lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 17/01/2024 xtgmf]k; ຫາລືດ້ານນະໂຍບາຍ... ການນຳສູນກາງ ແລະ... ຮອງນາຍົກລັດຖະມົນຕີ... ລັດຖະມົນຕີກະຊວງ ຖວທ... ນາຍົກລັດຖະມົນຕີ... ສະຫລຸບວຽກອະໄພ... ຂປລ. ພິທີມອບ-ຮັບການຊ່ວຍ ເຫລືອຈາກລັດຖະບານ ສ ເກົາຫລີ ສໍາລັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ຈັດຂຶ້ນວັນທີ 15 ມັງກອນ 2024 ຢູ່ກະຊວງການຕ່າງປະເທດ ໂດຍມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດໃນນາມຮອງ ປະທານ, ຜູ້ປະຈຳການຄະນະກຳມະ ການຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດຳເນີນການເປັນປະທານອາ ຊຽນຂອງ ສປປ ລາວ ໃນປີ 2024 ໄດ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ຮັບເອົາການຊ່ວຍເຫລືອ ໂດຍ ທ່ານ ຈອງ ບຽວ ວອນ (Chung Byun-Won)ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ສ ເກົາຫລີ ຍາດອະຍາສິດ, ເອົາໃຈໃສ່ວຽກ ງານປັບປຸງກໍ່ສ້າງພັກໃຫ້ເຂັ້ມແຂງ ໜັກແໜ້ນ, ຫັນການບໍລິຫານລັດ ໄປສູ່ທັນສະໄໝ, ສືບຕໍ່ຈັດຕັ້ງປະຕິ ບັດວຽກງານຮ່ວມມືພົວພັນກັບຕ່າງ ປະເທດ ໂດຍສະເພາະກັບບັນດາປະ ເທດເພື່ອນມິດຍຸດທະສາດ ແລະ ຄູ່ຮ່ວມພັດທະນາ, ຊຸກຍູ້ການສ້າງ ຖານການຜະລິດໃນຂົງເຂດອຸດສະ ຫະກຳ, ກະສິກຳ, ຫັດຖະກຳ ແລະ ການບໍລິການໃຫ້ແຂງແຮງກວ່າເກົ່າ ເພື່ອເປັນຖານເສດຖະກິດທີ່ເຂັ້ມ ແຂງ ແລະ ສາມາດປ່ຽນແທນການ ນຳເຂົ້າ, ຄຽງຄູ່ກັບການຊຸກຍູ້ສົ່ງ ເສີມການລົງທຶນ ຂອງເອກະຊົນທັງ ພາຍໃນ ແລະ ຕ່າງປະເທດໃຫ້ເພີ່ມ ຂຶ້ນ. ພ້ອມນີ້, ກໍໃຫ້ເອົາໃຈໃສ່ແກ້ໄຂ ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ໂດຍເພີ່ມທະວີການ ດຶງດູດການລົງທຶນ, ສຸມໃສ່ສ້າງຜະ ລິດຕະພັນທີ່ເປັນທ່າແຮງຂອງທ້ອງ ຖິ່ນ ໃຫ້ມີຄຸນນະພາບໂດຍຕິດພັນ ກັບການຈັດຕັ້ງປະຕິບັດວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນໃຫ້ ສອດຄ່ອງກັບວຽກງານ3ສ້າງ, ເອົາ ໃຈໃສ່ໂຄສະນາປະຊາສຳພັນ ແລະ ເຮັດວຽກງານການເມືອງແນວຄິດ, ຕ້ານ, ສະກັດກັ້ນ ແລະ ຕອບໂຕ້ຂ່າວ ທີ່ບຶນເບືອນໃສ່ຮ້າຍປ້າຍສີ ພັກ-ລັດ ໃຫ້ທັນຕາມເວລາ, ຄົ້ນຄວ້າ ແລະ ເສີມຂະຫຍາຍການນຳໃຊ້ທ່າແຮງ ບົ່ມຊ້ອນຂອງແຂວງ ໃຫ້ມີປະສິດທິ ພາບ ແລະ ປະສິດທີຜົນສູງສຸດ ເພື່ອ ສ້າງສາພັດທະນາປະເທດຊາດ ກໍຄື ແຂວງໄຊສົມບູນ ໃຫ້ມີຄວາມກ້າວ ໜ້າຢ່າງບໍ່ຢຸດຢັ້ງ. ຂະນະດຽວກັນ, ທ່ານ ພອຍຄຳ ຮຸ່ງບຸນຍວງ ກໍໄດ້ໃຫ້ຮູ້ວ່າ: ໃນໄລ ຍະຜ່ານມາອົງຄະນະພັກ, ອົງການ ປົກຄອງແຂວງ ໄດ້ສຸມໃສ່ສຶກສາອົບ ຮົມການເມືອງແນວຄິດໃຫ້ແກ່ສະ ມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ມີຄວາມອຸ່ນອຽນທຸ່ນທຽງ, ປະ ຊາຊົນມີຄວາມສາມັກຄີປອງດອງ ທັງເປັນເຈົ້າການໃນການປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ ເຮັດໃຫ້ເສດຖະກິດມະຫາພາກ ຂອງແຂວງສືບຕໍ່ຂະຫາຍຕົວຢ່າງ ຕໍ່ເນື່ອງ ແລະ ໝັ້ນທ່ຽງຢູ່ໃນລະດັບ 7,4%, ລວມຍອດຜະລິດຕະພັນ ພາຍໃນ ຫລື (GDP) ບັນລຸໄດ້ 1.549,01 ຕື້ກີບ, ລາຍໄດ້ສະເລ່ຍ ຕໍ່ຫົວຄົນ 15,17 ລ້ານກີບ/ຄົນ/ປີ ຫລື ເທົ່າກັບ 734,71 ໂດລາສະຫະ ລັດ/ຄົນ/ປີ. ສຳລັບໂຄງການລົງ ທຶນຂອງລັດ ມາເຖິງປັດຈຸບັນ, ມີທັງ ໝົດ 181 ໂຄງການ ໃນປີ 2023 ມີທັງໝົດ 17 ໂຄງການໃນມູນຄ່າ ການລົງທຶນ 185,96 ຕືກີບ. ໃນນີ້, ໄດ້ສົ່ງເສີມການຜະລິດເປັນສິນຄ້າ ຂອງປະຊາຊົນ ຕົ້ນຕໍ ແມ່ນການ ປູກຢາງພາລາ, ໝາກກ້ຽງ, ໝາກ ນັດ ແລະ ອື່ນໆ ເຮັດໃຫ້ມູນຄ່າສິນ ຄ້າສົ່ງອອກ-ນຳເຂົ້າຂອງແຂວງ ບັນລຸ 6,55 ລ້ານໂດລາສະຫະລັດ (ບໍ່ນັບແຮ່ທາດ). ພ້ອມນີ້, ຍັງໄດ້ ເອົາໃຈໃສ່ໃນການປັບປຸງຍົກລະດັບ ຄຸນນະພາບການຮຽນ-ການສອນ ເຮັດໃຫ້ເດັກໃນເກນອາຍຸໄດ້ເຂົ້າ ຮຽນຢ່າງທົ່ວເຖິງ, ຕາໜ່າງສາທາ ລະນະສຸກໄດ້ຂະຫຍາຍຕົວຢ່າງມີ ຄຸນນະພາບເປັນກ້າວໆ, ວຽກງານ ການຕ່າງປະເທດກໍໄດ້ເອົາໃຈໃສ່ ຢ່າງຕັ້ງໜ້າໃນການຜັນຂະຫຍາຍ ຈັດຕັ້ງປະຕິບັດ ໂດຍສະເພາະກັບ ແຂວງເຊີນລາ, ແຂວງບັກຢາງ ສສ ຫວຽດນາມ ແລະ ນະຄອນຍຽນ ຖາຍ ແຂວງຊານຕົງ ສປ ຈີນ ແລະ ວຽກງານອື່ນໆ ກໍໄດ້ຮັບການພັດ ທະນາເຕີມໃຫຍ່ຂະຫຍາຍຕົວຂຶ້ນ ເປັນກ້າວໆ. ຂ່າວ: ວຽງໃຈ ຄຳມະນີວົງ ຂອງກອງທັບ, ຕໍ່ສູ້ເດັດດ່ຽວ, ພິລະ ອາດຫານ, ບໍ່ຍອມຈໍານົນຍາກປານ ໃດກໍບຸກ, ທຸກປານໃດກໍສູ້, ເຖິງຈະ ເສຍ ສະຫລະກໍບໍ່ຫວາດຫວັນ, ຍາມ ໃດກໍສະໜອງຕອບຕໍ່ຄວາມຮຽກ ຮ້ອງຕ້ອງການຂອງພັກດ້ວຍຄວາມ ຈົງຮັກພັກດີ, ບໍລິສຸດ ແລະ ເດັດດ່ຽວ ໜຽວແໜ້ນ; ກອງທັບເຮົາຍາມໃດ ກໍອີງໃສ່ປະຊາຊົນ, ເຮັດທຸກສິ່ງທຸກ ຢ່າງ ເພື່ອຜົນປະໂຫຍດຂອງປະຊາ ຊົນດ້ວຍຄວາມບໍລິສຸດໃຈ. ຍ້ອນ ແນວນັ້ນ, ຈຶ່ງໄດ້ຮັບຄວາມເອົາໃຈ ໃສ່ເບິ່ງແຍງ, ຖະໜອນຫອມຮັກ ແລະ ອຸ້ມຊູຊ່ວຍເຫລືອຈາກປະຊາ ຊົນບັນດາເຜົ່າ, ອັນໄດ້ເປັນບໍ່ເກີດ ຂອງກໍາລັງແຮງທີ່ບໍ່ເຫືອດແຫ້ງ ຈັກເທື່ອ, ກອງທັບປະຊາຊົນລາວ ສົມແລ້ວທີ່ເປັນກອງທັບວິລະຊົນ ຂອງຊາດລາວວິລະຊົນຢ່າງແທ້ຈິງ. ໂອກາດດຽວກັນນີ້, ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງກອງພົນທີ 2 ໄດ້ລາຍງານສະພາບທີ່ພົ້ນເດັ່ນ ໃນຊຸມປີຜ່ານມາ ເຊິ່ງກອງພົນທີ 2 ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນ ປະເທດສາມາດປະຕິບັດບັນດາຄາດ ໝາຍສູ້ຊົນ ເຮັດໃຫ້ປະເທດຊາດມີ ສະຖຽນລະພາບທາງດ້ານການ ເມືອງ, ສັງຄົມມີຄວາມສະຫງົບ ໂດຍສະເພາະການປ້ອງກັນບັນດາ ເປົ້າໝາຍສຳຄັນ, ບຸນປະຫວັດສາດ ແລະ ກອງປະຊຸມຕ່າງໆລະດັບຊາດ ແລະ ສາກົນ ມີຄວາມສະຫງົບ 100%. ຄຽງຄູ່ກັນນັ້ນ, ຄະນະພັກຄະນະບັນຊາ ຍັງໄດ້ຖືເອົາວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບເປັນສໍາຄັນ, ຫັນເອົາກໍາລັງລົງ ກໍ່ສ້າງຮາກຖານການເມືອງພັດທະ ນາຊົນນະບົດຮອບດ້ານຕາມ 4 ເນື້ອ ໃນ 4 ຄາດໝາຍ, ສຸມໃສ່ສ້າງບ້ານ ປ້ອງກັນຊາດເຂັ້ມແຂງ, ກຸ່ມບ້ານ ປ້ອມໝັ້ນສູ້ຮົບເຂັ້ມແຂງໃຫ້ເພີ່ມຂຶ້ນ ທາງດ້ານຈໍານວນ ແລະ ຄຸນນະ ພາບ, ຍູ້ແຮງການອົບຮົມ-ຫັດແອບ ການເມືອງການ-ການທະຫານ,ພະ ລາທິການ, ເຕັກນິກ, ສິລະປະຍຸດຍຸດທະວິທີຂອງທະຫານຮາບ ແລະ ເຫລົ່າຮົບວິຊາສະເພາະໃຫ້ມີຄວາມ ຊໍານິຊໍານານ, ເປັນກໍາລັງຫລັກ ແຫລ່ງໃຫ້ກະຊວງປ້ອງກັນປະເທດ ທາງດ້ານວຽກງານຮັບປະກັນເຮັດ ໃຫ້ສະພາບມີຄວາມສະຫງົບ, ໄປ ຄວບຄູ່ກັບການຍົກສູງນໍ້າໃຈເພິ່ງ ຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງຕາມ ເງື່ອນໄຂທ່າແຮງບົ່ມຊ້ອນຂອງກົມ ກອງ. ນອກນັ້ນ, ຍັງເປັນເຈົ້າການ ປ້ອງກັນ, ກວດກາ, ຕິດຕາມເຂດ ຫລັກໝາຍຊາຍແດນຕ່າງໆ ແລະ ສັງຄົມທົ່ວໄປຮັບປະກັນສ້າງເງື່ອນ ໄຂໃຫ້ແກ່ການພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ໄດ້ຂະຫຍາຍ ຕົວຢ່າງຕໍ່ເນື່ອງ. ໃນໂອກາດທີ່ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມ ດ້ວຍຄະນະ ໄດ້ລົງມາຢ້ຽມຢາມໃນ ຄັ້ງນີ້, ຍັງໄດ້ມອບວັດຖຸປັດໄຈຈຳ ນວນໜຶ່ງໃຫ້ກອງພົນທີ 2 ຕື່ມອີກ. ພັກ ເລຂາພັກແຂວງ ເຈົ້າແຂວງສະ ຫວັນນະເຂດ ພ້ອມດ້ວຍຄະນະນຳ ຂອງແຂວງ ໄດ້ລົງຢ້ຽມຢາມ ແລະ ມອບເຄື່ອງກິນ-ເຄື່ອງໃຊ້ໃຫ້ແກ່ ກອງພັນທະຫານຮາບທີ 3. ໃນໂອກາດນີ້, ທ່ານ ພັນໂທ ແກ້ວແກ່ນໃຈ ໄຊຍະແສນ ເລຂາຄະ ນະພັກຮາກຖານ,ຫົວໜ້າການເມືອງ ກອງພັນທະຫານຮາບທີ 3 ໄດ້ ລາຍງານໃຫ້ຮູ້ວ່າ: ກອງພັນທະ ຫານຮາບທີ 3 ປະກອບມີ 3 ກອງ ຮ້ອຍທະຫານຮາບ, 1 ຄໍກຳລັງໄຟ ແລະ1ໝວດສຳນັກງານ,ມີຈຳນວນ ພົນທັງໝົດ 199 ສະຫາຍ, ຍິງ 12 ສະຫາຍ, ນາຍທະຫານ 99 ສະ ຫາຍ, ຍິງ 11 ສະຫາຍ, ມີໜ້າທີ່ກຳ ລັງເຄື່ອນໄຫວສູ້ຮົບໃຫ້ກອງບັນຊາ ການທະຫານແຂວງ, ຮັບຜິດຊອບ ໜູນໃຫ້ 3 ຕົວເມືອງ ຄື: ເມືອງຈຳ ພອນ, ຊົນນະບູລີ ແລະ ເມືອງໄຊພູ ທອງ, ພະນັກງານນັກຮົບໃນທົ່ວກົມ ກອງສ່ວນຫລາຍມີແນວຄິດເຊື່ອມ ຊຶມ, ເຊື່ອໝັ້ນຕໍ່ການນຳພາຂອງ ພັກ-ລັດ, ຈັດຕັ້ງປະຕິບັດມະຕິຄຳ ສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ, ຫ້າວຫັນຕໍ່ໜ້າທີ່ວຽກງານປະຕິ ບັດ 7 ລະບອບ 18 ວຽກໄດ້ດີ, ເຮັດສຳ ເລັດໜ້າທີ່ວຽກງານທີ່ໄດ້ຮັບການ ມອບໝາຍ. ໃນໂອກາດທີ່ການນຳ ຂັ້ນສູງໄດ້ມາຢ້ຽມຢາມກົມກອງ, ທາງຄະນະພັກ-ຄະນະບັນຊາກອງ ພັນທະຫານຮາບທີ 3 ກໍໄດ້ສະເໜີຕໍ່ ຂັ້ນເທິງຊ່ວຍປັບປຸງດ້ານພື້ນຖານ ໂຄງລ່າງ ໂດຍສະເພາະແມ່ນປັບປຸງ ດ້ານເຮືອນນອນ ໃຫ້ເຂົ້າສູ່ລະບົບ ຖາວອນ, ຊ່ວຍປັບປຸງລະບົບເສັ້ນ ທາງເຂົ້າຄ້າຍ ແລະ ພາຍໃນບໍລິເວນ ຄ້າຍໃຫ້ຮັບປະກັນດີກວ່າເກົ່າ, ສະ ເໜີດິນທຳການຜະລິດ ແລະ ສ້າງ ສະໜາມຫັດແອບຂອງກົມກອງ. ໃນໂອກາດລົງມາຢ້ຽມຢາມ ກອງພັນທະຫານຮາບທີ 3, ທ່ານ ຄຳພັນ ພົມມະທັດ ແລະ ທ່ານ ບຸນ ໂຈມ ອຸບົນປະເສີດ ແລະ ຄະນະນຳ ຂອງແຂວງ ກໍໄດ້ມອບເຄື່ອງກິນເຄື່ອງໃຊ້ໃຫ້ແກ່ກົມກອງດັ່ງກ່າວ ເຊິ່ງລວມມີ: ໝີ່ 36 ແກັດ, ນ້ຳປາ 6 ແກັດ 180 ແກ້ວ, ແຟັບ 3 ແກັດ 180 ຊອງ, ສະບູ່ 180 ກ້ອນ, ຢາສີແຂ້ວ 180 ກ່ອງ, ຢາສະຫົວ 2 ແກັດໃຫຍ່ 180 ກ່ອງ, ຊຸດກິລາ 60 ຊຸດ, ບານເຕະ 5 ໜ່ວຍ, ກະຕໍ້ 10 ໜ່ວຍ, ຕາໜ່າງ 2 ອັນ, ເຂົ້າສານ 300 ໂລ. ຈາກນັ້ນ, ຄະນະການນຳ ຂອງສູນກາງ ແລະ ຂັ້ນແຂວງ ກໍ ໄດ້ຢ້ຽມຊົມຄ້າຍຄູຂອງກອງພັນທະ ຫານຮາບທີ 3 ເພື່ອໃຫ້ເຫັນສະພາບ ຕົວຈິງໃນການໃຫ້ຂໍ້ມູນ ເພື່ອສະ ໜອງງົບປະມານໃນການກໍ່ສ້າງ ແລະ ສ້ອມແປງອາຄານ ແລະ ຫ້ອງ ການພາຍໃນຄ້າຍ. ມັງກອນ 2024 ພາຍໃຕ້ການເປັນ ປະທານຂອງ ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ, ປະທານຄະນະກຳ ມະການອະໄພຍະໂທດລະດັບຊາດ, ມີທ່ານ ໄຊຊະນະ ໂຄດພູທອນ ຫົວ ໜ້າອົງການໄອຍະການປະຊາຊົນ ສູງສຸດ, ຮອງປະທານຄະນະກໍາມະ ການອະໄພຍະໂທດລະດັບຊາດ(ຜູ້ ປະຈຳການ), ມີຄະນະກໍາມະການ ອະໄພຍະໂທດຂັ້ນຕ່າງໆ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ ແລະ ປະ ກອບຄຳຄິດຄຳເຫັນ ແລະ ເປັນເອ ກະພາບສູງຕໍ່ບົດສະຫລຸບຕີລາຄາ ແລະ ໄດ້ສະເໜີວິທີແກ້ໄຂຂໍ້ຄົງ ຄ້າງ ແລະ ຖອດຖອນໄດ້ບົດຮຽນ ຈໍານວນໜຶ່ງ ເພື່ອນໍາໄປຈັດຕັ້ງປະ ຕິບັດ ເພື່ອແກ້ໄຂຈຸດອ່ອນໃນປີຕໍ່ໄປ. ທ່ານ ໄຊຊະນະ ໂຄດພູທອນ ໄດ້ຍົກໃຫ້ເຫັນຜົນສໍາເລັດດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ ຖອດຖອນໄດ້. ໃນ 1 ປີຜ່ານມາ ມີ ນັກໂທດທີ່ໄດ້ຮັບການໃຫ້ອະໄພຍະ ໂທດ ຕາມລັດຖະດໍາລັດ ຂອງປະ ທານປະເທດ ສະບັບເລກທີ 219/ ປປທ, ລົງວັນທີ 21 ພະຈິກ 2023 ທັງໝົດ 1.824 ຄົນ, ຍິງ 238 ຄົນ, ຕ່າງປະເທດ 16 ຄົນ, ນັກໂທດຕະ ຫລອດຊີວິດ 4 ຄົນ, ຍິງ 2 ຄົນ, ນັກ ໂທດປະຫານຊີວິດ 9 ຄົນ, ຍິງ 2 ຄົນ. ໃນນີ້, ນັກໂທດທີ່ໄດ້ເງື່ອນໄຂ ຫລຸດຜ່ອນໂທດ ທັງໝົດ 1.602 ຄົນ, ຍິງ 200 ຄົນ, ຕ່າງປະເທດ 13 ຄົນ, ນັກໂທດຕະຫລອດຊີວິດ 4 ຄົນ, ຍິງ 2 ຄົນ; ຈໍານວນນັກໂທດທີ່ ໄດ້ ເງື່ອນໄຂປ່ອຍຕົວ 222 ຄົນ, ຍິງ 38 ຄົນ, ຕ່າງປະເທດ 3 ຄົນ; ນັກໂທດທີ່ຖືກສານຕັດສີນປະຫານ ຊີວິດ ໄດ້ຮັບອະໄພຍະໂທດມາເປັນ ໂທດຕັດອິດສະລະພາບຕະຫລອດ ຊີວິດຕາມລັດຖະດໍາລັດ ຂອງປະ ທານປະເທດ ສະບັບເລກທີ 220/ ປປທ, ລົງວັນທີ 21 ພະຈິກ 2023 ມີ 9 ຄົນ, ຍິງ 2 ຄົນ. ໂອກາດນີ້, ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ເນັ້ນໃຫ້ບັນດາຄະ ນະກໍາມະການອະໄພຍະໂທດຂັ້ນ ຕ່າງໆແລະບັນດາກອງເລຂາຄະນະ ກໍາມະການອະໄພຍະໂທດເອົາໃຈ ໃສ່ບາງບັນຫາທີ່ສຳຄັນຄື: ເພີ່ມທະວີ ຄວາມຮັບຜິດຊອບໃນການປະຕິ ບັດໜ້າທີ່ວຽກງານຂອງຕົນໃຫ້ທັນ ຕາມກໍານົດເວລາ, ເຫັນໄດ້ເຖິງ ຄວາມສໍາຄັນຂອງການປະຕິບັດນະ ໂຍບາຍອະໄພຍະໂທດໃຫ້ແກ່ນັກ ໂທດ. ໃນນັ້ນ, ໃຫ້ເອົາໃຈໃສ່ປະສານ ສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອ ໃຫ້ມີຂໍ້ມູນທີ່ຊັດເຈນ ຮັບໃຊ້ເຂົ້າໃນ ການຄົ້ນຄວ້າ; ເອົາໃຈໃສ່ຄົ້ນຄວ້າ ກໍາແໜ້ນເນື້ອໃນຂອງກົດໝາຍ, ລັດຖະບັນຍັດ ວ່າດ້ວຍການໃຫ້ອະ ໄພຍະໂທດ ແລະ ນິຕິກໍາຕ່າງໆ ທີ່ ກ່ຽວຂ້ອງກັບວຽກງານອະໄພຍະ ໂທດໃຫ້ເລິກເຊິ່ງ; ຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ ໂດຍສະ ເພາະບັນດາເງື່ອນໄຂ,ຂັ້ນຕອນແລະ ລະບຽບການພິຈາລະນາ; ຍົກສູງ ຄວາມຮັບຜິດຊອບໃນການຄົ້ນຄວ້າ ພິຈາລະນານັກໂທດຜູ້ທີ່ມີເງື່ອນໄຂ ສະເໜີໃຫ້ອະໄພຍະໂທດຕ້ອງຮັບ ປະກັນຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິ ທໍາ, ຄັດເລືອກເອົານັກໂທດຜູ້ທີ່ປະ ພຶດໂຕດີ ແລະ ຮູ້ສຶກກິນແໜງແຄງ ໃຈຕໍ່ການກະທໍາຜິດຂອງຕົນແທ້ ເພື່ອສະເໜີຂໍອະໄພຍະໂທດຈາກປະ ທານປະເທດ; ປັບປຸງແກ້ໄຂບັນຫາ ທີ່ຍັງຄົງຄ້າງຈຳນວນໜຶ່ງ ທີ່ຄະນະ ຮັບຜິດຊອບແຕ່ລະຂັ້ນ ໄດ້ປະສົບພົບ ພໍ້ໃນເວລາຈັດຕັ້ງປະຕິບັດຕົວຈິງ ແລະ ຕາມການຕີລາຄາຂອງກອງ ປະຊຸມໃນມື້ນີ້ ເຮັດໃຫ້ບັນ ຫາທີ່ຫຍຸ້ງ ຍາກຕ່າງໆ ໄດ້ຮັບການແກ້ໄຂຢ່າງ ຖືກຕ້ອງຕາມຈິດໃຈບຸກທະລຸ ແລະ ການຫັນປ່ຽນທີ່ດີຂຶ້ນກວ່າເກົ່າ. ສອງປະເທດ ໃນການສົ່ງເສີມສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືທີ່ດີ ລະຫວ່າງສອງປະເທດ ລາວ- ສ ເກົາຫລີ ໃຫ້ໄດ້ຮັບການພັດທະ ນາສູງຂຶ້ນກວ່າເກົ່າ. ໃນກອງປະຊຸມ, ສອງຝ່າຍໄດ້ ປຶກສາຫາລື ແລະ ທົບທວນຄືນການ ພົວພັນຮ່ວມມືໄລຍະຜ່ານ ໂດຍໄດ້ ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບແລະການຮ່ວມມືທີ່ດີລະຫວ່າງ ສອງປະເທດ ຕະຫລອດໄລຍະຜ່ານ ມາ ເຊິ່ງສ້າງຂຶ້ນບົນພື້ນຖານຄວາມ ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ມີ ຄວາມເຊື່ອໝັ້ນ, ສະໜັບສະໜູນແລະ ແລກປ່ຽນທັດສະນະເຊິ່ງກັນ ແລະ ກັນ ຢູ່ເວທີພາກພື້ນ ແລະ ສາກົນ; ການນໍາຂັ້ນສູງຂອງສອງປະເທດ ກໍໄດ້ແລກປ່ຽນການຢ້ຽມຢາມເຊິ່ງ ກັນ ແລະ ກັນ ຢ່າງເປັນປົກກະຕິມາ ໂດຍຕະຫລອດ ແລະ ມີທ່າອ່ຽງ ເພີ່ມຂຶ້ນ, ລວມເຖິງການແລກປ່ຽນ ລະຫວ່າງປະຊາຊົນ ກໍເຊັ່ນດຽວກັນ. ມາຮອດເດືອນສິງຫາ 2023, ການ ລົງທຶນຂອງ ສ ເກົາຫລີ ຢູ່ ສປປ ລາວ ມີມູນຄ່າປະມານ 758 ລ້ານ ໂດລາສະຫະລັດ, ໃນຈໍານວນ 312 ໂຄງການ ແລະ ຈັດຢູ່ໃນອັນດັບ 4 ຂອງການລົງທຶນຂອງຕ່າງປະເທດ ຢູ່ ສປປ ລາວ. ພ້ອມກັນນີ້, ສອງ ຝ່າຍຍັງໄດ້ປຶກສາຫາລືເພື່ອເພີ່ມທະ ວີການພົວພັນຮ່ວມມືໃນດ້ານຕ່າງໆ ເປັນຕົ້ນ ດ້ານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ, ການຄ້າ, ການ ລົງທຶນ, ພື້ນຖານໂຄງລ່າງ, ການ ຮ່ວມມືດ້ານການພັດທະນາ, ການ ປ່ຽນແປງດິນຟ້າອາກາດ, ວັດທະ ນະທໍາ-ສັງຄົມ, ແຮງງານ, ກົງສຸນ, ການສຶກສາ ແລະ ອື່ນໆ. ນອກນັ້ນ, ສອງຝ່າຍ ຍັງໄດ້ເຫັນດີສືບຕໍ່ເພີ່ມ ທະວີການຮ່ວມມືໃນພາກພື້ນ ແລະ ສາກົນ ໂດຍສະເພາະການພົວພັນ ຮ່ວມມືໃນຂອບອາຊຽນ-ສ ເກົາຫລີ, ແມ່ນໍ້າຂອງ-ສ ເກົາຫລີ, ອົງການສະ ຫະປະຊາຊາດ(ສປຊ) ແລະ ການ ຮ່ວມມືສາກົນໃນຂອບອື່ນໆ. ພ້ອມ ນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາ ຄິດເຫັນກ່ຽວກັບສະພາບການພົ້ນ ເດັ່ນໃນພາກພື້ນ ແລະ ສາກົນ. ໂອກາດນີ້, ທ່ານ ໂພໄຊ ໄຂຄໍາພິ ທູນ ໄດ້ຕີລາຄາສູງ, ພ້ອມທັງສະ ແດງຄວາມຂອບໃຈຕໍ່ການຊ່ວຍ ເຫລືອ ແລະ ສະໜັບສະໜູນອັນລໍ້າ ຄ່າຂອງລັດຖະບານ ແລະ ປະຊາ ຊົນ ສ ເກົາຫລີ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ໂດຍຜ່ານໂຄງ ການຊ່ວຍເຫລືອທາງການ ເພື່ອການ ພັດທະນາ (ODA), ໂຄງການກູ້ ຢືມຈາກກອງທຶນຮ່ວມມືດ້ານການ ພັດທະນາເສດຖະກິດ(EDCF) ເຊິ່ງໄດ້ສຸມໃສ່ ຂະແໜງການທີ່ເປັນ ບູລິມະສິດຂອງ ສປປ ລາວ ເປັນຕົ້ນ ການພັດທະນາຂະແໜງສາທາລະ ນະສຸກ, ການເກັບກູ້ລະເບີດບໍ່ທັນ ແຕກ (UXO), ການພັດທະນາ ຊົນນະບົດ, ການພັດທະນາຊັບພະ ຍາກອນມະນຸດ ຂອງ ສປປ ລາວ ແລະ ອື່ນໆ. ໃນຂະນະດຽວກັນ, ທ່ານ ຈອງ ບຽວ ວອນ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້, ພ້ອມທັງສະແດງຄວາມ ຂອບໃຈຕໍ່ ສປປ ລາວ ທີ່ໄດ້ໃຫ້ການ ຮ່ວມມື ແລະ ການສະໜັບສະໜູນແກ່ ສ ເກົາຫລີ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍຕະຫລອດມາ ແລະ ຍັງໄດ້ຢືນຢັນຄືນຄໍາໝາຍໝັ້ນ ຂອງ ສ ເກົາຫລີ ໃນການສືບຕໍ່ໃຫ້ ການຮ່ວມມື, ຊ່ວຍເຫລືອ ແລະ ສະ ໜັບສະໜູນ ແກ່ ສປປ ລາວໂດຍສະ ເພາະໃນການເປັນປະທານອາຊຽນ ໃນປີ 2024 ໃຫ້ປະສົບຜົນສໍາເລັດ ອັນງົບງາມ. ໃນວັນດຽວກັນ,ທ່ານຈອງບຽວ ວອນ ຍັງໄດ້ເຂົ້າຢ້ຽມຂໍ່ານັບທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ໃນໂອກາດຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ ແລະ ໄດ້ພົບປະກັບ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ເພື່ອປຶກສາ ຫາລືກ່ຽວກັບວຽກງານອາຊຽນ. ພາບ: ອ່າຍຄຳ ໄດ້ຕາງໜ້າລັດຖະບານ ສ ເກົາຫລີ ມອບການຊ່ວຍເຫລືອດັ່ງກ່າວ. ໃນ ນັ້ນ, ປະກອບມີ: ລົດເກັງ 2 ຄັນ, ລົດຕູ້ 6 ຄັນ ແລະ ອຸປະກອນໄອທີ ລວມມູນຄ່າທັງໝົດ 1 ລ້ານໂດລາ ສະຫະລັດ ເພື່ອໃຫ້ ສປປ ລາວ ນໍາ ໃຊ້ເຂົ້າໃນວຽກງານຂອງບັນດາ ອະນຸກໍາມະການ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024. ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໃນນາມຕາງໜ້າລັດຖະ ບານ ແຫ່ງ ສປປ ລາວ ໄດ້ກ່າວສະ ແດງຄວາມຂອບໃຈ ແລະ ຕີລາຄາ ສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອຂອງລັດຖະບານ ແລະ ປະຊາຊົນ ສ ເກົາຫລີ ຕໍ່ການເປັນປະ ທານອາຊຽນ ຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ເຊິ່ງທັງ ເປັນການປະກອບສ່ວນເຂົ້າໃນການ ເສີມຂະຫຍາຍການພົວພັນສອງ ຝ່າຍລະຫວ່າງສປປລາວ-ສເກົາຫລີ ແລະ ການຮັດແໜ້ນການຮ່ວມມື ອາຊຽນ-ສ ເກົາຫລີ ຄົບຮອບ 35 ປີ ໃນປີ 2024 ນີ້. ພ້ອມນີ້, ທ່ານ Chung Byun-Won ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ສ ເກົາຫລີ ກໍ ໄດ້ເນັ້ນເຖິງຄວາມສໍາຄັນຂອງການ ພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ແລະ ຢືນຢັນຈະສືບຕໍ່ເຮັດວຽກຮ່ວມກັບ ສປປ ລາວ ເພື່ອຜົນສໍາເລັດຂອງ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ແລະ ສະ ເຫລີມສະຫລອງ ຄົບຮອບ 35 ປີ ການພົວພັນອາຊຽນ-ສ ເກົາຫລີ ໃນ ປີ 2024 ຢ່າງມີຄວາມໝາຍ. ພາບ: ອ່າຍຄຳ
RkJQdWJsaXNoZXIy MTc3MTYxMQ==