່ວມມື ຮອບດ້ານ ກັບກອງທັບເພື່ອນມິດຍຸດທະສາດ; ຮ່ວມມືກັບບັນດາປະເທດສັງຄົມນິຍົມ ອ້າຍນ້ອງ ກໍຄື ເພື່ອນມິດ ທີ່ກ້າວໜ້າໃຫ້ ດີ, ຍາດແຍ່ງການຊ່ວຍເຫລືອຈາກສາ ກົນ ເພື່ອປັບປຸງກໍ່ສ້າງ ກອງທັບພວກ ເຮົາ ໃຫ້ກ້າວໜ້າສູ່ຄຸນນະພາບໃໝ່. ໂອກາດນີ້, ສະຫາຍ ພັອ ຄໍາປານ ແພງພັນ ຫົວໜ້າການເມືອງກອງພັນ ໃຫຍ່ 661 ກໍໄດ້ລາຍງານ ໃຫ້ຮູ້ວ່າ: ຕະລອດໄລຍະຜ່ານມາ ກອງພັນໃຫຍ່ 661 ຍາມໃດກໍຕໍ່ສູ້ຄຽງບ່າຄຽງໄຫລ່ ພາຍໃຕ້ການບັນຊາຊີ້ນໍາຂອງກອງທັບ ປະຊາຊົນລາວ, ຍາມໃດກໍຮັກສາ ແລະ ເສີມຂະຫຍາຍທາດແທ້, ມູນເຊື້ອປະຕິ ວັດ,ຄວາມສາມັກຄີ,ຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງອັນສູງສົ່ງ, ມີຫົວ ຄິດປະດິດສ້າງ, ຕັ້ງໜ້າບຸກບືນສູ້ຊົນ ຜ່ານຜ່າທຸກຄວາມຫຍຸ້ງຍາກ. ສິ່ງທ້າ ທາຍນາໆປະການແລະເຮັດສຳເລັດທຸກ ໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງຈົບງາມ.

RkJQdWJsaXNoZXIy MTc3MTYxMQ==